SlideShare une entreprise Scribd logo
1  sur  9
Télécharger pour lire hors ligne
ໂດຍ... “ບົວແສງປະເສີດ ພຣະສິດທິເດດ”
ຮອງຫົວໜ້າ ພະແນກສິ່ງແວດລ້ອມສັງຄົມ,
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ,
(ກຊສ)
ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018)
ເນື້ອໃນການຝຶກອົບຮົມ
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ.................................................................................3
ຫຼັການຂຽນຂ່າວແຈກ................................................................................................................................4
ອົງປະກອບຂອງຂ່າວ “ 5W 1H ”...............................................................................................................4
ໂຄງສ້າງຂອງຂ່າວ .....................................................................................................................................4
ສ່ວນປະກອບຂອງຂ່າວ .............................................................................................................................5
ເທັກນິກການຂຽນຂ່າວແຈກ/ແລະພາບຂ່າວແບບໃດໃຫ້ໄດ້ຮັບການເຜີຍແຜ່..........................................................6
“ພາດຫົວຂ່າວ” ເພື່ອການປະຊາສໍາພັນ..........................................................................................................7
ພາດຫົວຂ່າວມີໜ້າທີສໍາຄັນ ແນວໃດ??.......................................................................................................7
ຂໍ້ສັງເກດ ແລະ ຂໍ້ລະວັງ.............................................................................................................................8
ຕົວຢ່າງ........ການພາດຫົວຂ່າວໃນໜ້າໜັງສືພິມ.............................................................................................9
2
ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018)
ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ
ໂດຍ... “ບົວແສງປະເສີດ ພຣະສິດທິເດດ”
ຂ່າວແຈກ New (Released/Press Release) ເປັນຂ່າວ ຫຼື ເລື່ອງລາວ ກ່ຽວກັບ ນະໂຍ
ບາຍ, ໂຄງການ ຫຼື ກິດຈະກໍາການດໍາເນິນງານ ລວມທັ້ງການເຄື່ອນໄຫວຕ່າງໆ ແລະ ຜົນການຈັດຕັ້ງ
ປະຕິບັດງານຂອງໜ່ວຍງານ, ອົງການ ຫຼື ສະຖາບັນ ຊຶ່ງນັກປະຊາສໍາພັນຂອງໜ່ວຍງານ, ອົງການ ຫຼື ສະ
ຖາບັນນັ້ນໆຂຽນຂື້ນໃຫ້ແກ່ສື່ມວນຊົນ ເພື່ອນໍາໄປເຜີຍແຜ່ໃຫ້ແກ່ປະຊາຊົນຊຶ່ງເປັນກຸ່ມເປົ້າໝາຍຂອງໜ່
ວຍງານ
ຂ່າວ ເພື່ອການປະຊາສໍາພັນ ຫຼື ຂ່າວແຈກ ຄືກັບຄໍາພາສາອັງກິດວ່າ PRESS RELEASE ຫຼື NEWS
RELEASE ເປັນຂ່າວທີ່ໜ່ວຍງານ ອົງການ ແລະ ສະຖາບັນສົ່ງໃຫ້ສື່ມວນຊົນ ເພື່ອໃຊ້ເຜີຍແຜ່ໄປຫາປະຊາຊົນ ກຸ່ມ
ເປົ້າໝາຍ ໂດຍສ່ວນຫຼາຍຈະເປັນຂ່າວສານທີ່ແຈກຈ່າຍໃຫ້ສືມວນຊົນຢ່າງຕໍ່ເນື່ອງ ເພື່ອລາຍງານໃຫ້ປະຊາຊົນໄດ້ຮູ້ເຖີງ
ກິດຈະກໍາ ແລະ ຄວາມເປັນໄປຂອງໜ່ວຍງານທຸກໄລຍະ ລວມທັ້ງສ້າງຄວາມສໍາພັນຕໍ່ເນື່ອງກັບສື່ມວນຊົນດ້ວຍ
ຂ່າວແຈກນີ້ສາມາດສົ່ງໄປໄດ້ທັ້ງທາງໜັງສືພິມ, ວາລະສານ, ວິທະຍຸກະຈາຍສຽງ, ໂທລະພາບ
ແລະ ຍັງສາມາດສົ່ງທາງອີເມວ e- (mail) ຫຼື ເຜີຍແຜ່ເທິງເວບໄຊ web( site) ຂອງໜ່ວຍງານ
3
ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018)
ຫຼັກການຂຽນຂ່າວແຈກ
ເຊັ່ນດຽວກັນກັບຫຼັກການຂຽນຂ່າວ ເພື່ອໃຊ້ໃນການປະຊາສໍາພັນ ຍັງຄົງໃຊ້ຫຼັກການທີ່ມີລັກສະນະຄ້າຍຄືກັບການ
ຂຽນຂ່າວທີ່ເຜີຍແຜ່ທົ່ວໄປ ຄື ຂ່າວຕ້ອງມີ 5W1H ໄດ້ແກ່ Who What Where When Why ແລະ
How ເພື່ອອະທິບາຍວ່າ: ໃຜ, ເຮັດຫຍັງ, ບ່ອນໃດ, ເມື່ອໃດ, ເປັນຫຍັງຈຶ່ງເກີດເຫດການນັ້ນຂື້ນ ແລະ ເຫດການນັ້ນເກີດ
ຂື້ນແນວໃດ…
ອົງປະກອບຂອງຂ່າວ“ 5W 1H ”
1. Who ແມ່ນໃຜ
2. What ເກີດຫຍັງຂື້ນ
3. Where ເກີດຂື້ນບ່ອນໃດ
4. When ເກີດຂື້ນເມື່ອໃດ
5. Why ເປັນຫຍັງຈຶ່ງເກີດຂື້ນ
6. How ເກີດຂື້ນໄດ້ແນວໃດ
ໂຄງສ້າງຂອງຂ່າວ (ຕ້ອງບອກສິ່ງສໍາຄັນທີສຸດກ່ອນ ແລ້ວຈຶ່ງບອກສິ່ງສໍາຄັນຮອງລົງມາ)
1.ການພາດຫົວຂ່າວ Headline
2.ຄວາມນໍາ/ວັກນໍາ lead
3.ເນື້ອໃນຂ່າວ detail
4
ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018)
ສ່ວນປະກອບຂອງຂ່າວ
ຂ່າວປະຊາສໍາພັນປະກອບດ້ວຍສ່ວນສໍາຄັນ 3 ສ່ວນມີລັກສະນະການໃຊ້ພາສາດັງນີ້ຄື:
1. ພາດຫົວຂ່າວ (Headline )
ຄືການນໍາປະເດັນສໍາຄັນຂອງຂ່າວມາພາດຫົວໜັງສືພິມ ເພື່ອໃຫ້ຜູ້ອ່ານຮູ້ວ່າມື້ນີ້ເກີດຫຍັງຂື້ນແນ່ ໂດຍໃຊ້ຕົວອັກ
ສອນໃຫຍ່ກວ່າທໍາມະດາ ໃຊ້ພຽງຂໍ້ຄວາມສັ້ນໆແຕ່ສາມາດສາລະສໍາຄັນໃຫ້ແກ່ຜູ້ອ່ານໄດ້ພິຈາລະນາເລືອກອ່ານລາຍລະ
ອຽດຂ່າວທີ່ຕົນສົນໃຈໄດ້ທັ້ງຍັງສາມາດບອກພາບລັກຂອງໜັງສືພິມສະບັບນັ້ນໆດ້ວຍການພາດຫົວຂ່າວຈະຕ້ອງໃຊ້ທັກ
ສະການເລືອກຂໍ້ຄວາມພາສາຢ່າງຫຼາຍ ເພາະຕ້ອງດຶງດູດຄວາມສົນໃຈ ແລະ ກະທົບຕໍ່ຄວາມຮູ້ສຶກຂອງຜູ້ອ່ານໄປພ້ອມໆກັບ
ການໃຊ້ຂໍ້ຄວາມທີ່ສັ້ນທີ່ສຸດໃຫ້ສາມາດອະທິບາຍເນື້ອໃນຂ່າວໄດ້ຫຼາຍທີ່ສຸດ ໂດຍອາດໃຊ້ຄໍາທີ່ຮຸນແຮງຄໍາສະແດງພາ ສາ
ສະເພາະກຸ່ມໃຊ້ສໍານວນ ຫຼື ເຄື່ອງໝາຍວັກຕອນຕ່າງໆ
2. ຄວາມນໍາຂ່າວ (Leads) ຫຼື ວັກນໍາ
ຄືສາລະສໍາຄັນຂອງເນື້ອໃນຂ່າວທີ່ຂຽນໂດຍຫຍໍ້ເພື່ອສ້າງຄວາມເຂົ້າໃຈທົ່ວໆໄປໃຫ້ແກ່ຜູ້ອ່ານຄວາມນໍາຈະເປັນ
ຂໍ້ຄວາມທີ່ເປັນເນື້ອໃນຂ່າວໂດຍຫຍໍ້ທັ້ງໝົດ ຊຶ່ງເຮັດໃຫ້ຜູ້ອ່ານຈັບໃຈຄວາມໄດ້ທັນທີອົງປະກອບຂອງຂ່າວໃນທີ່ນີ້ຄື ໃຫ້ຮູ້
ວ່າໃຜ, ເຮັດຫຍັງ, ຢູ່ໃສ, ເມື່ອໃດ ແລະ ແນວໃດ ພາສາທີ່ໃຊ້ໃນການຂຽນຄວາມນໍາຂ່າວຕ້ອງຂຽນ ດ້ວຍຂໍ້ຄວາມທີ່ກະຊັບ
ຮັດກຸມ ເລືອກສັນ ໂດຍສະເພາະຄໍາກິລິຍາວິເສດ ທີ່ເຮັດໃຫ້ເຫັນພາບແຝງອາລົມ, ຄວາມຮູ້ສຶກ ໃຊ້ຄໍາສັ້ນໆຄືກັບພາດຫົວ
ຂ່າວ
3. ເນື້ອເລື່ອງ ຫຼື ເນື້ອໃນຂ່າວ (detail)
ຄືສ່ວນທີ່ອະທິບາຍຂໍ້ແທ້ຈິງ ຫຼື ຂະຫຍາຍລາຍລະອຽດຂອງເຫດການ ຫຼື ເລື່ອງລາວຈະເຮັດໃຫ້ຜູ້ອ່ານໄດ້ຮູ້ ແລະ
ເຂົ້າໃຈລໍາດັບຄວາມສໍາຄັນຂອງເຫດການທີ່ເກີດຂື້ນທັ້ງໝົດສ່ວນປະກອບອື່ນໆ ແລະ ຂ້າງຕົ້ນ ເພື່ອໃຫ້ຜູ້ອ່ານຮູ້ເລື່ອງລາວ
ແລະ ເຂົ້າໃຈລໍາດັບຄວາມສໍາຄັນຂອງເຫດການທີ່ເກີດຂື້ນຢ່າງຊັດເຈນ ຫຼື ກ່າວໄດ້ວ່າ ເປັນສ່ວນຂະຫຍາຍວັກນໍາ ແລະ ວັກ
ເຊື່ອມໃຫ້ສົມບູນທີ່ສຸດເນື້ອໃນຂ່າວອາດມີຂະຫນາດສັ້ນ ຫຼື ມີຄວາມຍາວຫຼາຍເປັນຂ່າວຫຼາຍວັກຫຼາຍຕອນ ຂ່າວສັ້ນຊຶ່ງມີ
ຄວາມຍາວພຽງວັກດຽວນັ້ນ ຄວາມນໍາກັບເນື້ອຂ່າວຈະເປັນອັນດຽວກັນ ແລະ ຢູ່ພາຍໃນວັກດຽວກັນ ການສະເໜີເນື້ອໃນ
ຂ່າວມັກຈະສະເໜີຕາມລໍາດັບຄວາມສໍາຄັນຂອງເລື່ອງລາວ ຈາກສໍາຄັນທີ່ສຸດໄປຖຶງສໍານ້ອຍທີ່ສຸດ ຫຼື ອາດສະເໜີຂ່າວຕາມ
ລໍາດັບເວລາ ຫຼື ເຫດການກໍໄດ້.
5
ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018)
ເທັກນິກການຂຽນຂ່າວແຈກ/ແລະພາດຂ່າວ ແບບໃດໃຫ້ໄດ້ຮັບການເຜີຍແຜ່
1. ການຂຽນຂ່າວແຈກແບບພີລະມິດ (ສາມຫຼ່ຽມ) ຄື: ເນັ້ນປະເດັນສໍາຄັນຂອງຂ່າວກ່ອນໃຫ້ລາຍລະອຽດຈະ
ເຮັດໃຫ້ສະດວກແກ່ການເຮັດວຽກຂອງບັນນາທິການຂ່າວ ທີ່ບໍ່ຕ້ອງເສຍເວລາໃນການອ່ານເນື້ອໃນທັ້ງໝົດ ກໍ
ສາມາດທີ່ຈະພິຈາລະນາ ແລະ ຕັດສິນໃຈເລືອກຂ່າວໄດ້ຈາກຍໍ່ໜ້າຕົ້ນໆ
2. ຂ່າວແຈກຄວນພິມດ້ວຍເຈັ້ຍທີ່ເປັນຫົວ ຫຼື ຊື່ຂອງໜ່ວຍງານລະບຸຊື່ ທີ່ຢູ່ ເບີໂທລະສັບ (ເພື່ອການຕິດຕໍ່ກັບໃນ
ກໍລະນີສື່ມວນຊົນສົງໄສ ຕ້ອງການຂໍ້ມູນເພິ່ມເຕິມ
3. ເນື້ອຂ່າວຄວນຂຽນສັ້ນ ກະທັດຮັດ ໄດ້ໃຈຄວາມສົມບູນຊັດເຈນໃຫ້ລາຍລະອຽດເພິ່ມເຕິມທີ່ອາດນໍາໄປໃຊ້
ປະໂຫຍດ ເຊັ່ນ: ສະຖິຕິ ຮູບພາບອື່ນໆ
4. ພາດຂ່າວຄວນມີຄວາມຊັດເຈນ ມີຊີວິດຊີວາສາມາດບອກເລົ່າເລື່ອງລາວໃຫ້ຜູ້ຮັບສານເຂົ້າໃຈໄດ້ ນອກຈາກນີ້
ຄວນມີຄໍາອະທິບາຍພາບ (caption) ຊອ່ງມີລາຍລະອຽດວ່າ ໃຜ, ເຮັດຫຍັງ, ເຮັດບ່ອນໃດ, ເມື່ອໃດເຮັດ
ແລະ ເຮັດແນວໃດ ບັນລະຍາຍໄວ້ລຸ້ມພາບນໍາ
5. ບາງຄັ້ງ ໜ່ວຍງານອາດມີການສ້າງແຟ້ມຄູ່ມື ສໍາລັບ ແຈກໃຫ້ສື່ມວນຊົນ Press( Kits) ຊຶ່ງແຟ້ມຄູ່ມືນີ້
ຈະເປັນປະໂຫຍດໃນການໃຊ້ອ້າງອິງ ຫຼື ການນໍາເອົາຂໍ້ມູນລາຍລະອຽດຕ່າງໆ ຂອງອົງກອນໄປໃຊ້ປະກອບ
ການນໍາສະເໜີຂ່າວ
ມີຫຍັງໃນ ..Press Kits ??
ພາຍໃນແຟ້ມຄວນປະກອບໄປດ້ວຍ ຂ່າວແຈກ ພາບຖ່າຍ ລາຍລະອຽດໂຄງການ ປະຫວັດ
ຄວາມເປັນມາຂອງອົງກອນ ຊຶ່ງສ້າງຂື້ນ ໂດຍຟ່າຍປະຊາສໍາພັນຂອງອົງກອນ ເພື່ອໃຊ້ສໍາຫລັບແຈກ
ຈ່າຍໃຫ້ກັບສື່ມວນຊົນໃນໂອກາດພິເສດ ຫຼື ວາລະສໍາຄັນຕ່າງໆ ເຊັ່ນ: ການຈັດກິດຈະກໍາ ການ
ປະຊຸມ ການຖະແຫຼງຂ່າວ ຫຼືການໃຫ້ສໍາພາດສື່ມວນຊົນ...
6
ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018)
“ພາດຫົວຂ່າວ” ເພື່ອການປະຊາສໍາພັນ
ການພາດຫົວຂ່າວ (Headline ) ຄືການນໍາປະເດັນສໍາຄັນຂອງຂ່າວມາພາດຫົວໜັງສືພິມເພື່ອໃຫ້ຜູ້ອ່ານຮູ້ວ່າ
ມີສິ່ງໃດເກີດຫຍັງຂຶ້ນແນ່ ໂດຍໃຊ້ຕົວອັກສອນໃຫຍ່ກວ່າທໍາມະດາ ໃຊ້ພຽງຂໍ້ຄວາມສັ້ນໆແຕ່ສາມາດສະເໜີສາລະສໍາຄັນໃຫ້
ແກ່ຜູ້ອ່ານໄດ້ພິຈາລະນາເລືອກອ່ານລາຍລະອຽດຂ່າວທີ່ຕົນສົນໃຈໄດ້
ການພາດຫົວຂ່າວຈະຕ້ອງໃຊ້ທັກສະ ການເລືອກຖ້ອຍຄໍາພາສາຢ່າງຫຼາຍເພາະຕ້ອງດຶງດູດຄວາມສົນໃຈ ແລະ
ກະທົບຕໍ່ຄວາມຮູ້ສຶກຂອງຜູ້ອ່ານໄປພ້ອມໆກັບການໃຊ້ຖອຍຄໍາທີ່ສັ້ນທີ່ສຸດໃຫ້ສາມາດອະທິບາຍເນື້ອໃນຂ່າວໄດ້ຫຼາຍທີ່ສຸດ
ໂດຍອາດໃຊ້ຄໍາທີ່ຮຸນແຮງຄໍາສະແດງພາສາສະເພາະກຸ່ມ ໃຊ້ສໍານວນ ຫຼື ເຄື່ອງໝາຍວັກ ຕອນຕ່າງໆ
ພາດຫົວຂ່າວ...ມີໜ້າທີ່ສໍາຄັນແນວໃດ..??
1. ດຶງດູດຄວາມສົນໃຈ ເປັນຈຸດຂາຍຢ່າງໜຶ່ງ ຫົວຂ່າວມັກຈະພິມດ້ວຍອັກອນຂະໜາດໃຫຍ່
ກວ່າຕົວອັກສອນໃນເນື້ອໃນ ແລະ ຄວາມນໍາຂ່າວຫຼາຍເທົ່າເນັ້ນເປັນຕົວເຂັ້ມ ຍິ່ງຕົວອັກສອນໃຫຍ່
ເທົ່າໃດກໍຍິ່ງເພິ່ມຄວາມໜ້າສົນໃຈຫຼາຍຂຶ້ນເທົ່ານັ້ນ ຂະໜາດຂອງພາດຫົວຂ່າວ ແລະ ເນື້ອໃນມີສ່ວນ
ສໍາຄັນເປັນຢ່າງຍິ່ງເພາະໃນບາງຄັ້ງຜູ້ອ່ານອາດຕັດສິນໃຈຊີ້ໜັງສືພິມ ເພາະພາດຫົວຂ່າວໃນໜ້າໜຶ່ງ
ພຽງຂ່າວດຽວກໍໄດ້
2. ຈັດລໍາດັບຄວາມສໍາຄັນຂອງຂ່າວ ຂະໜາດຕົວອັກສອນຈະເປັນຕົວກໍານົດຄວາມສໍາຄັນຂອງ
ຂ່າວ ຫົວຂ່າວທີ່ມີຕົວອັກສອນໃຫຍ່ທີ່ສຸດຍໍ່ຄວາມສໍາຄັນຫຼາຍກວ່າຫົວຂ່າວທີ່ມີຕົວອັກສອນຂະໜ
າດນ້ອຍ ຜູ້ອ່ານທີ່ບໍ່ຄ່ອຍມີເວລາ ອາດຈະເລືອກ ອ່ານສະເພາະເນື້ອໃນຂ່າວທີ່ມີຕົວອັກສອນຂະໜາດ
ໃຫຍ່ ສ່ວນຂ່າວອື່ນໆມັກຈະນໍາມາອ່ານໃນພາຍຫຼັງ ເມື່ອມີເວລາ ຫຼື ຂ້າມໄປເລີຍກໍໄດ້
3. ໃຫ້ຂໍ້ແທ້ຈິງ ຫົວຂ່າວຈະມີໜ້າທີໃນການບອກຂໍແທ້ຈິງຂອງເຫດການທີ່ເກີດຂຶ້ນໃນແຕ່ລະມື້ດ້ວຍຂໍ
ຄວາມສັ້ນໆແຕ່ໃຫ້ຄວາມໝາຍຄອບຄຸມເນື້ອຫາສາລະຫົວຂ່າວທີ່ດີຈະເຮັດໃຫ້ຜູ້ອ່ານປະຫຍັດເວລາໃນການ
ອ່ານໄດ້ເປັນຢ່າງຫຼາຍ
7
ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018)
ຂໍ້ສັງເກດ ແລະ ຂໍ້ຄວນລະວັງ
1. ຊື່ ແລະ ນາມສະກຸນ
2. ຊັ້ນຕໍາແໜ່ງ
3. ຄໍານໍາໜ້າຊື່
4. ການໃຊ້ຄໍາຫຍໍ່ຕ້ອງເປັນຄໍາຫຍໍ່ທີ່ປະຊາຊົນຮູ້ຈັກໃຫ້ຄວາມໝາຍໄດ້ຖູກຕ້ອງ ຫຼີກລ່ຽງຄໍາຫຍໍ່ທີ່
ປະຊາຊົນບໍ່ຮູ້ຈັກ
5. ການຂຽນຕົວເລກຖ້າຫຼາຍເກິນຂຽນຕົວໜັງສືແທນ
6. ຫຼີກລ່ຽງສັບເທັກນິກ, ສັບສະເພາະ, ສັບວິຊາການ, ສັບເທັກນິກແພດ ເພາະຈະເຮັດໃຫ້ການສືສານກັນ
ເຂົ້າໃຈງ່າຍຂື້ນ
7. ຂ່າວທີ່ມີຄໍາລາຊາສັດ ຈະຂຽນໂດຍໃຊ້ພາສາທໍາມະດາບໍ່ໄດ້
8. ເລື່ອງສາສະໜາມັກມີການສ້າງຄວາມຂັດແຍ້ງສູງຫຼາຍບໍ່ຄວນຂຽນໃນແບບປຽບທຽບໂດຍ ດັດຂາດ
9. ຄໍາທີ່ບົ່ງສະເພາະເຊັ່ນ ຜິວພັນ, ຜິວຂາວ, ຜິວດໍາ ພັກພວກ/ພວກກຸ່ມ ຈະສື່ຄວາມໝາຍໄດ້ຄວນ
ຫຼີກລ່ຽງ
10.ຂ່າວລື ເລື່ອງທີ່ອັນຕະລາຍຫຼາຍ ສໍາລັບ ອົງກອນທຸກອົງກອນຖ້າບໍ່ໃຫ້ຄວາມສໍາຄັນໃນເລື່ອງຂອງ ການ
ກໍາຈັດຂ່າວລື ຈະເຮັດໃຫ້ເກີດປັນຫາໃນອານາຄົດໄດ້
11.ຂໍ້ມູນສະຖິຕິ ຕົວເລກ ຊື່ ນາມສະກຸນ ຊັ້ນຕໍາແໜ່ງ ຈະຕ້ອງຊັດເຈນສາມາດອ້າງອິງໄດ້ຕະຫຼອດເວລາ
8
ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018)
ຕົວຢ່າງ...ການພາດຫົວຂ່າວໃນໜ້າໜັງສືພິມ
9

Contenu connexe

Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (17)

Newsleter deqp xi
Newsleter deqp xiNewsleter deqp xi
Newsleter deqp xi
 
Newsleter deqp xii
Newsleter deqp xiiNewsleter deqp xii
Newsleter deqp xii
 
Newsleter doe I
Newsleter doe INewsleter doe I
Newsleter doe I
 
Newsleter deqp iv
Newsleter deqp ivNewsleter deqp iv
Newsleter deqp iv
 
Newsleter deqp v
Newsleter deqp vNewsleter deqp v
Newsleter deqp v
 
Newsleter deqp vi
Newsleter deqp viNewsleter deqp vi
Newsleter deqp vi
 
Newsleter vii deqp for print size 265x210l
Newsleter vii deqp for print size 265x210lNewsleter vii deqp for print size 265x210l
Newsleter vii deqp for print size 265x210l
 
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp viii
 
Newsleter deqp ix
Newsleter deqp ixNewsleter deqp ix
Newsleter deqp ix
 
Move
MoveMove
Move
 
Newsleter iii deqp for print size 265x210l
Newsleter iii deqp for print size 265x210lNewsleter iii deqp for print size 265x210l
Newsleter iii deqp for print size 265x210l
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 
Newsleter Deep II
Newsleter Deep IINewsleter Deep II
Newsleter Deep II
 
Newsleter deqp
Newsleter deqpNewsleter deqp
Newsleter deqp
 
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
 

ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide

  • 1. ໂດຍ... “ບົວແສງປະເສີດ ພຣະສິດທິເດດ” ຮອງຫົວໜ້າ ພະແນກສິ່ງແວດລ້ອມສັງຄົມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, (ກຊສ)
  • 2. ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018) ເນື້ອໃນການຝຶກອົບຮົມ ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ.................................................................................3 ຫຼັການຂຽນຂ່າວແຈກ................................................................................................................................4 ອົງປະກອບຂອງຂ່າວ “ 5W 1H ”...............................................................................................................4 ໂຄງສ້າງຂອງຂ່າວ .....................................................................................................................................4 ສ່ວນປະກອບຂອງຂ່າວ .............................................................................................................................5 ເທັກນິກການຂຽນຂ່າວແຈກ/ແລະພາບຂ່າວແບບໃດໃຫ້ໄດ້ຮັບການເຜີຍແຜ່..........................................................6 “ພາດຫົວຂ່າວ” ເພື່ອການປະຊາສໍາພັນ..........................................................................................................7 ພາດຫົວຂ່າວມີໜ້າທີສໍາຄັນ ແນວໃດ??.......................................................................................................7 ຂໍ້ສັງເກດ ແລະ ຂໍ້ລະວັງ.............................................................................................................................8 ຕົວຢ່າງ........ການພາດຫົວຂ່າວໃນໜ້າໜັງສືພິມ.............................................................................................9 2
  • 3. ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018) ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ ໂດຍ... “ບົວແສງປະເສີດ ພຣະສິດທິເດດ” ຂ່າວແຈກ New (Released/Press Release) ເປັນຂ່າວ ຫຼື ເລື່ອງລາວ ກ່ຽວກັບ ນະໂຍ ບາຍ, ໂຄງການ ຫຼື ກິດຈະກໍາການດໍາເນິນງານ ລວມທັ້ງການເຄື່ອນໄຫວຕ່າງໆ ແລະ ຜົນການຈັດຕັ້ງ ປະຕິບັດງານຂອງໜ່ວຍງານ, ອົງການ ຫຼື ສະຖາບັນ ຊຶ່ງນັກປະຊາສໍາພັນຂອງໜ່ວຍງານ, ອົງການ ຫຼື ສະ ຖາບັນນັ້ນໆຂຽນຂື້ນໃຫ້ແກ່ສື່ມວນຊົນ ເພື່ອນໍາໄປເຜີຍແຜ່ໃຫ້ແກ່ປະຊາຊົນຊຶ່ງເປັນກຸ່ມເປົ້າໝາຍຂອງໜ່ ວຍງານ ຂ່າວ ເພື່ອການປະຊາສໍາພັນ ຫຼື ຂ່າວແຈກ ຄືກັບຄໍາພາສາອັງກິດວ່າ PRESS RELEASE ຫຼື NEWS RELEASE ເປັນຂ່າວທີ່ໜ່ວຍງານ ອົງການ ແລະ ສະຖາບັນສົ່ງໃຫ້ສື່ມວນຊົນ ເພື່ອໃຊ້ເຜີຍແຜ່ໄປຫາປະຊາຊົນ ກຸ່ມ ເປົ້າໝາຍ ໂດຍສ່ວນຫຼາຍຈະເປັນຂ່າວສານທີ່ແຈກຈ່າຍໃຫ້ສືມວນຊົນຢ່າງຕໍ່ເນື່ອງ ເພື່ອລາຍງານໃຫ້ປະຊາຊົນໄດ້ຮູ້ເຖີງ ກິດຈະກໍາ ແລະ ຄວາມເປັນໄປຂອງໜ່ວຍງານທຸກໄລຍະ ລວມທັ້ງສ້າງຄວາມສໍາພັນຕໍ່ເນື່ອງກັບສື່ມວນຊົນດ້ວຍ ຂ່າວແຈກນີ້ສາມາດສົ່ງໄປໄດ້ທັ້ງທາງໜັງສືພິມ, ວາລະສານ, ວິທະຍຸກະຈາຍສຽງ, ໂທລະພາບ ແລະ ຍັງສາມາດສົ່ງທາງອີເມວ e- (mail) ຫຼື ເຜີຍແຜ່ເທິງເວບໄຊ web( site) ຂອງໜ່ວຍງານ 3
  • 4. ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018) ຫຼັກການຂຽນຂ່າວແຈກ ເຊັ່ນດຽວກັນກັບຫຼັກການຂຽນຂ່າວ ເພື່ອໃຊ້ໃນການປະຊາສໍາພັນ ຍັງຄົງໃຊ້ຫຼັກການທີ່ມີລັກສະນະຄ້າຍຄືກັບການ ຂຽນຂ່າວທີ່ເຜີຍແຜ່ທົ່ວໄປ ຄື ຂ່າວຕ້ອງມີ 5W1H ໄດ້ແກ່ Who What Where When Why ແລະ How ເພື່ອອະທິບາຍວ່າ: ໃຜ, ເຮັດຫຍັງ, ບ່ອນໃດ, ເມື່ອໃດ, ເປັນຫຍັງຈຶ່ງເກີດເຫດການນັ້ນຂື້ນ ແລະ ເຫດການນັ້ນເກີດ ຂື້ນແນວໃດ… ອົງປະກອບຂອງຂ່າວ“ 5W 1H ” 1. Who ແມ່ນໃຜ 2. What ເກີດຫຍັງຂື້ນ 3. Where ເກີດຂື້ນບ່ອນໃດ 4. When ເກີດຂື້ນເມື່ອໃດ 5. Why ເປັນຫຍັງຈຶ່ງເກີດຂື້ນ 6. How ເກີດຂື້ນໄດ້ແນວໃດ ໂຄງສ້າງຂອງຂ່າວ (ຕ້ອງບອກສິ່ງສໍາຄັນທີສຸດກ່ອນ ແລ້ວຈຶ່ງບອກສິ່ງສໍາຄັນຮອງລົງມາ) 1.ການພາດຫົວຂ່າວ Headline 2.ຄວາມນໍາ/ວັກນໍາ lead 3.ເນື້ອໃນຂ່າວ detail 4
  • 5. ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018) ສ່ວນປະກອບຂອງຂ່າວ ຂ່າວປະຊາສໍາພັນປະກອບດ້ວຍສ່ວນສໍາຄັນ 3 ສ່ວນມີລັກສະນະການໃຊ້ພາສາດັງນີ້ຄື: 1. ພາດຫົວຂ່າວ (Headline ) ຄືການນໍາປະເດັນສໍາຄັນຂອງຂ່າວມາພາດຫົວໜັງສືພິມ ເພື່ອໃຫ້ຜູ້ອ່ານຮູ້ວ່າມື້ນີ້ເກີດຫຍັງຂື້ນແນ່ ໂດຍໃຊ້ຕົວອັກ ສອນໃຫຍ່ກວ່າທໍາມະດາ ໃຊ້ພຽງຂໍ້ຄວາມສັ້ນໆແຕ່ສາມາດສາລະສໍາຄັນໃຫ້ແກ່ຜູ້ອ່ານໄດ້ພິຈາລະນາເລືອກອ່ານລາຍລະ ອຽດຂ່າວທີ່ຕົນສົນໃຈໄດ້ທັ້ງຍັງສາມາດບອກພາບລັກຂອງໜັງສືພິມສະບັບນັ້ນໆດ້ວຍການພາດຫົວຂ່າວຈະຕ້ອງໃຊ້ທັກ ສະການເລືອກຂໍ້ຄວາມພາສາຢ່າງຫຼາຍ ເພາະຕ້ອງດຶງດູດຄວາມສົນໃຈ ແລະ ກະທົບຕໍ່ຄວາມຮູ້ສຶກຂອງຜູ້ອ່ານໄປພ້ອມໆກັບ ການໃຊ້ຂໍ້ຄວາມທີ່ສັ້ນທີ່ສຸດໃຫ້ສາມາດອະທິບາຍເນື້ອໃນຂ່າວໄດ້ຫຼາຍທີ່ສຸດ ໂດຍອາດໃຊ້ຄໍາທີ່ຮຸນແຮງຄໍາສະແດງພາ ສາ ສະເພາະກຸ່ມໃຊ້ສໍານວນ ຫຼື ເຄື່ອງໝາຍວັກຕອນຕ່າງໆ 2. ຄວາມນໍາຂ່າວ (Leads) ຫຼື ວັກນໍາ ຄືສາລະສໍາຄັນຂອງເນື້ອໃນຂ່າວທີ່ຂຽນໂດຍຫຍໍ້ເພື່ອສ້າງຄວາມເຂົ້າໃຈທົ່ວໆໄປໃຫ້ແກ່ຜູ້ອ່ານຄວາມນໍາຈະເປັນ ຂໍ້ຄວາມທີ່ເປັນເນື້ອໃນຂ່າວໂດຍຫຍໍ້ທັ້ງໝົດ ຊຶ່ງເຮັດໃຫ້ຜູ້ອ່ານຈັບໃຈຄວາມໄດ້ທັນທີອົງປະກອບຂອງຂ່າວໃນທີ່ນີ້ຄື ໃຫ້ຮູ້ ວ່າໃຜ, ເຮັດຫຍັງ, ຢູ່ໃສ, ເມື່ອໃດ ແລະ ແນວໃດ ພາສາທີ່ໃຊ້ໃນການຂຽນຄວາມນໍາຂ່າວຕ້ອງຂຽນ ດ້ວຍຂໍ້ຄວາມທີ່ກະຊັບ ຮັດກຸມ ເລືອກສັນ ໂດຍສະເພາະຄໍາກິລິຍາວິເສດ ທີ່ເຮັດໃຫ້ເຫັນພາບແຝງອາລົມ, ຄວາມຮູ້ສຶກ ໃຊ້ຄໍາສັ້ນໆຄືກັບພາດຫົວ ຂ່າວ 3. ເນື້ອເລື່ອງ ຫຼື ເນື້ອໃນຂ່າວ (detail) ຄືສ່ວນທີ່ອະທິບາຍຂໍ້ແທ້ຈິງ ຫຼື ຂະຫຍາຍລາຍລະອຽດຂອງເຫດການ ຫຼື ເລື່ອງລາວຈະເຮັດໃຫ້ຜູ້ອ່ານໄດ້ຮູ້ ແລະ ເຂົ້າໃຈລໍາດັບຄວາມສໍາຄັນຂອງເຫດການທີ່ເກີດຂື້ນທັ້ງໝົດສ່ວນປະກອບອື່ນໆ ແລະ ຂ້າງຕົ້ນ ເພື່ອໃຫ້ຜູ້ອ່ານຮູ້ເລື່ອງລາວ ແລະ ເຂົ້າໃຈລໍາດັບຄວາມສໍາຄັນຂອງເຫດການທີ່ເກີດຂື້ນຢ່າງຊັດເຈນ ຫຼື ກ່າວໄດ້ວ່າ ເປັນສ່ວນຂະຫຍາຍວັກນໍາ ແລະ ວັກ ເຊື່ອມໃຫ້ສົມບູນທີ່ສຸດເນື້ອໃນຂ່າວອາດມີຂະຫນາດສັ້ນ ຫຼື ມີຄວາມຍາວຫຼາຍເປັນຂ່າວຫຼາຍວັກຫຼາຍຕອນ ຂ່າວສັ້ນຊຶ່ງມີ ຄວາມຍາວພຽງວັກດຽວນັ້ນ ຄວາມນໍາກັບເນື້ອຂ່າວຈະເປັນອັນດຽວກັນ ແລະ ຢູ່ພາຍໃນວັກດຽວກັນ ການສະເໜີເນື້ອໃນ ຂ່າວມັກຈະສະເໜີຕາມລໍາດັບຄວາມສໍາຄັນຂອງເລື່ອງລາວ ຈາກສໍາຄັນທີ່ສຸດໄປຖຶງສໍານ້ອຍທີ່ສຸດ ຫຼື ອາດສະເໜີຂ່າວຕາມ ລໍາດັບເວລາ ຫຼື ເຫດການກໍໄດ້. 5
  • 6. ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018) ເທັກນິກການຂຽນຂ່າວແຈກ/ແລະພາດຂ່າວ ແບບໃດໃຫ້ໄດ້ຮັບການເຜີຍແຜ່ 1. ການຂຽນຂ່າວແຈກແບບພີລະມິດ (ສາມຫຼ່ຽມ) ຄື: ເນັ້ນປະເດັນສໍາຄັນຂອງຂ່າວກ່ອນໃຫ້ລາຍລະອຽດຈະ ເຮັດໃຫ້ສະດວກແກ່ການເຮັດວຽກຂອງບັນນາທິການຂ່າວ ທີ່ບໍ່ຕ້ອງເສຍເວລາໃນການອ່ານເນື້ອໃນທັ້ງໝົດ ກໍ ສາມາດທີ່ຈະພິຈາລະນາ ແລະ ຕັດສິນໃຈເລືອກຂ່າວໄດ້ຈາກຍໍ່ໜ້າຕົ້ນໆ 2. ຂ່າວແຈກຄວນພິມດ້ວຍເຈັ້ຍທີ່ເປັນຫົວ ຫຼື ຊື່ຂອງໜ່ວຍງານລະບຸຊື່ ທີ່ຢູ່ ເບີໂທລະສັບ (ເພື່ອການຕິດຕໍ່ກັບໃນ ກໍລະນີສື່ມວນຊົນສົງໄສ ຕ້ອງການຂໍ້ມູນເພິ່ມເຕິມ 3. ເນື້ອຂ່າວຄວນຂຽນສັ້ນ ກະທັດຮັດ ໄດ້ໃຈຄວາມສົມບູນຊັດເຈນໃຫ້ລາຍລະອຽດເພິ່ມເຕິມທີ່ອາດນໍາໄປໃຊ້ ປະໂຫຍດ ເຊັ່ນ: ສະຖິຕິ ຮູບພາບອື່ນໆ 4. ພາດຂ່າວຄວນມີຄວາມຊັດເຈນ ມີຊີວິດຊີວາສາມາດບອກເລົ່າເລື່ອງລາວໃຫ້ຜູ້ຮັບສານເຂົ້າໃຈໄດ້ ນອກຈາກນີ້ ຄວນມີຄໍາອະທິບາຍພາບ (caption) ຊອ່ງມີລາຍລະອຽດວ່າ ໃຜ, ເຮັດຫຍັງ, ເຮັດບ່ອນໃດ, ເມື່ອໃດເຮັດ ແລະ ເຮັດແນວໃດ ບັນລະຍາຍໄວ້ລຸ້ມພາບນໍາ 5. ບາງຄັ້ງ ໜ່ວຍງານອາດມີການສ້າງແຟ້ມຄູ່ມື ສໍາລັບ ແຈກໃຫ້ສື່ມວນຊົນ Press( Kits) ຊຶ່ງແຟ້ມຄູ່ມືນີ້ ຈະເປັນປະໂຫຍດໃນການໃຊ້ອ້າງອິງ ຫຼື ການນໍາເອົາຂໍ້ມູນລາຍລະອຽດຕ່າງໆ ຂອງອົງກອນໄປໃຊ້ປະກອບ ການນໍາສະເໜີຂ່າວ ມີຫຍັງໃນ ..Press Kits ?? ພາຍໃນແຟ້ມຄວນປະກອບໄປດ້ວຍ ຂ່າວແຈກ ພາບຖ່າຍ ລາຍລະອຽດໂຄງການ ປະຫວັດ ຄວາມເປັນມາຂອງອົງກອນ ຊຶ່ງສ້າງຂື້ນ ໂດຍຟ່າຍປະຊາສໍາພັນຂອງອົງກອນ ເພື່ອໃຊ້ສໍາຫລັບແຈກ ຈ່າຍໃຫ້ກັບສື່ມວນຊົນໃນໂອກາດພິເສດ ຫຼື ວາລະສໍາຄັນຕ່າງໆ ເຊັ່ນ: ການຈັດກິດຈະກໍາ ການ ປະຊຸມ ການຖະແຫຼງຂ່າວ ຫຼືການໃຫ້ສໍາພາດສື່ມວນຊົນ... 6
  • 7. ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018) “ພາດຫົວຂ່າວ” ເພື່ອການປະຊາສໍາພັນ ການພາດຫົວຂ່າວ (Headline ) ຄືການນໍາປະເດັນສໍາຄັນຂອງຂ່າວມາພາດຫົວໜັງສືພິມເພື່ອໃຫ້ຜູ້ອ່ານຮູ້ວ່າ ມີສິ່ງໃດເກີດຫຍັງຂຶ້ນແນ່ ໂດຍໃຊ້ຕົວອັກສອນໃຫຍ່ກວ່າທໍາມະດາ ໃຊ້ພຽງຂໍ້ຄວາມສັ້ນໆແຕ່ສາມາດສະເໜີສາລະສໍາຄັນໃຫ້ ແກ່ຜູ້ອ່ານໄດ້ພິຈາລະນາເລືອກອ່ານລາຍລະອຽດຂ່າວທີ່ຕົນສົນໃຈໄດ້ ການພາດຫົວຂ່າວຈະຕ້ອງໃຊ້ທັກສະ ການເລືອກຖ້ອຍຄໍາພາສາຢ່າງຫຼາຍເພາະຕ້ອງດຶງດູດຄວາມສົນໃຈ ແລະ ກະທົບຕໍ່ຄວາມຮູ້ສຶກຂອງຜູ້ອ່ານໄປພ້ອມໆກັບການໃຊ້ຖອຍຄໍາທີ່ສັ້ນທີ່ສຸດໃຫ້ສາມາດອະທິບາຍເນື້ອໃນຂ່າວໄດ້ຫຼາຍທີ່ສຸດ ໂດຍອາດໃຊ້ຄໍາທີ່ຮຸນແຮງຄໍາສະແດງພາສາສະເພາະກຸ່ມ ໃຊ້ສໍານວນ ຫຼື ເຄື່ອງໝາຍວັກ ຕອນຕ່າງໆ ພາດຫົວຂ່າວ...ມີໜ້າທີ່ສໍາຄັນແນວໃດ..?? 1. ດຶງດູດຄວາມສົນໃຈ ເປັນຈຸດຂາຍຢ່າງໜຶ່ງ ຫົວຂ່າວມັກຈະພິມດ້ວຍອັກອນຂະໜາດໃຫຍ່ ກວ່າຕົວອັກສອນໃນເນື້ອໃນ ແລະ ຄວາມນໍາຂ່າວຫຼາຍເທົ່າເນັ້ນເປັນຕົວເຂັ້ມ ຍິ່ງຕົວອັກສອນໃຫຍ່ ເທົ່າໃດກໍຍິ່ງເພິ່ມຄວາມໜ້າສົນໃຈຫຼາຍຂຶ້ນເທົ່ານັ້ນ ຂະໜາດຂອງພາດຫົວຂ່າວ ແລະ ເນື້ອໃນມີສ່ວນ ສໍາຄັນເປັນຢ່າງຍິ່ງເພາະໃນບາງຄັ້ງຜູ້ອ່ານອາດຕັດສິນໃຈຊີ້ໜັງສືພິມ ເພາະພາດຫົວຂ່າວໃນໜ້າໜຶ່ງ ພຽງຂ່າວດຽວກໍໄດ້ 2. ຈັດລໍາດັບຄວາມສໍາຄັນຂອງຂ່າວ ຂະໜາດຕົວອັກສອນຈະເປັນຕົວກໍານົດຄວາມສໍາຄັນຂອງ ຂ່າວ ຫົວຂ່າວທີ່ມີຕົວອັກສອນໃຫຍ່ທີ່ສຸດຍໍ່ຄວາມສໍາຄັນຫຼາຍກວ່າຫົວຂ່າວທີ່ມີຕົວອັກສອນຂະໜ າດນ້ອຍ ຜູ້ອ່ານທີ່ບໍ່ຄ່ອຍມີເວລາ ອາດຈະເລືອກ ອ່ານສະເພາະເນື້ອໃນຂ່າວທີ່ມີຕົວອັກສອນຂະໜາດ ໃຫຍ່ ສ່ວນຂ່າວອື່ນໆມັກຈະນໍາມາອ່ານໃນພາຍຫຼັງ ເມື່ອມີເວລາ ຫຼື ຂ້າມໄປເລີຍກໍໄດ້ 3. ໃຫ້ຂໍ້ແທ້ຈິງ ຫົວຂ່າວຈະມີໜ້າທີໃນການບອກຂໍແທ້ຈິງຂອງເຫດການທີ່ເກີດຂຶ້ນໃນແຕ່ລະມື້ດ້ວຍຂໍ ຄວາມສັ້ນໆແຕ່ໃຫ້ຄວາມໝາຍຄອບຄຸມເນື້ອຫາສາລະຫົວຂ່າວທີ່ດີຈະເຮັດໃຫ້ຜູ້ອ່ານປະຫຍັດເວລາໃນການ ອ່ານໄດ້ເປັນຢ່າງຫຼາຍ 7
  • 8. ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018) ຂໍ້ສັງເກດ ແລະ ຂໍ້ຄວນລະວັງ 1. ຊື່ ແລະ ນາມສະກຸນ 2. ຊັ້ນຕໍາແໜ່ງ 3. ຄໍານໍາໜ້າຊື່ 4. ການໃຊ້ຄໍາຫຍໍ່ຕ້ອງເປັນຄໍາຫຍໍ່ທີ່ປະຊາຊົນຮູ້ຈັກໃຫ້ຄວາມໝາຍໄດ້ຖູກຕ້ອງ ຫຼີກລ່ຽງຄໍາຫຍໍ່ທີ່ ປະຊາຊົນບໍ່ຮູ້ຈັກ 5. ການຂຽນຕົວເລກຖ້າຫຼາຍເກິນຂຽນຕົວໜັງສືແທນ 6. ຫຼີກລ່ຽງສັບເທັກນິກ, ສັບສະເພາະ, ສັບວິຊາການ, ສັບເທັກນິກແພດ ເພາະຈະເຮັດໃຫ້ການສືສານກັນ ເຂົ້າໃຈງ່າຍຂື້ນ 7. ຂ່າວທີ່ມີຄໍາລາຊາສັດ ຈະຂຽນໂດຍໃຊ້ພາສາທໍາມະດາບໍ່ໄດ້ 8. ເລື່ອງສາສະໜາມັກມີການສ້າງຄວາມຂັດແຍ້ງສູງຫຼາຍບໍ່ຄວນຂຽນໃນແບບປຽບທຽບໂດຍ ດັດຂາດ 9. ຄໍາທີ່ບົ່ງສະເພາະເຊັ່ນ ຜິວພັນ, ຜິວຂາວ, ຜິວດໍາ ພັກພວກ/ພວກກຸ່ມ ຈະສື່ຄວາມໝາຍໄດ້ຄວນ ຫຼີກລ່ຽງ 10.ຂ່າວລື ເລື່ອງທີ່ອັນຕະລາຍຫຼາຍ ສໍາລັບ ອົງກອນທຸກອົງກອນຖ້າບໍ່ໃຫ້ຄວາມສໍາຄັນໃນເລື່ອງຂອງ ການ ກໍາຈັດຂ່າວລື ຈະເຮັດໃຫ້ເກີດປັນຫາໃນອານາຄົດໄດ້ 11.ຂໍ້ມູນສະຖິຕິ ຕົວເລກ ຊື່ ນາມສະກຸນ ຊັ້ນຕໍາແໜ່ງ ຈະຕ້ອງຊັດເຈນສາມາດອ້າງອິງໄດ້ຕະຫຼອດເວລາ 8
  • 9. ເທັກນິກການຂຽນຂ່າວ ແລະ ພາດຫົວໃຫ້ໜ້າສົນໃຈ (17-ກັນຍາ.2018) ຕົວຢ່າງ...ການພາດຫົວຂ່າວໃນໜ້າໜັງສືພິມ 9