Ce diaporama a bien été signalé.
Le téléchargement de votre SlideShare est en cours. ×
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
lt[a[mu 8
,y45ok{mao;k 2017
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຂະແໜງສົ່ງເສີມຄຸນນະພາບສິ...
ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ
ຄະນະຮ່າງ ແລະ ຮຽບຮຽງ
ຄະນະກົມ ສົ່ງເສີມຄຸນນະພາບ ສິ່ງແວດລ້ອມ
ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມ
ທ່ານ...
ສາລະບານ
•	 ກອງປະຊຸມສໍາມະນາ ກ່ຽວກັບ ການສຶກສາ ແລະ ການສື່ສານສິ່ງແວດລ້ອມ ໃນ ສປປ
ລາວ..............................................
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Publicité
Prochain SlideShare
Newsleter deqp ix
Newsleter deqp ix
Chargement dans…3
×

Consultez-les par la suite

1 sur 56 Publicité

Newsleter deqp viii

Télécharger pour lire hors ligne

ຈົດໝາຍຂ່າວ ກສສ ສະບັບທີ 6, ວາລະສານສິ່ງແວດລ້ອມ

ຈົດໝາຍຂ່າວ ກສສ ສະບັບທີ 6, ວາລະສານສິ່ງແວດລ້ອມ

Publicité
Publicité

Plus De Contenu Connexe

Plus par ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (17)

Publicité

Newsleter deqp viii

  1. 1. lt[a[mu 8 ,y45ok{mao;k 2017 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ld l l ຈົດໝາຍຂ່າວ
  2. 2. ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ ຄະນະຮ່າງ ແລະ ຮຽບຮຽງ ຄະນະກົມ ສົ່ງເສີມຄຸນນະພາບ ສິ່ງແວດລ້ອມ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມ ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ ກວດແກ້ ບັນດາພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພະແນກ ສິ່ງແວດລ້ອມ ສັງຄົມ ທ່ານ ຄອນສະຫວັນ ຫຼວງລາດ ຫົວໜ້າພະແນກ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ ທ່ານ ນາງ ລັດຕະນະພອນ ອິນທະສານ ຮອງຫົວໜ້າພະແນກ ຈັດໜ້າອອກແບບ ທ່ານ ບົວແສງປະເສິດ ພຣະສິດທິເດດ ຮອງຫົວໜ້າພະແນກ ທ່ານ ກິ່ງທອງ ສິຣິສົມພອນ ທ່ານ ນາງ ສຸກສະຫວັນ ພຸດທະລາດ ຄະນະເກັບກຳຂໍ້ມູນ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ນາງ ຈັນທາ ທຳມະວົງ ແຫຼ່ງຂໍ້ມູນ ຂໍຂອບໃຈເປັນຢ່າງສູງ ທີ່ສະໜອງຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສສ
  3. 3. ສາລະບານ • ກອງປະຊຸມສໍາມະນາ ກ່ຽວກັບ ການສຶກສາ ແລະ ການສື່ສານສິ່ງແວດລ້ອມ ໃນ ສປປ ລາວ..........................................................................................................1 • ກອງປະຊຸມສໍາມະນາ ກ່ຽວກັບ ການຂຽນກອບແນວຄວາມຄິດຂອງບົດສະເໜີ ໂຄງ ການຂອງ ສປປ ລາວ.................................................................................. 8 • ກອງປະຊຸມຄະນະປະສານງານພາກເໜືອສປປລາວກັບສປຈີນຄັ້ງທີ....................10 • ກສສ ລົງຊຸກຍູ້ທີມງານວິຊາການ ໃນການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບ ດ້ານ ຢູ່ທີ່ ແຂວງ ວຽງຈັນ................................................................................12 • ກອງປະຊຸມປຶກສາຫາລື ກ່ຽວກັບ ວຽກງານ ຂຽວ, ສະອາດ, ງາມຕາ ແລະ ຜ່ານ ຮ່າງຄູ່ມືແນະນຳ ຂຽວ ສະອາດ ແລະ ງາມຕາ .................................................14 • ກອງປະຊຸມຄັ້ງທີ I ຂອງຄະນະກໍາມະການຊີ້ນຳຂັ້ນແຂວງ ຂອງໂຄງການປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດໃນເຂດດິນບໍລິເວນນໍ້າ................................15 • ງານວາງສະແດງຜົນງານຂອງຂະແໜງສິ່ງແວດລ້ອມ ໃນກອງປະຊຸມ ໂຕະມົນປະຈຳ ປີ 2017....................................................................................................18 • ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ຈັດພິທີປາຖະກະຖາ 2 ວັນ ປະຫວັດສາດ... 20 • ສາມອົງການຈັດຕັ້ງມະຫາຊົນຂອງກສສ ໄດ້ລົງໄປຢ້ຽມຢາມການກະສິກຳ ແລະ ຫັດ ຖະກຳຂອງບ້ານວັດທະນາທຳ........................................................................ 21 • ການເກັບກຳຂໍ້ມູນ ກ່ຽວກັບ ການປະເມີນຄວາມສ່ຽງໄພພິບັດ ຈາກການປ່ຽນແປງດິນ ຟ້າອາກາດ ຂອງໂຄງການ ............................................................................ 22 • ລົງຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການ ປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ ໃນເຂດດິນບໍລິເວນນ້ຳຣາມຊາຢູ່ສປປລາວ..................................................... 26
  4. 4. • ໂຄງການ ປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດໃນເຂດດິນບໍລິເວນນ້ຳ ຣາມ ຊາ ຢູ່ ສປປ ລາວ (CAWA) ໄດ້ມອບລົດ 02 ຄັນ ໃຫ້ກັບຫ້ອງການ ແລະ ພະແນກ ..... 30 • ພິທີປະກາດ ລະບຽບການຄຸ້ມຄອງ ແລະ ນຳໃຊ້ວັງ ສະຫງວນຂອງກຸ່ມບ້ານຢູ່ໃນເຂດ ດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ............................................................... 31 • ການສ້າງຂະບວນການສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ໃນງານບຸນນະມັດສະການ ພະທາດຫຼວງວຽງຈັນປະຈຳປີ 2017............................................................... 32 • ໃນອານາຄົດໂຄງການ ProCEEd ໄລຍະ III ຈະເປັນອົງປະກອບໜຶ່ງ ຂອງໂຄງການ ProFEB ................................................................................................ 34 • ຜົນການສໍາຫຼວດ ກ່ຽວກັບ ຄວາມຮູ້, ທັດສະນະຄະຕິ ແລະ ພຶດຕິກໍາ ທີ່ມີຕໍ່ສິ່ງແວດ ລ້ອມ ໃນ ສປປ ລາວ ............................................................................... 36 • ລາຍການວິທະຍຸ ເພື່ອສິ່ງແວດລ້ອມ ໃນຮູບແບບໃໝ່ ທີ່ສະຖານີວິທະຍຸກະຈາຍສຽງ ແຂວງຄໍາມ່ວນ ......................................................................................... 40 • ການສໍາຫຼວດຄວາມຄິດເຫັນກ່ຽວກັບຄຸນນະພາບຂ່າວສິ່ງແວດລ້ອມໃນສປປລາວ.... 42 • ປະຊາກອນປາຂ່າຂອງລາວຫຼຸດລົງຢ່າງໜ້າຕົກໃຈ..............................................44 • ໜ່ວຍງານລາດຕະເວນ ແລະ ຊາວບ້ານ ເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງ ໄຊຍະບູລີ................................................................................................. 45 • ທ່ານຮູ້ບໍ່ ! ວ່າ ເຂື່ອນໄຟຟ້າ ແລະ ໂຮງງານຜະລິດໄຟຟ້າທັງໝົດ ໃນ ສປປ ລາວ......... 46 • ຊີວະນາໆພັນ - ແມ່ນຫຍັງ ແລະ ມີຄວາມຈຳເປັນແນວໃດ..................................... 49
  5. 5. 1 ປະຊຸມ ກອງປະຊຸມສໍາມະນາ ກ່ຽວກັບ ການສຶກສາ ແລະ ການສື່ ສານສິ່ງແວດລ້ອມໃນ ສປປ ລາວ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ຮ່ວມກັບ ໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (ProCEEd) ໄດ້ຈັດກອງປະຊຸມສໍາມະນາ “ການສຶກສາ ແລະ ການ ສື່ສານສິ່ງແວດລ້ອມ ໃນ ສປປ ລາວ” ໃນລະຫວ່າງ ວັນທີ 5-6 ກັນຍາ 2017 ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງທ່ານ ນ. ຈິດຖະ ໜອມ ອຸ່ນສີດາ, ຮອງຫົວໜ້າກົມສົ່ງເສີມຄຸນນະພາບ ສິ່ງແວດລ້ອມ, ທ່ານ Marc CROSS, ຫົວໜ້າ ໂຄງ ການ ProFEB ຂອງອົງການ GIZ ແລະ ທ່ານ Manfred Oepen, ທີ່ປຶກສາ ໂຄງການ ສົ່ງເສີມການ ສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ ກາດ (ProCEEd), ເຊິ່ງມີຜູ້ເຂົ້າຮ່ວມຈາກກົມ, ກອງ ຂອງກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 4 ແຂວງ ເປົ້າໝາຍໂຄງການ (ແຂວງຫົວພັນ, ແຂວງໄຊຍະບູລີ, ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ), ສື່ມວນຊົນ, ສະຖາບັນການ ສຶກສາ ແລະ ອົງການຈັດຕັ້ງມະຫາຊົນຕ່າງໆຫຼາຍ ກວ່າ 70 ທ່ານ. ກອງປະຊຸມ ໄດ້ຮັບຟັງການສະເໜີບົດ ກ່ຽວກັບ (1) ຍຸດທະສາດ ການສື່ສານ ແລະ ການສຶກສາສິ່ງແວດ ລ້ອມ ຂອງໂຄງການ, (2) ບັນດາກິດຈະກໍາຂ່າວສິ່ງ ແວດລ້ອມ, (3) ບັນດາກິດຈະກໍາ, ເຄື່ອງມື ແລະ ວິທີ ການສຶກສາສິ່ງແວດລ້ອມ ນອກໂຮງຮຽນ ແລະ (4) ການມີສ່ວນຮ່ວມຂອງປະຊາຊົນ,ທະຫານ, ຕໍາຫຼວດ, ພະນັກງານ ແລະ ນັກຮຽນໃນກິດຈະກໍາຕ່າງໆເຊັ່ນ: ການຫຼິ້ນເກມຕໍ່ພາບ, ເກມຕ່ອງໂສ້ອາຫານ, ການຈັດ ການ ແລະ ແຍກສິ່ງເສດເຫຼືອ, ການສະແດງລະຄອນ ຊຸມຊົນ ຈາກພາກສ່ວນທີ່ເຂົ້າຮ່ວມໂຄງການ. ນອກ ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມທັງໝົດ ໄດ້ຈັດກຸ່ມ ປຶກສາຫາລື ກ່ຽວກັບ ສິ່ງທີ່ໄດ້ຮຽນຮູ້ຈາກຜົນສໍາເລັດ ຂອງໂຄງການ ພ້ອງທັງປະກອບຄໍາຄິດເຫັນ, ແລກ ປ່ຽນບົດຮຽນ ແລະ ປະສົບການ ເຖິງຂໍ້ສະດວກ ແລະ ຂໍ້ຄົງຄ້າງ ພ້ອມທັງ ໃຫ້ຄໍາແນະນໍາໃນການຈັດຕັ້ງ ປະຕິບັດບັນດາກິດຈະກໍາໂຄງການ ໃຫ້ໄດ້ຮັບຜົນ ສໍາເລັດອັນຈົບງາມ ແລະ ບັນລຸເປົ້າໝາຍຂອງໂຄງ ການ. ເວົ້າລວມແລ້ວ, ຜູ້ເຂົ້າຮ່ວມ ແມ່ນມີປະຄວາມ ທັບໃຈກັບ ກ່ຽວກັບ ຜົນສໍາເລັດອັນສໍາຄັນຂອງໂຄງ ການ ProCEEd ເຊິ່ງຜົນສໍາເລັດດັ່ງກ່າວ ແມ່ນນອນ ຢູ່ໃນແຜນຍຸດທະສາດ ການສື່ສານ ແລະ ການສຶກສາ ສິ່ງແວດລ້ອມ ທີ່ສອດຄ່ອງກັບພື້ນຖານຄວາມເປັນ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  6. 6. 2 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ຈິງ ແລະ ການພັດທະນາທັກສະຄວາມສາມາດບຸກ ຄະລາກອນ. ໃນນີ້ຍັງເປັນການສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມພາລະບົດບາດຂອງກົມສົ່ງເສີມຄຸນນະ ພາບສິ່ງແວດລ້ອມ (ກສສ) ໃນວຽກງານປົກປັກຮັກ ສາ ແລະ ສົ່ງເສີມຄຸນນະພາບສິ່ງແວດລ້ອມ, ການຈັດ ຕັ້ງປະຕິບັດຍຸດທະສາດ ແຫ່ງຊາດ ກ່ຽວກັບ ການສຶກ ສາ ແລະ ສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ແລະ ເພີ່ມທະວີຄວາມ ເຂັ້ມແຂງ ດ້ານການຮ່ວມມືກັບຄູ່ຮ່ວມງານ ໃນຂັ້ນ ແຂວງ ແລະ ຂັ້ນເມືອງ. ນອກຈາກການນໍາສະເໜີຜົນສໍາເລັດຂອງ ໂຄງການ ProCEEd ໃນໄລຍະຜ່ານມາ, ໃນມື້ທີ ສອງຂອງກອງປະຊຸມ ແມ່ນການນໍາສະເໜີກິດຈະ ກໍາທີ່ໄດ້ຈັດຕັ້ງປະຕິບັດຜ່ານມາຈາກອົງການຈັດຕັ້ງ ຕ່າງໆ ໂດຍໄດ້ເນັ້ນໃສ່ສາມປະເດັນຫຼັກຄື: ປະເດັນ ທີໜຶ່ງ ແມ່ນເວົ້າ ກ່ຽວກັບ ຊຸມຊົນທີ່ກໍາລັງຈະເລີນເຕີບ ໂຕຂອງຜູ້ຄົນແລະຄວາມມຸ່ງໝັ້ນຂອງອົງການຕ່າງໆ ຕໍ່ກັບວຽກງານການສຶກສາ ແລະ ການສື່ສານສິ່ງແວດ ລ້ອມ ໃນ ສປປ ລາວ. ຜູ້ເຂົ້າຮ່ວມທຸກຄົນ ໄດ້ປະກອບ ຄໍາຄິດເຫັນຢ່າງກົງໄປກົງມາ ແລະ ແລກປ່ຽນລົດຮຽນ ແລະ ວິທີການຕ່າງໆທີ່ນໍາໃຊ້ຢູ່ໃນປັດຈຸບັນ. ການຈັດ ຕັ້ງປະຕິບັດ ໂຄງການ ProCEEd ໄລຍະ III ກໍ່ໄດ້ ສຸມໃສ່ ການສ້າງປຶ້ມຄູ່ມືການສຶກສາສິ່ງແວດລ້ອມ ທີ່ ມີທັງໝົດ 3 ພາກນໍາກັນ (ພາກທີໜຶ່ງ ກ່ຽວກັບ ກິດຈະ ກຳການສຶກສາສິ່ງແວດລ້ອມ, ພາກທີສອງ ກ່ຽວກັບ ການຝຶກອົບຮົມໃຫ້ແກ່ພະນັກງານຂະແໜງການກ່ຽວ ຂ້ອງ ແລະ ພາກທີສາມ ກ່ຽວກັບ ເຄື່ອງມືຕ່າງໆທີ່ໃຊ້ ເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳການສຶກສາສິ່ງ ແວດລ້ອມ) ເຊິ່ງໄດ້ຈັດພິມໃນທ້າຍປີ 2017 ແລະ ຍັງໃຫ້ມີການການເພີ່ມທະວີຄວາມຮ່ວມມືກັບຄູອາ ຈານ ແລະ ໂຮງຮຽນຕ່າງໆອີກ.ປະເດັນທີສອງ ເນັ້ນ ໃສ່ການເຮັດວຽກ ເພື່ອນໍາໄປສູ່ການພັດທະນາແບບ ຍືນຍົງ ເຊິ່ງຕ້ອງອາໃສ ສື່ຕ່າງໆ,ວິທີການເຮັດວຽກ ແລະ ເຄື່ອງມືຕ່າງໆທີ່ຊ່ວຍໃນການຮຽນຮູ້ ແລະ ຂະ
  7. 7. 3 ປະຊຸມ ບວນການສື່ສານຕ່າງໆເປັນຕົ້ນແມ່ນ:ວິທະຍຸ,ໂທລະ ພາບ, ໜັງສືພິມ, ແຜ່ນໂປສເຕີ, ແຜ່ນຜັບ 10 ຄວາມ ຈິງ, ປືມກາຕູນ, ການສະແດງລະຄອນ, ການສະແດງ ລະຄອນຫຸ່ນ, ເພງ, ກິດຈະກຳຕໍ່ພາບ, ເກມ ແລະ ກິດ ຈະກຳອື່ນໆວິທີການຮຽນຮູ້ຜ່ານ ຫົວ-ຫົວໃຈ-ມື (3H: Head-heard-hand) ເຊິ່ງເປັນວິທີການທີ່ມີການ ຮຽນຮູ້ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງໂດຍການ ມີສ່ວນຮ່ວມຂອງທຸກພາກສ່ວນ ແລະ ເປັນວິທີການທີ່ ໄດ້ທັງຄວາມຮູ້ ແລະ ເຕັມໄປດ້ວຍຄວາມບັນເທີງ ເຊິ່ງເປັນການສົ່ງເສີມໃຫ້ຜູ້ເຂົ້າຮ່ວມມີຄວາມຢາກຮູ້ ຢາກເຫັນ,ໄດ້ຮັບແຮງບັນດານໃຈແລະນໍາໄປສູ່ການ ຈັດຕັ້ງປະຕິບັດ ພາຍໃຕ້ຫົວຂໍ້ກິດຈະກຳຕ່າງໆ. ການ ນໍາໃຊ້ເຄື່ອງມືທີ່ແຕກຕ່າງກັນ ສາມາດເຂົ້າຫາກຸ່ມ ເປົ້າໝາຍຕ່າງໆໄດ້ເຊັ່ນ: ກຸ່ມເປົ້າໝາຍອາວຸໂສ, ຊາວໜຸ່ມ, ປະຊາຊົນທົ່ວໄປໃນເຂດຊານເມືອງ, ເຂດ ຊົນນະບົດ ແລະ ຜູ້ມີອໍານາດໃນການຕັດສິນໃຈໃນ ກົມກອງຕ່າງໆ. ຜູ້ເຂົ້າຮ່ວມກອງປະຊຸມ ຈໍານວນໜຶ່ງ ໄດ້ໃຫ້ທັດສະນະວ່າ ເພື່ອເຮັດວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ໃຫ້ໄດ້ຮັບ ຜົນດີ ແລະ ມີຄວາມຍືນຍົງຈໍາເປັນຕ້ອງໄດ້ນໍາໃຊ້ ການສື່ສານ ແລະ ເຄື່ອງມືຕ່າງໆຢ່າງສະໝໍ່າສະເໝີ ໂດຍໝູນໃຊ້ໃນອົງການຈັດຕັ້ງຕ່າງໆ ໂດຍສະເພາະ ແມ່ນການແບ່ງປັນຜະລິດຕະພັນການສື່ສານທີ່ມີ ຄວາມເຊື່ອຖືໄດ້ ແລະ ອຸປະກອນການຮຽນຮູ້ຕ່າງໆ ລະຫວ່າງ ສະຖານີວິທະຍຸຕ່າງໆກັບພະແນກ ຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ (ພຊສ) ແລະ ອົງການຈັດຕັ້ງມະຫາຊົນຕ່າງໆໃນຂັ້ນ ແຂວງ ແລະ ຂັ້ນເມືອງ ກໍ່ເປັນຊ່ອງທາງໜຶ່ງໃນການ ນໍາໃຊ້ຜະລິດຕະພັນ ແລະ ເຄື່ອງມືການສຶກສາສິ່ງ ແວດລ້ອມຢ່າງສະໝໍ່າສະເໝີ. ປະເດັນທີສາມ ເນັ້ນ ໃສ່ການສະຫຼຸບ, ຕີລາຄາ ແລະ ຜົນໄດ້ຮັບຂອງການ ຈັດຕັ້ງກິດຈະກໍາທີ່ຜ່ານມາເຊັ່ນ: ວຽກງານປົກປັກຮັກ ສາສິ່ງແວດລ້ອມ ບໍ່ສາມາດເຮັດໄດ້ ໂດຍພາກລັດ ພຽງແຕ່ຝ່າຍດຽວ, ແນ່ນອນຕ້ອງໃຫ້ຊຸມຊົນເຂົ້າມາ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  8. 8. 4 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດກິດຈະກຳການ ເຜີຍແຜ່ເອກະສານຕ່າງໆ ກ່ຽວກັບ ການຄຸ້ມຄອງປ່າ ສະຫງວນ ແຫ່ງຊາດ, ການອະນຸລັກສິ່ງທີ່ມີຊີວິດໃນ ປ່າ ແລະ ອື່ນໆ. ແນ່ນອນທັງໝົດນີ້ແມ່ນຕ້ອງການ ພະນັກງານທີ່ມີຄວາມສາມາດ ຈາກພາກລັດ, ລັດວິ ສາຫະກິດ ແລະ ເອກະຊົນຕ່າງໆເຊັ່ນ:ລັດວິສາຫະ ກິດສື່ມວນຊົນ ແລະ ອົງການຈັດຕັ້ງມະຫາຊົນ ເຊິ່ງ ບຸກຄະລາກອນເຫຼົ່ານີ້ ຍັງຂາດຄວາມພ້ອມ, ຄວາມ ຮູ້ຍັງຈຳກັດ ແລະ ວິທີການ ພ້ອມທັງທັກສະຕ່າງໆ ເທົ່າທີ່ຄວນ. ສະນັ້ນ, ໂຄງການຕ່າງໆຄວນສະໜັບ ສະໜູນ ການພັດທະນາທັກສະຕ່າງໆຂອງບຸກຄະລາ ກອນໃຫ້ດີຂື້ນ ແລະ ເປັນລະບົບຂຶ້ນ ໂດຍເນັ້ນໃສ່ ການພັດທະນາດ້ານຄວາມສາມາດ ແລະ ການສ້າງ ທິມງານທີ່ເຂັ້ມແຂງກ່ຽວຂ້ອງກັບການສຶກສາ ແລະ ການສື່ສານສິ່ງແວດລ້ອມ. ການຝຶກອົບຮົມຄວນເນັ້ນ ໃສ່ຊາວໜຸ່ມຜູ້ທີ່ເປັນໜໍ່ແໜງຂອງປະເທດໃນອານາ ຄົດ. ຂັ້ນຕອນການພັດທະນາທັກສະຄວາມສາມາດ ແລະ ການຖ່າຍທອດຄວາມຮູ້ຕ່າງໆ ເພື່ອຊ່ວຍປັບ ປຸງ ແລະ ພັດທະນາຄວາມໝັ້ນໃຈໃນການນໍາສະເໜີ ຕໍ່ໜ້າມະຫາຊົນ, ການພັດທະນາວິທີການຈັດການ ແລະ ການຈັດກິດຈະກຳຕ່າງໆ. ການນໍາສະເໜີກໍລະ ນີສຶກສາຈາກແຂວງຄໍາມ່ວນ ສະແດງໃຫ້ເຫັນວ່າ: ການຝຶກອົບຮົມໃຫ້ກັບພະນັກງານ ຂັ້ນແຂວງ ແລະ ຂັ້ນເມືອງ ແມ່ນໄດ້ຮັບຜົນສໍາເລັດເປັນຢ່າງມີປະສິດ ຕິຜົນ. ພຊສ ແຂວງຄໍາມ່ວນ ໄດ້ຮ່ວມກັບໂຮງຮຽນ ຕ່າງໆ ໃນການຈັດຕັ້ງປະຕິບັດກິດຈະກຳການສຶກສາ ສິ່ງແວດລ້ອມ ເຊິ່ງແມ່ນພະນັກງານວິຊາການຂອງ ຕົນ ໂດຍນໍາໃຊ້ສື່ສິ່ງພິມ ແລະ ເກມຕ່າງໆທີ່ແທດ ເໝາະກັບຄວາມເປັນຈິງ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຫັນດີເປັນເອກະພາບກັນ ວ່າ: ການປັບປຸງຂໍ້ຄວາມຫຼັກໆ ກ່ຽວກັບ ບັນຫາສິ່ງ ແວດລ້ອມ ຄວນຈະເຮັດໃຫ້ເຂົ້າໃຈງ່າຍສໍາລັບທຸກ ລະດັບຄົນ.ຕົວຢ່າງ:ຄວາມທ້າທາຍຂອງຊົນເຜົ່າເປັນ ຕົ້ນ ພາສາທ້ອງຖິ່ນ ເພື່ອແກ້ໄຂບັນຫາດັ່ງກ່າວ ແລະ
  9. 9. 5 ປະຊຸມ ໃຫ້ເຂົາເຈົ້າສາມາດເຂົ້າເຖິງການສຶກສາ ຫຼື ຂໍ້ມູນ ຕ່າງໆງ່າຍຂຶ້ນ ໂດຍການພັດທະນາເຄື່ອງມື ທີ່ເປັນ ສິ່ງປະຈັກຕາໃຫ້ມີຂໍ້ຄວາມໜ້ອຍລົງ, ນໍາໃຊ້ພາສາ ທ້ອງຖິ່ນ ແລະ ພັດທະນາເກມຕ່າງໆທີ່ເຮັດໃຫ້ຜູ້ເຂົ້າ ຮ່ວມກິດຈະກຳມີສ່ວນຮ່ວມຫຼາຍຂຶ້ນ. ນອກຈາກນັ້ນ ແລ້ວ, ລາຍການວິທະຍຸສິ່ງແວດລ້ອມ ສາມາດອອກ ອາກາດເປັນພາສາຊົນເຜົ່າຕື່ມອີກ. ຄວາມຫຍຸ້ງຍາກ ອີກອັນໜຶ່ງກໍ່ຄື ການອະທິບາຍຄວາມສະຫຼັບສັບ ຊ້ອນສາຍກ້ຽວພັນຕ່າງໆຂອງສາຍເຫດ ແລະ ເຫດ ຜົນທາງທໍາມະຊາດ, ເສດຖະກິດ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນ. ການເຜີຍແຜ່ຂໍ້ມູນຄວາມຈິງ ໃນຮູບແບບທີ່ມີຄວາມບັນເທີງ, ການມີສ່ວນຮ່ວມ ແລະ ການນໍາໃຊ້ວິທີການຕ່າງໆທີ່ກ່ຽວພັນກັບວັດທະ ນາທໍາສັງຄົມ ແມ່ນເປັນວິທີທີ່ເໝາະສົມໃນການຈັດ ຕັ້ງປະຕິບັດກິດຈະກຳ ແລະ ສາມາດເຮັດໃຫ້ກຸ່ມເປົ້າ ໝາຍເຂົ້າໃຈໄດ້ງ່າຍ. ດັ່ງນັ້ນ, ການກໍານົດກຸ່ມເປົ້າໝາຍກ່ອນທີ່ຈະພັດທະ ນາສື່ ຫຼື ເຄື່ອງມືການສຶກສາຕ່າງໆ ແມ່ນມີຄວາມສໍາ ຄັນໃນການປະເມີນຄວາມຕ້ອງການ ແລະ ການກໍາ ນົດວິທີການທີ່ເໝາະສົມ. ນອກຈາກນີ້ ການຕິດຕາມ ແລະ ການຄວບຄຸມຄຸນນະພາບຂອງ ຜົນໄດ້ຮັບ ແລະ ຜົນກະທົບຈາກກິດຈະກຳ ແມ່ນມີຄວາມສໍາຄັນເຊັ່ນ ດຽວກັນ ເພື່ອໃຫ້ຮັບຮູ້ວ່າການຈັດຕັ້ງປະຕິບັດກິດຈະ ກຳການສຶກສາ ແລະ ການສື່ສານສິ່ງແວດລ້ອມ ດໍາ ເນີນໄປຕາມແນວທາງທີ່ຖືກຕ້ອງ ຫຼື ບໍ່. ກອງປະຊຸມສໍາມະນາໃນຄັ້ງນີ້ ຍັງໄດ້ສັງເກດເຫັນວ່າ ນັກວິຊາການ, ນັກຂ່າວ, ນັກວິທະຍາສາດ, ຊ່ຽວຊານ, ນັກສຶກສາ, ນັກພັດທະນາ ແລະ ອາສາສະໝັກ ດ້ານ ສິ່ງແວດລ້ອມ ແມ່ນກໍາລັງຂະຫຍາຍໂຕຫຼາຍ ໃນ ສປປ ລາວ ເຊິ່ງສະແດງໃຫ້ເຫັນວ່າ ສັງຄົມໄດ້ໃຫ້ ຄວາມສໍາຄັນຂອງການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ໂດຍຜ່ານການນໍາໃຊ້ສື່ຕ່າງໆ. ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  10. 10. 6 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  11. 11. 7 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  12. 12. 8 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ໃນລະຫວ່າງ ວັນທີ 28-30 ມິຖຸນາ 2017, ກົມສົ່ງເສີມຄຸນນພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ການ ຂຽນກອບແນວຄວາມຄິດຂອງບົດສະເໜີໂຄງການ (Project Identification Note Writing - PIN) ຂອງ ສປປ ລາວ ພາຍໃຕ້ ແຜນງານຍຸດທະສາດ ອະນຸພາກພື້ນແມ່ນໍ້າຂອງ ດາ້ນສິ່ງແວດລ້ອມ ໄລຍະທີ III 2018- 2022 (GMS CEP Strategic Framework F-III 2018-2022) ທີ່ທ່າລາດ, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ. ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອໃຫ້ຄໍາແນະນໍາທາງດ້ານວິຊາການ ໃນການຂຽນກອບແນວຄວາມ ຄິດຂອງບົດສະເໜີໂຄງການ ໃຫ້ແກ່ຂະແໜງການຕ່າງໆທີ່ປິ່ນອ້ອມໜ່ວຍປະຕິບັດງານ ອະນຸພາກພື້ນແມ່ນໍ້າ ຂອງດ້ານສິ່ງແວດລ້ອມ,ໂດຍການກາໍນົດບຸລິມະສິດຂອງໂຄງການທີ່ນອນໃນແຜນຍຸດທະສາດຂອງຂະແໜງ ການຕົນແລ້ວ ແລະ ເພື່ອສະເໜີເປັນໂຄງການລໍຖ້າການອະນຸມັດ (Pipeline Project) ຈາກຜູ້ໃຫ້ທຶນ ໂດຍ ຜ່ານທະນາຄານພັດທະນາອາຊີ (ADB) ພາຍໃຕ້ແຜນງານຍຸດທະສາດ ອານຸພາກພື້ນແມ່ນໍ້າຂອງ ດ້ານສິ່ງ ແວດລ້ອມ ໄລຍະທີ III 2018-2022. ກອງປະຊຸມ ໄດ້ດໍາເນີນໃນເວລາ 3 ວັນ ແລະ ໄດ້ບັນລຸຕາມວັດຖຸປະ ສົງທີ່ວາງໄວ້ຄື: ໄດ້ສຳເລັດການຂຽນກອບແນວຄວາມຄິດຂອງໂຄງການ ທີ່ນອນຢູ່ໃນແຜນຍຸດທະສາດຂອງ ແຕ່ລະຂະແໜງການ ທັງໝົດ 20 ໂຄງການ ແຕ່ຍັງບໍ່ທັນສົມບູນ 100 %. ແຕ່ເຖິງຢ່າງໃດກໍ່ຕາມ, ຈໍານວນ 20ໂຄງການ ທີ່ໄດ້ຂຽນແລ້ວ ໄດ້ສົ່ງໃຫ້ຫາສູນປະຕິບັດ ການສິ່ງແວດລ້ອມ EOC ເພື່ອຊອກວິທີແກ້ເພີ່ມ ເຕີມ,ຍົກເວັ້ນ ໂຄງການ ຂອງກະຊວງ ແຜນການ ແລະ ການລົງທຶນ ທ່ີ່ສົ່ງບໍ່ທັນຕາມກໍານົດເວລາ. ຕໍ່ກັບກໍລະນີ ກອງປະຊຸມສໍາມະນາ ກ່ຽວກັບ ການຂຽນກອບແນວຄວາມຄິດ ຂອງບົດສະເໜີ ໂຄງການ ຂອງ ສປປ ລາວ ພາຍໃຕ້ ແຜນງານ ຍຸດທະສາດອະນຸພາກພື້ນແມ່ນນໍ້າຂອງດ້ານສິ່ງແວດລ້ອມ (2018-2022)
  13. 13. 9 ປະຊຸມ ທີ່ໂຄງການຂອງກະຊວງ ແຜນການການ ແລະ ການລົງທຶນ, ກອງປະຊຸມ ໄດ້ປຶກສາຫາລືຮ່ວມກັບທິມງານ ຊ່ຽວຊານຂອງ EOC ເພື່ອນໍາເອົາໂຄງການດັ່ງກ່າວ ເຂົ້າໃນແຜນງານຍຸດທະສາດລວມ ແລະ ຈະໄດ້ນໍາສະ ເໜີ ຕໍ່ກອງປະຊຸມໜ່ວຍປະຕິບັດງານ ອານຸພາກພື້ນແມ່ນ້ຳຂອງດ້ານສິ່ງແວດລ້ອມ (GMSWGE) ຄັ້ງທີ 23 ໃນລະຫວ່າງ ວັນທີີ 10-13 ກໍລະກົດ 2017 ທີ່ສຽມລຽບ,ປະເທດ ກໍາປູເຈຍ. ໃນຈໍານວນ 20 ໂຄງການ ໄດ້ແບ່ງອອກຕາມ 5 ຂົງເຂດບຸລິມະສິດດັ່ງນີ້: 1. ຊີວະນາໆພັນ ແລະ ຊັບພະຍາກອນທໍາມະຊາດ 02 ໂຄງການ; 2. ການເຕີບໂຕສີຂຽວ ແລະ ການພັດທະນາ ກາກບອນຕ່ຳ 01 ໂຄງການ; 3. ການປັບຕົວ ແລະ ການຫຸຼດຜ່ອນຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຄວາມສ່ຽງໄພພິ ບັດ 03 ໂຄງການ; 4. ການປ້ອງກັນ ແລະ ການວາງແຜນສິ່ງແວດລ້ອມແບບຍຸດທະສາດ 07 ໂຄງການ; 5. ບັນຫາທີ່ກວມລວມກັບບັນຫາອື່ນໆ 07 ໂຄງການ; ສໍາລັບ ການຂຽນໂຄງການ (PIN)ຂອງ ກຊສ ໄດ້ອີງໃສ່ ແຜນຍຸດທະສາດຂອງ ກຊສ 2016-2025 ເຊິ່ງແນໃສ່ການປຸກຈິດສໍານຶກ ດ້ານສິ່ງແວດລ້ອມ, ສ້າງຄວາມເຂັ້ມແຂງ ໃນວຽກງານການສ້າງແຜນຄຸ້ມຄອງ ສິ່ງແວດລ້ອມ ແບບຮອບດ້ານ (ISP) ແລະ ການປະເມີນສິ່ງແວດລ້ອມ ແບບຮອບດ້ານ (SEA), ການສ້າງ ຄວາມເຂັ້ມແຂງ ດ້ານຄວາມອາດສາມາດ ໃຫ້ແກ່ສູນຝຶກອົບຮົມ ຊັບພະຍາກອນທໍາມະຊາດ ແລະ ສ່ິງແວດ ລ້ອມ, ການສ້າງຄວາມອາດສາມາດ ແລະ ການສົ່ງເສີມເຕັກໂນໂລຊີ ສໍາລັບ ການຄວບຄຸມມົນລະພິດ, ການ ປັບຕົວ ແລະ ການຫຼດຜ່ອນສະພາບການປ່ຽນແປງດິນຟ້າອາກາດ, ວຽກງານການຄົ້ນຄວ້າຂອງສະຖາບັນຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການປັບປຸງລະບົບຂໍ້ມູນ-ຂ່າວສານ ຊັບພະຍາກອນທໍາມະຊາດ ແລະ ສ່ິ່ງແວດລ້ອມ ແລະ ການສ້າງລະບົບວາງແຜນການນໍາໃຊ້ທີ່ດິນ. ພາຍຫຼັງທີ່ແຕ່ລະປະເທດສະມາຊິກ ໄດ້ສົ່ງກອບບົດສະເໜີໂຄງການ (PIN) ໃຫ້ສູນປະຕິບັດການສິ່ງ ແວດລ້ອມ (EOC) ແລ້ວ, ທິມຊ່ຽວຊານຂອງສູນ ຈະໄດ້ສັງລວມແຕ່ລະໂຄງການຂອງແຕ່ລະປະເທດ ແລະ ບັນຈຸເຂົ້າໃນແຜນງານຍຸດທະສາດ ອະນຸພາກພື້ນແມ່ນໍ້າຂອງ ດ້ານສິ່ງແວດລ້ອມ ໄລຍະທີ III ສໍາລັບສົກ ປີ 2018-2022. ກໍານົດເວລາຂອງການສົ່ງບົດໂຄງການ (PIN) ຂອງ ສປປ ລາວ ແມ່ນບໍ່ໃຫ້ກາຍວັນ ທີ 6 ກໍລະກົດ 2017 ເນື່ອງຈາກວ່າ ເຫຼືອພຽງແຕ່ ສປປ ລາວ ທ່ີຍັງບໍ່ທັນໄດ້ສົ່ງ. ຫຼັງຈາກນັ້ນ, ແຜນງານຍຸດທະສາດ ດັ່ງກ່າວ ຈະໄດ້ຖືກພິຈາລະນາ ໃນກອງປະຊຸມໜ່ວຍປະຕິບັດງານ GMSWGE ຄັ້ງທີ 23 ລະຫ່ວາງ ວັນທີ 11-13 ກໍລະກົດ 2017 ທີ່ສຽມລຽບ, ປະເທດ ກາໍປູເຈຍ ແລະ ຈະໄດ້ຖືກອະນຸມັດໂຄງການທັງໝົດໃນກອງ ປະຊຸມ ລັດຖະມົນຕີ ອານຸພາກພື້ນແມ່ນໍ້າຂອງ ຄັ້ງທີ 5 (EMM 5) ໃນທ້າຍເດືອນມັງກອນ 2018 ທ່ີຊຽງໃໝ່, ປະເທດໄທ. ພາຍຫຼັງທີ່ໄດ້ຮັບການອະນຸມັດຈາກກອງປະຊຸມ EMM 5 ແລ້ວ, ແຜນງານຍຸດທະສາດ ດັ່ງກ່າວ ຈະຖືກນໍາສະເໜີ ເພື່ອຂໍການອະນຸມັດທຶນຈາກທະນາຄານພັດທະນາອາຊີ (ADB) ແລະ ຜູ້ໃຫ້ທຶນອື່ນໆ ເປັນ ຕົ້ນ ກອງທຶນ Green Climate Fund (GCF). ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  14. 14. 10 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ກອງປະຊຸມ ຄະນະປະສານງານພາກເໜືອ ສປປ ລາວ ກັບແຂວງ ຢຸນນານ ສປ ຈີນ ຄັ້ງທີ VIII ໃນລະຫວ່າງ ວັນທີ 26-28 ກັນຍາ 2017, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ເຂົ້າຮ່ວມກອງປະຊຸມຄະ ນະປະສານງານພາກເໜືອຂອງສປປລາວກັບແຂວງ ຢຸນນານ ສປ ຈີນ ຄັ້ງທີ VIII ທີ່ໂຮງແຮມ ຊິນໄຕຢວນ ນະຄອນຊຽງຮຸ່ງ, ສິບສອງພັນນາ, ສປ ຈີນພາຍໃຕ້ ການເປັນປະທານຮ່ວມຂອງທ່ານ Ruan Cheng Fa, ເຈົ້າແຂວງໆ ຢຸນນານ ແລະ ທ່ານ ນາງ ເຂັມມະນີ ພົລເສນາ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ປະທານຄະນະກຳມາທິການ ຮ່ວມມື ລາວ- ຈີນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 300 ກວ່າທ່ານ ທີ່ມາ ຈາກ ສປ ຈີນ ແລະ ສປປ ລາວ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອສະຫຼຸບທົບທວນ ຄືນສະພາບການຈັດຕັ້ງປະຕິບັດຂອງກອງປະຊຸມ ຄະນະປະສານງານ ຮ່ວມມື ພາກເໜືອຂອງ ສປປ ລາວຮ່ວມກັບ ແຂວງ ຢຸນນານ ຄັ້ງທີ VII, ການຮ່ວມ ມື 10 ແຂວງພາກເໜືອຂອງລາວ ແລະ ແຂວງຢຸນ ນານ ທີ່ຜ່ານມາ ແລະ ປຶກສາຫາລືແກ້ໄຂບັນຫາຂໍ້ຄົງ ຄ້າງ, ສະເໜີແນວຄວາມຄິດທິດທາງແຜນການຮ່ວມ ມືໃນຕໍ່ໜ້າ. ກອງປະຊຸມ ໄດ້ແບ່ງເປັນ 9 ກຸ່ມຮ່ວມມື ກ່ຽວ ກັບ ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ. ກອງປະຊຸມ ໄດ້ຮັບຟັງການລາຍງານການຮ່ວມມື ດ້ານສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ຂອງແຂວງຢຸນນານກັບແຂວງພາກເໝືອສປປລາວ ໂດຍສະເພາະແມ່ນ ແຂວງຫຼວງນໍ້າທາ ແລະ ແຂວງ ຫຼວງພະບາງ ແລະ ປະກອບຄຳຄິດເຫັນຕໍ່ການລາຍ ງານ ແລະ ເປັນເອກະພາບກັນໃນການຮ່ວມມືໃນຕໍ່ ໜ້າຄື: • ເສີມຂະຫຍາຍການຮ່ວມມື, ການແລກປ່ຽນບົດ ຮຽນ, ສ້າງຄວາມອາດສາມາດໃຫ້ພະນັກງານດ້ານ ການປົກປັກຮັກສາສິ່ງແວດລ້ອມ ລະຫວ່າງ ພາກ ເໜືອຂອງລາວ ກັບ ແຂວງຢຸນນານ ສປ ຈີນ; • ແຕ່ງຕັ້ງຄະນະທິມງານແລກປ່ຽນບົດຮຽນໃນຂົງ ເຂດການປົກປັກຮັກສາສິ່ງແວດລ້ອມ ໃນເຂດຊົນນະ ບົດ ແລະ ອານຸລັກຊີວະນາໆພັນເຂດຂ້າມຜ່ານຊາຍ ແດນ ໃຫ້ມີຄວາມຍືນຍົງ. • ເພີ່ມທະວີການແລກປ່ຽນດ້ານເຕັກນິກການແຈ້ງ ເຕືອນໄພລ່ວງໜ້າ ກ່ຽວກັບ ໄພພິບັດດ້ານອຸຕຸນິຍົມ ແລະ ການກໍ່ເກີດໄພທຳມະຊາດຢູ່ພາກພື້ນ ແລະ ສະ ໜອງຂໍ້ມູນແຈ້ງເຕືອນໄພໃນລະດູຝົນ. ນອກຈາກນັ້ນ, ຍັງມີກອງປະຊຸມຄົບຄະນະ
  15. 15. 11 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ເຊິ່ງໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ດ້ວຍໄມ ຕິຈິດມິດຕະພາບ, ປຶກສາຫາລືບັນຫາທີ່ຍັງຄົງຄ້າງ ແລະ ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ເຊັນບົດບັນທຶກຮ່ວມກັນຄື: 1. ບົດບັນທຶກກອງປະຊຸມຄະນະປະສານງານ ພາກ ເໜືອຂອງ ລາວ ກັບແຂວງຢຸນນານ ຄັ້ງທີ VIII ລະ ຫວ່າງທ່ານChenShun,ຮອງເຈົ້າແຂວງໆຢຸນນານ ແລະ ທ່ານ ແຄນທອງ ສີສຸວົງ, ຮອງປະທານຄະນະ ກຳມະທິການ ຮ່ວມມື ລາວ-ຈີນ. 2. ບົດບັນທຶກການປຶກສາຫາລື ກ່ຽວກັບ ໂຄງການ ສ້າງສວນນິຄົມອຸດສາຫະກຳນິເວດ ກະສິກຳ ແບບ ໜູນວຽນຢູ່ແຂວງພາກເໜືອຂອງລາວ ລະຫວ່າງ ບໍລິ ສັດ ອຸດສາຫະກຳ ຟົດສະຟໍ Pan Shan ຄຸນມິງ ຢຸນ ນານ ກັບ ຄະນະກຳມາທິການຮ່ວມມື ລາວ-ຈີນ. 3. ສັນຍາຮ່ວມມື ໂຄງການທ່ອງທ່ຽວວັດທະນະທຳ “ອານາຈັກລ້ານຊ້າງ” ລະຫວ່າງ ບໍລິສັດ ບໍລິຫານລົງ ທຶນການທ່ອງທ່ຽວວັດທະນະທຳ Pao Lu Da ກັບ ແຂວງຫຼວງພະບາງ ສປປ ລາວ. 4. ສັນຍາຮ່ວມມື ວ່າດ້ວຍ ກອງທຶນສົ່ງເສີມການພັດ ທະນາການທ່ອງທ່ຽວແລະໂຄງລ່າງພື້ນຖານເສດຖະ ກິດລາວ-ຈີນ ລະຫວ່າງ ບໍລິສັດ ບໍລິຫານ ກອງທຶນ ແຂວງຢຸນນານກັບເຂດເສດຖະກິດພິເສດສາມຫຼ່ຽມ ຄຳ; 5. ສັນຍາກ່ຽວກັບໂຄງການຮ່ວມມືພັດທະນາການ ທ່ອງທ່ຽວ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລະ ຫວ່າງບໍລິສັດທ່ອງທ່ຽວສາກົນເພິ່ງຈິງຄຸນມິງກັບເຂດ ເສດຖະກິດພິເສດສາມຫຼ່ຽມຄຳ. 6. ສັນຍາກອບການຮ່ວມມື ຮອບດ້ານ ລະຫວ່າງ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ກັບບໍລິສັດ ທຸລະ ກິດ ນໍ້າຕຽນສື.
  16. 16. 12 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ກສສລົງຊຸກຍູ້ທີມງານວິຊາການໃນການສ້າງແຜນຄຸ້ມຄອງ ສິ່ງແວດລ້ອມແບບຮອບດ້ານ ຢູ່ທີ່ ແຂວງ ວຽງຈັນ ພະແນກ ປະເມີນສະພາບສິ່ງແວດລ້ອມ, ກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ ເປີດກອງປະຊຸມສຳມະນາ ໃນການສ້າງແຜນຄຸ້ມ ຄອງສິ່ງແວດລ້ອມ ແບບຮອບດ້ານ ໃຫ້ພະນັກງານ ວິຊາການ ຢູ່ແຂວງ ວຽງຈັນ ໃນລະຫວ່າງ ວັນທີ 30 ສິງຫາ ຫາ 1 ກັນຍາ 2017 ທີ່ຫ້ອງປະຊຸມ ຣີສອດ ແຫຼວຄໍາປະເສີດ,ແຂວງວຽງຈັນ.ໂດຍໄດ້ຮັບການສະ ໜັບສະໜູນດ້ານງົບປະມານ ໃນການຈັດຕັ້ງປະຕິບັດ ຈາກໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2 ກອງປະຊຸມ ໄດ້ດໍາເນີນໄປເປັນເວລາ 3 ວັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ ທີ່ມາຈາກ ກສສ ແລະ ພະແນກອ້ອມຂ້າງແຂວງວຽງຈັນ ເປັນຕົ້ນ ພະ ແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ພະແນກ ແຜນການ ແລະ ການລົງທຶນ, ພະ ແນກ ກະສິກໍາ ແລະ ປ່າໄມ້, ພະແນກ ອຸດສາຫະກໍາ ແລະ ການຄ້າ, ພະແນກ ພະລັງງານ ແລະ ບໍ່ແຮ່, ພະ ແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ກອງປະຊຸມ ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະ ຊຸມ ໂດຍທ່ານ ກອງຄໍາ ອິນໄພຍະລາດ,ຫົວໜ້າ ພຊສ ແຂວງ ວຽງຈັນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມ ໝາຍຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສ ຂອງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ໂດຍສະເພາະການຈັດຕັ້ງປະຕິບັດນະໂຍບາຍຂອງ ພັກ ວ່າດ້ວຍ ການພັດທະນາໃຫ້ມີຄວາມຍືນຍົງທາງ ດ້ານສິ່ງແວດລ້ອມ. ກອງປະຊຸມໃນຄັ້ງນີ້ ແມ່ນເຫັນ ໄດ້ເຖິງການລົງເລິກດ້ານຂໍ້ມູນຈໍາເປັນທີ່ຕິດພັນກັບ ບັນດາແຂວງທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນຂະ ແໜງການສິ່ງແວດລ້ອມ ທີ່ຕ້ອງເອົາໃຈໃສ່ສືບຕໍ່ໃນ ການສັງລວມເກັບກໍາຂໍ້ມູນຕ່າງໆເຂົ້າໃນແຜນຄຸ້ມ ຄອງສິ່ງແວດລ້ອມ ແບບຮອບດ້ານຕື່ມອີກ, ພ້ອມ ດຽວກັນນັ້ນ ທ່ານ ຍັງໄດ້ເນັ້ນໃຫ້ມີການປຶກສາຫາລື ຄົ້ນຄວ້າບັນດາຂໍ້ມູນທີ່ໄດ້ຮັບຈາກພາກສ່ວນທີ່ກ່ຽວ ຂ້ອງທີ່ປະກອບໃຫ້ນັ້ນມາປັບປຸງວິເຄາະໃຫ້ມີຄວາມ ຊັດເຈນ ແລະ ຕິດພັນກັບການສ້າງແຜນທີ່ຂອງແຕ່ ລະຂະແໜງການໃຫ້ສອດຄ່ອງກັບເນື້ອໃນຄວາມ
  17. 17. 13 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ເປັນຈິງຂອງແຜນຄຸ້ມຄອງສິ່ງແວດລ້ອມ ສະບັບນີ້, ອີກປະການໜຶ່ງ ເພື່ອໃຫ້ມີຄວາມເປັນເອກະພາບກັນ ໃນການວາງແຜນດັ່ງກ່າວ ຕ້ອງໄດ້ຕິດພັນກັບແຜນ ພັດທະນາການຈັດສັນທີ່ດິນຂອງແຂວງນໍາອີກ. ພາຍຫຼັງທີ່ກ່າວເປີດກອງປະຊຸມແລ້ວ ກໍ່ໄດ້ ດໍາເນີນການໄປຕາມວາລະຂອງກອງປະຊຸມ ເຊິ່ງໄດ້ ມີການແລກປ່ຽນບົດຮຽນ, ປະກອບຄໍາຄິດເຫັນ ແລະ ຖອດຖອນບົດຮຽນຮ່ວມກັນ ເພື່ອປະກອບບັນດາຂໍ້ ມູນໃນແຕ່ລະຂະແໜງການທີ່ກ່ຽວຂ້ອງ ໃສ່ໃນແຜນ ຄຸ້ມຄອງສິ່ງແວດລ້ອມ ແບບຮ້ອບດ້ານ. ທ່ານ ນາງ ສຸດາວີ ແກ້ວປະເສີດ, ຫົວໜ້າພະແນກ ປະເມີນສະ ພາບສິ່ງແວດລ້ອມ ໄດ້ສະເໜີ ກ່ຽວກັບ ວິທີເກັບກໍາຂໍ້ ມູນ, ວິເຄາະ ແລະ ນໍາເອົາຂໍ້ມູນທີ່ໄດ້ ບັນຈຸເຂົ້າໃສ່ ໃນແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ. ຫຼັງ ຈາກນັ້ນ ນັກວິທະຍາກອນ ແລະ ທິມງານສ້າງແຜນ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ (ISP) ຂອງ ແຂວງ ໄດ້ທົດລອງເຮັດຕົວຈິງໃນການເກັບກໍາຂໍ້ມູນ ຈາກຂະແໜງການທີ່ກ່ຽວຂ້ອງ, ຂໍ້ມູນທີ່ຕັ້ງພູມສັນ ຖານ, ຂໍ້ມູນທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງ ແວດລ້ອມ,ກໍານົດບັນດາຄາດໝາຍລວມ,ຄາດໝາຍ ສູ້ຊົນ, ບັນດາທ່າແຮງທີ່ສໍາຄັນ ເພື່ອພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ແລະ ປັບປຸງເນື້້ອໃນແຜນ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານສະບັບນີ້ໃຫ້ມີ ເນື້ອໃນລາຍລະອຽດຄົບຖ້ວນສົມບູນຂຶ້ນຕື່ມ. ນອນ ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງໄດ້ປະ ກອບຄໍາຄິດເຫັນ ແລະ ບັນດາຂໍ້ມູນທີ່ນໍາມາປະກອບ ໃສ່ຮ່າງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ. ຜ່ານການດຳເນີນກອງປະຊຸມສຳມະນາສາ ມາດສະຫຼຸບສັງລວມໄດ້ດັ່ງນີ້: • ກອງປະຊຸມສຳມະນາໃນຄັ້ງນີ້ເຫັນໄດ້ຄວາມສໍາ ຄັນໃນການສ້າງແຜນຄຸ້ມຄອງສິ່ງແວດລ້ອມ ແບບ ຮອບດ້ານ ຂັ້ນແຂວງ ທີ່ມີຫຼາຍພາກສ່ວນໄດ້ເຂົ້າ ຮ່ວມ,ມີຄວາມສົນໃຈແລະເຂົ້າໃຈເນື້ອໃນຂອງແຜນ ຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ; • ຜູ້ເຂົ້າຮ່ວມມີຄວາມຫ້າວຫັນ ແລະ ເຂົ້າໃຈເຖິງ ບັນດາຂໍ້ມູນຂອງຕົນເອງທີ່ນໍາມາປະກອບເຂົ້າໃນ ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ, ນອນ ນັ້ນຍັງໄດ້ມີການແລກປ່ຽນບົດຮຽນຢ່າງກົງໄປກົງມາ, ມີລັກສະນະສ້າງສັນ; • ຂະແໜງສິ່ງແວດລ້ອມຂອງແຂວງ ເປັນໃຈກາງ ໃນການປະສານງານ ແລະ ສັງລວມຂໍ້ມູນສົມທົບກັບ ສູນກາງ ເພື່ອປັບປຸງເນື້ອໃນແຜນຄຸ້ມຄອງສິ່ງແວດ ລ້ອມ ແບບຮອບດ້ານ ໃຫ້ຄົບຖ້ວນສົມບູນ;
  18. 18. 14 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ກອງປະຊຸມປຶກສາຫາລືກ່ຽວກັບວຽກງານຂຽວ,ສະອາດ,ງາມຕາ ແລະ ຜ່ານຮ່າງຄູ່ມືແນະນຳ ຂຽວ ສະອາດ ແລະ ງາມຕາ ໃນວັນທີ 09 ພະຈິກ 2017, ພະແນກ ສິ່ງແວດລ້ອມທຳມະຊາດ, ກົມສົ່ງເສີມຄຸນນະພາບ ສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ (ກຊສ). ໄດ້ຈັດກອງປະ ຊຸມ ປຶກສາຫາລື ກ່ຽວກັບ ວຽກງານ ຂຽວ, ສະອາດ ແລະ ງາມຕາ. ຈຸດປະສົງຂອງກອງປະຊຸມ ເພື່ອຜ່ານ ຮ່າງ ຄູ່ມືແນະນຳ ວິຊາການ ກ່ຽວກັບ ການຈັດຕັ້ງປະ ຕິບັດວຽກງານສົ່ງເສີມຕົວເມືອງ ຂຽວ, ສະອາດ ແລະ ງາມຕາ ໂດຍໃຫ້ກຽດເປັນປະທານຂອງທ່ານ ສິງສະ ຫວັນ ສິງກາວົງໄຊ, ຮອງຫົວໜ້າ ກົມສົ່ງເສີມຄຸນນະ ພາບສິ່ງແວດລ້ອມ. ກອງປະຊຸມຄັ້ງນີ້ ປະກອບມີ ຄະນະກົມ, ຄະ ນະພະແນກ ແລະ ວິຊາການ ພາຍໃນ ກສສ ເຂົ້າຮ່ວມ ລວມທັງໝົດມີ 16 ທ່ານ ເພື່ອປຶກສາຫາລື ກ່ຽວກັບ ການກະກຽມການຈັດຕັ້ງປະຕິບັດວຽກງານ ຂຽວ, ສະ ອາດ ແລະ ງາມຕາ ເປັນຕົ້ນ: ການສ້າງຄະນະທີມ ງານ, ການຮ່າງຄູ່ມືແນະນຳ, ການສ້າງແບບຟອມ ສອບຖາມ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກ ງານສົ່ງເສີມ ຂຽວ, ສະອາດ ແລະ ງາມຕາ ພ້ອມ ທັງ ຜ່ານຮ່າງຄູ່ມືແນະນຳ ການຈັດຕັ້ງປະຕິບັດວຽກ ງານສົ່ງເສີມ ຂຽວ, ສະອາດ ແລະ ງາມຕາ. ກອງປະ ຊຸມ ໄດ້ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ກ່ຽວກັບ ກອບແນວຄວາມຄິດການຈັດຕັ້ງປະຕິບັດ ວຽກງານສົ່ງເສີມຕົວເມືອງ ຂຽວ, ສະອາດ ແລະ ງາມ ຕາ. ຮ່າງຄູ່ມືແນະນຳ ການຈັດຕັ້ງປະຕິບັດວຽກງານ ຂຽວ, ສະອາດ ແລະ ງາມຕາ ກອງປະຊຸມໄດ້ເຫັນດີ ຕົກລົງເປັນເອກະພາບກັນຄື: 1. ປັບປຸງກອບແນວຄວາມຄິດການຈັດຕັ້ງປະຕິບັດ ວຽກງານ ຂຽວ, ສະອາດ ແລະ ງາມຕາ ເພື່ອຄວາມ ສອດຄ່ອງຂອງບັນດາວຽກງານຕ່າງໆ; 2. ຊື່ຂອງຄູ່ມື້ແນະນຳໃຫ້ປ່ຽນຈາກຂໍ້ຕົກລົງມາເປັນ ຄູ່ມືແນະນຳ ການຈັດຕັ້ງປະຕິບັດວຽກງານສົ່ງເສີມ ຂຽວ, ສະອາດ ແລະ ງາມຕາ; 3. ປັບປຸງເນື້ອໃນຂອງຈຸດປະສົງ ເພື່ອໃຫ້ມີຄວາມ ແທດເໝາະ ແລະ ເຂົ້າໃຈຢ່າງຈະແຈ້ງຂຶ້ນຕື່ມ; 4. ປັບປຸງຄວາມໝາຍຂອງຂຽວ,ສະອາດແລະງາມ ຕາ ໂດຍໃຫ້ແຍກອະທິບາຍເປັນແຕ່ລະຄຳສັບ ເພື່ອ ໃຫ້ເຂົ້າໃຈງ່າຍ, ຊັດເຈນກວ່າເກົ່າ ແລະ ສອດຄ່ອງ ກັບບັນດານິຕິກຳອື່ນໆ. 5. ເພີ່ມຕື່ມບາງຂໍ້ ເປັນຕົ້ນ ແມ່ນມາດຕະຖານ, ຂັ້ນ ຕອນແລະວິທີການໃນການຈັດຕັ້ງປະຕິບັດວຽກງານ ສົ່ງເສີມຂຽວ, ສະອາດ ແລະ ງາມຕາ.
  19. 19. 15 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ກອງປະຊຸມຄັ້ງທີ I ຂອງຄະນະກໍາມະການຊີ້ນຳຂັ້ນແຂວງ ຂອງໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ ໃນວັນທີ 16 ຕຸລາ 2017, ໂຄງການ ປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍລິ ເວນນໍ້າຣາມຊາ ຢູ່ ສປປ ລາວ - Climate Change Adaptation in Wetlands Area in Lao PDR (ໂຄງການ CAWA) ໄດ້ຈັດກອງປະຊຸມ ຄັ້ງທີ I ຂອງ ຄະນະກໍາມະການຊີ້ນໍາຂັ້ນແຂວງ ຂອງໂຄງການ ທີ່ ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງສະຫວັນນະເຂດໂດຍການ ໃຫ້ກຽດເປັນປະທານຂອງ ທ່ານ ທ່ອນແກ້ວ ພຸດທະ ໄກຍະລາດ, ຮອງເຈົ້າແຂວງ ສະຫວັນນະເຂດ, ຜູ້ຊີ້ ນຳວຽກງານສິ່ງແວດລ້ອມ ແລະ ທັງເປັນປະທານ ຄະ ນະຊີ້ນຳຂັ້ນແຂວງ ໃນການຈັດຕັ້ງປະຕິບັດ ໂຄງການ CAWA ເຊິ່ງມີບັນດາທ່ານໃນຄະນະຊີ້ນຳໂຄງການ ຂັ້ນແຂວງ ແລະ ເມືອງ ຂອງແຂວງສະຫວັນນະເຂດ, ຄະນະຄຸ້ມຄອງ ແລະ ຊ່ຽວຊານປະຈຳໂຄງການ, ຜູ້ ຕາງໜ້າຈາກອົງການ ອາຫານ ແລະ ການກະເສດ (FAO), ອົງການສາກົນ ເພື່ອການອະນຸລັກທໍາມະ ຊາດ (IUCN) ແລະ ວິຊາການທີ່ກຽ່ວຂ້ອງ ເຂົ້າຮ່ວມ ທັງໝົດ 24 ທ່ານ. ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງ ການລາຍງານ ກ່ຽວກັບ ຄວາມຄືບໜ້າ ແລະ ສິ່ງທ້າ ທາຍ ໃນການຈັດຕັ້ງປະຕິບັດໂຄງການ 1 ປີ ຜ່ານມາ ແລະເພື່ອຜ່ານແຜນການແລະແຜນງົບປະມານຂອງ ປີທີ 2 ພ້ອມທັງປະກອບຄຳຄິດຄຳເຫັນ ກ່ຽວກັບ ໜ້າ ວຽກ, ກິດຈະກຳຕ່າງໆ ແລະ ຮັບຮອງເອົາແຜນດັ່ງ ກ່າວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການ ລາຍງານຫຍໍ້ ກ່ຽວກັບ ຄວາມເປັນມາຂອງໂຄງການ, ຄວາມຄືບໜ້າ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະ ຕິບັດກິດຈະກໍາ 1 ປີ ຜ່ານມາ ລວມທັງຜົນຂອງກອງ ປະຊຸມ ຄະນະຊີ້ນຳໂຄງການຂັ້ນສູນກາງ ພ້ອມທັງ ໄດ້ປະກອບຄໍາຄິດເຫັນ ແລະ ແລກປ່ຽນບົດຮຽນ ເຖິງຂໍ້ສະດວກ ແລະ ຂໍ້ຄົງຄ້າງ ຈາກການຈັດຕັ້ງປະຕິ
  20. 20. 16 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ເຫັນໃສ່ແຜນກິດຈະກໍາ, ກອງປະຊຸມ ສາມາດສະຫຼຸບ ບັນຫາສໍາຄັນທີ່ພົ້ນເດັ່ນໄດ້ດັ່ງລຸ່ມນີ້: 1. ຄວນເອົາໃຈໃສ່ການຈັດຕັ້ງປະຕິບັດກິດຈະກໍາ ໂຄງການ ໃຫ້ໄປຕາມທິດທາງ ແລະ ນະໂຍບາຍຂອງ ພັກ-ລັດ ໂດຍຮັບປະກັນໃຫ້ສອດຄ່ອງກັບບັນດານິຕິ ກຳທີ່ກ່ຽວຂ້ອງ, ການແບ່ງປັນງົບປະມານຕ້ອງກໍານົດ ໃຫ້ຈະແຈ້ງ ລະຫວ່າງ ສູນກາງ, ແຂວງ ແລະ ເມືອງ. 2. ກິດຈະກໍາທີ່ຕິດພັນກັບວຽກງານພັດທະນາການ ທອ່ງທຽ່ວ ແມ່ນໃຫ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ໂດຍແນໃສ່ສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງເມືອງ ຈໍາພອນຄື:ອ່າງສຸຍ,ດົງລີງ,ໜອງປາຝາແລະກຸດຈຽວ (ເປັນເຂດອານຸລັກແຂ້) ແລະ ກໍານົດກິດຈະກຳກ່ຽວ ຂ້ອງເຊັ່ນ: • ສ້າງຈຸດຖິ້ມຂີ້ເຫຍື້ອຢູ່ດົງລີງພ້ອມທັງຕິດຕັ້ງປ້າຍ ບອກສະຖານທີ່ ແລະ ປ້າຍຫ້າມອື່ນໆ; • ຝຶກອົບຮົມ ກ່ຽວກັບ ການບໍລິການວຽກງານທ່ອງ ທ່ຽວໃຫ້ປະຊາຊົນພາຍໃນບ້ານເຊັ່ນ: ການປຸງແຕ່ງ ອາຫານ, ການບໍລິການນັກທ່ອງທ່ຽວ; • ສຶກສາການຄຸ້ມຄອງ ແລະ ຄວບຄຸມການແຜ່ພັນ ຂອງລີງ; • ສຶກສາ ແລະ ຫາວິທີແກ້ໄຂການບຳບັດນ້ຳໃນ ບັດໂຄງການຂອງປີທີ່ຜ່ານມາ ເພື່ອນໍາໄປປັບປຸງ ເຮັດໃຫ້ການຈັດຕັ້ງປະຕິບັດກິດຈະກໍາປີທີ 2 ໃຫ້ມີ ປະສິດຕິພາບ. ກອງປະຊຸມ ໄດ້ຮັບຟັງການສະເໜີ ແຜນກິດຈະກຳ ປີທີ 2 ຂອງໂຄງການ ແລະ ໄດ້ປຶກ ສາຫາລື ກ່ຽວກັບ ບັນດາກິດຈະກໍາ ທີ່ທາງໂຄງການ ໄດ້ກໍານົດໄປນັ້ນຄົບຖ້ວນ ແລະ ເປັນແຜນບໍລິມະສິດ ຂອງໂຄງການ ພ້ອມທັງໄດ້ເປັນເອກະພາບຮັບຮອງ ເອົາແຜນກິດຈະກໍາດັ່ງກ່າວ. ໃນຕອນບ່າຍ: ກອງປະຊຸມ ໄດ້ແບ່ງອອກເປັນ 2 ກຸ່ມ ເພື່ອປຶກສາຫາລື ກ່ຽວກັບ ການກຳນົດໜ້າວຽກ ແລະ ກິດຈະກຳທີ່ເປັນບູລິມະສິດທີ່ຈະຈັດຕັ້ງປະຕິບັດໃນປີ ທີ 2 ເຊັ່ນ: • ກຸ່ມທີ 1 ໄດ້ປືກສາຫາລື ກ່ຽວກັບ ວຽກງານປະມົງ ແລະ ການປັກຫຼັກໝາຍພື້ນທີ່ເຂດດິນບໍລິເວນນໍ້າ ທີ່ ມີຄວາມສໍາຄັນ ແລະ ທີ່ມີຄວາມສ່ຽງຕໍ່ກັບກັນບຸກລຸກ ການນຳໃຊ້ທີ່ດິນ; • ກຸ່ມທີ 2 ໄດ້ປືກສາຫາລື ກ່ຽວກັບ ວຽກງານການ ທ່ອງທ່ຽວແບບອານຸລັກ, ການຄວບຄຸມພືດຄຸກຄາມ ແລະ ການອະນາໄມເປີດໜ້າດິນບໍລິເວນນ້ຳຄືນໃໝ່; ຜ່ານການຮັບຟັງການສະເໜີ ແລະ ແບ່ງກຸ່ມ ປືກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການ 1 ປີ ຜ່ານມາ ພ້ອມທັງປຶກສາຫາລື ແລະ ປະກອບຄໍາ
  21. 21. 17 ປະຊຸມ 7. ກິດຈະກໍາການກຳກັດພືດຄຸກຄາມ (ຫຍ້າ, ຜັກ ຕົບ, ຫຍ້າຂີ້ແກວ...) ຢູ່ໜອງແມ່ຮ້າງ, ໜອງວັງເຕົ່າ, ບ້ານໂນນສີທັນ ແລະ ບ້ານຕານສຸມ 8. ສະເໜີໃຫ້ໂຄງການ CAWA ດຳເນີນການສຳ ຫຼວດ-ວາງແຜນອອກແບບເຂດທີ່ມີຄວາມສ່ຽງຈາກ ການປ່ຽນແປງດິນຟ້າອາກາດເຊັ່ນ: ຄັນຄູກັ້ນນ້ຳຢູ່ ບ້ານກະດານ, ການເຊາະເຈື່ອນຕາຝັ່ງຢູ່ບ້ານດົງ ເມືອງ, ຄັນຝາຍອ່າງໝາກມີ້; 9. ຕ້ອງເຊື່ອມສານໂຄງການ CAWA ເຂົ້າກັບໂຄງ ການພັດທະນາອື່ນໆທີ່ກໍາລັງຈັດຕັ້ງປະຕິບັດຢູ່ໃນ ພື້ນທີ່ດຽວກັນ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ໂຄງການໃຫ້ໄດ້ປະສິດທິຜົນ ແລະ ບໍ່ຊໍ້າຊ້ອນກັນ; 10. ການລາຍງານຄວາມຄືບໜ້າຂອງໂຄງການຄວນ ເປັນ 2 ຄັ້ງ/ປີ ໃຫ້ຄະນະຊີ້ນຳໂຄງການ; 11. ການຈັດຕັ້ງປະຕິບັດໂຄງການ ຕ້ອງຄຽງຄູ່ໄປກັບ ການສົ່ງເສີມແລະປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນໃນເຂດເປົ້າໝາຍໂຄງການ ໃຫ້ດີຂຶ້ນ ແລະ ມີ ຄວາມຍືນຍົງ. ໜອງປາຝາ; 3. ວຽກງານສົ່ງເສີມການລ້ຽງສັດ ແລະ ປະມົງ ໂດຍ ສຸມໃສ່ກິດຈະກຳດັ່ງນີ້: • ສົ່ງເສີມການປູກຫຍ້າ ເພື່ອລ້ຽງສັດ, ສ້າງກອງທຶນ ສັດຕະວັດແພດ, ສະໜອງອຸປະກອນ ແລະ ຝຶກອົບ ຮົມໃຫ້ປະຊາຊົນຜູ້ທີ່ມີທ່າແຮງ ກ່ຽວກັບ ເຄືອຂ່າຍ ສັດຕະວັດແພດຂອງບ້ານ ໂດຍສຸມໃສ່ 2 ບ້ານ ຕົວ ແບບຄື: ບ້ານເລົ່າຫົວຄຳ ແລະ ບ້ານກະດານ ທີ່ເຄີຍ ມີປະສົບການມາແລ້ວ; • ສ້າງວັງສະຫງວນຂອງບ້ານເພີ່ມອີກ 2 ບ້ານຄື: ບ້ານດອນແດງ (ເຂດຝາຍຕະລຸງ) ແລະ ວັງສະຫງວນ ບ້ານດົງໜອງຂຸ້ນ; • ປັບປຸງໜອງປາລວມຂອງບ້ານພະແລງ, ຝຶກອົບ ຮົມການປະສົມພັນປາ ແລະ ປັບປຸງແນວພັນພືດຢູ່ ບ້ານຕະແຫຼວ ແລະ ບ້ານກະດານ; 4. ປັກຫຼັກໝາຍເຂດຢູ່ໜອງເດີນ, ກຸດແຄນ; 5. ປັບປຸງຄັນຄູຕັນນໍ້າ ແລະ ປະຕູລະບາຍ ຢູ່ໜອງ ເດີນ; 6. ກິດຈະກຳສົ່ງເສີມທົດລອງເຮັດຝຸ່ນຊີວະພາບ ໂດຍນຳໃຊ້ຜັກຕົບ ແລະ ພືດອື່ນໆຈາກພື້ນທີ່ດິນບໍລິ ເວນນ້ຳ ຢູ່ບ້ານແກ້ງກອກດົງ; ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  22. 22. ເຫດການ ງານວາງສະແດງຜົນງານຂອງຂະແໜງສິ່ງແວດລ້ອມ ໃນກອງປະ ຊຸມ ໂຕະມົນ ປະຈຳປີ 2017, ລະຫວ່າງ ວັນທີ 22-23 ພະຈິກ 2017 ທີ່ສະໂມສອນແຂວງ, ແຂວງ ຈຳປາສັກ. 18 ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  23. 23. ເຫດການ 19ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  24. 24. ເຫດການ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ຈັດພິທີປາຖະກະ ຖາ 2 ວັນ ປະຫວັດສາດ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກຊສ ໄດ້ຈັດພິທີປາຖະກະຖາ ວັນສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ (2 ທັນວາ 1975 - 2 ທັນວາ 2017) ແລະ ວັນຄ້າຍ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາແສນເຄົາ ລົບຮັກ ຂອງປວງຊົນລາວ ຄົບຮອບ 97 ປີ (13 ທັນວາ 1920 - 13 ທັນວາ 2017) ໃນວັນທີ 11 ທັນວາ 2017 ທີ່ຫ້ອງປະຊຸມ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ. ໂດຍໃຫ້ກຽດ ປາຖະກະຖາໂດຍ ທ່ານ ນາງ ຈິດຖະ ໜອມ ອຸ່ນສີດາ ຮອງຫົວໜ້າກົມ ສົ່ງເສີມຄຸນນະພາບ ສິ່ງແວດລ້ອມ ເພື່ອໃຫ້ຄະນະພະແນກ, ພະນັກງານ ຫຼັກແຫຼ່ງ ແລະ ອາສາສະມັກ 43 ທ່ານ ໄດ້ລະນຶກເຖິງ ມູນເຊື້ອອັນພິລາດອາຫານຂອງຊາດລາວ ແລະ ຄຸນ ງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ. 20 ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  25. 25. ເຫດການ 21ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ໃນວັນທີ 30 ພະຈິກ 2017 ສາມອົງການຈັດຕັ້ງມະ ຫາຊົນຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ລົງໄປຢ້ຽມຢາມຜະລິດຕະພັນກຸ່ມຕຳຜ້າແລະກຸ່ມ ສວນຜັກປອດສານພິດຂອງພໍ່ແມ່ປະຊາຊົນ.ການລົງ ຢ້ຽມຢາມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຈຳນວນທັງໝົດ 56 ທ່ານ ທີ່ບ້ານອຸດົມຜົນ ເປັນບ້ານວັດທະນາທຳ, ເມືອງ ໄຊທານີ້, ນະຄອນຫຼວງວຽງຈັນ. ສາມອົງການຈັດຕັ້ງມະຫາຊົນຂອງ ກສສ ໄດ້ລົງໄປຢ້ຽມຢາມການກະ ສິກຳ ແລະ ຫັດຖະກຳຂອງບ້ານວັດ ທະນາທຳ
  26. 26. ເຫດການ 22 ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ການລົງເກັບກຳຂໍ້ມູນ ກ່ຽວກັບ ການປະເມີນຄວາມສ່ຽງ ໄພ ພິບັດ ຈາກການປ່ຽນແປງດິນຟ້າອາກາດຂອງໂຄງການ. ການເຄື່ອນໄຫວກິດຈະກໍາ ທີ່ເມືອງຈໍາພອນ ແຂວງສະຫວັນ ນະເຂດຂອງໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າ ອາກາດ ໃນເຂດດິນບໍລິເວນນ້ຳຣາມຊາ ຢູ່ ສປປ ລາວ ໃນວັນທີ 14 ຫາ 30 ສິງຫາ 2017 ຄະນະຄຸ້ມຄອງ ໂຄງການຂັ້ນສູນກາງ ແລະ ຊ່ຽວຊານຂອງໂຄງ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນ ເຂດດິນບໍລິເວນນ້ຳຣາມຊາ ຢູ່ ສປປ ລາວ - Climate Change Adaptation in Wetlands Area in Lao PDR (ໂຄງການ CAWA) ໄດ້ລົງເຄື່ອນໄຫວກິດຈະ ກໍາເຮັດວຽກກັັບບັນດາບ້ານ ທີ່ນອນໃນພື້ນທີ່ໂຄງ ການ ທີ່ເຂດດິນບໍລິເວນນໍ້າຣາມຊາເຊຈຳພອນ ເມືອງ ຈຳພອນ, ແຂວງສະຫວັນນະເຂດ ເຊິ່ງປະກອບມີ ພະ ນັກງານທັງໝົດ 16 ທ່ານ ທີ່ມາຈາກ ກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ, ພະແນກ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ, ພະແນກ ກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ຫ້ອງການ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການ ກະ ສິກໍາແລະປ່າໄມ້ເມືອງຈໍາພອນ,ຊ່ຽວຊານໂຄງການ. ຈຸດປະສົງຂອງການລົງເຮັດວຽກໃນຄັ້ງນີ້ ເພື່ອປະເມີນຄວາມສ່ຽງໄພພິບັດ ຈາກການປ່ຽນແປງ ດິນຟ້າອາກາດ ກ່ຽວກັບ ພື້ນທີ່ດິນບໍລິເວນນໍ້າຂອງ ຊຸມຊົນທີ່ນອນໃນພື້ນທີ່ໂຄງການ ລວມມີບັນດາບ້ານ ເປົ້າໝາຍດັ່ງນີ້: ບ້ານແກ້ງກອກດົງ, ບ້ານຫົວເມືອງ, ບ້ານນາກະທ້າງ, ບ້ານຕະແຫຼວ, ບ້ານໂພນຄໍ້, ບ້ານ ດອນແດງ, ບ້ານກະດານ, ບ້ານເລົ່ານາດ, ບ້ານຕານ ສຸມ, ບ້ານເລົ່າຫົວຄຳ, ບ້ານໂນສີທັນ, ບ້ານພະແລງ, ບ້ານດອນແຍງ, ບ້ານດົງເມືອງ, ບ້ານສະຄືນເໜືອ
  27. 27. ເຫດການ 23ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ແລະ ບ້ານສະຄືນໃຕ້. ການເຄື່ອນໄຫວກິດຈະ ກໍາດັ່ງກ່າວ ໄດ້ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມທີ 1 ລົງເຄື່ອນໄຫວເຮັດວຽກຢູ່ ບ້ານແກ້ງກອກ ດົງ, ບ້ານນາກະທ້າງ, ບ້ານໂພນຄໍ້, ບ້ານດອນແດງ, ບ້ານເລົ່ານາດ, ບ້ານເລົ່າຫົວຄຳ, ບ້ານພະແລງ, ບ້ານດອນແຍງ, ບ້ານດົງເມືອງ; ກຸ່ມທີ 2 ລົງເຄື່ອນໄຫວເຮັດວຽກຢູ່ ບ້ານຫົວເມືອງ, ບ້ານຕະແຫຼວ, ບ້ານກະດານ, ບ້ານຕາມສຸມ, ບ້ານໂນສີທັນ, ບ້ານດອນແຍງ, ບ້ານສະຄືນເໜືອ ແລະ ບ້ານສະຄືນໃຕ້. ວັນທີ 15 ສິງຫາ 2017 ທາງທິມງານໄດ້ເດີນ ທາງຈາກ ແຂວງ ສະຫວັນນະເຂດ ໄປເມືອງ ຈຳພອນ ແລະ ຕອນບ່າຍຂອງວັນດັ່ງກ່າວ ທາງທິມງານທີ່ມາ ແຕ່ລະພາກສ່ວນ ໄດ້ປະຊຸມຢູ່ຫ້ອງການ ຊັບພະຍາ ກອນທຳມະຊາດ ເມືອງ ຈຳພອນ ເພື່ອວາງແຜນການ ເຮັດວຽກຮ່ວມກັນ ແລະ ສ້າງຄວາມເຂົ້າໃຈກັບແບບ ຟອມ ທີ່ຈະລົງສອບຖາມ, ເກັບກຳຂໍ້ມູນແຕ່ລະບ້ານ ເປົ້າໝາຍ. ຫລັງຈາກປະຊຸມແລ້ວ ທາງທິມງານໄດ້ ລົງສຳຫຼວດພື້ນທີດິນບໍລິເວນນ້ຳໃນຊຸມຊົນຂອງບ້ານ ແກ້ງກອກດົງ, ບ້ານ ຫົວເມືອງ ໂດຍໃຫ້ທີມ 1 ໄປບ້ານ ແກ້ງກອກດົງ (ໜອງດວງ) ແລະ ທີມ 2 ໄປບ້ານ ຫົວ ເມືອງ (ໜອງແຄນ ແລະ ອ່າງບັກ) ວັນທີ 16 ສິງຫາ 2017 ໄດ້ລົງສຳພາດອຳ ນາດການປົກຄອງບ້ານ, ເພື່ອເກັບຂໍ້ມູນ ກຸ່ມຍິງ-ຊາຍ ໂດຍໃຫ້ກຸ່ມທີ 1 ໄປບ້ານແກ້ງກອກດົງ ແລະ ກຸ່ມທີ 2 ແມ່ນໄປບ້ານຫົວເມືອງ. ວັນທີ 17 ສິງຫາ 2017 ໄດ້ລົງສຳຫຼວດພື້ນ ທີ່ດິນບໍລີເວນນ້ຳໃນຊຸມຊົນຂອງບ້ານເປົ້າໝາຍ ເພື່ອ ປະເມີນຄວາມສ່ຽງຂອງພື້ນທີ່ ໂດຍໃຫ້ກຸ່ມທີ 1 ໄປ ບ້ານ ນາກະທ້າງ (ໜອງລາດ, ໜອງລົ່ມ, ໜອງກ່ຳ) ແລະ ກຸ່ມທີ 2 ໄປບ້ານຕະແຫຼວ ແລະ ໂນນຄໍ້ (ໜອງ ລາດ, ໜອງຈຽວ);
  28. 28. ເຫດການ ວັນທີ 18 ສິງຫາ 2017 ໄດ້ລົງສຳພາດອຳ ນາດການປົກຄອງບ້ານ ເກັບຂໍ້ມູນກຸ່ມຍິງ-ຊາຍ ໂດຍ ໃຫ້ກຸ່ມທີ 1 ໄປ ບ້ານ ນາກະທ້າງ ແລະ ກຸ່ມທີ 2 ແມ່ນ ໄປບ້ານຕະແຫຼວ ແລະ ໂນນຄໍ້; ວັນທີ 21 ສິງຫາ 2017 ໄດ້ລົງສຳຫຼວດພື້ນ ທີ່ດິນບໍລິເວນນ້ຳໃນຊຸມຊົນຂອງບ້ານເປົ້າໝາຍ ເພື່ອ ປະເມີນຄວາມສ່ຽງຂອງພື້ນທີ່ ໂດຍແມ່ນໃຫ້ກຸ່ມທີ 1 ໄປບ້ານ ດອນແດງ (ຝາຍຕະລຸງ) ແລະ ກຸ່ມທີ 2 ໄປ ບ້ານ ກະດານ (ດົງຫຍ້າ); ວັນທີ 22 ສິງຫາ 2017 ໄດ້ລົງ ສຳພາດອໍາ ນາດການປົກຄອງບ້ານ ເພື່ອເກັບຂໍ້ມູນກຸ່ມຍິງ-ຊາຍ ໂດຍໃຫ້ກຸ່ມທີ່ 1 ໄປບ້ານດອນແດງ ແລະ ກຸ່ມທີ 2 ແມ່ນໄປບ້ານ ກະດານ; ວັນທີ 23 ສິງຫາ 2017 ໄດ້ລົງສຳຫຼວດພື້ນ ທີ່ດິນບໍລິເວນນ້ຳໃນຊຸມຊົນຂອງບ້ານເປົ້າໝາຍ ເພື່ອ ປະເມີນຄວາມສ່ຽງຂອງພື້ນທີ່ ໂດຍແມ່ນໃຫ້ກຸ່ມທີ 1 ໄປບ້ານ ເຫຼົ່ານາດ (ຝາຍຕະລຸງ) ແລະ ກຸ່ມທີ 2 ໄປ ບ້ານ ຕານສຸມ (ໜອງຈຽວ, ກຸດຜີນອ້ຍ); ວັນທີ 24 ສິງຫາ 2017 ໄດ້ລົງສຳພາດອໍາ ນາດການປົກຄອງບ້ານເປົ້າໝາຍສຳພາດ, ເພື່ອເກັບ ຂໍ້ມູນກຸ່ມຍິງ-ຊາຍ ໂດຍໃຫ້ກຸ່ມທີ 1 ໄປບ້ານດອນ ແດງ ແລະ ກຸ່ມທີ 2 ແມ່ນໄປບ້ານ ກະດານ; ວັນທີ 25 ສິງຫາ 2017 ໄດ້ລົງສຳຫຼວດພື້ນ ທີ່ດິນບໍລິເວນນ້ຳໃນຊຸມຊົນຂອງບ້ານເປົ້າໝາຍ ເພື່ອ ປະເມີນຄວາມສ່ຽງຂອງພື້ນທີ່ ໂດຍແມ່ນໃຫ້ກຸມທີ 1 ໄປບ້ານ ເຫຼົ່າຫົວຄຳ; ວັນທີ 26 ສິງຫາ 2017 ໄດ້ລົງສຳພາດອໍາ ນາດການປົກຄອງບ້ານເປົ້າໝາຍສຳພາດ, ເພື່ອເກັບ ຂໍ້ມູນກຸ່ມຍິງ-ຊາຍ ບ້ານໂນນສີທັນ; ວັນທີ 28 ສິງຫາ 2017 ໄດ້ລົງສຳພາດອໍາ ນາດການປົກຄອງບ້ານເປົ້າໝາຍ, ເພື່ອເກັບຂໍ້ມູນ ກຸ່ມຍິງ-ຊາຍ ໂດຍໃຫ້ກຸ່ມທີ 1 ໄປບ້ານ ພະແລງ ແລະ 24 ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  29. 29. ເຫດການ 25ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ກຸ່ມທີ 2 ແມ່ນໄປບ້ານ ດອນແຍງ; ວັນທີ 29 ສິງຫາ 2017 ໄດ້ລົງສຳພາດອໍາ ນາດການປົກຄອງບ້ານເປົ້າໝາຍ, ເພື່ອເກັບຂໍ້ມູນ ກຸ່ມຍິງ-ຊາຍ ໂດຍໃຫ້ກຸ່ມທີ 1 ໄປບ້ານດົງເມືອງ ແລະກຸ່ມທີ່ 2 ແມ່ນໄປບ້ານສະຄື້ນເໜືອ, ບ້ານສະຄື້ນ ໃຕ້. ຜົນໄດ້ຮັບຈາກການລົງເກັບກຳຂໍ້ມູນໃນຄັ້ງນີ້ມີດັ່ງນີ້: • ຜູ້ເຂົ້າຮ່ວມໄດ້ເຮັດກິດຈະກຳໃນຄັ້ງນີ້ ມີຄວາມ ສົນໃຈຫຼາຍ ຊຶ່ງສະແດງອອກໃນການປະກອບຄຳຄິດ ເຫັນ ແລະ ເອົາໃຈໃສ່ຕໍ່ກິດຈະກຳຄັ້ງນີ້; • ທີມງານລົງເຄື່ອນໄຫວທຸກຄົນມີຄວາມຕື່ນຕົວ ແລະ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ຖືກມອບ ໝາຍໃຫ້ເປັນຢ່າງດີ.
  30. 30. ເຫດການ 26 ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການປັບຕົວເຂົ້າກັບການປ່ຽນແປງດ ຣາມຊາ ຢູ່ ສປປ ລາວ (ໂຄງການ CAWA) ທີ່ ເຊຈຳພອນ, ເມືອງ ຈ ບຶງກຽດໂງ້ງ, ເມືອງປະທຸມພອນ, ແຂວງຈຳປາສັກ ໃນລະຫວ່າງ ວັນທີ 14 - 25 ພະຈິກ 2017, ທິມງານຂອງໂຄງການ CAWA ໄດ້ລົງຊຸກຍູ້ການຈັດຕັ້ງ ປະຕິບັດໂຄງການ ກ່ຽວກັບ ການສ້າງວັງສະຫງວນ ແລະ ການສ້າງລະບຽບຄຸ້ມຄອງການປະມົງຂັ້ນບ້ານ ຢູ່ທີ່ ເຂດດິນບໍລິເວນນໍ້າເຊຈຳພອນ, ເມືອງຈຳພອນ, ແຂວງສະຫວັນນະເຂດ ແລະ ເຂດດິນບໍລິເວນນໍ້າຣາມ ຊາບຶງກຽດໂງ້ງ, ເມືອງປະທຸມພອນ, ແຂວງຈຳປາສັກ ເຊິ່ງມີຊ່ຽວຊານໂຄງການ ແລະ ຜູ້ຕາງໜ້າຈາກຂະແໜງ ການກ່ຽວຂ້ອງເຊັ່ນ: ຂະແໜງ ລ້ຽງສັດ ແລະ ການປະມົງ, ຂະແໜງຊັບພະຍາກອນນ້ຳ, ຫ້ອງການ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈຳພອນ ແລະ ເມືອງປະທຸມພອນ, ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງຈຳພອນ ແລະ ເມືອງປະທຸມພອນ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ລວມທັງ ໝົດ 10 ທ່ານ. ການລົງມາຄັ້ງນີ້ ແມ່ນເພື່ອສືບຕໍ່ສ້າງວັງສະຫງວນ, ຕິດຕາມການກຳຈັດພືດຄຸກຄາມ ແລະ ປຶກສາ ຫາລືກະກຽມຜະລິດຝຸ່ນບົ່ມຊີວະພາບ ຢູ່ ເຂດດິນບໍລິເວນນໍ້າເຊຈຳພອນ, ເມືອງຈຳພອນ, ແຂວງສະຫວັນນະ ເຂດ ແລະ ທວນຄືນການຄຸ້ມຄອງການປະມົງ ແລະ ລິເລີ່ມການສ້າງວັງສະຫງວນ ຢູ່ 4 ບ້ານ ໃນເຂດດິນບໍລິ ເວນນໍ້າບຶງກຽດໂງ້ງ, ເມືອງປະທຸມພອນ, ແຂວງຈຳປາສັກ ດັ່ງລາຍລະອຽດລຸ່ມນີ້: 1. ກິດຈະກໍາເຂດດິນບໍລິເວນນໍ້າຣາມຊາ ທີ່ເມືອງຈໍາພອນ, ແຂວງສະຫວັນນະເຂດ • ໄດ້ເຂົ້າພົບຫົວໜ້າຂະແໜງລ້ຽງສັດແລະການປະມົງແຂວງສະຫວັນນະເຂດເພື່ອປຶກສາຫາລືແນວທາງ ໃນການຈັດຕັ້ງປະຕິບັດກິດຈະກຳການປະມົງ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າທີ່ໄດ້ກໍານົດໄວ້ໃນໂຄງ
  31. 31. ເຫດການ 27ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ ດິນຟ້າອາກາດໃນເຂດດິນບໍລິເວນນ້ຳ ຈຳພອນ, ແຂວງສະຫວັນນະເຂດ ແລະ ການ; • ປະຊຸມປຶກສາຫາລື ໃນຫຼາຍຫົວຂໍ້ກິດຈະກໍາຮ່ວມ ກັບຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ເມືອງຈຳພອນ, ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງຈຳພອນ ກ່ຽວກັບ ແນວທາງໃນການ ຈັດຕັ້ງປະຕິບັດກິດຈະກຳການປະມົງຢູ່ເຂດບ້ານເປົ້າ ໝາຍຂອງໂຄງການ; • ປະຊຸມປືກສາຫາລື ກ່ຽວກັບ ການສ້າງວັງສະ ຫງວນ, ການສ້າງລະບຽບຄຸ້ມຄອງການປະມົງຂັ້ນ ບ້ານ, ການສ້າງຕັ້ງຄະນະຄຸ້ມຄອງການປະມົງຂັ້ນ ບ້ານ ຄື: ບ້ານກະດານ, ບ້ານດອນແດງ ແລະ ບ້ານ ພະແລງ; • ທວນຄືນລະບຽບການຄຸ້ມຄອງການປະມົງ ຢູ່ທີ່ ບ້ານດົງໜອງຂຸ່ນ ແລະ ປຶກສາຫາລືການກະກຽມຜະ ລິດຝຸ່ນຊີວະພາບຢູ່ທີ່ ບ້ານແກ້ງກອກດົງ;
  32. 32. ເຫດການ 28 ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ • ຕິດຕາມຜົນການກຳຈັດພືດຄຸກຄາມຢູ່ທີ່ບ້ານ ແກ້ງກອກດົງ, ບ້ານເຫຼົ່ານາດ ແລະ ບ້ານພະແລງ. ນອກຈາກນັ້ນ ຍັງໄດ້ລົງສຳຫຼວດພື້ນທີ່ວັງສະຫງວນ ຢູ່ທີ່ ໜອງດານພັນ ເຊິ່ງມີເນື້ອທີ່ 1 ເຮັກຕາ ແລະ ວັງ ສ້າງຈັ້ນ ເຊິ່ງມີເນື້ອທີ່ 1 ເຮັກຕາ ທີ່ບ້ານ ກະດານ; • ລົງສຳຫຼວດໜອງເຮ້ຍ ບ້ານເຫຼົ່ານາດ ແລະ ລົງ ຕິດຕາມການປູກຫຍ້າເພື່ອລ້ຽງສັດຢູ່ທີ່ບ້ານພາແລງ; 2. ກິດຈະກໍາເຂດດິນບໍລິເວນນໍ້າຣາມຊາ ບຶງກຽດ ໂງ້ງ, ເມືອງປະທຸມພອນ, ແຂວງຈໍາປາສັກ • ໄດ້ເຂົ້າພົບ ແລະ ປຶກສາຫາລື ຮ່ວມກັບ ຫົວໜ້າ ຂະແໜງ ຊັບພະຍາກອນນ້ຳ ແລະ ຫົວໜ້າ ຂະແໜງ ລ້ຽງສັດ ແລະ ການປະມົງ ຂອງແຂວງ ໃນການຈັດຕັ້ງ ປະຕິບັດກິດຈະກຳປະມົງແລະແນວທາງໃນການຈັດ ຕັ້ງປະຕິບັດກິດຈະກຳໃນຕໍ່ໜ້າ; • ປະຊຸມປືກສາຫາລືຮ່ວມກັບຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ຫ້ອງ ການ ກະສິກຳ ແລະ ປ່າໄມ້ ເມືອງ ກ່ຽວກັບ ການຈັດ ຕັ້ງປະຕິບັດກິດຈະກຳປະມົງ ແລະ ແນວທາງໃນການ ຈັດຕັ້ງປະຕິບັດກິດຈະກຳໃນຕໍ່ໜ້າ; • ທວນຄືນລະບຽບການຄຸ້ມຄອງຊັບພະຍາກອນ ການປະມົງ ແລະ ປັບປຸງລະບຽບການຄຸ້ມຄອງວັງສະ ຫງວນຂັ້ນບ້ານ ຢູ່ທີ່ບ້ານຜັກຂະ, ບ້ານພະໂພ ແລະ ບ້ານພົມມະລື, ການສ້າງຕັ້ງຄະນະກຳມະການຄຸ້ມ ຄອງວັງສະຫງວນຂັ້ນບ້ານຢູ່ທີ່ບ້ານໜອງໝາກເອກ; • ໄດ້ລົງພາກສະໜາມທີ່ບຶງກຽດໂງ້ງ ເພື່ອໝາຍຈຸດ ທີ່ຕັ້ງ ແລະ ສຳຫຼວດພື້ນທີ່ ຢູ່ທີ່ໜອງນາໂມດ ບ້ານຜັກ ຂະ,ລົງສຳຫຼວດເຂດວັງແກ-ວັງຫີນໂງ້ງແລະເພີ່ມວັງ ສະຫງວນວັງສະວານ-ດອນເບັນອີກ1ເຮັກຕາຢູ່ບ້ານ ພະໂພ ແລະ ລົງສຳຫຼວດວັງສະຫງວນ ບຶງພື້ ຢູ່ບ້ານ
  33. 33. ເຫດການ 29ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ
  34. 34. ເຫດການ ໂຄງການ ປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດໃນເຂດດິນບໍລິ ເວນນ້ຳ ຣາມຊາ ຢູ່ ສປປ ລາວ (CAWA) ໄດ້ມອບລົດ 02 ຄັນ ໃຫ້ກັບ ຫ້ອງການແລະພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ໃນວັນທີ 30 ພະຈິກ 2017 ກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ ຮ່ວມກັບ ໂຄງການ CAWAໄດ້ມອບລົດໃຫ້ແກ່ ຫ້ອງການ ແລະ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ ຈຳນວນ 02 ຄັນ ມອບໂດຍ ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ, ຮັບໂດຍ ທ່ານ ທອງ ສາ ອິນທະສານ ຫົວໜ້າ ຫ້ອງການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຈຳພອນ ແລະ ທ່ານ ໜູການ ອິນທະບັນຍາ ຮອງຫົວໜ້າ ພະ ແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ແຂວງ ສະຫວັນນະເຂດ ເພື່ອຮັບໃຊ້ໃນວຽກງານຂອງ ໂຄງການ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາ ກາດໃນເຂດດິນບໍລິເວນນ້ຳ ຣາມຊາ ຢູ່ ສປປ ລາວ (CAWA) 30 ຈົດໝາຍຂ່າວ ມິຖຸນາ-ທັນວາ 2017 ກສສ

×