Ce diaporama a bien été signalé.
Le téléchargement de votre SlideShare est en cours. ×
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
lt[a[mu 9
,a'dvo{,y45ok 2018
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຂະແໜງສົ່ງເສີມຄຸນນະພາບສ...
ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ
ຄະນະຮ່າງ ແລະ ຮຽບຮຽງ
ຄະນະກົມ ສົ່ງເສີມຄຸນນະພາບ ສິ່ງແວດລ້ອມ
ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມ
ທ່ານ...
ສາລະບານ
•	 ສານຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນວັນສິ່ງແວດລ້ອມ........1
ໂລກ  5 ມິຖຸນາ 2018.......................
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Prochain SlideShare
Newsleter deqp viii
Newsleter deqp viii
Chargement dans…3
×

Consultez-les par la suite

1 sur 59 Publicité

Newsleter deqp ix

Télécharger pour lire hors ligne

ຈົດໝາຍຂ່າວ ກສສ ສະບັບທີ 9, ວາລະສານສິ່ງແວດລ້ອມ

ຈົດໝາຍຂ່າວ ກສສ ສະບັບທີ 9, ວາລະສານສິ່ງແວດລ້ອມ

Publicité
Publicité

Plus De Contenu Connexe

Similaire à Newsleter deqp ix (6)

Plus par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (12)

Publicité

Newsleter deqp ix

  1. 1. lt[a[mu 9 ,a'dvo{,y45ok 2018 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ld l l ຈົດໝາຍຂ່າວ
  2. 2. ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ ຄະນະຮ່າງ ແລະ ຮຽບຮຽງ ຄະນະກົມ ສົ່ງເສີມຄຸນນະພາບ ສິ່ງແວດລ້ອມ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມ ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ ກວດແກ້ ບັນດາພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພະແນກ ສິ່ງແວດລ້ອມ ສັງຄົມ ທ່ານ ຄອນສະຫວັນ ຫຼວງລາດ ຫົວໜ້າພະແນກ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ ທ່ານ ນາງ ລັດຕະນະພອນ ອິນທະສານ ຮອງຫົວໜ້າພະແນກ ຈັດໜ້າອອກແບບ ທ່ານ ບົວແສງປະເສິດ ພຣະສິດທິເດດ ຮອງຫົວໜ້າພະແນກ ທ່ານ ກິ່ງທອງ ສິຣິສົມພອນ ວິຊາການ ຄະນະເກັບກຳຂໍ້ມູນ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ນາງ ຈັນທາ ທຳມະວົງ ແຫຼ່ງຂໍ້ມູນ ຂໍຂອບໃຈເປັນຢ່າງສູງ ທີ່ສະໜອງຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສສ
  3. 3. ສາລະບານ • ສານຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນວັນສິ່ງແວດລ້ອມ........1 ໂລກ 5 ມິຖຸນາ 2018.......................................................................................1 • ກຊສ ຈັດພິທີສະເຫຼີມສະຫຼອງ 3 ວັນ ສຳຄັນ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ...... ຄົບຮອບ 46 ປີ, ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 19 ປີ ແລະ ວັນນ້ຳໂລກ ຄົບ........ ຮອບ 24 ປີ ພາຍໃຕ້ຄຳຂວັນ: “ຫຼຸຸດຜ່ອນປຼາສະຕິກ, ຫຼຸຸດຜ່ອນມົນລະພິດ Beat ......... Plastic Pollution”..........................................................................................3 • ກອງປະຊຸມ ສະຫຼຸບ ການຈັດຕັ້ງປະຕິບັດ ໂຄງການ ສົ່ງເສີມການສຶກສາສິ່ງແວດ....... ລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄລຍະ II ແລະ ຜ່ານແຜນການຈັດຕັ້ງປະຕິ...... ບັດ ໂຄງການ ໄລຍະ III ....................................................................................7 • ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ໂຄງການ ສົ່ງເສີມຄຸນນະພາບສິ່ງແວດ........ ລ້ອມ ໃນຕົວເມືອງ ແລະ ຊົນນະບົດ ຕາມທິດສີຂຽວ ສະອາດງາມຕາ ຢູ່ລຽບຕາມ........ ເສັ້ນທາງເລກທີ 13 ແລະ ຕາມລຳແມ່ນ້ຳຂອງ.........................................................12 • ຝຶກອົບຮົມ ການນໍາໃຊ້ແບບຟອມປະເມີນ ແລະ ທົດລອງປະເມີນຜົນ ໃນການຈັດ ...... ຕັ້ງປະຕິບັດວຽກງານສົ່ງເສີມ “ຂຽວ ສະອາດ ງາມຕາ”...............................................15 • ກອງປະຊຸມ ສຳມະນາ ກ່ຽວກັບ ຊະນິດພັນທີ່ຫາຍາກ-ສິ່ງມະຫັດສະຈັນແມ່ນ້ຳຂອງ ..... ທີ່ ປະເທດ ກຳປູເຈຍ.........................................................................................17 • ກອງປະຊຸມ ຜ່ານ (ຮ່າງ) ລະບຽບຄຸ້ມຄອງວັງສະຫງວນຂັ້ນບ້ານ ແລະ ການຝຶກອົບ ..... ຮົມ ການເຮັດຝຸ່ນຊີວະພາບຢູ່ໃນ 02 ເຂດດິນບໍລິເວນນ້ຳ ເຊຈຳພອນ ແລະ ບຶງກຽດໂງ້ງ....19 • ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ລົງເຄື່ອນໄຫວກິດຈະກຳສ້າງຈິດສຳ ..... ນຶກ ພາຍໃຕ້ຫົວຂໍ້: ການຄຸ້ມຄອງປ່າສະຫງວນ ແຫ່ງຊາດ ຮ່ວມກັນ ໃນ ສປປ ລາວ..........22 • ລົງເຄື່ອນໄຫວວຽກງານສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ໃນຫົວຂໍ້: “ການຈັດການ .... ຂີ້ເຫຍື້ອ” ໂດຍນໍາໃຊ້ລົດສິ່ງແວດລ້ອມ ຢູ່ເມືອງຫຼວງພະບາງ, ແຂວງຫຼວງພະບາງ............27 • ສະເຫຼີມສະຫຼອງ ວັນດິນບໍລິເວນນ້ຳໂລກ ປີ 2018 ພາຍໃຕ້ຄຳຂັວນ: ‘‘ເຂດດິນ ....... ບໍລິເວນນ້ຳ ເພື່ອອະນາຄົດທີ່ຍືນຍົງຂອງຕົວເມືອງ”...................................................30
  4. 4. • ລົງເຄື່ອນໄຫວກິດຈະກຳ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຫົວຂໍ້ “ການອະນຸລັກສິ່ງ .... ທີ່ມີຊີວິດໃນປ່າ ໃນ ສປປ ລາວ” ໃນງານມະຫາກຳບຸນຊ້າງ 2018 ທີ່ເມືອງ ............. ໄຊຍະບູລີ, ແຂວງ ໄຊຍະບູລີ...............................................................................32 • ແລກປ່ຽນຂໍ້ມູນຂ່າວສານ ໃນຫົວຂໍ້ “ການຄຸ້ມຄອງປ່າສະຫງວນ ແຫ່ງຊາດ ຮ່ວມກັນ .... ໃນ ສປປ ລາວ” ທີ່ແຂວງ ຄຳມ່ວນ ແລະ ແຂວງ ໄຊຍະບູລີ.........................................35 • ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມຮ່ວມກັບສູນພັດທະນາຊຸມຊົນລົງເຄື່ອນໄຫວ..... ກິດຈະກຳສ້າງຈິດສຳນຶກດ້ານສິ່ງແວດລ້ອມຢູ່ໃນງານເປີດປີທ່ອງທ່ຽວລາວແລະບຸນ........ ກອງເຂົ້າໃຫຍ່ ທີ່ເມືອງ, ແຂວງ ໄຊຍະບູລີ..............................................................39 • ຄູຝຶກຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ(ກສສ)ໄດ້ຝຶກອົບຮົມໃຫ້ແກ່ພະນັກ... ງານ ວິຊາການ ກສສ ແລະ ອາສາສະໝັກຈາກ ສູນພັດທະນາຊົນນະບົດ (RDA)............42 • ການວາງສະແດງຜົນງານຂອງຂະແໜງສິ່ງແວດລ້ອມໃນຫົວຂໍ້ “ການອະນຸລັກ .......... ຊີວະນາໆພັນ ແລະ ການຈັດການຂີ້ເຫຍື້ອ” ໃນງານເປີດປີທ່ອງທ່ຽວ 2018 ຂອງ ............ ແຂວງ ບໍລິຄໍາໄຊ .............................................................................................44 • ກຽມສະເໜີຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ................................................ 46 • ນາຍົກ ອອກຄຳສັ່ງ ຫ້າມລ່າ, ຄ້າ-ຂາຍສັດປ່າ-ພືດປ່າຫວງຫ້າມ ຜູ້ລະເມີດ .............. ໃຫ້ຈັບກຸມ ໜ່ວຍງານໃດປ່ອຍປະປົດຕຳແໜ່ງ ແລະ ດຳເນີນຄະດີ................................47 • ພັກ - ລັດຖະບານໄດ້ຄຸ້ມຄອງປ່າໄມ້ຢ່າງເຂັ້ມງວດ .......................................... 51 • ທ່ານຮູ້ບໍ່ວ່າ: ປ່າສະຫງວນ ແຫ່ງຊາດ ຈຳນວນ 24 ແຫ່ງ ຂອງ ສປປ ລາວ ............. 52
  5. 5. 1 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ ສານ ຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນວັນສິ່ງແວດລ້ອມ ໂລກ 5 ມິຖຸນາ 2018 ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ, ໃນປີນີ້ ກໍ່ຄືໃນຊຸມປີທີ່ຜ່ານມາ ພວກເຮົາຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງ ແວດລ້ອມໂລກ 5 ມິຖຸນາ ຄົບຮອບ 46 ປີ ທັງເປັນວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 19 ປີ ພາຍໃຕ້ ຄໍາຂວັນທີ່ວ່າ: “ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະພິດ” “Beat Plastic Pollution”. ການສະເຫຼີມສະຫຼອງ ຄັ້ງນີ້ ໄດ້ດໍາເນີນຮ່ວມກັນກັບການສະເຫຼີມສະຫຼອງວັນນໍ້າໂລກ ພາຍໃຕ້ຫົວຂໍ້ “ຈົ່ງພ້ອມກັນປົກປັກຮັກສາທໍາ ມະຊາດ ເພື່ອແຫຼ່ງນໍ້າ Nature for Water” ແລະ ພ້ອມກັນກັບ ຂະບວນປຸກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ຊຶ່ງໄດ້ຖືໂອກາດເອົາ ວັນສໍາຄັນດັ່ງກ່າວ ເພື່ອປຸກລະດົມ ສ້າງຈິດສໍານຶກ ແລະ ໃຫ້ສັນຍານເຕືອນ ແກ່ປະຊາ ຊົນໃນທົ່ວໂລກ ຮ່ວມແຮງຮ່ວມໃຈກັນ ດຳເນີນການຢ່າງຈິງຈັງ ໃນການແກ້ໄຂບັນຫາສິ່ງແວດລ້ອມ ອັນພົ້ນ ເດັ່ນ ພາຍໃຕ້ຄໍາຂວັນ ດັ່ງທີ່ກ່າວມາຂ້າງເທິງ ໃຫ້ປະກົດຜົນເປັນຈິງ. ພີ່ນ້ອງຮ່ວມຊາດ ທີ່ຮັກແພງ, ດັ່ງທີ່ຮັບຮູ້ນໍາກັນແລ້ວວ່າ,ໂລກກຳລັງປະເຊີນກັບສິ່ງທ້າທາຍຢ່າງໜັກໜ່ວງຕໍ່ຄວາມສາມາດໃນການ ຄຸ້ມຄ້ອງ ຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ລວມ ທັງການປົກປັກຮັກສາແຫຼ່ງນໍ້າທໍາມະຊາດຈາກປັດໃຈການເພີ່ມຂຶ້ນຂອງປະຊາກອນໂລກຢ່າງໄວວາ,ສິ່ງແວດ ລ້ອມທໍາມະຊາດຖືກທຳລາຍ, ການເຊື່ອມໂຊມຂອງລະບົບນິເວດພື້ນຖານທໍາມະຊາດໂລກ ແລະ ຈາກສະ ພາບການປ່ຽນແປງຂອງດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບອັນສໍາຄັນຕໍ່ປະຊາກອນໂລກ ໂດຍສະເພາະ ໃນບັນດາປະເທດດ້ອຍພັດທະນາເກີດມີບັນຫາຂາດແຄນນ້ຳ. ຕາມຂໍ້ມູນຂອງອົງການສະຫະປະຊາດ ໄດ້ ແຈ້ງໃຫ້ຊາບວ່າ ໃນປະລິມານສິ່ງເສດເຫຼືອທັງໝົດໃນທົ່ວໂລກ ສ່ວນໃຫຍ່ແມ່ນມາຈາກປຼາສະຕິກ ໂດຍສະ ເພາະໃນບັນດາຕົວເມືອງທົ່ວໂລກ ໄດ້ຊົມໃຊ້ຖົງຢາງປຼາສະຕິກປະມານ 500 ຕື້ຖົງ/ປີ ແລະ ໄດ້ຊື້ກະຕຸກຢາງ ປຼາສະຕິກ 1 ລ້ານຕຸກ ໃນທຸກໆນາທີ, ແຕ່ການຊົມໃຊ້ຜະລິດຕະພັນດັ່ງກ່າວ 50% ແມ່ນພຽງຄັ້ງດຽວ-ກໍ່ຖິ້ມ ໄປ ແລະ ກາຍເປັນສິ່ງເສດເຫຼືອປຼາສະຕິກ ຊຶ່ງຢ່າງໜ້ອຍປະມານ 8 ລ້ານໂຕນ/ປີ ໄດ້ຖິ້ມລົງສູ່ທະເລ. ສະຫຼຸບ ລວມແລ້ວ ສິ່ງເສດເຫຼືອປຼາສະຕິກ ກວມເອົາ 10% ຂອງສິ່ງເສດເຫຼື່ອທົ່ວໄປ ທີ່ມະນຸດເຮົາ ໄດ້ສ້າງຂື້ນໃນທົ່ວ ໂລກ. ມາຮອດປັດຈຸບັນ ປະຊາກອນໃນທົ່ວໂລກຫຼາຍກວ່າ 663 ລ້ານຄົນ ບໍ່ສາມາດເຂົ້າຫາແຫຼ່ງນ້ຳທີ່ສະ ອາດໄດ້. ນອກນັ້ນ, ຍັງປະເຊີນໜ້າ ກັບບັນຫາມົນລະພິດທາງນ້ຳ ແລະ ບັນຫາໄພນໍ້າ ຖ້ວມຢ່າງກະທັນຫັນ ແລະ ໄພແຫ້ງແລ້ງຢ່າງຮຸນແຮງໄດ້ເພີ່ມຂຶ້ນໃນແຕ່ລະປີ ຊຶ່ງໄດ້ສົ່ງຜົນກະທົບຢ່າງແຜ່ລາມເປັນວົງກວ້າງ ກະ ທົບຮຸນແຮງຕໍ່ການດຳລົງຊີວິດຂອງຄົນ ແລະ ສັດ ໃນທົ່ວທຸກມຸມໂລກ.
  6. 6. 2 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ ສປປ ລາວ ພວກເຮົາກໍ່ເຊັ່ນດຽວກັນ, ພວກເຮົາກໍ່ກໍາລັງປະເຊີນໜ້າກັບບັນຫາທີ່ນັບມື້ ນັບເພີ່ມຂຶ້ນ ຂອງການຊົມໃຊ້ປຼາສະຕິກ ເວົ້າລວມ ເວົ້າສະເພາະ ກໍ່ແມ່ນບັນຫາຖົງຢາງປຼາສະຕິກ ທີ່ຊົມໃຊ້ຢ່າງງ່າຍດາຍ ແລະ ຖີ້ມຊະຊາຍ ຕາມຊຸມຊົນ, ຖະໜົນຫົນທາງ ໃນຕົວເມືອງໃຫຍ່ນ້ອຍ ໃນທົ່ວປະເທດ ແລະ ບັນຫາການ ຂາດແຄ້ນນໍ້າດື່ມ ນໍ້າໃຊ້ທີ່ສະອາດຂອງປະຊາຊົນບັນດາເຜົ່າ ທີ່ທຸກຍາກໃນຊົນນະບົດ ຊຶ່ງເປັນບັນຫາທີ່ລັດ ຖະບານພວກເຮົາ ໄດ້ຊີ້ນໍາຢ່າງໃກ້ສິດ ໃນການແກ້ໄຂຢ່າງຮີບດ່ວນ. ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ, ຕໍ່ບັນຫາ ແລະ ສະພາບການດັ່ງກ່າວ, ໃນເວທີສາກົນ ປະຊາຊາດໃນໂລກ ກໍ່ບໍ່ໄດ້ຫຼົດລະຄວາມພະ ຍາຍາມ ໃນການຮ່ວມມືກັນຢ່າງຈິງຈັງ ໃນການວາງນະໂຍບາຍ, ຍຸດທະສາດ ລະດັບໂລກ ແລະ ມາດຕະ ການຕ່າງໆ ເພື່ອຊອກຫາວີທີແກ້ໄຂບັນຫາດັ່ງກ່າວ. ສະເພາະ ສປປ ລາວ, ພັກ-ລັດ ກໍ່ໄດ້ມີແນວທາງ ແລະ ນະໂຍບາຍ ໃນການແກ້ໄຂບັນຫາດັ່ງກ່າວ ຢ່າງສະເໝີຕົ້ນສະເໝີປາຍ ເປັນຕົ້ນ ແມ່ນໄດ້ຮັບຮອງ ແລະ ປະ ກາດໃຊ້ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ພອ້ມທັງໄດ້ ກຳນົດ ຢູ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງ ພັກ, ກໍ່ຄືຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງ ສປປ ລາວ, ຄຽງຄູ່ກັບການສົ່ງເສີມຄຸນນະພາບສິ່ງແວດລ້ອມຕົວເມືອງທົ່ວ ສປປ ລາວ ໃຫ້ກາຍເປັນ ສີຂຽວ, ສະອາດ, ງາມຕາ. ເພື່ອປະກອບສ່ວນເຂົ້າໃນການຂັບເຄື່ອນໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມ ແຫ່ງຊາດ, ວັນ ນໍ້າໂລກ, ວັນປຸກຕົ້ນໄມ້ ແຫ່ງຊາດ ປີນີ້, ສຳລັບ ສປປ ລາວ ພວກເຮົາຂໍໃຫ້ຖືເອົາໂອກາດທີ່ມີ ຄວາມໝາຍຄວາມ ສຳຄັນດັ່ງກ່າວ ດຳເນີນການໂຄສະນາ, ສ້າງຈິດສຳນຶກ ແລະ ສ້າງຂະບວນການ ກ່ຽວກັບ ສອດຄ່ອງຕາມຄໍາ ຂວັນສະເພາະປີນີ້ ແລະ ພ້ອມກັັນ ຫັນປ່ຽນຈີນຕະນາການໄປພ້ອມໆກັບການເພີ່ມທະວີການຄຸ້ມຄອງຊັບ ພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ຕາມລະບຽບການ ແລະ ກົດໝາຍ ຢ່າງເຂັ້ມງວດ ໃຫ້ບັນລຸຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນການ 5 ປີ ຂອງຂະ ແໜງການ ປະກອບສ່ວນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ. ສະເພາະໃນປີນີ້ ໄດ້ມີການສົ່ງເສີມຂະບວນການອານະໄມຕົວເມືອງ, ອານະໄມຮ່ອງລະບາຍນ້ຳ, ປູກຕົ້ນໄມ້, ການແຍກສິ່ງ ເສດເຫຼືອ, ການກຳຈັດຂີ້ເຫຍື້ອ, ການຫຼຸດຜ່ອນການນຳໃຊ້ຖົງຢາງປຼາສະຕິກ ກ້າວໄປເຖິງການນຳໃຊ້ວັດສະດຸ ທີ່ຍ່ອຍສະຫຼາຍໄດ້ງ່າຍ ທັງໝົດນີ້ກໍ່ເພື່ອສ້າງປະເທດລາວ “ຂຽວ, ສະອາດ, ງາມຕາ”. ໃນໂອກາດນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກການຈັດຕັ້ງຂອງພັກ-ລັດ, ອົງການປົກຄອງທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ຫົວໜ່ວຍທຸລະກິດຕ່າງໆ ຕະຫຼອດເຖິງປະຊາຊົນທຸກ ທົ່ວໜ້າ ຈົ່ງພ້ອມກັນຈັດຕັ້ງປະຕິບັດພັນທະຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດຄຳຂວັນຂອງປີ 2018 ຄື: “ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະພິດ” ແລະ “ຈົ່ງພ້ອມກັນປົກປັກຮັກສາທໍາມະຊາດ ເພື່ອແຫຼ່ງນໍ້າ” ໃຫ້ປະ ກົດຜົນເປັນຈິງ. ຈົ່ງພ້ອມກັນມີຈີນຕະນະການວ່າ ພວກເຮົາປົກປັກຮັກສາສິ່ງແວດລ້ອມ ກໍ່ຄືຮັກຊີວິດຂອງ ຕົນເອງ.
  7. 7. 3 ປະຊຸມ ກຊສ ຈັດພິທີສະເຫຼີມສະຫຼອງ 3 ວັນ ສຳຄັນ ວັນສິ່ງ ແວດລ້ອມໂລກ 5 ມິຖຸນາ ຄົບຮອບ 46 ປີ, ວັນສິ່ງແວດ ລ້ອມ ແຫ່ງຊາດ ຄົບຮອບ 19 ປີ ແລະ ວັນນ້ຳໂລກ ຄົບ ຮອບ24ປີພາຍໃຕ້ຄຳຂວັນ:“ຫຼຸຸດຜ່ອນປຼາສະຕິກ,ຫຼຸຸດ ຜ່ອນມົນລະພິດ Beat Plastic Pollution” ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສິ່ງ ແວດລ້ອມໂລກ 5 ມິຖຸນາ 2018 ຄົບຮອບ 46 ປີ ພາຍໃຕ້ຄຳຂວັນ: "ຫຼຸຸດຜ່ອນ ປຼາສະຕິກ, ຫຼຸຸດຜ່ອນມົນ ລະພິດ Beat Plastic Pollution," ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 19 ປີ ແລະ ວັນນ້ຳໂລກ 22 ມີ ນາ 2018 ພາຍໃຕ້ຄຳຂວັນ: "ຈົ່ງພ້ອມກັນປົກປັກຮັກ ສາທຳມະຊາດ ເພື່ອແຫຼ່ງນ້ຳ" ຂຶ້ນໃນວັນທີ 2 ມິຖຸນາ ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ. ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການເງິນ, ທ່ານ ສົມມາດ ພົລເສນາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ບັນດາຜູ້ທ່ານ ຜູ້ຕ່າງໜ້າຈາກບັນດາກະຊວງ, ອົງການ ຈັດຕັ້ງສາ ກົນ, ຄູ່ຮ່ວມພັດທະນາ ພ້ອມດ້ວຍບັນດາທ່ານແຂກ ຖືກເຊີນເຂົ້າຮ່ວມ. ໃນພິທີດັ່ງກ່າວ, ທ່ານ ໂລນຄຳ ອາດສະນາວົງ, ຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງ ແວດລ້ອມ ກ່າວວ່າ: ການສະເຫຼີມສະຫຼອງ ວັນສິ່ງ ແວດລ້ອມໂລກ ແລະ ວັນນ້ຳໂລກ ປີນີ້, ກະຊວງ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ປະ ສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນດຳເນີນກິດຈະກຳຕ່າງໆ ເພື່ອສ້າງຂະ ບວນການຢ່າງຟົດຟື້ນ, ເປັນຕົ້ນ ແມ່ນໄດ້ສ້າງຈິດສຳ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  8. 8. 4 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ ນຶກ ໃນການປົກປັກຮັກສາສິ່ງແວດລ້ອມ ໂດຍການ ນຳໃຊ້ສື່ຕ່າງໆ,ຮ່ວມກັບນະຄອນຫຼວງ,ສ້າງຂະບວນ ການອະນາໄມຕາມແຄມທາງຕັດໃໝ່ ດົງນາໂຊກ - ໜອງບຶກ ໃນໂອກາດເປີດສັບປະດາວຽງຈັນສະອາດ, ຮ່ວມກັບ ສະຖາບັນການສຶກສາ, ມະຫາວິທະຍາໄລ, ໂຮງຮຽນທີ່ມີສ່ວນຮ່ວມໃນການສ້າງຊັບພະຍາກອນ ແລະ ວິຊາການ ກ່ຽວກັບ ສິ່ງແວດລ້ອມ. ສຳລັບ ກິດ ຈະກຳໃນຄັ້ງນີ້ ແມ່ນໄດ້ຮ່ວມກັນປູກໄມ້ດູ່, ຂະບວນ ຍ່າງ ເພື່ອສຸຂະພາບ ແລະ ກິດຈະກຳສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ເພື່ອສ້າງຈິດສຳນຶກໃຫ້ແກ່ປະຊາ ຊົນເຂົ້າໃຈ ແລະ ມີສ່ວນຮ່ວມໃນການຫຼຸຸດຜ່ອນ ການ ນຳໃຊ້ຢາງປຼາສະຕິກ, ຄິດກ່ອນຈະໃຊ້, ຄິດກ່ອນຈະ ຖິ້ມ ແລະ ປົກປັກຮັກສາສິ່ງແວດລ້ອມ ເພື່ອສ້າງຕົວ ເມືອງສີຂຽວ ສະອາດ ງາມຕາ ເພື່ອໃຫ້ບັນລຸເປົ້າ ໝາຍພັດທະນາແບບຍືນຍົງ. ເພື່ອເຮັດພິທີດັ່ງກ່າວ ມີຄວາມໝາຍຄວາມ ສຳຄັນ ທ່ານ ສົມມາດ ພົນເສນາ ຍັງໄດ້ອ່ານສານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເນື່ອງໃນວັນສິ່ງແວດລ້ອມໂລກ 5 ມິຖຸນາ 2018 ເຊິ່ງມີບາງເນື້ອໃນສຳຄັນ: ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ, ວັນສິ່ງແວດ ລ້ອມ ແຫ່ງຊາດ, ວັນນ້ຳໂລກ, ວັນປູກຕົ້ນໄມ້ແຫ່ງ ຊາດ ປີນີ້, ສຳລັບ ສປປ ລາວ ຂໍໃຫ້ຖືເອົາໂອກາດທີ່ມີ ຄວາມໝາຍສຳຄັນ ດັ່ງກ່າວ ດຳເນີນການໂຄສະນາ, ສ້າງຈິດສຳນຶກ ແລະ ສ້າງຂະບວນການໃຫ້ສອດຄ່ອງ ຕາມຄຳຂວັນປີນີ້ ແລະ ພ້ອມກັນຫັນປ່ຽນຈິນຕະນາ ການໄປພ້ອມໆກັບຂະບວນການເພີ່ມທະວີການຄຸ້ມ ຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາ ສິ່ງແວດລ້ອມໄປຕາມທິດສີຂຽວ ແລະ ຍືນຍົງ ໂດຍ ປະຕິບັດລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ ໃຫ້ບັນລຸຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນ ການ 5 ປີ ຂອງຂະແໜງການ, ປະກອບສ່ວນເຂົ້າໃນ ແຜນພັດທະນາເສດຖະກິດ - ສັງຄົມ ໃຫ້ມີຄວາມຍືນ ຍົງ.
  9. 9. 5 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  10. 10. 6 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  11. 11. 7 ປະຊຸມ ກອງປະຊຸມ ສະຫຼຸບ ການຈັດຕັ້ງປະຕິບັດ ໂຄງການ ສົ່ງ ເສີມການສຶກສາສິ່ງແວດລ້ອມແລະການປ່ຽນແປງດິນ ຟ້າອາກາດ ໄລຍະ II ແລະ ຜ່ານແຜນການຈັດຕັ້ງປະຕິ ບັດ ໂຄງການ ໄລຍະ III ພະແນກສິ່ງແວດລ້ອມສັງຄົມ,ກົມສົ່ງເສີມຄຸນນະ ພາບສິ່ງແວດລ້ອມ (ກສສ) ຮ່ວມກັບ ໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນ ແປງດິນຟ້າອາກາດ (ProCEEd) ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດໂຄງການ ProcEEd ໄລ ຍະIIແລະຜ່ານແຜນການເຄື່ອນໄຫວຂອງໂຄງການ ProcEEd ໄລຍະ III ໃນວັນທີ 21 ມີນາ 2018 ທີ່ໂຮງແຮມ ເມີກ້ຽວ, ນະຄອນຫຼວງວຽງຈັນ. ການຈັດຕັ້ງປະຕິບັດໂຄງການໄລຍະIIແມ່ນເລີ່ມແຕ່ ເດືອນຕຸລາ 2014 ຫາ ເດືອນກັນຍາ 2017 ແລະ ຜ່ານແຜນການຈັດຕັ້ງປະຕິບັດ ໂຄງການ ໄລຍະ III ແມ່ນເລີ່ມແຕ່ເດືອນຕຸລາ 2017 ຫາ ເດືອນມີນາ 2019 ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ຈິດຖະໝອມ ອຸ່ນສີດາ ຮອງຫົວໜ້າ ກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ ແລະ ທ່ານ ນາງ Cristina Georgii ຫົວໜ້າ ໂຄງການ ProCEEd ເຊິ່ງມີຜູ້ເຂົ້າ ຮ່ວມຈາກ ຫ້ອງການ, ກົມແຜນການ ແລະ ການ ຮ່ວມມື,ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ,ກຊສ, ກົມສື່ມວນຊົນ, ກະຊວງ ຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຫ້ອງການ, ກະຊວງ ສຶກສາທິການ ແລະ ກິລາ, ສະຖາບັນ ຄົ້ນຄວ້າວິທະຍາສາດການ ສຶກສາ ແລະ ກິລາ, ກະຊວງ ແຜນການ ແລະ ການ ລົງທຶນ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ, ຫ້ອງການ ຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ທ່າ ແຂກ ແລະ ເມືອງບົວລະພາ, ພະແນກ ຊັບພະຍາ ກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະ ບູລີ, ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ເມືອງ ພຽງ, ພະແນກ ສຶກສາທິການ ແລະ ກິລາ ແຂວງ ຄໍາມ່ວນ, ຫ້ອງການ ສຶກສາທິການ ແລະ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  12. 12. 8 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ ກິລາເມືອງທ່າແຂກແລະເມືອງບົວລະພາ,ພະແນກ ສຶກສາທິການແລະກິລາແຂວງໄຊຍະບູລີ,ຫ້ອງການ ສຶກສາທິການແລະກິລາເມືອງພຽງ,ໂທລະພາບແຫ່ງ ຊາດລາວ,ວິທະຍຸກະຈາຍສຽງແຫ່ງຊາດ,ໂທລະພາບ ຕໍາຫຼວດ, ໜັງສືພິມວຽງຈັນທາມ, ໜັງສືພິມປະຊາ ຊົນ, ວິທະຍຸກະຈາຍສຽງ ແຂວງ ຄໍາມ່ວນ, ວິທະຍຸກະ ຈາຍສຽງ ເມືອງ ບົວລະພາ, ວິທະຍຸ ແຂວງ ໄຊຍະບູລີ, ຄະນະອັກສອນສາດ, ໜ່ວຍງານ ອະນຸລັກເຄື່ອນທີ່ MCU ຄະນະວິທະຍາສາດປ່າໄມ້, ໜ່ວຍງານການ ສຶກສາ ເພື່ອການພັດທະນາ (SEED) ຄະນະວິທະຍາ ສາດ ສິ່ງແວດລ້ອມ, ບໍລິສັດ ມາຍມີເດຍ, ສູນພັດທະ ນາ ຊຸມຊົນ RDA, ເຊິ່ງມີຜູ້ເຂົ້າ ຮ່ວມທັງໝົດ ຈຳນວນ 74 ທ່ານ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ວຽກງານ ການສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ແມ່ນເປັນວຽກງານໜຶ່ງທີ່ສຳຄັນ ເພື່ອເຮັດໃຫ້ປະຊາ ຊົນ ມີຄວາມຮູ້, ທັດສະນະ ແລະ ພຶດຕິກຳ ດ້ານສິ່ງ ແວດລ້ອມ,ຮູ້ຄຸນຄ່າແລະເຂົ້າຮ່ວມໃນວຽກງານການ ຄຸ້ມຄອງສິ່ງແວດລ້ອມ ແບບຍືນຍົງ ແລະ ການອະນຸ ລັກຊັບພະຍາກອນທຳມະຊາດ ເພື່ອຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມ ທິດສີຂຽວແລະຍືນຍົງ.ເພື່ອເປັນການຈັດຕັ້ງປະຕິບັດ ວິໃສທັດ, ຍຸດທະສາດ ດັ່ງກ່າວ ທາງອົງການ ຮ່ວມມື ລາວເຢຍລະມັນ ຈຶ່ງໄດ້ໃຫ້ການຊ່ວຍເຫຼືອລ້າທາງ ດ້ານວິຊາການ ໂດຍຜ່ານໂຄງການ ProcEEd. ໂຄງການດັ່ງກ່າວມີຈຸດປະສົງ: 1) ເພື່ຶອຍົກລະດັບການສຶກສາ, ການສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ ກາດ ໃຫ້ມວນຊົນ; 2) ແຊກຊ້ອນວຽກງານສິ່ງແວດລ້ອມ ແລະ ການ ປ່ຽນແປງດິນຟ້າອາກາດ ເຂົ້າໃນການສຶກສານອກ ໂຮງຮຽນຢູ່ໃນ 02 ແຂວງເປົ້າໝາຍຂອງໂຄງການຄື: ແຂວງ ຄຳມ່ວນ ແລະ ແຂວງ ໄຊຍະບູລີ; 3) ຂົງເຂດການເຮັດວຽກຂອງໂຄງການດັ່ງກ່າວ ປະ ກອບມີ 03 ອົງປະກອບຄື:
  13. 13. 9 ປະຊຸມ ອົງປະກອບທີ 1 ແມ່ນການທົບທວນ ຍຸດທະສາດ ການສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ປີ 2020 ແລະ ປັບປຸງແຜນດຳເນີນງານ ການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ປີ 2018- 2020; ອົງປະກອບທີ 2 ແມ່ນການສ້າງຂະບວນການທາງ ສື່ມວນຊົນ ເພື່ອເພີ່ມຄວາມຮູ້ ແລະ ປັບປຸງພຶດຕິກຳ ຂອງມວນຊົນ ທີ່ຕິດພັນກັບວຽກງານປົກປັກຮັກສາ ສິ່ງແວດລ້ອມ, ການອານຸລັກຊີວະນາໆພັນ ແລະ ການປ່ຽນແປງດິນຟ້າອາກາດ ໂດຍນຳໃຊ້ສື່ຕ່າງໆໃນ ການເຜີຍແຜ່ຂໍ້ມູນຂ່າວສານ; ອົງປະກອບທີ 03 ແມ່ນການສຶກສານອກໂຮງຮຽນ ເປັນການສ້າງຈິດສຳນຶກຕ່າງໆ ເພື່ອເພີ່ມຄວາມຮັບຮູ້ ແລະ ການປັບປຸງພຶດຕິກຳ ແລະ ທັດສະນະຄະຕິ ຂອງມວນຊົນທີ່ຕິດພັນກັບວຽກງານປົກປັກຮັກສາສິ່ງ ແວດລ້ອມ, ການອານຸລັກຊີວະນາໆພັນ ແລະການ ປ່ຽນແປງດິນຟ້າອາກາດ; ງົບປະມານໃນການຈັດຕັ້ງປະຕິບັດ ໄລຍະ I ແລະ II ມີ 6,465,000 ເອີໂຣ ແລະ ໄລຍະ III ມີ 1,625,000 ເອີໂຣ ໂດຍແມ່ນ ອົງການ GIZ ເປັນຜູ້ ຄຸ້ມຄອງ ລວມທັງໝົດ 7,790,000 ເອີໂຣ ໃນໄລຍະ ຜ່ານມາກໍ່ໄດ້ເຄື່ອນໄຫວຫຼາຍໆດ້ານຕາມກອບໜ້າ ວຽກຂອງໂຄງການດັ່ງກ່າວ ເປັນຕົ້ນ: • ປັບປຸງຍຸດທະສາດການສຶກສາ ແລະ ສ້າງຈິດສຳ ນຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າ ອາກາດ; • ລົງເກັບກຳຂໍ້ມູນ 02 ຄັ້ງ ກ່ຽວກັບ ຄວາມຮູ້, ທັດ ສະນະຄະຕິ ແລະ ພຶດຕິກຳ ຢູ່ 3 ແຂວງ (ຄຳມ່ວນ, ໄຊຍະບູລີ ແລະ ຫົວພັນ) ໃນເດືອນ ກັນຍາ - ພະຈິກ 2012 ແລະ 2016; • ແຂງຂັນປະກອດຮູບຖ່າຍ ແລະ ວາງສະແດງຮູບ ຖ່າຍ 02 ຄັ້ງ ວັນທີ 24 ກໍລະກົດ 2013 ແລະ ວັນທີ 30 ພະຈິກ 2015; • ລົງເຄື່ອນໄຫວວຽກງານສຶກສາສິ່ງແວດລ້ອມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  14. 14. 10 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ ນອກໂຮງຮຽນ ແລະ ສ້າງຈິດສຳນຶກດ້ານສິ່ງແວດ ລ້ອມ ໃນແຂວງເປົ້າໝາຍ ແລະ ບັນດາໂຮງຮຽນ 20 ໂຮງຮຽນ ໃນນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ທີ່ ວ່າ: 1. ການຄຸ້ມຄອງປ່າສະຫງວນແບບມີສ່ວນຮ່ວມ, 2. ການຄຸ້ມຄອງປ່າສະຫງວນ ແຫ່ງຊາດ ຮ່ວມກັນ ໃນ ສປປ ລາວ, 3. ການອານຸລັກຊີວະນາໆພັນ, 4. ການ ອານຸລັກ ສິ່ງທີ່ມີຊີວິດໃນປ່າ, 5. ໄພພິບັດທາງທຳມະ ຊາດ ແລະ ຄຸນປະໂຫຍດຂອງປ່າໄມ້ ແລະ 6. ການ ຄຸ້ມຄອງຂີ້ເຫຍື້ອແບບຄົບວົງຈອນ; • ສ້າງຄວາມອາດສາມາດໃຫ້ພະນັກງານ ກຊສ, ມຊ ແລະ ສ່ືມ່ວນຊົນຂັ້ນສູນກາງ ແລະ ທ່ອງຖິ່ນ; • ໂຄສະນາ ແລະ ສະໜັບສະໜຸນ ສື່ຕ່າງໆຈັດພິມ ຈົດໝາຍຂ່າວ ຂອງ ກສສ, ຈົດໝາຍຂ່າວ ຂອງໂຄງ ການ ແລະ ສື່ສິ່ງພິມອຶ່ນໆ; • ສະໜັບສະໜູນ ລາຍການສິ່ງແວດລ້ອມ ທາງໂທ ລະພາບ ແຫ່ງຊາດ, ທາງວິທະຍຸກະຈາຍສຽງ ແຫ່ງ ຊາດ ແລະ ໜັງສືພິມ (ປະຊາຊົນ ແລະ ວຽງຈັນທາມ); • ສະໜັບສະໜູນ ລາຍການວິທະຍຸກະຈ່າຍສຽງ ຂອງເມືອງບົວລະພາ, ເມືອງທ່າແຂກ, ແຂວງ ຄຳ ມ່ວນ ແລະ ເມືອງຫົວເມືອງ, ເມືອງຊຳເໜືອ ແຂວງ ຫົວພັນ; • ລົງເຄື່ອນໄຫວວຽກງານການສຶກສາ ແລະ ສ້າງ ຈິດສຳນຶກ ໃນງານບຸນ ແລະ ເທດສະການຕ່າງໆ ເປັນ ຕົ້ນ: ບຸນຊ່ວງເຮືອທ່າວັດຈັນ, ບຸນນະມັດສະການພະ ທາດຫຼວງ, ບຸນທ່າພະບາດໂພນສັນ, ບຸນພະທາດສີ ໂຄດຕະບອງ,ບຸນກອງເຂົ້າໃຫຍ່,ບຸນຊ້າງແລະອື່ນໆ; ກອງປະຊຸມ ໄດ້ຮັບຟັງການນໍາສະເໜີຈາກນັກວິທະ ຍາກອນຄື: 1. ທ່ານ ຄອນສະຫວັນ ຫຼວງລາດ ຫົວໜ້າພະແນກ ສິ່ງແວດລ້ອມສັງຄົມ ໄດ້ນໍາສະເໜີຄວາມເປັນມາ ແລະ ຜົນຂອງການຈັດຕັ້ງປະຕິບັດ ໂຄງການ Pro- CEEd ໄລຍະ II; 2. ທ່ານ ນ. Cristina Georgii ຫົວໜ້າ ໂຄງການ ProCEEd ໄດ້ນຳສະເໜີ ກ່ຽວກັບ ຜົນການຈັດຕັ້ງ ປະຕິບັດວຽກງານການສຶກສາສິ່ງແວດລ້ອມ ນອກ ໂຮງຮຽນຂອງໂຄງການ ProCEEd ໄລຍະ II; 3. ທ່ານ ບົວແສງປະເສີດ ພຣະສິດທິເດດ ຮອງຫົວ ໜ້າພະແນກສິ່ງແວດລ້ອມສັງຄົມ ໄດ້ນໍາສະເໜີ ຜົນ ການຈັດຕັ້ງປະຕິບັດວຽກງານສື່ມວນຊົນຂອງໂຄງ ການ ProCEEd ໄລຍະ II; 4. ທ່ານ ຄັດສະມັນ ຈັນທະລາດ ຮອງຫົວໜ້າ ໜ່ວຍ ງານສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ນຳສະເໜີ ຜົນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ProCEEd ໄລຍະ II ຢູ່ ແຂວງ ຄໍາມ່ວນ; 5. ທ່ານ ນ. Cristina Georgii ໄດ້ນໍາສະເໜີ ການ ສະຫຼຸບຜົນການສໍາຫຼວດ ຄວາມຮູ້, ທັດສະນະຄະຕິ, ພຶດຕິກໍາ ຄັ້ງທີ II (KAP II) ແລະ ໄດ້ນໍາສະເໜີການ ປະຕິບັດ ກິດຈະກໍາ ໂຄງການ ProCEEd ໄລຍະ III ພາຍໃຕ້ ໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ProCEEd; 6. ທ່ານ ນາງ ສີສົມພານ ແສງທະວີເດດ ນໍາສະເໜີ ແຜນການເຄື່ອນໄຫວວຽກງານໄລຍະIIຂອງການສຶກ ສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມນອກໂຮງ ຮຽນ ເລີ່ມແຕ່ເດືອນ10/2017-03/2019; 7. ທ່ານ ເຊັ່ງຊົ່ງ ເຍ່ຍລົ່ງ ຜູ້ປະສານງານ ວຽກງານສື່ ມວນຊົນ ແລະ ການຈັດການຂໍ້ມູນ ໂຄງການ Pro- CEEd ນໍາສະເໜີ ການເຄື່ອນໄຫວວຽກງານສື່ມວນ ຊົນ ໄລຍະ III ມີຢູ່ 4 ກິດຈະກໍາຫຼັກຄື: 1. ສື່ທາງໂທ ລະພາບ ແລະ ເລື່ອງສັ້ນ; 2. ສື່ທາງວິທະຍຸ; 3. ສື່ທາງ ອີເລັກໂຕຼນິກ; 4. ສື່ທາງສິ່ງພິມ; 8. ທ່ານ Mr. Phillip Bengel ທີ່ປຶກສາດ້ານການ ພັດທະນາໂຄງການ ProCEEd ໄດ້ນໍາສະເໜີການ ເຄື່ອນໄຫວວຽກງານການສຶກສາແລະສ້າງຈິດສໍານຶກ ດ້ານ ສິ່ງແວດລ້ອມນອກໂຮງຮຽນ ຢູ່ແຂວງ ຄໍາມ່ວນ ເຊິ່ງໄດ້ນໍາສະເໜີ ມີ 7 ໜ້າວຽກຫຼັກຄື: • ວຽກງານສື່ມວນຊົນ;
  15. 15. 11 ປະຊຸມ • ການຈັດກິດຈະກໍາສ້າງຈິດສໍານຶກດ້ານສິ່ງແວດ ລ້ອມ ໂດຍນໍາໃຊ້ລົດສິ່ງແວດລ້ອມ; • ການຈັດກິດຈະກໍາຮ່ວມກັບບ້ານ; • ການຈັດຝຶກອົບຮົມໃຫ້ແກ່ພະນັກງານວິຊາການ ແຂວງ ແລະ ເມືອງ; • ການເຮັດກິດຈະກໍາງານບຸນຕ່າງໆ; • ການຈັດກິດຈະກໍາຢູ່ໂຮງຮຽນ; • ຮ່ວມມືກັບໜ່ວຍງານຫີນໜາມໜໍ່; 9. ທ່ານ ນ. Cristina Georgii ນໍາສະເໜີ ການສ້າງ ຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຂອງ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມຄື: • ຝຶກອົບຮົມໃຫ້ແກ່ພະນັກງານວິຊາການ; • ຍົກລະດັບພາສາອັງກິດ; • ຝຶກອົບຮົມໃຫ້ແກ່ພະນັກງານວິຊາການໃຫ້ກາຍ ເປັນຄູຝຶກ; ຜ່ານການຮັບຟັງການນຳສະເໜີກິດຈະກຳ ຂອງໂຄງການ ເຫັນວ່າຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບ ຮູ້ເຂົ້າໃຈເຖິງແຜນງານ ແລະ ກິດຈະກຳຕ່າງໆຂອງ ໂຄງການ ProCEEd ໄລຍະ II, ຜົນສຳຫຼວດ ຄວາມ ຮູ້, ທັດສະນະຄະຕິ ແລະ ພຶດຕິກຳຕໍ່ສິ່ງແວດລ້ອມ (KAP Survey) ຂອງໂຄງການ ProCEEd ໄລຍະ II ແລະ ແຜນການເຄື່ອນໄຫວວຽກງານການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ແຕ່ເດືອນ ຕຸລາ 2017 - ເດືອນ ມີນາ 2019. ພາຍຫຼັງຮັບຟັງບົດສະຫຼຸບການເຄື່ອນໄຫວ ຜ່ານມາກອງປະຊຸມໄດ້ສະເໜີ ກ່ຽວກັບ ຜະລິດຕະ ພັນທີ່ງທາງໂຄງການ ໄດ້ຜະລິດອອກມາເປັນຈຳ ນວນຫຼວງຫຼາຍຄື: ສະ​ຖາ​ນີ​ວິ​ທະ​ຍຸ ແຫ່ງຊາດ, ແຂວງ ແລະ ເມືອງ ໃນສົກປີ 2015-2017 ( ສະຖານີວິ ທະຍຸ ແຫ່ງຊາດ 12 ຕອນ, ແຂວງ ຄຳມ່ວນ 20 ຕອນ, ເມືອງບົວລະພາ 12 ຕອນ, ແຂວງ ຫົວພັນ 12 ຕອນ, ເມືອງຫົວເມືອງ 20 ຕອນ ພິເສດ ແຂວງ ຫົວພັນ ແມ່ນ ເພີ້ມພາສາມົ້ງ ແລະ ພາສາ ກິມມຸ) ແລະ ສະ​ຖາ​ນີ​ໂທ ລະພາບ ແຫ່ງຊາດ, ສູນກາງຊາວໜຸ່ມ, ຄະນະອັກ ສອນສາດ (ມຊ) ແລະ ບໍລິສັດ ເອດທິບ ເຊເວນ ອາຮ ໃນສົກປີ 2015-2017 (ໂທລະພາບ ແຫ່ງຊາດ 3 ຕອນ, ສູນກາງຊາວໝຸ່ມ 9 ຕອນ, ຄະນະອັກສອນ ສາດ 32 ຕອນ ແລະ ບໍລິສັດ ຄີເອດທິບ ເຊເວນ ອາຮ 4 ຕອນ) ວິທະຍຸ ແຫ່ງຊາດ, ວິທະຍຸຕຳຫຼວດ ແລະ ວິທະຍຸ ແຂວງ ແລະ ເມືອງ ເຫັນດິຈະຊ່ວຍອອກອາ ກາດ ແລະ ສະຖານີໂທລະພາບ ແຫ່ງຊາດ ແລະ ໂທ ລະພາບ ຕຳຫຼວດ ແມ່ນເຫັນດີທີ່ຈະຊ່ວຍອອກອາ ກາດ. ນອກຈາກນີ້ແຂກຜູ້ເຂົ້າຮ່ວມ ແມ່ນຍັງໄດ້ສະ ເໜີ ໃຫ້ໂຄສະນາທາງໂຄລະໂຄ່ງປະຈຳໝູ່ບ້ານ ແລະ ຂະຫຍາຍແຂວງ ໃນການລົງສ້າງຈິດສຳນຶກໃຫ້ໄດ້ ທົ່ວປະເທດ ເພາະວຽກງານສ້າງຈິດສຳນຶກບໍ່ມີພຽງ ແຕ່ສອງແຂວງເທົ່ານັ້ນ. ແຜນໃນຕໍ່ໜ້າຂອງໂຄງການ - ສືບຕໍ່ລົງເຄື່ອນໄຫວສ້າງຈິດສໍານຶກດ້ານສິ່ງແວດ ລ້ອມຢູ່ 2 ແຂວງເປົ້າໝາຍຄື: ແຂວງ ຄໍາມ່ວນ ແລະ ແຂວງ ໄຊຍະບູລີ; - ສືບຕໍ່ສະໜັບສະໜູນ ການຈັດພິມ ຈົດໝາຍຂ່າວ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ 2 ຄັ້ງຕໍ່ປີ; - ສືບຕໍ່ຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ ແກ່ພະນັກງານກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ພະນັກງານທ້ອງຖິ່ນ; - ສືບຕໍ່ສະໜັບສະໜູນ ການອອກຂ່າວຜ່ານສື່ຕ່າງໆ ກ່ຽວກັບ ວຽກງານຂອງໂຄງການ; - ສືບຕໍ່ສະໜັບສະໜູນ ຈັດກິດຈະກໍາສ້າງຈິດສໍານຶກ ໃນງານບຸນປະເພນີຕ່າງໆ; - ກະກຽມ ເຂົ້າຮ່ວມກອງປະຊຸມສຸດຍອດປະຈໍາປີ 2018 ພາຍໃຕ້ຫົວຂໍ້: ການປ່ຽນແປງພຶດຕິກໍາ ແລະ ການສື່ສານທາງສັງຄົມ ໃນລະຫ່ວາງວັນທີ 16 - 20 ເມສາ 2018, ທີ່ເມືອງ ບາຣີ, ປະເທດອິນໂດເນເຊຍ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  16. 16. 12 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ໂຄງການ ສົ່ງເສີມຄຸນນະພາບສິ່ງ ແວດລ້ອມ ໃນຕົວເມືອງ ແລະ ຊົນນະບົດ ຕາມທິດສີຂຽວ ສະອາດ ງາມຕາ ຢູ່ລຽບຕາມເສັ້ນທາງເລກທີ 13 ແລະ ຕາມລຳແມ່ນ້ຳຂອງ. ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກະຊວງ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ຜູ້ຈັດຕັ້ງປະຕິບັດໂຄງການ ສົ່ງເສີມຄຸນນະພາບສິ່ງ ແວດລ້ອມ ໃນຕົວເມືອງ ແລະ ຊົນນະບົດ ຕາມທິດ ສີຂຽວ ສະອາດ ງາມຕາ ຢູ່ລຽບຕາມເສັ້ນທາງເລກທີ 13 ແລະ ຕາມລຳແມ່ນ້ຳຂອງ ໄດ້ຄົ້ນຄ້ວາບັນດາກົນ ໄກແລະເຄື່ອງມືກ່ຽວກັບຂະບວນການສຶກສາຄວາມ ເປັນໄປໄດ້ ໃນການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ເພື່ອໃຫ້ບັນລຸຕາມທິດທາງແຜນ ການພັດທະນາສີຂຽວແລະຍືນຍົງເຊິ່ງໃນນັ້ນ,ໄດ້ກຳ ນົດວຽກງານ ແລະ ແຜນການຈັດຕັ້ງປະຕິບັດ ດັ່ງລາຍ ລະອຽດລຸ່ມນີ້: 1. ໄດ້ຮ່າງມາດຕະຖານການສົ່ງເສີມຄຸນນະພາບສິ່ງ ແວດລ້ອມ ແລະ ບັນດາກົນໄກ ກ່ຽວກັບ ວຽກງານ ຂຽວ ສະອາດ ງາມຕາ ແລະ ໄດ້ນຳສະເໜີຜ່ານຂັ້ນວິ ຊາການ ຂອງກົມນັບແຕ່ປີ 2016 ເປັນຕົ້ນມາ; 2. ໄດ້ສຶກສາຂໍ້ມູນ ແລະ ບົດຮຽນຂອງຕ່າງປະເທດ ເພີ່ມເຕີ່ມ ກ່ຽວກັບ ວຽກງານ ຂຽວ ສະອາດ ງາມຕາ ທີ່ຕິດພັນກັບວຽກງານຂອງອາຊຽນ ແລະ ພາກພື້ນ ທີ່ໄດ້ຈັດຕັ້ງປະຕິບັດມາກ່ອນແລ້ວ; 3. ໄດ້ແຕ່ງຕັ້ງຄະນະທີມງານວິຊາການ ພາຍໃນກົມ, ກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າໃນຄະ ນະທີມງານ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອຮັບຮອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກ ງານ ຂຽວ ສະອາດ ງາມຕາ ໃນຕໍ່ໜ້າ; 4. ກະກຽມສ້າງກົນໄກ ແລະ ບັນດາເຄື່ອງມື ໃນການ ເກັບກຳຂໍ້ມູນ ແລະ ໄດ້ຄົ້ນຄ້ວາຄືນ ບັນດາເຄື່ອງມື ໃຫ້ເໜາະສົມແຕ່ລະໄລຍະ ແລະ ລົງເກັບກຳຂໍ້ມູນທີ່ ມີແລ້ວກັບບັນດາແຂວງ ແລະ ເມືອງເປົ້າໝາຍ ເພື່ອ ຕອບສະໜອງຕາມວິໄສທັດ ຂຽວ ສະອາດ ງາມຕາ; 5. ກິດຈະກຳຜ່ານມາ ໄດ້ຮັບງົບປະມານຊັກຊ້າ ເຮັດ ໃຫ້ການປະຕິບັດໂຄງການ ບໍ່ທັນຕາມກຳນົດເວລາ ຕາມທີ່ໄດ້ສະເໜີໃນໂຄງການເບື້ອງຕົ້ນແລະອີກບັນ ຫາໜຶ່ງ ແມ່ນຍ້ອນມີການປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດ ພາຍໃນ ກສສ, ກໍ່ຄື ກຊສ.
  17. 17. 13 ປະຊຸມ ວຽກທີ່ຈັດຕັ້ງປະຕິບັດ ປີ 2017-2018 • ໄດ້ຈັດກອງປະຊຸມ 3 ຄັ້ງ: ຄັ້ງທີ 1 ພາຍໃນ ກສສ ເພື່ອທົບທວນຄືນ ກ່ຽວກັບ ບັນດາກົນໄກ, ເຄື່ອງມື ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍ ມາດຕະຖານຄຸນນະ ພາບສິ່ງແວດລ້ອມ ຂຽວ ສະອາດ ງາມຕາ ໃນວັນທີ 8-9 ທັນວາ 2017 ທີ່ ຫ້ອງປະຊຸມ ຂະແໜງ ສິ່ງແວດ ລ້ອມ; • ເພື່ອປຶກສາຫາລື ກ່ຽວກັບ ຮ່າງຄູ່ມືແນະນຳ ການ ຈັດຕັ້ງປະຕິບັດວຽກງານສົ່ງເສີມ ຂຽວ ສະອາດ ງາມ ຕາ ໃນວັນທີ 14-15 ທັນວາ 2017 ທີ່ ຫ້ອງປະຊຸມ ກອງທຶນປົກປັກຮັກສາສິ່ງແວດລ້ອມ. • ພາຍໃນ ກສສ ເພື່ອຜ່ານຮ່າງຄູ່ມືແນະນໍາ ແລະ ຮ່າງແບບຟອມເກັບກຳຂໍ້ມູນ ໃນການຈັດຕັ້ງປະຕິບັດ ວຽກງານ ຂຽວ ສະອາດ ງາມຕາ ໃນວັນທີ 01-02 ມີນາ 2018 ທີ່ ຫ້ອງປະຊຸມ ຂະແໜງ ສິ່ງແວດລ້ອມ; • ໄດ້ຈັດຝຶກອົບຮົມ ໃຫ້ຄະນະທີມງານວິຊາການ ຂອງ ກສສ ແລະ ຂະແໜງ ການທີ່ກ່ຽວຂ້ອງ ພາຍໃນ ກຊສ ກ່ຽວກັບ ການນຳໃຊ້ແບບຟອມເກັບກໍາຂໍ້ມູນ ແລະ ທົດລອງປະເມີນຜົນການເກັບກໍາຂໍ້ມູນ ໃນ ການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ໃນວັນທີ 25-26 ທັນວາ 2017 ທີ່ ຫ້ອງປະຊຸມ ຣີສອດ ນາປ່າກວາງ, ທ່າລາດ ແຂວງ ວຽງຈັນ; • ໄດ້ລົງທາບທາມເຮັດວຽກ ຮ່ວມກັບ ອົງການປົກ ຄອງເມືອງ ຈັນທະບູລີ ເພື່ອກະກຽມລົງເກັບກໍາຂໍ້ມູນ ແລະ ກະກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດ ວຽກງານ ຂຽວ ສະອາດ ງາມຕາ ໃນວັນທີ 08-09 ກຸມພາ2018ທີ່ຫ້ອງປະຊຸມຫ້ອງການປົກຄອງເມືອງ ຈັນທະບູລີ; • ໄດ້ລົງເກັບກຳຂໍ້ມູນ ເພື່ອສຶກສາຄວາມເປັນໄປ ໄດ້ໃນການທົດລອງຕົວແບບ ຈັດຕັ້ງປະຕິບັດ ວຽກ ງານຂຽວ ສະອາດ ງາມຕາ ຢູ່ບັນດາກຸ່ມບ້ານເປົ້າ ໝາຍ ຈຳນວນ 5 ກຸ່ມບ້ານ, ລວມທັງໝົດ 30 ບ້ານ ຂອງເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໃນວັນ ທີ 15-16 ກຸມພາ 2017 ທີ່ ຫ້ອງການປົກຄອງເມືອງ ຈັນທະບູລີ; • ໄດ້ລົງເກັບກຳຂໍ້ມູນ ເພື່ອສຶກສາຄວາມເປັນໄປ ໄດ້ໃນການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ຢູ່ບັນດາກຸ່ມບ້ານ/ບ້ານ ຂອງເມືອງເປົ້າໝາຍ ຄື: ແຂວງ ຫຼວງພະບາງ, ແຂວງ ໄຊຍະບູລີ ໃນວັນທີ 4-9 ມີນາ 2018, ແຂວງ ຈຳປາສັກ ແລະ ແຂວງ ສະ ຫວັນນະເຂດ ໃນວັນທີ 18-23 ມີນາ 2018. • ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ປະເມີນຜົນ ການເກັບກຳຂໍ້ມູນ ຢູ່ເມືອງ ຈັນທະບູລີ ຮ່ວມກັບ ຂະ ແໜງການຂອງເມືອງຈັນທະບູລີ ໃນວັນທີ 16 ມີນາ 2018 ທີ່ ຫ້ອງປະຊຸມ ຂະແໜງ ສິ່ງແວດລ້ອມ; • ໄດ້ຈັດກອງປະຊຸມ ປຶກສາຫາລື ຜ່ານຮ່າງຄູ່ມື ແນະນຳ ການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ຮ່ວມກັບ ຂະແໜງກ່ຽວຂ້ອງ ພາຍໃນ ກຊສ ໃນວັນທີ 2 ເມສາ 2018 ທີ່ຫ້ອງປະຊຸມ ຂະແໜງ ສິ່ງ ແວດລ້ອມ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  18. 18. ສຳມະນາ 14 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ ແຜນການໃນຕໍ່ໜ້າ 1. ຮ່າງບົດສະຫຼຸບປະເມີນຕີລາຄາການຈັດຕັ້ງປະຕິ ບັດວຽກງານ ຂຽວ ສະອາດ ງາມຕາ ຢູ່ເມືອງເປົ້າໝາຍ ຢູ່ນະຄອນຫຼວງວຽງຈັນ; 2. ຝຶກອົບຮົມດ້ານວິຊາການ ໃຫ້ບັນດາເມືອງເປົ້າ ໝາຍໃນ:ເມືອງຈັນທະບູລີ,ເມືອງສີສັດຕະນາກແລະ ເມືອງ ສັງທອງ ທີ່ມີຊາຍແດນລຽບຕາມລຳແມ່ນ້ຳ ຂອງ ເພື່ອເປັນຕົວແບບທົດລອງ ຈັດຕັ້ງປະຕິບັດ ວຽກງານ ຂຽວ ສະອາດ ງາມຕາ ໃນເດືອນ ເມສາ 2018; 3. ສະເໜີຮັບຮອງ ຄູ່ມືແນະນຳ ການຈັດຕັ້ງປະຕິບັດ ວຽກງານ ຂຽວ ສະອາດ ງາມຕາ ໃນທ້າຍເດືອນພຶດ ສະພາ 2018; 4. ຈັດກອງປະຊຸມເຜີຍແຜ່ ກ່ຽວກັບ ການຈັດຕັ້ງປະ ຕິບັດວຽກງານ ຂຽວ ສະອາດ ງາມຕາ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນທ້າຍເດືອນ ກໍລະກົດ 2018; 5. ຝຶກອົບຮົມດ້ານວິຊາການ ໃຫ້ບັນດາເມືອງເປົ້າ ໝາຍນອກ:ເມືອງຫຼວງພະບາງ,ແຂວງຫຼວງພະບາງ, ເມືອງໄຊຍະບູລີ ແຂວງ ໄຊຍະບູລີ, ເມືອງປາກເຊ ແຂວງ ຈຳປາສັກ ແລະ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດຕາມເສັນທາງ13ເໜືອຮອດ ໃຕ້ ແລະ ລຽບຕາມລຳແມ່ນ້ຳຂອງ ເພື່ອເປັນຕົວແບບ ທົດລອງ ຈັດຕັ້ງປະຕິບັດວຽກງານ ຂຽວ, ສະອາດ ງາມຕາ ທ້າຍປີ 2018; 6. ຕິດຕາມປະເມີນຜົນການຈັດຕັ້ງປະຕິບັດວຽກ ງານ ຂຽວ ສະອາດ ງາມຕາ ຢູ່ບັນດາແຂວງ ແລະ ເມືອງເປົ້າໝາຍ ເພື່ອຖອດຖອນບົດຮຽນ ແລະ ວາງ ແຜນການໃນຕໍ່ໜ້າ.
  19. 19. ສຳມະນາ ຝຶກອົບຮົມ ການນໍາໃຊ້ແບບຟອມປະເມີນ ແລະ ທົດ ລອງປະເມີນຜົນ ໃນການຈັດຕັ້ງປະຕິບັດວຽກງານສົ່ງ ເສີມ “ຂຽວ ສະອາດ ງາມຕາ” ໃນລະຫວ່າງ ວັນທີ 25 - 26 ທັນວາ 2017 ພະ ແນກສິ່ງແວດລ້ອມທໍາມະຊາດ, ກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດ ຝຶກອົບຮົມ ການນໍາໃຊ້ແບບຟອມປະເມີນ ແລະ ທົດ ລອງປະເມີນຜົນ ໃນການຈັດຕັ້ງປະຕິບັດວຽກງານສົ່ງ ເສີມ “ຂຽວ ສະອາດ ງາມຕາ” ຢູ່ທີ່ ຣີສອດ ນາປ່າ ກວາງ, ທ່າລາດ, ແຂວງ ວຽງຈັນ, ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເປັນປະທານ ຂອງທ່ານ ສິງສະຫວັນ ສິງກາວົງໄຊ, ຮອງຫົວໜ້າ ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ, ເຊິ່ງມີຜູ້ແຂກເຂົ້າຮ່ວມ ຈາກບັນດາກົມ, ກອງ ອ້ອມຂ້າງ ກຊສ ທັງໝົດ 22 ທ່ານ. ເພື່ອຊຸກຍູ້ສົ່ງເສີມວຽກງານ ຂຽວ ສະອາດ ງາມ ຕາ ໃຫ້ກັບຜູ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເປັນ ຕົ້ນ ບັນດາຕົວເມືອງ, ສໍານັກງານອົງການຈັດຕັ້ງພາກ ລັດ ແລະ ເອກະຊົນ, ໂຮງຮຽນ, ບ້ານ ຫຼື ກຸ່ມບ້ານ ທີ່ມີສ່ວນຮ່ວມ ແລະ ການປະກອບສ່ວນເຂົ້າຮ່ວມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ 15
  20. 20. ສຳມະນາ ຂະບວນການທີ່ມີເງື່ອນໄຂຕາມມາດຕະຖານ ແລະ ຕົວຊີ້ວັດ ການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຂຽວ ສະອາດ ງາມຕາ ໃຫ້ມີຜົນງານດີເດັ່ນ ແລະ ໄດ້ຮັບ ນາມມະຍົດ ຂຽວ ສະອາດ ງາມຕາ. ການຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 02 ວັນ ເຊິ່ງປະກອບມີການສະເໜີບົດ, ການແບ່ງກຸ່ມຄົ້ນ ຄວ້າ ແລະ ການປັບປຸງການນໍາໃຊ້ແບບຟອມດັ່ງກ່າວ ໃຫ້ມີປະສິດຕິພາບຕາມເງື່ອນໄຂມາດຖານຕົວຈິງ. ວຽກງານ ຂຽວ ສະອາດ ງາມຕາ ຖືເປັນວຽກງານບູ ລິມະສິດໜຶ່ງ ຂອງກົມສົ່ງເສີມຄຸນນະພາບສິ່ງແວດ ລ້ອມ ທີ່ໄດ້ລິເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ ທ້າຍປີ 2016ເຊິ່ງວຽກງານດັ່ງກ່າວນີ້ເປັນວຽກງານທີ່ຕິດພັນ ກັບຫຼາຍຂະແໜງການເປັນຕົ້ນ ແມ່ນຂະແໜງໂຍທາ ທິການ ແລະ ຂົນສົ່ງ, ຂະແໜງ ສຶກສາທິການ ແລະ ກິ ລາ, ອົງການ ພັດທະນາຕົວເມືອງ ແລະ ອື່ນໆ.ດັ່ງ ນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ມີການສ້າງເຄື່ອງມື ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວເຊັ່ນ:ບັນດາ ຄູ່ມື, ຄຳແນະນຳ ແລະ ມາດຕະຖານ ຂຽວ ສະອາດ ງາມຕາ ເພື່ອຊຸກຍູ້ ແລະ ສົ່ງເສີມການສ້າງຕົວເມືອງ ຂຽວ ສະອາດ ງາມຕາ ຕາມທິດສີຂຽວ ແລະ ຍືນຍົງ ທີ່ລັດຖະບານໄດ້ວາງອອກ. ກສສ ຫວັງວ່າ ການຝຶກອົບຮົມການນຳໃຊ້ແບບຟອມ ໃນຄັ້ງນີ້ ຈະເປັນການລິເລີ່ມການຈັດຕັ້ງປະຕິບັດວຽກ ງານ ຂຽວ ສະອາດ ງາມຕາ ໃຫ້ປະກົດຜົນເປັນຈິງ ໃນຕໍ່ໜ້າ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ16
  21. 21. ສຳມະນາ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ 17 ໃນລະຫວ່າງ ວັນທີ 14-15 ພະຈິກ 2017, ຕາງໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, (ກສສ) ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແລະ ໂຄງການ ສົ່ງເສີມການ ສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ ກາດ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ກ່ຽວກັບ ຊະ ນິດພັນທີ່ຫາຍາກສິ່ງມະຫັດສະຈັນແມ່ນ້ຳຂອງ ເພື່ອ ປຶກສາຫາລືແລກປ່ຽນຄວາມຮູ້ ແລະ ປະສົບການ ກ່ຽວກັບ ການອະນຸລັກຊະນິດພັນສັດປ່າ ແລະ ສັດນ້ຳ ທີ່ໃກ້ຈະສູນພັນໃນເຂດແມ່ນ້ຳຂອງຕອນລຸ່ມ ທີ່ພະ ນົມເປັນ, ປະເທດ ກຳປູເຈຍ,. ກອງປະຊຸມດັ່ງກ່າວໄດ້ເປີດກວ້າງໃຫ້ນັກສຳ ມະນາກອນໄດ້ນຳສະເໜີບົດແລະແລກປ່ຽນບົດຮຽນ ແລະ ການຈັດຕັ້ງປະຕິບັດກິດຈະກຳການສຶກສາ ແລະ ສ້າງຈິດສຳນຶກຕ່າງໆ ແລະ ເພື່ອສ້າງຄວາມສາ ມາດ ແລະ ຄວາມເຂົ້າໃຈ ໃນການອະນຸລັກສັດປ່າ ແລະ ສັດນ້ຳໃນເຂດແມ່ນ້ຳຂອງຕອນລຸ່ມ. ກອງປະຊຸມ ສຳມະນາ ກ່ຽວກັບ ຊະນິດພັນທີ່ຫາຍາກ-ສິ່ງມະຫັດສະຈັນ ແມ່ນ້ຳຂອງທີ່ ປະເທດ ກຳປູເຈຍ ກອງປະຊຸມ ໄດ້ເວົ້າເຖິງຫົວຂໍ້ຕ່າງໆລວມທັງ ການສ້າງແຜນການຄຸ້ມຄອງ ແລະ ການຂະຫຍາຍ ວຽກງານດ້ານການອະນຸລັກ. ໃນກອງປະຊຸມ, ທ່ານ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າ ກສສ, ກຊສ ໄດ້ ຂຶ້ນນຳສະເໜີບົດ ກ່ຽວກັບ ການເສີມຂະຫຍາຍການ ສ້າງຈິດສຳນຶກເຂົ້າໃນກິດຈະກຳໃນການປົກປັກຮັກ ສາສິ່ງແວດລ້ອມ ຊີວະນາໆພັນ ແລະ ສິ່ງທີ່ມີຊີວິດ ໃນປ່າຢູ່ ສປປ ລາວ. ກອງປະຊຸມ ສຳມະນາທັງ 2 ວັນ ສາມາດ ສະຫຼຸບ ຜົນໄດ້ດັ່ງນີ້: ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງຈຳນວນ ຊະນິດພັນສັດນ້ຳຢູ່ ເຂດແມ່ນ້ຳຂອງຕອນລຸ່ມ ແລະ ສັດປ່າທີ່ໃກ້ຈະສູນພັນ, ພ້ອມທັງວິທີການອະນຸລັກ ໄດ້ແລກປ່ຽນບົດຮຽນ ກ່ຽວກັບ ການຄົ້ນຄວ້າ ແລະ ການປະເມີນ ຈຳນວນ ປະຊາກອນຂອງສັດປ່າ ທີ່ຫາຍາກ ແລະ ສັດນ້ຳທີ່ໃກ້ຈະສູນພັນ, ຈາກພາກ ສ່ວນທີ່ກ່ຽວຂ້ອງ; ນັກສຳມະນາກອນມີຄວາມກະຕື ລືລົ້ນແລກປ່ຽນຂໍ້ມູນ-ຂ່າວສານ, ປະສົບການວີທີ
  22. 22. ສຳມະນາ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ18 ການ ແລະ ບົດຮຽນໃນການສຶກສາ ແລະ ສ້າງຈິດ ສຳນຶກໃນດ້ານຕ່າງໆ. ກອງປະຊຸມສຳມະນາໃນຄັ້ງນີ້ ມີຜູ້ເຂົ້າຮ່ວມ ທັງໝົດ ຈຳນວນ 64 ທ່ານ ເປັນຍິງ 18 ທ່ານ. ທີ່ມາ ຈາກພັກລັດ, ອົງການ ຈັດຕັ້ງທາງສັງຄົມ, ສື່ມວນຊົນ, ສະຖາບັນການສຶກສາ ເປັນຕົ້ນແມ່ນ: ວິທະຍາໄລໂລ ໂຢ, ພະນົມເປັນ, ອົງການ USAID, ອົງການ WCS, ອົງການ FISHBIO, ອົງການ Freethe Bears, ອົງການ wildlife Alliance, ກອງທຶນໂລກ ເພື່ອອະ ນຸລັກທຳມະຊາດ, ກອງທຶນ Freeland ແລະ ອື່ນໆ ໃນຕອນທ້າຍຂອງກອງປະຊຸມ ໄດ້ມີການ ແບ່ງກຸ່ມສົນທະນາ ກ່ຽວກັບ ການແລກປ່ຽນບົດຮຽນ ແລະ ປະສົບການໃນການເຄື່ອນໄຫວວຽກຂອງຕົນ, ໂດຍອີງໃສ່ຂໍ້ຄວາມທີ່ວ່າ “ຍ້ອນຫຍັງ?” “ມີບັນຫາ ຫຍັງແດ່?” “ເປັນຫຍັງຈຶ່ງເປັນແນວນັ້ນ?” “ມີວິທີແກ້ ໄຂບັນຫາແນວໃດ?” “ຜົນໄດ້ຮັບມີຫຍັງແດ່?” ນັກສຳ ມະນາກອນໄດ້ການສົນທະນາປຶກສາຫາລືກັນ ແລກ ປ່ຽນປະສົບການ ແລະ ບົດຮຽນທີ່ດີເລີດຈາກການ ຈັດຕັ້ງປະຕິບັດຕົວຈິງຂອງຕົນ.
  23. 23. ສຳມະນາ ກອງປະຊຸມ ຜ່ານ (ຮ່າງ) ລະບຽບຄຸ້ມຄອງວັງສະຫງວນ ຂັ້ນບ້ານ ແລະ ການຝຶກອົບຮົມ ການເຮັດຝຸ່ນຊີວະພາບ ຢູ່ໃນ 02 ເຂດດິນບໍລິເວນນ້ຳ ເຊຈຳພອນ ແລະ ບຶງກຽດ ໂງ້ງ ເພື່ອເປັນການຊຸກຍູ້ສົ່ງເສີມ ໃຫ້ມີລະບຽບການ ໃນ ການຄຸ້ມຄອງວັງສະຫງວນຂັ້ນບ້ານ 04 ບ້ານ ຢູ່ບຶງ ກຽດໂງ້ງ ແລະ 03 ບ້ານ ຢູ່ເຊຈຳພອນ ແລະ ການສົ່ງ ເສີມຊາວກະສິກອນ 09 ຄອບຄົວຕົວແບບ ຢູ່ ບ້ານ ແກ້ງກອກດົງ,ເມືອງຈຳພອນ,ແຂວງສະຫວັນນະເຂດ ນຳໃຊ້ຝຸ່ນຊີວະພາບເຂົ້າໃນການຜະລິດກະສິກຳ. ໃນ ລະຫວ່າງວັນທີ 07-18 ມັງກອນ 2018 ທີມງານ ໂຄງ ການCAWAໄດ້ຈັດກອງປະຊຸມຜ່ານ(ຮ່າງ)ລະບຽບ ຄຸ້ມຄອງວັງສະຫງວນ ແລະ ຝຶກອົບຮົມການເຮັດຝຸ່ນ ຊີວະພາບ ໃນ 02 ເຂດດິນບໍລິເວນນໍ້າດັ່ງກ່າວ. ການຈັດກອງປະຊຸມປຶກສາຫາລື ຜ່ານ (ຮ່າງ) ລະບຽບຄຸ້ມຄອງວັງສະຫງວນ ໃນຄັ້ງນີ້ ແມ່ນມີຜູ້ຕາງ ໜ້າຈາກພາກສ່ວນກ່ຽວຂ້ອງ ໂດຍສະເພາະ ແມ່ນອົງ ການຈັດຕັ້ງຂັ້ນແຂວງ, ເມືອງ, ກຸ່ມບ້ານ ແລະ ບ້ານ ເປົ້າໝາຍເຂົ້າຮ່ວມ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າ ຮ່ວມ ເຊິ່ງເປັນການເປີດໂອກາດໃຫ້ທຸກພາກສ່ວນ ເປັນຕົ້ນ ແມ່ນປະຊາຊົນໄດ້ປະກອບຄຳຄິດເຫັນເຂົ້າ ໃສ່ (ຮ່າງ) ລະບຽບ ດັ່ງກ່າວ ໃຫ້ມີຄວາມສອດຄ່ອງ, ສົມບູນ ແລະ ສາມາດນຳໄປປະຕິບັດໃຫ້ປະກົດຜົນ ເປັນຈິງໄດ້ ແລ້ວນຳສະເໜີໃຫ້ອົງການຈັດຕັ້ງຂັ້ນ ເມືອງ ພິຈາລະນາຮັບຮອງເອົາຜົນຂອງກອງປະຊຸມ ດັ່ງກ່າວມີດັ່ງນີ້: • ຕາງໜ້າຈາກຫ້ອງການຍຸດຕິທຳເມືອງ ໄດ້ສະ ເໜີໃຫ້ປັບປຸງ (ຮ່າງ) ລະບຽບດັ່ງກ່າວ ໂດຍໃຫ້ອີງໃສ່ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ 19
  24. 24. ສຳມະນາ ລະບຽບການຄຸ້ມຄອງວັງສະຫງວນຂອງເມືອງ; • ອົງການປົກຄອງຂັ້ນບ້ານ ພ້ອມດ້ວຍພໍ່ແມ່ປະຊາ ຊົນແມ່ນເຫັນດີຕາມ (ຮ່າງ) ລະບຽບດັ່ງກ່າວ; ພາຍຫຼັງທີ່ກອງປະຊຸມໄດ້ປຶກສາຫາລື ແລະ ປະກອບຄຳຄິດເຫັນ ຈາກພາກສ່ວນທີ່ກ່ຽວຂ້ອງແລ້ວ ຊ່ຽວຊານ ໂຄງການ CAWA ໄດ້ລວບລວມ ແລະ ນຳ ໄປປັບປຸງ (ຮ່າງ) ລະບຽບດັ່ງກ່າວ ແລ້ວຈະໄດ້ສົ່ງໃຫ້ ບ້ານ ເພື່ອໃຫ້ບ້ານນຳສະເໜີໃຫ້ ອົງການປົກຄອງ ເມືອງເຊັນຮັບຮອງ. ນອກຈາກການຜ່ານ (ຮ່າງ) ລະບຽບດັ່ງກ່າວ ແລ້ວ ທາງທິມງານຍັງໄດ້ຝຶກອົບຮົມຝຸ່ນຊີວະພາບ ແມ່ນໄດ້ຈັດຂຶ້ນ ທີ່ຫ້ອງການ ບ້ານແກ້ງກອກດົງ, ເມືອງຈຳພອນ, ແຂວງ ສະຫວັນນະເຂດ ເຊິ່ງມີອົງ ການຈັດຕັ້ງ ແຂວງ, ເມືອງ, ບ້ານ ແລະ ຄອບຄົວຊາວ ກະສິກອນ ຈຳນວນ 09 ຄອບຄົວເຂົ້າຮ່ວມ ເຊິ່ງການ ຝຶກອົບຮົມໄດ້ດຳເນີນໄປເປັນເວລາ 02 ວັນ ຄື: ມື້ທີໜຶ່ງແມ່ນທາງຜູ້ເຂົ້າຮ່ວມໄດ້ຮຽນຮູ້ທິດສະດີເຊັ່ນ: ການເຮັດຮໍໂມນໜໍ່ກ້ວຍ, ການເຮັດຮໍໂມນໄຂ່ ແລະ ການບົ່ມຝຸ່ນຊີວະພາບ ຫຼັງຈາກຮຽນທິດສະດີແລ້ວ ຊາວກະສິກອນທັງ 09 ຄອບຄົວ ໄດ້ກະກຽມ ເຄື່ອງມື, ອຸປະກອນ ແລະ ສ່ວນປະກອບຕ່າງໆ ເພື່ອ ນຳໃຊ້ເຂົ້າໃນການເຮັດຕົວຈິງໃນມື້ຕໍ່ໄປ. ມື້ທີສອງ ແມ່ນທາງທັງຄູຝຶກ ແລະ ຊາວກະສິກອນ ຄອບຄົວຕົວແບບ ໄດ້ພາກັນລົງມືສາທິດ ແລະ ເຮັດ ຕົວຈິງ ເຊິ່ງການຝຶກອົບຮົມໃນຄັ້ງນີ້ ຊາວກະສິກອນ ຄອບຄົວຕົວແບບ ສາມາດໝັກນໍ້າຮໍໂມນໜໍ່ກ້ວຍ ຈຳ ນວນ 300 ກິໂລ, ຮໍໂມນໄຂ່ 02 ລິດ ແລະ ຝຸ່ນບົ່ມ 2,5-03 ໂຕນ. ບັນຍາກາດຂອງການຝຶກອົບຮົມ ແມ່ນສາມາດເຫັນໄດ້ເຖິງຄວາມເອົາໃຈໃສ່ຂອງຊາວ ກະສິກອນ ໂດຍສະເພາະຄອບຄົວຕົວແບບ ແມ່ນມີ ຄວາມຕັ້ງໃຈໃນການບັນທຶກຂໍ້ມູນ, ການສອບຖາມ ຄູຝຶກ ແລະ ການລົງມືເຮັດ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ20
  25. 25. ສຳມະນາ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ 21
  26. 26. ເຫດການ ພະແນກ ສິ່ງແວດລ້ອມສັງຄົມ (ພສສ), ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກຊສ. ຮ່ວມກັບ ບໍລິສັດ ມາຍມີເດຍ ໂດຍການສະໜັບສະໜູນ ຂອງໂຄງກາານ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄລຍະ III (ProcEEd III) ໄດ້ລົງເຄື່ອນໄຫວກິດຈະກຳສ້າງຈິດສຳນຶກ ພາຍໃຕ້ ຫົວຂໍ້:“ການຄຸ້ມຄອງປ່າສະຫງວນແຫ່ງຊາດຮ່ວມກັນໃນສປປລາວ”.ໃນລະຫວ່າງເດືອນກຸມພາ-ມີນາ2018 ເຊິ່ງປະກອບມີທີມງານຈາກພະແນກສິ່ງແວດລ້ອມສັງຄົມ(ກສສ),ພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ແຂວງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງບົວລະພາ, ພ້ອມທັງ ຫ້ອງການ ສຶກສາທິການ ແລະ ກິລາ ເມືອງບົວລະພາ ແຂວງ ຄຳມ່ວນ ແລະ ອາສາສະໝັກ ບໍລິສັດ ມາຍມີ ເດຍ ຈຳນວນ 26 ຄົນ. ການເຄື່ອນໄຫວກິດຈະກຳຄັ້ງນີ້ ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ສ້າງຈິດສຳນຶກ ກ່ຽວກັບ ການຄຸ້ມ ຄອງປ່າສະຫງວນ ແຫ່ງຊາດ ຮ່ວມກັນ ແລະ ເພື່ອໃຫ້ຜູ້ເຂົ້າຮ່ວມມີສ່ວນຮ່ວມ ໃນການເຮັດກິດຈະກຳຕ່າງໆ ກ່ຽວກັບ ການຄຸ້ມຄອງປ່າສະຫງວນ ແຫ່ງຊາດ ຮ່ວມກັນ. ກິດຈະກຳດັ່ງກ່າວໄດ້ແບ່ງອອກເປັນສາມພາກ ຄື: • ພາກເຊົ້າ: ເຮັດກິດຈະກຳ ຮ່ວມກັບ ອຳນາດການປົກຄອງ ຢູ່ທີຫ້ອງການບ້ານ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ(ກສສ)ລົງເຄື່ອນ ໄຫວກິດຈະກຳສ້າງຈິດສຳນຶກ ພາຍໃຕ້ຫົວຂໍ້: ການຄຸ້ມ ຄອງປ່າສະຫງວນ ແຫ່ງຊາດ ຮ່ວມກັນ ໃນ ສປປ ລາວ 22 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  27. 27. ເຫດການ 23ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ • ພາກບ່າຍ: ເຮັດກິດຈະກຳ ຮ່ວມກັບ ນັກຮຽນ ແລະ ຄູອາຈານ ຢູ່ທີໂຮງຮຽນ; • ພາກຄຳ: ເຮັດກິດຈະກຳ ຮ່ວມກັບ ປະຊາຊົນພາຍໃນບ້ານ; ວິທີການດຳເນີນກິດຈະກຳ 1. ສົນທະນາແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ການຄຸ້ມຄອງປ່າສະຫງວນ ແຫ່ງຊາດ ຮ່ວມກັນ ໃນ ສປປ ລາວ; 2. ກິດຈະກຳປ່າສະຫງວນຂອງເຮົາ 3. ການນຳສະເໜີວົງຈອນຊີວິດຂອງຄົນກັບປ່າໄມ້ (ທ້າວ ພໍພຽງ) 4. ເກມຮັກສາໄຂ່/ເກມຫາກິນແບບສະຫຼາດ 5. ການນຳສະເໜີ 10 ຄວາມຈິງ ຂອງການຄຸ້ມຄອງປ່າສະຫງວນ ແຫ່ງຊາດ ຮ່ວມກັນ ໃນ ສປປ ລາວ 6. ເກມສັງເກດ ແລະ ເກມພື້ນທີ່ປ່າໄມ້ 7. ລະຄອນ ເລື່ອງໂລບມາກຍາກຕົນເອງ (ໃນແບບຕຸກກະຕາທີ່ໃຊ້ກັບນ້ອງນັກຮຽນ) 8. ສາຍຮູບເງົາສັ້ນ 9. ການນຳສະເໜີຂອງໜ່ວຍງານລ່າຕະເວນປະຈຳແຕ່ ແລະ ບ້ານ 10. ລະຄອນ ເລື່ອງໂລບມາກຍາກຕົນເອງ ຕາລາງສະຖີຕິການລົງເຄື່ອນໄຫວກິດຈະກຳສ້າງຈິດສຳນຶກ ໃນໂຮງຮຽ ແລະ ບ້ານ ຂອງເມືອງບົວລະພາ, ແຂວງ ຄຳມ່ວນ ລຳດັບ ບ້ານ ພາກອຳນາດ ການປົກຄອງ ພາກໂຮງຮຽນ ພາກຄ່ຳ ລວມທັງໝົດ ຄູ ນັກຮຽນ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ 01 ນ້ຳຈະຫຼາ 30 1 9 4 149 61 70 39 258 105 02 ໜອງມ້າ 90 24 2 0 55 12 214 110 361 146 03 ລະໂບຍ 17 9 2 0 35 17 54 26 04 ກາອີ 63 32 2 0 52 17 117 49 05 ທາງແບ່ງ 27 13 2 1 85 38 238 120 352 172 06 ໜອງປີງ 23 13 5 3 110 69 86 48 224 133 07 ທ່າສະອາດ 41 27 6 3 111 57 230 133 288 220 08 ກວນຂະໂຍມ 50 18 2 1 66 35 257 130 375 184 09 ຫຍ້າເແວດ 59 30 2 1 66 29 160 80 287 140 10 ຫຍ້າວາຍ 60 25 2 1 28 18 120 65 210 109 11 ສະອາງ 80 53 12 2 240 112 270 160 602 327 12 ຂະຍຸ 32 15 3 1 111 63 380 195 526 274 13 ແສນພັນ 52 15 1 0 20 9 130 60 203 84 14 ດຸ 51 33 2 1 97 20 235 154 385 208 15 ທົ່ງຊຳ 67 50 2 0 102 59 216 120 387 229 16 ວັງມະເນີ 47 21 2 2 66 41 156 98 271 162 17 ໜອງໂນ 49 27 2 2 30 9 235 185 316 223 18 ໜອງແສງ 39 28 2 2 61 36 154 98 256 164
  28. 28. ເຫດການ 19 ໜອງບົວ 68 50 2 2 87 37 264 156 421 245 20 ຜານົບ 21 ວັງຄົນ 36 18 1 0 36 26 102 75 175 119 ລວມ 981 502 63 26 1,607 765 3,517 2,026 6,068 2,993 ກິດຈະກຳຄັ້ງນີ້ ມີຈຳນວນ 21 ບ້ານ, 21 ໂຮງຮຽນ ຂອງເມືອງ ບົວລະພາ, ແຂວງ ຄຳມວ່ນ ໃນລະຫວ່າງ 10/2/ - 19/2/2018 ແລະ 25/2 - 10/3/2018 ເຊິ່ງມີຈໍານວນ ຄົນທັງໝົດ: 6,068 ຄົນ ຍິງ: 2,993 ຄົນ. ຕາລາງສະຖີຕິການລົງເຄື່ອນໄຫວກິດຈະກຳສ້າງຈິດສຳນຶກ ໃນໂຮງຮຽ ແລະ ບ້ານ ຂອງເມືອງພຽງ, ແຂວງ ໄຊຍະບູລີ ລຳດັບ ບ້ານ ພາກອຳນາດ ການປົກຄອງ ພາກໂຮງຮຽນ ພາກຄ່ຳ ລວມທັງໝົດ ຄູ ນັກຮຽນ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ 1 ບ. ກິ່ວແຄມ 27 10 10 5 133 71 170 85 340 171 2 ບ. ດົງເງິນ 26 23 14 7 131 122 350 170 521 322 3 ບ. ສີບຸນເຮືອງ 30 20 6 4 43 22 180 70 259 116 4 ບ. ນາຕານ 67 7 7 5 138 72 420 250 632 334 5 ບ. ນາແຄມ 40 20 7 5 187 87 390 275 624 387 6 ບ. ນາສຳພັນ ບ. ນາເງິນ ບ. ນາແວ່ນ 145 115 - - - - - - 145 115 7 ບ. ນາສຳພັນ - - 9 2 170 85 260 125 439 212 8 ບ. ນາແວ່ນ - - 15 5 232 124 ຝົນຕົກ 247 129 9 ບ. ນາເງິນ - - 4 2 62 35 66 37 10 ບ. ປາກຊອງ 41 27 10 5 109 57 180 85 340 174 11 ບ. ນາໜອງຮຸ່ງ 118 ໌58 4 4 114 51 82 72 318 185 12 ບ. ນ້ຳຍາບ 21 3 7 4 152 77 173 93 353 177 13 ບ. ນ້ຳພອນ 64 33 15 7 323 167 357 201 759 408 14 ບ. ຂຸນພອນ 62 38 9 2 117 58 239 158 427 256 15 ບ. ວັງຄຳ 39 25 4 1 37 17 289 159 369 202 16 ບ. ໂພນສະອາດ 82 50 6 1 98 49 275 168 461 268 17 ບ. ສົມສະຫວາດ 57 46 11 5 144 77 288 163 500 291 18 ບ. ນາກອງ 56 42 14 11 276 120 ຝົນຕົກ 346 173 ລວມ 875 517 145 75 2,466 1,291 3,652 2,074 7,146 3,957 ກິດຈະກຳຄັ້ງນີ້ ມີຈຳນວນ 18 ບ້ານ, 18 ໂຮງຮຽນ ຂອງເມືອງ ພຽງ, ແຂວງ ໄຊຍະບູລີ ໃນລະຫວ່າງ 23/04 - 04/05/2018 ເຊິ່ງມີຈໍານວນ ຄົນທັງໝົດ: 7,146 ຄົນ ຍິງ: 3,957 ຄົນ. 24 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  29. 29. ເຫດການ 25ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  30. 30. ເຫດການ 26 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ
  31. 31. ເຫດການ 27ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ ລົງເຄື່ອນໄຫວວຽກງານສ້າງຈິດສໍານຶກ ດ້ານສິ່ງແວດ ລ້ອມໃນຫົວຂໍ້:“ການຈັດການຂີ້ເຫຍື້ອ”ໂດຍນໍາໃຊ້ລົດ ສິ່ງແວດລ້ອມ ຢູ່ເມືອງຫຼວງພະບາງ, ແຂວງຫຼວງພະ ບາງ ໃນວັນທີ 22-26 ມັງກອນ 2018 ພະນັກງານ ພະ ແນກສິ່ງແວດລ້ອມສັງຄົມ,ກສສ,ກຊສຮ່ວມກັບ ທີມງານຈາກຄະນະວິທະຍາສາດປ່າໄມ້, (ມຊ) ລວມ ທັງໝົດ14ຄົນໄດ້ລົງເຄື່ອນໄຫວສ້າງຈິດສໍານຶກດ້ານ ສິ່ງແວດລ້ອມໃນຫົວຂໍ້:“ການຈັດການຂີ້ເຫຍື້ອ”ຢູ່ໃນ 10 ໂຮງຮຽນ ແລະ 5 ບ້ານ ໃນເມືອງຫຼວງພະບາງ, ແຂວງ ຫຼວງພະບາງ. ການລົງເຄື່ອນໄຫວໃນຄັ້ງນີ້ ເພື່ອສ້າງຈິດສໍານຶກໃຫ້ແກ່ນັກຮຽນ ແລະ ປະຊາຊົນ ໃຫ້ຮູ້ເຖິງການເກັບມ້ຽນຂີ້ເຫຍື້ອ ໃນຊຸມຊົນໃຫ້ຖືກວິ ທີຕາມຫຼັກການ3R ແລະ ຫຼຸດຜ່ອນສິ່ງເສດເຫຼືອ ດ້ວຍ ວິທີການຕ່າງໆທັງເປັນການນຳສະເໜີກ່ຽວກັບ ທີ່ມາ ຂອງຂີ້ເຫຍື້ອ, ການແຍກຂີ້ເຫຍື້ອ, ປະເພດຂອງຂີ້ ເຫຍື້ອຕາມຫຼັກການ 3R, ຜົນກະທົບ ແລະ ວິທີການ ຈັດການຂີ້ເຫຍື້ອ. ນອກຈາກນັ້ນ, ໄດ້ມີການຫຼິ້ນເກມ ກ່ຽວກັບ ການແຍກຂີ້ເຫຍື້ອໃຫ້ຖືກຕ້ອງຕາມແຕ່ລະ ປະເພດ.
  32. 32. ເຫດການ 28 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ ຕາຕະລາງທີ: ການລົງເຄື່ອນໄຫວກິດຈະກຳ ລະຫວ່າງ 22-26 ກຸມພາ 2018 ໃນ 10 ໂຮງຮຽນ ແລະ 5 ບ້ານຂອງແຂວງ ຫຼວງພະບາງ ຕາຕະລາງລົງເຄື່ອນໄຫວກິດຈະກຳຢູ່ເມືອງ ຫຼວງພະບາງ ວັນ/ເດືອນ/ປີ ເວລາ ໂຮງຮຽນ ແລະ ບ້ານ 22 ກຸມພາ 2018 8:30-11:30 ໂຮງຮຽນປະຖົມ ຫຼວງພະບາງ 13:30-16:00 ໂຮງຮຽນປະຖົມ ອາໄພ 18:00-20:30 ບ້ານ ວັດໜອງ 23 ກຸມພາ 2018 8:30-11:30 ໂຮງຮຽນປະຖົມ ປົ່ງຫວ້ານ 13:30-16:00 ໂຮງຮຽນປະຖົມ ສັງຄະໂລກ 18:00-20:30 ບ້ານ ຈຸມຄ້ອງ 24 ກຸມພາ 2018 8:30-11:30 ໂຮງຮຽນປະຖົມ ສີຖານ 13:30-16:00 ໂຮງຮຽນປະຖົມ ນາຫຼວງ 18:00-20:30 ບ້ານ ປາຂາມ 25 ກຸມພາ 2018 8:30-11:30 ໂຮງຮຽນປະຖົມ ສາທິດ 13:30-16:00 ໂຮງຮຽນປະຖົມ ຜານົມ 18:00-20:30 ບ້ານ ວັດທາດ 26 ກຸມພາ 2018 8:30-11:30 ໂຮງຮຽນປະຖົມໂພນສະອາດ 13:30-16:00 ໂຮງຮຽນປະຖົມເມືອງງາ 18:00-20:30 ບ້ານ ອາຣາມ ກິດຈະກຳຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ: ນັກຮຽນ 921 ຄົນ, ເປັນຍິງ 484 ຄົນ, ຄູທັງໝົດ 84 ຄົນ ແລະ ຍິງ 71 ຄົນ ຈາກ 10 ໂຮງຮຽນປະຖົມ ແລະ ປະຊາຊົນເຂົ້າຮ່ວມກິດຈະກຳໃນພາກຄ່ຳ 402 ຄົນ, ເປັນ ຍິງ 153 ຄົນ ຈາກ 5 ບ້ານ.
  33. 33. ເຫດການ 29ຈົດໝາຍຂ່າວ ມັງກອນ-ມິຖຸນາ 2018 ກສສ

×