SlideShare a Scribd company logo
Soumettre la recherche
Mettre en ligne
Newsleter iii deqp for print size 265x210l
Signaler
Partager
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
วิชาการ à ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Suivre
•
0 j'aime
•
812 vues
Environnement
NEWS
Lire la suite
Newsleter iii deqp for print size 265x210l
•
0 j'aime
•
812 vues
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
วิชาการ à ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Suivre
Signaler
Partager
Environnement
NEWS
Lire la suite
Newsleter iii deqp for print size 265x210l
1 sur 42
Télécharger maintenant
Recommandé
Newsleter deqp iv par
Newsleter deqp iv
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
385 vues
•
42 diapositives
Newsleter Deep II par
Newsleter Deep II
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
1.1K vues
•
46 diapositives
Newsleter deqp v par
Newsleter deqp v
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
284 vues
•
46 diapositives
Newsleter deqp vi par
Newsleter deqp vi
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
594 vues
•
50 diapositives
Newsleter vii deqp for print size 265x210l par
Newsleter vii deqp for print size 265x210l
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
420 vues
•
80 diapositives
Newsleter doe I par
Newsleter doe I
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
88 vues
•
50 diapositives
Contenu connexe
Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Magazines 06 2021 final par
Magazines 06 2021 final
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
232 vues
•
41 diapositives
Magazines v2 12 2020 par
Magazines v2 12 2020
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
373 vues
•
40 diapositives
Magazines 04 2021 final par
Magazines 04 2021 final
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
198 vues
•
39 diapositives
ຫຼັກການຂຽນຂ່າວພື້ນຖານ 5 w2h par
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
107 vues
•
17 diapositives
ການວິເຄາະ 5 w2h par
ການວິເຄາະ 5 w2h
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
109 vues
•
5 diapositives
ອົງປະກອບ ແລະ ວິທີການຂຽນບົດຄວາມ par
ອົງປະກອບ ແລະ ວິທີການຂຽນບົດຄວາມ
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
549 vues
•
1 diapositive
Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
(17)
Magazines 06 2021 final par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Magazines 06 2021 final
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
232 vues
Magazines v2 12 2020 par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Magazines v2 12 2020
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
373 vues
Magazines 04 2021 final par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Magazines 04 2021 final
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
198 vues
ຫຼັກການຂຽນຂ່າວພື້ນຖານ 5 w2h par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
107 vues
ການວິເຄາະ 5 w2h par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ການວິເຄາະ 5 w2h
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
109 vues
ອົງປະກອບ ແລະ ວິທີການຂຽນບົດຄວາມ par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ອົງປະກອບ ແລະ ວິທີການຂຽນບົດຄວາມ
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
549 vues
Guidelide green-school lao par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Guidelide green-school lao
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
59 vues
Newsleter deqp x par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Newsleter deqp x
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
65 vues
Newsleter deqp xii par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Newsleter deqp xii
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
110 vues
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
181 vues
Newsleter deqp viii par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Newsleter deqp viii
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
431 vues
Newsleter deqp ix par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Newsleter deqp ix
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
300 vues
Move par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Move
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
422 vues
Writingnews par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Writingnews
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
812 vues
Exwritinews par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
Exwritinews
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
366 vues
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
2.1K vues
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•
2.1K vues
Newsleter iii deqp for print size 265x210l
1.
lt[a[mu 3 ,a'dvo{,y45ok 2015 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ld l l ຈົດໝາຍຂ່າວ
3.
ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ ຄະນະຮ່າງ
ແລະ ຮຽບຮຽງ ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າກົມ ທ່ານ ໂລນຄຳ ອາດສະນາວົງ ຮອງຫົວໜ້າກົມ ກວດແກ້ ພະແນກສົ່ງເສີມສິ່ງແວດລ້ອມ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຫົວໜ້າພະແນກ ທ່ານ ນາງ ລັດຕະນາພອນ ອິນທະສານ ຮອງຫົວໜ້າພະແນກ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ ຈັດໜ້າອອກແບບ ທ່ານ ບົວແສງປະເສິດ ພຣະສິດທິເດດ ທ່ານ ກິ່ງທອງ ສິຣິສົມພອນ ຄະນະເກັບກຳຂໍ້ມູນ ທ່ານ ນາງ ສຸກສະຫວັນ ພຸດທະລາດ ທ່ານ ນາງ ເກດສະໄໝ ແກ້ວຫານາມ ທ່ານ ນາງ ອຳໄພວັນ ພົມມະເທບ ທ່ານ ນາງ ນາລິນ ຈະເລີນສຸກ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ບຸນທະວີ ປັນຍານຸວົງ ແຫຼ່ງຂໍ້ມູນ ຂໍຂອບໃຈມາເປັນຢ່າງສູງ ໃນການໃຫ້ຂໍ້ມູນ ໃນການປະກອບສ່ວນສ້າງຈົດໝາຍຂ່າວ ກສສ
5.
ສາລະບານ 1. ສານຂອງພະນະທ່ານ ທອງສິງ ທຳມະວົງ,ນາຍົກລັດຖະມົນຕີ........
1 2. ສານຂອງທ່ານ ອາຊີມ ສະໄຕເນີ, ອົງການສະຫະປະຊາຊາດ........ 4 3. ສານ ຂອງ ທ່ານ ບັນ ຄິ-ມູນ, ເລຂາທິການໃຫ່ຍ, ສະມັດຊາໃຫຍ່.. 5 4. ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 43 ປີ........... 6 5. ຍຸດທະສາດການສຶກສາແລະສ້າງຈິດສຳນຶກ............................12 6. ກອງປະຊຸມປຶກສາຫາລືເພື່ອປັບປຸງຄະນະກໍາມະການຊີ້ນໍາ..........14 7. ການສ້າງຄວາມເຂັ້ມແຂງດ້ານວິຊາການໃນການຄຸ້ມຄອງເຂດດິນ.16 8. ການຝືກອົບຮົມເຂົ້າເຖີງຂໍ້ມູນກ່ຽວກັບວຽກງານສິ່ງແວດລ້ອມ.......18 9. ການຄຸ້ມຄອງປ່າສະຫງວນແບບມີສ່ວນຮ່ວມ............................20 10. ໂຄງການສົ່ງເສີມການສຶກສາສິ່ງແວດລ້ອມແລະການປ່ຽນແປງດິນ ຟ້າອາກາດ ຢູ່ເມືອງ ບົວລະພາ, ແຂວງ ຄຳມ່ວນ.......................... 24 11. ໂຄງການສົ່ງເສີມການສຶກສາສິ່ງແວດລ້ອມແລະການປ່ຽນແປງດິນ ຟ້າອາກາດ ຢູ່ເມືອງ ຫົວເມືອງ, ແຂວງ ຫົວພັນ.............................28 12. ໂຄງການສົ່ງເສີມການສຶກສາສິ່ງແວດລ້ອມແລະການປ່ຽນແປງດິນ ຟ້າອາກາດ ຢູ່ເມືອງ ພຽງ, ແຂວງ ໄຊຍະບູລີ ............................ 32
6.
1 ປະຊຸມ ສານ ຂອງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ
ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມ ໂລກ, ວັນທີ 5 ມິຖຸນາ 2015 ມື້ນີ້, ລັດຖະບານແຫ່ງ ສປປ ລາວ ກໍຄືປະຊາຊົນ ລາວບັນດາເຜົ່າໃນທົ່ວປະເທດ ຮູ້ສຶກພາກພູມ ໃຈເປັນຢ່າງຍິ່ງທີ່ໄດ້ຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸ ນາ 2015 ພາຍໃຕ້ຄຳຂວັນ “ເຈັດຕື້ແຫ່ງຄວາມຝັນ ຢູ່ໃນໂລກໜ່ວຍດຽວກັນ ພວກເຮົາຈົ່ງພ້ອມກັນນໍາ ໃຊ້ຢ່າງຖະນຸຖະໜອມ” ເນື້ອໃນຂອງຄຳຂວັນໃນປີນີ້ ແມ່ນສ່ອງແສງໃຫ້ເຫັນເຖິງການດຳລົງຊີວິດທີ່ດີຂອງ ມວນມະນຸດ, ສິ່ງແວດລ້ອມທີ່ດີ ແລະ ການຂະຫຍາຍ ຕົວດ້ານເສດຖະກິດ ທີ່ໝັ້ນຄົງ, ເຊິ່ງຂຶ້ນກັບຄວາມສາ ມາດໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການປົກປັກຮັກສາ ສິ່ງແວດລ້ອມຂອງໂລກ ແບບຍືນຍົງ. ແຕ່ໃນສະພາບຄວາມເປັນຈິງໃນປັດຈຸ ບັນການຊົມໃຊ້ຊັບພະຍາກອນທໍາມະຊາດຂອງໂລກ ຍັງມີລັກສະນະຟູມເຟືອຍ, ບໍ່ຍືນຍົງ ທັງຂາດການ ເອົາໃຈໃສ່ໃນການຄຸ້ມຄອງທີ່ດີ. ສະນັ້ນ, ການສະ ເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໃນປີນີ້ກໍ່ເປັນປີ ທີ່ສຳຄັນ ເພື່ອປຸກລະດົມຈິດສຳນຶກຂອງທົ່ວປວງຊົນ ລາວ ຮ່ວມແຮງຮ່ວມໃຈກັນປົກປັກຮັກສາໂລກໜ່ວຍ ນີ້ທີ່ພວກເຮົາ ເພິ່ງພາອາໃສຢູ່ຢ່າງຖະນຸຖະໜອມ, ຖືສໍາຄັນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແບບຍືນຍົງ, ແນໃສ່ຮັບປະກັນການພັດທະນາເສດຖະກິດ-ສັງຄົມ ໄດ້ຂະຫຍາຍຕົວຢ່າງໝັ້ນຄົງ,ຕໍ່ເນື່ອງຕາມທິດສີຂຽວ ແລະ ຍືນຍົງນໍາໄປສູ່ການລຶບລ້າງຄວາມທຸກຍາກ ຂອງປະຊາຊົນລາວ. ດັ່ງທີ່ຮູ້ນໍາກັນແລ້ວວ່າ ໂລກເຮົາໄດ້ຮັບສັນ ຍານເຕືອນຢໍ້າເປັນປະຈໍາ ວ່າມະນຸດເຮົາຍັງສືບຕໍ່ຊົມ ໃຊ້ຊັບພະຍາກອນທໍາມະຊາດ ໃນອັດຕາທີ່ສູງ, ແບບ ຟຸມເຟືອຍ, ຂາດການໄລ່ລຽງຜົນໄດ້ຜົນເສຍ ແລະ ບໍ່ຍືນຍົງ ເພື່ອສະໜອງ ດ້ານສະບຽງອາຫານ, ນໍ້າສະ ອາດ, ພະລັງງານ ແລະ ການເຕີບໂຕຂອງເສດຖະກິດ ບວກກັບການເພີ່ມຂຶ້ນສູງຂອງພົນລະເມືອງໂລກ. ທັງ ໝົດນີ້,ໄດ້ກາຍເປັນສາເຫດຫຼັກເຮັດໃຫ້ລະບົບນິເວດ ສິ່ງແວດລ້ອມທໍາມະຊາດພື້ນຖານຂອງໂລກ ມີການ ປ່ຽນແປງໄປທາງລົບ ທີ່ນັບມື້ນັບເພີ່ມທະວີຄວາມຮຸນ ແຮງຂຶ້ນ, ຕໍ່ເນື່ອງ ແລະ ບໍ່ສາມາດຄາດຄະເນລ່ວງ ໜ້າໄດ້. ພວກເຮົາກໍາລັງປະເຊີນໜ້າກັບສະພາບຜົນ ກະທົບທີ່ຮຸນແຮງ ຈາກການປ່ຽນແປງດິນຟ້າ ອາກາດ ໂລກ ເປັນຕົ້ນ: ຝົນບໍ່ຕົກຕາມລະດູການ, ເກີດພາຍຸ ແລະ ໄພພິບັດທາງທຳມະຊາດນັບມື້ຮຸນແຮງ ແລະ ຖີ່ຂຶ້ນ, ບັນດາແຫຼ່ງນໍ້າຕື້ນເຂີນ ແລະ ອື່ນໆ ທີ່ສົ່ງຜົນ ກະທົບທາງລົບຢ່າງໜັກໜ່ວງຕໍ່ເສດຖະກິດ, ຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ, ສຸຂະພາບຂອງມະນຸດ, ຕໍ່ລະບົບນິເວດທໍາມະຊາດ. ສະພາບນໍ້າກ້ອນຢູ່ຂົ້ວ ໂລກ, ພູນໍ້າກ້ອນຖາວອນເປື່ອຍຍັງໄດ້ສົ່ງຜົນກະທົບ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
7.
2 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ການຊົມໃຊ້ ໃນຂະແໜງອຸດສາຫະກໍາປະມານ
22% ແລະ ໃນຂະແໜງກະສິກໍາ 70% ແຕ່ຍ້ອນການຂະ ຫຍາຍຕົວຂອງປະຊາກອນໂລກ ໃນອັດຕາສູງໄດ້ ເຮັດໃຫ້ການຊົມໃຊ້ນໍ້າໃນຄອບຄົວໄດ້ເພີ່ມຂຶ້ນເປັນ ອັນດັບໜຶ່ງແລະຂາດການນຳໃຊ້ຢ່າງມີປະສິດທິຜົນ. ເຖິງຢ່າງໃດກໍດີ ເພື່ອແກ້ໄຂບັນຫາດັ່ງກ່າວປະຊາຄົມ ໂລກ ກໍໄດ້ມີຄວາມພະຍາຍາມສູງ ໃນການປຶກສາ ຫາລື, ລະດົມແນວຄວາມຄິດ ແລະ ຮ່ວມມືກັນຢ່າງ ຈິງຈັງ ໃນການກຳນົດວິໄສທັດຮ່ວມກັນ ກ່ຽວກັບ ຮູບ ແບບການຜະລິດ ແລະ ການບໍລິໂພກແບບຍືນຍົງ ໂດຍສະເພາະໃນກອງປະຊຸມສຸດຍອດໂລກດ້ານ ການພັດທະນາແບບຍືນຍົງໃນປີ 2012 ທີ່ເມືອງ ຣີໂອ ປະເທດ ບຣາຊີນ ໄດ້ມີການຮັບຮອງເອົາເອກະສານ ພາຍໃຕ້ຫົວຂໍ້ວ່າ “ອະນາຄົດທີ່ພວກເຮົາຕ້ອງການ” ຊຶ່ງເປັນທິດທາງດ້ານການພັດທະນາແບບຍືນຍົງ ໃນ ໄລຍະໃໝ່ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2012 ເນື້ອ ໃນຂອງເອກະສານດັ່ງກ່າວ ໄດ້ກຳນົດເອົາຫຼັກການ ເສດຖະກິດສີຂຽວມາເປັນເຄື່ອງມືຂັບເຄື່ອນ ໃຫ້ໂລກ ໄປສູ່ການບັນລຸການພັດທະນາແບບຍືນຍົງ ແລະ ລຶບ ລ້າງຄວາມທຸກຍາກ ພ້ອມທັງໄດ້ຮັບຮອງເອົາແຜນ ງານ 10 ປີ “ດ້ານການບໍລິໂພກ ແລະ ການຜະລິດ ແບບຍືນຍົງ” 2012-2022 ຮັບຮອງເອົາການຈັດຕັ້ງ ປະຕິບັດເປົ້າໝາຍ ການພັດທະນາ ແບບຍືນຍົງພາຍ ຫຼັງປີ 2015 ແທນເປົ້າໝາຍສະຫະສະຫວັດ ເພື່ອ ການພັດທະນາເປັນບ່ອນອີງໃຫ້ປະຊາຄົມໃນທົ່ວ ໂລກ ຈັດຕັ້ງຜັນຂະຫຍາຍໃນລະດັບຊາດ ເພື່ອການ ຫັນປ່ຽນ ຮູບແບບ ແລະ ພຶດຕິກໍາ ໃນການບໍລິໂພກ, ການຜະລິດ, ການປຸງແຕ່ງແບບຍືນຍົງ ແລະ ເປັນມິດ ກັບສິ່ງແວດລ້ອມ. ແຕ່ພວກເຮົາກໍບໍ່ສາມາດບັນລຸຜົນ ສໍາເລັດຕາມເປົ້າໝາຍທີ່ໄດ້ວາງໄວ້ຢ່າງມີປະສິດທິ ຜົນ, ຍ້ອນໂລກຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍ ດ້ານ, ແຕ່ບັນຫາສໍາຄັນທີ່ສຸດກໍ່ຍ້ອນພວກເຮົາຍັງ ຂາດກົນໄກທີ່ເໝາະສົມ ໃນການຍາດແຍ່ງການມີ ຕໍ່ປະລິມານການສະໜອງນໍ້າ ສູ່ສາຍນໍ້າສໍາຄັນຕ່າງໆ ຫຼຸດລົງ ແລະ ລະດັບນໍ້າທະເລເພີ່ມຂຶ້ນ ສົ່ງຜົນກະທົບ ໂດຍກົງຕໍ່ບັນດາປະເທດ ໝູ່ເກາະດອນນ້ອຍໃຫຍ່ທີ່ ຕັ້ງຢູ່ຕາມແຄມຝັ່ງທະເລ ແລະ ມະຫາສະໝຸດຕ່າງໆ. ປັດຈຸບັນ, ມີຫຼັກຖານທາງດ້ານວິທະຍາສາດ ຢັ້ງຢືນຢ່າງຈະແຈ້ງວ່າມະນຸດເຮົາ ໄດ້ນຳໃຊ້ແຫຼ່ງຊັບ ພະຍາກອນທຳມະຊາດ ປະມານ 1,5 ເທົ່າ ຫຼາຍເກີນ ຄວາມສາມາດໂລກ ສະໜອງໃຫ້ໄດ້, ລະບົບນິເວດ ທໍາມະຊາດສໍາຄັນ ໃນລະດັບໂລກຫຼາຍແຫ່ງທີ່ມີບົດ ບາດໃນການປັບຄວາມສົມດູນຂອງລະບົບນິເວດພື້ນ ຖານທາງທໍາມະຊາດ ແລະ ດິນຟ້າອາກາດໂລກ ກຳ ລັງຢູ່ໃນຈຸດທີ່ເຊື່ອມໂຊມທີ່ສຸດເກືອບເຖິງຂັ້ນວິກິດ ການ, ຫຼາຍກວ່າ 60 ເປີເຊັນ ຂອງຜົນປະໂຫຍດທີ່ ເຄີຍໄດ້ຮັບຈາກລະບົບນິເວດໂລກ ໄດ້ເຊື່ອມໂຊມ ລົງ ແລະ ສູນເສຍໄປ. ຮອດປີ 2050 ຖ້າຍັງສືບຕໍ່ນຳ ໃຊ້ ແລະ ຊົມໃຊ້ແບບເກົ່າກັບການເພີ່ມຂຶ້ນຂອງພົນ ລະເມືອງຄາດວ່າຈະຮອດ 9.6 ຕື້ຄົນ ພວກເຮົາຕ້ອງ ການໂລກ 3 ໜ່ວຍເພີ່ມອີກ ເພື່ອຮອງຮັບໃນການດຳ ລົງຊີວິດ ແລະ ການຊົມໃຊ້. ພວກເຮົາຈົ່ງຮັບຮູ້ໄວ້ວ່າ ການຊົມໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ ໃນລະ ດັບຄອບຄົວ ໄດ້ກາຍເປັນບັນຫາທີ່ຈະເພີ່ມທະວີ ຄວາມກົດດັນອັນສໍາຄັນ ໃນການຊົມໃຊ້ພະລັງງານ ແລະ ສ້າງສິ່ງເສດເຫຼືອອັນມະຫາສານອອກສູ່ທໍາມະ ຊາດ. ໃນແຕ່ລະປີມີອາຫານຈາກຄົວເຮືອນປະມານ 1.3 ຕື້ໂຕນ ໄດ້ກາຍເປັນສິ່ງເສດເຫຼືອ, ໃນຂະນະທີ່ ມີປະຊາກອນໂລກເກືອບ 1 ຕື້ຄົນ ຂາດໂພຊະນາ ການ ແລະ ອີກປະມານ 1 ຕື້ຄົນປະເຊີນໜ້າກັບໄພ ອຶດຫີວ. ການນໍາໃຊ້ພະລັງງານຍັງຈະເພີ່ມຂຶ້ນຕື່ມ ປະມານ 35% ໃນປີ 2020 ໃນປະເທດຮັ່ງມີ ຊຶ່ງໃນ ນັ້ນ ແມ່ນການຊົມໃຊ້ພາຍໃນຄອບຄົວ ໄດ້ກາຍມາ ເປັນອັນດັບ 2 ລອງຈາກຂະແໜງການຂົນສົ່ງ. ການ ຊົມໃຊ້ນໍ້າໃນຄອບຄົວຕໍ່າກ່ວາ 8% ເມື່ອສົມທຽບກັບ
8.
3 ປະຊຸມ ສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ນັບແຕ່ລະ ດັບຄອບຄົວຂຶ້ນໄປ ໃນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ
ຢ່າງເປັນເຈົ້າການຮ່ວມກັນ. ຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈເປັນ ຢ່າງຍິ່ງ ທີ່ເຫັນວ່າ ສປປ ລາວ ຍັງເປັນປະເທດທີ່ມີ ສະພາບສິ່ງແວດລ້ອມທີ່ດີ, ຍັງມີຊັບພະຍາກອນທຳ ມະຊາດທີ່ອຸດົມຮັ່ງມີ ເປັນທ່າແຮງໄດ້ປຽບໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດໄດ້ມີຈັງວະ ການເຕີບໂຕທີ່ອຸດົມສົມບູນ ແລະ ໝັ້ນຄົງ, ຕໍ່ເນື່ອງ ແລະ ຍັງສືບໍ່ມີເງື່ອນໄຂ ໃຫ້ພົນລະເມືອງສ່ວນໃຫຍ່ ຂອງປະເທດເຮົາ ໄດ້ນຳໃຊ້ຊັບພະຍາກອນທຳມະ ຊາດເຫຼົ່ານີ້ ເຂົ້າໃນການຜະລິດ ແລະ ການທຳມາຫາ ກິນ ທີ່ມີສາຍກ່ຽວພັນເຊິ່ງກັນ ແລະ ກັນຕັ້ງແຕ່ໃດໆ ມາ. ຕະຫຼອດໄລຍະທີ່ຜ່ານມາ, ພັກ ແລະ ລັດ ພວກ ເຮົາ ໄດ້ມີແນວທາງນະໂຍບາຍທີ່ເໝາະສົມ ໃນການ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກ ສາສິ່ງແວດລ້ອມແບບຍືນຍົງ ຕິດພັນກັບການວາງ ນະໂຍບາຍ ແລະ ຍຸດທະສາດການພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ, ເຂດແຄ້ວນ, ທ້ອງຖິ່ນ ທີ່ ສຸມໃສ່ສົ່ງເສີມຮູບແບບ ແລະ ພຶດຕິກໍາ ໃນການຜະ ລິດ ແລະ ການບໍລິໂພກ ຕາມທິດ ສີຂຽວ ແລະ ຍືນ ຍົງ, ຫັນເສດຖະກິດທຳມະຊາດ-ເຄິ່ງທຳມະຊາດ ໄປ ສູ່ການຜະລິດເປັນສິນຄ້າ ຕາມທິດຫັນເປັນອຸດສະ ຫະກໍາ ແລະ ທັນສະໄໝ, ວາງນະໂຍບາຍມອບດິນ ມອບປ່າ, ຢຸດຕິການຖາງປ່າເຮັດໄຮ່, ນະໂຍບາຍຄ້ຳ ປະກັນດ້ານສະບຽງອາຫານ ແລະ ໂພຊະນາການ, ການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນ ນະບົດຮອບດ້ານນະໂຍບາຍ 3 ສ້າງ ຕິດພັນກັບການ ຊຸກຍູ້ສົ່ງເສີມການລົງທຶນໃສ່ການພັດທະນາເສດຖະ ກິດຕາມທິດທີ່ມີຄວາມໝັ້ນຄົງ, ເຊິ່ງມີທ່າແຮງໄດ້ ປຽບ, ມີຜົນກະທົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມ ແລະ ສັງຄົມ ສົ່ງເສີມໃຫ້ຫຼຸດຜ່ອນຄວາມຊິນເຄີຍໃນຂະ ແໜງການເສດຖະກິດ ແລະ ການທໍາມາຫາກິນທີ່ນຳ ໃຊ້ຊັບພະຍາກອນທຳມະຊາດແບບບໍ່ຍືນຍົງ, ຟູມ ເຟືອຍ ແລະ ກໍ່ໃຫ້ເກີດມີມົນລະພິດ, ພ້ອມທັງໄດ້ວາງ ຄາດໝາຍສູ້ຊົນ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບ ພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດ ລ້ອມ ເປັນຕົ້ນ ຍົກລະດັບເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 65% ໃນປີ 2015 ແລະ 70% ໃນປີ 2020. ທັງໝົດນີ້ ໄດ້ຊີ້ໃຫ້ເຫັນເຖິງຄວາມພະຍາຍາມຂອງ ພັກ-ລັດຖະບານ ໃນການຫັນໂຄງປະກອບການພັດ ທະນາເສດຖະກິດ-ສັງຄົມ ມະຫາພາກກໍ່ຄື: ຈຸລະ ພາກໄປ ຕາມທິດ ສີຂຽວ ແລະ ຍືນຍົງ ເທື່ອລະກ້າວ ຮັບປະກັນໃຫ້ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ບໍ່ບົກແຫ້ງເປັນຈັກເທື່ອຮອດເຊັ່ນລູກເຊັ່ນ ຫຼານ. ໃນໂອກາດອັນສະຫງ່າລາສີນີ້ ໃນນາມລັດ ຖະບານ ແຫ່ງ ສປປ ລາວ, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງ ປະຊາຊົນລາວບັນດາເຜົ່າ, ທຸກພາກສ່ວນທີ່ກ່ຽວ ຂ້ອງທັງພາກລັດ ແລະ ເອກະຊົນ, ທັງຢູ່ສູນກາງ ແລະ ທ້ອງຖິ່ນ ລວມທັງຊາວລາວທີ່ຢູ່ຕ່າງປະເທດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ ໃຫ້ການສະໜັບສະໜູນ, ຮ່ວມມືປະກອບສ່ວນໃນ ວຽກງານ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ແບບຍືນຍົງ, ກໍ່ຄື ການປະກອບສ່ວນເຮັດໃຫ້ຂະແໜງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເຕີບໃຫຍ່ ເຂັ້ມແຂງ ສາມາດປະຕິບັດຫຼ້ອນໜ້າທີ່ການເມືອງ ຂອງຕົນໄດ້. ສຸດທ້າຍນີ້, ຂ້າພະເຈົ້າ ໃນນາມລັດຖະບານ ແຫ່ງ ສປປ ລາວ ຂໍຮຽກຮ້ອງມາຍັງປວງຊົນລາວທັງ ຊາດ, ການຈັດຕັ້ງທັງພາກລັດ ແລະ ເອກະຊົນ ນັບ ແຕ່ສູນກາງ ຈົນຮອດທ້ອງຖີ່ນ ຈົ່ງພ້ອມກັນຖືເອົາໂອ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
9.
4 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ການດຳລົງຊີວິດໃນເງື່ອນ ໄຂໂລກາພິວັດ
ທີ່ຂະຫຍາຍຕົວສູງ, ທີ່ມີປະຊາກອນໂລກ ເຈັດຕື້ຄົນ, ເປັນທີ່ເຂົ້າໃຈຢ່າງງ່າຍດາຍ ວ່າ ການເຄື່ອນໄຫວຂອງແຕ່ລະຄົນ ເປັນພະລັງໜຶ່ງທີ່ສຳຄັນ. ວັນສິ່ງແວດລ້ອມໂລກປະຈຳປີນີ້ເຕືອນໃຫ້ ປະຊາກອນໃນທົ່ວໂລກ ຮັບຮູ້ວ່າທາງເລືອກໃນການດຳລົງຊີວິດຂອງ ແຕ່ລະຄົນ ແມ່ນສາມາດເປັນພະລັງໃນການປ່ຽນແປງໂລກອ້ອມຕົວ ເຮົາໄດ້. ການຕັດສິນໃຈໃນການບໍລິໂພກປະຈຳວັນຂອງແຕ່ລະຄົນ ມາຄູນໃຫ້ຕື້ໆຄົນ, ຈະກໍ່ໃຫ້ເກີດມີຜົນກະທົບຢ່າງມະຫາສານຕໍ່ສິ່ງ ແວດລ້ອມ, ອັນໄດ້ເຮັດໃຫ້ຊັບພະຍາກອນທຳມະຊາດເຊື່ອມໂຊມລົງ ແລະ ສົ່ງຜົນເຮັດໃຫ້ລະບົບປ້ອງກັນຂອງລະບົບນິເວດບອບບາງລົງ. ທັງໝົດບັນຫາເຫຼົ່ານີ້ແມ່ນຂຶ້ນກັບທາງເລືອກໃນການດຳລົງຊີວິດຂອງ ຄົນເຮົາ. ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກປີນີ້ ພາຍໃຕ້ຄຳ ຂວັນ “ເຈັດຕື້ແຫ່ງຄວາມຝັນ ຢູ່ໃນໂລກໜ່ວຍດຽວກັນ ພວກເຮົາຈົ່ງ ພ້ອມກັນນໍາໃຊ້ຢ່າງ ຖະນຸຖະໜອມ Seven Billion Dreams. One Planet. Consume with Care”, ແນໃສ່ປຸກລະດົມໃຫ້ແຕ່ລະຄົນ ເພີ່ມທະວີຄວາມຮັບຜິດຊອບໃນການແກ້ໄຂແຕ່ລະບັນຫາທີ່ຕົນເອງ ກໍ່ຂຶ້ນ ເພື່ອເປັນກຳລັງແຮງສັງລວມໃນທົ່ວໂລກ ແລະ ດຳເນີນການ ພັດທະນາເສດຖະກິດແບບຍືນຍົງເຊິ່ງຈະຊ່ວຍຢັບຢັ້ງ ແລະ ຫຼຸດຜ່ອນ ອັດຕາການຊົມໃຊ້ຊັບພະຍາກອນໃຫ້ໜ້ອຍລົງ. ປະຈຸບັນນີ້, ພຶດຕິກຳໃນການບໍລິໂພກ ແລະ ການຜະລິດທີ່ ບໍ່ຍືນຍົງ ແມ່ນໜຶ່ງໃນສາເຫດຫຼັກທີ່ເຮັດໃຫ້ສິ່ງແວດລ້ອມໂລກສືບຕໍ່ ເຊື່ອມໂຊມລົງ. ຢ່າງບໍ່ຕ້ອງສົງໃສວ່າໃນຊ່ວງໄລຍະ 50 ປີ ທີ່ຜ່ານມາ ນີ້ ໄດ້ກາຍເປັນໄລຍະ “ເຄັ່ງຮ້ອນທີ່ສຸດ” ທີ່ມະນຸດໄດ້ຫັນປ່ຽນການ ພົວພັນຂອງຕົນກັບທຳມະຊາດໂລກ, ເຊິ່ງບໍ່ເຄີຍມີໃນປະຫວັດສາດ ສານຂອງທ່ານ ອາຊີມ ສະໄຕເນີ ຜູ້ອໍາຍວນການໃຫຍ່, ອົງການສະ ຫະປະຊາຊາດ ເພື່ອສິ່ງແວດລ້ອມ ເນື່ອງໃນວັນສິ່ງແວດລ້ອມໂລກ ວັນທີ 5 ມີຖຸນາ 2015 ລ້ອມ ເພື່ອເປັນການປະກອບສ່ວນຮ່ວມແຮງຮ່ວມ ໃຈກັນ ປົກປັກຮັກສາໂລກໃບນີ້ທີ່ພວກເຮົາເພິ່ງພາ ອາໃສຢູ່ຢ່າງຖະນຸຖະໜອມ ໃຫ້ມີຄວາມໝັ້ນຄົງຕະ ຫຼອດໄປ ພ້ອມກັບການສ້າງຂະບວນການປູກຕົ້ນ ໄມ້ຕາມສະຖານທີ່ສໍາຄັນຕ່າງໆ ຢ່າງເປັນເຈົ້າການ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ເພື່ອເພີ່ມທະວີການສົ່ງເສີມຄຸນນະພາບສິ່ງ ແວດລ້ອມຕົວເມືອງໃຫ້ບັນລຸຕາມທິດ: “ຂຽວ ສະ ອາດ ງາມຕາ”. ກາດທີ່ສຳຄັນນີ້ ດໍາເນີນການສື່ສານ ແລະ ປຸກລະ ດົມຈິດສໍານຶກ ທົ່ວປວງຊົນລາວບັນດາເຜົ່າໃຫ້ມີຈິດ ໃຈຮັກທຳມະຊາດ, ພ້ອມກັນປົກປັກຮັກສາ ແລະ ເອົາໃຈໃສ່ ຖະນຸຖະໜອມຄວາມອຸດົມຮັ່ງມີທີ່ລໍ້າຄ່າ ຂອງຊັບພະຍາກອນທໍາມະຊາດເຫຼົ່ານີ້ ໂດຍໃຫ້ເລີ່ມ ຈາກຕົນເອງ, ລະດັບຄອບຄົວ ແລະ ການຈັດຕັ້ງຂຶ້ນ ໄປ ພ້ອມກັນຫັນປ່ຽນຮູບແບບ ແລະ ຄວາມຊິນເຄີຍ ໃນການບໍລິໂພກ ແລະ ນຳໃຊ້ເຮັດໃຫ້ການຜະລິດໄປ ຕາມທິດສີຂຽວ, ຍືນຍົງ ແລະ ເປັນມິດກັບ ສິ່ງແວດ
10.
5 ປະຊຸມ ໂລກ, ອັນໄດ້ເຮັດໃຫ້ການນຳໃຊ້ ຊັບພະຍາກອນທຳມະຊາດ ເພີ່ມ ຂຶ້ນຢ່າງມະຫາສານ
ແລະ ນຳໄປສູ່ ການເຊື່ອມໂຊມລົງ ຂອງສິ່ງແວດ ລ້ອມໂລກ. ພວກເຮົາຄວນຖາມຕົນ ເອງວ່າຜົນທີ່ຕາມມາ ຈາກການບໍ ລິໂພກເພີ່ມຂຶ້ນ ແລະ ການເຕີບໂຕ ຂອງປະຊາກອນໂລກ ທີ່ຄາດຄະເນ ຈະເພີ່ມຂຶ້ນ 9 ຕື້ ໃນປີ 2050. ພາຍ ໃຕ້ທ່າອ່ຽງໃນປະຈຸບັນນີ້, ຄວາມ ຮຽກຮ້ອງຕ້ອງການ ໃນການຂຸດຄົ້ນ ຊັບພະຍາກອນທຳມະຊາດຈະເພີ່ມ ຂື້ນ 140 ຕື້ໂຕນ ໃນປີ 2050, ເມື່ອສົມທຽບໃສ່ປີ 1900 ມີພຽງແຕ່ 7 ຕື້ໂຕນເທົ່ານັ້ນ. ທັງໝົດນີ້ໄດ້ຊີ້ໃຫ້ເຫັນວ່າປະຈຸບັນນີ້ ມະນຸດເຮົາ ໄດ້ຂຸດຄົ້ນນຳໃຊ້ຊັບພະຍາກອນທຳມະຊາດຫຼາຍເກີນທີ່ໂລກສາ ມາດສະໜອງໃຫ້ໄດ້, ອັນໄດ້ສົ່ງຜົນກະທົບທາງລົບຢ່າງຮ້າຍແຮງຕໍ່ ລະບົບນິເວດພື້ນຖານຂອງທຳມະຊາດໂລກ. ພວກເຮົາບໍ່ສາມາດສືບຕໍ່ຟູມເຟື່ອຍ ໃນການນຳໃຊ້ຊັບພະ ຍາກອນທຳມະຊາດ ທີ່ກຳລັງຢູ່ໃນສະພາບທີ່ນັບມື້ນັບຫຼຸດລົງ ແລະ ມີລາຄາສູງຂື້ນ. ດັ່ງນັ້ນ, ມັນເຖິງເວລາແລ້ວທີ່ພວກເຮົາຕ້ອງຫັນເອົາ ສິ່ງທ້າທາຍໃນການຂາດແຄນ ແລະ ມີຈຳກັດຂອງຊັບພະຍາກອນ ທຳມະຊາດ ເປັນກາລະໂອກາດສົ່ງເສີມເສດຖະກິດໃຫ້ໝັ້ນຄົງ ແລະ ຄວາມອຸດົມສົມບູນຂອງໂລກເພື່ອຮັບປະກັນໃຫ້ລຸ້ນຄົນຕໍ່ໄປໃນອາ ນາຄົດ. ສານ ຂອງ ທ່ານ ບັນ ຄິ-ມູນ ເລຂາທິການໃຫ່ຍ, ສະມັດຊາໃຫຍ່ ສະຫະປະຊາຊາດ ເນື່ອງໃນວັນສິ່ງແວດລ້ອມໂລກ ວັນທີ 5 ມີຖຸນາ 2015 ເປົ້າໝາຍຂອງການພັດທະ ນາແບບຍືນຍົງ ແມ່ນເພື່ອຍົກລະ ດັບຊີວິດການເປັນຢູ່ຂອງປະຊາ ກອນໂລກໃຫ້ດີຂຶ້ນ ໂດຍປັດສະ ຈາກການເຊື່ອມໂຊມຂອງສິ່ງແວດລ້ອມ ແລະ ການທຳລາຍຄວາ ມອາດສາມາດໃນການສະໜອງທາງດ້ານ ຊັບພະຍາກອນທຳມະ ຊາດສຳຫຼັບລຸ້ນຄົນຕໍ່ໄປຮອດເຊັ່ນລູກເຊັ່ນຫຼານ. ຕໍ່ບັນຫາດັ່ງກ່າວນີ້, ພວກເຮົາຈົ່ງພ້ອມກັນ ຢຸດຕິພຶດຕິກຳການບໍລິໂພກທີ່ບໍ່ຍືນຍົງ, ຫຼຸດ ຜ່ອນການນຳໃຊ້ພະລັງງານ, ນ້ໍາ ແລະ ຊັບພະຍາກອນທຳມະຊາດ ຢ່າງປະຢັດໃຫ້ຕິດພັນກັບການລະດົມ ເພື່ອຫຼຸດຜ່ອນສິ່ງເສດເຫຼືອ ຈາກອາຫານໃຫ້ໜ້ອຍທີ່ສຸດ. ໃນປີນີ້, ຢາກສື່ສານໃຫ້ປະຊາຄົມໂລກ ເຫັນຜົນຄວາມຄືບ ໜ້າທີ່ສຳຄັນ ໃນການຈັດຕັ້ງປະຕິບັດຫຼັກການ ການພັດທະນາແບບ ຍືນຍົງ ແລະ ຫຼຸດຜ່ອນສະພາບການປ່ຽນແປງດິນຟ້າອາກາດ. ດັ່ງ ນັ້ນ, ໃນປີນີ້ພວກເຮົາຈົ່ງພ້ອມກັນສະເຫຼີມສະຫຼອງວັນສິ່ງແວດລ້ອມ ໂລກດ້ວຍການລະດົມທົ່ວສັງຄົມໃຫ້ມີສະຕິສູງ ເພື່ອຫຼຸດຜ່ອນຄວາມ ກົດດັນຕໍ່ລະບົບນິເວດທຳມະຊາດຂອງໂລກ, ພ້ອມກັນນັ້ນຈົ່ງຄຳນຶງ ເຖິງ ຜົນກະທົບຕໍ່ສິ່ງແວດລ້ອມທີ່ຕາມມາຈາກການກະທຳຂອງພວກ ເຮົາ. ສຸດທ້າຍນີ້, ຂໍໃຫ້ພວກເຮົາຈົ່ງພ້ອມກັນຫັນປ່ຽນພຶດຕິກຳ ຕາມທິດຖະນຸຖະໜອມໂລກໃບນີ້ໃຫ້ໝັ້ນຄົງ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
11.
6 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ
43 ປີ ແລະ ວັນປ ພາຍໃຕ້ຄຳຂວັນທີ່ວ່າ “ເຈັດຕື້ແຫ່ງຄວາມຝັນຢູ່ໃນໜ່ວຍໂລກດຽວກັນພວ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ ສ້າງຂະບວນການສະເຫຼີມສະຫຼອງວັນສິ່ງແວດລ້ອມ ໂລກ ວັນທີ 5 ມິຖຸນາ 2015 ພາຍໃຕ້ຄຳຂວັນທີ່ວ່າ: ''ເຈັດຕື້ແຫ່ງຄວາມຝັນຢູ່ໃນໂລກໜ່ວຍດຽວກັນພວກ ເຮົາຈົ່ງພ້ອມກັນນໍາໃຊ້ຢ່າງຖະນຸຖະໜອມ” “Seven Billion Dreams. One Planet. Consume with Care” ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ເພື່ອໃຫ້ງານ ດັ່ງກ່າວມີບັນຍາກາດຟົດຟື້ນ ແລະ ມີສ່ວນຮ່ວມຂອງ
12.
7 ປະຊຸມ ປູກຕົ້ນໄມ້ແຫ່ງຊາດ (ວັນທີ 1
ມິຖຸນາ) ວກເຮົາຈົ່ງພ້ອມກັນໃຊ້ຢ່າງຖະນຸຖະໜອມ” ອົງການຈັດຕັ້ງມະຫາຊົນນັ້ນ ເປັນກຽດສະເໜີມາຍັງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດ ລາວ ກຊສ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ຮ່ວມກັບ ກົມຄຸ້ມຄອງຊັບພະຍາກອນປ່າໄມ້ ຈຶ່ງໄດ້ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
13.
8 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ມີແຜນການສະເຫຼີມສະຫຼອງສອງວັນດັ່ງກ່າວຂຶ້ນ ຢູ່ ໂຮງຮຽນມັດທະຍົມສົມບູນນາຊອນ,
ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ໃນວັນທີ 5 ມິຖຸນາ 2015 ດັ່ງນີ້: 1. ໄດ້ອອກແຈ້ງການ ຂອງລັດຖະມົນຕີວ່າການ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໃຫ້ແຕ່ລະແຂວງດຳເນີນຂະບວນການສະເຫຼີມ ສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2015 ຕາມຄວາມເໝາະສົມ ແລະ ຄວາມສາມາດຕົວຈິງ; 2. ໄດ້ຕິດປ້າຍຕາມເສັ້ນທາງຫຼັກຕ່າງໆເປັນຕົ້ນ: ເສັ້ນທາງດົງໂດກ ແລະ ເສັ້ນທາງຖະໜົນອາຊຽນ ນັບ ແຕ່ວັນທີ 01 ຫາ 10 ມິຖຸນາ 2015 ເຊິ່ງປະກອບມີ
14.
9 ປະຊຸມ ເນື້ອໃນຢູ່2ເນື້ອໃນຄື:ຊົມເຊີຍວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ
2015 ''ເຈັດຕື້ແຫ່ງຄວາມຝັນຢູ່ໃນ ໂລກໜ່ວຍດຽວກັນ ພວກເຮົາຈົ່ງພ້ອມກັນນໍາໃຊ້ຢ່າງ ຖະນຸຖະໜອມ” “Seven Billion Dreams. One Planet. Consume with Care”; 3. ໄດ້ຈັດພິທີສະເຫຼີມສະຫຼອງທີ່ມັດທະຍົມສົມບູນ ນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ (ສະ ຖານທີ່ທີ່ຈະກໍ່ສ້າງສວນພຶກສາສາດ ໂຄງການຮ່ວມ ມື ລາວ-ໄທ) ໂດຍຄວາມຮັບຜິດຊອບຂອງຊາວຫນຸ່ມ ປະຊາຊົນປະຕິວັດລາວ ກຊສ ແລະ ການເຂົ້າຮ່ວມ ຂອງລັດຖະມົນຕີຊ່ວຍວ່າການ ກຊສ 3 ທ່ານ, ບັນ ດາກົມ, ກອງ, ສູນ ແລະ ສະຖາບັນພາຍໃນ ກຊສ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງມະຫາຊົນ, ບໍລິ ສັດ ແລະ ໂຄງການພັດທະນາຕ່າງໆທີ່ໃຫ້ການສະ ໜັບສະໜູນ ອົງການປົກຄອງເມືອງ, ທ້ອງຖິ່ນ ແລະ ນັກຮຽນຂອງ ມສ ດັ່ງກ່າວລວມທັງໝົດ 600 ກວ່າ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
15.
10 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ຄົນ. ກ່ອນພິທີເປີດເປັນທາງການນັ້ນກໍ່ໄດ້ມີກິດຈະ ກໍາ
ຖາມ-ຕອບ ແລະ ສະແດງສິລະປະ ຈົນເຖິງ ເວລາ 8:30 ໂມງ ກໍ່ໄດ້ມີການກ່າວຈຸດປະສົງຂອງພິທີສະ ເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນປູກຕົ້ນ ໄມ້ແຫ່ງຊາດໂດຍ ສະຫາຍ ໄຊນະຄອນ ອິນທະວົງ, ຫົວໜ້າ ກົມແຜນການ ແລະ ການຮ່ວມມື ເລຂາຄະ ນະບໍລິຫານງານຊາວໜຸ່ມ ກຊສ, ຫຼັງຈາກນັ້ນ ທ່ານ ສີສະຫວັດ ວິທະໄຊ ລັດທະມົນຕີຊ່ວຍວ່າການ ກຊສ ໄດ້ຂຶ້ນອ່ານສານຂອງ ພະນະທ່ານ ທອງສິງ ທໍາມະວົງ, ນາຍົກລັດທະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2015 ແລະ ວັນປູກຕົ້ນໄມ້ແຫ່ງຊາດ ສືບຕໍ່ ຕັດແຖບຜ້າປ່ອຍປ້າຍຄໍາຂວັນ ຊົມເຊີຍວັນສິ່ງແວດ ລ້ອມໂລກ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ເພື່ອເລີ່ມ ພິທີປູກຕົ້ນໄມ້ ຕົ້ນໄມ້ທີ່ໄດ້ນໍາມາປູກໄດ້ແກ່: ໄມ້ດູ່, ໄມ້ແຕ້ຄ່າ,ໄມ້ແຕ້ຮໍ,ໄມ້ຫໍາງົວ,ໄມ້ແດງ,ໄມ້ດູ່ເລືອດ, ໄມ້ດູ່ກິ່ງອ່ອນ ມີທັງໝົດ 1.200 ຕົ້ນ (ຕົ້ນໄມ້ໃຫຍ່ 2 ແມັດ ຂຶ້ນໄປມີ 150 ຕົ້ນ ເຫຼືອຈາກນັ້ນແມ່ນເບ້ຍໄມ້) ເຊິ່ງປູກອ້ອມຂ້າງເດີ່ນໂຮງຮຽນມັດທະຍົມສົມບູນນາ ຊອນ ຫຼັງຈາກນັ້ນກໍ່ໄດ້ມີການຫຼິ້ນກິດຈະກໍາ ຖາມ- ຕອບ, ດຶງເຊືອກ ລະຫວ່າງ ການນໍາຂອງ ກຊສ ກັບ ຄູອາຈານ, ກົມ - ກົມ, ກົມ-ໂຮງຮຽນ ເພື່ອສ້າງຄວາມ ມ່ວນຊື່ນ ແລະ ຄວາມສາມັກຄີ ລະຫວ່າງ ຄູອາຈານ, ນ້ອງນັກຮຽນ ກັບ ພະນັກງານຈາກ ກຊສ ກິດຈະ ກໍາດັ່ງກ່າວ ດໍາເນີນໄປຈົນເຖິງ ເວລາ 10:00 ໂມງ; 4. ໄດ້ດຳເນີນການ ໂຄສະນາເຜີຍແຜ່ ສານຂອງ ທ່ານ ນາຍົກລັດຖະມົນຕີ ເນື່ອງໃນວັນສິ່ງແວດລ້ອມ ໂລກ ທີ່ 5 ມິຖຸນາ 2015 ຜ່ານສື່ມວນຊົນຕ່າງໆ ແລະ ສົ່ງໃຫ້ບັນດາແຂວງ, ນະຄອນຫຼວງວຽງຈັນ; 5. ໄດ້ພິມເສື້ອຈຳນວນ 1020 ຜືນ ໃນນັ້ນພິມເປັນ ເສື້ອຊາວໜຸ່ມ ເພື່ອມອບໃຫ້ຊາວໜຸ່ມ ກຊສ, ໂຮງ ຮຽນ ມສ ນາຊອນ, ກົມ, ກອງ, ສູນ ແລະ ສະຖາບັນ ພາຍໃນ ກຊສ, ອົງການຈັດຕັ້ງສາກົນ, ອົງການຈັດ ຕັ້ງມະຫາຊົນ, ບໍລິສັດ ແລະ ໂຄງການພັດທະນາ ຕ່າງໆທີ່ໃຫ້ການສະໜັບສະໜູນ ພ້ອມທັງບັນດາຜູ້ ເຂົ້າຮ່ວມເຄື່ອນໄຫວກິດຈະກຳຕ່າງໆ; 6. ນອກຈາກນີ້, ພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ກໍ່ ໄດ້ດຳເນີນການສ້າງຂະບວນການ, ກິດຈະກຳ ແລະ ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວ ເຊັ່ນ: ດຽວກັນ ໃນຂອບເຂດທົ່ວປະເທດ; 7. ໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງ ສາກົນ, ບັນດາບໍລິສັດ ແລະ ໂຄງການພັດທະນາ ຕ່າງໆ ຈຳນວນ 35 ພາກສ່ວນ ແລະ ເປັນວັດຖຸ. ຜ່ານການດຳເນີນ ກິດຈະກຳ ແລະ ຂະບວນ
16.
11 ປະຊຸມ ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ
2015 ສາມາດໃຫ້ຂໍ້ສັງເກດຕີລາຄາໝາກ ຜົນ ດ້ານດີ, ດ້ານອ່ອນ ແລະ ບົດຮຽນຖອດຖອນໄດ້ ດັ່ງນີ້: ກ. ດ້ານດີ: 1. ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນປີນີ້ ເຫັນວ່າ ໄດ້ ບັນລຸ ຕາມແຜນການ ແລະ ເປົ້າໝາຍ ທີ່ໄດ້ວາງໄວ້ ທຸກປະການ; 2. ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມ ຢ່າງຫ້າວຫັນ ແລະ ການປະກອບສ່ວນອັນສຳຄັນຂອງຊາວໜຸ່ມ ກຊສ ແລະ ທຸກຂະແໜງການທີ່ກ່ຽວຂ້ອງ, ທຸກພາກ ສ່ວນຂອງສັງຄົມ, ຜູ້ພັດທະນາ, ບັນດາບໍລິສັດ, ອົງການຈັດຕັ້ງສາກົນ ເປັນຕົ້ນການສະໜັບສະໜູນ ທາງດ້ານເອກະສານຕ່າງໆ, ທຶນຮອນ ແລະ ເຂົ້າຮ່ວມ ຈັດຕັ້ງປະຕິບັດກິດຈະກຳ ເຮັດໃຫ້ຂະບວນການສະ ເຫຼີມສະຫຼອງວັນສິ່ງແວດລ້ອມ ໃນມີບັນຍາກາດທີ່ ຟົດຟື້ນ; 3. ຜົນສຳເລັດດັ່ງກ່າວນີ້ ເກີດຂຶ້ນໄດ້ຍ້ອນມີການ ຊີ້ນຳນຳພາຢ່າງໃກ້ສິດ, ຢ່າງເປັນຫ່ວງເປັນໃຍຂອງ ພັກ ແລະ ລັດຖະບານ ເປັນຕົ້ນ ທ່ານລັດຖະມົນຕີວ່າ ການ ກຊສ, ລັດຖະມົນຕີຊ່ວຍວ່າການ ກຊສ ແລະ ຫ້ອງການ, ກົມ, ກອງ, ສະຖາບັນຕ່າງໆ ພາຍໃນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ແລະ ການໃຫ້ການຮ່ວມມືເປັນຢ່າງດີ ຂອງບັນ ດາຂະແໜງການອ້ອມຂ້າງ. ອັນຫຼັກກໍ່ຍ້ອນຄວາມ ເປັນເຈົ້າການ ແລະ ຄວາມຮັບຜິດຊອບ ຢ່າງສູງ ຂອງ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດ ລາວ ກຊສ ແລະ ຂອງອ້າຍນ້ອງພະນັກງານ ກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ ທີ່ໄດ້ມີການປຶກສາ ຫາລື, ເຄື່ອນໄຫວຕາມແຜນການ, ມີການຕິດຕາມ ກວດກາການເຄື່ອນໄຫວລະອຽດ, ເຮັດວຽກເປັນໝູ່ ຄະນະ, ມີການມອບໝາຍຄວາມຮັບຜິດຊອບໃຫ້ແຕ່ ລະບຸກຄົນຮັບຜິດຊອບ. ນອກນັ້ນ, ກໍ່ຍ້ອນຄວາມ ເປັນເຈົ້າການຂອງບັນດາພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທົ່ວ ປະເທດ; ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
17.
12 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ໃນວັນທີ 6
ເດືອນຕຸລາ, 2014 ກອງປະຊຸມ ກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຄັ້ງທີ 2 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລື ກ່ຽວກັບ ຍຸດທະສາດແຫ່ງຊາດ ວ່າດ້ວຍ ການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການ ປ່ຽນແປງດິນຟ້າອາກາດແຕ່ປີ 2016 ເຖິງ 2030 (ສະບັບປັບປຸງ) ແລະ ແຜນດໍາເນີນງານ 5 ປີ ແຕ່ ປີ 2016 ຫາ 2020. ກອງປະຊຸມຄັ້ງສຸດທ້າຍຈະໄດ້ຈັດຂຶ້ນໃນ ຕົ້ນປີ 2015 ຊຶ່ງຈະສັງລວມຂະບວນການທົບທວນ ແລະ ສະໜອງຮ່າງເອກະສານສອງສະບັບສຸດທ້າຍ ເພື່ອການອະນຸມັດ ແລະ ຮັບຮອງເອົາ ໂດຍລັດຖະ ບານລາວ. ສປປ ລາວ ເປັນປະເທດໜຶ່ງໃນບັນດາ ປະເທດອາຊີຕາເວັນອອກສ່ຽງໃຕ້ທີ່ໄດ້ສ້າງນະໂຍ ບາຍ ແລະ ຍຸດທະສາດ. ຜົນໄດ້ຮັບອັນໜຶ່ງຈາກຂະ ບວນການປຶກສາຫາລື ແລະ ຮ່າງແຜນຍຸດທະສາດ ຕ່າງໆທີ່ຜ່ານມາເຫັນວ່າ ສິ່ງທ້າທາຍຕ່າງໆທີ່ກໍາລັງ ເກີດຂຶ້ນຈາກຜົນກະທົບຂອງການປ່ຽນແປງດິນຟ້າ ອາກາດຢູ່ໃນປະເທດລາວ ກໍໄດ້ຖືກເຊື່ອມໂຍງເຂົ້າ ໃນຍຸດທະສາດດັ່ງກ່າວນີ້ແລ້ວ. ສິ່ງເຫຼົ່ານີ້ແມ່ນໄດ້ ຮັບການສະໜັບສະໜູນຈາກ ກຊສ ແລະ ພາກສ່ວນ ຕ່າງໆທີ່ກ່ຽວຂ້ອງ ໃນການກໍານົດຂະແໜງການດໍາ ເນີນງານບູລິມະສິດ. ກອງປະຊຸມດັ່ງກ່າວ ແມ່ນໜຶ່ງໃນຂັ້ນຕອນ ສຸດທ້າຍຂອງການທົບທວນຍຸດທະສາດ ການສຶກ ສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ປີ 2020 (NSEEA) ສະບັບກ່ອນ. ການທົບທວນໄດ້ດໍາເນີນ ມາໂດຍ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ພາຍໃຕ້ ກະຊວງ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ (ກຊສ) ຕັ້ງແຕ່ປີ 2013 ແລະ ໃຫ້ການສະໜັບສະໜູນ ໂດຍໂຄງການ ສົ່ງ ເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງ ດິນຟ້າອາກາດ (ProCEEd) ແລະ ອົງການສາກົນ ເພື່ອການອານຸລັກທຳມະຊາດປະຈໍາລາວ (IUCN) ເພື່ອຊ່ວຍອໍານວຍຄວາມສະດວກໃນຂະບວນການ ທົບທວນຍຸດທະສາດໃນຄັ້ງນີ້. ການທົບທວນໃນຄັ້ງນີ້ ແມ່ນໃຊ້ວິທີການ ປຶກສາຫາລືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ບວກ ກັບການທົບທວນບັນຊີລາຍຊື່ກິດຈະກຳການສຶກສາ ສິ່ງແວດລ້ອມ ຂອງໂຄງການ ProCEEd ເພື່ອເບິ່ງ ຄືນໃນດ້ານຈຸດດີ, ຈຸດອອ່ນ ແລະ ຜົນສໍາເລັດຂອງ ຍຸດທະສາດການສຶກສາ ແລະ ສ້າງຈິດສຳນຶກດ້ານ ສິ່ງແວດລ້ອມ ສະບັບກ່ອນ. ນອກນັ້ນຍັງໄດ້ເບິ່ງຄືນ ດ້ານເນື້ອໃນ ແລະ ເອກະສານທີ່ກ່ຽວຂ້ອງ.ກອງປະ ຊຸມກັບພາກສ່ວນທີ່ກ່ຽວຂ້ອງ ແມ່ນຊ່ວຍໃນການກໍາ ນົດຄວາມຈໍາເປັນ, ຊ່ອງຫວ່າງ ແລະ ບູລິມະສິດທີ່ ຍຸດທະສາດ ການສຶກສາ ແລະ ສ້າງ ຈິດສຳນຶກ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດແຕ່ປີ 2016 ເຖິງ 2030 (ສະບັບປັບປຸງ)
18.
13 ປະຊຸມ ກ່ຽວຂ້ອງກັບການສຶກສາ ແລະ ສ້າງຈິດສໍານຶກດ້ານ ສິ່ງແວດລ້ອມ.
ການປຶກສາຫາລືກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ແມ່ນລວມທັງການສໍາພາດຜູ້ແທນຈາກ 45 ອົງກອນພາກລັດ, ສະຖາບັນການສຶກສາ, ອົງ ການຈັດຕັ້ງສັງຄົມຂອງລາວ ແລະ ສາກົນ ແລະ ອົງ ການພັດທະນາຕ່າງໆ ທີ່ເຮັດວຽກໃນຂະແໜງການ ສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມຢູ່ໃນ ປະເທດລາວ. ຈາກຜົນຂອງການປຶກສາຫາລືເຫຼົ່ານີ້ ໄດ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ການປ່ຽນແປງ ດິນຟ້າອາກາດ ແມ່ນຫົວຂໍ້ໜຶ່ງທີ່ຍັງບໍ່ທັນມີຢູ່ໃນການ ສຶກສາສິ່ງແວດລ້ອມ. ຜ່ານມາເຖິງແມ່ນວ່າໄດ້ມີຍຸດ ທະສາດແຫ່ງຊາດອື່ນໆທີ່ກໍາລັງຈັດການກັບບັນຫາ ການປ່ຽນແປງດິນຟ້າອາກາດ ແຕ່ກໍຍັງບໍ່ທັນມີຍຸດ ທະສາດອັນໃດ ທີ່ນໍາໄປສູ່ການຈັດການກັບບັນຫາ ການປ່ຽແປງດິນຟ້າອາກາດຢູ່ໃນພາກສ່ວນການສຶກ ສາໃນໂຮງຮຽນເທື່ອ. ບັນດາໂຮງຮຽນຕ່າງໆບໍ່ທັນມີ ຫຼັກສູດໃດ ທີ່ອະທິບາຍວ່າ ການປ່ຽນແປງດິນຟ້າອາ ກາດມີໝາຍຄວາມວ່າແນວໃດ ແລະ ຜົນກະທົບທາງ ລົບຂອງການປ່ຽນແປງດິນຟ້າອາກາດຕໍ່ປະເທດລາວ ເຊັ່ນ: ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ພວກເຮົາສາ ມາດຮັບມື້ກັບມັນໄດ້ແນວໃດ. ສິ່ງເຫຼົ່ານີ້ແມ່ນຜົນ ບວກຂອງຜົນທີ່ໄດ້ຮັບຈາກການສໍາຫຼວດຂອງໂຄງ ການ ProCEEd ປີ 2012 ພົບວ່າປະຊາຊົນສ່ວນ ໃຫຍ່ຢູ່ໃນປະເທດລາວ ບໍ່ເຄີຍໄດ້ຍິນ ກ່ຽວກັບ ການ ປ່ຽນແປງດິນຟ້າອາກາດ ຫຼື ບໍ່ຮູ້ວ່າມັນມີຄວາມໝາຍ ວ່າແນວໃດ. ຜົນການສໍາຫຼວດທີ່ສໍາຄັນອີກອັນໜຶ່ງ ກໍໄດ້ຖືກເຊື່ອມໂຍງເຂົ້າໃນຍຸດທະສາດ ສະບັບປັບ ປຸງໃໝ່ຄື: ເດັກນ້ອຍຄວນຈະໄດ້ຮັບການສິດສອນ ຄວາມຮູ້ດ້ານສິ່ງແວດລ້ອມ ຕັ້ງແຕ່ຍັງນ້ອຍເທົ່າທີ່ ເປັນໄປໄດ້ ຕົວຢ່າງ ວ່າເລີ່ມແຕ່ຂັ້ນອານຸບານ. ວິທີນີ້ ແມ່ນຖືກຄາດຫັວງວ່າ ຈະນໍາໄປສູ່ການມີຈິດສໍານຶກ ສູງຂຶ້ນດ້ານພຶດຕິກໍາທີ່ເປັນມິດກັບສິ່ງແວດລ້ອມ ເລີ່ມແຕ່ຍັງນ້ອຍ. ນອກຈາກນີ້ເດັກນ້ອຍຍັງຖືວ່າເປັນ ຕົວປ່ຽນແປງທີ່ສໍາຄັນ ຊຶ່ງນໍາເອົາຄວາມຄິດໃໝ່ໆ ຈາກໂຮງຮຽນໄປສູ່ເຮືອນຂອງພວກເຂົາບ່ອນທີ່ມີສະ ມາຊິກຄົນອື່ນໆຢູ່ນໍາ ຊຶ່ງອາດຈະເປັນການລິເລີ່ມ ຄວາມຄິດປະດິດສ້າງທີ່ດີຂຶ້ນໄດ້. ການສຶກສານອກ ໂຮງຮຽນໄດ້ກາຍເປັນຈຸດສຸມເພີ່ມເຕີ່ມໃນເອກະ ສານນະໂຍບາຍສະບັບປັບປຸງໃໝ່ນີ້. ເມື່ອປຽບທຽບ ກັບການສຶກສາໃນໂຮງຮຽນດຽວນີ້ ໄດ້ມີປະຊາຊົນໃນ ທົ່ວໂລກເຂົ້າເຖິງແຫຼ່ງຄວາມຮູ້ວິທີນີ້ຫຼາຍຂຶ້ນ. ພາກ ລັດຖະບານລາວກໍຍອມຮັບຄວາມຈິງນີ້ເຊັ່ນດຽວກັນ ແລະໄດ້ສ້າງການສຶກສານອກໂຮງຮຽນ ເພື່ອເພີ່ມ ເຕີມໃຫ້ແກ່ການສຶກສາໃນໂຮງຮຽນ, ຊຶ່ງເປັນໜຶ່ງໃນ ສອງແຜນງານບູລິມະສິດຂອງແຜນດໍາເນີນງານ 5 ປີ ແຕ່ປິ 2016 ເຖິງ 2020. ແຜນດໍາເນີນງານອື່ນໆ ແມ່ນການສ້າງຂີດ ຄວາມສາມາດໃຫ້ພະນັກງານພາກລັດ ແລະ ພາກ ສ່ວນອື່ນໆທີ່ກ່ຽວຂ້ອງໃນດ້ານວິທີການຈັດຕັ້ງປະຕິ ບັດກິດຈະກໍາການສຶກສາ ແລະ ສ້າງຈິດສໍານຶກດ້ານ ສິ່ງແວດລ້ອມ. ນອກຈາກນີ້ ການຮ່ວມມື ແລະ ການ ສ້າງເຄື່ອຄ່າຍລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ແມ່ນມີບົດບາດສໍາຄັນເພື່ອໃຫ້ມີການປະສານງານ ແລະ ການສ້າງຈິດສໍານຶກໃຫ້ດີຂຶ້ນ ໃນກໍລະນີຂອງ ການໂຄສະນາເຜີຍແຜ່ໃນໄລຍະສັ້ນ ແລະ ຜ່ານມວນ ຊົນຕ່າງໆເຊັ່ນວ່າ ໃນການສະເຫຼີມສະຫຼອງວັນສິ່ງ ແວດລ້ອມ. ໂດຍອີງໃສ່ຍຸດທະສານ ແລະ ແຜນດໍາ ເນີນງານສະບັບປັບປຸງໃໝ່, ລັດຖະບານລາວ ຄາດ ວ່າຈະດຶງດູດແຫຼ່ງທຶນຮອນເພີ່ມເຕີມ ແລ້ວພາກສ່ວນ ກສສ ກໍຈະເປັນອົງກອນຜູ້ປະສານງານສໍາລັບການ ລິເລີ່ມກິດຈະກໍາຕ່າງໆໃນອານາຄົດ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
19.
14 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ກອງປະຊຸມປຶກສາຫາລື ເພື່ອປັບປຸງ ຄະນະກໍາມະການຊີ້ນໍາລະດັບຊາດ ແລະ
ກອງເລຂາ ໃນການຄຸ້ມຄອງເຂດ ດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ. ໃນວັນທີ 13 ມັງກອນ 2015 ກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ ໃນນາມ ກອງເລຂາຄະນະກຳ ມະການຊີ້ນຳລະດັບຊາດ ໃນການຄຸ້ມຄອງເຂດດິນ ບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອປັບປຸງຄະນະກຳມະການຊີ້ນຳລະ ດັບຊາດ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າຣາມ ຊາ ຢູ່ ສປປ ລາວ, ທີ່ຫ້ອງປະຊຸມ ກົມສົ່ງເສີມຄຸນນະ ພາບສິ່ງແວດລ້ອມ ໂດຍການເປັນປະທານຂອງ ທ່ານ ຄໍາປະດິດ ຄໍາມູນເຮືອງ ຫົວໜ້າ ກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ, ທັງເປັນຫົວໜ້າ ກອງເລຂາ ຄຊຣຊ ເຊິ່ງມີຜູ້ເຂົ້າຮ່ວມຂອງບັນດາຄະນະກອງເລ ຂາ ຄຊຣຊ ແລະ ບັນດາຜູ້ປະສານງານເຊັ່ນ: ກົມລ້ຽງ ສັດ ແລະ ການປະມົງ, ກົມແຜນການ ແລະ ການ ຮ່ວມມື ກະຊວງ ກະສິກຳ ແລະ ປ່າໄມ້, ກົມຈັດຕັ້ງ ສາກົນ ກະຊວງ ການຕ່າງປະເທດ, ກົມແຜນການ ແລະ ການຮ່ວມມື, ກົມຊັບພະຍາກອນນໍ້າ, ກົມຄຸ້ມ ຄອງຊັບພະຍາກອນປ່າໄມ້ ແລະ ບັນດາພະແນກ ພາຍໃນ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ລວມ ທັງໝົດ 20 ທ່ານ ກອງປະຊຸມໄດ້ນຳສະເໜີ ຄວາມໝາຍ ແລະ ຄວາມສໍາຄັນຂອງສົນທິສັນຍາຣາມຊາ ວ່າດ້ວຍ ດິນ ບໍລິເວນນໍ້າພາລະບົດບາດ ແລະ ໜ້າທີ່ ຂອງ ຄຊຣຊ; ກອງເລຂາ ແລະ ຄະນະຜູ້ປະສານງານ ປຶກສາຫາລື ກ່ຽວກັບ ການປັບປຸງ ຄະນະກຳມະການຊີ້ນໍາລະດັບ ຊາດ, ກອງເລຂາ ແລະ ຄະນະຜູ້ປະສານງານ ໃນ ການຄຸ້ມຄອງເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ ໂດຍໃຫ້ສອດຄ່ອງກັບພາລະບົດບາດໃນການ ຄຸ້ມຄອງເຂດດິນບໍລິເວນນໍ້າດັ່ງກ່າວ, ລາຍງານຜົນ ການຈັດຕັ້ງປະຕິບັດສົນທິສັນຍາຣາມຊາ ຢູ່ ສປປ ລາວ ສົກປີ 2013-2014 ແລະ ແຜນວຽກໃນຕໍ່ໜ້າ. ລາຍງານຜົນເຂົ້າຮ່ວມ ກອງປະຊຸມກະກຽມກອງປະ ຊຸມສຸດຍອດລັດພາຄີຂອງສົນທິສັນຍາຣາມຊາ ຄັ້ງທີ 12 ໃນກາງປີ 2015 (COP 12). ກອງເລຂາ ແລະ ຄະນະຜູ້ປະສານງານ, ຮ່າງດໍາລັດ ວ່າດ້ວຍ ການ ແຕ່ງຕັ້ງ ຄະນະກໍາມະການຊີ້ນໍາລະດັບຊາດ ໃນການ ຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມ ຊາຢູ່ສປປລາວ(ຄຊຣຊ)ສະບັບປັບປຸງ ຮ່າງຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງ ກອງເລຂາ ຄຊຣຊ ນອກນັ້ນ ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການປັບປຸງ ຄະນະຜູ້ປະສານງານລະດັບຊາດຕໍ່ສົນທີສັນຍາດັ່ງ
20.
15 ປະຊຸມ ກ່າວ ໄດ້ຕົກລົງເປັນເອກະພາບກັນຕໍ່ຮ່າງດຳລັດວ່າ ດ້ວຍ ການແຕ່ງຕັ້ງ
ຄຊຣຊ ສະບັບປັບປຸງ (ຮັກສາໄວ້ ຈຳນວນ 12 ທ່ານ) ແຕ່ໄດ້ມີການຕັດອອກ ແລະ ເພີ່ມ ເຂົ້າບາງອົງການ. ນອກຈາກນີ້, ຍັງໄດ້ຈັດກິດຈະກຳຕ່າງໆໃນ ສອງເຂດດິນບໍລິເວນນໍ້າຣາມຊາເຊັ່ນ: ໄດ້ຈັດກອງ ປະຊຸມວິຊາການລະດັບພາກພື້ນ-ອາຊີປາຊິຟິກ ກ່ຽວ ກັບ ການຄຸ້ມຄອງເຂດດິນບໍລິເວນນໍ້າຣາມຊາໄດ້ ຮ່ວມກັບ ອົງການສາກົນ ເພື່ອການອານຸລັກທຳມະ ຊາດ (IUCN) ຖ່າຍທຳສາລະຄະດີສັ້ນ ກ່ຽວກັບ ວິທີ ການດຳລົງຊີວິດຂອງເຜົ່າມະຫູດ, ຄົນລ້ຽງຊ້າງ ເມືອງ ປະທຸມພອນ ແຂວງຈຳປາສັກ, ການອານຸລັກດິນບໍລິ ເວນ ນໍ້າຕາມຮີດຄອງປະເພນີ ເມືອງຈຳພອນ ແຂວງ ສະຫວັນນະເຂດ; ໄດ້ຈັດກອງປະຊຸມຄັ້ງທີ່ II ຂອງ ຄະນະກຳມະການຊີ້ນຳລະດັບຊາດ ໃນການຄຸ້ມ ຄອງເຂດດິນບໍລເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ທີ່ຫ້ອງວ່າການລັດຖະບານ. ໄດ້ສ້າງ ແລະ ປັກປ້າຍຖາວອນຕາມພື້ນທີ່, ຕາມເສັ້ນທາງ ເຂົ້າ-ອອກ ທີ່ສຳຄັນຕາມຂອບເຂດອ້ອມຮອບ 2 ເຂດ ຣາມຊາ ເຊຈຳພອນ ແຂວງສະຫວັນນະເຂດ ແລະ ບຶງກຽດໂງ້ງ ແຂວງຈຳປາສັກ, ໄດ້ຈັດຝຶກອົບຮົມ ກ່ຽວ ກັບ ການອານຸລັກດິນບໍລິເວນນໍ້າແບບຍືນຍົງທີ່ຕິດ ພັນກັບການທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງ ປະເທດໄດ້ຈັດພິທີສະເຫຼີມສະຫຼອງວັນດິນບໍເວນນໍ້າ ສາກົນ ວັນທີ 2 ກຸມພາ ຂອງທຸກໆປີ ໃນ 2 ເຂດຣາມ ຊາ; ແຜນການໃນຕໍ່ໜ້າ ແມ່ນຈະໄດ້ກະກຽມຈັດ ຕັ້ງປະຕິບັດ “ໂຄງການປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ” ລະຫວ່າງ ກົມສົ່ງເສີມຄຸນນະພາບສິ່ງ ແວດລ້ອມ ຮ່ວມກັບອົງການ ອາຫານ ແລະ ກະເສດ; ຕິດຕາມການກະກຽມຂຽນ ໂຄງການລະອຽດຂອງ “ໂຄງການ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ຢູ່ໃນເຂດດິນບໍລິເວນນໍ້າຣາມຊາບຶງກຽດໂງ້ງ ແຂວງ ຈໍາປາສັກ ຕໍ່ການປ່ຽນແປງດິນຟ້າອາກາດ” ລະຫວ່າງ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ຮ່ວມກັບກອງ ເລຂາຄະນະກໍາມະການແມ່ນໍ້າຂອງ ແຫ່ງຊາດລາວ ແລະທະນາຄານພັດທະນາຂອງປະເທດເຢຍລະມັນ; ສ້າງດໍາລັດ ວ່າດ້ວຍ ການຄຸ້ມຄອງ 2 ເຂດດິນບໍລິເວນ ນໍ້າຣາມຊາ ຢູ່ ສປປ ລາວ. ທົບທວນຄືນ ລະບຽບ ການທີ່ກ່ຽວຂ້ອງຕ່າງໆທີ່ມີໃນປັດຈຸບັນ ເພື່ອກະກຽມ ສ້າງກອບນິຕິກຳທີ່ຈຳເປັນໃນການຄຸ້ມຄອງດິນບໍລິ ເວນນຳ້ຣາມຊາ ແລະ ດິນບໍລິເວນນຳ້, ປັບປຸງ ແລະ ສ້າງແຜນຄຸ້ມຄອງ 2 ເຂດດິນບໍລິເວນນຳ້ຣາມຊາ ແລະ ແຜນດຳເນີນງານ 5 ປີ, ສໍາຫຼວດຄືນ ແລະ ປັກ ຫຼັກເຂດແດນດິນບໍລິເວນນຳ້ຣາມຊາ ເຊຈໍາພອນ; ຊອກຫາແຫຼ່ງທຶນອື່ນໆ ເພື່ອມາຄຸ້ມຄອງດິນບໍລິເວນ ນໍ້າຣາມຊາ. ຜູ້ປະສານງານແຫ່ງຊາດ ຕໍ່ສົນທິສັນຍາຣາມ ຊາ ວ່າດ້ວຍ ດິນບໍລິເວນນໍ້າ ເຊິ່ງຜູ້ເກົ່າແມ່ນ ຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ໄດ້ສະ ເໜີໃຫ້ ທ່ານ ໂລນຄຳ ອາດສະນາວົງ ຮອງກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ ເປັນຜູ້ປະສານງານລະ ດັບຊາດແທນກໍ່ຄື ສູນຄົ້ນຄ້ວາ ແລະ ການປະມົງ (ຜູ້ເກົ່າ) ໄດ້ສະເໜີໃຫ້ກົມຊັບພະຍາກອນນໍ້າເປັນຜູ້ ປະສານງານລະດັບຊາດ ດ້ານການທົບທວນວຽກ ງານເຕັກນິກວິທະຍາສາດ (ຜູ້ໃໝ່) ແລະ ທາງກົມກໍ່ ຮັບແລະຈະຄົ້ນຄວ້າພະນັກງານການນຳຜູ້ເໝາະສົມ ປະກອບໃສ່ ຄວນສົມທົບກົມແຜນການ ແລະ ການ ຮ່ວມມື ໃນການຂຽນບົດສະເໜີໂຄງການລະອຽດ ໂດຍຜ່ານ ກະຊວງແຜນການ ແລະ ການລົງທຶນ ຕາມ ລະບຽບການ ຄວນດຳເນີນສຳຫຼວດ ການເຮັດ Road Mapໃຫ້ເປັນອັນລະອຽດ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
21.
ສຳມະນາ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ16 ໃນຕອນເຊົ້າຂອງວັນທີ 31
ມີນາ 2015 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ຈັດຝຶກອົບຮົມດ້ານວິຊາການ ໃນການ ແລກປ່ຽນບົດຮຽນ ເພື່ອກຽມຈັດຕັ້ງປະຕິບັດໂຄງ ການຄຸ້ມຄອງເຂດດິນບໍລິເວນນຳ້ຣາມຊາ ຢູ່ ສປປ ລາວ. ການຈັດຝຶກອົບຮົມ ແມ່ນເລີ່ມແຕ່ວັນທີ 31 ມີນາ ຫາ 2 ເມສາ 2015 ທີ່ເມືອງຈຳພອນ ແຂວງ ສະຫວັນນະເຂດ. ສປປ ລາວ ກໍ່ເປັນໜຶ່ງໃນບັນດາປະເທດພາ ຄີ ຂອງທະວີບອາຊີ 27 ປະເທດ ແລະ ໄດ້ເຂົ້າເປັນ ລັດພາຄີຂອງສົນທິສັນຍາຣາມຊາຢ່າງສົມບູນໃນວັນ ທີ 28 ກັນຍາ 2010 ພ້ອມທັງຂຶ້ນລະບຽບ 2 ພື້ນທີ່ ຄື: ເມືອງຈຳພອນ ເປັນເມືອງໜຶ່ງຂອງແຂວງ ສະຫວັນ ນະເຂດຫ່າງຈາກເທດສະບານແຂວງໄປທາງທິດຕາ ເວັນອອກປະມານ 54 ກິໂລແມັດ. ເມືອງຈຳພອນ ມີຈຳນວນບ້ານທັງໝົດ102ບ້ານແລະ14ບ້ານເປັນ ບ້ານຕົ້ນຕໍທີ່ນອນໃນເຂດດິນບໍລິເວນນຳ້ຣາມຊາ ແລະ ມີປະຊາກອນ 111,118 ຄົນ, ແມ່ນອາໄສ ການເຮັດນາເປັນອາຊີບຕົ້ນຕໍໃນການດຳລົງຊີ ວິດ.ເຂດດິນບໍລິເວນນຳ້ມີເນື້ອທີ່45,000 ຮຕໃນນັ້ນ ພື້ນທີ່ 12,000 ຮຕ ໄດ້ຖືກກຳນົດໃຫ້ເປັນພື້ນທີ່ເຂດ ດິນບໍລິເວນນ້ຳຣາມຊາ ຕັ້ງແຕ່ເດືອນກັນຍາ ປີ 2010 ແລະ ໄດ້ຮັບການຄຸ້ມຄອງພາຍໃຕ້ ຄະນະກຳມະ ການຣາມຊາຂອງແຂວງ ສະຫວັນນະເຂດ ແລະ ເຂດ ດິນບໍລິເວນນໍ້າບຶງກຽດໂງ້ງ, ເມືອງປະທຸມພອນ, ແຂວງຈຳປາສັກ ຫ່າງຈາກເທດສະບານແຂວງໄປ ທາງທິດຕາເວັນອອກສ່ຽງໃຕ້ປະມານ 56 ກມ ມີເນື້ອ ທີ່ 2,360 ຮຕ, ຈຳນວນບ້ານທັງໝົດ 12 ບ້ານ, ມີຊາຍ ແດນຕິດຈອດກັບ 8 ບ້ານ, ມີເນື້ອທີ່ທັງໝົດ 6,000 ຮຕ ແລະ ມີອາຊີບຫຼັກແມ່ນ ປູກເຂົ້າ, ປູກຜັກ, ຫາປາ, ບໍລິການທ່ອງທ່ຽວທຳມະຊາດ, ເຂດດິນບໍລິເວນນຳ້ ບຶງກຽດໂງ້ງ ໄດ້ຮັບການຄຸ້ມຄອງພາຍໃຕ້ ຄະນະກຳ ມະການຣາມຊາຂອງແຂວງ ຈຳປາສັກ. ການຝຶກອົບຮົມທາງວິຊາການໃນການແລກ ປ່ຽນບົດຮຽນ ເພື່ອກຽມຈັດຕັ້ງປະຕິບັດໂຄງການຄຸ້ມ ຄອງເຂດດິນບໍລິເວນນ້ຳຣາມຊາຢູ່ ສປປ ລາວ ໃຫ້ ກຽດເປັນປະທານການຝຶກອົບຮົມວິຊາການ ໂດຍ ແມ່ນທ່ານ ໂລນຄຳ ອາດສະນາວົງ ຮອງຫົວໜ້າກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ, ມີແຂກຜູ້ເຂົ້າ ຮ່ວມທັງໝົດ 30 ທ່ານ. ທີ່ມາຈາກສູນການ (ກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ, ກົມຊັບພະຍາ ການສ້າງຄວາມເຂັ້ມແຂງດ້ານວິ ຊາການ ໃນການຄຸ້ມຄອງເຂດດິນ ບໍລິເວນນ້ຳຣາມຊາ ຢູ່ ສປປ ລາວ
22.
ສຳມະນາ ຈົດໝາຍຂ່າວ ມັງກອນ - ມິຖຸນາ
2015 ກສສ 17 ກອນນຳ້, IUCN, LNMCs) ແລະ ທ້ອງຖິ່ນ (ພະ ແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ແຂວງ ສະຫວັນນະເຂດ ແລະ ຈຳປາສັກ, ກອງເລຂາ ຣາມຊາ ແຂວງ ສະຫວັນນະເຂດ ແລະ ຈຳປາສັກ) ພາຍຫຼັງທ່ານປະທານກ່າວເປີດການຝຶກອົບຮົມແລ້ວ ທ່ານ ຄອນສະຫວັນ ຫຼວງລາດ ຫົວໜ້າພະແນກ ເຕັກ ໂນໂລຊີສິ່ງແວດລ້ອມ ທັງເປັນກອງເລຂາ ຄຊຣຊ, ກສສ ໄດ້ນຳສະເໜີ ການຈັດຕັ້ງສົນທິສັນຍາຣາມຊາ ວ່າດ້ວຍ ດິນບໍລິເວນນຳ້ ຢູ່ ສປປ ລາວ, ກົມຊັບພະ ຍາກອນນຳ້ ສະເໜີວຽກງານຄຸ້ມຄອງດິນບໍລິເວນນຳ້, IUCNສະເໜີການຄຸ້ມຄ້ອງເຂດດິນບໍລິເວນນຳ້ຕາມ ຮີດຄອງປະເພນີຢູ່ເຂດຣາມຊາຈຳພອນ, LNMCs ສະເໜີ ໂຄງການ CCAI ຢູ່ເຂດຣາມຊາເຊຈຳພອນ, ກອງເລຂາຣາມຊາແຂວງ ສະຫວັນນະເຂດ ສະເໜີ ການຄຸ້ມຄອງເຂດດິນບໍລິເວນນໍ້າຣາມຊາເຊຈຳພອນ ແລະ ການຄຸ້ມຄອງເຂດດິນບໍລິເວນນຳ້ຣາມຊາບຶງ ກຽດໂງ້ງແລ້ວ. ຫຼັງຈາກນັ້ນກໍ່ແບ່ງກຸ່ມເພື່ອປຶກ ສາລື ກ່ຽວກັບ ວິທີການຄຸ້ມຄອງເຂດດິນບໍລິເວນນຳ້ ຣາມຊາທັງສອງແຫ່ງຄື: ເຊຈຳພອນ ແລະ ບຶງກຽດ ໂງ້ງໃຫ້ມີຄວາມຢືນຍົງ, ປະຊາຊົນທີ່ອາໄສຢູ່ໃນບໍລິ ເວນນັ້ນສາມາດນຳໃຊ້ໄດ້, ໃຫ້ປະຊາຊົນເປັນເຈົ້າໃນ ການຄຸ້ມຄອງ ໂດຍແມ່ນໃຫ້ປະຊາຊົນເປັນເຈົ້າການ ໃນການເວນຍາມຮ່ວມກັບພາກລັດ. ຫຼັງຈາກນັ້ນລົງ ຢ້ຽມຢາມພື້ນທີ່ຕົວຈິງຄື: ໜອງກັ່ນ, ໜອງແມ່ຮ້າງ ແລະ ໂຄງການ CCAI ໃນເຂດຣາມຊາເຊຈຳພອນ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ. ຈາກນັ້ນກໍ່ໄດ້ມີການວາງແຜນໃນຕໍ່ໜ້າພາຍ ຫຼັງໄດ້ຮັບໂຄງການວ່າຈະເຮັດຫຍັງເປັນບູລິມະສິດ ທຳອິດຄືການປັກຫຼັກແດນ,ເຮັດປ້າຍໂຄສະນາແລະ ການສ້າງຄວາມຮູ້ຄວາມສາມາດໃນການຄຸ້ມຄອງ ໃຫ້ກັບອຳນາດການປົກຄອງບ້ານ, ຊຸມຊົນ ແລະ ນັກ ຮຽນ
23.
ສຳມະນາ ການຝືກອົບຮົມເຂົ້າເຖີງຂໍ້ມູນ ກ່ຽວກັບ ວຽກງານສິ່ງແວດລ້ອມ ພາບສິ່ງແວດລ້ອມ
ໃຫ້ແກ່ພະນັກງານພາຍ ໃນວັນທີ 9-11 ເມສາ 2015 ກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ ໄດ້ຈັດຝືກອົບຮົມ ກ່ຽວກັບ ວຽກງານການປົກປັກຮັກສາສິ່ງແວດລ້ອມ ແລະ ເຜີຍ ແຜ່ພາລະບົດບາດຂອງກົມສົ່ງເສີມຄຸນນະພາບສິ່ງ ແວດລ້ອມ ໃຫ້ກັບພະນັກງານໃຫມ່ ແລະ ເກົ່າ ທີ່ຫ້ອງ ປະຂຸມ ຮີສອດນາປ່າກວາງ, ທ່າລາດ ແຂວງ ວຽງຈັນ. ການຝືກອົບຮົມຄັ້ງນີ້ ແມ່ນໄດ້ຮັບກຽດເປັນ ປະທານ ໂດຍທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ ແລະ ພະນັກງານເຂົ້າຮ່ວມທັງໝົດ 57 ທ່ານ ຍິງ 27 ທ່ານ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ18
24.
ສຳມະນາ ມ ແລະ ການເຜີຍແຜ່ພາລະບົດບາດຂອງກົມສົ່ງເສີມຄຸນນະ ຍໃນກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ການຝືກອົບຮົມການເຂົ້າເຖີງຂໍ້ມູນ
ກ່ຽວກັບ ວຽກງານ ສິ່ງແວດລ້ອມ ແລະ ການເຜີຍແຜ່ພາລະບົດບາດ ຂອງກົມ ແມ່ນໄດ້ນຳສະເໜີພາລະບົດບາດຂອງກົມ ແລະ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດ ລ້ອມ ໃຫ້ກັບພະນັກງານໃຫມ່, ພະນັກງານເກົ່າ ແລະ ອາສາສະໝັກ ເຂົ້າໃຈວຽກງານການຄຸ້ມຄອງສິ່ງ ແວດລ້ອມຢ່າງລະອຽດ ພາຍຫຼັງການຝືກອົບຮົມສຳ ເລັດແລ້ວທາງກົມກໍ່ໄດ້ມີການຈັດພິທີບາສີຊູ່ຂວັນປີ ໃຫມ່ລາວ ເພື່ອເປັນການສ້າງຄວາມສາມັກຄີພະນັກ ງານໃນກົມໃຫ້ແໜ່ນແກ່ນ. ຈົດໝາຍຂ່າວ ມັງກອນ - ມິຖຸນາ 2015 ກສສ 19
25.
ເຫດການ ຊີວິດການເປັນຢູ່ທີ່ດີຂອງມະນຸດ ແມ່ນຂຶ້ນ ກັບທຳມະຊາດ.
ທຳມະຊາດຕ້ອງການຄວາມຫຼາກ ຫຼາຍຂອງຊີວະວິທະຍາເຊັ່ນ: ຈຳນວນຂອງພັນພືດ, ພັນສັດ, ແລະ ລະບົບນິເວດທີ່ອຸດົມສົມບູນເຊັ່ນ:ປ່າ ໄມ້ ຫຼື ດິນບໍລິເວນນໍ້າ. ປະເທດລາວ ເປັນປະເທດໜຶ່ງ ທີ່ອຸດົມຮັ່ງມີໄປດ້ວຍຊີວະນາໆພັນ, ແຕ່ຈຳນວນພັນ ພືດ, ພັນສັດກຳລັງຫຼຸດລົງ. ປ່າໄມ້, ຊີວະນາໆພັນ ແລະ ສັດປ່າ ແມ່ນຊັບສິນຂອງປະຊາຊົນທີ່ຊ່ວຍຄໍ້າ ຈູນການດຳລົງຊີວິດ. ປັດຈຸບັນນີ້ ປະຊາຊົນລາວໄດ້ ເອົາໃຈໃສ່ຕໍ່ຊັບພະຍາກອນເພື່ອນຳໃຊ້ໃນຕໍ່ໜ້າ, ມີປ່າສະຫງວນແຫ່ງຊາດ 24 ແຫ່ງ ແລະ ແລວປ່າ ລະຫວ່າງປ່າສະຫງວນດັ່ງກ່າວໄດ້ຮັບການສ້າງຕັ້ງ ຂຶ້ນເພື່ອໃຫ້ບັນດາ ພັນສັດຕ່າງໆສາມາດເຄື່ອນຍ້າຍ ຢ່າງອິດສະຫຼະ ແລະ ຄົນຫຼຸ້ນຕໍ່ໄປສາມາດ ນຳໃຊ້ລະ ບົບນິເວດ ແລະ ຊີວະນາໆພັນໄດ້ໃນອານາຄົດ. ດັ່ງ ນັ້ນເຮົາຕ້ອງມີການຄຸ້ມຄອງຢ່າງພຽງພໍເພ່ືອບັນລຸຈຸດ ປະສົງເປົ້າໝາຍຕົ້ນຕໍ. ພື້ນທີ່ຖືກແບ່ງອອກເປັນແຕ່ ລະເຂດທີ່ຕ່າງກັນສຳລັບກິດຈະກຳສະເພາະທີ່ສາ ມາດເຮັດໄດ້ ຫຼື ເຮັດບໍ່ໄດ້, ຊຶ່ງສິ່ງດັ່ງກ່າວຊ່ວຍການ ຄຸ້ມຄອງຊັບພະຍາກອນທຳມະຊາດ, ການນຳໃຊ້ ໂດຍຜູ້ຢູ່ອາໄສ ແລະ ຜູ້ມາຢ້ຽມຢາມ, ແລະ ການເຂົ້າ ເຖິງ ຫຼື ບຳລຸງຮັກສາພື້ນທີ່ນັ້ນ. ກິດຈະກຳການຄຸ້ມ ຄອງລວມມີການກຳນົດເຂດ, ການເຝົ້າຍາມ, ການ ຕິດຕາມສາຍພັນ, ການບຳລຸງຮັກສາ ແລະ ການ ຄົ້ນຄ້ວາ.ກົດໝາຍ ແລະ ລະບຽບການຊຸກຍູ້ການຄຸ້ມ ຄອງປ່າ ສະຫງວນແຫ່ງຊາດຜ່ານຫຼັກການ ແລະ ບົດ ແນະນຳສະເພາະ. ການຄຸ້ມຄອງປ່າສະຫງວນບໍ່ໄດ້ ເຮັດແບບແຍກກັນແຕ່ເປັນສ່ວນໜຶ່ງຂອງແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ສ ປ ປ ລາວ. ການ ການຄຸ້ມຄອງປ່າສະຫງວນ ແບບມີສ່ວນຮ່ວມ 20 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
26.
ເຫດການ 21ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ຄຸ້ມຄອງປ່າສະຫງວນແຫ່ງຊາດແບບປະສານງານ ກັນ ຫຼື
ຮ່ວມກັນໝາຍເຖິງ ລັດຖະບານໄດ້ຮ່ວມກັບ ປະຊາຊົນທີ່ອາໄສໃນຊົນນະບົດໃກ້ ຫຼື ຢູ່ໃນພື້ນທີ່ປ່າ ສະຫງວນໃນການກຳນົດ ແລະ ຮັບປະກັນການແບ່ງ ປັນໜ້າທີ່ການຄຸ້ມຄອງ, ສິດ ແລະ ຄວາມຮັບຜິດ ຊອບ. ການຄຸ້ມຄອງຮ່ວມກັນ ແມ່ນຕ່າງອອກໄປ ຕາມແຕ່ລະພື້ນທີ່, ແຕ່ທັງໝົດເປັນການປະສົມປະ ສານກັນ ລະຫວ່າງຈຸດປະສົງ ການອານຸລັກ ແລະ ສິດ ນຳໃຊ້ຂອງຊຸມຊົນ ແລະ ສ້າງປະໂຫຍດໃຫ້ການອາ ນຸລັກຊີວະນາໆພັນ, ປົກປັກຮັກສາສັດປ່າ ແລະ ການ ດຳລົງຊີວິດໃນທ້ອງຖິ່ນ. ຜົນຕອບແທນຈາກການ ປົກປັກຮັກສາ ແລະ ການຄຸ້ມຄອງນັ້ນ ແມ່ນປະຊາ ຊົນໄດ້ຮັບຜົນປະໂຫຍດເຊັ່ນ: ຜະລິດຕະຜົນຈາກປ່າ ຫຼື ການທ່ອງທ່ຽວທຳມະຊາດທີ່ສ້າງລາຍຮັບ. ສົ່ງເສີມ ພູມປັນຍາ ຫຼື ຄວາມຮູ້ຂອງທ້ອງຖິ່ນຕໍ່ຊັບພະຍາກອນ ທຳມະຊາດ, ສາຍພັນສັດ ແລະ ພືດ ແມ່ນສຳຄັນ ທຽບເທົ່າຄວາມຮູ້ທາງວິທະຍາສາດ ຫຼື ຄວາມຮູ້ທາງ ການສຶກສາ. ປະຊາຊົນບໍ່ພຽງແຕ່ສັງເກດເຫັນສິ່ງ ອ້ອມຂ້າງຕົວ ເຂົາເຈົ້າເທົ່ານັ້ນແຕ່ຍັງມີປະສົບການ ໃນການທົດລອງ ແລະ ປັບຕົວໃຫ້ເຂົ້າກັບສິ່ງແວດ ລ້ອມທີ່ກຳລັງປ່ຽນແປງ. ສະນັ້ນ, ພູມປັນຍາຂອງປະ ຊາຊົນໃນທ້ອງຖິ່ນທີ່ຢູ່ໃນ ຫຼື ໃກ້ກັບປ່າສະຫງວນ ແຫ່ງຊາດ ບໍ່ຄວນຖືກປະລະຍ້ອນຄວາມຮູ້ນັ້ນເປັນ ອົງປະກອບຕົ້ນຕໍໃນການຄຸ້ມຄອງແບບຮ່ວມກັນ ແລະ ການອານຸລັກຊັບພະຍາກອນທຳມະຊາດ. ພ້ອມກັນນັ້ນ, ການຄົ້ນຄ້ວາທາງວິທະຍາສາດກໍ່ຈຳ ເປັນໃນການພັດທະນາຄວາມຮູ້ໃຫ້ສູງຂຶ້ນຕໍ່ກັບຂະ ບວນການທາງຊີວະວິທະຍາ, ສາຍພັນພືດ ແລະ ສັດ, ຕົວຢ່າງ: ຄວາມສົມບູນຂອງດິນ, ພະຍາດ ຫຼື ຄວາມ ທົນທານຂອງພືດ. ພະແນກສົ່ງເສີມສິ່ງແວດລ້ອມ, ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະ
27.
ເຫດການ ຍາກອນທຳມະຊາດແລະສິ່ງແວດລ້ອມ(ກຊສ)ຮ່ວມ ກັບໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
(ProCEEd) ໄດ້ລົງ ເຄື່ອນໄຫວວຽກງານສຶກສາແລະສ້າງຈິດສຳນຶກດ້ານ ສິ່ງແວດລ້ອມ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງປ່າສະ ຫງວນແບບມີສ່ວນຮ່ວມ” ທີ່ເມືອງ ທ່າແຂກ ແລະ ເມືອງບົວລະພາ ແຂວງ ຄຳມ່ວນ ໂດຍນຳໃຊ້ລົດສິ່ງ ແວດລ້ອມ, ໃນວັນທີ 27 ຫາ 30 ເມສາ 2015 ໃນການດຳເນີນກິດຈະກຳໃນຄັ້ງນີ້ ແມ່ນໄດ້ ຮັບກຽດກ່າວເປີດກິດຈະກຳໂດຍ ທ່ານ ຄໍາໄຜ່ ເພັງແພງເມືອງ ຫົວໜ້າພະແນກ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ, ຊຶ່ງມີ ຜູ້ເຂົ້າຮ່ວມ ຈາກຫ້ອງການ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເມືອງທ່າແຂກ, ຫ້ອງວ່າ ການປົກຄອງເມືອງທ່າແຂກ, ພະແນກກະສິກຳປ່າ ໄມ້ແຂວງ, ພະແນກອຸດສາຫະກຳ-ການຄ້າເມືອງ, ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ເມືອງ, ພະແນກສຶກສາທິການ ແລະ ກິລາ, ພະແນກ ແຜນການ ແລະ ການລົງທຶນເມືອງ ແລະ ບັນດາທ່ານ ຫົວໜ້າພະແນກອ້ອມຂາງຂອງແຂວງ, ຫ້ອງການ ຊາວໜຸ່ມເມືອງ, ແນວລາວສ້າງຊາດເມືອງ, ກອງບັນ ຊາການທະຫານເມືອງ, ຫ້ອງການໂຍທາທິການ ເມືອງ, ຫ້ອງການຍຸດຕິທຳເມືອງ, ມີຜູ້ເຊົ້າຮ່ວມທັງ ໝົດ 125 ທ່ານ ແລະ ທີມງານຈາກພະແນກສົ່ງເສີມ ສິ່ງແວດລ້ອມ ຈຳນວນ 10 ທ່ານ. ຮູບແບບຂອງການນຳສະເໜີຈະແບ່ງອອກ ເປັນແຕ່ໄລຍະ 1. ນຳສະເໜີຈຸດປະສົງ ແລະ ຄວາມເປັນມາຂອງ 22 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
Télécharger maintenant