SlideShare a Scribd company logo
Soumettre la recherche
Mettre en ligne
S’identifier
S’inscrire
Newsleter deqp xi
Signaler
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Suivre
วิชาการ à ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
21 Sep 2020
•
0 j'aime
•
103 vues
Newsleter deqp xi
21 Sep 2020
•
0 j'aime
•
103 vues
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Suivre
วิชาการ à ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Signaler
Ingénierie
ຈົດໝາຍຂ່າວ ກສສ ສະບັບທີ 11, ວາລະສານສິ່ງແວດລ້ອມ
Newsleter deqp xi
1 sur 54
Télécharger maintenant
1
sur
54
Recommandé
Newsleter doe I
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
78 vues
•
50 diapositives
Newsleter deqp xii
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
105 vues
•
50 diapositives
Newsleter deqp
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
2.4K vues
•
43 diapositives
Newsleter vii deqp for print size 265x210l
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
406 vues
•
80 diapositives
Newsleter deqp x
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
64 vues
•
63 diapositives
Newsleter deqp ix
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
289 vues
•
59 diapositives
Contenu connexe
Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Magazines v2 12 2020
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
367 vues
•
40 diapositives
Magazines 04 2021 final
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
182 vues
•
39 diapositives
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
101 vues
•
17 diapositives
ການວິເຄາະ 5 w2h
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
103 vues
•
5 diapositives
ອົງປະກອບ ແລະ ວິທີການຂຽນບົດຄວາມ
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
439 vues
•
1 diapositive
Guidelide green-school lao
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
55 vues
•
42 diapositives
Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
(18)
Magazines v2 12 2020
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
367 vues
Magazines 04 2021 final
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
182 vues
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
101 vues
ການວິເຄາະ 5 w2h
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
103 vues
ອົງປະກອບ ແລະ ວິທີການຂຽນບົດຄວາມ
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
439 vues
Guidelide green-school lao
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
55 vues
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
179 vues
Newsleter deqp iv
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
382 vues
Newsleter deqp v
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
283 vues
Newsleter deqp vi
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
584 vues
Newsleter deqp viii
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
426 vues
Move
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
420 vues
Newsleter iii deqp for print size 265x210l
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
811 vues
Writingnews
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
812 vues
Exwritinews
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
362 vues
Newsleter Deep II
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
1.1K vues
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
2K vues
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
1.9K vues
Newsleter deqp xi
1.
A ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ lt[a[mu 11 ,a'dvo{,y45ok
2019 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ld l l ຈົດໝາຍຂ່າວ
2.
B ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ຄະນະຮັບຜິດຊອບ ຈົດໝາຍຂ່າວ
ກສສ ຄະນະຮ່າງ ແລະ ຮຽບຮຽງ ຄະນະກົມ ສົ່ງເສີມຄຸນນະພາບ ສິ່ງແວດລ້ອມ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມ ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ ກວດແກ້ ບັນດາພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພະແນກ ສິ່ງແວດລ້ອມ ສັງຄົມ ທ່ານ ຄອນສະຫວັນ ຫຼວງລາດ ຫົວໜ້າພະແນກ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ ທ່ານ ນາງ ລັດຕະນະພອນ ອິນທະສານ ຮອງຫົວໜ້າພະແນກ ຈັດໜ້າອອກແບບ ທ່ານ ບົວແສງປະເສິດ ພຣະສິດທິເດດ ຮອງຫົວໜ້າພະແນກ ທ່ານ ກິ່ງທອງ ສິຣິສົມພອນ ວິຊາການ ຄະນະເກັບກຳຂໍ້ມູນ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ນາງ ທອງພັນ ອຸດົມເພັດ ແຫຼ່ງຂໍ້ມູນ ຂໍຂອບໃຈເປັນຢ່າງສູງ ທີ່ສະໜອງຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສສ
3.
• ພິທີສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ
ວັນທີ 1 ມິຖຸນາ, ວັນສິ່ງແວດລ້ອມແຫ່ງ ຊາດ ແລະ ວັນສິ່ງແວດລ້ອມໂລກ, ວັນທີ 5 ມິຖຸນາ 2019 .....................................1 • ກອງປະຊຸມໜ່ວຍປະຕິບັດງານ ອາຊຽນ ດ້ານຕົວເມືອງຍືນຍົງທາງດ້ານສິ່ງແວດລ້ອມ ທີ່ ສປປ ລາວ ເປັນເຈົ້າພາບ (AWGESC) ....................................................... 5 • ກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງຄະນະກົມສົ່ງເສີມຄຸນນະ ພາບສິ່ງແວດລ້ອມ ...................................................................................... 8 • ກອງປະຊຸມເຜີຍແຜ່ ວິໄສທັດຮອດປີ 2030, ຍຸດທະສາດ ແຫ່ງຊາດ (2018-205) ແລະ ແຜນດໍາເນີນງານ ແຫ່ງຊາດ ຄັ້ງທີ I (2018-2020), ດ້ານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ................... 10 • ກອງປະຊຸມ ຮັບຮອງເອົາແຜນບູລິມະສິດ ແຜນຄຸ້ມຄອງສິ່ງແວດ້ອມ ແບບຮ້ອບ ດ້ານ ເພື່ອນໍາໃຊ້ເຂົ້າໃນການວາງແຜນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ .............................................................................................. 14 • ກອງປະຊຸມ ປຶກສາຫາລື ແລະ ຜ່ານຮ່າງໂຄງຮ່າງ ຍຸດທະສາດ ແລະ ແຜນດໍາເນີນ ງານ ຂຽວ ສະອາດ ງາມຕາ .......................................................................... 17 • ກອງປະຊຸມປຶກສາຫາລືຜ່ານຮ່າງບົົດລາຍງານສະພາບສິ່ງແວດລ້ອມແຫ່ງຊາດ ........ 20 • ກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງສວນພຶກສາສາດຫ້ວຍຍາງ-ດົງມາກຄາຍ ແລະ ລົງສຳຫຼວດປັກຫຼັກໝາຍເຂດແດນ ......................................................... 22 • ກອງປະຊຸມ ກະກຽມ ດ້ານວິຊາການ ກ່ອນກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມ ສ້າງຄວາມເຂັ້ມແຂງ ກ່ຽວກັບ ວຽກງານການປະເມີນສິ່ງແວດລ້ອມ ແບບຍຸດທະ ສາດ (SEA) ............................................................................................ 25 • ກອງປະຊຸມ ເຜີຍແຜ່ເນື້ອໃນ ແລະ ກະກຽມ ຈັດຕັ້ງປະຕິບັດ ວິໄສທັດ ຮອດປີ 2030, ຍຸດທະສາດ (2018-2025) ແລະ ແຜນດໍາເນີນງານ ແຫ່ງຊາດ ຄັ້ງທີ I (2018-2020) ຢູ່ຂັ້ນທ້ອງຖິ່ນດ້ານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງ ແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ................................................ 27 • ການລົງກວດກາບັນດາບໍລິສັດທີ່ປຶກສາ ດ້ານສິ່ງແວດລ້ອມ ໃນ ນະຄອນຫຼວງ ວຽງຈັນ ................................................................................................... 29 • ການລົງສຳຫຼວດເກັບກຳຂໍ້ມູນ ດ້ານຄວາມຮູ້, ທັດສະນະຄະຕິ ແລະ ພຶດຕິກຳ ກ່ຽວກັບ
4.
ການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ ..............................
32 • ການລົງເກັບກໍາຂໍ້ມູນ ກ່ຽວກັບ ຄວາມຮູ້, ທັດສະນະຄະຕິ ແລະ ພຶດຕິກຳ ກ່ຽວກັບ ສິ່ງແວດລ້ອມ ຂອງປະຊາຊົນ, ພະນັກງານລັດ ແລະ ຄູ່ຮ່ວມງານຂອງ ກສສ ............ 34 • ການສະເຫຼີມສະຫຼອງ ວັນດິນບໍລິເວນນໍ້າໂລກ ວັນທີ 02 ກຸມພາ 2019 .................. 37 • ສໍາມະນາ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ໃນ ສປປ ລາວ ແລະ ການແຍກສິ່ງເສດເຫຼືອ ໃນສະ ຖານທີ່ເຮັດວຽກ ທີ່ ສະຖາບັນການທະນາຄານ ......... 40 • ກິດຈະກຳເກັບຂີ້ເຫຍື້ອ ເພື່ອຮັກສາຄວາມສະອາດ ທີ່ເດີ່ນພະທາດຫຼວງວຽງຈັນ ....... 42 • ກິດຈະກໍາເກັບຂີ້ເຫຍື້ອ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ... 44 • ມາຮູ້ຈັກກັບຝຸ່ນລະອອງ PM 2.5 (Particular Microns 2.5) ............................ 46 • ຜົນກະທົບຂອງຂີ້ເຫຍື້ອທີ່ບໍ່ຄວນເບິ່ງຂ້າມ ....................................................... 48
5.
1 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ພິທີສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ
ວັນທີ 1 ມິຖຸນາ, ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດ ລ້ອມໂລກ, ວັນທີ 5 ມິຖຸນາ 2019 ໃນຕອນເຊົ້າ ວັນທີ 01 ມິຖຸນາ 2019, ກະຊວງ ກະ ສິກຳແລະ ປ່າໄມ້ ຮ່ວມກັບ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປູກຕົ້ນ ໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ວັນສິ່ງແວດລ້ອມໂລກ ກໍ່ຄື ວັນສິ່ງແວດ ລ້ອມແຫ່ງຊາດ ວັນທີ 5 ມິຖຸນາ, ຢູ່ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ, ບ້ານ ດົງໝາກຄາຍ, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ປອ. ພັນຄຳ ວິພາວັນ ຮອງປະທານປະເທດ ໃຫ້ກຽດເຂົ້າ ຮ່ວມ,ພ້ອມດ້ວຍບັນດາລັດຖະມົນຕີ,ຮອງລັດຖະມົນ ຕີຈາກບັນດາກະຊວງ ແລະ ອົງການທຽບເທົ່າ, ບັນ ດາທູຕານຸທູດ ຈາກປະເທດຕ່າງໆ ແລະ ຜູ້ຕາງໜ້າ ຈາກ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງ ການປູກຕົ້ນໄມ້ໃນຄັ້ງນີ້ ເພື່ອສ້າງຂະບວນການສະ ເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດ ລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ເພື່ອແນ ໃສ່ຟື້ນຟູສວນພຶກສາສາດ ໃຫ້ກາຍເປັນປ່າທີ່ອຸດົມ ສົມບູນ, ເປັນແຫຼ່ງເຕົ້າໂຮມເຊື້ອພັນໄມ້ຊະນິດຕ່າງໆ ທີ່ມີຄຸນຄ່າ ແລະ ຫາຍາກຂອງລາວ, ພ້ອມທັງເພີ່ມ ເນື້ອທີ່ສີຂຽວໃຫ້ກາຍເປັນປອດຫາຍໃຈເອົາອາກາດ
6.
2 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ທີ່ບໍລິສຸດ ແລະ
ຫຼຸດຜ່ອນມົນລະພິດທາງອາກາດ ໃຫ້ ແກ່ຊາວນະຄອນຫລວງວຽງຈັນ ດັ່ງຄຳຂວັນຂອງວັນ ສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປີນີ້ຄື: “ຫຼຸດຜ່ອນມົນລະພິດທາງອາກາດ ເພື່ອສຸຂະ ພາບຂອງພວກເຮົາ” “Beat Air Pollution”. ໃນພິທີ ດັ່ງກ່າວ ໄດ້ຮັບຟັງ ກ່ຽວກັບ ຄວາມໝາຍ, ຄວາມສຳ ຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ກ່າວເປີດພິ ທີຂອງ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ໄດ້ຮັບຟັງ ກ່ຽວກັບ ປະ ຫວັດຄວາມເປັນມາ ແລະ ການສະເຫຼີມສະຫຼອງ ວັນ ສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ຈາກ ທ່ານ ນາງ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ. ຫຼັງຈາກນັ້ນ, ກໍໄດ້ນິມົນພຣະເຖລານຸເຖລະ ປູກຕົ້ນໄມ້ ເພື່ອເປັນສິຣິມົງຄຸນ ໃຫ້ແກ່ພິທີໃນຄັ້ງນີ້. ຫຼັງຈາກນັ້ນ, ທ່ານ ປອ. ພັນຄຳ ວິພາວັນ ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າອົງ ການທຽບເທົ່າກະຊວງ, ຜູ້ຕາງໜ້າຈາກອົງການຈັດຕັ້ງ ຕ່າງໆ, ນ້ອງນ້ອຍເຍົາວະຊົນ ແລະ ຜູ້ເຂົ້າຮ່ວມພິທີ
7.
3 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ທັງໝົດ ກໍໄດ້ພາກັນປູກຕົ້ນໄມ້ຢ່າງເປັນຂະບວນຟົດ ຟື້ນ
ເຊິ່ງໄມ້ທີ່ນຳມາປູກໃນຄັ້ງນີ້ ມີຈຳນວນທັງໝົດ 4.000ເບ້ຍເຊິ່ງປະກອບມີ7ຊະນິດໄມ້ຄື: ໄມ້ຂະຍຸງ, ໄມ້ດູ່ເລືອດ, ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ໄມ້ປະດົງ, ໄມ້ຍາງ ແລະ ໄມ້ແຄນເຮືອ. ສວນພຶກສາສາດແຫ່ງນີ້ ມີເນື້ອທີ່ທັງໝົດ268ເຮັກຕາເຊິ່ງເຫັນວ່າຕ້ອງໄດ້ຟື້ນ ຟູ ແລະ ປູກໄມ້ຊະນິດຕ່າງໆ ເພື່ອເຮັດໃຫ້ໂຄງປະ ກອບດ້ານຊະນິດພັນໄມ້ ແລະ ຊີວະນາໆພັນ ໃຫ້ມີ ຄວາມຫຼາກຫຼາຍຍິ່ງຂຶ້ນ, ກາຍເປັນສະຖານທີ່ ເພື່ອ ການສຶກສາຄົ້ນຄ້ວາ ທາງດ້ານວິທະຍາສາດ ແລະ ການສຶກສາຮໍ່າຮຽນໃຫ້ນັກຮຽນ ແລະ ນັກສຶກສາໃນ ອານາຄົດ.ສຳລັບປີນີ້,ກະຊວງກະສິກຳ ແລະ ປ່າໄມ້ ມີແຜນທີ່ຈະປູກຕົ້ນໄມ້ຢູ່ ສວນພຶກສາສາດແຫ່ງນີ້ ໃຫ້ ສຳເລັດໃນເນື້ອທີ່ 50 ເຮັກຕາ, ສະເພາະໃນວັນທີ 1 ມິຖຸນານີ້ ແມ່ນໄດ້ປູກໃນເນື້ອທີ 5 ເຮັກຕາ.
8.
4 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ
9.
5 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ກອງປະຊຸມໜ່ວຍປະຕິບັດງານອາຊຽນດ້ານຕົວເມືອງ ຍືນຍົງທາງດ້ານສິ່ງແວດລ້ອມ ທີ່
ສປປ ລາວ ເປັນເຈົ້າ ພາບ (AWGESC) ໃນວັນທີ 13-14 ມິຖຸນາ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ໃນນາມຜູ້ຮັບຜິດຊອບໜ່ວຍປະຕິ ບັດງານ ອາຊຽນ ດ້ານຕົວເມືອງຍືນຍົງທາງດ້ານສິ່ງແວດລ້ອມ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມປະຈຳປີຂອງໜ່ວຍປະຕິບັດງານ ອາຊຽນ ດ້ານຕົວເມືອງຍືນຍົງທາງ ດ້ານສິ່ງແວດລ້ອມ ຂຶ້ນທີ່ ໂຮງແຮມ ລາວພລາຊ່າ, ນະຄອນຫຼວງວຽງຈັນ. ໃຫ້ກຽດກ່າວຕ້ອນຮັບແຂກທີ່ເຂົ້າ ຮ່ວມກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ເຊິ່ງມີຜູ້ເຂົ້າຮ່ວມມາຈາກ 10 ປະເທດອາຊຽນ, ບັນດາຄູ່ຮ່ວມງານ, ອົງການຈັດຕັ້ງສາກົົນ ແລະ ບັນດາຂະ ແໜງການທີ່ກ່ຽວຂອງເຂົ້າຮ່ວມທັງໝົດ53ທ່ານ.ກອງປະຊຸມໃນຄັ້ງນີ້ໄດ້ໃຫ້ກຽດກ່າວເປີດແລະເປັນປະທານ ຂອງ ທ່ານ Dr. Srey Sunleang ກະຊວງ ສິ່ງແວດລ້ອມ ກຳປູເຈຍ. ໃນນີ້ກອງປະຊຸມຍັງໄດ້ລົງຄະແນນສຽງ ຄັດເລືອກຮອງປະທານກອງປະຊຸມ ພ້ອມທັງຜ່ານວາລະກອງປະຊຸມ ເພື່ອເປັນຄວາມເອກະພາບກັນ. ກອງ ປະຊຸມໄດ້ຮັບຟັງ ບັນດາເອກະສານດັ່ງນີ້: 1) ການລາຍງານຄວາມຄືບໜ້າຂອງການປັບປຸງຮ່າງຍຸດທະສາດ ແລະ ແຜນດຳເນີນງານ ດ້ານຕົວເມືອງຍືນ ຍົງທາງດ້ານ ສິ່ງແວດລ້ອມ ອາຊຽນ; 2) ຄວາມຄືບໜ້າຂອງການຕິດຕາມ ແລະ ປະເມີນແຜນປະຊາຄົມວັດທະນະທຳ-ສັງຄົມຂອງ ອາຊຽນ; 2.1) ການວາງ ແລະ ຈັດຕັ້ງປະຕິບັດຜັງເມືອງ ແລະ ການພັດທະນາຕົວເມືອງແບບຍືນຍົງ; 2.2) ທົບທວນ, ສ້າງ ແລະ ປັບປຸງແບບຮອບດ້ານບັນດາຕົວຊີ້ວັດທາງດ້ານອາກາດສົດຊື່ນ, ນໍ້າສະອາດ ແລະ ທີ່ດິນ; 2.3)ການມອບ-ຮັບລາງວັນຕົວເມືອງຍືນຍົງດ້ານສິ່ງແວດລ້ອມອາຊຽນຄັ້ງທີ 4ແລະໃບຢັ້ງຢືນກຽດຕິຄຸນຂອງ ອາຊຽນ ຄັ້ງທີ 3; 2.4) ລາຍງານຜົນກອງປະຊຸມສຸດຍອດອາຊີຕາເວັນອອກ ໃນການສຳມະນາລະດັບສູງ ໃນຫົວຂໍ້ “ຕົວເມືອງ
10.
6 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ຍືນຍົງດ້ານສິ່ງແວດລ້ອມ” ຄັ້ງທີ
9 ແລະ 10; 2.5) ການຮ່ວມມືອາຊຽນ-ຈີນ ດ້ານການພັດທະນາຕົວເມືອງທີ່ເປັນມິດກັບລະບົບນິເວດວິທະຍາ; 2.6) ການຮ່ວມມືອາຊຽນ-ຍີປຸ່ນ ພາຍໃຕ້ແຜນງານຕົວເມືອງຕົ້ນແບບຄວາມຍືນຍົງດ້ານສິ່ງແວດລ້ອມ. 3) ຕົວເມືອງທີ່ມີຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ ແລະ ມີຄາບອນຕໍ່າ; 4) ໂຄງການຮ່ວມມືລະຫວ່າງອາຊຽນ-ເຢຍລະມັນ ພາຍໃຕ້ຫົວຂໍ້ “(1) ການຮ່ວມມືດ້ານວິຊາການລະຫວ່າງ ອາຊຽນ-ເຢຍລະມັນ ດ້ານການຂົນສົ່ງ ແລະ ການປ່ຽນແປງດິນ ຟ້າອາກາດ” “(2) ການອອກແບບຕົວເມືອງ ຍືນຍົງຂະໜາດກາງໃນອາຊຽນ”; 5) ໂຄງການຮ່ວມມືລະຫວ່າງອາຊຽນ-ອົສະຕາລີ ຫົວຂໍ້ “ການສຶກສາແຕ່ຫົວທີກ່ອນມີການຂະຫຍາຍຕົວ ເມືອງແບບຍືນຍົງ ຂອງອາຊຽນ”; 6) ເສີມຂະຫຍາຍວຽກງານການຮ່ວມມືກ້າວ ສູ່ວຽກງານອາກາດສົດຊື່ນອອກສູ່ອາຊີ; 7) ຊຸກຍູ້ອົງ ການປົກຄອງທ້ອງຖິ່ນໃຫ້ກ້າວສູ່ເສັ້ນທາງຕົວເມືອງຍືນຍົງ; 8) ຕົວເມືອງດີເດັ່ນຂອງອາຊຽນທີ່ມີຄວາມທົນທານຕໍ່ສະພາບດິນຟ້າອາກາດ; 9) ການວາງແຜນ ຜັງເມືອງ ແລະ ການພັດທະນາແບບຍືນຍົງ; 10) ບົດສະເໜີໂຄງການຂອງສະຫະພາບເອີຣົບ ຕໍ່ກັບເສດ ຖະກິດປິ່ນອ້ອມ-ການປັບປຸງນະໂຍບາຍ ແລະ ນິຕິກໍາທີ່ຕິດພັນກັບການຜະລິດ-ຊົມໃຊ້ປຼາສະຕິກປະເພດຕ່າງໆ; 11) ຕະໜ່າງຕົວເມືອງອັດສະລິຍະ ອາຊຽນ. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ເວັບໄຊ ສິ່ງແວດລ້ອມອາຊຽນ, ກອງປະຊຸມໄດ້ຮັບຊາບ ຈຸດປະສານງານແຫ່ງຊາດດ້ານຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ,ນະໂຍບາຍການຫຼຸດຜ່ອນ ປຼາສະຕິກ ແລະ ການຈັດກິດຈະກຳ. ສຳລັບແຜນໃນຕໍ່ໜ້າກອງປະຊຸມໄດ້ກໍານົດເວລາ ແລະ ສະຖານທີ່ ເຊິ່ງໄດ້ແບ່ງອອກເປັນ 2 ສ່ວນຄື: ໜ້າວຽກຈຸດສຸມ ແລະ ຮ່າງວາລະກອງປະຊຸມ, ປະເທດເຈົ້າພາບຄັ້ງຕໍ່ໄປ ຕ້ອງໄດ້ແຈ້ງ ວັນທີ ແລະ ສະຖານທີ່ໃຫ້ກອງເລຂາອາຊຽນຮັບຊາບ ເພື່ອຊ່ວຍໃນການແຈກຢາຍຈົດໝາຍເຊີນ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ.
11.
7 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ
12.
8 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງຄະນະກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໃນຕອນບ່າຍຂອງວັນທີ
05 ກຸມພາ 2019, ທີ່ຫ້ອງ ປະຊຸມ ຂະແໜງສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງ ຄະ ນະກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ປະຈໍາປີ 2018 ໂດຍການເປັນປະທານຂອງ ທ່ານ ໄຊຍະເວດ ວິໄຊ ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ, ທັງເປັນ ຄະນະຊີ້ນຳການປະເມີນຜົນດັ່ງກ່າວ ເຊິ່ງມີບັນດາ ຄະນະກົມ ແລະ ຄະນະພະແນກ ພາຍໃນກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ ຈໍານວນ 18ທ່ານ,ຍິງ7ທ່ານ.ຈຸດປະສົງເພື່ອຜ່ານບົດປະເມີນ ຜົນງານຕົວເອງ ແລະ ປະເມີນຜົນງານລວມໝູ່ ໃນ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມປະຈໍາປີ 2018 ແລະ ເພື່ອຮັບປະກັນຄວາມເປັນເອກະພາບ,ໂປ່ງໃສ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ ແນໃສ່ເຮັດ ວຽກງານປະເມີນຜົນ ການຈັດຕັ້ງປະຕິບັດວຽງານ ຂອງຄະນະກົມ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນ. ຕາມການເຊື່ອມຊຶມ ດຳລັດ ວ່າດ້ວຍ ການປະ ເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດ ຖະກອນ ກ່ຽວກັບ ສິດ ແລະ ໜ້າທີ່ຜູ້ທີ່ຖືກປະເມີນ, ເລກທີ 300/ລບ, ລົງວັນທີ 13 ກັນຍາ 2017.
13.
9 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ຫຼັງຈາກນັ້ນຄະນະກົມທັງ 3
ທ່ານ ກໍ່ໄດ້ອ່ານໃບເກັບ ກ່ຽວຜົນງານຂອງຕົນເອງ ເຊິ່ງໃບເກັບກ່ຽວຜົນງານ ໄດ້ມີເນື້ຶອໃນມີດັ່ງລຸ່ມນີ້: 1. ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິບັດ;2.ມາດຕະຖານວັດແທກ ດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ; 3. ມາດຕະຖານປະເມີນຜົນສໍາເລັດຂອງການຈັດຕັ້ງ ປະຕິບັດວຽກງານຂອງພະນັກງານ-ລັດຖະກອນຈາກ ຄະນະພະແນກ ກໍ່ໄດ້ມີຄຳຕໍານິຕິຊົມ ແລະ ລົງຄະ ແນນໃສ່ໃນໃບປະເມີນຜົນໃຫ້ແກ່ຄະນະກົມ ຈຳນວນ 3 ທ່ານ.
14.
10 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ກອງປະຊຸມເຜີຍແຜ່ ວິໄສທັດຮອດປີ
2030, ຍຸດທະ ສາດ ແຫ່ງຊາດ (2018-205) ແລະ ແຜນດໍາເນີນງານ ແຫ່ງຊາດ ຄັ້ງທີ I (2018-2020), ດ້ານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ແລະ ການ ປ່ຽນແປງດິນຟ້າອາກາດ ໃນວັນທີ 18 ກຸມພາ 2019 ກົມສົ່ງເສີມຄຸນນະພາບ ສິ່ງແວດລ້ອມ(ກສສ)ໄດ້ຈັດກອງປະຊຸມເຜີຍແຜ່ວິໄສ ທັດຮອດປີ 2030, ຍຸດທະສາດ ແຫ່ງຊາດ (2018- 2025) ແລະ ແຜນດໍາເນີນງານ ແຫ່ງຊາດ ຄັ້ງທີ I (2018-2020), ດ້ານການສຶກສາ ແລະ ສ້າງຈິດສໍາ ນຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າ ອາກາດ ທີ່ໂຮງແຮມວຽງຈັນພຣາຊາ, ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂລນຄໍາ ອາດສະນາວົງ ຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງ ແວດລ້ອມ ແລະ ມີບັນດາຜູ້ຕາງໜ້າຈາກກະຊວງ ຕ່າງໆທີ່ກ່ຽວຂ້ອງ ຄື: ກະຊວງ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດ ລ້ອມ, ກະຊວງ ສຶກສາທິການ ແລະ ກິລາ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງ ປ້ອງກັນຄວາມສະຫງົບ, ສູນກາງຊາວໜຸ່ມ, ສູນກາງສະຫະພັນແມ່ຍິງ, ກອງ ທຶນປົກປັກຮັກສາສິ່ງແວດລ້ອມ ແລະ ໂຄງການ ສົ່ງ ເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງ ດິນຟ້າອາ ກາດ (ProCEEd) ລວມທັງໝົດ ຈຳນວນ 48 ທ່ານ. ເພື່ອເປັນການຜັນຂະຫຍາຍເນື້ອໃນ ວິໄສ ທັດ, ຍຸດທະສາດ ແລະ ແຜນດຳເນີນງານດັ່ງກ່າວ ຢູ່ຂັ້ນສູນກາງ ພ້ອມທັງປຶກສາຫາລືຮ່ວມກັນ ກ່ຽວກັບ ແນວທາງ ແລະ ກິດຈະກຳ ທີ່ເປັນບູລິມະສິດ ໃນການ ຈັດຕັ້ງປະ ຕິບັດແຜນດຳເນີນງານ ແຫ່ງຊາດ ຄັ້ງທີ I (2018-2020) ແລະ ແຫຼ່ງງົບປະມານ. ກອງປະ ຊຸມຄັ້ງນີ້ ໄດ້ດຳເນີນໄປເປັນເວລາ1ວັນ.ໃນຕອນເຊົ້າ ຫຼັງຈາກປະທານໄດ້ກ່າວເປີດກອງປະຊຸມ, ຜູ້ເຂົ້າ
15.
11 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ຮ່ວມໄດ້ຮັບຟັງ ການນຳສະເໜີ
ເນື້ອໃນ ວິໃສທັດ ແລະ ຍຸດທະສາດ ດັ່ງກ່າວ ໂດຍ ທ່ານ ຄອນສະຫວັນ ຫຼວງລາດ ຫົວໜ້າພະແນກສິ່ງແວດລ້ອມສັງຄົມ. ເຊິ່ງ ວິໄສທັດແລະຍຸດທະສາດດັ່ງກ່າວໄດ້ແບ່ງອອກເປັນ III ພາກຄື: ພາກທີ I: ສະພາບການສຶກສາ ແລະ ສ້າງຈິດສໍານຶກດ້ານ ສິ່ງແວດລ້ອມ ແລະ ການປ່ຽນ ແປງດິນຟ້າ ອາກາດ ຢູ່ສາກົນ, ພາກພື້ນອາຊຽນ ແລະ ສປປ ລາວ, ພາກທີ II: ວິໄສທັດຮອດປີ 2030 “ພົນລະເມືອງລາວ ມີຄວາມຮູ້, ເຂົ້າໃຈ, ມີຈິດສຳນຶກ ຮັກ, ຫວງແຫນ ແລະ ເປັນເຈົ້າການຮ່ວມ ໃນການຄຸ້ມ ຄອງ ຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງ ແວດລ້ອມ ແລະ ສາມາດປັບຕົວເຂົ້າກັບ ສະພາບ ການປ່ຽນແປງດິນຟ້າ ອາກາດ, ຮັບປະກັນການພັດ ທະນາເສດ ຖະກິດ-ສັງຄົມໄປຕາມທິດສີຂຽວ ແລະ ຍືນຍົງ” ແລະ ຍຸດທະສາດ (2018-2025) ແມ່ນສຸມ ໃສ່ 5 ຂົງເຂດວຽກງານຄື: ພັດທະນາ ແລະ ປັບປຸງ ຫຼັກສູດ ແລະ ອຸປະກອນການຮຽນ-ການສອນດ້ານສິ່ງ ແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດໃນ ໂຮງຮຽນ ແລະ ນອກໂຮງຮຽນ, ການສ້າງຈິດສຳ ນຶກໃຫ້ມວນຊົນ ດ້ານສິ່ງແວດລ້ອມ ແລະ ການປ່ຽນ ແປງດິນຟ້າອາກາດ, ການສ້າງຄວາມເຂັ້ມແຂງດ້ານ ການຈັດຕັ້ງ ແລະ ບຸກຄະລາກອນ ແລະ ການສ້າງຕັ້ງ ເຄືອຂ່າຍການປະສານງານ ແລະ ການຮ່ວມມື, ພາກ
16.
12 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ທີ III:
ນະໂຍບາຍ, ນິຕິກຳ ແລະ ມາດຕະການໃນ ການຈັດຕັ້ງປະຕິບັດ.ໃນຕອນບ່າຍຜູ້ເຂົ້າຮ່ວມໄດ້ຮັບ ຟັງການນຳສະເໜີ ແຜນດຳເນີນງານ ແຫ່ງຊາດ ຄັ້ງ ທີ I (2018-2020) ຫຼັງຈາກນັ້ນໄດ້ແບ່ງກຸ່ມສົນທະ ນາອອກເປັນ 3 ກຸ່ມ ເພື່ອປຶກສາຫາລື ຄັດເລືອກ ເອົາກິດຈະກຳຫຼັກ ຈາກບັນດາໂຄງການບູລິມະສິດ ຄື:ດ້ານການສຶກສາສິ່ງແວດລ້ອມ,ດ້ານການສ້າງຈິດ ສຳນຶກດ້ານສິ່ງແວດລ້ອມ ແລະ ດ້ານການຈັດຕັ້ງ, ການການປະສານງານ ແລະ ການສ້າງເຄືອຂ່າຍ. ຫຼັງ ຈາກປຶກສາຫາລືແລ້ວ ແຕ່ລະກຸ່ມ ໄດ້ຂຶ້ນນຳສະເໜີ ເພື່ອແລກປ່ຽນກັບຜູ້ເຂົ້າຮ່ວມທັງໝົດ ກ່ຽວກັບ ກິດ ຈະກຳທີ່ຄວນເປັນບູລິມະສິດໃນການຈັດຕັ້ງປະຕິບັດ ແລະ ການຮ່ວມືຂອງພາກສ່ວນທີ່ ກ່ຽວຂ້ອງ ພ້ອມທັງ ຊ່ອງທາງໃນການຂຽນແຜນຂໍງົບປະມານໂດຍມີຕາງ ໜ້າຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ເປັນຜູ້ ໃຫ້ຄວາມກະຈ່າງແຈ້ງ.ກອງປະຊຸມເຜີຍແຜ່ວິໄສທັດ ຮອດປີ 2030, ຍຸດທະສາດ ແຫ່ງຊາດ (2018-20 25) ແລະ ແຜນດໍາເນີນງານ ແຫ່ງຊາດ ຄັ້ງທີ I (20 18-2020), ດ້ານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ ກາດໃນຄັ້ງນີ້, ເຫັນໄດ້ວ່າ ບັນດາພາກສ່ວນທີ່ເຂົ້າ ຮ່ວມ ແມ່ນລ້ວນແລ້ວແຕ່ໃຫ້ຄວາມສຳຄັນ ແລະ ເອົາ ໃຈໃສ່ຕໍ່ວຽກງານດັ່ງກ່າວ ໂດຍສະເພາະແມ່ນພາກ ສ່ວນສື່ມວນຊົນ ແມ່ນກຽມພ້ອມໃຫ້ຄວາມຮ່ວມມືໃນ ການເຜີຍແຜ່ ຂໍ້ມູນຂ່າວສານ ດ້ານການສຶກສາສິ່ງ ແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ກອງ ປະຊຸມເຜີຍແຜ່ຍຸດທະສາດດັ່ງກ່າວນີ້ ຍັງຈະໄດ້ສືບຕໍ່ ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
17.
13 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ
18.
14 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ກອງປະຊຸມ ຮັບຮອງເອົາແຜນບູລິມະສິດ
ແຜນຄຸ້ມ ຄອງສິ່ງແວດ້ອມ ແບບຮ້ອບດ້ານ ເພື່ອນໍາໃຊ້ເຂົ້າໃນ ການວາງແຜນ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງ ກອງປະຊຸມຮັບຮອງເອົາແຜນບູລິມະສິດ ຂອງແຜນຄຸ້ມຄອງສິ່ງແວດລ້ອມຮອບດ້ານ ເພື່ອນໍາໃຊ້ເຂົ້າໃນການ ວາງແຜນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃນວັນທີ 15 ກຸມພາ ຫາ 21 ມີນາ 2019 ທີ່ ແຂວງ ໄຊຍະບູລີ ແລະ ແຂວງ ຄຳມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງ ແວດລ້ອມ, ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຫົວໜ້າ ຫ້ອງວ່າການ ແຂວງ. ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມາຈາກພະແນກການອ້ອມຂ້າງແຂວງ ແລະ ວິຊາການ ຈາກກົມສົ່ງ ເສີມຄຸນ ນະພາບສິ່ງແວດລ້ອມ. ຈຸດປະສົງເພື່ອຮັບຮອງເອົາແຜນບູລິມະສິດ ຂອງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ເພື່ອນໍາເຂົ້າໃນການວາງແຜນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ເພື່ອນໍາເອົາແຜນ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ໄປຈັດຕັ້ງຜັນຂະຫຍາຍສ້າງເປັນແຜນດໍາເນີນງານສິ່ງແວດລ້ອມຂອງ ຂະແໜງການຕົນ. ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ແລະ ພະແນກການທີ່ກ່ຽວ ຂ້ອງ ໄດ້ເຫັນດີເປັນເອກະພາບ ໃນການຮັບຮອງເອົາແຜນບູລິມະສິດຂອງແຜນຄຸ້ມຄອງສິ່ງແວດລ້ອມແບບ ຮອບດ້ານເພື່ອນໍາໄປເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມໃຫ້ສອດຄ່ອງກັບວິໄສທັດ2030 ຂອງແຂວງດັ່ງນີ້: ແຂວງ ໄຊຍະບູລີ: “ ສູ້ຊົນສ້າງ ແຂວງ ໄຊຍະບູລີ ໃຫ້ກາຍເປັນແຂວງທີ່ມີດ້ານກະສິກໍາທີ່ສະອາດ ຕາມທິດ ສີຂຽວແລະຢືນຍົງຕິດພັນກັບອຸດສາຫະກໍາປຸງແຕ່ງ,ພັດທະນາອຸດສາຫະກໍາພະລັງງານໄຟຟ້າ,ການບໍລິການ ທາງຜ່ານແລະການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ”ເຊິ່ງໄດ້ກໍານົດ10ແຜນງານຂອງວິໄສທັດດັ່ງລຸ່ມນີ້: • ຄຸ້ມຄອງ ແລະ ປົກປັກຮັກສາເນື້ອທີ່ປ່າໄມ້ ແລະ ຄວາມປົກຄຸມຂອງປ່າໄມ້ໃຫ້ໄດ້ 70% ຂອງພື້ນທີ່ແຂວງ; • ຄຸ້ມຄອງ, ປົກປັກຮັກສາ ແລະ ຟື້ນຟູແຫຼ່ງນໍ້າສາຍຫຼັກ (ນໍ້າຄອບ, ນໍ້າສິງ, ນໍ້າຮຸ່ງ, ນໍ້າປຸຍ, ນໍ້າງາມ, ນໍ້າພຸນ, ນໍ້າປາ, ນໍ້າຫ້ວຍກະດຽມ, ນໍ້າແມນ, ນໍ້າໄຄ້,ນໍ້າລາຍ, ນໍ້າເຫືອງ) ທັງປະລິມານບໍ່ໃຫ້ບົກແຫ້ງ ແລະ ຄຸນນະພາບໃຫ້ຢູ່ໃນເກນມາດຕະຖານ ແຫ່ງຊາດ;
19.
15 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ • ຈັດສັນພື້ນທີ່ເພື່ອການຂະຫຍາຍ
ເຂດຕົວເມືອງໃນ ອານາຄົດ; • ຈັດສັນພື້ນທີ່ສີຂຽວ (ປູກຕົ້ນໄມ້ຕາມເສັ້ນທາງຫຼັກ, ສວນທາລະນະ ແລະ ສະຖານທີ່ທ່ອງທ່ຽວ 22 ແຫ່ງ ເມືອງລະ 2 ແຫ່ງ ແລະ ເສັ້ນທາງຫຼັກໃນຕົວເມືອງ); • ລິເລີ່ມໃຫ້ມີການແຍກຂີ້ເຫຍື້ອທົ່ວໄປໃຫ້ໄດ້ 30% ຕໍ່ປີ ແລະ ຂີ້ເຫຍື້ອອັນຕະລາຍ ຈາກຄົວເຮືອນຢ່າງ ນ້ອຍໃຫ້ໄດ້ 202% ຂອງສິ່ງເສດເຫຼືອ; • ຄຸ້ມຄອງສານເຄມີ ຈາກການນໍາເຂົ້າ, ການຄອບ ຄອງ, ຈໍາໜ່າຍ, ນໍາໃຊ້ ແລະ ການຈໍາກັດສິ່ງເສດເຫຼືອ ຈາກການຫຸ້ມຫໍ່, ບັນຈຸພັນ ພ້ອມທັງການຂົນສົ່ງ ເຂົ້າ ໃນ ການຜະລິດ ແລະ ປຸງແຕ່ງກະສິກໍາໃຫ້ໄດ້ 80%; • ຫຼຸດອັດຕາການຜະລິດຂີ້ເຫຍື້ອລົງຈາກ 0,6 ກິໂລ ກະລາມຕໍ່ຄົນຕໍ່ມື້ມາເປັນ0,4ກິໂລກະລາມຕໍ່ຄົນຕໍ່ມື້; • ບໍ່ໃຫ້ມີຂີ້ເຫຍື້ອຕາມສວນສາທາລະນະ, ສະຖານ ທີ່ງານບຸນຕ່າງໆ, ແຄມທາງສາຍຫຼັກ ແລະ ແຄມຮ່ອງ ນໍ້າໃຫ້ໄດ້ 70%; • ຄຸ້ມຄອງ ແລະ ຕິດຕາມກວດກາມົນລະພິດທາງອາ ກາດ, ສຽງ, ກິ່ນເໝັນ, ຝຸ່ນລະອອງ ແລະ ນໍ້າເສຍ ນໍາ ບັນດາໂຄງການພັດທະນາຕ່າງໆ ເປັນຕົ້ນ: ການກໍ່ ສ້າງພື້ນຖານໂຄງລ່າງ,ບັນດາໂຮງງານອຸດສາຫະກໍາ ຂະໜາດໃຫ່ຍ, ກາງ ແລະ ຂະໜາດນ້ອຍ ໂດຍມີຜົນ ກະທົບຕໍ່ສິ່ງແວດລ້ອມນ້ອຍທີ່ສຸດ ໃຫ້ໄດ້ 95%; • ຄຸ້ມຄອງ ແລະ ຕິດຕາມກວດກາມົນລະພິດທາງອາ ກາດ, ສຽງ, ກິ່ນເໜັນ, ຝຸ່ນລະອອງ ແລະ ສິ່ງເສດເຫຼືອ ຈາກການບໍລິການ (ໂຮງແຮມ, ບ້ານພັກ, ຮ້ານອາ ຫານ, ຮ້ານບັນເທິງ, ຮ້ານສ້ອມແປງລົດ, ສະຖານທີ່ ທ່ອງທ່ຽວ, ສະຖານນີລົດຂົນສົ່ງ ແລະ ທຸລະກິດຄອບ ຄົວ ຂະໜາດນ້ອຍ) ໃຫ້ໄດ້ 90%. ແຂວງ ຄໍາມ່ວນ: “ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ນື່ອງ ແລະ ໝັ້ນທ່ຽງເພື່ອບັນລຸເປົ້າໝາຍການ ພັດທະນາທີ່ຍືນຍົງ,ຮັບປະກັນໃຫ້ຊັບພະຍາກອນທໍາ ມະຊາດມີຄວາມອຸດົມສົມບູນແລະສິ່ງແວດລ້ອມໄດ້ ຮັບການປົກປັກຮັກສາໃຫ້ຢູ່ໃນເກນມາດຕະຖານສິ່ງ
20.
16 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ແວດລ້ອມແຫ່ງຊາດ” ເຊິ່ງໄດ້ກໍານົດເອົາ
12 ແຜນ ງານ ຂອງວິໄສທັດດັ່ງລຸ່ມນີ້: • ຄຸ້ມຄອງ,ປົກປັກຮັກສາ ແລະ ຂະຫຍາຍເນື້ອທີ່ປ່າ ໄມ້ໃຫ້ໄດ້ ປີລະ 2-3% ຈາກ 49% ໃນປີ 2015 ເພື່ອໃຫ້ບັນລຸເປົ້າໝາຍ ໃຫ້ໄດ້ 70% ໃນປີ 2030; • ຄຸ້ມຄອງ,ປົກປ້ອງແລະຟື້ນຟູດິນກະສິກຳໃຫ້ມີຄຸນ ນະພາບດີ, ແຫຼ່ງນໍ້າທໍາມະຊາດ ມີປະລິມານພຽງພໍ ບໍ່ ໃຫ້ປົກແຫ້ງ ແລະ ມີຄຸນນະພາບຢູ່ໃນເກນມາດຕະ ຖານແຫ່ງຊາດ; • ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ຊີວະນາໆ ພັນ ໃນເຂດປ່າສະຫງວນ ແລະ ປ່າປ້ອງກັນ; • ກໍານົດມາດຕະການ ເພື່ອປົກປັກຮັກສາເຂດຫວງ ຫ້າມ/ເຂດສະຫງວນ ແຕ່ລະປະເພດ ຂອງແຕ່ລະ ເມືອງ ໃຫ້ຢູ່ໃນສະພາບເດີມ ແລະ ບໍ່ໃຫ້ຫຼຸດຈໍານວນ ລົງ; • ສ້າງກົນໄກ ເຄື່ອຂ່າຍການປະສານງານ ແລະ ຮ່ວມ ມືກັບຕ່າງປະເທດ ເພື່ອແລກປ່ຽນບົດຮຽນ ແລະ ລະ ດົມທຶນເພື່ອຈັດຕັ້ງຜັນຂະຫຍາຍແຜນຄຸ້ມຄອງສິ່ງ ແວດລ້ອມແບບຮອບດ້ານ ຂອງແຂວງຄໍາມ່ວນ. • ບັນດາໂຮງງານອຸດສາຫະກຳ,ໂຄງການລົງທຶນ ແລະ ກິດຈະກຳຕ່າງໆຕ້ອງມີການປະເມີນຜົນກະທົບແລະ ແຜນຄຸ້ມຄອງສິ່ງແວດລ້ອມ ໃຫ້ໄດ້ 90%; • ຕິດຕາມກວດກາມົນລະພິດ ທາງດິນ, ນໍ້າ ແລະ ອາ ກາດ ຂອງໂຮງງານອຸດສາຫະກໍາ ແລະ ໂຄງການລົງ ທຶນຕ່າງໆໃຫ້ໄດ້ 80%; •ບັງຄັບໃຊ້ນິຕິກໍາ ເພື່ອຄຸ້ມຄອງການນໍາໃຊ້ສານເຄມີ ໃນວຽກງານຜະລິດກະສິກໍາ, ປຸງແຕ່ງແຫ່ທາດ ເພື່ອ ປົກປ້ອງສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ; • ສ້າງຄວາມເຂັ້ມແຂງທາງດ້ານບຸກຄະລາກອນ; • ປູກຈິດສໍານຶກໃຫ້ທຸກພາກສ່ວນມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ອັນຕະລາຍ, ຜົນຮ້າຍຂອງມົນລະ ພິດທາງນໍ້າ,ດິນ,ອາກາດບັນດາຕົວເມືອງທົ່ວແຂວງ ຄໍາມ່ວນ; • ສ້າງແຜນ ແລະ ຖານຂໍ້ມູນ ກ່ຽວກັບ ໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດຂອງແຂວງໃຫ້ໄດ້; • ສົ່ງເສີມການຄຸ້ມຄອງສິ່ງແວດລ້ອມ ເພື່ອປ້ອງກັນ ການເຊາະເຈື່ອນຕາຝັັ່ງແມ່ນໍ້າຂອງ ຂອງເມືອງຫີນ ບູນ, ເມືອງ ທ່າແຂກ ແລະ ເມືອງ ໜອງບົກ.
21.
17 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ກອງປະຊຸມ ປຶກສາຫາລື
ແລະ ຜ່ານຮ່າງໂຄງຮ່າງ ຍຸດ ທະສາດ ແລະ ແຜນດໍາເນີນງານ ຂຽວ ສະອາດ ງາມຕາ ກອງປະຊຸມປຶກສາຫາລື ແລະ ຜ່ານໂຄງຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານ ຂຽວສະອາດ ງາມຕາ ຄັ້ງທີ I ຮ່ວມກັບຄະນະທີມງານວິຊາການຮັບຜິດຊອບ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 19 ມີນາ 2019, ເວລາ 8:30 ໂມງ, ພາຍໃຕ້ການເປັນປະທານຂອງ ທ່ານ ໂລນຄໍາ ອາດສະນາວົງ ຫົວໜ້າກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ.ກອງປະຊຸມຄັ້ງນີ້ ປະກອບມີຫົວໜ້າພະແນກ,ຮອງຫົວໜ້າພະແນກ,ວິຊາການຮັບ ຜິດຊອບ ພາຍໃນ ກສສ ແລະ ກົມ, ກອງ ກ່ຽວຂ້ອງພາຍໃນ ກຊສ ເຂົ້າຮ່ວມລວມທັງໝົດມີ 20 ທ່ານ. ຈຸດປະສົງ ເພື່ອປຶກສາຫາລື ແລະ ປະກອບຄໍາຄິດເຫັນໃສ່ໂຄງຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານ ຂຽວ ສະອາດ ງາມຕາ,ເພື່ອຄວາມເປັນເອກະພາບຂອງບັນດາທີມງານວິຊາການຮັບຜິິດຊອບ ຕໍ່ຮ່າງຍຸດທະສາດ ແລະ ແຜນ ດໍາເນີນງານດັ່ງກ່າວ,ເພື່ອປຶກສາຫາລືແລະກໍານົດແຜນງານໃນຕໍ່ໜ້າໃນການຮ່າງຍຸດທະສາດແລະແຜນດໍາ ເນີນງານ ຂຽວ ສະອາດ ງາມຕາ. ທ່ານໂລນຄໍາ ອາດສະນາວົງ, ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ສະເໜີ ກ່ຽວກັບ ຈຸດປະສົງ, ຄວາມສໍາຄັນໃນການຈັດຕັ້ງປະ ຕິບັດວຽກງານ ຂຽວ ສະອາດ ງາມຕາ ແລະ ບັນດານະໂຍບາຍ, ທິດທາງແຜນການຂອງລັດຖະບານ ກໍ່ຄືຂອງກະຊວງ ທີ່ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ຮັກການພັດທະນາ ຈຶ່ງໄດ້ຮຽກຮ້ອງໃຫ້ຄະນະທີມງານວິຊາ ການຮັບຜິດຊອບ ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ຶອຄວາມເປັນເອກະພາບຕໍ່ ຮ່າງ ຍຸດທະສາດ ແລະ ແຜນດໍາ ເນີນງານ ຂຽວ ສະອາດ ງາມຕາ ໃຫ້ມີປະສິດທິຜົນ ແລະ ມີຜົນສໍາເລັດສູງ, ທ່ານ ນາງ ໄຂ່ແກ້ວ ຈັນທະວີສຸກ, ຮອງຫົວໜ້າພະແນກສິ່ງແວດລ້ອມທໍາມະຊາດ ໄດ້ສະເໜີ ຄວາມເປັນມາ ແລະ ແນວຄວາມຄິດ ທີ່ຕິດພັນກັບ ບັນດາກົນໄກ ແລະ ເຄື່ອງມື ກ່ຽວກັບ ການກຽມພ້ອມ ໃນການຮ່າງຍຸດທະສາດ ແລະ ແຜນດໍາເນີນງານ ແລະ ພ້ອມດຽວກັນນັ້ນ ໄດ້ສະເໜີ ຮ່າງຍຸດທະສາດ ແລະ ແຜນດໍາເນີນງານຂຽວ ສະອາດ ງາມຕາ ເຊິ່ງມີທັງ ໝົດ IV ພາກ ແລະ ໄດ້ສະເໜີໄປຕາມແຕ່ລະພາກ ແລະ ຫົວຂໍ້ ຕາມການສະເໜີຂອງກອງປະຊຸມ. ຫຼັງຈາກ ນັ້ນ, ກອງປະຊຸມ ກໍໄດ້ມີການເປີດກ້ວາງໃຫປຶກສາຫາລື ແລະ ປະກອບຄໍາຄິດເຫັນ ໃສ່ຮ່າງຍຸດທະສາດ ແລະ ແຜນດໍາເນີນງານ ຂຽວ ສະອາດ ງາມຕາດັ່ງນີ້:
22.
18 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ • ຫົວຂໍ້
ແລະ ຊື່ຂອງຮ່າງຍຸດທະສາດ ແລະ ແຜນດໍາ ເນີນງານ ຂຽວ ສະອາດ ງາມຕາ; • ປຶກສາຫາລື ແລະ ປະກອບຄໍາຄິດເຫັນ ຕໍ່ພາກທີ I. ພາກສະເໜີ ປະກອບມີ 02 ຂໍ້ໃຫ່ຍຄື: 1. ສະ ພາບລວມ (ສະພາບເສດຖະກິດ, ສະພາບສັງຄົມ ແລະ ບັນຫາສິ່ງແວດລ້ອມ) ແລະ 2. ສະພາບ ການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ໄລຍະຜ່ານມາ (ດ້ານນະໂຍບາຍ-ນິຕິກໍາ,ດ້ານການ ຈັດຕັ້ງ-ພະນັກງານ, ດ້ານການສະໜອງທຶນ-ວິຊາ ການ ແລະ ດ້ານການຮ່ວມມືກັບສາກົນ-ພາກພື້ນ); • ພາກທີ II, ຍຸດທະສາດ ຂຽວ ສະອາດ ງາມຕາ 10 ປີ ແຕ່ປີ 2020-2030 ປະກອບມີ 02 ຂໍ້ ຄື: 1. ທິດ ທາງລວມ ແລະ 2. ຄວາມໝາຍສູ້ຊົນ; • ພາກທີ III, ແຜນດໍາເນີນງານ ຂຽວ ສະອາດ ງາມຕາ ຄັ້ງທີ I ແຕ່ປິ 2020-2025 ປະກອບມີ 05 ຂໍ້ໃຫ່ຍຄື: 1. ຈຸດໝາຍລວມ, 2. ຄວາມໝາຍສູ້ຊົນ ຮອດປີ 2025, 3. ແຜນງານບຸລິມະສິດ, 4. ໜ້າວຽກ ແລະ ໂຄງການຈຸດສຸມ ແລະ 5. ການຕິດຕາມກວດກາ ແລະ ການປະເມີນ; •ພາກທີIV,ມາດຕະການຈັດຕັ້ງປະຕິບັດແລະເອກະ ສານອ້າງອີງ. ຜ່ານການສົນທະນາ, ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຕໍ່ໂຄງຮ່າງ ຍຸດທະສາດ ແລະ ແຜນດໍາເນີນງານ ຂຽວ ສະອາດ ງາມຕາ ກອງປະຊຸມ ໄດ້ຕົກລົງເຫັນດີເປັນເອກະພາບ ແລະ ມີຂໍ້ສະເໜີດັ່ງ ລຸ່ມນີ້: • ເຫັນດີເປັນເອກະພາບຕໍ່ຫົວຂໍ້ ແລະ ຊື່ຍຸດທະສາດ 10 ປີ ແຕ່ປີ 2020-2030 ແລະ ແຜນດໍາເນີນງານ ຂຽວ ສະອາດ ງາມຕາ ຄັ້ງທີ I ປີ 2020-2025; • ພາກທີI,ຂໍ້ທີ1.ສະພາບລວມເຫັນດີຕັດຂໍ້ທີ 2ອອກ ແລະຍົກເອົາຂໍ້ທີ2.ສະພາບການຈັດຕັ້ງປະຕິບັດວຽກ ງານ ຂຽວ ສະອາດ ງາມຕາ ໄລຍະຜ່ານມາ ເປັນຂໍ້ ຍ່ອຍ 1.1 ແລະ 1.2 ເພີ່ມຈຸດປະສົງ ແລະ ເປົ້າໝາຍ, 1.3. ບັນດານິຕິກໍາທີ່ກ່ຽວຂ້ອງໃສ່, 1.4. ສະພາບເສດ ຖະກິດ-ສັງຄົມ ເອົາເຂົ້າກັນ ແລະ 1.5. ສະພາບສິ່ງ
23.
19 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ແວດລ້ອມ; • ພາກທີII,ຂໍ້ທີ1.ທິດທາງລວມໂດຍລວມແລ້ວເຫັນ ດີເປັນເອກະພາບ
ແຕ່ສະເໜີໃຫ້ເອົາເນື້ອໃນເຂົ້າໃຫ້ ມີລັກສະນະກວມ ເອົາທັງ ຂຽວ ສະອາດ ງາມຕາ ເພື່ອໃຫ້ຂະແໜງການ ນໍາໄປຈັດຕັ້ງຜັນຂະຫຍາຍ ໄດ້ງ່າຍ ແລະ ຂໍ້ທີ 2. ຄາດມາຍສູ້ຊົນເຫັນດີໃຫ້ເພີ່ມ ຄາດໝາຍ ແລະ ຕົວຊີ້ວັດໃນການຈັດຕັ້ງປະຕິບັດ ຕົວຈິງ 10 ປີຕໍ່ໜ້າ ເພື່ອໃຫ້ສອດຄ່ອງກັບການວາງ ແຜນການເຄື່ີອນໄຫວວຽກງານໄລຍະ 5 ປີ; • ພາກທີ III, ໂດຍລວມເຫັນດີເປັນເອກະພາບ ແຕ່ມີ ບາງຂໍ້ເຫັນດີເພີ່ມເນື້ອໃນໃສ່: ຂໍ້ທີ 2. ຄາດໝາຍສູ້ຊົນ ຮອດປີ 2025 ສະເໜີເອົາເນື້ອໃນຄືກັບພາກທີ II ຂ້າງ ເທິງ ແຕ່ເນື້ອໃນຕ້ອງລະອຽດກ່ອນ, ຕັດຂໍ້ທີ 4, ຂໍ້ທີ 5 ອອກ ແລະ ສ່ວນຂໍ້ທີ 3. ເຫັນດີປ່ຽນເນື້ອໃນແຜນວຽກ ຈຸດສຸມ ຮອດປີ 2025; • ພາກທີ IV, ເຫັນດີໃຫ້ແຍກເປັນ 02 ຂໍ້ໃຫ່ຍຄື: ຂໍ້ທີ 1. ມາດຕະການ ແລະ ຂໍ້ທີ 2. ການຈັດຕັ້ງປະຕິບັດ; • ກອງປະຊຸມ ຕົກລົງເຫັນດີນໍາສະເໜີຕໍ່ລັດຖະມົນຕີ ເພື່ອແຕ່ງຕັ້ງຄະນະທີມງານວິຊາການ ຮັບຜິດຊອບ ວຽກງານ ສ້າງ ແລະ ປັບປຸງ ຍຸດທະສາດ ແລະ ແຜນ ດໍາເນີນງານ ຂຽວ ສະອາດ ງາມຕາ ໂດຍມີພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມຫຼາຍຂະແໜງການ. ຫຼັງຈາກນັ້ນ ປະທານກອງປະຊຸມໄດ້ສະຫຼຸບມີຄໍາເຫັນ ຕໍ່ເນື້ອໃນກອງປະຊຸມ ແລະ ເຫັນດີເປັນເອກະພາບ ຕໍ່ຄໍາສະເໜີຕ່າງໆເຊິ່ງທາງທີມງານວິຊາການຮັບຜິດ ຊອບ ຈະນໍາເອົາຂໍ້ສະເໜີທັງໝົດນີ້ ໄປປຶກສາຫາລື ຕື່ມໃນຂັ້ນຕໍ່ໄປ ແລະ ຈະນໍາສົ່ງ ຮ່າງ ຍຸດທະສາດ ແລະແຜນດໍາເນີນງານດັ່ງກ່າວໃຫ້ບັນດາຜູ້ເຂົ້າຮ່ວມ ມີຄໍາເຫັນເພີ່ມເຕີມ ແລະ ຢັ້ງຢືນຄືນ ເພື່ອເປັນຂໍ້ມູນ ພື້ນຖານໃຫ້ແກ່ກອງປະຊຸມຄັ້ງຕໍ່ໄປ.
24.
20 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ກອງປະຊຸມປຶກສາຫາລືຜ່ານຮ່າງບົົດລາຍງານສະ ພາບສິ່ງແວດລ້ອມແຫ່ງຊາດ ໃນລະຫວ່າງວັນທີ 8-12
ເມສາ 2019 ພະແນກ ປະເມີນສະພາບແວດລ້ອມ,ກສສ ໄດ້ຈັດກອງປະຊຸມ ປຶກສາຫາລືຜ່ານຮ່າງບົດລາຍງານ ສະພາບສິ່ງແວດ ລ້ອມແຫ່ງຊາດ ປີ 2018 ທີ່ຫ້ອງປະຊຸມຂະແໜງ ສິ່ງແວດລ້ອມ ໂດຍການເປັນປະທານຂອງ ທ່ານ ສິງສະຫວັນສິງກາວົງໄຊຮອງຫົວໜ້າກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ,ເຊິ່ງມີຜູ້ເຂົ້າຮ່ວມຈາກບັນ ດາພະແນກພາຍໃນ ກສສ ລວມທັງໝົດ 40 ທ່ານ. ຈຸດປະສົງ ເພື່ອປະກອບຄໍາຄິດເຫັນໃສ່ ຮ່າງບົດລາຍ ງານສະພາບສິ່ງແວດລ້ອມແຫ່ງຊາດ ປີ 2018 ພ້ອມ ທັງເປັນການຢືນຢັນຄວາມຖືກຕ້ອງ ແລະ ຄວາມຊັດ ເຈນຂອງຂໍ້ມູນທີ່ຕິດພັນກັບແຕ່ລະຂະແໜງການ. ກອງປະຊຸມໄດ້ຮັບຟັງການນໍາສະເໜີ ໂຄງສ້າງ ແລະ ເນື້ອໃນ ຂອງບົດລາຍງານດັ່ງກ່າວ ພ້ອມດ້ວຍປຶກສາ ຫາລື ແລະ ປະກອບຄຳຄິດເຫັນໃສ່ແຕ່ລະພາກ ໃຫ້ມີຄວາມເປັນເອກກະພາບກັນໃນບົດລາຍງານດັ່ງ ກ່າວປະກອບມີ 3 ພາກ ຄື: ພາກທີ 1 ສະພາບທົ່ວ ໄປຂອງສປປລາວ ປະກອບມີຂໍ້ມູນດ້ານພູມສັນຖານ, ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ; ພາກທີ 2 ບັນຫາສິ່ງແວດລ້ອມ ປະ ກອບມີ ຂີ້ເຫຍື້ອ, ຄຸນນະພາບນໍ້າ, ຄຸນນະພາບອາ
25.
21 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ກາດ, ສານເຄມີຕົກຄ້າງໃນດິນກະສິກຳ,
ການປົກຫຸ້ມ ຂອງເນື້ອທີ່ປ່າໄມ້, ຊີວະນາໆພັນ ແລະ ການປັບຕົວ ເຂົ້າກັບການປ່ຽນແປງດິນຟ້າອາກາດ; ພາກທີ 3 ສະຫຼຸບ ບັນຫາສິ່ງແວດລ້ອມ ແລະ ຂໍ້ສະເໜີຕໍ່ລັດຖະ ບານ. ຜ່ານການປຶກສາຫາລື ສາມາດສັງລວມຈຸດທີ່ ຄວນປັບປຸງໄດ້ດັ່ງນີ້: ພາກທີ 1: ສະພາບລວມໃຫ້ມີທີ່ຕັ້ງພູມສັນຖານ, ອະ ທິບາຍເຖິງຄວາມອຸດົມສົມບູນຂອງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ພາບລວມແຜນພັດ ທະນາເສດຖະກິດ-ສັງຄົມ ແຕ່ປີ 2016-2020 ແລະ ບັນຫາສິ່ງແວດລ້ອມທີ່ເຄັ່ງຮ້ອນເຫັນໄດ້ຊັດເຈນ; ເພີ່ມພາກທີ 2: ວິທີການໃນການວິເຄາະ ກອງປະຊຸມ ເຫັນດີເປັນເອກະພາບໃຫ້ປະກອບການວິເຄາະຂໍ້ມູນ ທີ່ໄດ້ສັງລວມ, ບັນດາເຄື່ອງມືວິເຄາະ DPSIR ແລະ ການອະທິບາຍຂໍ້ມູນ ໃຫ້ເຫັນພາບຢ່າງຊັດເຈນ; ເລື່ອນຫົວຂໍ້ພາກທີ 2 ມາເປັນ ພາກທີ 3: ກໍານົດບັນ ຫາຕາມຕາຕະລາງ DPSIR ອະທິບາຍເນື້ອໃນໃຫ້ ສອດຄ່ອງກັບບັນຫາທີ່ໄດ້ກໍານົດໄວ້ແລ້ວນັ້ນ ເພື່ອ ໃຫ້ໄປຕາມກອບຂອງຮູບແບບຂອງການວິເຄາະ; ເລື່ອນຫົວຂໍ້ພາກທີ 3 ມາເປັນພາກທີ 4: ສະຫຼຸບ ບັນຫາສິ່ງແວດລ້ອມ ແລະ ຂໍ້ສະເໜີຕໍ່ລັດຖະບານ. ຄໍາເຫັນເພີມເຕີມ: • ຜັນຂະຫຍາຍນະໂຍບາຍ, ຍຸດທະສາດ, ກົດໝາຍ ທີ່ຕິດພັນກັບສະພາບສິ່ງແວດລ້ອມ ເພື່ອໃຫ້ທັນ ກັບໄພພິບັດທີ່ອາດຈະເກີດຂຶ້ນ; • ນໍາສະເໜີປັບປຸງແບບຟອມ ໃນການເກັບກໍາຂ້ມູນ ເພື່ອໃຫ້ມີຄວາມສອດຄ່ອງກັບບັນດາຂະແໜງການ ແລະ ງ່າຍຕໍ່ກັບການສັງລວມບັນດາຂໍ້ມູນທີ່ຕິດພັນ ກັບສິ່ງແວດລ້ອມ. ວຽກງານໃນຕໍ່ໜ້າ ຫຼັງຈາກໄດ້ມີ ການປັບປຸງໂຄງຮ່າງ ແລະ ເນື້ອໃນທີ່ເຫັນດີຕາມກອງ ປະຊຸມຄັ້ງນີ້ແລ້ວ ໃຫ້ມີການກະກຽມເປີດກອງປະຊຸມ ປຶກສາຫາລື ຜ່ານເນື້ອໃນ ແລະ ຂໍ້ມູນໃນຮ່າງບົດລາຍ ງານສະພາບສິ່ງແວດລ້ອມແຫ່ງຊາດ ພາຍໃນກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມຕື່ມອີກ.
26.
22 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ກອງປະຊຸມປຶກສາຫາລື
ກ່ຽວກັບ ການສ້າງສວນພຶກສາ ສາດຫ້ວຍຍາງ-ດົງມາກຄາຍ ແລະ ລົງສຳຫຼວດປັກຫຼັກ ໝາຍເຂດແດນ ໃນວັນທີ 15 ມີນາ 2019 ທີ່ຫ້ອງປະຊຸມ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການສ້າງສວນ ພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ໂດຍການເປັນ ປະທານ ຂອງທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່່ງແວດ ລ້ອມ ແລະ ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ, ວ່າການອະທິການບໍດີມະຫາວິທະຍາ ໄລແຫ່ງຊາດ, ຮັກສາການຫົວໜ້າຫ້ອງການ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຄະນະບໍດີຄະນະວິທະຍາສາດປ່າໄມ້, ບັນດາຫົວໜ້າ ກົມ, ຮອງຫົວໜ້າກົມ ຈາກກະຊວງ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ສາທາລະ ນະສຸກ ແລະ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມ ຈໍານວນ23ທ່ານ.ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບ ການສ້າງສວນພຶກສາ ສາດ ລວມທັງການພິິຈາລະນາ ນໍາເນື້ອທີ່ ສໍາລັບສ້າງ ສວນປູກພັນພືດຢາພື້ນເມືອງປະເພດຕ່າງໆ ເຊິ່ງສະ ເໜີໂດຍ ກະຊວງສາທາລະນະສຸກ ໃຫ້ເປັນຮູບປະທໍາ ເຊິ່ງໃນເດືອນມິຖຸນາ 2018, ທ່ານ ບຸນຍັງ
27.
23 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ວໍລະຈິດ, ເລຂາທິການໃຫ່ຍ,
ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເປີດສວນດັ່ງກ່າວຢ່າງເປັນ ທາງການແລ້ວ. ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບບັນຫາສຳຄັນຕ່າງໆດັ່ງລຸ່ມນີ້: 1. ແຜນພັດທະນາສວນພຶກສາສາດ ໂດຍ ທ່ານ ປອ. ສົມຫວັງ ພິມມະລາວົງ. ຫົວໜ້າ ໂຄງການ FFS LENS, ຄະນະວິທະຍາສາດປ່າໄມ້; 2. ການກະກຽມ ເບ້ຍໄມ້ສໍາລັບການປູກ ໃນວັນທີ 1 ມິຖຸນາ 2019 ສະເໜີໂດຍ ທ່ານ ສົມຫວັງ ສີຫາລາດ ຫົວໜ້າ ພະແນກ ສົ່ງເສີມປູກໄມ້ ແລະ ຟື້ນຟູປ່າ, ກົມປ່າໄມ້; 3. ການກະກຽມ ສ້າງສວນປູກພັນພືດຢາພື້ນເມືອງ ສະເໜີໂດຍທ່ານຮສ.ດຣ.ກອງມະນີສີດາລາສະຖາ ບັນການແພດຢາພື້ນເມືອງ, ກະຊວງ ສະທາະນະສຸກ. ກອງປະຊຸມໄດ້ປຶກສາຫາລືຢ່າງກົງໄປກົງມາ ເຊິ່ງໃນ ຕອນທ້າຍ ທ່ານລັດຖະມົນຕີ ໄດ້ມີທິດຊີ້ນໍາດັ່ງນີ້: 1. ເຫັນດີ ໃຫ້ຄະນະວິທະຍາສາດປ່າໄມ້ ປັບປຸງແຜນ ສ້າງສວນພຶກສາສາດ ໃນເນື້ອທີ່ 80 ເຮັກ; 2. ເຫັນດີ ມອບດິນ 50 ເຮັກຕ້າ ໃຫ້ກະຊວງສາທາ ລະນະສຸກ ໃນການສ້າງສວນປູກພັນພືດຢາພື້ນເມືອງ ທີ່ນອນໃນເຂດ 268 ເຮັກຕ້າ; 3. ເຫັນດີໃຫ້ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ກະກຽມປູກຕົ້ນໄມ້ໃນເຂດພື້ນທີ່ ທີ່ໄດ້ຈັດສັນນອກ ເໜືອຈາກ 80 ແລະ 50 ເຮັກຕານັ້ນ; 4. ມອບໃຫ້ ທ່ານຮສ.ດຣ. ກອງມະນີ ສີດາລາ ສະຖາ ບັນການແພດຢາພື້ນເມືອງ, ກະຊວງ ສະທາະນະສຸກ, ທ່ານ ປອ ສົມຫວັງ ພິມມະລາວົງ ຫົວໜ້າ ໂຄງການ FFS LENS, ທ່ານ ສົມຫວັງ ສີຫາລາດ ຫົວໜ້າ ພະແນກ ສົ່ງເສີມປູກໄມ້ ແລະ ຟື້ນຟູປ່າ, ກົມປ່າໄມ້, ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າ ກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ ແລະ ທ່ານ ອານົງ ພົມມະຈັນ,ຮອງຫົວໜ້າກົມທີ່ດິນປະສານສົມທົບກັນ ເພື່ອລົງໄປສໍາຫຼວດ-ຈັດສັນພື້ນທີ່ຕົວຈິງ ພ້ອມທັງກໍາ ນົດເຂດພື້ນທີ່ຈະພັດທະນາໃຫ້ຈະແຈ້ງ ພາຍໃນ 2
28.
24 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ອາທິດ ແລະ
ມາລາຍງານຄືນ; 5. ໃຫ້ແຕ່ລະພາກສ່ວນກະກຽມຄວາມພ້ອມ ໃຫ້ສາ ມາດຈັດພິທີປູກຕົ້ນໄມ້ ໃນວັນທີ 1 ມິຖຸນາ 2019 ນີ້. ຫຼັງຈາກນັ້ນ, ໃນວັນທີ 3 ພຶດສະພາ 2019 ບັນດາ ພາກສ່ວນທີ່ກ່ຽວຂ້ອງລວມມີ ກສສ, ກົມທີ່ດິນ, ກົມ ປ່າໄມ້, ຄະນະວິທະຍາສາດປ່າໄມ້(ມຊ), ສະຖາບັນ ການແພດຢາພື້ນເມືອງ ໄດ້ລົງສຳຫຼວດພື້ນທີ່ ເພື່ອ ປັກຫຼັກໝາຍເຂດແດນກຳນົດເຂດ ພັດທະນາສວນ ພຶກສາສາດໂດຍໄດ້ແບ່ງປັນເຂດແດນຕາມຜົນກອບ ປະຊຸມ ໃນວັນທີ 15 ມີນາ 2019.
29.
25 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ກອງປະຊຸມ ກະກຽມ
ດ້ານວິຊາການ ກ່ອນກອງປະຊຸມ ເຜີຍແຜ່ແລະຝຶກອົບຮົມສ້າງຄວາມເຂັ້ມແຂງກ່ຽວກັບ ວຽກງານການປະເມີນສິ່ງແວດລ້ອມ ແບບຍຸດທະສາດ (SEA) ໃນວັນທີ 20 ພຶດສະພາ 2019 ກົມສົ່ງເສີມຄຸນນະ ພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທໍາມະ ຊາດ ແລະ ສີ່ງແວດລ້ອມ ໄດ້ຈັດກອງປະຊຸມ ກະກຽມ ດ້ານວິຊາການ ກ່ອນກອງປະຊຸມເຜີຍແຜ່ ແລະ ຝຶກ ອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບ ວຽກງານການ ປະເມີນສິ່ງແວດລ້ອມແບບຍຸດທະສາດ (SEA) ຂຶ້ນ ທີ່ຫ້ອງປະຊຸມຂະແໜງສິ່ງແວດລ້ອມ,ກົມສີ່ງເສີມຄຸນ ນະພາບສິ່ງແວດລ້ອມ ໂດຍການເປັນປະທານ ຂອງ ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມສົ່ງ ເສີມຄຸນນະພາບສີ່ງແວດລ້ອມ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ ວິຊາການຈາກຂະແໜງການຕ່າງໆ ເຂົ້າຮ່ວມ, ເຊິ່ງມີ ຜູ້ເຂົ້າຮ່ວມທັງໝົດຈໍານວນ 12 ທ່ານ. ຈຸດປະສົງຕົ້ນ ຕໍຂອງກອງປະຊຸມ ແມ່ນເພື່ອກະກຽມດ້ານວິຊາການ ກ່ອນກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມສ້າງຄວາມ ເຂັ້ມແຂງ ກ່ຽວກັບ ວຽກງານການປະເມີນສິ່ງແວດ ລ້ອມແບບຍຸດທະສາດ (SEA) ເພື່ອເປັນພື້ນຖານ ໃນ ການແຕ່ງເນື້ອໃນບົດສອນ ໃຫ້ມີຄວາມຄົບຖ້ວນສົມ ບູນ ກ່ອນຈະນໍາສະເໜີ ຈັດກອງປະຊຸມຝຶກອົບຮົມ
30.
26 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ວິຊາການຂັ້ນຕໍ່ໄປ. ພາຍຫຼັງທ່ານປະທານກອງປະ ຊຸມໄດ້ກ່າວເປີດກອງປະຊຸມແລ້ວທີ່ປະຊຸມໄດ້ຮັບຟັງ ການສະເໜີຂອງພະນັກງານວິຊາການທີ່ຮັບຜິດຊອບ ວຽກງານການປະເມີນສີ່ງແວດລ້ອມແບບຍຸດທະ ສາດ
ແລະ ໄດ້ຍົກເອົາບັນຫາທີ່ມີຄວາມສໍາຄັນຂຶ້ນ ມາປຶກສາຫາລື ແລະ ແລກປ່ຽນບົດຮຽນ ເພື່ອເປັນ ທິດທາງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊິ່ງສາມາດຕົກລົງເຫັນດີເປັນເອກະພາບດັ່ງລຸ່ມນີ້: 1. ສະເໜີໃຫ້ມີການສ້າງຫຼັກສູດຂອງການຝຶກອົບຮົມ ໂດຍແບ່ງອອກເປັນໜ່ວຍກິດ; 2. ສະເໜີເຮັດຂໍ້ຕົກລົງແຕ່ງຕັ້ງເປັນທີມງານ ຮັບຜິດ ຊອບເພື່ອພັດທະນາຫຼັກສູດການຝຶກອົບຮົມ; 3. ຫຼັງຈາກສໍາເລັດການກະກຽມເປັນຫຼັກສູດແລ້ວ ໃຫ້ ບັນດາວິທະຍາກອນຫຼືຄູຝຶກມາປຶກສາຫາລືກັນກ່ອນ ພ້ອມທັງກໍານົດກຸ່ມເປົ້າໝາຍຂອງການຝຶກອົບຮົມ; 4. ສະເໜີໃຫ້ກໍານົດເພີ່ມຜູ້ຕາງໜ້າ ຈາກກົມນະໂຍ ບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຕາງໜ້າຈາກກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າມາຮ່ວມໃນການສ້າງຫຼັກສູດຂອງການຝຶກອົບ ຮົມຕື່ມອີກ.
31.
27 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ກອງປະຊຸມ ເຜີຍແຜ່ເນື້ອໃນ
ແລະ ກະກຽມ ຈັດຕັ້ງປະ ຕິບັດ ວິໄສທັດ ຮອດປີ 2030, ຍຸດທະສາດ (2018- 2025) ແລະ ແຜນດໍາເນີນງານ ແຫ່ງຊາດ ຄັ້ງທີ I (2018-2020) ຢູ່ຂັ້ນທ້ອງຖິ່ນດ້ານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງ ດິນຟ້າອາກາດ ໃນວັນທີ 07 ພຶດສະພາ ຫາ ວັນທີ 17 ມິຖຸນາ 2019 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ຈັດກອງ ປະຊຸມເຜີຍແຜ່ເນື້ອໃນແລະກະກຽມຈັດຕັ້ງປະຕິບັດວິໄສທັດຮອດປີ2030,ຍຸດທະສາດ(2018-2025)ແລະ ແຜນດໍາເນີນງານ ແຫ່ງຊາດ ຄັ້ງທີ I ( 2018-2020) ດ້ານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ເຊິ່ງໄດ້ຈັດຂຶ້ນ ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ ແລະ ນະຄອນປາກເຊ, ແຂວງ ຈຳປາສັກ ໂດຍການເປັນປະທານຮ່ວມຂອງຄະນະກົມສົ່ງເສີມຄຸນນະພາໍບສິ່ງ ແວດລ້ອມ, ຄະນະພະແນຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຊິ່ງມີຜູ້ເຂົ້້າຮ່ວມຈາກ ກົມນິຕິກໍາ, ກຊສ, ບັນດາພະແນກການອ້ອມຂ້າງແຂວງ, ບັນດາຫ້ອງການອ້ອມຂ້າງເມືອງ ແລະ ວິຊາການ ຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ 92 ທ່ານ. ຈຸດປະສົງເພື່ອເຜີຍແຜ່ ເນື້ອໃນ ແລະ ກະກຽມຈັດຕັ້ງປະຕິບັດ ວິໄສທັດທັດ ຮອດປີ 2030, ຍຸດທະສາດ (2018-2025) ແລະ ແຜນດໍາເນີນງານ ແຫ່ງຊາດ ຄັ້ງທີ I (2018-2020) ດ້ານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ແລະ ການ ປ່ຽນແປງດິນຟ້າອາກາດ ໃຫ້ບັນດາແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ. ໃນກອງປະຊຸມໄດ້ຟັງການນໍາສະ ເໜີບັນດາໜ້າວຽກທີ່ ກສສ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຊິ່ງປະກອບມີ: ວຽກງານສຶກສາສິ່ງແວດ ລ້ອມ, ວຽກງານສ້າງຈິດສໍານຶກດ້ານສິ່ງແວດລ້ອມ ແລະ ວຽກງານເຄືອຂ່າຍ-ຂ່າວສານ, ຫຼັງຈາກນັ້ນກໍ່ໄດ້ນໍາ ສະເໜີ ວິໄສທັດທັດ ຮອດປີ 2030, ຍຸດທະສາດ (2018-2025) ແລະ ແຜນດໍາເນີນງານ ແຫ່ງຊາດ ຄັ້ງທີ
32.
28 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ I (2018-2020)
ດ້ານການສຶກສາ ແລະ ສ້າງຈິດ ສໍານຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນ ຟ້າອາກາດ ແລະ ໄດ້ມີການປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດ 5 ແຜນງານ ແລະ 15 ໂຄງການ ບູລິມະສິດ. ສໍາລັບງົບປະມານໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ແມ່ນສະເໜີໃຫ້ບັນດາຂະແໜງ ການທີ່ກ່ຽວຂ້ອງຂອງແຕ່ລະແຂວງ ຂຽນບົດສະເໜີ ໂຄງການ ໂດຍອີງໃສ່ ໂຄງການບູລິມະສິດ ທີ່ນອນ ຢູ່ໃນຍຸດທະສາດດັ່ງກ່າວ ເພື່ອນໍາສະເໜີຫາກອງທຶນ ປົກປັກຮັກສາສິ່ງແວດລ້ອມ ແລະ ບັນດາໂຄງການ ຕ່າງໆທີ່ນອນຢູ່ໃນແຕ່ລະແຂວງ.
33.
ເຫດການ 29ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ການລົງກວດກາບັນດາບໍລິສັດທີ່ປຶກສາ ດ້ານສິ່ງແວດ ລ້ອມ
ໃນ ນະຄອນຫຼວງວຽງຈັນ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ,ກົມນະໂຍບາຍຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ,ສະຖາ ບັນຄົ້ນຄວ້າຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແລະ ພະແນກຊັບພະຍາກອນທຳມະຊາດແລະສິ່ງ ແວດລ້ອມນະຄອນຫຼວງວຽງຈັນໄດ້ລົງກວດກາບັນດາບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມໃນລະຫວ່າງເດືອນ ມັງກອນ-ເດືອນມີນາ2019ທີ່ນະຄອນຫຼວງວຽງຈັນ.ຈຸດປະສົງຂອງການລົງກວດກາບໍລິສັດແມ່ນເພື່ອລົງກວດ ກາເບິ່ງສະຖານທີ່ຕັ້ງບໍລິສັດ, ພະນັກງານ ແລະ ອຸປະກອນຮັບໃຊ້ວຽກງານຂອງບໍລິສັດ ເຊິ່ງຜົນໄດ້ຮັບ ແລະ ບັນດາຂໍ້ມູນທີ່ໄດ້ຈາກການລົງກວດກາໃນຄັ້ງນີ້ ແມ່ນຈະໃຊ້ເປັນບ່ອນອີງໃນການພິຈາລະນາອອກໃບອະ ນຸຍາດ ດຳເນີນບໍລິການດ້ານວິຊາການ ກ່ຽວກັບ ສິ່ງແວດລ້ອມ. ລາຍລະອຽດຂອງບັນດາບໍລິສັດມີດັ່ງນີ້: ບໍລິສັດເອັດສ໊ຊີຈໍາກັດຜູ້ດຽວຕັ້ງຢູ່ໜ່ວຍ09,ບ້ານຂົວຫຼວງ,ເມືອງຈັນທະບູລີ,ນະຄອນຫຼວງວຽງຈັນ.ເຊິ່ງແມ່ນ ການລົງທືນຂອງ ທ່ານ ສົມຈິດ ທອງພັນເຮືອງສີ, ອາຍຸ 62 ປີ, ສັນຊາດ ລາວ ມີທືນຈົດທະບຽນທັງໝົດ 1,000,000,000 ກີບ (ໜຶ່ງຕື້ກີບ), ເປັນບໍລິສັດລົງທຶນເອກະຊົນພາຍໃນ 100% ໄດ້ຈັດຂຶ້ນໃບທະບຽນວິສາ ຫະກິດ ຈາກພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ ສະບັບເລກທີ 2123/ຫຈທ, ລົງວັນທີ 24 ກໍລະກົດ2012ແລະໃບຢັ້ງຢືນການມອບພັນທະອາກອນປະຈໍາປີ2017ສະບັບເລກທີ0204ສອ.ນວ,ລົງວັນທີ 28 ທັນວາ 2018. ໃນການຈັດຕັ້ງປະຕິບັດວຽກງານໄລຍະ 02 ປີຜ່ານມາ , ບໍລິສັດໄດ້ສໍາເລັດ 01 ໂຄງການ ຄື ສ້າງບົດລາຍງານການສຶກສາເບື້ອງຕົ້ນ ຂອງໂຄງການໄຟຟ້ານໍ້ານຕົກຂະໜາດນ້ອຍ 15 MW ຫ້ວຍໄຕຣ ເມືອງ ກະລຶມ ແຂວງ ເຊກອງ (ໄດ້ຮັບໃບຢ້ງຢືນ) ແລະ ກໍາລັງສືບຕໍ່ດໍາເນີນການຢູ່ມີ 03 ໂຄງການຄື: (1) ໂຄງການ ໄຟຟ້ານໍ້າຕົກຫ້ວຍສະຫຼາຍ ຢູ່ ເມືອງຕະໂອ້ຍ ແຂວງສະລະວັນ (2) ໂຄງການ ໄຟຟ້ານໍ້າຕົກ ຫ້ວຍຄ, ເມືອງ ອະນຸວົງ ແຂວງ ໄຊສົມບູນ ແລະ ປ 3) ໂຄງການເຂື່ອນໄຟຟ້ານໍ້າຕົກ 15 MN ເຊຂະໝານ -ແກ້ງໃຫ່ຍ ຢູ່ເມືອງໄຊເສດຖາ ແຂວງ ອັດຕະປື. ສໍາລັບເຄື່ອງມືອຸປະກອນຮັບໃຊ້ວຽກງານຂອງບໍລິສັດ ເເມ່ນ ຄົບຖ້ວນຕາມການສະເໜີມາໃນບົດວິພາກເສດຖະກິດ. ບໍລິສັດ ດີເຄ ລາວ ສໍາຫຼວດອອກແບບ ແລະ ກໍ່ສ້າງ ຈໍາກັດຜູ້ດຽວແມ່ນການລົງທຶນຂອງທ່ານສອນເພັດເລືອງຜິວວົງແສນ,ອາຍຸ38ປີ,ສັນຊາດລາວ,ສໍານັກງານ ຕັ້ງຢູ່ບ້ານ ໜອງໄຮ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ ມີທຶນຈົດທະບຽນທັງໝົດ 4,000.000.000 ກີບ (ສີ່ຕື້ກີບ) ໄດ້ຂຶ້ນທະບຽນວິສາຫະກິດຈາກ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ,
34.
ເຫດການ 30 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ສະບັບເລກທີ1145/ຈທວ,ລົງວັນທີ13ພະຈິກ2018 ແລະ ໃບຢັ້ງຢືນການມອບເລກປະຈໍາຕົວ
ຜູ້ເສຍອາ ກອນຈາກກົມສ່ວຍສາອາກອນ, ກະຊວງ ການເງິນ ສະ ບັບເລກທີ 2997/ກສອ, ລົງວັນທີ 22 ມິຖຸນາ 2018. ບໍລິສັດ ອິນໂນກຣີນ ເອັນເຈເນຍລິງ ຈໍາກັດ ຕັ້ງຢູ່ເຮືອນເລກທີ122,ໜ່ວຍ5,ບ້ານດົງປ່າລານທົ່ງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ເຊິ່ງແມ່ນ ການລົງທຶນຂອງທ່ານສົມຫວັງທໍາມະວົງສາອາຍຸ44 ປີ, ສັນຊາດ ລາວ, ມີທຶນຈົດທະບຽນ ທັງໝົດ 1,168,000 ກີບ (ໜຶ່ງຕື້ໜ່ງຮ້ອຍຫົກສິບແປດ ລ້ານ ກີບ). ເປັນບໍລິສັດລົົງທຶນເອກະຊົນ ພາຍໃນ 100% ເພື່ອດໍາເນີນບໍລິການດ້ານວິຊາການ ກ່ຽວກັບ ສິ່ງແວດລ້ອມ ບໍລິສັດໄດ້ຮັບໃບທະບຽນວິສາຫະກິດ ຈາກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ,ກະຊວງ ອຸດສາຫະກໍາ ແລະ ການຄ້າ, ສະບັບເລກທີ 528/ ຈທວ,ລົງວັນທີ23ທັນວາ2014,ໃບທະບຽນອາກອນ ພາຍໃນ, ສະບັບເລກທີ 312 ຊັ້ນ 5, ລົງວັນທີ 10 ເມສາ2017.ບໍລິສັດລາວວິສະວະກຳ,ຕັ້ງຢູ່ບ້ານຂົວ ຫຼວງເໜືອ,ເຮືອນເລກທີ່147/02, ໜ່ວຍ9,ເມືອງຈັນ ທະບູລີ ນະຄອນຫຼວງວຽງຈັນ ເຊິ່ງອໍານວຍການບໍລິ ສັດແມ່ນ ທ່ານ ປະຈິດ ຄຳວຽງງາມ ອາຍຸ 37 ປີ, ສັນ ຊາດລາວ, ມີທຶນຈົດທະບຽນທັງໝົດ 500,000,000 ກີບ(ຫ້າຮ້ອຍຫ້າລ້ານກີບຖ້ວນ)ເປັນບໍລິສັລົງທຶນເອກ ກະຊົນພາຍໃນ 100% ເພື່ອດໍາເນີນການບໍລິການ ດ້ານວິຊາການກ່ຽວກັບສິ່ງແວດລ້ອມ.ບໍລິສັດໄດ້ຮັບ ໃບທະບຽນວິສາຫະກິດ, ຈາກກົມທະບຽນ ແລະ ຄຸ້ມ ຄອງວິສາຫະກິດຈາກກົມທະບຽນແລະຄຸ້ມຄອງວິສາ ຫະກິດ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ສະບັບ ເລກທີ 0234/ຈທວ, ລົງວັນທີ 21 ມີນາ 2017, ໃບຢັ້ງ ຢືນການມອບພັນທະອາກອນປະຈໍາປີ2017,ສະບັບ ເລກທີ 897/ສອ.ນວ, ລົງວັນທີ 14 ສິງຫາ 2018 ແລະ ໃບອານຸຍາດດຳເນີນບໍລິການດ້ານວິຊາການ ກ່ຽວກັບ ສິ່ງແວດລ້ອມ, ສະບັບເກທີ 024/ກຊສ, ລົງວັນທີ 16 ມັງກອນ 2017. ບໍລິສັດ ທີ່ປຶກສາ ສິ່ງແວດລ້ອມ ປະ
35.
ເຫດການ 31ຈົດໝາຍຂ່າວ ມັງກອນ-ມິຖຸນາ 2019 ກສສ ສົມປະສານ ແບບຍືນຍົງ
ຈຳກັດຜູ້ດຽວ, ອໍານວຍການ ແມ່ນ ທ່ານ ແກ້ວຍອດຟ້າ ມີລັດຕະນະແພງ, ອາຍຸ 38 ປີ, ສັນຊາດ ລາວ, ສໍານັກງານຕັ້ງຢູ່ ບ້ານ ຈອມມະນີ, ໜ່ວຍ 81, ຖະໜົນໂພນຕ້ອງ-ໜອງ ໜ່ຽງ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ມີທຶນຈົດທະບຽນທັງໝົດ400.000.000ກີບ(ສີ່ຮ້ອຍ ລ້ານກີບ) ເປັນບໍລິສັດລົງທຶນເອກກະຊົນ ພາຍໃນ 100% ໄດ້ຂຶ້ນທະບຽນວິສາຫະກິດຈາກ ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງ ຈັນ, ສະບັບເລກທີ 0362/ຈທວ, ລົງວັນທີ 28 ເມສາ 2014, ໃບຢັ້ງຢືນ ການມອບເລກປະຈໍາຕົວຜູ້ເສຍອາ ກອນ, ສະບັບເລກທີ 4106/ກງ.ກສອ, ລົງວັນທີ 08 ກໍລະກົດ 2016 ຈາກກົມສ່ວຍສາອາກອນ ແລະ ໃບ ທະບຽນອາກອນພາຍໃນ ສະບັບເລກທີ 2593 ຊັ້ນ 5, ລົງວັນທີ 08 ມິຖຸນາ 2018. ບໍລິສັດ ກຣີນແອນ ເນີຈີ ຈຳກັດຜູ້ດຽວ ແມ່ນການລົງທຶນຂອງ ທ່ານ ຈັນທະລາ ສິງວົງສາ, ອາຍຸ 43 ປີ, ສັນຊາດລາວ, ສໍານັກງານຕັ້ງຢູ່ໜ່ວຍ 10, ບ້ານ ສົມສະຫງ່າ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ມີ ທຶນຈົດທະບຽນທັງໝົດ 450.000.000 ກີບ (ສີ່ຮ້ອຍ ຫ້າສິບລ້ານກີບ) ເປັນບໍລິສັດລົງທຶນເອກະຊົນພາຍ ໃນ 100% ໄດ້ຂຶ້ນທະບຽນວິສາຫະກິດຈາກ ກົມທະ ບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຸດສາຫະ ກໍາ ແລະ ການຄ້າ, ສະບັບເລກທີ 222/ຈທວ, ລົງວັນ ທີ 17 ມີນາ 2016, ໃບຢັ້ງຢືນ ການມອບພັນທະອາ ກອນ ປະຈໍາປີ 2017, ສະບັບເລກທີ 285 ພສອ.ນວ, ລົງວັນທີ 02 ເມສາ 2018 ຈາກພະແນກສ່ວຍສາອາ ກອນ ນະຄອນຫຼວງວຽງຈັນ. ຜ່ານການລົງຕິດຕາມ ກວດກາຕົວຈິງເຫັນວ່າ ຖືກຕ້ອງຕາມເງື່ອນໄຂ ຂອງ ລະບຽບ ໃນການໃຫ້ບໍລິການດ້ານວິຊາການ ກ່ຽວກັບ ສິ່ງແວດລ້ອມ. ເຖິງຢ່າງໃດກໍຕາມ, ທີມງານກວດກາ ບໍລິສັດກໍ ໄດ້ສະເໜີໃຫ້ບໍລິສັດ ເອົາໃຈໃສ່ຈັດຕັ້ງປະຕິ ບັດ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ພ້ອມດຽວກັນນັ້ນ ບໍລິສັດ ຕ້ອງສົ່ງບົດລາຍງານການ ເຄື່ອນໄຫວ ວຽກງານຂອງ ບໍລິສັດ ພາຍຫຼັງໄດ້ຮັບອະ ນຸຍາດດໍາ ເນີນການບໍລິການດ້ານວິຊາການ ກ່ຽວກັບ ສິ່ງແວດລ້ອມ ໃນທຸກໆ 6 ເດືອນ ແລະ ໄລຍະ 2 ປີ ໃຫ້ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ພາກ ສ່ວນທີ່ ກ່ຽວຂອ້ງເພື່ອປະເມີນຄືນ, ພ້ອມດຽວກັນນັ້ນ ບໍລິສັດຕ້ອງມີການພົວພັນ ຂໍຕໍ່ໃບອະນຸຍາດ ກ່ອນ ໝົດກໍານົດ 90 ວັນ ຖ້າກາຍກໍານົດເວລາກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ ຈະອອກແຈ້ງການ ໂຈະ ການເຄື່ອນ ໄຫວຖາວອນຂອງບໍລິສັດດັ່ງກ່າວ ຕາມ ລະບຽບ.