SlideShare une entreprise Scribd logo
1  sur  41
Télécharger pour lire hors ligne
ສະບັບ ເດືອນ ມິຖຸນາ 2021
1.	 ບົດຄຳເຫັນຂອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ .......
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ......
ວັນທີ 5 ມິຖຸນາ 2021 ................................................................................................ 4
2.	 ພິທີປະກາດ ການແຕ່ງຕັ້ງຮອງລັດຖະມົນຕີ ແລະ ປະກາດພະນັກງານ ອອກພັກການ-ຮັບ......
ອຸດໜູນບໍານານ ຂອງກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ......................... 7
3.	 ພິທີປະກາດ ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜຸນບຳນານ ແລະ ການປະດັບ.
ຫຼຽນໄຊແຮງງານໃຫ້ແກ່ບຸກຄົນ ທີ່ໄດ້ປະກອບສ່ວນເຂົ້າໃນການປັບປຸງກົດໝາຍ ວ່າດ້ວຍ ທີ່ດິນ,...
ກົດໝາຍ ວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ ແລະ ສ້າງກົດໝາຍ ວ່າດ້ວຍ ອຸຕຸນິຍົມ ແລະ.......
ອຸທົກກະສາດ............................................................................................................. 9
4.	 ກອງປະຊຸມ ປືກສາຫາລື ກ່ຽວກັບ ການບໍລິຫານຈັດການນໍ້າຂອງເຂື່ອນ ແລະ ການແຈ້ງເຕືອນ
ໄພນໍ້າຖ້ວມ ............................................................................................................. 12
5.	 ເປັນຫຍັງ ເຮົາຈຶ່ງ ຟື້ນຟູລະບົບນິເວດ ........................................................................ 14
6.	 ຂັ້ນຕອນ ການລົງແກ້ໄຂບັນຫາສຸກເສີນ ກ່ຽວກັບ ມົນລະພິດ	ທາງດິນ, ນໍ້າ ແລະ ອາກາດ.......
ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ .................................................................................... 29
7.	 ສະຫຼຸບການຂື້ນທະບຽນທີ່ດິນທົ່ວປະເທດ ປະຈຳເດືອນ ມິຖຸນາ 2021 .............................. 34
8.	 ຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມ ແລະ ວິໄນ ຂອງພະນັກງານ-ລັດຖະກອນຂະແໜງການຊັບພະຍາ...
ກອນທຳມະຊາດ ແລະ ສິ່ງແວດລ້ອມ............................................................................. 37
9.	 ຖາມ-ຕອບ ບັນຫາທີ່ດິນ ກ່ຽວກັບ ຜູ້ທີ່ຊື້ສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດສາມາດ..
ເອົາທີ່ດິນຂອງຕົນຊື້ນັ້ນ ມອບໂອນ, ຊື້/ຂາຍ, ໃຫ້ເຊົ່າ, ແລກປ່ຽນ, ຄໍ້າປະກັນການກູ້ຢືມ, ເປັນຮຸ້ນ..
ນໍາບຸກຄົນ ຫຼື ນິຕິບຸກຄົນພາຍໃນ ຫຼື ຕ່າງປະເທດ ໄດ້ ຫຼື ບໍ ? ............................................. 40
ບົດຄຳເຫັນຂອງລັດຖະມົນຕີ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມ
ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2021
4
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ມື້ນີ້, ໃນທ່າມກາງບັນຍາກາດ ການສະເຫຼີມສະຫຼອງ
ວັນສິ່ງແວດລ້ອມໂລກວັນທີ5ມິຖຸນາ2021ໝູນວຽນ
ມາອີກວາລະໜຶ່ງ ຄົບຮອບ 49 ປີ, ຂ້າພະເຈົ້າ ຕາງໜ້າໃຫ້
ລັດຖະບານ ທີ່ຮັບຜິດຊອບວຽກງານຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ ຮູ້ສຶກເປັນກຽດ ແລະ ພາກພູມໃຈ
ເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບຂະແໜງການ, ອົງການປົກຄອງ
ທ້ອງຖິ່ນ,ພາກເອກະຊົນ,ຄູ່ຮ່ວມພັດທະນາແລະປະຊາຊົນ
ບັນດາເຜົ່າໃນທົ່ວປະເທດ ກໍ່ຄືປະຊາຊາດໃນທົ່ວໂລກ ທີ່
ພ້ອມກັນສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ເຊິ່ງເປັນ
ວັນດຽວກັນກັບວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 22 ປີ.
ສໍາລັບຄໍາຂວັນປີນີ້ອົງການສະຫະປະຊາຊາດເພື່ອສິ່ງແວດ
ລ້ອມ ໄດ້ກໍານົດ ພາຍໃຕ້ຫົວຂໍ້ທີ່ວ່າ “ຮ່ວມແຮ່ງຮ່ວມໃຈກັນ
ຟື້ນຟູລະບົບນິເວດ Ecosystem Restoration.”
	 ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໃນ
ແຕ່ລະປີ ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ
ຈະມີການມອບຄວາມຮັບຜິດຊອບ ໃຫ້ປະເທດໃດໜື່ງ ເປັນ
ເຈົ້າພາບ. ສຳລັບ ປີນີ້ ແມ່ນປະເທດໃນຂົງເຂດທະວີບອາຊີ
ຄື: ປະເທດ ປາກີສະຖານ ເປັນເຈົ້າພາບ ວັນສິ່ງແວດລ້ອມ
ໂລກປີ 2021, ເນື່ອງຈາກວ່າ ເລີ່ມແຕ່ປີ 2014 ລັດຖະບານ
ຂອງປະເທດປາກີສະຖານໄດ້ມີພະຍາຍາມຈັດຕັ້ງປະຕິບັດ
ໂຄງການ ປູກປ່າທີ່ໃຫຍ່ທີ່ສຸດໃນໂລກ ພາຍໃຕ້ໂຄງການ
ສະບັບເດືອນ ມິຖຸນາ 2021
5
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
“ຕົ້ນໄມ້ 10ຕື້ ຕົ້ນ ຊິນາມິ’’ ເຊິ່ງເປັນໂຄງການຂະຫຍາຍ
ແລະ ຟື້ນຟູປ່າໄມ້ທົ່ວປະເທດ ເພື່ອເປັນການເພີ້ມເນື້ອທີ່ປ່າ
ປົກຫຸ້ມໃນເຂດແຄມຝັ່ງທະເລ ແລະ ປ່າອື່ນໆ ລວມທັງການ
ປູກຕົ້ນໄມ້ໃນເຂດຕົວເມືອງ ໂດຍມີເປົ້າໝາຍການຟື້ນຟູປ່າ
ໄມ້ຫຼາຍກ່ວາ 1 ລ້ານເຮັກຕາ ຮອດປີ 2030 (ພາຍໃຕ້ໂຄງ
ການ Bonn Challenge 2030). ພ້ອມນັນ, ຍັງໄດ້ສ້າງຕັ້ງ
ກອງທຶນຟື້ນຟູລະບົບນິເວດ ທີ່ສະໜັບສະໜູນໃຫ້ແກ່ ການ
ຮັບມືກັບການປ່ຽນແປງດິນຟ້າອາກາດ, ການແກ້ໄຂບັນຫາ
ໄພພິບັດທາງທໍາມະຊາດ ແລະ ສົ່ງເສີມການປົກປັກຮັກສາ
ຊິວະນາໆພັນ.
ຈຸດປະສົງຂອງການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ
ໃນແຕ່ລະປີ ແມ່ນເພື່ອເປັນການໂຄສະນາເຜີຍແຜ່, ສ້າງ
ຈິດສໍານຶກ ແລະ ປຸກລະດົມທົ່ວສັງຄົມ ໃຫ້ພ້ອມກັນປົກປັກ
ຮັກສາ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ
ແບບປະຢັດ, ສົມເຫດສົມຜົນ, ເກີດປະໂຫຍດສູງສຸດ ແລະ
ຍືນຍົງ. ເພື່ອສະຫງວນ ແລະ ຟື້ນຟູ ແຫຼ່ງນໍ້າ, ປ່າໄມ້, ຊີວະ
ນາໆພັນ ເພື່ອຮັກສາຄວາມສົມດູນຂອງລະບົບນິເວດໄປ
ພ້ອມກັບການປົກປັກຮັກສາສິ່ງແວດລ້ອມ ໃຫ້ປະສະຈາກ
ມົນລະພິດ, ຫລຸດຜ່ອນການປ່ອຍທາດອາຍເຮືອນແກ້ວ
ແລະ ໄພພິບັດທາງທໍາມະຊາດ.
ປັດຈຸບັນນີ້ ໂລກຂອງເຮົາກຳລັງປະເຊີນໜ້າກັບສິ່ງທ້າທາຍ
ຫຼາຍຢ່າງ ເປັນຕົ້ນ ການແຜ່ລະບາດຂອງເຊື້ອພະຍາດ
ໂຄວິດ 19, ການປ່ຽນແປງດິນຟ້າອາກາດ, ການເພີ້ມຂຶ້ນ
ຂອງສິ່ງເສດເຫຼືອ, ການຂະຫຍາຍຕົວຂອງປະຊາກອນຢ່າງ
ໄວວາ, ການເຊື່ອມໂຊມຂອງລະບົບນິເວດ, ການຫຼຸດໜ້ອຍ
ຖອຍລົງຂອງຊັບພະຍາກອນທຳມະຊາດ ເຊິ່ງເຮັດໃຫ້ມີ
ຜົນກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດໃນທົ່ວ
ໂລກ ໂດຍສະເພາະ ແມ່ນປະເທດທີ່ດ້ອຍພັດທະນາທີ່ໄດ້
ຮັບຜົນກະທົບຢ່າງໜັກໜ່ວງ. ດັ່ງນັ້ນ ອົງການສະຫະປະຊາ
ຊາດ ເພື່ອສິ່ງແວດລ້ອມ ຈື່ງໄດ້ມີຄວາມພະຍາຍາມຊຸກຍູ້
ໃຫ້ບັນດາປະເທດຕ່າງໆໃນທົ່ວໂລກ ໃຫ້ຮ່ວມກັນແກ້ໄຂ.
ສະເພາະປີນີ້,ອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ
ໄດ້ກໍານົດຫົວຂໍ້ ສຳລັບ ວັນສິ່ງແວດລ້ອມໂລກ ໄປພ້ອມກັບ
ການປະກາດເອົາປີ 2021-2030 ເປັນທົດສະວັດ ຂອງການ
ຟື້ນຟູລະບົບນິເວດ ຂອງສະຫະປະຊາຊາດ ເຊິ່ງມີຫຼາຍກວ່າ
70 ປະເທດ ຮັບຮອງເອົາການຈັດຕັ້ງປະຕິບັດຂອງທົດສະ
ວັດດັ່ງກ່າວ ເພື່ອປົກປັກຮັກສາ ແລະ ຟື້ນຟູລະບົບນິເວດ
ໃນທົ່ວໂລກ, ເພື່ອຜົນປະໂຫຍດຂອງມະນຸດ ແລະ ທຳມະ
ຊາດ. ຍ້ອນການສູນເສຍລະບົບນິເວດ ເຮັດໃຫ້ແຫຼ່ງດູດຊັບ
ທາດກາກບອນຂອງໂລກຫຼຸດລົງ, ແຕ່ຄວາມອາດສາມາດ
ໃນການດູດຊັບພັດໜ້ອຍທີ່ສຸດ. ຈາກການລາຍງານຂອງ
ອົງການສະມັດຊາໃຫຍ່ ຂອງສະຫະປະຊາຊາດ ສະແດງ
ໃຫ້ເຫັນວ່າ ການປ່ອຍທາດອາຍເຮືອນແກ້ວໃນທົ່ວໂລກ
ແມ່ນໄດ້ເພີ່ມຂຶ້ນ 3 ປີ ຕິດຕໍ່ກັນ ແລະ ການເກີດຂຶ້ນຂອງ
ເຊື້ອພະຍາດ ໂຄວິດ-19 ໄດ້ເຕືອນໃຫ້ເຮົາຮູ້ວ່າ ຜົນທີ່ຕາມ
ມາຂອງການສູນເສຍລະບົບນິເວດ ແມ່ນຮຸນແຮງລະດັບ
ໃດ.
ສໍາລັບ ສປປ ລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍ
ຊັບພະຍາກອນທໍາມະຊາດ,ເວົ້າລວມເວົ້າ,ສະເພາະຄວາມ
ອຸດົມສົມບູນ ຂອງລະບົບນິເວດ ແລະ ຊີວະນາໆພັນ, ເຊິ່ງ
ຄວາມອຸດົມສົມບູນ ຂອງແຫຼ່ງຊັບພະຍາກອນ ແມ່ນແຕກ
ຕ່າງກັນ ຕາມແຕ່ລະພື້ນທີ່ພູມສັນຖານ ແລະ ເຂດອາກາດ
ຂອງປະເທດ. ເຖິງຢ່າງໃດກໍ່ຕາມ, ໃນປັດຈຸບັນພວກເຮົາ
ກຳລັງປະເຊີນກັບສີ່ງທ້າທາຍຫຼາຍຢ່າງເປັນຕົ້ນ: ການປ່ຽນ
ແປງດີນຟ້າອາກາດ,ຍັງມີການເອື່ອຍອີງໃສ່ຊັບພະຍາກອນ
ທໍາມະຊາດ ເປັນຕົ້ນຕໍ ໃນການພັດທະນາເສດຖະກິດ, ການ
ຂະຫຍາຍຕົວຂອງຕົວເມືອງ ເຊີ່ງເຮັດໃຫ້ເກີດມີບັນຫາຕໍ່
ຄຸນນະພາບນ້ຳ, ຄຸນນະພາບອາກາດ, ການປົນເປື້ອນຂອງ
ສານເຄມີ, ບັນຫາຂີ້ເຫຍື້ອເພີ້ມຂື້ນ ແຕ່ການກໍາຈັດບໍ່ທັນ
ເປັນລະບົບ, ການເຊື່ອມໂຊມຂອງລະບົບນິເວດ ແລະ ຊີວະ
ນາໆພັນມີທ່າອ່ຽງຖືກທໍາລາຍ, ເຊິ່ງທັງໝົດນັ້ນ ເປັນບັນຫາ
ທີ່ລັດຖະບານພວກເຮົາ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈ
ໃສ່ຊີ້ນຳຢ່າງໃກ້ສິດ ໃນການແກ້ໄຂຢ່າງຮີບດ່ວນ. ໂດຍຕະ
ຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່
ໃນການວາງນະໂຍບາຍ, ຍຸດທະສາດ ແລະ ມາດຕະການ
ຕ່າງໆໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະ
ຊາດ ຕາມທິດຍືນຍົງ, ໂດຍໄດ້ມີນິຕິກໍາທີ່ໄດ້ສ້າງ ແລະ ປັບ
ປຸງ ໃນແຕ່ລະໄລຍະເປັນຕົ້ນ: ກົດໝາຍ ວ່າດ້ວຍ ການປົກ
ປັກຮັກສາສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍ ປ່າໄມ້, ກົດ
ໝາຍ ວ່າດ້ວຍ ນໍ້າ ແລະ ຊັບພະຍາກອນນໍ້າ ແລະ ອື່ນໆ
ທີ່ຕິດພັນກັບໃນວຽກງານດັ່ງກ່າວ ເວົ້າລວມ, ເວົ້າສະເພາະ
ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດທັດ
ສະນະພື້ນຖານກໍ່ຄືທິດທາງລວມ ໃນແຕ່ລະຂົງເຂດວຽກ
ງານການຄຸ້ມຄອງຊັບພະຍາກອນທໍາມະຊາດແລະສິ່ງແວດ
6
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ລ້ອມ ໃນຕະຫຼອດໄລຍະ 5 ປີ ຕໍ່ໜ້າ ກໍ່ຄືການຮັບຮອງເອົາ
ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX
(2021-2025). ເຊີ່ງເປັນບ່ອນອີງ ແລະ ແຜນວຽກຈຸດສຸມ
ທີ່ພວກເຮົາທຸກພາກສ່ວນ ຈະໄດ້ຮ່ວມແຮງຮ່ວມໃຈກັນ
ຈັດຕັ້ງປະຕິບັດ ເພືອໃຫ້ບັນລຸຄາດໝາຍທີ່ວາງໄວ້ປະກົດ
ຜົນເປັນຈິງ.
ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໃນປີນີ້,
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຈະໄດ້ສະເຫຼີມສະຫຼອງໄປຄຽງຄູ່ກັບ ວັນປູກຕົ້ນໄມ້ແຫ່ງ
ຊາດວັນທີ1ເດືອນມິຖຸນາແລະວັນສິ່ງແວດລ້ອມແຫ່ງຊາດ
ວັນທີ 5 ມິຖຸນາ 2021 ຄືກັບທຸກໆປີ ໂດຍປະສານສົມທົບ
ກັບທຸກພາກສ່ວນທີ່ກ່ຽວຂ້ອງ, ອົງການປົກຄອງຂັ້ນແຂວງ,
ນະຄອນຫຼວງ, ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ,
ບັນດາຄູ່ຮ່ວມພັດທະນາ, ບໍລິສັດ ແລະ ທຸກພາກສ່ວນທີ່
ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ເພື່ອໂຄສະນາເຜີຍແຜ່
ແລະ ປຸກລະດົມທົ່ວປວງຊົນ ໂດຍຮູບການອອກຂ່າວ
ຜ່ານສື່ຕ່າງໆ ເຊັ່ນ: ໂທລະພາບ, ວິທະຍຸ, ສືສິ່ງພິມ, ດຳເນີນ
ກິດຈະກຳສ້າງຈິດສຳນຶກຜ່ານສື່ອອນລາຍ ແລະ ອື່ນໆ.
ສໍາລັບ ຢູ່ຂັ້ນທ້ອງຖິ່ນ ກໍ່ໄດ້ມີການຈັດກິດຈະກໍາຕ່າງ ເພື່ອ
ສະເຫຼີມສະຫຼອງວັນດັ່ງກ່າວຢ່າງຟົດຟື້ນ ແລະ ເປັນຂະບວນ
ເຊັ່ນກັນ ໃນສະພາບທີ່ສາມາດປະຕິບັດໄດ້ ຕາມມາດຕະ
ການປ້ອງກັນຂອງຄະນະສະເພາະກິດ ຕ້ານການແຜ່ລະ
ບາດຂອງພະຍາດໂຄວິດ 19. ໃນທ່າມກາງການສະເຫຼີມ
ສະຫຼອງວັນດັ່ງກ່າວນີ້, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍ
ຊົມເຊີຍ ມາຍັງບັນດາຂະແໜງການ ທັງຢູ່ຂັ້ນສູນກາງ ແລະ
ທ້ອງຖິ່ນ, ອົງການປົກຄອງຂັ້ນແຂວງ, ນະຄອນຫຼວງ, ອົງ
ການຈັດຕັ້ງ ທັງພາກລັດ, ພາກເອກະຊົນ, ບັນດາຄູ່ຮ່ວມ
ພັດທະນາ, ບໍລິສັດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນຂອບ
ເຂດທົ່ວປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະ
ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄຸ້ມຄອງຊັບພະຍາກອນ
ທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ກໍ່ຄືການບູ
ລະນະຟື້ນຟູລະບົບນິເວດ ໂດຍສະເພາະແມ່ນ ການອະນຸ
ລັກຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ
ໃນຜ່ານມາ.
ນະໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງເຖິງທຸກພາກສ່ວນ
ຂອງສັງຄົມ ສືບຕໍ່ໃຫ້ຄວາມຮ່ວມມື ແລະ ຈົ່ງພ້ອມກັນ
ເຂົ້າຮ່ວມຢ່າງຫ້າວຫັນ, ຫັນປ່ຽນພຶດຕິກຳ ແລະ ຈິນຕະນາ
ການຂອງຕົນໃຫ້ໄປສູ່ການເຄື່ອນໄຫວ ທີ່ເປັນມິດກັບຊັບ
ພະຍາກອນທໍາມະຊາດ ກໍ່ຄືລະບົບນິເວດ ແລະ ສິ່ງແວດ
ລ້ອມ, ບົນພື້ນຖານການນຳໃຊ້ຊັບພະຍາກອນທຳມະຊາດ
ຢ່າງປະຢັດ, ຟື້ນຟູຄືນລະບົບນິເວດທີ່ຖືກທໍາລາຍ ຕາມຄໍາ
ຂວັນ “ຮ່ວມແຮ່ງຮ່ວມໃຈກັນ ຟື້ນຟູລະບົບນິເວດ” ເພື່ອສ້າງ
ຄວາມສົມດູນຂອງລະບົບນິດເວດໃຫ້ມີຄວາມອຸດົມສົມບູນ
ຂື້ນໄປເລື້ອຍໆ ໂດຍເລີ່ມຈາກຕົວເຮົາເອງປູກຕົ້ນໄມ້ໃຫ້ໄດ້
ຢ່າງໜ້ອຍຜູ້ລະຕົ້ນ ເພື່ອເພີ້ມພື້ນທີ່ສີຂຽວໃນບ້ານ, ໂຮງ
ຮຽນ, ສໍານັກງານ ແລະ ຕົວເມືອງຂອງຕົນ, ປົກປັກຮັກສາ
ແລະ ຟື້ນຟູປ່າໄມ້ ກໍ່ຄືລະບົບນິເວດທີ່ຢູ່ທ້ອງຖິ່ນຕົນ ໃຫ້ມີ
ຄວາມອຸດົມສົມບູນ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ
ທັງໝົດນັ້ນ ກໍ່ເພື່ອສະໜັບໜູນໃຫ້ເສດຖະກິດຂອງ ສປປ
ລາວ ມີຄວາມເຂັ້ມແຂງ, ປະກອບສ່ວນເປັນແຫລ່ງຊືມຊັບ
ທາດອາຍເຮືອນແກ້ວ, ທັງເປັນປະກອບສ່ວນໃຫ້ແກ່ ບັນລຸ
ເປົ້າໝາຍດ້ານການພັດທະນາແບບຍືນຍົງ ຂອງສະຫະປະ
ຊາຊາດ ກໍ່ຄື ບັນດາພັນທະສາກົນ ທີ່ ສປປລາວ ໄດ້ໃຫ້
ສັດຕະຍາບັນ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍຖືໂອກາດນີ້
ອວຍພອນໄຊ ອັນປະເສີດມາຍັງບັນດາທ່ານ ການນຳ
ພັກ-ລັດ, ພະນັກງານ-ລັດຖະກອນ, ຜູ້ຊົງຄຸນວຸດທິ, ນັກທຸ
ລະກິດ, ຄູ່ຮ່ວມພັດທະນາ, ຕະຫຼອດຮອດປະຊາຊົນລາວ
ບັນດາເຜົ່າ ໃນທົ່ວປະເທດ ຈົ່ງມີພາລະອານາໄມສົມບູນ,
ມີຄວາມຜາສຸກ, ສໍາເລັດທຸກໜ້າທີ່ວຽກງານ, ຂໍໃຫ້ພວກເຮົາ
ເອົາໃຈໃສ່ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການ
ປ້ອງກັນເຊື້ອພະຍາດ ໂຄວິດ 19 ຢ່າງເຂັ້ມງວດ ແລະ ພ້ອມ
ກັນຜ່ານຜ່າວິກິດນີ້ໄປດ້ວຍດີ.
ພິທີປະກາດ ການແຕ່ງຕັ້ງຮອງລັດຖະມົນຕີ ແລະ ປະກາດ
ພະນັກງານ ອອກພັກການ-ຮັບອຸດໜູນບໍານານ ຂອງກະຊວງ
ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ສະບັບເດືອນ ມິຖຸນາ 2021
7
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
	 ຕອນບ່າຍ ວັນທີ 30 ມິຖຸນາ 2021 ຢູ່ທີ່ກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີການ
ຈັດພິທີປະກາດ ການແຕ່ງຕັ້ງຮອງລັດຖະມົນຕີ ແລະ ປະ
ກາດ ພະນັກງານ ອອກພັກການ-ຮັບອຸດໜູນບໍານານ ຂອງ
ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,
ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄໍາ
ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະ
ມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມ, ພິທີດັ່ງກ່າວ ມີຄະນະນຳກະຊວງ, ຫົວໜ້າ/ຮອງກົມ,
ຫົວໜ້າ/ຮອງພະແນກ ພ້ອມດ້ວຍພະນັກງານ ວິຊາການ,
ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ແລະ ຕາງໜ້າຫ້ອງ
ວ່າການ ສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມລວມ
ທັງໝົດ 86 ທ່ານ, ຍິງ 17 ທ່ານ.
8
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນພິທີ ທ່ານ ທົງສັກ ກົມມະເມືອງ, ຮອງຫົວໜ້າກົມຄຸ້ມ
ຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນອ່ານ
ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງ
ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ຜູ້ໃໝ່ ໃນຈຳນວນ 2 ທ່ານ ຄື: 1) ທ່ານ
ຈັນທະເນດ ບົວລະພາ, 2) ທ່ານ ພູວົງ ຫຼວງໄຊຊະນະ.
ຈາກນັ້ນກໍ່ໄດ້ອ່ານດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍ
ການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນ
ບໍານານ ຈໍານວນ 1 ທ່ານ ຄື: ທ່ານ ຄໍາພາ ພົມມະໄກສອນ
ກຳມະການພັກ, ກະຊວງ, ຫົວໜ້າກົມກວດກາ ກະຊວງ
ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ.ພາຍຫຼັງປະ
ກາດຢ່າງເປັນທາງການແລ້ວ, ທ່ານ ພູວົງ ຫຼວງໄຊຊະນະ
ໄດ້ຕາງໜ້າ ຜູ້ທີ່ຖືກແຕ່ງຕັ້ງເປັນຮອງລັດຖະມົນຕີ (ຜູ້ໃໝ່)
ກໍ່ໄດ້ຂຶ້ນກ່າວ ມີຄຳເຫັນໃນໂອກາດທີ່ໄດ້ຮັບໜ້າທີ່ໃໝ່ ແລະ
ທ່ານ ຄຳພາ ພົມມະໄກສອນ ຜູ້ທີ່ເຂົ້າຮັບອຸດໜູນບຳນານ
ກໍ່ໄດ້ຂຶ້ນກ່າວ ມີຄຳເຫັນຕໍ່ກັບບົດຮຽນການຊີ້ນຳ-ນຳພາ
ແລະ ປະສົບການໃນໄລຍະເຮັດການປະຕິວັດຜ່ານມາ,
ຈາກນັ້ນ ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງ
ພັກ,ເລຂາຄະນະພັກ,ລັດຖະມົນຕີກະຊວງຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ຂຶ້ນໃຫ້ການໂອ້ລົມ
ຕໍ່ພິທີ ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ 2 ທ່ານ ທີ່ໄດ້ຮັບ
ການແຕ່ງຕັ້ງດຳລົງຕຳແໜ່ງເປັນຮອງລັດຖະມົນຕີ ກະຊວງ
ຊຶ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຢ່າງຕັ້ງໜ້າດ້ວຍການເສີມ
ຂະຫຍາຍໃນການຊີ້ນຳ-ນຳພາວຽກງານຂອງກະຊວງ ຊັບ
ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄື ການປະຕິ
ບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດເປັນກ້າວໆ ແລະ
ເຮັດໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ ມີຜົນສຳເລັດທຸກວຽກງານໃນຕໍ່ໜ້າ.
ພ້ອມດຽວກັນນັ້ນ ທ່ານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ
ຕໍ່ຜົນງານຂອງ ທ່ານ ຄຳພາ ພົມມະໄກສອນ ທີ່ໄດ້ເຂົ້າຮັບ
ອຸດໜູນບຳນານ ຕາມນະໂຍບາຍຂອງພັກ-ລັດ ທັງໄດ້ປະ
ສ່ວນອຸດທິກຳລັງແຮງດ້ານມັນສະໝອງເຂົ້າໃນໜ້າທີ່ວຽກ
ງານຮັບໃຊ້ຊາດ ກໍ່ຄືການເຮັດໜ້າທີ່ການປະຕິວັດຢ່າງສຳ
ເລັດຜົນ ເຂົ້າໃນການສ້າງສາພັດທະນາປະເທດຊາດ.
ທ່ານ ຄໍາພາ ພົມມະໄກສອນ (ເຂົ້າຮັບອຸດໜູນບຳນານ)
ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ (ຜູ້ໃໝ່)
ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ (ຜູ້ໃໝ່)
ພິທີປະກາດ ພະນັກງານການນຳຂັ້ນສູງ ອອກພັກການ-ຮັບ
ອຸດໜຸນບຳນານ ແລະ ການປະດັບຫຼຽນໄຊແຮງງານໃຫ້ແກ່
ບຸກຄົນ ທີ່ໄດ້ປະກອບສ່ວນເຂົ້າໃນການປັບປຸງກົດໝາຍ ວ່າ
ດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ
ແລະ ສ້າງກົດໝາຍ ວ່າດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ.
ສະບັບເດືອນ ມິຖຸນາ 2021
9
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນຕອນເຊົ້າຂອງ ວັນທີ 11 ມິຖຸນາ 2021 ຢູ່ທີ່ກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີ
ການຈັດພິທີປະກາດ ພະນັກງານການນຳຂັ້ນສູງ ອອກພັກ
ການ-ຮັບອຸດໜຸນບຳນານ ແລະ ໄດ້ມີການ ປະດັບຫຼຽນໄຊ
ແຮງງານໃຫ້ແກ່ບຸກຄົນ ທີ່ໄດ້ປະກອບສ່ວນເຂົ້າໃນການປັບ
ປຸງກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍ ນ້ຳ ແລະ
ຊັບພະຍາກອນນ້ຳ ແລະ ສ້າງກົດໝາຍ ວ່າດ້ວຍ ອຸຕຸນິຍົມ
ແລະ ອຸທົກກະສາດ ໂດຍພາຍໃຕ້ການເປັນປະທານຂອງ
ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາ
ຄະນະພັກ, ລັດຖະມົນຕີ, ກະຊວງ ຊັບພະຍາກອນທຳມະ
10
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຊາດ ແລະ ສິ່ງແວດລ້ອມ, ພິທີດັ່ງກ່າວ ມີຜູ້ເຂົ້າຮ່ວມ ຂັ້ນຫົວ
ໜ້າພະແນກຂຶ້ນໄປ ໃນນີ້ໄດ້ມີຜູ້ ຕາງໜ້າຈາກຄະນະຈັດຕັ້ງ
ສູນການພັກ, ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ,
ກະຊວງ ພາຍໃນ ລວມທັງໝົດ 79 ທ່ານ, ຍິງ 6 ທ່ານ.
ທ່ານ ນາງ ທອງຈັນ ອະຄະມາເຂດ, ຫົວໜ້າກົມຈັດຕັ້ງ ແລະ
ພະນັກງານ ກຊສ ໄດ້ຂຶ້ນອ່ານ ລັດຖະດຳລັດຂອງປະທານ
ປະເທດ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການປະ
ດັບຫຼຽນໄຊແຮງງານ, ຫຼຽນກາ, ໃບຍ້ອງຍໍລັດຖະບານ ແລະ
ຂໍ້ຕົກລົງ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ວ່າດ້ວຍ ການຍ້ອງຍໍໃຫ້ແກ່ບຸກຄົນທີ່
ປະກອບສ່ວນເຂົ້າໃນການປັບປຸງກົດໝາຍ ວ່າດ້ວຍ ທີ່ດິນ,
ກົດໝາຍ ວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ ແລະ ສ້າງ
ກົດໝາຍ ວ່າດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ ລວມມີ
ຈຳນວນທັງໝົດ 157 ທ່ານ, ຍິງ 39 ທ່ານ ແລະ ມີ 3 ກົມ
ກອງລວມໝູ່, ໃນນັ້ນ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ມີ 39
ທ່ານ, ຍິງ 6 ທ່ານ, ຫຼຽນໄຊແຮງານຊັ້ນ III ມີ 17 ທ່ານ, ຍິງ
3 ທ່ານ, ຫຼຽນກາແຮງງານ ມີ 14 ທ່ານ, ຍິງ 4 ທ່ານ, ຍ້ອງຍໍ
ຂັ້ນລັດຖະບານ ມີ 20 ທ່ານ, ຍິງ 8 ທ່ານ, ຍ້ອງຍໍ ຂັ້ນກະຊວງ
ມີ 67 ທ່ານ, ຍິງ 18 ທ່ານ ແລະ ມີ 3 ກົມກອງ.
ໃນພິທີຄັ້ງນີ້ ໄດ້ປະດັບຫຼຽນໄຊແຮງງານຊັ້ນ II ແລະ ຊັ້ນ III
ໃຫ້ຄະນະນຳຂັ້ນກົມກອງຂຶ້ນໄປມີຈຳນວນທັງໝົດ12ທ່ານ
ໃຫ້ກຽດຂຶ້ນປະດັບໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະ
ການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຈາກນັ້ນ
ໄດ້ກ່າວເຂົ້າສູ່ວາລະ ປະກາດພະນັກງານຂັ້ນສູງ ອອກພັກ
ການຮັບອຸດໜຸນບຳນານ ໂດຍແມ່ນທ່ານ ສຸລິຍາ ພົມມິສິດ
ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງ
ພັກ ຂຶ້ນອ່ານດຳລັດ ວ່າດ້ວຍ ການອະນຸມັດໃຫ້ພະນັກງານ
ການນຳຂັ້ນສູງ ອອກພັກການ-ຮັບອຸດໜຸນບຳນານ ຄື ທ່ານ
ບຸນມີ ພຸດທະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດ
ຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ,ພາຍຫຼັງສຳເລັດການອ່ານດຳລັດເປັນທາງການແລ້ວ
ທ່ານ ບຸນມີ ພຸດທະວົງ ພະນັກງານບຳນານ ກໍໄດ້ຂຶ້ນກ່າວ
ມີຄຳເຫັນຕໍ່ກັບບົດຮຽນຂອງການຊີ້ນຳ-ນຳພາ ແລະ ປະສົບ
ການໃນໄລຍະເຮັດການປະຕິວັດຜ່ານມາ, ຈາກນັ້ນ ທ່ານ
ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະ
ສະບັບເດືອນ ມິຖຸນາ 2021
11
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ກໍໄດ້ຂຶ້ນໃຫ້ການໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້
ຍ້ອງຍໍຊົມເຊີຍ ຜົນງານການເຄື່ອນໄຫວເຮັດໜ້າທີ່ ການ
ປະຕິວັດຂອງທ່ານ ບຸນມີ ພຸດທະວົງ ໃນໄລຍະຜ່ານມາໄດ້
ມີບົດຮຽນ ແລະ ຕັດສິນໃຈແກ້ໄຂບັນຫາທີ່ຖືກຕ້ອງຕາມ
ລະບຽບການ, ແທດເໝາະກັບຕົວຈິງ, ບົດຮຽນເຫຼົ່ານັ້ນ
ຈະເຮັດໃຫ້ພະນັກງານພາຍໃນກະຊວງ ຄື ຂະແໜງ ຊສ
ໄດ້ສືບສານເຂົ້າໃນວຽກງານຕົວຈິງ ໃນຕໍ່ໜ້າຕໍ່ກັບບົດຮຽນ
ປະສົບການ ໃນໄລຍະຜ່ານມາ.
ກອງປະຊຸມ ປືກສາຫາລື ກ່ຽວກັບ ການບໍລິຫານຈັດການນໍ້າ
ຂອງເຂື່ອນ ແລະ ການແຈ້ງເຕືອນໄພນໍ້າຖ້ວມ
12
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນຕອນເຊົ້າຂອງ ວັນທີ 30 ມິຖຸນາ 2021, ກະຊວງ ຊັບພະ
ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງ
ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວ
ກັບ ການບໍລິຫານຈັດການນໍ້າຂອງເຂື່ອນ ແລະ ການແຈ້ງ
ເຕືອນໄພນໍ້າຖ້ວມ ໂດຍມີຈຸດປະສົງເພື່ອ 1) ຮັບຟັງການສະ
ເໜີຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ບັນດາເຂື່ອນ
ໄຟຟ້າ ກ່ຽວກັບ ແຜນການການບໍລິຫານຈັດການນໍ້າຂອງ
ເຂື່ອນ ເພື່ອຮັບມືການຕ້ານຖ້ວມ, 2) ປຶກສາຫາລື ແລະ ວາງ
ແຜນຮ່ວມກັບແຜນບໍລິຫານຈັດການນໍ້າຂອງເຂື່ອນ ເພື່ອ
ສະໜັບສະໜູນ ການຜະລິດກະແສໄຟຟ້າ ຄຽງຄູ່ກັບ ການ
ຫຼຸດຜ່ອນໄພນໍ້າຖ້ວມໃນລະດູຝົນ ແລະ 3) ເພີ່ມທະວີກົນໄກ
ການປະສານງານ ແລະ ແລກປ່ຽນຂໍ້ມູນ ລະຫວ່າງ ກະຊວງ
ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງ
ພະລັງງານ ແລະ ບໍ່ແຮ່ ແລະ ບັນດາເຂື່ອນໄຟຟ້າ.
ຜ່ານການປຶກສາຫາລືຢ່າງກົງໄປກົງມາກອງປະຊຸມໄດ້ເຫັນ
ຄວາມສຳຄັນຂອງການບໍລິຫານຈັດການນໍ້າຂອງເຂື່ອນ
ສະບັບເດືອນ ມິຖຸນາ 2021
13
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ແລະ ຖືການແຈ້ງເຕືອນໄພນໍ້າຖ້ວມ ເປັນບັນຫາສຳຄັນທີ່ຈະ
ຕ້ອງໄດ້ມີການເຮັດວຽກຮ່ວມກັນຢ່າງເອົາຈິງເອົາຈັງໃນຕໍ່
ໜ້າ ເພື່ອກ້າວໄປສູ່ການຄຸ້ມຄອງການນໍາໃຊ້ນໍ້າແບບຍືນ
ຍົງ. ນອກຈາກນີ້, ກອງປະຊຸມໄດ້ຕົກລົງເຫັນດີຕໍ່ກັບແຜນ
ການເຄື່ອນໄຫວ ການບໍລິຫານຈັດການນໍ້າຂອງເຂື່ອນ ແລະ
ການແຈ້ງເຕືອນໄພນໍ້າຖ້ວມ ໃນຊ່ວງລະດູຝົນ 2021 ເພື່ອ
ຮັບມືກັບໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນ. ທ່ານ ໄຊນະຄອນ
ອິນທະວົງ, ຮອງລັດຖະມົນຕີ ກຊສ ໄດ້ຕີລາຄາສູງຕໍ່ກັບຜົນ
ກອງປະຊຸມ ແລະ ໄດ້ຮຽກຮ້ອງໃຫ້ມີການເສີມຂະຫຍາຍ
ການປະສານງານດ້ານໄພພິບັດໃຫ້ເຄັ່ງກວ່າເກົ່າ ໂດຍສະ
ເພາະ ພາກເຕັກນິກ ແລະ ສະເໜີ ໃຫ້ສົ່ງເສີມບັນດາເຂື່ອນ
ທີ່ມີການບໍລິຫານຈັດການນໍ້າ ແລະ ການແຈ້ງເຕືອນໄພນໍ້າ
ຖ້ວມທີ່ດີ ໂດຍດຶງເອົາບົດຮຽນຈາກເຂື່ອນ.
ກອງປະຊຸມດັ່ງກ່າວ ຖືເປັນເວທີທີ່ສຳຄັນໃນການເພີ່ມທະວີ
ກົນໄກການປະສານງານ ແລະ ແລກປ່ຽນຂໍ້ມູນ ລະຫວ່າງ
ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,
ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ບັນດາເຂື່ອນໄຟຟ້າ.
ທ່ານ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີ ກພບ ກໍ່ຍັງໄດ້
ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ກັບຜົນກອງປະ
ຊຸມ ເຊິ່ງທ່ານໄດ້ເນັ້ນຢໍ້າ ໃຫ້ເສີມຂະຫຍາຍກົນໄກທີ່ມີຢູ່ໃນ
ປະຈຸບັນ ໂດຍປະຕິບັດຢ່າງຕໍ່ເນື່ອງ ແລະ ເປັນປະຈຳ ເພື່ອ
ກ້າວໄປສູ່ ການສ້າງສູນຄວບຄຸມນໍ້າລວມສູນຂອງເຂື່ອນໃນ
ຂອບເຂດທົ່ວປະເທດໃນຂັ້ນຕໍ່ໄປ.
ໃນຕໍ່ໜ້າ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ, ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ບັນດາ
ເຂື່ອນໄຟຟ້າ ຈະໄດ້ເອົາຜົນກອງປະຊຸມ ໄປຜັນຂະຫຍາຍ
ຮ່ວມກັນ ເພື່ອເຮັດໃຫ້ການບໍລິການຈັດການນໍ້າ ແລະ ແຈ້ງ
ເຕືອນໄພນໍ້າຖ້ວມມີປະສິດຜົນຂຶ້ນຕື່ມ.
ເປັນຫຍັງ ເຮົາຈຶ່ງ ຟື້ນຟູລະບົບນິເວດ
14
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນວັນທີ 5 ມິຖຸນາ ຂອງທຸກໆປີ ອົງການສະຫະປະຊາຊາດ
ໄດ້ກຳນົດໃຫ້ເປັນ ວັນສິ່ງແວດລ້ອມໂລກ ໂດຍໃນປີ 2021
ມີແນວຄິດຄື ເພື່ອໃຫ້ທົ່ວໂລກໄດ້ມີຄວາມຕືນຕົວໃນເລື່ອງ
ຮ່ວມແຮ່ງຮ່ວມໃຈກັນ ຟື້ນຟູລະບົບນິເວດ Ecosystem
Restoration.
ການຟື້ນຟູ ແລະ ການອະນຸລັກຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມນັ້ນ ຖືວ່າເປັນສິ່ງທີມີຄວາມສຳຄັນຢ່າງ
ຫຼາຍເນື່ອງຈາກວ່າຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມໃນປັດຈຸບັນເກີດປັນຫາເສືອມໂຊມແລະມີແນວ
ໂນ້ມທະວີຄວາມຮຸນແຮງເພີມຂື້ນ ຊື່ງປັດໃຈທີ່ເຮັດໃຫ້ລະ
ບົບນິເວດເສືອມໂຊມມີຫຼາຍປັດໃຈ ເຊັ່ນ ການໃຊ້ປະໂຫຍດ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫຼາຍເກີນ
ຄວາມຕ້ອງການ ເຮັດໃຫ້ຊັບພະຍາກອນຕ່າງໆເສືອມໂຊມ
ລົງ ການປ່ຽນແປງພື້ນທີ່ທຳມະຊາດເປັນພື້ນທີ່ອື່ນໆ ແລະ
ການບຸກລຸກ/ລັກລອບທຳລາຍຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ເປັນຕົ້ນ ການຟື້ນຟູຊັບພະຍາກອນທຳ
ມະຊາດ ແລະ ສິ່ງແວດລ້ອມ ທີ່ເສືອມໂຊມນັ້ນ ໃຫ້ກັບມາສູ່
ສະພາບປົກກະຕິ ໂດຍສາມາດເຮັດໜ້າທີໃນລະບົບນິເວດ
ສະບັບເດືອນ ມິຖຸນາ 2021
15
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໄດ້ ແລະ ສາມາດໃຫ້ປະໂຫຍດກັບສິ່ງທີ່ມີຊີວິດອື່ນໆ ເທີງ
ໂລກໄດ້ຄືເກົ່າ ເພື່ອແກ້ປັນຫາການຂາດແຄນຊັບພະຍາ
ກອນທຳມະຊາດ ແລະ ສິ່ງແວດລ້ອມຕ່າງໆທີ່ເຮົາຕ້ອງປະ
ເຊີນຢູ່ໃນປັດຈຸບັນ ດັ່ງນັ້ນ ມະນຸດຕ່າງກໍໃຊ້ປະໂຫຍດຈາກ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມາໂດຍ
ຕະຫຼອດ ຂະນະນີ້ຄົງເຖີງເວລາຂອງ “ກາາຟື້ນຟູລະບົບ
ນິເວດ” ແລ້ວ.
ໃນປີ 2021 ລັດ​
ຖະ​
ບານ​
ໄດ້​
ຕັ້ງ​
ເປົ້າ​
ໝາຍປູກ​
ຕົ້ນ​
ໄມ້​
ໃຫ້​
ໄດ້
36.950 ເຮັກ​
ຕາ ​
ໃນ​
ຂອບ​
ເຂດ​
ທົ່ວ​
ປະ​
ເທດ, ໃນນັ້ນ​
ປູກເພື່ອ
ປົກປັກຮັກສາສິ່ງແວດລ້ອມ ໃຫ້ໄດ້ 5.500 ເຮັກຕາ, ປູກໄມ້
ເປັນສິນຄ້າໃນຂອບເຂດປ່າຜະລິດໃຫ້ໄດ້ຈໍານວນ27.500
ເຮັກຕາ ແລະ ປູກ​
ຕາມ​
ທີ່ດິນຂອງປະຊາຊົນ ຈໍານວນ 3.590
ເຮັກຕາ ໂດຍມອບ​
ໃຫ້​
ພາກ​
ສ່ວນ​
ກ່ຽວ​
ຂ້ອງ​
ທັງ​
ພາກ​
ລັດ-
ເອ​
ກະ​
ຊົນ ແລະ ປະ​
ຊາ​
ຊົນ​
ຈັດ​
ພິ​
ທີ​
ປູກ ແບບ​
ກະ​
ທັດ​
ຮັດ,
ປະ​
ຢັດ​
ມັດ​
ທະ​
ຍັດ ພ້ອມ​
ທັງ​
ປະ​
ຕິ​
ບັດ​
ມາດ​
ຕະ​
ການ​
ປ້ອງ​
ກັນ
​
ໂຄວິດ-19 ຢ່າງ​
ເຂັ້ມ​
ງວດ. ປ່າໄມ້ ແມ່ນຊັບພະຍາກອນທຳ
ມະຊາດ ອັນລ້ຳຄ່າຂອງຊາດ ທີ່ສ້າງລະບົບນິເວດສະເພາະ
ຊຶ່ງປະກອບດ້ວຍ ຊີວະນາໆພັນ, ແຫຼ່ງນ້ຳ ແລະ ທີ່ດິນ ໃຫ້ມີ
ຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍມີຕົ້ນໄມ້ນາໆຊະ
ນິິດທີ່ເກີດຂຶ້ນຕາມທຳມະຊາດ ຫຼື ປູກຂຶ້ນ. ປ່າໄມ້ມີຄວາມ
ສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
ໂດຍທາງກົງ ແລະ ທາງອ້ອມ ເປັນຕົ້ນການພັດທະນາພື້ນ
ຖານໂຄງລ່າງທາງດ້ານເສດຖະກິດ ເຊັ່ນ: ເຂື່ອນໄຟຟ້ານ້ຳ
ຕົກ, ອ່າງເກັບນ້ຳ ເພື່ອການກະສິກຳ, ການຜະລິດເປັນ
ສິນຄ້າ, ການຄົມມະນາຄົມ, ການຂຸດຄົ້ນຊັບພະຍາກອນ
ປ່າໄມ້ ແລະ ເຄື່ອງປ່າຂອງດົງແບບຍືນຍົງ ຊຶ່ງໄດ້ປະກອບ
ສ່ວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຕິດພັນ
ກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກເປັນ
ກ້າວໆດັ່ງປະທານໄກສອນພົມວິຫານຜູ້ທີ່ແສນເຄົາລົບຮັກ
ຂອງພວກເຮົາໄດ້ເວົ້າໄວ້ວ່າ: “ປ່າໄມ້ຄືຄໍາຂຽວຂອງຊາດ”.
ພວກເຮົາຈົ່ງພ້ອມກັນເຊີດຊູສະຕິຮັກຊາດ ແລະ ຫວງແຫນ
ປ່າໄມ້ ປະກອບສ່ວນຕາມເງື່ອນໄຂຄວາມສາມາດໃນການ
ປູກໄມ້, ຟື້ນຟູປ່າໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາ
ປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ນັບອຸດົມສົມ
ບູນ ຫຼຸດຜ່ອນມົນລະພິດທາງອາກາດ”.
ຕົວຢ່າງ: ການຟື້ນຟູລະບົບນິເວດຂອງປ່າໄມ້ໃດໜື່ງ ຫາກ
ເຮົາມີການປ້ອງກັນການບຸກລຸກພື້ນທີ່ ແລະ ການລັກລອບ
ຕັດໄມ້ ແລະ ການລ່າສັດປ່າທີ່ຜິດກົດໝາຍໄດ້ແລ້ວ ປ່າໄມ້
ກໍຈະສາມາດກັບມາເປັນປ່າທີ່ອຸດົມສົມບູນໄດ້ ເຖີງວ່າຂະ
ບວນການທາງທຳມະຊາດ ອາດຈຳເປັນຕ້ອງໃຊ້ເວລາດົນ
ຫຼາຍກໍຕາມ ແຕ່ການປູກຟື້ນຟູ ກໍເປັນອີກວິທີໜື່ງທີ່ຈະເຮັດ
ໃຫ້ປ່າໄມ້ກັບມາສູ່ສະພາບທີ່ອຸດົມສົມບູນໄດ້ ໃນໄລຍະ
ເວລາທີ່ສັ້ນລົງ (10-20 ປີ) ໂດຍພື້ນທີ່ທີ່ຈະເຮັດໃຫ້ການຟື້ນ
ຟູ ແມ່ນຕ້ອງຄຳນືງເຖີງຊະນິດໄມ້ທີ່ປູກຈະຕ້ອງເປັນຊະນິດ
ພັນທ້ອງຖີນ ຄວນລະວັງເລື່ອງການນຳເຂົ້າຊະນິດພັນຕ່າງ
ຖີນຮຸກຮາມ/ບຸກລຸກ ຊື່ງສິ່ງນີ້ກໍເປັນອີກສາເຫດໜື່ງທີ່ເຮັດ
ໃຫ້ລະບົບນິເວດຕ່າງໆເສືອມໂຊມລົງ ນອກຈາກນີ້ຊະນິດ
ພັນຕ້ອງມີຄວາມເໝາະສົມກັບສະພາບພື້ນທີ່ ຫຼື ປັດໃຈສິ່ງ
ແວດລ້ອມຕ່າງໆນຳ ຫຼັງຈາກນັ້ນ ເຮົາສາມາດປ່ອຍໃຫ້ທຳ
ມະຊາດຟື້ນຟູຕົວມັນເອງ ໂດຍຊຸມຊົນ ແລະ ໜ່ວຍງານທີ່
ກ່ຽວຂ້ອງມີສ່ວນຮ່ວມໃນການປົກປັກຮັກສາ ເບິ່ງແຍງ ຊັບ
ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນທ້ອງຖີນ
ຮ່ວມກັນ ເພື່ອໃຫ້ທຳມະຊາດສາມາດກັບມາອຸດົມສົມບູນ
ໄດ້ອີກຄັ້ງ ທາງເລືອກຂອງການຟື້ນຟູທີ່ເຮົາທຸກຄົນສາມາດ
ເຮັດໄດ້.
1. Go green ເຊັ່ນ ການເລືອກສິນຄ້າ ແລະ ການບໍລິການ
ທີມີໂລໂກ້ສີຂຽວ ຫຼື ສັນຍາລັກທີ່ສະແດງເຖີງການເປັນຕິດ
ຕໍ່ສິ່ງແວດລ້ອມ ລວມທັງຜະລິດຕະພັນທີ່ສາມາດນຳກັບ
ມາໃຊ້ໃຫມ່ໄດ້ ຫຼື ສິນຄ້າທີລຸດຈຳນວນບັນຈຸລົງ ເປັນຕົ້ນ
ລວມທັງການສະໜັບສະໜຸນສິນຄ້າໃນທ້ອງຖີນ ເພື່ອລຸດ
ຜົນກະທົບຕໍ່ສິ່ງແວດລ້ອມຈາກການຂົນສົ່ງໄລຍະໄກ.
2. Live light ເຊັ່ນ ການລຸດການໃຊ້ຊັບພະຍາກອນຂອງ
ເຮົາ ດ້ວຍການຊື້ສິນຄ້າຣີໄຊເຄີ ຫຼື ລຸກການຊື້ຂອງໃຫມ່
ລຸດໃຊ້ຊັບພະຍາກອນ ດ້ວຍການສ້ອມແປງ ແລະ ການແບ່ງ
ປັນຂອງເກົ່າທີ່ມີຢູ່ ແລະ ຍັງສາມາດໃຊ້ປະໂຫຍດໄດ້ ໂດຍ
ເຮົາສາມາດນຳຫຼັກການ “ໃຊ້ຊ້ຳ ຣີໄຊເຄີ ປະຕິເສດ”ມາໃຊ້
16
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໄດ້ອີກນຳ.
3. Eat right ເຊັ່ນ ການເລືອກຮັບປະທານ/ກີນ ພືດຜັກຕາມ
ລະດູການ ເພື່ອລຸດຄວາມສ່ຽງຂອງການໃຊ້ສານເຄມີເລ່ງ
ການເຕີບໃຫຍ່ເປັນຕົ້ນ.
ການຟື້ນຟູຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເປັນເສັນທາງໜື່ງທີ່ຈະເຮັດໃຫ້ທຳມະຊາດກັບມາອຸດົມສົມ
ບູນ ແລະ ໃຫ້ປະໂຫຍດກັບເຮົາ ແລະ ສິ່ງມີຊີວິດອື່ນໆໄດ້
ດັ່ງນັ້ນ ໜ່ວຍງານທີ່ກ່ຽວຂ້ອງໃນພາກສ່ວນຕ່າງໆລວມທັງ
ປະຊາຊົນ ເຮົາທຸກຄົນສາມາດມີສ່ວນຮ່ວມໃນການຟື້ນຟູ
ທຳມະຊາດ ແລະ ສິ່ງແວດລ້ອມໄດ້ງ່າຍໆ ນັ້ນຄື ເລີ່ມທີ່ໂຕ
ເຮົາ ຫຼື ອົງກອນເຮົາ ຮ່ວມແຮ່ງຮ່ວມໃຈກັນ ຟື້ນຟູລະບົບນິ
ເວດ ຂອງເຮົາໄປດ້ວຍກັນ.
ເວົ້າສະເພາະ ກະຊວງ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ກໍເປັນໜື່ງໃນການພັກດັນ ແລະ ສົ່ງເສີມງານ
ວຽກການຟື້ນຟູ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ ໃຫ້ປະກົດຜົນເປັນຈິງ ຕາມຄໍາຂວັນປີນີ້່ ຂອງອົງການ
ສະຫະປະຊາຊາດ ເພື່ອສິ່ງແວດລ້ອມ ໄດ້ກໍານົດພາຍໃຕ້
ຫົວຂໍ້ທີ່ວ່າ “ຮ່ວມແຮ່ງຮ່ວມໃຈກັນ ຟື້ນຟູລະບົບນິເວດ
Ecosystem Restoration.” ດັ່ງນັ້ນ ກະຊວງ ຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ຈື່ງໄດ້ຈັດກິດຈະກຳການ
ສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ກໍຄື ວັນສິ່ງ
ແວດລ້ອມໂລກ ເພື່ອເປັນການສ້າງຂະບວນການສ້າງຈິດ
ສຳນຶກໃຫ້ມວນຊົນ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການປົກປັກ
ຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນ
ຕົ້ນ:
•	 ກິດຈະກຳ ຂອງກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ
1.	 ການໂຄສະນາເຜີຍແຜ່ນຄຳເຫັນຂອງທ່ານນາງບຸນຄຳ
ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ຕໍ່ກັບວັນສິ່ງແວດລ້ອມ ແຫ່ງຊາດ ກໍຄື
ວັນສິ່ງແວດລ້ອມໂລກ5ມິຖຸນາ2021.ໂດຍຜ່ານສື່(ໂທລະ
ພາບ, ວິທະຍຸ, ໜັງສືພິມ, ເວບໄຊ, Facebook ແລະ
You Tube).
2.	 ຕິດປ້າຍຄຳຂວັນ ຊົມເຊີນ ວັນສິ່ງແວດລ້ອມໂລກ 5
ມິຖຸນາ 2021 ຕາມເສັນທາງຫຼັກ 4 ແຫ່ງ.
3.	 ປຸກຕົ້ນໄມ້ ໃນສະຖານທີ່ສຳນັກງານ ແລະ ຕາມເສັນ
ທາງຕັດໃຫມ່ໜອງບືກ ເລີ່ມແຕ່ໄຟແດງໜອງບືກ ຫາ ໜ້າ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
4.	 ສົ່ງຂໍ້ຄວາມສັ້ນໆ “ຊົມເຊີຍ ວັນສິ່ງແວດລ້ອມແຫ່ງຊາດ
ແລະ ວັນສິ່ງແວດລ້ອມໂລກ” ຜ່ານທາງເຄື່ອຂ່າຍ ບໍລິສັດ
ລາວຄົມມະນາຄົມ ມະຫາຊົນ;
ນອກຈາກກິດຈະກຳທີ່ກ່າວມາຂ້າງເທິງແລ້ວ ຍັງມີກິດຈະ
ກຳຍ່ອຍ ທີ່ຈະຈັດຕັ້ງປະຕິບັດ ພາຍຫຼັງທີ່ມາດຕະການຜ່ອນ
ຜັນການລະບາດຂອງພະຍາດ ໂຄວິດ 19 ຢຸດ ຫຼື ຫຼຸດຜ່ອນ
ມາດຕະການລົງໃຫ້ສາມາດດຳເນິນກິດຈະກຳໄດ້ຄື:
•	 ກິດຈະກຳ ແຂງຂັນແຕ້ມຮູບ ກ່ຽວກັບ ສິ່ງແວດລ້ອມ
ສຳລັບ ຊັ້ນປະຖົມ (1-3 ແລະ 4-5);
•	 ກິດຈະກຳ ຖາມ-ຕອບ ກ່ຽວກັບ ສິ່ງແວດລ້ອມ ສຳລັບ
ຊັ້ນມະທະຍົມ;
•	 ກິດຈະກຳ ປ່ອຍປາ ເພື່ອຟື້ນຟູ ລະບົບນິເວດແຫຼ່ງນ້ຳ
ທຳມະຊາດ;
•	 ກິດຈະກຳ ລົງສ້າງຈິດສຳນຶກ ກ່ຽວກັບ ການຈັດການຂີ້
ເຫຍື້ອ ໃນ 9 ຕົວເມືອງ ຂອງນະຄອນຫຼວງ;
•	 ກິດຈະກຳ ສຳມະນາ ກ່ຽວກັບ ການຫຼຸດຜ່ອນ ປລາສຕິກ;
ສະບັບເດືອນ ມິຖຸນາ 2021
17
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ຜົ້ງສາລີ
1.	 ຕິດປ້າຍຄຳຂັວນ ຕາມເສັ້ນທາງທີ່ສຳຄັນຂອງເທດສະ
ບານເມືອງ;
2.	 ອະນາໄມຫ້ອງການ,ເທດສະບານເມືອງແລະໜ້າບ້ານ
ຂອງໃຜລາວ;
3.	 ອອກຂ່າວວິທະຍຸ-ໂທລະພາບຂອງແຂວງ ກ່ຽວກັບ ປະ
ຫັວດຄວາມເປັນມາຂອງວັນສິ່ງແວດລ້ອມແຫ່ງຊາດ ແລະ
ວັນສິ່ງແວດລ້ອມໂລກ ແລະ ຄວາມໝາຍຄວາມສຳຄັນ ໃນ
ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ;
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ຫຼວງນ້ຳທາ
	 ເນື່ອງຈາກປະຈຸບັນມີຄວາມສ່ຽງຕໍ່ການລະບາດ
ເຊື້ອພະຍາດໂຄວິດ19 ພາຍໃນປະເທດລາວ ຂອງພວກ
ເຮົາຈຶ່ງບໍ່ສະດວກໃນການຈັດກິດຈະກໍາຊຸມນຸມເປັນກຸ່ມ
ກ່ອນ ແລະ ບໍ່ໃຫ້ມີການເຕົ້າໂຮມກັນຢ່າງເປັນຂະບວນ
ການ, ຊຶ່ງໄດ້ຈັດແບ່ງໃຫ້ບັນດາຫ້ອງການ, ກົມກອງ ແລະ
ບ້ານ ພາຍໃນເທດສະບານເມືອງ ອານະໄມ ໃນຂອບເຂດ
ຄວາມຮັບຜິດຊອບຂອງຕົນ.
1.	 ພິທີປະຖະກະຖາຄວາມເປັນມາຂອງວັນສິ່ງແວດລ້ອມ
ໂລກ;
2.	 ປູກຕົ້ນໄມ້ຢູ່ສະຖານີອຸຕຸນິຍົມ ແລະ ອຸທົກກະສາດ
3.	 ສ້າງຂະບວນການອອກແຮງງານອານາໄມລວມ
4.	 ຕິດປ້າຍຄໍາຂວັນວັນສິ່ງແວດລ້ອມໂລກ
18
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມເມືອງ ວຽງພູຄາ
•	 ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມເມືອງ ນາແລ
•	 ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມເມືອງ ສິງ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ບໍ່ແກ້ວ
	 ເນື່ອງຈາກວ່າ ປີນີ້ການລະບາດຂອງພະຍາດໂຄ
ວິດ19 ແຂວງ ບໍ່ແກ້ວ ຂອງພວກເຮົາ ແມ່ນຍັງບໍ່ປົກກະຕິ
ເລີຍບໍ່ໄດ້ຈັດຕັ້ງປະຕິບັດ, ບໍ່ມີພິທີບໍ່ມີການຮ່ວມຊຸມນຸມ
ແລະ ຈັດກິດຈະກໍາຕ່າງໆ ຄືກັບປີທີ່ຜ່ານມາ ດັ່ງນັ້ນ ມີແຕ່
ຕິດປ້າຍຄໍາຂວັນ ຕາມເສັນທາງຫຼັກ.
ສະບັບເດືອນ ມິຖຸນາ 2021
19
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ອຸດົມໄຊ.
1.	 ພິທີສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ
ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2021 ຢູ່ທີ່ຫ້ອງວ່າ
ການປົກຄອງ ເມືອງໄຊ;
2.	 ຕິດຄໍາຂວັນ ວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງ
ແວດລ້ອມໂລກ ຕາມເສັ້ນທາງພາຍໃນເທດສະບານແຂວງ
ແລະ ພະແນກ ຊສ ແຂວງ;
3.	 ສໍາພາດ ລາຍການຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນ
ສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5
ມິຖຸນາ 2021 ໂດຍຜ່ານສື່ ໂທລະພາບແຂວງ;
4.	 ສ້າງຂະບວນການອອກແຮງງານລວມ ຕາມເສັ້ນທາງ,
ສະຖານທີສາທາລະນະຕ່າງໆໃນຂອບເຂດຄວາມຮັບຜິດ
ຊອບຂອງຕົນ;
5.	 ປູກຕົ້ນໄມ້ປະດັບ, ຕົ້ນໄມ້ໃຫ້ຮົ່ມ ແລະ ຕົ້ນໄມ້ໃຫ້ໝາກ
ຢູ່ຕາມສຳນັກງານຫ້ອງການ, ເສັ້ນທາງຫຼວງແຫ່ງຊາດ,
ທາງຫຼວງຂອງແຂວງ, ເຂດປ່າປ້ອງກັນຍອດແຫຼ່ງນ້ຳ,
ໂຮງຮຽນ ແລະ ສະຖານທີ່ສາທາລະນະຕ່າງໆ.
6.	 ປ່ອຍສັດນໍ້າ ຄືນສູ່ແຫຼ່ງທໍາມະຊາດ.
•	 ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ ເມືອງ (ເມືອງແບງ, ຮຸນ, ປາກແບງ, ງາ ).
20
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ຫົວພັນ
1.	 ຕິດປ້າຍຄຳຂວັນ ຕາມເສັ້ນທາງ, ພື້ນທີ່ສາທາລະນະ
ທີ່ສຳຄັນຂອງ ເມືອງ ແລະ ແຂວງ;
2.	 ສ້າງຂະບວນການເກັບຂີ້ເຫຍື້ອຕາມສວນສາທາລະນະ
ແລະ ຕາມເສັ້ນທາງຫຼວງ ຂອງແຕ່ລະເມືອງ;
3.	 ປູກດອກໄມ້ ແລະ ຕົ້ນໄມ້ໃສ່ຈຸດຕ່າງໆ ໃນຂອບເຂດ
ຫ້ອງການ ແລະ ເທດບານເມືອງ ແລະ ແຂວງ;
ສະບັບເດືອນ ມິຖຸນາ 2021
21
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ຫຼວງພະບາງ
1.	 ຕິດປ້າຍຄຳຂວັນ ຊົມເຊີຍ ວັນສິ່ງແວດລ້ອມແຫ່ງຊາດ
ແລະ ວັນສິ່ງແວດລ້ອມໂລກ ຕາມສະຖານທີ່ສຳຄັນ;
2.	 ພິທີມອບໃບຢັ້ງຢືນ ແລະ ລາງວັນດີເດັ່ນ ດ້ານຂຽວ ສະ
ອາດ ງາມຕາ ປະຈຳປີ 2020. ປະເພດ I ມີ 2 ພະແນກການ
ແລະ 1 ບ້ານ, ປະເພດ II ມີ 3 ພະແນກການ, 18 ໂຮງຮຽນ
ແລະ 1 ວິທະຍາໄລ;
3.	 ຈັດພິທີປູກຕົ້ນໄມ້ ພາຍໃນພະແນກ ແລະ ແຂວງ;
4.	 ສ້າງຂະບວນການອະນາໄມ ໃນຂອບເຂດພະແນກ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ;
22
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ໄຊຍະບູລີ
1.	 ຕິດປ້າຍຄຳຂວັນຕາມເສັ້ນທາງຫຼັກທີ່ສຳຄັນຂອງເມືອງ
ແລະ ແຂວງ;
2.	 ປູກຕົ້ນໄມ້ປະດັບຕາມແຄມທາງ ແລະ ສຳນັກງານຫ້ອງ
ການ
3.	 ສ້າງຂະບວນການຍ່າງ ເພື່ອສຸຂະພາບ;
4.	 ສ້າງຂະບວນການອານາໄມລວມຕາມຂອບເຂດບ້ານ,
ຕາມເສັນທາງຫຼັກຂອງເມືອງ;
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ຊຽງຂວາງ
1.	 ຕິດປ້າຍຄຳຂວັນຕາມເສັ້ນທາງຫຼັກທີ່ສຳຄັນຂອງເມືອງ
ແລະ ແຂວງ;
2.	 ປູກຕົ້ນໄມ້ໃນສຳນັກງານຫ້ອງການ;
3.	 ສ້າງຂະບວນການອານາໄມລວມໃນສຳນັກງານຫ້ອງ
ການ;
ສະບັບເດືອນ ມິຖຸນາ 2021
23
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ໄຊສົມບູນ
1.	 ປູກຕົ້ນໄມ້ປະດັບໃນສຳນັກງານຫ້ອງການ;
2.	 ສ້າງຂະບວນການອານາໄມລວມຕາມເສັນທາງຫຼັກ
ຂອງເມືອງ;
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ວຽງຈັນ
1.	 ຕິດປ້າຍຄຳຂວັນ ຕາມເສັນທາງເທດສະບານ;
2.	 ເຜີຍແຜ່ບົດຄຳເຫັນໃຫ້ພະນັກງານ ພຊສ ຮັບຮູ້;
3.	 ອານາໄມ ແລະ ປູກຕົ້ນໄມ້ ພາຍໃນ ພຊສ;
24
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ
1.	 ຕິດປ້າຍຄຳຂວັນ ຕາມເສັ້ນທາງຫຼັກທີ່ສຳຄັນຂອງຕົວ
ເມືອງ, ຄອນຫຼວງວຽງຈັນ;
2.	 ປູກຕົ້ນໄມ້ປະດັບແລະ ໄມ້ກິນໝາກ ໃນບໍລິເວນສຳນັກ
ງານຫ້ອງການ ພສຊ
3.	 ໂຄສະນາເຜີຍແຜ່ໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ ແລະ
ມີສ່ວນຮ່ວມນຳກັນ ໃນການປົກປັກຮັກສາຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ໂດຍຜ່ານສື່ວິທະຍຸ ແລະ
ໂທລະພາບ;
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ບໍລິຄຳໄຊ
1.	 ຕິດປ້າຍຄຳຂວັນ ຕາມເສັ້ນທາງຫຼັກທີ່ສຳຄັນຂອງຕົວ
ເມືອງ ແລະ ແຂວງ;
2.	 ລົງໂຄສະນາສ້າງຈິດສຳນຶກຕາມເສັນທາງເທດສະບານ
ແລະ ຕະຫຼາດ ຂອງເມືອງປາກຊັນ;
3.	 ປູກຕົ້ນໄມ້ປະດັບແລະ ໄມ້ກິນໝາກ ໃນບໍລິເວນສຳນັກ
ງານຫ້ອງການ;
ສະບັບເດືອນ ມິຖຸນາ 2021
25
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ຄຳມ່ວນ
1.	 ຕິດປ້າຍຄຳຂວັນ ຕາມເສັ້ນທາງຫຼັກທີ່ສຳຄັນຂອງຕົວ
ເມືອງ ແລະ ແຂວງ;
2.	 ສໍາພາດ ລາຍການຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນ
ສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5
ມິຖຸນາ 2021 ໂດຍຜ່ານສື່ ໂທລະພາບແຂວງ;
3.	 ປູກຕົ້ນໄມ້ປະດັບ ແລະ ໄມ້ກິນໝາກ ໃນບໍລິເວນສຳນັກ
ງານຫ້ອງການ;
4.	 ສ້າງຂະບວນການອານາໄມລວມຕາມເສັນທາງຫຼັກ
ຂອງເມືອງ ແລະ ແຂວງ;
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ
1.	 ຕິດປ້າຍຄຳຂວັນ ຕາມເສັ້ນທາງຫຼັກທີ່ສຳຄັນຂອງຕົວ
ເມືອງ ແລະ ແຂວງ;
2.	 ຈັດພິທີສະເຫຼີມສະຫຼອງວັນ ສິ່ງແວດລ້ອມແຫ່ງຊາດ
ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ແລະ ວັນປູກ
ຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2021;
3.	 ປູກຕົ້ນໄມ້ປະດັບ ແລະ ໄມ້ກິນໝາກ ໃນບໍລິເວນສຳນັກ
ງານຫ້ອງການ ແລະ ເສັນທາງຫຼັກຂອງເມືອງ ແລະ ແຂວງ;
4.	 ປ່ອຍປາລົງໜອງລວມຂອງຫ້ອງວ່າການແຂວງ ແລະ
ໜອງບົວເງິນ-ບົວທອງ(ໜອງລວມອະນຸສອນສະຖານ
ປະທານໄກສອນ ພົມວິຫານ);
26
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ສາລະວັນ
1.	 ຕິດປ້າຍຄຳຂວັນຕາມສຳນັກງານຫ້ອງການເມືອງແລະ
ແຂວງ;
2.	 ປູກຕົ້ນໄມ້ປະດັບ ແລະ ໄມ້ກິນໝາກ ໃນບໍລິເວນສຳນັກ
ງານຫ້ອງການ;
3.	 ສ້າງຂະບວນການອານາໄມລວມຕາມເສັນທາງຫຼັກ
ຂອງເມືອງ ແລະ ແຂວງ;
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ເຊກອງ
1.	 ຕິດປ້າຍຄຳຂວັນ ຕາມສະຖານທີ່ສຳຄັນຂອງເມືອງ
ແລະ ແຂວງ;
2.	 ສານຂອງທ່ານ ເຈົ້າແຂວງ-ແຂວງເຊກອງ ເນື່ອງໃນ
ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2021;
ສະບັບເດືອນ ມິຖຸນາ 2021
27
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
3.	 ສຳພາດ ຂອງທ່ານ ຫົວໜ້າພະແນກ ຊັບພະຍາກອນທຳ
ມະຊາດ ແລະ ສິ່ງແວດລ້ອມ ແຂວງ;
4.	 ພິທີສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ
ວັນສິ່ງແວດລ້ອມໂລກ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກ
ນ້ອຍສາກົນ, ຮ່ວມກັບຂະແໜງການກ່ຽວຂ້ອງ;
5.	 ປູກຕົ້ນໄມ້ປະດັບ ແລະ ໄມ້ກິນໝາກ ໃນບໍລິເວນສຳນັກ
ງານຫ້ອງການ, ໂຮງຮຽນ, ເສັນທາງຫຼັກ ແລະ ປ່າຕົ້ນນ້ຳ;
6.	 ສ້າງຂະບວນການອານາໄມລວມຕາມເສັນທາງຫຼັກ
ຂອງເມືອງ ແລະ ແຂວງ;
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ຈຳປາສັກ
1.	 ຕິດປ້າຍຄໍາຂັວນ ຕາມເສັ້ນທາງທີ່ສໍາຄັນ ໃນເທດສະ
ບານເມືອງ ແລະ ແຂວງ;
2.	 ສ້າງຂະບວນການ ອະນາໄມ ຕົວເມືອງ ໃຫ້ສະອາດ
ງາມຕາ, ມີສີຂຽວ;
3.	 ອອກຂ່າວຕາມຊື່ຕ່າງໆ ຂອງເມືອງ ທີ່ພົວພັນກັບກິດຈະ
ກໍາ ແລະ ການສ້າງຂະບວນການ ກ່ຽວກັບ ການຄຸ້ມຄອງ
ປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊັບພະຍາ
ກອນທໍາມະຊາດ ແລະ ສິ່ງແວດລ້ອມ;
4.	 ໃຫ້ບັນດາເມືອງອ້ອມຂ້າງແຂວງ ໄດ້ພ້ອມກັນສະເຫຼີມ
ສະຫຼອງ ວັນສິ່ງແວດລ້ອມໂລກ ໄປພ້ອມກັບວັນປູກຕົ້ນໄມ້
ແລະ ວັນເດັກນ້ອຍສາກົນ.
28
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
•	 ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແຂວງ ອັດຕະປື
1.	 ຕິດປ້າຍຄໍາຂັວນ ຕາມສຳນັກງານຂອງຕົ້ນ;
2.	 ປູກຕົ້ນໄມ້ ຢູ່ເມືອງພູວົງ;
3.	 ອອກຂ່າວຕາມຊື່ຕ່າງໆ ຂອງເມືອງ ທີ່ພົວພັນກັບກິດຈະ
ກໍາ ແລະ ການສ້າງຂະບວນການ ກ່ຽວກັບ ການຄຸ້ມຄອງ
ປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊັບພະຍາ
ກອນທໍາມະຊາດ ແລະ ສິ່ງແວດລ້ອມ;
ຂັ້ນຕອນ ການລົງແກ້ໄຂບັນຫາສຸກເສີນ ກ່ຽວກັບ ມົນລະພິດ
ທາງດິນ, ນໍ້າ ແລະ ອາກາດ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ
ສະບັບເດືອນ ມິຖຸນາ 2021
29
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
I. ການລົງແກ້ໄຂບັນຫາສຸກເສີນ
	 ແມ່ນການລົງພາກສະໜາມຈຸດເກີດເຫດ ກ່ຽວກັບ
ສະພາບສິ່ງແວດລ້ອມ ທີ່ມີຄ່າເຂັ້ມຂຸ້ນຂອງສານເຄມີ ໃນ
ລະດັບອັນຕະລາຍສູງກວ່າ ມາດຕະຖານ ຄຸນນະພາບສິ່ງ
ແວດລ້ອມ ແລະ ມາດຕະຖານ ຄວບຄຸມມົນລະພິດແຫ່ງ
ຊາດ ຊຶ່ງເກີດຈາກໄພພິບັດທຳມະຊາດ, ອຸປະຕິເຫດ ການ
ເຄື່ອນໄຫວດໍາເນີນທຸລະກິດ ຫຼື ເຫດການອື່ນໆ. ເພື່ອສະ
ກັດກັ້ນເບື້ອງຕົ້ນ ບໍ່ໃຫ້ເກີດຄວາມເສຍຫາຍແຜ່ລາມເປັນ
ວົງກວ້າງ ແລະ ເກັບກໍາບັນດາຂໍ້ມູນຕ່າງໆ ເປັນຕົ້ນ ຕົວຢ່າງ
ຂອງດິນ, ນໍ້າ, ອາກາດ ເພື່ອນໍາມາວິໃຈໃນຫ້ອງທົດລອງ
ແລະ ການສໍາພາດປະຊາຊົນ ທີ່ຢູ່ໃກ້ຄຽງ ເຖິງສາຍເຫດ.
ຫລັງຈາກແມ່ນໄດ້ນໍາຂໍ້ມູນທັງໝົດມາວິເຄາະ ເພື່ອຄົ້ນຄວ້າ
ຫາສາຍເຫດ ແລະ ອີງໃສ່ບັນດານິຕິກໍາທີ່ກ່ຽວຂ້ອງຕ່າງໆ
ໃນການປັບໃໝ້, ທົດແທນຄ່າເສຍທີ່ສົ່ງຜົນກະທົບຕໍ່ສິ່ງ
ແວດລ້ອມ ແລະ ສັບຊິນຂອງປະຊາຊົນ. ພ້ອມກັນນັ້ນ ກໍ່
ຊອກຫາວິທີທາງແກ້ໄຂບັນຫາໃຫ້ຖືກຕ້ອງຕາມຫລັກວິຊາ
ການ ເພື່ອສະພາບແວດລ້ອມກັບຄືນສູ່ສະພາບປົກກະຕິ.
II. ຂັ້ນຕອນການລົງແກ້ໄຂບັນຫາສຸກເສີນ
	 ການດຳເນີນການລົງແກ້ໄຂບັນຫາສຸກເສີນກ່ຽວກັບ
ບັນຫາມົນລະພິດ ທາງດິນ, ນໍ້າ ແລະ ອາກາດ ແບ່ງອອກ
ເປັນຂັ້ນຕອນ ດັ່ງນີ້:
1.	 ການຮັບແຈ້ງເຫດການສຸກເສີນ;
2.	 ການກະກຽມ ແລະ ວາງແຜນ;
3.	 ການລົງເກັບກໍາຂໍ້ມູນພາກສະໜາມ;
4.	 ການສັງລວມຂໍ້ມູນ, ວິເຄາະ ແລະ ສະຫຼຸບ;
5.	 ລາຍງານ ຜົນຂອງການລົງແກ້ໄຂບັນຫາສຸກເສີນ.
30
ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
1. ການຮັບແຈ້ງເຫດການສຸກເສີນ
	 ການຮັບແຈ້ງເຫດ ການສຸກເສີນ
ກ່ຽວກັບ ບັນຫາມົນລະພິດ ທາງດິນ, ນໍ້າ
ແລະ ອາກາດ ແມ່ນໄດ້ຮັບແຈ້ງຈາກຫລາຍຊ່ອງທາງ
ເປັນຕົ້ນ ໄດ້ຮັບແຈ້ງຈາກພະນັກງານ ພາຍໃນຂະແໜງ
ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນສູນກາງ
ແລະ ທ້ອງຖິ່ນ, ສື່ສັງຄົມອອນລາຍ, ບຸກຄົນທົ່ວໄປ ແລະ
ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບໂດຍກົງ ຫລື ທາງອ້ອມ.
ພາຍຫລັງທີ່ໄດ້ການແຈ້ງແລ້ວ ຄະນະວິຊາການ ແມ່ນຈະ
ໄດ້ກວດສອບຂໍ້ມູນເບື້ອງຕົ້ນກັບຂະແໜງ ຊສ ຫລື ອົງການ
ປົກຄອງທ້ອງຖິ່ນ ກ່ຽວກັບ ສະພາບການ, ສະຖານທີເກີດ
ເຫດການສຸກເສີນ ເພື່ອປະເມີນຜົນກະທົບເບື້ອງຕົ້ນ ແລະ
ປຶກສາຫາລືວາງແຜນການ ໃນຈັດຕັ້ງປະຕິບັດ ໃຫ້ແທດ
ເໝາະກັບສະພາບການ ແລະ ຖືກຕ້ອງຕາມເຕັກນິກວິຊາ
ການໂດຍໄວທີ່ສຸດ.
2. ການກະກຽມ ແລະ ວາງແຜນ
2.1 ການກະກຽມ
	 ຄະນະ ວິຊາການ ກົມ
ຄວບຄຸມ ແລະ ຕິດຕາມກວດກາ
ມົນລະພິດ ແມ່ນຈະຕ້ອງຊອກ
ຫາຂໍ້ມູນລະອຽດ ກ່ຽວກັບ ບັນຫາ
ທີ່ເກີດຂື້ນ ເຊັ່ນ: ປະເພດ ແລະ ຂະໜາດ ກິດຈະກໍາການ
ລົງທຶນ,ສາຍເຫດເບື້ອງຕົ້ນ ທີ່ກໍ່ໃຫ້ເກີດບັນຫາມົນລະພິດ
ແມ່ນມາຈາກທໍາມະຊາດ ຫລື ຈາກການກະທໍາຂອງມະນຸດ.
ໃນກໍລະນີເກີດຈາກການກະທໍາຂອງມະນຸດ ກິດຈະກໍາໄດ້
ຮັບອະນຸຍາດຈາກຂະແໜງການໃດ, ໄດ້ຮັບຮອງ ກ່ຽວກັບ
ໃບຢັ້ງຢືນ ດ້ານສິ່ງແວດລ້ອມ ແລະ ມີບັນດາເອກະສານ
ຕ່າງໆທີ່ກ່ຽວຂ້ອງ. ພ້ອມທັງແຈ້ງໃຫ້ຂະແໜງການທີ່ກ່ຽວ
ຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຮັບຊາບ ເພື່ອຢືນຢັນການ
ເຂົ້າຮ່ວມໃນຄະນະແກ້ໄຂບັນຫາສຸກເສີນ. ໄລຍະການກະ
ກຽມບໍ່ຄວນໃຊ້ເວລາເກີນ 1 ມື້.
2.2 ການແຕ່ງຕັ້ງຄະນະໃນການແກ້ໄຂບັນຫາສຸກເສີນ ກ່ຽວ
ກັບ ບັນຫາມົນລະພິດ ທາງດິນ, ນໍ້າ ແລະ ອາກາດ ມີດັ່ງນີ້:
	 ຕ້ອງປະກອບມີຫົວໜ້າ ຫລື ຜູ້ຕາງໜ້າຈາກຫ້ອງ
ການເມືອງ,ເທດສະບານ,ນະຄອນ,ຜູ້ຕາງໜ້າຈາກພະແນກ
ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ,
ນະຄອນຫຼວງ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ
ຂັ້ນທ້ອງຖິ່ນ ສະຖານທີເກີດເຫດສຸກເສີນ ກ່ຽວກັບ ບັນຫາ
ມົນລະພິດ ທາງດິນ, ນໍ້າ ແລະ ອາກາດ ເຂົ້າຮ່ວມ ເພື່ອ
ຮັບຊາບບັນຫາ ແລະ ຫາວິທີທາງແກ້ໄຂຮ່ວມກັນ;
	 ສໍາລັບ ພາກສ່ວນຄະນະແກ້ໄຂບັນຫາສຸກເສີນ ຂັ້ນ
ສູນກາງ ແມ່ນປະກອບມີ ຄະນະວິຊາການຈາກກົມຄວບ
ຄຸມ ແລະ ຕິດຕາມກວດກາ ມົນລະພິດເປັນຫົວໜ້າຄະນະ,
ຜູ້ຕາງໜ້າກົມສິ່ງແວດລ້ອມ, ຄະນະວິຊາການ ສະຖາບັນ
ຄົ້ນຄ້ວາ ຂໍ້ມູນຂ່າວສານ ຊັບພະຍາກອນທໍາມະຊາດ ແລະ
ສິ່ງແວດລ້ອມ ໃນການລົງເກັບຕົວຢ່າງ ດິນ, ນໍ້າ ແລະ ອາ
ກາດ ໃນພາກສະໜາມເພື່ອມາວິໃຈ້ໃນຫ້ອງທົດລອງ, ຜູ້
ຕາງຂະແໜງການທີ່ກ່ຽວຂ້ອງໃນການລົງທຶນ ແລະ ກິດຈະ
ການຕ່າງໆຂັ້ນສູນກາງ.
2.3 ການວາງແຜນ
	 ຄະນະວິຊາການ ທີ່ຈະລົງເຮັດວຽກພາກສະໜາມ
ຕ້ອງຂື້ນແຜນໂດຍໄວ ເພື່ອໃຫ້ທັນສະພາບການ ໂດຍການ
ກໍານົດຈໍານວນຄົນທີ່ເຂົ້າຮ່ວມ, ປະສານງານກັບອົງການ
ປົກຄອງທ້ອງຖິ່ນ ເພື່ອຈັດກອງປະຊຸມປຶກສາຫາລື, ກໍານົດ
ສະຖານທີທີ່ຈະຕ້ອງລົງໄປເກັບຕົວຢ່າງ, ພະນັກງານທີ່ເຮັດ
ວຽກໃນກິດຈະການລົງທຶນ, ສໍາພາດປະຊາຊົນທີ່ໄດ້ຮັບຜົນ
ກະທົບ, ກະກຽມເຄື່ອງມືອຸປກອນທີ່ຈໍາເປັນເພື່ອໃຊ້ໃນການ
ເກັບຕົວຢ່າງ ແລະ ເຄື່ອງວັດແທກເບື້ອງຕົ້ນ, ກໍານົດໄລຍະ
ເວລາທີ່ຈະລົງໄປເຮັດວຽກຕົວຈິງພາກສະໜາມ, ພາຫະນະ
ໃນການເດີນ ແລະ ງົບປະມານທີ່ໃຊ້ໃນການລົງເຄື່ອນໄຫວ
ຕາມແຕ່ລະກໍລະນີ.
Magazines 06 2021 final
Magazines 06 2021 final
Magazines 06 2021 final
Magazines 06 2021 final
Magazines 06 2021 final
Magazines 06 2021 final
Magazines 06 2021 final
Magazines 06 2021 final
Magazines 06 2021 final
Magazines 06 2021 final
Magazines 06 2021 final

Contenu connexe

Tendances

003 ใบความรู้ที่3.9-มุมกล้องสุดสวย
003 ใบความรู้ที่3.9-มุมกล้องสุดสวย003 ใบความรู้ที่3.9-มุมกล้องสุดสวย
003 ใบความรู้ที่3.9-มุมกล้องสุดสวย
Samorn Tara
 
Rancangan kebijakan-dan-strategi-perkotaan-nasional-kspn-ringkasan
Rancangan kebijakan-dan-strategi-perkotaan-nasional-kspn-ringkasanRancangan kebijakan-dan-strategi-perkotaan-nasional-kspn-ringkasan
Rancangan kebijakan-dan-strategi-perkotaan-nasional-kspn-ringkasan
infosanitasi
 
pengembangan-agropolitan-di-jawa-tengah.ppt
pengembangan-agropolitan-di-jawa-tengah.pptpengembangan-agropolitan-di-jawa-tengah.ppt
pengembangan-agropolitan-di-jawa-tengah.ppt
CIPTAKARYAMETRO
 
แผนยุทธศาสตร์ระบบนิเวศทางทะเล อุทยานแห่งชาติตะรุเตา
แผนยุทธศาสตร์ระบบนิเวศทางทะเล อุทยานแห่งชาติตะรุเตาแผนยุทธศาสตร์ระบบนิเวศทางทะเล อุทยานแห่งชาติตะรุเตา
แผนยุทธศาสตร์ระบบนิเวศทางทะเล อุทยานแห่งชาติตะรุเตา
yah2527
 

Tendances (20)

Carrying Capacity
Carrying CapacityCarrying Capacity
Carrying Capacity
 
3.1. memahami industri pariwisata
3.1. memahami industri pariwisata3.1. memahami industri pariwisata
3.1. memahami industri pariwisata
 
Lampiran III 1 Peta Zonasi Kecamatan
Lampiran III 1 Peta Zonasi Kecamatan Lampiran III 1 Peta Zonasi Kecamatan
Lampiran III 1 Peta Zonasi Kecamatan
 
141104 intro to mice for dusit college nov 8
141104 intro to mice for dusit college nov 8141104 intro to mice for dusit college nov 8
141104 intro to mice for dusit college nov 8
 
Perencanaan NSPK penataan ruang
Perencanaan NSPK penataan ruangPerencanaan NSPK penataan ruang
Perencanaan NSPK penataan ruang
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
 
8 1 บทบาทและหน้าที่ของมัคคุเทศก์อาสา
8 1 บทบาทและหน้าที่ของมัคคุเทศก์อาสา8 1 บทบาทและหน้าที่ของมัคคุเทศก์อาสา
8 1 บทบาทและหน้าที่ของมัคคุเทศก์อาสา
 
Incentive
IncentiveIncentive
Incentive
 
Kota baru
Kota baruKota baru
Kota baru
 
003 ใบความรู้ที่3.9-มุมกล้องสุดสวย
003 ใบความรู้ที่3.9-มุมกล้องสุดสวย003 ใบความรู้ที่3.9-มุมกล้องสุดสวย
003 ใบความรู้ที่3.9-มุมกล้องสุดสวย
 
การจัดการท่องเที่ยวสีเขียว Green Tourism
การจัดการท่องเที่ยวสีเขียว Green Tourismการจัดการท่องเที่ยวสีเขียว Green Tourism
การจัดการท่องเที่ยวสีเขียว Green Tourism
 
Sistem perencanaan kepariwisataan
Sistem perencanaan kepariwisataanSistem perencanaan kepariwisataan
Sistem perencanaan kepariwisataan
 
Exhibition
ExhibitionExhibition
Exhibition
 
230616_Final_กลยุทธ์การใช้งานเทศกาลเพื่อส่งเสริมเศรษฐกิจของเมือง_BMA.pdf
230616_Final_กลยุทธ์การใช้งานเทศกาลเพื่อส่งเสริมเศรษฐกิจของเมือง_BMA.pdf230616_Final_กลยุทธ์การใช้งานเทศกาลเพื่อส่งเสริมเศรษฐกิจของเมือง_BMA.pdf
230616_Final_กลยุทธ์การใช้งานเทศกาลเพื่อส่งเสริมเศรษฐกิจของเมือง_BMA.pdf
 
Rencana Induk Persampahan (Master Plan)
Rencana Induk  Persampahan (Master Plan)Rencana Induk  Persampahan (Master Plan)
Rencana Induk Persampahan (Master Plan)
 
Rancangan kebijakan-dan-strategi-perkotaan-nasional-kspn-ringkasan
Rancangan kebijakan-dan-strategi-perkotaan-nasional-kspn-ringkasanRancangan kebijakan-dan-strategi-perkotaan-nasional-kspn-ringkasan
Rancangan kebijakan-dan-strategi-perkotaan-nasional-kspn-ringkasan
 
Rakor Penyelenggaraan Pengendalian Pemanfaatan Ruang dan Penguasaan Tanah Pro...
Rakor Penyelenggaraan Pengendalian Pemanfaatan Ruang dan Penguasaan Tanah Pro...Rakor Penyelenggaraan Pengendalian Pemanfaatan Ruang dan Penguasaan Tanah Pro...
Rakor Penyelenggaraan Pengendalian Pemanfaatan Ruang dan Penguasaan Tanah Pro...
 
pengembangan-agropolitan-di-jawa-tengah.ppt
pengembangan-agropolitan-di-jawa-tengah.pptpengembangan-agropolitan-di-jawa-tengah.ppt
pengembangan-agropolitan-di-jawa-tengah.ppt
 
แผนยุทธศาสตร์ระบบนิเวศทางทะเล อุทยานแห่งชาติตะรุเตา
แผนยุทธศาสตร์ระบบนิเวศทางทะเล อุทยานแห่งชาติตะรุเตาแผนยุทธศาสตร์ระบบนิเวศทางทะเล อุทยานแห่งชาติตะรุเตา
แผนยุทธศาสตร์ระบบนิเวศทางทะเล อุทยานแห่งชาติตะรุเตา
 
Geografi pariwisata indonesia (manajemen resort dan leisure) pendahuluan
Geografi pariwisata indonesia (manajemen resort dan leisure)    pendahuluanGeografi pariwisata indonesia (manajemen resort dan leisure)    pendahuluan
Geografi pariwisata indonesia (manajemen resort dan leisure) pendahuluan
 

Similaire à Magazines 06 2021 final

Similaire à Magazines 06 2021 final (6)

Newsleter doe I
Newsleter doe INewsleter doe I
Newsleter doe I
 
Newsleter deqp
Newsleter deqpNewsleter deqp
Newsleter deqp
 
Newsleter Deep II
Newsleter Deep IINewsleter Deep II
Newsleter Deep II
 
Newsleter vii deqp for print size 265x210l
Newsleter vii deqp for print size 265x210lNewsleter vii deqp for print size 265x210l
Newsleter vii deqp for print size 265x210l
 
Newsleter deqp xi
Newsleter deqp xiNewsleter deqp xi
Newsleter deqp xi
 
Newsleter deqp x
Newsleter deqp xNewsleter deqp x
Newsleter deqp x
 

Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (17)

Magazines v2 12 2020
Magazines v2 12 2020Magazines v2 12 2020
Magazines v2 12 2020
 
Magazines 04 2021 final
Magazines 04 2021 finalMagazines 04 2021 final
Magazines 04 2021 final
 
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2hຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2h
 
ການວິເຄາະ 5 w2h
ການວິເຄາະ 5 w2hການວິເຄາະ 5 w2h
ການວິເຄາະ 5 w2h
 
ອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມ
 
Guidelide green-school lao
Guidelide green-school laoGuidelide green-school lao
Guidelide green-school lao
 
Newsleter deqp xii
Newsleter deqp xiiNewsleter deqp xii
Newsleter deqp xii
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Newsleter deqp iv
Newsleter deqp ivNewsleter deqp iv
Newsleter deqp iv
 
Newsleter deqp v
Newsleter deqp vNewsleter deqp v
Newsleter deqp v
 
Newsleter deqp vi
Newsleter deqp viNewsleter deqp vi
Newsleter deqp vi
 
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp viii
 
Newsleter deqp ix
Newsleter deqp ixNewsleter deqp ix
Newsleter deqp ix
 
Move
MoveMove
Move
 
Newsleter iii deqp for print size 265x210l
Newsleter iii deqp for print size 265x210lNewsleter iii deqp for print size 265x210l
Newsleter iii deqp for print size 265x210l
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 

Magazines 06 2021 final

  • 2.
  • 3. 1. ບົດຄຳເຫັນຂອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ....... ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ...... ວັນທີ 5 ມິຖຸນາ 2021 ................................................................................................ 4 2. ພິທີປະກາດ ການແຕ່ງຕັ້ງຮອງລັດຖະມົນຕີ ແລະ ປະກາດພະນັກງານ ອອກພັກການ-ຮັບ...... ອຸດໜູນບໍານານ ຂອງກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ......................... 7 3. ພິທີປະກາດ ພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜຸນບຳນານ ແລະ ການປະດັບ. ຫຼຽນໄຊແຮງງານໃຫ້ແກ່ບຸກຄົນ ທີ່ໄດ້ປະກອບສ່ວນເຂົ້າໃນການປັບປຸງກົດໝາຍ ວ່າດ້ວຍ ທີ່ດິນ,... ກົດໝາຍ ວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ ແລະ ສ້າງກົດໝາຍ ວ່າດ້ວຍ ອຸຕຸນິຍົມ ແລະ....... ອຸທົກກະສາດ............................................................................................................. 9 4. ກອງປະຊຸມ ປືກສາຫາລື ກ່ຽວກັບ ການບໍລິຫານຈັດການນໍ້າຂອງເຂື່ອນ ແລະ ການແຈ້ງເຕືອນ ໄພນໍ້າຖ້ວມ ............................................................................................................. 12 5. ເປັນຫຍັງ ເຮົາຈຶ່ງ ຟື້ນຟູລະບົບນິເວດ ........................................................................ 14 6. ຂັ້ນຕອນ ການລົງແກ້ໄຂບັນຫາສຸກເສີນ ກ່ຽວກັບ ມົນລະພິດ ທາງດິນ, ນໍ້າ ແລະ ອາກາດ....... ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ .................................................................................... 29 7. ສະຫຼຸບການຂື້ນທະບຽນທີ່ດິນທົ່ວປະເທດ ປະຈຳເດືອນ ມິຖຸນາ 2021 .............................. 34 8. ຂໍ້ຕົກລົງ ວ່າດ້ວຍ ຂໍ້ຫ້າມ ແລະ ວິໄນ ຂອງພະນັກງານ-ລັດຖະກອນຂະແໜງການຊັບພະຍາ... ກອນທຳມະຊາດ ແລະ ສິ່ງແວດລ້ອມ............................................................................. 37 9. ຖາມ-ຕອບ ບັນຫາທີ່ດິນ ກ່ຽວກັບ ຜູ້ທີ່ຊື້ສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດສາມາດ.. ເອົາທີ່ດິນຂອງຕົນຊື້ນັ້ນ ມອບໂອນ, ຊື້/ຂາຍ, ໃຫ້ເຊົ່າ, ແລກປ່ຽນ, ຄໍ້າປະກັນການກູ້ຢືມ, ເປັນຮຸ້ນ.. ນໍາບຸກຄົນ ຫຼື ນິຕິບຸກຄົນພາຍໃນ ຫຼື ຕ່າງປະເທດ ໄດ້ ຫຼື ບໍ ? ............................................. 40
  • 4. ບົດຄຳເຫັນຂອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2021 4 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມື້ນີ້, ໃນທ່າມກາງບັນຍາກາດ ການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກວັນທີ5ມິຖຸນາ2021ໝູນວຽນ ມາອີກວາລະໜຶ່ງ ຄົບຮອບ 49 ປີ, ຂ້າພະເຈົ້າ ຕາງໜ້າໃຫ້ ລັດຖະບານ ທີ່ຮັບຜິດຊອບວຽກງານຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ຮູ້ສຶກເປັນກຽດ ແລະ ພາກພູມໃຈ ເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບຂະແໜງການ, ອົງການປົກຄອງ ທ້ອງຖິ່ນ,ພາກເອກະຊົນ,ຄູ່ຮ່ວມພັດທະນາແລະປະຊາຊົນ ບັນດາເຜົ່າໃນທົ່ວປະເທດ ກໍ່ຄືປະຊາຊາດໃນທົ່ວໂລກ ທີ່ ພ້ອມກັນສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ເຊິ່ງເປັນ ວັນດຽວກັນກັບວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 22 ປີ. ສໍາລັບຄໍາຂວັນປີນີ້ອົງການສະຫະປະຊາຊາດເພື່ອສິ່ງແວດ ລ້ອມ ໄດ້ກໍານົດ ພາຍໃຕ້ຫົວຂໍ້ທີ່ວ່າ “ຮ່ວມແຮ່ງຮ່ວມໃຈກັນ ຟື້ນຟູລະບົບນິເວດ Ecosystem Restoration.” ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໃນ ແຕ່ລະປີ ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ ຈະມີການມອບຄວາມຮັບຜິດຊອບ ໃຫ້ປະເທດໃດໜື່ງ ເປັນ ເຈົ້າພາບ. ສຳລັບ ປີນີ້ ແມ່ນປະເທດໃນຂົງເຂດທະວີບອາຊີ ຄື: ປະເທດ ປາກີສະຖານ ເປັນເຈົ້າພາບ ວັນສິ່ງແວດລ້ອມ ໂລກປີ 2021, ເນື່ອງຈາກວ່າ ເລີ່ມແຕ່ປີ 2014 ລັດຖະບານ ຂອງປະເທດປາກີສະຖານໄດ້ມີພະຍາຍາມຈັດຕັ້ງປະຕິບັດ ໂຄງການ ປູກປ່າທີ່ໃຫຍ່ທີ່ສຸດໃນໂລກ ພາຍໃຕ້ໂຄງການ
  • 5. ສະບັບເດືອນ ມິຖຸນາ 2021 5 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ “ຕົ້ນໄມ້ 10ຕື້ ຕົ້ນ ຊິນາມິ’’ ເຊິ່ງເປັນໂຄງການຂະຫຍາຍ ແລະ ຟື້ນຟູປ່າໄມ້ທົ່ວປະເທດ ເພື່ອເປັນການເພີ້ມເນື້ອທີ່ປ່າ ປົກຫຸ້ມໃນເຂດແຄມຝັ່ງທະເລ ແລະ ປ່າອື່ນໆ ລວມທັງການ ປູກຕົ້ນໄມ້ໃນເຂດຕົວເມືອງ ໂດຍມີເປົ້າໝາຍການຟື້ນຟູປ່າ ໄມ້ຫຼາຍກ່ວາ 1 ລ້ານເຮັກຕາ ຮອດປີ 2030 (ພາຍໃຕ້ໂຄງ ການ Bonn Challenge 2030). ພ້ອມນັນ, ຍັງໄດ້ສ້າງຕັ້ງ ກອງທຶນຟື້ນຟູລະບົບນິເວດ ທີ່ສະໜັບສະໜູນໃຫ້ແກ່ ການ ຮັບມືກັບການປ່ຽນແປງດິນຟ້າອາກາດ, ການແກ້ໄຂບັນຫາ ໄພພິບັດທາງທໍາມະຊາດ ແລະ ສົ່ງເສີມການປົກປັກຮັກສາ ຊິວະນາໆພັນ. ຈຸດປະສົງຂອງການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ໃນແຕ່ລະປີ ແມ່ນເພື່ອເປັນການໂຄສະນາເຜີຍແຜ່, ສ້າງ ຈິດສໍານຶກ ແລະ ປຸກລະດົມທົ່ວສັງຄົມ ໃຫ້ພ້ອມກັນປົກປັກ ຮັກສາ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ແບບປະຢັດ, ສົມເຫດສົມຜົນ, ເກີດປະໂຫຍດສູງສຸດ ແລະ ຍືນຍົງ. ເພື່ອສະຫງວນ ແລະ ຟື້ນຟູ ແຫຼ່ງນໍ້າ, ປ່າໄມ້, ຊີວະ ນາໆພັນ ເພື່ອຮັກສາຄວາມສົມດູນຂອງລະບົບນິເວດໄປ ພ້ອມກັບການປົກປັກຮັກສາສິ່ງແວດລ້ອມ ໃຫ້ປະສະຈາກ ມົນລະພິດ, ຫລຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ແລະ ໄພພິບັດທາງທໍາມະຊາດ. ປັດຈຸບັນນີ້ ໂລກຂອງເຮົາກຳລັງປະເຊີນໜ້າກັບສິ່ງທ້າທາຍ ຫຼາຍຢ່າງ ເປັນຕົ້ນ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19, ການປ່ຽນແປງດິນຟ້າອາກາດ, ການເພີ້ມຂຶ້ນ ຂອງສິ່ງເສດເຫຼືອ, ການຂະຫຍາຍຕົວຂອງປະຊາກອນຢ່າງ ໄວວາ, ການເຊື່ອມໂຊມຂອງລະບົບນິເວດ, ການຫຼຸດໜ້ອຍ ຖອຍລົງຂອງຊັບພະຍາກອນທຳມະຊາດ ເຊິ່ງເຮັດໃຫ້ມີ ຜົນກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດໃນທົ່ວ ໂລກ ໂດຍສະເພາະ ແມ່ນປະເທດທີ່ດ້ອຍພັດທະນາທີ່ໄດ້ ຮັບຜົນກະທົບຢ່າງໜັກໜ່ວງ. ດັ່ງນັ້ນ ອົງການສະຫະປະຊາ ຊາດ ເພື່ອສິ່ງແວດລ້ອມ ຈື່ງໄດ້ມີຄວາມພະຍາຍາມຊຸກຍູ້ ໃຫ້ບັນດາປະເທດຕ່າງໆໃນທົ່ວໂລກ ໃຫ້ຮ່ວມກັນແກ້ໄຂ. ສະເພາະປີນີ້,ອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ ໄດ້ກໍານົດຫົວຂໍ້ ສຳລັບ ວັນສິ່ງແວດລ້ອມໂລກ ໄປພ້ອມກັບ ການປະກາດເອົາປີ 2021-2030 ເປັນທົດສະວັດ ຂອງການ ຟື້ນຟູລະບົບນິເວດ ຂອງສະຫະປະຊາຊາດ ເຊິ່ງມີຫຼາຍກວ່າ 70 ປະເທດ ຮັບຮອງເອົາການຈັດຕັ້ງປະຕິບັດຂອງທົດສະ ວັດດັ່ງກ່າວ ເພື່ອປົກປັກຮັກສາ ແລະ ຟື້ນຟູລະບົບນິເວດ ໃນທົ່ວໂລກ, ເພື່ອຜົນປະໂຫຍດຂອງມະນຸດ ແລະ ທຳມະ ຊາດ. ຍ້ອນການສູນເສຍລະບົບນິເວດ ເຮັດໃຫ້ແຫຼ່ງດູດຊັບ ທາດກາກບອນຂອງໂລກຫຼຸດລົງ, ແຕ່ຄວາມອາດສາມາດ ໃນການດູດຊັບພັດໜ້ອຍທີ່ສຸດ. ຈາກການລາຍງານຂອງ ອົງການສະມັດຊາໃຫຍ່ ຂອງສະຫະປະຊາຊາດ ສະແດງ ໃຫ້ເຫັນວ່າ ການປ່ອຍທາດອາຍເຮືອນແກ້ວໃນທົ່ວໂລກ ແມ່ນໄດ້ເພີ່ມຂຶ້ນ 3 ປີ ຕິດຕໍ່ກັນ ແລະ ການເກີດຂຶ້ນຂອງ ເຊື້ອພະຍາດ ໂຄວິດ-19 ໄດ້ເຕືອນໃຫ້ເຮົາຮູ້ວ່າ ຜົນທີ່ຕາມ ມາຂອງການສູນເສຍລະບົບນິເວດ ແມ່ນຮຸນແຮງລະດັບ ໃດ. ສໍາລັບ ສປປ ລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍ ຊັບພະຍາກອນທໍາມະຊາດ,ເວົ້າລວມເວົ້າ,ສະເພາະຄວາມ ອຸດົມສົມບູນ ຂອງລະບົບນິເວດ ແລະ ຊີວະນາໆພັນ, ເຊິ່ງ ຄວາມອຸດົມສົມບູນ ຂອງແຫຼ່ງຊັບພະຍາກອນ ແມ່ນແຕກ ຕ່າງກັນ ຕາມແຕ່ລະພື້ນທີ່ພູມສັນຖານ ແລະ ເຂດອາກາດ ຂອງປະເທດ. ເຖິງຢ່າງໃດກໍ່ຕາມ, ໃນປັດຈຸບັນພວກເຮົາ ກຳລັງປະເຊີນກັບສີ່ງທ້າທາຍຫຼາຍຢ່າງເປັນຕົ້ນ: ການປ່ຽນ ແປງດີນຟ້າອາກາດ,ຍັງມີການເອື່ອຍອີງໃສ່ຊັບພະຍາກອນ ທໍາມະຊາດ ເປັນຕົ້ນຕໍ ໃນການພັດທະນາເສດຖະກິດ, ການ ຂະຫຍາຍຕົວຂອງຕົວເມືອງ ເຊີ່ງເຮັດໃຫ້ເກີດມີບັນຫາຕໍ່ ຄຸນນະພາບນ້ຳ, ຄຸນນະພາບອາກາດ, ການປົນເປື້ອນຂອງ ສານເຄມີ, ບັນຫາຂີ້ເຫຍື້ອເພີ້ມຂື້ນ ແຕ່ການກໍາຈັດບໍ່ທັນ ເປັນລະບົບ, ການເຊື່ອມໂຊມຂອງລະບົບນິເວດ ແລະ ຊີວະ ນາໆພັນມີທ່າອ່ຽງຖືກທໍາລາຍ, ເຊິ່ງທັງໝົດນັ້ນ ເປັນບັນຫາ ທີ່ລັດຖະບານພວກເຮົາ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈ ໃສ່ຊີ້ນຳຢ່າງໃກ້ສິດ ໃນການແກ້ໄຂຢ່າງຮີບດ່ວນ. ໂດຍຕະ ຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ ໃນການວາງນະໂຍບາຍ, ຍຸດທະສາດ ແລະ ມາດຕະການ ຕ່າງໆໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະ ຊາດ ຕາມທິດຍືນຍົງ, ໂດຍໄດ້ມີນິຕິກໍາທີ່ໄດ້ສ້າງ ແລະ ປັບ ປຸງ ໃນແຕ່ລະໄລຍະເປັນຕົ້ນ: ກົດໝາຍ ວ່າດ້ວຍ ການປົກ ປັກຮັກສາສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍ ປ່າໄມ້, ກົດ ໝາຍ ວ່າດ້ວຍ ນໍ້າ ແລະ ຊັບພະຍາກອນນໍ້າ ແລະ ອື່ນໆ ທີ່ຕິດພັນກັບໃນວຽກງານດັ່ງກ່າວ ເວົ້າລວມ, ເວົ້າສະເພາະ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດທັດ ສະນະພື້ນຖານກໍ່ຄືທິດທາງລວມ ໃນແຕ່ລະຂົງເຂດວຽກ ງານການຄຸ້ມຄອງຊັບພະຍາກອນທໍາມະຊາດແລະສິ່ງແວດ
  • 6. 6 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລ້ອມ ໃນຕະຫຼອດໄລຍະ 5 ປີ ຕໍ່ໜ້າ ກໍ່ຄືການຮັບຮອງເອົາ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ເຊີ່ງເປັນບ່ອນອີງ ແລະ ແຜນວຽກຈຸດສຸມ ທີ່ພວກເຮົາທຸກພາກສ່ວນ ຈະໄດ້ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດ ເພືອໃຫ້ບັນລຸຄາດໝາຍທີ່ວາງໄວ້ປະກົດ ຜົນເປັນຈິງ. ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໃນປີນີ້, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈະໄດ້ສະເຫຼີມສະຫຼອງໄປຄຽງຄູ່ກັບ ວັນປູກຕົ້ນໄມ້ແຫ່ງ ຊາດວັນທີ1ເດືອນມິຖຸນາແລະວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ 2021 ຄືກັບທຸກໆປີ ໂດຍປະສານສົມທົບ ກັບທຸກພາກສ່ວນທີ່ກ່ຽວຂ້ອງ, ອົງການປົກຄອງຂັ້ນແຂວງ, ນະຄອນຫຼວງ, ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ບັນດາຄູ່ຮ່ວມພັດທະນາ, ບໍລິສັດ ແລະ ທຸກພາກສ່ວນທີ່ ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ເພື່ອໂຄສະນາເຜີຍແຜ່ ແລະ ປຸກລະດົມທົ່ວປວງຊົນ ໂດຍຮູບການອອກຂ່າວ ຜ່ານສື່ຕ່າງໆ ເຊັ່ນ: ໂທລະພາບ, ວິທະຍຸ, ສືສິ່ງພິມ, ດຳເນີນ ກິດຈະກຳສ້າງຈິດສຳນຶກຜ່ານສື່ອອນລາຍ ແລະ ອື່ນໆ. ສໍາລັບ ຢູ່ຂັ້ນທ້ອງຖິ່ນ ກໍ່ໄດ້ມີການຈັດກິດຈະກໍາຕ່າງ ເພື່ອ ສະເຫຼີມສະຫຼອງວັນດັ່ງກ່າວຢ່າງຟົດຟື້ນ ແລະ ເປັນຂະບວນ ເຊັ່ນກັນ ໃນສະພາບທີ່ສາມາດປະຕິບັດໄດ້ ຕາມມາດຕະ ການປ້ອງກັນຂອງຄະນະສະເພາະກິດ ຕ້ານການແຜ່ລະ ບາດຂອງພະຍາດໂຄວິດ 19. ໃນທ່າມກາງການສະເຫຼີມ ສະຫຼອງວັນດັ່ງກ່າວນີ້, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍ ຊົມເຊີຍ ມາຍັງບັນດາຂະແໜງການ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການປົກຄອງຂັ້ນແຂວງ, ນະຄອນຫຼວງ, ອົງ ການຈັດຕັ້ງ ທັງພາກລັດ, ພາກເອກະຊົນ, ບັນດາຄູ່ຮ່ວມ ພັດທະນາ, ບໍລິສັດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນຂອບ ເຂດທົ່ວປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ກໍ່ຄືການບູ ລະນະຟື້ນຟູລະບົບນິເວດ ໂດຍສະເພາະແມ່ນ ການອະນຸ ລັກຊີວະນາໆພັນໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໃນຜ່ານມາ. ນະໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງເຖິງທຸກພາກສ່ວນ ຂອງສັງຄົມ ສືບຕໍ່ໃຫ້ຄວາມຮ່ວມມື ແລະ ຈົ່ງພ້ອມກັນ ເຂົ້າຮ່ວມຢ່າງຫ້າວຫັນ, ຫັນປ່ຽນພຶດຕິກຳ ແລະ ຈິນຕະນາ ການຂອງຕົນໃຫ້ໄປສູ່ການເຄື່ອນໄຫວ ທີ່ເປັນມິດກັບຊັບ ພະຍາກອນທໍາມະຊາດ ກໍ່ຄືລະບົບນິເວດ ແລະ ສິ່ງແວດ ລ້ອມ, ບົນພື້ນຖານການນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງປະຢັດ, ຟື້ນຟູຄືນລະບົບນິເວດທີ່ຖືກທໍາລາຍ ຕາມຄໍາ ຂວັນ “ຮ່ວມແຮ່ງຮ່ວມໃຈກັນ ຟື້ນຟູລະບົບນິເວດ” ເພື່ອສ້າງ ຄວາມສົມດູນຂອງລະບົບນິດເວດໃຫ້ມີຄວາມອຸດົມສົມບູນ ຂື້ນໄປເລື້ອຍໆ ໂດຍເລີ່ມຈາກຕົວເຮົາເອງປູກຕົ້ນໄມ້ໃຫ້ໄດ້ ຢ່າງໜ້ອຍຜູ້ລະຕົ້ນ ເພື່ອເພີ້ມພື້ນທີ່ສີຂຽວໃນບ້ານ, ໂຮງ ຮຽນ, ສໍານັກງານ ແລະ ຕົວເມືອງຂອງຕົນ, ປົກປັກຮັກສາ ແລະ ຟື້ນຟູປ່າໄມ້ ກໍ່ຄືລະບົບນິເວດທີ່ຢູ່ທ້ອງຖິ່ນຕົນ ໃຫ້ມີ ຄວາມອຸດົມສົມບູນ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ທັງໝົດນັ້ນ ກໍ່ເພື່ອສະໜັບໜູນໃຫ້ເສດຖະກິດຂອງ ສປປ ລາວ ມີຄວາມເຂັ້ມແຂງ, ປະກອບສ່ວນເປັນແຫລ່ງຊືມຊັບ ທາດອາຍເຮືອນແກ້ວ, ທັງເປັນປະກອບສ່ວນໃຫ້ແກ່ ບັນລຸ ເປົ້າໝາຍດ້ານການພັດທະນາແບບຍືນຍົງ ຂອງສະຫະປະ ຊາຊາດ ກໍ່ຄື ບັນດາພັນທະສາກົນ ທີ່ ສປປລາວ ໄດ້ໃຫ້ ສັດຕະຍາບັນ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໄຊ ອັນປະເສີດມາຍັງບັນດາທ່ານ ການນຳ ພັກ-ລັດ, ພະນັກງານ-ລັດຖະກອນ, ຜູ້ຊົງຄຸນວຸດທິ, ນັກທຸ ລະກິດ, ຄູ່ຮ່ວມພັດທະນາ, ຕະຫຼອດຮອດປະຊາຊົນລາວ ບັນດາເຜົ່າ ໃນທົ່ວປະເທດ ຈົ່ງມີພາລະອານາໄມສົມບູນ, ມີຄວາມຜາສຸກ, ສໍາເລັດທຸກໜ້າທີ່ວຽກງານ, ຂໍໃຫ້ພວກເຮົາ ເອົາໃຈໃສ່ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການ ປ້ອງກັນເຊື້ອພະຍາດ ໂຄວິດ 19 ຢ່າງເຂັ້ມງວດ ແລະ ພ້ອມ ກັນຜ່ານຜ່າວິກິດນີ້ໄປດ້ວຍດີ.
  • 7. ພິທີປະກາດ ການແຕ່ງຕັ້ງຮອງລັດຖະມົນຕີ ແລະ ປະກາດ ພະນັກງານ ອອກພັກການ-ຮັບອຸດໜູນບໍານານ ຂອງກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະບັບເດືອນ ມິຖຸນາ 2021 7 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕອນບ່າຍ ວັນທີ 30 ມິຖຸນາ 2021 ຢູ່ທີ່ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີການ ຈັດພິທີປະກາດ ການແຕ່ງຕັ້ງຮອງລັດຖະມົນຕີ ແລະ ປະ ກາດ ພະນັກງານ ອອກພັກການ-ຮັບອຸດໜູນບໍານານ ຂອງ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະ ມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ພິທີດັ່ງກ່າວ ມີຄະນະນຳກະຊວງ, ຫົວໜ້າ/ຮອງກົມ, ຫົວໜ້າ/ຮອງພະແນກ ພ້ອມດ້ວຍພະນັກງານ ວິຊາການ, ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ແລະ ຕາງໜ້າຫ້ອງ ວ່າການ ສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມລວມ ທັງໝົດ 86 ທ່ານ, ຍິງ 17 ທ່ານ.
  • 8. 8 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນພິທີ ທ່ານ ທົງສັກ ກົມມະເມືອງ, ຮອງຫົວໜ້າກົມຄຸ້ມ ຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນອ່ານ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຜູ້ໃໝ່ ໃນຈຳນວນ 2 ທ່ານ ຄື: 1) ທ່ານ ຈັນທະເນດ ບົວລະພາ, 2) ທ່ານ ພູວົງ ຫຼວງໄຊຊະນະ. ຈາກນັ້ນກໍ່ໄດ້ອ່ານດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍ ການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນ ບໍານານ ຈໍານວນ 1 ທ່ານ ຄື: ທ່ານ ຄໍາພາ ພົມມະໄກສອນ ກຳມະການພັກ, ກະຊວງ, ຫົວໜ້າກົມກວດກາ ກະຊວງ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ.ພາຍຫຼັງປະ ກາດຢ່າງເປັນທາງການແລ້ວ, ທ່ານ ພູວົງ ຫຼວງໄຊຊະນະ ໄດ້ຕາງໜ້າ ຜູ້ທີ່ຖືກແຕ່ງຕັ້ງເປັນຮອງລັດຖະມົນຕີ (ຜູ້ໃໝ່) ກໍ່ໄດ້ຂຶ້ນກ່າວ ມີຄຳເຫັນໃນໂອກາດທີ່ໄດ້ຮັບໜ້າທີ່ໃໝ່ ແລະ ທ່ານ ຄຳພາ ພົມມະໄກສອນ ຜູ້ທີ່ເຂົ້າຮັບອຸດໜູນບຳນານ ກໍ່ໄດ້ຂຶ້ນກ່າວ ມີຄຳເຫັນຕໍ່ກັບບົດຮຽນການຊີ້ນຳ-ນຳພາ ແລະ ປະສົບການໃນໄລຍະເຮັດການປະຕິວັດຜ່ານມາ, ຈາກນັ້ນ ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງ ພັກ,ເລຂາຄະນະພັກ,ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ຂຶ້ນໃຫ້ການໂອ້ລົມ ຕໍ່ພິທີ ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ 2 ທ່ານ ທີ່ໄດ້ຮັບ ການແຕ່ງຕັ້ງດຳລົງຕຳແໜ່ງເປັນຮອງລັດຖະມົນຕີ ກະຊວງ ຊຶ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຢ່າງຕັ້ງໜ້າດ້ວຍການເສີມ ຂະຫຍາຍໃນການຊີ້ນຳ-ນຳພາວຽກງານຂອງກະຊວງ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄື ການປະຕິ ບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດເປັນກ້າວໆ ແລະ ເຮັດໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ມີຜົນສຳເລັດທຸກວຽກງານໃນຕໍ່ໜ້າ. ພ້ອມດຽວກັນນັ້ນ ທ່ານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງ ທ່ານ ຄຳພາ ພົມມະໄກສອນ ທີ່ໄດ້ເຂົ້າຮັບ ອຸດໜູນບຳນານ ຕາມນະໂຍບາຍຂອງພັກ-ລັດ ທັງໄດ້ປະ ສ່ວນອຸດທິກຳລັງແຮງດ້ານມັນສະໝອງເຂົ້າໃນໜ້າທີ່ວຽກ ງານຮັບໃຊ້ຊາດ ກໍ່ຄືການເຮັດໜ້າທີ່ການປະຕິວັດຢ່າງສຳ ເລັດຜົນ ເຂົ້າໃນການສ້າງສາພັດທະນາປະເທດຊາດ. ທ່ານ ຄໍາພາ ພົມມະໄກສອນ (ເຂົ້າຮັບອຸດໜູນບຳນານ) ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ (ຜູ້ໃໝ່) ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ (ຜູ້ໃໝ່)
  • 9. ພິທີປະກາດ ພະນັກງານການນຳຂັ້ນສູງ ອອກພັກການ-ຮັບ ອຸດໜຸນບຳນານ ແລະ ການປະດັບຫຼຽນໄຊແຮງງານໃຫ້ແກ່ ບຸກຄົນ ທີ່ໄດ້ປະກອບສ່ວນເຂົ້າໃນການປັບປຸງກົດໝາຍ ວ່າ ດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ ແລະ ສ້າງກົດໝາຍ ວ່າດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ. ສະບັບເດືອນ ມິຖຸນາ 2021 9 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຕອນເຊົ້າຂອງ ວັນທີ 11 ມິຖຸນາ 2021 ຢູ່ທີ່ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີ ການຈັດພິທີປະກາດ ພະນັກງານການນຳຂັ້ນສູງ ອອກພັກ ການ-ຮັບອຸດໜຸນບຳນານ ແລະ ໄດ້ມີການ ປະດັບຫຼຽນໄຊ ແຮງງານໃຫ້ແກ່ບຸກຄົນ ທີ່ໄດ້ປະກອບສ່ວນເຂົ້າໃນການປັບ ປຸງກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ ແລະ ສ້າງກົດໝາຍ ວ່າດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາ ຄະນະພັກ, ລັດຖະມົນຕີ, ກະຊວງ ຊັບພະຍາກອນທຳມະ
  • 10. 10 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຊາດ ແລະ ສິ່ງແວດລ້ອມ, ພິທີດັ່ງກ່າວ ມີຜູ້ເຂົ້າຮ່ວມ ຂັ້ນຫົວ ໜ້າພະແນກຂຶ້ນໄປ ໃນນີ້ໄດ້ມີຜູ້ ຕາງໜ້າຈາກຄະນະຈັດຕັ້ງ ສູນການພັກ, ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ກະຊວງ ພາຍໃນ ລວມທັງໝົດ 79 ທ່ານ, ຍິງ 6 ທ່ານ. ທ່ານ ນາງ ທອງຈັນ ອະຄະມາເຂດ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກຊສ ໄດ້ຂຶ້ນອ່ານ ລັດຖະດຳລັດຂອງປະທານ ປະເທດ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການປະ ດັບຫຼຽນໄຊແຮງງານ, ຫຼຽນກາ, ໃບຍ້ອງຍໍລັດຖະບານ ແລະ ຂໍ້ຕົກລົງ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ວ່າດ້ວຍ ການຍ້ອງຍໍໃຫ້ແກ່ບຸກຄົນທີ່ ປະກອບສ່ວນເຂົ້າໃນການປັບປຸງກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ ແລະ ສ້າງ ກົດໝາຍ ວ່າດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ ລວມມີ ຈຳນວນທັງໝົດ 157 ທ່ານ, ຍິງ 39 ທ່ານ ແລະ ມີ 3 ກົມ ກອງລວມໝູ່, ໃນນັ້ນ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ມີ 39 ທ່ານ, ຍິງ 6 ທ່ານ, ຫຼຽນໄຊແຮງານຊັ້ນ III ມີ 17 ທ່ານ, ຍິງ 3 ທ່ານ, ຫຼຽນກາແຮງງານ ມີ 14 ທ່ານ, ຍິງ 4 ທ່ານ, ຍ້ອງຍໍ ຂັ້ນລັດຖະບານ ມີ 20 ທ່ານ, ຍິງ 8 ທ່ານ, ຍ້ອງຍໍ ຂັ້ນກະຊວງ ມີ 67 ທ່ານ, ຍິງ 18 ທ່ານ ແລະ ມີ 3 ກົມກອງ. ໃນພິທີຄັ້ງນີ້ ໄດ້ປະດັບຫຼຽນໄຊແຮງງານຊັ້ນ II ແລະ ຊັ້ນ III ໃຫ້ຄະນະນຳຂັ້ນກົມກອງຂຶ້ນໄປມີຈຳນວນທັງໝົດ12ທ່ານ ໃຫ້ກຽດຂຶ້ນປະດັບໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະ ການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຈາກນັ້ນ ໄດ້ກ່າວເຂົ້າສູ່ວາລະ ປະກາດພະນັກງານຂັ້ນສູງ ອອກພັກ ການຮັບອຸດໜຸນບຳນານ ໂດຍແມ່ນທ່ານ ສຸລິຍາ ພົມມິສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງ ພັກ ຂຶ້ນອ່ານດຳລັດ ວ່າດ້ວຍ ການອະນຸມັດໃຫ້ພະນັກງານ ການນຳຂັ້ນສູງ ອອກພັກການ-ຮັບອຸດໜຸນບຳນານ ຄື ທ່ານ ບຸນມີ ພຸດທະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດ ຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ,ພາຍຫຼັງສຳເລັດການອ່ານດຳລັດເປັນທາງການແລ້ວ ທ່ານ ບຸນມີ ພຸດທະວົງ ພະນັກງານບຳນານ ກໍໄດ້ຂຶ້ນກ່າວ ມີຄຳເຫັນຕໍ່ກັບບົດຮຽນຂອງການຊີ້ນຳ-ນຳພາ ແລະ ປະສົບ ການໃນໄລຍະເຮັດການປະຕິວັດຜ່ານມາ, ຈາກນັ້ນ ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະ
  • 11. ສະບັບເດືອນ ມິຖຸນາ 2021 11 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຂຶ້ນໃຫ້ການໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ ຍ້ອງຍໍຊົມເຊີຍ ຜົນງານການເຄື່ອນໄຫວເຮັດໜ້າທີ່ ການ ປະຕິວັດຂອງທ່ານ ບຸນມີ ພຸດທະວົງ ໃນໄລຍະຜ່ານມາໄດ້ ມີບົດຮຽນ ແລະ ຕັດສິນໃຈແກ້ໄຂບັນຫາທີ່ຖືກຕ້ອງຕາມ ລະບຽບການ, ແທດເໝາະກັບຕົວຈິງ, ບົດຮຽນເຫຼົ່ານັ້ນ ຈະເຮັດໃຫ້ພະນັກງານພາຍໃນກະຊວງ ຄື ຂະແໜງ ຊສ ໄດ້ສືບສານເຂົ້າໃນວຽກງານຕົວຈິງ ໃນຕໍ່ໜ້າຕໍ່ກັບບົດຮຽນ ປະສົບການ ໃນໄລຍະຜ່ານມາ.
  • 12. ກອງປະຊຸມ ປືກສາຫາລື ກ່ຽວກັບ ການບໍລິຫານຈັດການນໍ້າ ຂອງເຂື່ອນ ແລະ ການແຈ້ງເຕືອນໄພນໍ້າຖ້ວມ 12 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຕອນເຊົ້າຂອງ ວັນທີ 30 ມິຖຸນາ 2021, ກະຊວງ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວ ກັບ ການບໍລິຫານຈັດການນໍ້າຂອງເຂື່ອນ ແລະ ການແຈ້ງ ເຕືອນໄພນໍ້າຖ້ວມ ໂດຍມີຈຸດປະສົງເພື່ອ 1) ຮັບຟັງການສະ ເໜີຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ບັນດາເຂື່ອນ ໄຟຟ້າ ກ່ຽວກັບ ແຜນການການບໍລິຫານຈັດການນໍ້າຂອງ ເຂື່ອນ ເພື່ອຮັບມືການຕ້ານຖ້ວມ, 2) ປຶກສາຫາລື ແລະ ວາງ ແຜນຮ່ວມກັບແຜນບໍລິຫານຈັດການນໍ້າຂອງເຂື່ອນ ເພື່ອ ສະໜັບສະໜູນ ການຜະລິດກະແສໄຟຟ້າ ຄຽງຄູ່ກັບ ການ ຫຼຸດຜ່ອນໄພນໍ້າຖ້ວມໃນລະດູຝົນ ແລະ 3) ເພີ່ມທະວີກົນໄກ ການປະສານງານ ແລະ ແລກປ່ຽນຂໍ້ມູນ ລະຫວ່າງ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ບັນດາເຂື່ອນໄຟຟ້າ. ຜ່ານການປຶກສາຫາລືຢ່າງກົງໄປກົງມາກອງປະຊຸມໄດ້ເຫັນ ຄວາມສຳຄັນຂອງການບໍລິຫານຈັດການນໍ້າຂອງເຂື່ອນ
  • 13. ສະບັບເດືອນ ມິຖຸນາ 2021 13 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຖືການແຈ້ງເຕືອນໄພນໍ້າຖ້ວມ ເປັນບັນຫາສຳຄັນທີ່ຈະ ຕ້ອງໄດ້ມີການເຮັດວຽກຮ່ວມກັນຢ່າງເອົາຈິງເອົາຈັງໃນຕໍ່ ໜ້າ ເພື່ອກ້າວໄປສູ່ການຄຸ້ມຄອງການນໍາໃຊ້ນໍ້າແບບຍືນ ຍົງ. ນອກຈາກນີ້, ກອງປະຊຸມໄດ້ຕົກລົງເຫັນດີຕໍ່ກັບແຜນ ການເຄື່ອນໄຫວ ການບໍລິຫານຈັດການນໍ້າຂອງເຂື່ອນ ແລະ ການແຈ້ງເຕືອນໄພນໍ້າຖ້ວມ ໃນຊ່ວງລະດູຝົນ 2021 ເພື່ອ ຮັບມືກັບໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນ. ທ່ານ ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ກຊສ ໄດ້ຕີລາຄາສູງຕໍ່ກັບຜົນ ກອງປະຊຸມ ແລະ ໄດ້ຮຽກຮ້ອງໃຫ້ມີການເສີມຂະຫຍາຍ ການປະສານງານດ້ານໄພພິບັດໃຫ້ເຄັ່ງກວ່າເກົ່າ ໂດຍສະ ເພາະ ພາກເຕັກນິກ ແລະ ສະເໜີ ໃຫ້ສົ່ງເສີມບັນດາເຂື່ອນ ທີ່ມີການບໍລິຫານຈັດການນໍ້າ ແລະ ການແຈ້ງເຕືອນໄພນໍ້າ ຖ້ວມທີ່ດີ ໂດຍດຶງເອົາບົດຮຽນຈາກເຂື່ອນ. ກອງປະຊຸມດັ່ງກ່າວ ຖືເປັນເວທີທີ່ສຳຄັນໃນການເພີ່ມທະວີ ກົນໄກການປະສານງານ ແລະ ແລກປ່ຽນຂໍ້ມູນ ລະຫວ່າງ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ບັນດາເຂື່ອນໄຟຟ້າ. ທ່ານ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີ ກພບ ກໍ່ຍັງໄດ້ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ກັບຜົນກອງປະ ຊຸມ ເຊິ່ງທ່ານໄດ້ເນັ້ນຢໍ້າ ໃຫ້ເສີມຂະຫຍາຍກົນໄກທີ່ມີຢູ່ໃນ ປະຈຸບັນ ໂດຍປະຕິບັດຢ່າງຕໍ່ເນື່ອງ ແລະ ເປັນປະຈຳ ເພື່ອ ກ້າວໄປສູ່ ການສ້າງສູນຄວບຄຸມນໍ້າລວມສູນຂອງເຂື່ອນໃນ ຂອບເຂດທົ່ວປະເທດໃນຂັ້ນຕໍ່ໄປ. ໃນຕໍ່ໜ້າ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ບັນດາ ເຂື່ອນໄຟຟ້າ ຈະໄດ້ເອົາຜົນກອງປະຊຸມ ໄປຜັນຂະຫຍາຍ ຮ່ວມກັນ ເພື່ອເຮັດໃຫ້ການບໍລິການຈັດການນໍ້າ ແລະ ແຈ້ງ ເຕືອນໄພນໍ້າຖ້ວມມີປະສິດຜົນຂຶ້ນຕື່ມ.
  • 14. ເປັນຫຍັງ ເຮົາຈຶ່ງ ຟື້ນຟູລະບົບນິເວດ 14 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 5 ມິຖຸນາ ຂອງທຸກໆປີ ອົງການສະຫະປະຊາຊາດ ໄດ້ກຳນົດໃຫ້ເປັນ ວັນສິ່ງແວດລ້ອມໂລກ ໂດຍໃນປີ 2021 ມີແນວຄິດຄື ເພື່ອໃຫ້ທົ່ວໂລກໄດ້ມີຄວາມຕືນຕົວໃນເລື່ອງ ຮ່ວມແຮ່ງຮ່ວມໃຈກັນ ຟື້ນຟູລະບົບນິເວດ Ecosystem Restoration. ການຟື້ນຟູ ແລະ ການອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນັ້ນ ຖືວ່າເປັນສິ່ງທີມີຄວາມສຳຄັນຢ່າງ ຫຼາຍເນື່ອງຈາກວ່າຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມໃນປັດຈຸບັນເກີດປັນຫາເສືອມໂຊມແລະມີແນວ ໂນ້ມທະວີຄວາມຮຸນແຮງເພີມຂື້ນ ຊື່ງປັດໃຈທີ່ເຮັດໃຫ້ລະ ບົບນິເວດເສືອມໂຊມມີຫຼາຍປັດໃຈ ເຊັ່ນ ການໃຊ້ປະໂຫຍດ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫຼາຍເກີນ ຄວາມຕ້ອງການ ເຮັດໃຫ້ຊັບພະຍາກອນຕ່າງໆເສືອມໂຊມ ລົງ ການປ່ຽນແປງພື້ນທີ່ທຳມະຊາດເປັນພື້ນທີ່ອື່ນໆ ແລະ ການບຸກລຸກ/ລັກລອບທຳລາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຕົ້ນ ການຟື້ນຟູຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ທີ່ເສືອມໂຊມນັ້ນ ໃຫ້ກັບມາສູ່ ສະພາບປົກກະຕິ ໂດຍສາມາດເຮັດໜ້າທີໃນລະບົບນິເວດ
  • 15. ສະບັບເດືອນ ມິຖຸນາ 2021 15 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ ແລະ ສາມາດໃຫ້ປະໂຫຍດກັບສິ່ງທີ່ມີຊີວິດອື່ນໆ ເທີງ ໂລກໄດ້ຄືເກົ່າ ເພື່ອແກ້ປັນຫາການຂາດແຄນຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມຕ່າງໆທີ່ເຮົາຕ້ອງປະ ເຊີນຢູ່ໃນປັດຈຸບັນ ດັ່ງນັ້ນ ມະນຸດຕ່າງກໍໃຊ້ປະໂຫຍດຈາກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມາໂດຍ ຕະຫຼອດ ຂະນະນີ້ຄົງເຖີງເວລາຂອງ “ກາາຟື້ນຟູລະບົບ ນິເວດ” ແລ້ວ. ໃນປີ 2021 ລັດ​ ຖະ​ ບານ​ ໄດ້​ ຕັ້ງ​ ເປົ້າ​ ໝາຍປູກ​ ຕົ້ນ​ ໄມ້​ ໃຫ້​ ໄດ້ 36.950 ເຮັກ​ ຕາ ​ ໃນ​ ຂອບ​ ເຂດ​ ທົ່ວ​ ປະ​ ເທດ, ໃນນັ້ນ​ ປູກເພື່ອ ປົກປັກຮັກສາສິ່ງແວດລ້ອມ ໃຫ້ໄດ້ 5.500 ເຮັກຕາ, ປູກໄມ້ ເປັນສິນຄ້າໃນຂອບເຂດປ່າຜະລິດໃຫ້ໄດ້ຈໍານວນ27.500 ເຮັກຕາ ແລະ ປູກ​ ຕາມ​ ທີ່ດິນຂອງປະຊາຊົນ ຈໍານວນ 3.590 ເຮັກຕາ ໂດຍມອບ​ ໃຫ້​ ພາກ​ ສ່ວນ​ ກ່ຽວ​ ຂ້ອງ​ ທັງ​ ພາກ​ ລັດ- ເອ​ ກະ​ ຊົນ ແລະ ປະ​ ຊາ​ ຊົນ​ ຈັດ​ ພິ​ ທີ​ ປູກ ແບບ​ ກະ​ ທັດ​ ຮັດ, ປະ​ ຢັດ​ ມັດ​ ທະ​ ຍັດ ພ້ອມ​ ທັງ​ ປະ​ ຕິ​ ບັດ​ ມາດ​ ຕະ​ ການ​ ປ້ອງ​ ກັນ ​ ໂຄວິດ-19 ຢ່າງ​ ເຂັ້ມ​ ງວດ. ປ່າໄມ້ ແມ່ນຊັບພະຍາກອນທຳ ມະຊາດ ອັນລ້ຳຄ່າຂອງຊາດ ທີ່ສ້າງລະບົບນິເວດສະເພາະ ຊຶ່ງປະກອບດ້ວຍ ຊີວະນາໆພັນ, ແຫຼ່ງນ້ຳ ແລະ ທີ່ດິນ ໃຫ້ມີ ຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍມີຕົ້ນໄມ້ນາໆຊະ ນິິດທີ່ເກີດຂຶ້ນຕາມທຳມະຊາດ ຫຼື ປູກຂຶ້ນ. ປ່າໄມ້ມີຄວາມ ສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍທາງກົງ ແລະ ທາງອ້ອມ ເປັນຕົ້ນການພັດທະນາພື້ນ ຖານໂຄງລ່າງທາງດ້ານເສດຖະກິດ ເຊັ່ນ: ເຂື່ອນໄຟຟ້ານ້ຳ ຕົກ, ອ່າງເກັບນ້ຳ ເພື່ອການກະສິກຳ, ການຜະລິດເປັນ ສິນຄ້າ, ການຄົມມະນາຄົມ, ການຂຸດຄົ້ນຊັບພະຍາກອນ ປ່າໄມ້ ແລະ ເຄື່ອງປ່າຂອງດົງແບບຍືນຍົງ ຊຶ່ງໄດ້ປະກອບ ສ່ວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຕິດພັນ ກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກເປັນ ກ້າວໆດັ່ງປະທານໄກສອນພົມວິຫານຜູ້ທີ່ແສນເຄົາລົບຮັກ ຂອງພວກເຮົາໄດ້ເວົ້າໄວ້ວ່າ: “ປ່າໄມ້ຄືຄໍາຂຽວຂອງຊາດ”. ພວກເຮົາຈົ່ງພ້ອມກັນເຊີດຊູສະຕິຮັກຊາດ ແລະ ຫວງແຫນ ປ່າໄມ້ ປະກອບສ່ວນຕາມເງື່ອນໄຂຄວາມສາມາດໃນການ ປູກໄມ້, ຟື້ນຟູປ່າໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາ ປ່າໄມ້ ອັນເປັນມໍລະດົກຂອງຊາດ ໃຫ້ນັບມື້ນັບອຸດົມສົມ ບູນ ຫຼຸດຜ່ອນມົນລະພິດທາງອາກາດ”. ຕົວຢ່າງ: ການຟື້ນຟູລະບົບນິເວດຂອງປ່າໄມ້ໃດໜື່ງ ຫາກ ເຮົາມີການປ້ອງກັນການບຸກລຸກພື້ນທີ່ ແລະ ການລັກລອບ ຕັດໄມ້ ແລະ ການລ່າສັດປ່າທີ່ຜິດກົດໝາຍໄດ້ແລ້ວ ປ່າໄມ້ ກໍຈະສາມາດກັບມາເປັນປ່າທີ່ອຸດົມສົມບູນໄດ້ ເຖີງວ່າຂະ ບວນການທາງທຳມະຊາດ ອາດຈຳເປັນຕ້ອງໃຊ້ເວລາດົນ ຫຼາຍກໍຕາມ ແຕ່ການປູກຟື້ນຟູ ກໍເປັນອີກວິທີໜື່ງທີ່ຈະເຮັດ ໃຫ້ປ່າໄມ້ກັບມາສູ່ສະພາບທີ່ອຸດົມສົມບູນໄດ້ ໃນໄລຍະ ເວລາທີ່ສັ້ນລົງ (10-20 ປີ) ໂດຍພື້ນທີ່ທີ່ຈະເຮັດໃຫ້ການຟື້ນ ຟູ ແມ່ນຕ້ອງຄຳນືງເຖີງຊະນິດໄມ້ທີ່ປູກຈະຕ້ອງເປັນຊະນິດ ພັນທ້ອງຖີນ ຄວນລະວັງເລື່ອງການນຳເຂົ້າຊະນິດພັນຕ່າງ ຖີນຮຸກຮາມ/ບຸກລຸກ ຊື່ງສິ່ງນີ້ກໍເປັນອີກສາເຫດໜື່ງທີ່ເຮັດ ໃຫ້ລະບົບນິເວດຕ່າງໆເສືອມໂຊມລົງ ນອກຈາກນີ້ຊະນິດ ພັນຕ້ອງມີຄວາມເໝາະສົມກັບສະພາບພື້ນທີ່ ຫຼື ປັດໃຈສິ່ງ ແວດລ້ອມຕ່າງໆນຳ ຫຼັງຈາກນັ້ນ ເຮົາສາມາດປ່ອຍໃຫ້ທຳ ມະຊາດຟື້ນຟູຕົວມັນເອງ ໂດຍຊຸມຊົນ ແລະ ໜ່ວຍງານທີ່ ກ່ຽວຂ້ອງມີສ່ວນຮ່ວມໃນການປົກປັກຮັກສາ ເບິ່ງແຍງ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນທ້ອງຖີນ ຮ່ວມກັນ ເພື່ອໃຫ້ທຳມະຊາດສາມາດກັບມາອຸດົມສົມບູນ ໄດ້ອີກຄັ້ງ ທາງເລືອກຂອງການຟື້ນຟູທີ່ເຮົາທຸກຄົນສາມາດ ເຮັດໄດ້. 1. Go green ເຊັ່ນ ການເລືອກສິນຄ້າ ແລະ ການບໍລິການ ທີມີໂລໂກ້ສີຂຽວ ຫຼື ສັນຍາລັກທີ່ສະແດງເຖີງການເປັນຕິດ ຕໍ່ສິ່ງແວດລ້ອມ ລວມທັງຜະລິດຕະພັນທີ່ສາມາດນຳກັບ ມາໃຊ້ໃຫມ່ໄດ້ ຫຼື ສິນຄ້າທີລຸດຈຳນວນບັນຈຸລົງ ເປັນຕົ້ນ ລວມທັງການສະໜັບສະໜຸນສິນຄ້າໃນທ້ອງຖີນ ເພື່ອລຸດ ຜົນກະທົບຕໍ່ສິ່ງແວດລ້ອມຈາກການຂົນສົ່ງໄລຍະໄກ. 2. Live light ເຊັ່ນ ການລຸດການໃຊ້ຊັບພະຍາກອນຂອງ ເຮົາ ດ້ວຍການຊື້ສິນຄ້າຣີໄຊເຄີ ຫຼື ລຸກການຊື້ຂອງໃຫມ່ ລຸດໃຊ້ຊັບພະຍາກອນ ດ້ວຍການສ້ອມແປງ ແລະ ການແບ່ງ ປັນຂອງເກົ່າທີ່ມີຢູ່ ແລະ ຍັງສາມາດໃຊ້ປະໂຫຍດໄດ້ ໂດຍ ເຮົາສາມາດນຳຫຼັກການ “ໃຊ້ຊ້ຳ ຣີໄຊເຄີ ປະຕິເສດ”ມາໃຊ້
  • 16. 16 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອີກນຳ. 3. Eat right ເຊັ່ນ ການເລືອກຮັບປະທານ/ກີນ ພືດຜັກຕາມ ລະດູການ ເພື່ອລຸດຄວາມສ່ຽງຂອງການໃຊ້ສານເຄມີເລ່ງ ການເຕີບໃຫຍ່ເປັນຕົ້ນ. ການຟື້ນຟູຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເສັນທາງໜື່ງທີ່ຈະເຮັດໃຫ້ທຳມະຊາດກັບມາອຸດົມສົມ ບູນ ແລະ ໃຫ້ປະໂຫຍດກັບເຮົາ ແລະ ສິ່ງມີຊີວິດອື່ນໆໄດ້ ດັ່ງນັ້ນ ໜ່ວຍງານທີ່ກ່ຽວຂ້ອງໃນພາກສ່ວນຕ່າງໆລວມທັງ ປະຊາຊົນ ເຮົາທຸກຄົນສາມາດມີສ່ວນຮ່ວມໃນການຟື້ນຟູ ທຳມະຊາດ ແລະ ສິ່ງແວດລ້ອມໄດ້ງ່າຍໆ ນັ້ນຄື ເລີ່ມທີ່ໂຕ ເຮົາ ຫຼື ອົງກອນເຮົາ ຮ່ວມແຮ່ງຮ່ວມໃຈກັນ ຟື້ນຟູລະບົບນິ ເວດ ຂອງເຮົາໄປດ້ວຍກັນ. ເວົ້າສະເພາະ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍເປັນໜື່ງໃນການພັກດັນ ແລະ ສົ່ງເສີມງານ ວຽກການຟື້ນຟູ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໃຫ້ປະກົດຜົນເປັນຈິງ ຕາມຄໍາຂວັນປີນີ້່ ຂອງອົງການ ສະຫະປະຊາຊາດ ເພື່ອສິ່ງແວດລ້ອມ ໄດ້ກໍານົດພາຍໃຕ້ ຫົວຂໍ້ທີ່ວ່າ “ຮ່ວມແຮ່ງຮ່ວມໃຈກັນ ຟື້ນຟູລະບົບນິເວດ Ecosystem Restoration.” ດັ່ງນັ້ນ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຈື່ງໄດ້ຈັດກິດຈະກຳການ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ກໍຄື ວັນສິ່ງ ແວດລ້ອມໂລກ ເພື່ອເປັນການສ້າງຂະບວນການສ້າງຈິດ ສຳນຶກໃຫ້ມວນຊົນ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການປົກປັກ ຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນ ຕົ້ນ: • ກິດຈະກຳ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 1. ການໂຄສະນາເຜີຍແຜ່ນຄຳເຫັນຂອງທ່ານນາງບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕໍ່ກັບວັນສິ່ງແວດລ້ອມ ແຫ່ງຊາດ ກໍຄື ວັນສິ່ງແວດລ້ອມໂລກ5ມິຖຸນາ2021.ໂດຍຜ່ານສື່(ໂທລະ ພາບ, ວິທະຍຸ, ໜັງສືພິມ, ເວບໄຊ, Facebook ແລະ You Tube). 2. ຕິດປ້າຍຄຳຂວັນ ຊົມເຊີນ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ຕາມເສັນທາງຫຼັກ 4 ແຫ່ງ. 3. ປຸກຕົ້ນໄມ້ ໃນສະຖານທີ່ສຳນັກງານ ແລະ ຕາມເສັນ ທາງຕັດໃຫມ່ໜອງບືກ ເລີ່ມແຕ່ໄຟແດງໜອງບືກ ຫາ ໜ້າ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; 4. ສົ່ງຂໍ້ຄວາມສັ້ນໆ “ຊົມເຊີຍ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ” ຜ່ານທາງເຄື່ອຂ່າຍ ບໍລິສັດ ລາວຄົມມະນາຄົມ ມະຫາຊົນ; ນອກຈາກກິດຈະກຳທີ່ກ່າວມາຂ້າງເທິງແລ້ວ ຍັງມີກິດຈະ ກຳຍ່ອຍ ທີ່ຈະຈັດຕັ້ງປະຕິບັດ ພາຍຫຼັງທີ່ມາດຕະການຜ່ອນ ຜັນການລະບາດຂອງພະຍາດ ໂຄວິດ 19 ຢຸດ ຫຼື ຫຼຸດຜ່ອນ ມາດຕະການລົງໃຫ້ສາມາດດຳເນິນກິດຈະກຳໄດ້ຄື: • ກິດຈະກຳ ແຂງຂັນແຕ້ມຮູບ ກ່ຽວກັບ ສິ່ງແວດລ້ອມ ສຳລັບ ຊັ້ນປະຖົມ (1-3 ແລະ 4-5); • ກິດຈະກຳ ຖາມ-ຕອບ ກ່ຽວກັບ ສິ່ງແວດລ້ອມ ສຳລັບ ຊັ້ນມະທະຍົມ; • ກິດຈະກຳ ປ່ອຍປາ ເພື່ອຟື້ນຟູ ລະບົບນິເວດແຫຼ່ງນ້ຳ ທຳມະຊາດ; • ກິດຈະກຳ ລົງສ້າງຈິດສຳນຶກ ກ່ຽວກັບ ການຈັດການຂີ້ ເຫຍື້ອ ໃນ 9 ຕົວເມືອງ ຂອງນະຄອນຫຼວງ; • ກິດຈະກຳ ສຳມະນາ ກ່ຽວກັບ ການຫຼຸດຜ່ອນ ປລາສຕິກ;
  • 17. ສະບັບເດືອນ ມິຖຸນາ 2021 17 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຜົ້ງສາລີ 1. ຕິດປ້າຍຄຳຂັວນ ຕາມເສັ້ນທາງທີ່ສຳຄັນຂອງເທດສະ ບານເມືອງ; 2. ອະນາໄມຫ້ອງການ,ເທດສະບານເມືອງແລະໜ້າບ້ານ ຂອງໃຜລາວ; 3. ອອກຂ່າວວິທະຍຸ-ໂທລະພາບຂອງແຂວງ ກ່ຽວກັບ ປະ ຫັວດຄວາມເປັນມາຂອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ແລະ ຄວາມໝາຍຄວາມສຳຄັນ ໃນ ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ; • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງນ້ຳທາ ເນື່ອງຈາກປະຈຸບັນມີຄວາມສ່ຽງຕໍ່ການລະບາດ ເຊື້ອພະຍາດໂຄວິດ19 ພາຍໃນປະເທດລາວ ຂອງພວກ ເຮົາຈຶ່ງບໍ່ສະດວກໃນການຈັດກິດຈະກໍາຊຸມນຸມເປັນກຸ່ມ ກ່ອນ ແລະ ບໍ່ໃຫ້ມີການເຕົ້າໂຮມກັນຢ່າງເປັນຂະບວນ ການ, ຊຶ່ງໄດ້ຈັດແບ່ງໃຫ້ບັນດາຫ້ອງການ, ກົມກອງ ແລະ ບ້ານ ພາຍໃນເທດສະບານເມືອງ ອານະໄມ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ. 1. ພິທີປະຖະກະຖາຄວາມເປັນມາຂອງວັນສິ່ງແວດລ້ອມ ໂລກ; 2. ປູກຕົ້ນໄມ້ຢູ່ສະຖານີອຸຕຸນິຍົມ ແລະ ອຸທົກກະສາດ 3. ສ້າງຂະບວນການອອກແຮງງານອານາໄມລວມ 4. ຕິດປ້າຍຄໍາຂວັນວັນສິ່ງແວດລ້ອມໂລກ
  • 18. 18 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມເມືອງ ວຽງພູຄາ • ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມເມືອງ ນາແລ • ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມເມືອງ ສິງ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ເນື່ອງຈາກວ່າ ປີນີ້ການລະບາດຂອງພະຍາດໂຄ ວິດ19 ແຂວງ ບໍ່ແກ້ວ ຂອງພວກເຮົາ ແມ່ນຍັງບໍ່ປົກກະຕິ ເລີຍບໍ່ໄດ້ຈັດຕັ້ງປະຕິບັດ, ບໍ່ມີພິທີບໍ່ມີການຮ່ວມຊຸມນຸມ ແລະ ຈັດກິດຈະກໍາຕ່າງໆ ຄືກັບປີທີ່ຜ່ານມາ ດັ່ງນັ້ນ ມີແຕ່ ຕິດປ້າຍຄໍາຂວັນ ຕາມເສັນທາງຫຼັກ.
  • 19. ສະບັບເດືອນ ມິຖຸນາ 2021 19 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ. 1. ພິທີສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2021 ຢູ່ທີ່ຫ້ອງວ່າ ການປົກຄອງ ເມືອງໄຊ; 2. ຕິດຄໍາຂວັນ ວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງ ແວດລ້ອມໂລກ ຕາມເສັ້ນທາງພາຍໃນເທດສະບານແຂວງ ແລະ ພະແນກ ຊສ ແຂວງ; 3. ສໍາພາດ ລາຍການຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນ ສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ໂດຍຜ່ານສື່ ໂທລະພາບແຂວງ; 4. ສ້າງຂະບວນການອອກແຮງງານລວມ ຕາມເສັ້ນທາງ, ສະຖານທີສາທາລະນະຕ່າງໆໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ; 5. ປູກຕົ້ນໄມ້ປະດັບ, ຕົ້ນໄມ້ໃຫ້ຮົ່ມ ແລະ ຕົ້ນໄມ້ໃຫ້ໝາກ ຢູ່ຕາມສຳນັກງານຫ້ອງການ, ເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງຂອງແຂວງ, ເຂດປ່າປ້ອງກັນຍອດແຫຼ່ງນ້ຳ, ໂຮງຮຽນ ແລະ ສະຖານທີ່ສາທາລະນະຕ່າງໆ. 6. ປ່ອຍສັດນໍ້າ ຄືນສູ່ແຫຼ່ງທໍາມະຊາດ. • ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເມືອງ (ເມືອງແບງ, ຮຸນ, ປາກແບງ, ງາ ).
  • 20. 20 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ 1. ຕິດປ້າຍຄຳຂວັນ ຕາມເສັ້ນທາງ, ພື້ນທີ່ສາທາລະນະ ທີ່ສຳຄັນຂອງ ເມືອງ ແລະ ແຂວງ; 2. ສ້າງຂະບວນການເກັບຂີ້ເຫຍື້ອຕາມສວນສາທາລະນະ ແລະ ຕາມເສັ້ນທາງຫຼວງ ຂອງແຕ່ລະເມືອງ; 3. ປູກດອກໄມ້ ແລະ ຕົ້ນໄມ້ໃສ່ຈຸດຕ່າງໆ ໃນຂອບເຂດ ຫ້ອງການ ແລະ ເທດບານເມືອງ ແລະ ແຂວງ;
  • 21. ສະບັບເດືອນ ມິຖຸນາ 2021 21 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພະບາງ 1. ຕິດປ້າຍຄຳຂວັນ ຊົມເຊີຍ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ຕາມສະຖານທີ່ສຳຄັນ; 2. ພິທີມອບໃບຢັ້ງຢືນ ແລະ ລາງວັນດີເດັ່ນ ດ້ານຂຽວ ສະ ອາດ ງາມຕາ ປະຈຳປີ 2020. ປະເພດ I ມີ 2 ພະແນກການ ແລະ 1 ບ້ານ, ປະເພດ II ມີ 3 ພະແນກການ, 18 ໂຮງຮຽນ ແລະ 1 ວິທະຍາໄລ; 3. ຈັດພິທີປູກຕົ້ນໄມ້ ພາຍໃນພະແນກ ແລະ ແຂວງ; 4. ສ້າງຂະບວນການອະນາໄມ ໃນຂອບເຂດພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ;
  • 22. 22 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ 1. ຕິດປ້າຍຄຳຂວັນຕາມເສັ້ນທາງຫຼັກທີ່ສຳຄັນຂອງເມືອງ ແລະ ແຂວງ; 2. ປູກຕົ້ນໄມ້ປະດັບຕາມແຄມທາງ ແລະ ສຳນັກງານຫ້ອງ ການ 3. ສ້າງຂະບວນການຍ່າງ ເພື່ອສຸຂະພາບ; 4. ສ້າງຂະບວນການອານາໄມລວມຕາມຂອບເຂດບ້ານ, ຕາມເສັນທາງຫຼັກຂອງເມືອງ; • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ 1. ຕິດປ້າຍຄຳຂວັນຕາມເສັ້ນທາງຫຼັກທີ່ສຳຄັນຂອງເມືອງ ແລະ ແຂວງ; 2. ປູກຕົ້ນໄມ້ໃນສຳນັກງານຫ້ອງການ; 3. ສ້າງຂະບວນການອານາໄມລວມໃນສຳນັກງານຫ້ອງ ການ;
  • 23. ສະບັບເດືອນ ມິຖຸນາ 2021 23 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊສົມບູນ 1. ປູກຕົ້ນໄມ້ປະດັບໃນສຳນັກງານຫ້ອງການ; 2. ສ້າງຂະບວນການອານາໄມລວມຕາມເສັນທາງຫຼັກ ຂອງເມືອງ; • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ວຽງຈັນ 1. ຕິດປ້າຍຄຳຂວັນ ຕາມເສັນທາງເທດສະບານ; 2. ເຜີຍແຜ່ບົດຄຳເຫັນໃຫ້ພະນັກງານ ພຊສ ຮັບຮູ້; 3. ອານາໄມ ແລະ ປູກຕົ້ນໄມ້ ພາຍໃນ ພຊສ;
  • 24. 24 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ 1. ຕິດປ້າຍຄຳຂວັນ ຕາມເສັ້ນທາງຫຼັກທີ່ສຳຄັນຂອງຕົວ ເມືອງ, ຄອນຫຼວງວຽງຈັນ; 2. ປູກຕົ້ນໄມ້ປະດັບແລະ ໄມ້ກິນໝາກ ໃນບໍລິເວນສຳນັກ ງານຫ້ອງການ ພສຊ 3. ໂຄສະນາເຜີຍແຜ່ໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ ແລະ ມີສ່ວນຮ່ວມນຳກັນ ໃນການປົກປັກຮັກສາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໂດຍຜ່ານສື່ວິທະຍຸ ແລະ ໂທລະພາບ; • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍລິຄຳໄຊ 1. ຕິດປ້າຍຄຳຂວັນ ຕາມເສັ້ນທາງຫຼັກທີ່ສຳຄັນຂອງຕົວ ເມືອງ ແລະ ແຂວງ; 2. ລົງໂຄສະນາສ້າງຈິດສຳນຶກຕາມເສັນທາງເທດສະບານ ແລະ ຕະຫຼາດ ຂອງເມືອງປາກຊັນ; 3. ປູກຕົ້ນໄມ້ປະດັບແລະ ໄມ້ກິນໝາກ ໃນບໍລິເວນສຳນັກ ງານຫ້ອງການ;
  • 25. ສະບັບເດືອນ ມິຖຸນາ 2021 25 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ 1. ຕິດປ້າຍຄຳຂວັນ ຕາມເສັ້ນທາງຫຼັກທີ່ສຳຄັນຂອງຕົວ ເມືອງ ແລະ ແຂວງ; 2. ສໍາພາດ ລາຍການຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນ ສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ໂດຍຜ່ານສື່ ໂທລະພາບແຂວງ; 3. ປູກຕົ້ນໄມ້ປະດັບ ແລະ ໄມ້ກິນໝາກ ໃນບໍລິເວນສຳນັກ ງານຫ້ອງການ; 4. ສ້າງຂະບວນການອານາໄມລວມຕາມເສັນທາງຫຼັກ ຂອງເມືອງ ແລະ ແຂວງ; • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສະຫວັນນະເຂດ 1. ຕິດປ້າຍຄຳຂວັນ ຕາມເສັ້ນທາງຫຼັກທີ່ສຳຄັນຂອງຕົວ ເມືອງ ແລະ ແຂວງ; 2. ຈັດພິທີສະເຫຼີມສະຫຼອງວັນ ສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ແລະ ວັນປູກ ຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2021; 3. ປູກຕົ້ນໄມ້ປະດັບ ແລະ ໄມ້ກິນໝາກ ໃນບໍລິເວນສຳນັກ ງານຫ້ອງການ ແລະ ເສັນທາງຫຼັກຂອງເມືອງ ແລະ ແຂວງ; 4. ປ່ອຍປາລົງໜອງລວມຂອງຫ້ອງວ່າການແຂວງ ແລະ ໜອງບົວເງິນ-ບົວທອງ(ໜອງລວມອະນຸສອນສະຖານ ປະທານໄກສອນ ພົມວິຫານ);
  • 26. 26 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ສາລະວັນ 1. ຕິດປ້າຍຄຳຂວັນຕາມສຳນັກງານຫ້ອງການເມືອງແລະ ແຂວງ; 2. ປູກຕົ້ນໄມ້ປະດັບ ແລະ ໄມ້ກິນໝາກ ໃນບໍລິເວນສຳນັກ ງານຫ້ອງການ; 3. ສ້າງຂະບວນການອານາໄມລວມຕາມເສັນທາງຫຼັກ ຂອງເມືອງ ແລະ ແຂວງ; • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ເຊກອງ 1. ຕິດປ້າຍຄຳຂວັນ ຕາມສະຖານທີ່ສຳຄັນຂອງເມືອງ ແລະ ແຂວງ; 2. ສານຂອງທ່ານ ເຈົ້າແຂວງ-ແຂວງເຊກອງ ເນື່ອງໃນ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2021;
  • 27. ສະບັບເດືອນ ມິຖຸນາ 2021 27 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 3. ສຳພາດ ຂອງທ່ານ ຫົວໜ້າພະແນກ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແຂວງ; 4. ພິທີສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກ ນ້ອຍສາກົນ, ຮ່ວມກັບຂະແໜງການກ່ຽວຂ້ອງ; 5. ປູກຕົ້ນໄມ້ປະດັບ ແລະ ໄມ້ກິນໝາກ ໃນບໍລິເວນສຳນັກ ງານຫ້ອງການ, ໂຮງຮຽນ, ເສັນທາງຫຼັກ ແລະ ປ່າຕົ້ນນ້ຳ; 6. ສ້າງຂະບວນການອານາໄມລວມຕາມເສັນທາງຫຼັກ ຂອງເມືອງ ແລະ ແຂວງ; • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຈຳປາສັກ 1. ຕິດປ້າຍຄໍາຂັວນ ຕາມເສັ້ນທາງທີ່ສໍາຄັນ ໃນເທດສະ ບານເມືອງ ແລະ ແຂວງ; 2. ສ້າງຂະບວນການ ອະນາໄມ ຕົວເມືອງ ໃຫ້ສະອາດ ງາມຕາ, ມີສີຂຽວ; 3. ອອກຂ່າວຕາມຊື່ຕ່າງໆ ຂອງເມືອງ ທີ່ພົວພັນກັບກິດຈະ ກໍາ ແລະ ການສ້າງຂະບວນການ ກ່ຽວກັບ ການຄຸ້ມຄອງ ປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ; 4. ໃຫ້ບັນດາເມືອງອ້ອມຂ້າງແຂວງ ໄດ້ພ້ອມກັນສະເຫຼີມ ສະຫຼອງ ວັນສິ່ງແວດລ້ອມໂລກ ໄປພ້ອມກັບວັນປູກຕົ້ນໄມ້ ແລະ ວັນເດັກນ້ອຍສາກົນ.
  • 28. 28 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ • ກິດຈະກຳ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ອັດຕະປື 1. ຕິດປ້າຍຄໍາຂັວນ ຕາມສຳນັກງານຂອງຕົ້ນ; 2. ປູກຕົ້ນໄມ້ ຢູ່ເມືອງພູວົງ; 3. ອອກຂ່າວຕາມຊື່ຕ່າງໆ ຂອງເມືອງ ທີ່ພົວພັນກັບກິດຈະ ກໍາ ແລະ ການສ້າງຂະບວນການ ກ່ຽວກັບ ການຄຸ້ມຄອງ ປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  • 29. ຂັ້ນຕອນ ການລົງແກ້ໄຂບັນຫາສຸກເສີນ ກ່ຽວກັບ ມົນລະພິດ ທາງດິນ, ນໍ້າ ແລະ ອາກາດ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເດືອນ ມິຖຸນາ 2021 29 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ I. ການລົງແກ້ໄຂບັນຫາສຸກເສີນ ແມ່ນການລົງພາກສະໜາມຈຸດເກີດເຫດ ກ່ຽວກັບ ສະພາບສິ່ງແວດລ້ອມ ທີ່ມີຄ່າເຂັ້ມຂຸ້ນຂອງສານເຄມີ ໃນ ລະດັບອັນຕະລາຍສູງກວ່າ ມາດຕະຖານ ຄຸນນະພາບສິ່ງ ແວດລ້ອມ ແລະ ມາດຕະຖານ ຄວບຄຸມມົນລະພິດແຫ່ງ ຊາດ ຊຶ່ງເກີດຈາກໄພພິບັດທຳມະຊາດ, ອຸປະຕິເຫດ ການ ເຄື່ອນໄຫວດໍາເນີນທຸລະກິດ ຫຼື ເຫດການອື່ນໆ. ເພື່ອສະ ກັດກັ້ນເບື້ອງຕົ້ນ ບໍ່ໃຫ້ເກີດຄວາມເສຍຫາຍແຜ່ລາມເປັນ ວົງກວ້າງ ແລະ ເກັບກໍາບັນດາຂໍ້ມູນຕ່າງໆ ເປັນຕົ້ນ ຕົວຢ່າງ ຂອງດິນ, ນໍ້າ, ອາກາດ ເພື່ອນໍາມາວິໃຈໃນຫ້ອງທົດລອງ ແລະ ການສໍາພາດປະຊາຊົນ ທີ່ຢູ່ໃກ້ຄຽງ ເຖິງສາຍເຫດ. ຫລັງຈາກແມ່ນໄດ້ນໍາຂໍ້ມູນທັງໝົດມາວິເຄາະ ເພື່ອຄົ້ນຄວ້າ ຫາສາຍເຫດ ແລະ ອີງໃສ່ບັນດານິຕິກໍາທີ່ກ່ຽວຂ້ອງຕ່າງໆ ໃນການປັບໃໝ້, ທົດແທນຄ່າເສຍທີ່ສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ສັບຊິນຂອງປະຊາຊົນ. ພ້ອມກັນນັ້ນ ກໍ່ ຊອກຫາວິທີທາງແກ້ໄຂບັນຫາໃຫ້ຖືກຕ້ອງຕາມຫລັກວິຊາ ການ ເພື່ອສະພາບແວດລ້ອມກັບຄືນສູ່ສະພາບປົກກະຕິ. II. ຂັ້ນຕອນການລົງແກ້ໄຂບັນຫາສຸກເສີນ ການດຳເນີນການລົງແກ້ໄຂບັນຫາສຸກເສີນກ່ຽວກັບ ບັນຫາມົນລະພິດ ທາງດິນ, ນໍ້າ ແລະ ອາກາດ ແບ່ງອອກ ເປັນຂັ້ນຕອນ ດັ່ງນີ້: 1. ການຮັບແຈ້ງເຫດການສຸກເສີນ; 2. ການກະກຽມ ແລະ ວາງແຜນ; 3. ການລົງເກັບກໍາຂໍ້ມູນພາກສະໜາມ; 4. ການສັງລວມຂໍ້ມູນ, ວິເຄາະ ແລະ ສະຫຼຸບ; 5. ລາຍງານ ຜົນຂອງການລົງແກ້ໄຂບັນຫາສຸກເສີນ.
  • 30. 30 ສະບັບເດືອນ ມິຖຸນາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 1. ການຮັບແຈ້ງເຫດການສຸກເສີນ ການຮັບແຈ້ງເຫດ ການສຸກເສີນ ກ່ຽວກັບ ບັນຫາມົນລະພິດ ທາງດິນ, ນໍ້າ ແລະ ອາກາດ ແມ່ນໄດ້ຮັບແຈ້ງຈາກຫລາຍຊ່ອງທາງ ເປັນຕົ້ນ ໄດ້ຮັບແຈ້ງຈາກພະນັກງານ ພາຍໃນຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນສູນກາງ ແລະ ທ້ອງຖິ່ນ, ສື່ສັງຄົມອອນລາຍ, ບຸກຄົນທົ່ວໄປ ແລະ ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບໂດຍກົງ ຫລື ທາງອ້ອມ. ພາຍຫລັງທີ່ໄດ້ການແຈ້ງແລ້ວ ຄະນະວິຊາການ ແມ່ນຈະ ໄດ້ກວດສອບຂໍ້ມູນເບື້ອງຕົ້ນກັບຂະແໜງ ຊສ ຫລື ອົງການ ປົກຄອງທ້ອງຖິ່ນ ກ່ຽວກັບ ສະພາບການ, ສະຖານທີເກີດ ເຫດການສຸກເສີນ ເພື່ອປະເມີນຜົນກະທົບເບື້ອງຕົ້ນ ແລະ ປຶກສາຫາລືວາງແຜນການ ໃນຈັດຕັ້ງປະຕິບັດ ໃຫ້ແທດ ເໝາະກັບສະພາບການ ແລະ ຖືກຕ້ອງຕາມເຕັກນິກວິຊາ ການໂດຍໄວທີ່ສຸດ. 2. ການກະກຽມ ແລະ ວາງແຜນ 2.1 ການກະກຽມ ຄະນະ ວິຊາການ ກົມ ຄວບຄຸມ ແລະ ຕິດຕາມກວດກາ ມົນລະພິດ ແມ່ນຈະຕ້ອງຊອກ ຫາຂໍ້ມູນລະອຽດ ກ່ຽວກັບ ບັນຫາ ທີ່ເກີດຂື້ນ ເຊັ່ນ: ປະເພດ ແລະ ຂະໜາດ ກິດຈະກໍາການ ລົງທຶນ,ສາຍເຫດເບື້ອງຕົ້ນ ທີ່ກໍ່ໃຫ້ເກີດບັນຫາມົນລະພິດ ແມ່ນມາຈາກທໍາມະຊາດ ຫລື ຈາກການກະທໍາຂອງມະນຸດ. ໃນກໍລະນີເກີດຈາກການກະທໍາຂອງມະນຸດ ກິດຈະກໍາໄດ້ ຮັບອະນຸຍາດຈາກຂະແໜງການໃດ, ໄດ້ຮັບຮອງ ກ່ຽວກັບ ໃບຢັ້ງຢືນ ດ້ານສິ່ງແວດລ້ອມ ແລະ ມີບັນດາເອກະສານ ຕ່າງໆທີ່ກ່ຽວຂ້ອງ. ພ້ອມທັງແຈ້ງໃຫ້ຂະແໜງການທີ່ກ່ຽວ ຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຮັບຊາບ ເພື່ອຢືນຢັນການ ເຂົ້າຮ່ວມໃນຄະນະແກ້ໄຂບັນຫາສຸກເສີນ. ໄລຍະການກະ ກຽມບໍ່ຄວນໃຊ້ເວລາເກີນ 1 ມື້. 2.2 ການແຕ່ງຕັ້ງຄະນະໃນການແກ້ໄຂບັນຫາສຸກເສີນ ກ່ຽວ ກັບ ບັນຫາມົນລະພິດ ທາງດິນ, ນໍ້າ ແລະ ອາກາດ ມີດັ່ງນີ້: ຕ້ອງປະກອບມີຫົວໜ້າ ຫລື ຜູ້ຕາງໜ້າຈາກຫ້ອງ ການເມືອງ,ເທດສະບານ,ນະຄອນ,ຜູ້ຕາງໜ້າຈາກພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນ ສະຖານທີເກີດເຫດສຸກເສີນ ກ່ຽວກັບ ບັນຫາ ມົນລະພິດ ທາງດິນ, ນໍ້າ ແລະ ອາກາດ ເຂົ້າຮ່ວມ ເພື່ອ ຮັບຊາບບັນຫາ ແລະ ຫາວິທີທາງແກ້ໄຂຮ່ວມກັນ; ສໍາລັບ ພາກສ່ວນຄະນະແກ້ໄຂບັນຫາສຸກເສີນ ຂັ້ນ ສູນກາງ ແມ່ນປະກອບມີ ຄະນະວິຊາການຈາກກົມຄວບ ຄຸມ ແລະ ຕິດຕາມກວດກາ ມົນລະພິດເປັນຫົວໜ້າຄະນະ, ຜູ້ຕາງໜ້າກົມສິ່ງແວດລ້ອມ, ຄະນະວິຊາການ ສະຖາບັນ ຄົ້ນຄ້ວາ ຂໍ້ມູນຂ່າວສານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນການລົງເກັບຕົວຢ່າງ ດິນ, ນໍ້າ ແລະ ອາ ກາດ ໃນພາກສະໜາມເພື່ອມາວິໃຈ້ໃນຫ້ອງທົດລອງ, ຜູ້ ຕາງຂະແໜງການທີ່ກ່ຽວຂ້ອງໃນການລົງທຶນ ແລະ ກິດຈະ ການຕ່າງໆຂັ້ນສູນກາງ. 2.3 ການວາງແຜນ ຄະນະວິຊາການ ທີ່ຈະລົງເຮັດວຽກພາກສະໜາມ ຕ້ອງຂື້ນແຜນໂດຍໄວ ເພື່ອໃຫ້ທັນສະພາບການ ໂດຍການ ກໍານົດຈໍານວນຄົນທີ່ເຂົ້າຮ່ວມ, ປະສານງານກັບອົງການ ປົກຄອງທ້ອງຖິ່ນ ເພື່ອຈັດກອງປະຊຸມປຶກສາຫາລື, ກໍານົດ ສະຖານທີທີ່ຈະຕ້ອງລົງໄປເກັບຕົວຢ່າງ, ພະນັກງານທີ່ເຮັດ ວຽກໃນກິດຈະການລົງທຶນ, ສໍາພາດປະຊາຊົນທີ່ໄດ້ຮັບຜົນ ກະທົບ, ກະກຽມເຄື່ອງມືອຸປກອນທີ່ຈໍາເປັນເພື່ອໃຊ້ໃນການ ເກັບຕົວຢ່າງ ແລະ ເຄື່ອງວັດແທກເບື້ອງຕົ້ນ, ກໍານົດໄລຍະ ເວລາທີ່ຈະລົງໄປເຮັດວຽກຕົວຈິງພາກສະໜາມ, ພາຫະນະ ໃນການເດີນ ແລະ ງົບປະມານທີ່ໃຊ້ໃນການລົງເຄື່ອນໄຫວ ຕາມແຕ່ລະກໍລະນີ.