SlideShare une entreprise Scribd logo
1  sur  50
Télécharger pour lire hors ligne
lt[a[mu 1
,a'dvo{,y45ok 2020
ກົມສິ່ງແວດລ້ອມ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຂະແໜງສິ່ງແວດລ້ອມ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
d l ]d l ]
ຈົດໝາຍຂ່າວ
ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ
ຄະນະຮ່າງ ແລະ ຮຽບຮຽງ
ຄະນະກົມສິ່ງແວດລ້ອມ
ທ່ານ ໄຊຍະເວດ ວິໄຊ ຮັກສາການຫົວໜ້າກົມ
ທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມ
ທ່ານ ນ. ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ
ທ່ານ ວິລະພົນ ນວນແສງສີ ຮອງຫົວໜ້າກົມ
ທ່ານ ສຸດາໄຊ ຄຳເພັງໄຊ ຮອງຫົວໜ້າກົມ
ທ່ານ ນ. ສຸດາວີ ແກ້ວປະເສີດ ຮອງຫົວໜ້າກົມ
ກວດແກ້
ບັນດາພະແນກຂອງກົມສິ່ງແວດລ້ອມ
ພະແນກ ສົ່ງເສີມສິ່ງແວດລ້ອມ
ທ່ານ ຄອນສະຫວັນ ຫຼວງລາດ ຫົວໜ້າພະແນກ
ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ
ທ່ານ ນ.ໄຂ່ແກ້ວ ຈັນທະວີສຸກ ຮອງຫົວໜ້າພະແນກ
ທ່ານ ບົວແສງປະເສິດ ພຣະສິດທິເດດ ຮອງຫົວໜ້າພະແນກ
ຈັດໜ້າອອກແບບ
ທ່ານ ບົວແສງປະເສິດ ພຣະສິດທິເດດ ຮອງຫົວໜ້າພະແນກ
ທ່ານ ກິ່ງທອງ ສິຣິສົມພອນ ວິຊາການ
ຄະນະເກັບກຳຂໍ້ມູນ
ທ່ານ ນາງ ປິກຄຳ ພັນທະວົງ
ທ່ານ ນາງ ທອງພັນ ອຸດົມເພັດ
ແຫຼ່ງຂໍ້ມູນ
ຂໍຂອບໃຈເປັນຢ່າງສູງ ທີ່ສະໜອງຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສລ
ສາລະບານ
•	 ບົດຄໍາເຫັນຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ
ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2020 ............................................1
•	 ສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ    
2020....................................................................................................... 5
•	 ສອງກະຊວງ ຮ່ວມກັນ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ, ວັນສິ່ງ
ແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2020........................8
•	 ພິທີປະກາດໄຂການຈັດຕັ້ງປະຕິບັດທົດລອງ ກ່ຽວກັບ ວຽກງານສ້າງບ້ານ ຂຽວ ສະອາດ
ງາມຕາ ຈຳນວນ 17 ບ້ານ ໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ...................12
•	 ທັດສະນະສຶກສາ ແລກປ່ຽນບົດຮຽນຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊ
ະອານາຈັກໄທ...........................................................................................15
•	 ລົງພື້ນທີ່ຕົວຈິງ ແລະ ເກັບກຳຂໍ້ມູນ ຂອງໂຄງການສ້າງບ້ານສີຂຽວ ສະອາດ ງາມ
ຕາ..........................................................................................................18
•	 ກອງປະຊຸມ ທົບທວນການຈັດຕັ້ງປະຕິບັດ ການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນ
ທິສັນຍາຣາມຊາ ຢູ່ ສປປ ລາວ ໃນໄລຍະ 1 ປີຜ່ານມາ ແລະ ກໍານົດແຜນວຽກຈຸດສຸມ
ຮອດປີ 2025 ຂອງກອງເລຂາສົນທິສັນຍາຣາມຊາ............................................20
•	 ກອງປະຊຸມສະຫຼຸບລາຍງານ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ໂຄງການ
ຕົວເມືອງນໍາໜ້າທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ....................................23
•	 2 ເຂດດິນບໍລິເວນນໍ້າຂອງ ສປປ ລາວ (ເຊຈໍາພອນ ແລະ ບຶງກຽດໂງ້ງ) ໄດ້ຈັດພິທີສະ
ເຫຼີມສະຫຼອງວັນດິນບໍລິເວນນໍ້າໂລກ...............................................................25
•	 ກອງປະຊຸມປຶກສາຫາລື ກ່ຽວກັບ ການກະກຽມເຄື່ອນໄຫວວຽກງານສຶກສາ  ແລະ   ສ້າງ
ຈິດສຳນຶກດ້ານສິ່ງແວດລ້ອມ.........................................................................27
•	 ພະນັກງານ ຂັ້ນແຂວງ, ນະຄອນຫຼວງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ຮັບການຍົກ
ລະດັບການເປັນຜູ້ນໍາພາດໍາເນີນກິດຈະກຳການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງ
ແວດລ້ອມ................................................................................................29
•	 ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ຈຳພອນ ແຂວງ
ສະຫວັນນະເຂດ ຮ່ວມກັບ ໂຄງການ CAWA ໄດ້ຈັດກິດຈະກຳ ສະເຫຼີມສະຫຼອງ
ວັນສິ່ງແວດລ້ອມ ແຫ່ງຊາດ ກໍຄືວັນສິ່ງແວດລ້ອມໂລກ 5 ມິຖຸນາ 2020................ 32
•	 ກອງປະຊຸມຝຶກອົບຮົມການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ກ່ຽວກັບ ອາກາດ
ໃຫ້ແກ່ຄູອາຈານ ສຳລັບ ອະນຸບານ 3 ແລະ ຊັ້ນປະຖົມສຶກສາ ປໍ 1-ປໍ 5................ 34
•	 ກອງປະຊຸມ ຕິດຕາມການຈັດຕັ້ງປະຕິບັດ ໂຄງການ ຕົວເມືອງນຳໜ້າທີ່ມີຄວາມຍືນຍົງ
ທາງດ້ານສິ່ງແວດລ້ອມ (SDGs-FC Programme).........................................36
•	 ຂີ້ເຫຍື້ອ ແຍກແນວໃດໃຫ້ຖືກວິທີ (Rubbish! How to separate it) ?................38
•	 ຂີ້ເຫຍື້ອອັນຕະລາຍ ໄພໃກ້ຕົວທີ່ບໍ່ຄວນເບິ່ງຂ້າມ .............................................43
ບົດຄໍາເຫັນຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງ
ຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2020
ເຫດການ
1ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງ
ທັບ,ທົ່ວປວງຊົນພວມຫ້າວຫັນຟົດຟື້ນຈັດ
ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ,
ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ
VIII ໃນທ້າຍສະໄໝ, ວິໃສທັດ, ຍຸດທະສາດ ແລະ
ແຜນດຳເນີນງານຂອງຂະແໜງຊັບພະຍາກອນທໍາ
ມະຊາດ ແລະ ສິ່ງແວດລ້ອມ, ຂະບວນການກະກຽມ
ແລະ ດໍາເນີນກອງປະຊຸມໃຫຍ່ສາມຂັ້ນ, ພວກເຮົາ
ພ້ອມກັນສະເຫຼີມສະຫຼອງວັນສິ່ງແວດລ້ອມ ແຫ່ງ
ຊາດ ກໍ່ຄື ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ
2020 ຊຶ່ງໃນແຕ່ລະປີພວກເຮົາກໍ່ໄດ້ຖືເອົາວັນດັ່ງ
ກ່າວ ເປັນການປຸກລະດົມ ແລະ ສ້າງຈິດສໍານຶກ ໃນ
ການປົກປັກຮັກສາສີ່ງແວດລ້ອມໃນທົ່ວປະເທດພາຍ
ໃຕ້ຄໍາຂວັນທີ່ແຕກຕ່າງກັນໃນແຕ່ລະປີ ເຮັດໃຫ້ທົ່ວ
ສັງຄົມລາວ ມີຄວາມຮັບຮູ້ ເຂົ້າໃຈ, ມີຄວາມຕື່ນຕົວ
ແລະ ເປັນເຈົ້າການຍິ່ງຂຶ້ນ, ບັນດາແຜນການ ແລະ
ຄາດໝາຍສູ້ຊົນ ທີ່ໄດ້ກໍານົດໄວ້ ໃນແຜນ 5 ປີ ຄັ້ງທີ
VIII ໄດ້ຮັບການຈັດຕັ້ງຢ່າງມີຜົນສໍາເລັດ ເປັນຢ່າງດີ
ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດ
ນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຖືເອົາ
ການພັດທະນາໄປຕາມທິດຍືນຍົງ ແລະ ສີຂຽວ.
ວັນສິ່ງແວດໂລກ ວັນທີ 5 ມີຖຸນາ 1972, ອົງການ
ສະຫະປະຊາຊາດຮ່ວມກັບລັດຖະບານ ປະເທດສະ
ວີເດັນ ໄດ້ຈັດກອງປະຊຸມ ສຸດຍອດໂລກ ກ່ຽວກັບ ສິ່ງ
ເຫດການ
ແວດລ້ອມຂອງມະນຸດ ທີ່ສະຕ໋ອກໂຮມ, ປະເທດສະ
ວີເດັນ ໂດຍໃຊ້ເວລາກະກຽມເຖິງ 3 ປີ ເພື່ອກະກຽມ
ຂໍ້ສະເໜີຕ່າງໆ ລວມທັງ ແຜນດຳເນີນງານ ແລະ ກົດ
ໝາຍວ່າດ້ວຍສິ່ງແວດລ້ອມຂອງມະນຸດເຊິ່ງມີຜູ້ເຂົ້າ
ຮ່ວມປະຊຸມທັງໝົດ 1.200 ຄົນ ຈາກ 113 ປະເທດ
ແລະ ມີຜູ້ສັງເກດການຫຼາຍກວ່າ 1.500 ຄົນ ຈາກ
ໜ່ວຍງານລັດຖະບານ, ອົງການຈັດຕັ້ງສາກົນ, ອົງ
ການຈັດຕັ້ງທາງສັງຄົມ, ຕົວແທນເຍົາວະຊົນ, ກຸ່ມນັກ
ສຶກສາແລະສື່ມວນຊົນຂະແໜງຕ່າງໆຈາກທົ່ວໂລກ.
ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບຜົນສຳເລັດຢ່າງຈົບ
ງາມ ແລະ ເປັນຄັ້ງທຳອິດທີ່ປະເທດຕ່າງໆໃນທົ່ວ
ໂລກໄດ້ເຫັນດີເປັນເອກະພາບກັນ ປ້ອງກັນໄພອັນ
ຕະລາຍຕໍ່ສິ່ງແວດລ້ອມ ທີ່ກຳລັງຈະຄຸກຄາມຕໍ່ໂລກ
ຂອງພວກເຮົາ. ດັ່ງນັ້ນ, ເພື່ອເປັນການຫວນຄືນ ຈຸດ
ເລີ່ມຕົ້ນຂອງການຮ່ວມມືກັນ ລະຫວ່າງ ນາໆຊາດໃນ
ທົ່ວໂລກ ຈຶ່ງໄດ້ມີການກຳນົດເອົາມື້ທຳອິດຂອງກອງ
ປະຊຸມ ກ່ຽວກັບ ສິ່ງແວດລ້ອມຂອງມະນຸດ ໃນວັນທີ
5 ມິຖຸນາ ເປັນວັນສິ່ງແວດລ້ອມໂລກ ພ້ອມທັງໄດ້
ສ້າງຕັ້ງ ອົງການສະຫະປະຊາຊາດ ເພື່ອສິ່ງແວດ
ລ້ອມຂຶ້ນ ເຊິ່ງລັດຖະບານຂອງປະເທດຕ່າງໆກໍ່ໄດ້
ຮັບຮອງເອົາຂໍ້ຕົກລົງຂອງກອງປະຊຸມ ເປັນຕົ້ນມາ
ແລະ ຈັດຕັ້ງໜ່ວຍງານ ກ່ຽວກັບ ສິ່ງແວດລ້ອມຂຶ້ນ ໃນ
ປະເທດຂອງຕົນ. ສຳລັບ ສປປ ລາວ ໄດ້ກຳນົດເອົາ
ວຽກງານປົກປັກຮັກສາຊັບພະຍາກອນທໍາມະຊາດ
ແລະ ສິ່ງແວດລ້ອມ ເຂົ້າໃນລັດຖະທຳມະນູນປີ
2003. ພ້ອມທັງ ໄດ້ສ້າງຕັ້ງ ອົງການຮັບຜິດຊອບ
ວຽກງານສິ່ງແວດລ້ອມ ຂຶ້ນໃນປີ 1993, ພ້ອມດຽວ
ກັນນັ້ນ ໄດ້ຮັບຮອງເອົາບັນດານະໂຍບາຍ ແລະ ນິຕິ
ກຳຕ່າງໆໃນວຽກງານປົກປັກຮັກສາສິ່ງແວດລ້ອມ
ເປັນຕົ້ນ: ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງ
ແວດລ້ອມ ສະບັບທຳອິດຂຶ້ນ ໃນປີ 1999, ສະບັບ
ປັບປຸງ ໃນປີ 2012 ຊຶ່ງໄດ້ກຳນົດເອົາ ວັນທີ 5 ມິຖຸນາ
ເປັນວັນສິ່ງແວດລ້ອມ ແຫ່ງຊາດ ຕາມມາດຕາ 89
ຂອງກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດ
ລ້ອມ ເພື່ອເປັນການສົ່ງເສີມ, ສ້າງຈິດສຳນຶກ ແລະ
ຍົກລະດັບຄວາມຕື່ນຕົວ ໃນການປົກປັກຮັກສາສິ່ງ
ແວດລ້ອມໃຫ້ແກ່ປະຊາຊົນ ເພື່ອປະກອບສ່ວນເຮັດ
ໃຫ້ ສປປ ລາວ ຂຽວ ສະອາດ ງາມຕາ ແລະ ໄດ້ມີ
ການສະເຫຼີມສະຫຼອງວັນສິ່ງແວດລ້ອມ ແຫ່ງຊາດ
ໄປຄວບຄູ່ກັບວັນສິ່ງແວດລ້ອມໂລກ ໃນທຸກໆປີ.
ບັນດາທ່ານທີ່ນັບຖື, ພໍ່ແມ່ປະຊາຊົນທີ່ຮັກແພງທັງ
ຫຼາຍ, ສໍາລັບ ປີ 2020 ນີ້, ປະເທດ ໂຄໂລມເບຍ ໄດ້
ເປັນເຈົ້າພາບຮ່ວມກັບປະເທດ ເຢຍລະມັນ ໃນການ
ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ພາຍໃຕ້ຫົວ
ຂໍ້: ‘’Time for Nature” ຫຼື ‘’ເຖິງເວລາແລ້ວ ທີ່
ພວກເຮົາຈະຕ້ອງຮ່ວມກັນ ປົກປັກຮັກສາທໍາມະຊາດ
ແລະ ສິ່ງແວດລ້ອມ’’. ຊີວະນາໆພັນ ແມ່ນພື້ນຖານ
ທີ່ສະໜັບສະໜູນທຸກໆຊີວິດໃນໜ້າດິນແລະລຸ່ມນໍ້າ,
ມັນມີຜົນຕໍ່ທຸກໆດ້ານຂອງສຸຂະພາບຂອງມະນຸດ ໃນ
ການສະໜອງອາກາດ ແລະ ນໍ້າສະອາດ, ອາຫານ ທີ່່
ມີຄຸນຄ່າທາງໂພສະນາການ, ແຫຼ່ງສຶກສາທາງວິທະ
ຍາສາດ ແລະ ແຫຼ່ງຢາ, ການຫຼຸດຜ່ອນການປ່ຽນ
ແປງດິນຟ້າອາກາດ. ເຖິງຢ່າງໃດກໍ່ຕາມ, ການກະທໍາ
ຂອງມະນຸດ ລວມເຖິງການຕັດໄມ້ ທໍາລາຍປ່າ, ການ
ບຸກລຸກທີ່ຢູ່ອາໄສຂອງສັດປ່າ, ການກະສິກຳ ທີ່ເລັ່ງ
ລັດ ແລະ ການປ່ຽນແປງດິນຟ້າອາກາດ, ຖ້າເຮົາສືບ
ຕໍ່ບໍ່ແກ້ໄຂການກະທໍາດັ່ງກ່າວ ໃນຕໍ່ໜ້າຈະມີຜົນສະ
ທ້ອນຢ່າງແຮງຕໍ່ມະນຸດ, ລວມທັງ ການສູນເສຍລະ
ບົບອາຫານ ແລະ ສຸຂະພາບ. ການເກີດພະຍາດ
ລະບາດ ໂກວິດ-19 ໄດ້ຊີ້ໃຫ້ເຫັນຄວາມຈິງທີ່ວ່າ:
ເມື່ອພວກເຮົາທໍາລາຍຊີວະນາໆພັນ ຈະທໍາລາຍລະ
ບົບທີ່ສະໜັບສະໜູນຊີວິດມະນຸດ. ປະຈຸບັນ ມີການ
ຄາດຄະເນວ່າໃນທົ່ວໂລກປະມານໜຶ່ງພັນລ້ານກໍລະ
ນີຂອງການເຈັບເປັນ ແລະ ການເສຍຊີວິດຈຳນວນ
ລ້ານໆຄົນ ເກີດມາຈາກການລະບາດຂອງພະຍາດ.
75 ສ່ວນຮ້ອຍ ຂອງພະຍາດຕິດຕໍ່ທີ່ເກີດໃນມະນຸດ
ແມ່ນມາຈາກສັດ, ໝາຍຄວາມວ່າມັນຕິດຕໍ່ກັບຄົນ
ໂດຍສັດ, ອັນນີ້ ແມ່ນການບົ່ງບອກຈາກທໍາມະຊາດ
ວ່າ ພວກເຮົາຕ້ອງໄດ້ຕື່ນຕົວ ແລະ ແກ້ໄຂຢ່າງຮີບ
ດ່ວນ.ຄໍາຂວັນໃນປີນີ້ແມ່ນສຸມໃສ່ການໂຄສະນາບົດ
ບາດທີ່ສໍາຄັນຂອງທໍາມະຊາດໃນການສະໜັບສະ
ໜູນຊີວິດໃນໂລກ ແລະ ການພັດທະນາຂອງມະນຸດ
2
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ເຫດການ
3ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ໃນທົ່ວທຸກມຸມໂລກ ໃຫ້ເປັນເຈົ້າການເຂົ້າຮ່ວມຂະ
ບວນການ ໃນການປົກປັກຮັກສາຊັບພະຍາກອນທຳ
ມະຊາດ ໄວ້ໃຫ້ຍືນຍົງ ແລະ ເຮັດໃຫ້ຄຸນນະພາບສິ່ງ
ແວດລ້ອມດີຂຶ້ນ. ປີ 2020 ແມ່ນປີທີ່ມີຄວາມໝາຍ
ສໍາຄັນຕໍ່ຄວາມມຸ້ງໝັ້ນຂອງແຕ່ລະປະເທດໃນການ
ປົກປັກຮັກສາ ແລະ ຟື້ນຟູຊີວະນາໆພັນ, ປີຕໍ່ໄປຍັງ
ເປີດໂອກາດໃຫ້ແກ່ການເລີ່ມທົດສະຫວັດຕໍ່ການສະ
ເໜີ ກ່ຽວກັບ ຊີວະນາໆພັນ ຂອງສະຫະປະຊາຊາດ
(2021-2030) ເພື່ອແນໃສ່ການຟື້ນຟູລະບົບນິເວດ
ທີ່ຊຸດໂຊມ ເພື່ອຕ້ານກັບວິກິດການ ການປ່ຽນແປງ
ດິນຟ້າອາກາດແລະເພີ່ມຄວາມໝັ້ນຄົງທາງດ້ານສະ
ບຽງອາຫານ, ການສະໜອງນໍ້າ ແລະ ຊີວະນາໆພັນ.
ສໍາລັບ ສປປ ລາວ ທີ່ມີຄວາມອຸດົມສົມບູນທາງດ້ານ
ຊັບພະຍາກອນທໍາມະຊາດ ແລະ ຄວາມຫຼາກຫຼາຍ
ຂອງຊີວະນາໆພັນ, ພວກເຮົາຈະຕ້ອງໄດ້ສືບຕໍ່ເອົາ
ໃຈໃສ່ໃນການປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະ
ສິດທິຜົນ ໂດຍຮັບປະກັນການຈັດຕັ້ງປະຕິບັດ ມະ
ຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດ
ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII
(2016-2020) ເປັນຕົ້ນ ການຮັບປະກັນການພັດທະ
ນາເສດຖະກິດ ແຫ່ງຊາດ ໃຫ້ມີການເຕີບໂຕຢ່າງຕໍ່
ເນື່ອງ, ໝັ້ນທ່ຽງ, ສົມດູນ, ພັດທະນາຊັບພະຍາກອນ
ມະນຸດ, ຍົກລະດັບຄວາມສາມາດຂອງບຸກຄະລາ
ກອນຈາກພາກລັດ ແລະ ແຮງງານຈາກເອກະຊົນ
ລວມທັງ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ
ບັນດາເຜົ່າ ພ້ອມທັງ ຮັບປະກັນຊັບພະຍາກອນທຳ
ມະຊາດ ແລະ ສິ່ງແວດລ້ອມ ໄດ້ຖືກປົກປັກຮັກສາ
ແລະ ນຳໃຊ້ຢ່າງມີປະສິດທິຜົນ ຕາມທິດ ສີຂຽວ ແລະ
ຍືນຍົງ, ກຽມພ້ອມຮັບມືກັບໄພພິບັດ ແລະ ການປ່ຽນ
ແປງດິນຟ້າອາກາດ ແລະ ການແຜ່ລະບາດພະຍາດ
ຕ່າງໆຢ່າງມີປະສິດທິຜົນພ້ອມດຽວກັນນັ້ນ, ກໍ່ຕ້ອງ
ຮັບປະກັນ ການເພີ່ມເນື້ອທີ່ດິນປ່າໄມ້, ການປົກປັກ
ຮັກສາຊັບພະຍາກອນທໍາມະຊາດ ໃຫ້ອຸດົມສົມບູນ
ແລະ ຮັກສາສິ່ງແວດລ້ອມ ໃຫ້ປາສະຈາກມົນລະພິດ,
ການຖີ້ມສິ່ງເສດເຫຼືອຊະຊາຍ, ສົ່ງເສີມການຫຼຸດ
ຜ່ອນຈົນກ້າວໄປເຖີງການຢຸດ ການນໍາໃຊ້ຖົງຢາງ
ປຣາສະຕິກ, ປະຕິບັດນະໂຍບາຍດ້ານການພັດທະ
ນາຕົວເມືອງ ທີ່ມີຄວາມຍືນຍົງທາງດ້ານສິ່ງແວດ
ລ້ອມ ຕິດພັນກັບການສົ່ງເສີມຄຸນນະພາບສິ່ງແວດ
ລ້ອມຕົວເມືອງ "ຂຽວ ສະອາດ ງາມຕາ".
ໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ
ແລະ ວັນສິ່ງແວດລ້ອມແຫ່ງຊາດ ປີນີ້ ຂ້າພະເຈົ້າ ຂໍ
ສະແດງຄວາມຂອບໃຈມາຍັງ ທຸກອົງການຈັດຕັ້ງທັງ
ພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ, ອົງ
ການທີ່ບໍ່ຂຶ້ນກັບລັດຖະບານ ແລະ ປະຊາຊົນລາວທຸກ
ທົ່ວໜ້າທີ່ປະກອບສ່ວນໃນການປົກປັກຮັກສາຊັບພະ
ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮຽກຮ້ອງ
ມາຍັງບັນດາຂະແໜງການທີ່ເຮັດໜ້າທີ່ຄຸ້ມຄອງຊັບ
ພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດ
ລ້ອມ ຢູ່ສູນກາງ ແລະ ທ້ອງຖິ່ນ, ອົງການປົກຄອງຂັ້ນ
ແຂວງ, ນະຄອນຫຼວງ, ອົງການຈັດຕັ້ງທັງພາກລັດ,
ພາກເອກະຊົນ, ບັນດາຄູ່ຮ່ວມພັດທະນາ, ບໍລິສັດ
ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະ
ເທດ ຈົ່ງຖືເອົາໂອກາດທີ່ມີຄວາມໝາຍຄວາມສຳຄັນ
ດັ່ງກ່າວນີ້ ທົບທວນການເຄື່ອນໄຫວວຽກງານຂອງ
ຕົນ, ສະຫຼຸບ ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ
ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ
ບົດຮຽນທີ່ຖອດຖອນໄດ້ໃນວຽກງານການປົກປັກຮັກ
ສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ຮຽກຮ້ອງມາຍັງທຸກພາກສ່ວນຂອງສັງຄົມ, ລວມທັງ
ພາກລັດ, ພາກເອກກະຊົນ, ພາກທຸລະກິດ ແລະ ທຸ
ລະກິດຄອບຄົວ ຕະຫຼອດຮອດປະຊາຊົນບັນດາເຜົ່າ
ໃນທົ່ວປະເທດ ຈົ່ງສືບຕໍ່ ພ້ອມກັນເຊື່ອມຊຶມ, ປະຕິ
ບັດ, ສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຫ້າວຫັນ
ໃນການຫັນປ່ຽນພຶດຕິກຳ ແລະ ຈິນຕະນາການຂອງ
ຕົນໃຫ້ໄປສູ່ການເຄື່ອນໄຫວຕາມທິດສີຂຽວແລະຍືນ
ຍົງ, ບົນພື້ນຖານການນຳໃຊ້ຊັບພະຍາກອນທຳມະ
ຊາດຢ່າງປະຢັດ ເພື່ອຄົງຄວາມອຸດົມສົມບູນເປັນພື້ນ
ຖານໃຫ້ແກ່ການບັນລຸຄາດໝາຍທີ່ກໍານົດໄວ້ໃນ
ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ທີ່ໄດ້
ເຊື່ອນສານ 18 ເປົ້າໝາຍ ດ້ານການພັດທະນາແບບ
ຍືນຍົງ ແລະ ຍຸດທະສາດການເຕີບໂຕສີຂຽວ ດ້ວຍ
ເຫດການ
ການເພີ່ມທະວີເສດຖະກິດສີຂຽວ ຂັບເຄື່ອນ ສປປ
ລາວ ບັນລຸການພັດທະນາແບບຍືນຍົງ ແລະ ລຶບລ້າງ
ຄວາມທຸກຍາກແຫ່ງຊາດ.
ໃນໂອກາດສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວນີ້, ຂ້າ
ພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາ
ຍັງຄະນະພັກ, ຄະນະນໍາ, ອໍານາດການປົກຄອງ ແຕ່
ລະຂັ້ນ, ພະນັກງານທັງພາກລັດ, ພາກເອກະຊົນ ອົງ
ການຈັດຕັ້ງຕ່າງໆ ແລະ ປະຊາຊົນລາວບັນດາເຜົ່າ
ຈົ່ງມີສຸຂະພາບແຂງແຮງ ມີຄວາມຈະເລີນກ້າວໜ້າ,
ມີຄວາມສຸກ, ສືບຕໍ່ໃຫ້ຄວາມສຳຄັນ, ຊຸກຍູ້ສົ່ງເສີມ
ແລະ ເປັນເຈົ້າການເຂົ້າຮ່ວມ ປົກປັກຮັກສາທໍາມະ
ຊາດແລະສິ່ງແວດລ້ອມຂອງເຮົາໃຫ້ມີຄວາມຍືນຍົງ.
4
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດແລະວັນ
ສິ່ງແວດລ້ອມໂລກ
ເຫດການ
5ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ໃນວັນທີ 6 ມິຖຸນາ 2020 ກະຊວງຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີສະເຫຼີີມ
ສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 21
ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 48 ປີ (5
ມິຖຸນາ), ພ້ອມກັບວັນປູກຕົ້ນໄມ້ແຫ່ງຊາດ ເພື່ອໂຄ
ສະນາເຜີຍແຜ່ ແລະ ປຸກລະດົມທົ່ວປວງຊົນ ພ້ອມ
ກັນປົກປັກຮັກສາ ແລະ ຄຸ້ມຄອງການນຳໃຊ້ຊັບພະ
ຍາກອນທຳມະຊາດ ແບບປະຢັດ, ສົມເຫດສົມຜົນ
ແລະ ບູລະນະຟື້ນຟູປ່າໄມ້ໃຫ້ຄືນສູ່ຄວາມອຸດົມສົມ
ບູນ ເພື່ອເອື້ອອໍານວຍໃຫ້ທຸກສິ່ງທີ່ມີຊີວິດ. ການສະ
ເຫຼີມສະຫຼອງປີນີ້, ໄດ້ດໍາເນີນພາຍໃຕ້ຫົວຂໍ້ “ເຖິງເວ
ລາແລ້ວ ທີ່ພວກເຮົາຈະຕ້ອງຮ່ວມກັນ ປົກປັກຮັກສາ
ທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື “Time for
Nature”, ຊຶ່ງໃນແຕ່ລະປີ ອົງການສະຫະປະຊາຊາດ
ເພື່ອສິ່ງແວດລ້ອມ ໄດ້ກຳນົດຫົວຂໍ້ ແລະ ຄຳຂວັນວັນ
ສິ່ງແວດລ້ອມ ທີ່ແຕກຕ່າງກັນ ທັງນີ້ກໍເພື່ອເປັນການ
ປຸກລະດົມ, ສົ່ງເສີມ ແລະ ສ້າງຈິດສຳນຶກດ້ານສິ່ງ
ແວດລ້ອມ ໃຫ້ປະຊາຄົມໂລກ ມີສ່ວນຮ່ວມໃນການ
ປ້ອງກັນ ແລະ ປົກປັກຮັກສາສິ່ງແວດລ້ອມ ດ້ວຍ
ຫຼາຍຮູບການທີ່ແຕກຕ່າງກັນ.
ໂອກາດນີ້, ທ່ານ ນາງ ບຸນຄຳ ວໍລະຈິດ, ຮອງລັດຖະ
ເຫດການ
ມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ ກ່າວວ່າ: “ການສະເຫຼີມສະຫຼອງວັນດັ່ງ
ກ່າວ ແມ່ນເພື່ອສ້າງຈິດສໍານຶກໃຫ້ສັງຄົມໄດ້ຮັບຮູ້
ແລະ ມີສ່ວນຮ່ວມໃນການປົກປັກຮັກສາທໍາມະຊາດ
ແລະສິ່ງແວດລ້ອມໂດຍກິດຈະກຳແມ່ນເນັ້ນໃສ່ການ
ປູກຕົ້ນໄມ້ເປັນຕົ້ນຕໍ, ໄປພ້ອມໆກັບການໂຄສະນາ
ເພື່ອໃຫ້ປວງຊົນລາວທັງຊາດ ໄດ້ເຂົ້າຮ່ວມທຸກຂະ
ບວນການ ຫຼື ກິດຈະກຳ ໃນການປົກປັກຮັກສາທຳ
ມະຊາດ ແລະ ສິ່ງແວດລ້ອມ. ສະນັ້ນ, ພວກເຮົາຈຶ່ງ
ໄດ້ພະຍາຍາມສົ່ງເສີມໃຫ້ປະຊາຊົນ ເຂົ້າໃຈ ກ່ຽວກັບ
ວຽກງານສິ່ງແວດລ້ອມ ເພື່ອຮ່ວມກັນປົກປັກຮັກສາ
ແລະ ຫຼຸດຜ່ອນການກະທຳ ຫຼື ພຶດຕິກຳ ທີ່ເປັນການ
ທຳລາຍທຳມະຊາດ ແລະ ສິ່ງແວດລ້ອມ”.
ປີນີ້, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງ
ແວດລ້ອມ ໄດ້ສົມທົບກັບ ກະຊວງ ກະສິກໍາ ແລະ ປ່າ
ໄມ້ ປູກຕົ້ນໄມ້ໃນເນື້ອທີ່ 3 ເຮັກຕາ, ໂດຍນໍາໃຊ້ພັນ
ໄມ້ລາວ 5 ຊະນິດ ຈໍານວນ 1.200 ກວ່າຕົ້ນ ຄື:
ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ ແລະ ໄມ້ແຄນ.
ພ້ອມດຽວກັນນັ້ນ, ກໍໄດ້ແຈ້ງໃຫ້ບັນດາແຂວງ ແລະ
ນະຄອນຫຼວງ ເພື່ອສ້າງຂະບວນການສະເຫຼີີມສະ
ຫຼອງ ຢ່າງເປັນຂະບວນຟົດຟື້ນ ຕາມຄວາມເໝາະ
ສົມກັບສະພາບຄວາມເປັນຈິງຂອງແຕ່ລະແຂວງ.
ໃນໄລຍະຜ່ານມາ, ພວກເຮົາໄດ້ຊົມໃຊ້ຊັບພະຍາ
ກອນທໍາມະຊາດ ເພື່ອການດໍາລົງຊີວິດ ແລະ ພັດທະ
ນາເສດຖະກິດ-ສັງຄົມ ຢ່າງຫຼວງຫຼາຍ, ເຊິ່ງເຮັດ
ໃຫ້ຊັບພະຍາກອນດັ່ງກ່າວ ໄດ້ຫຼຸດໜ້ອຍຖອຍລົງ
ໂດຍສະເພາະແມ່ນຊັບພະຍາກອນປ່າໄມ້ແລະຊີວະ
ນາໆພັນ. ສະນັ້ນ, ພວກເຮົາທຸກຄົນ ສາມາດປັບປ່ຽນ
ພຶດຕິກຳ, ມີສ່ວນຮ່ວມ ແລະ ເປັນເຈົ້າການປົກປັກ
ຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊັບພະຍາ
ກອນທຳມະຊາດ ເພື່ອຟື້ນຟູທໍາມະຊາດໃຫ້ຄືນສູ່ສະ
ພາບເດີມ ແລະ ມີຄວາມອຸດົມສົມບູນຂຶ້ນກວ່າເກົ່າ
ທັງເຮັດໃຫ້ສະພາບສິ່ງແວດລ້ອມສົດໃສ.
6
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ເຫດການ
7ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ສອງກະຊວງ ຮ່ວມກັນ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນ
ໄມ້ແຫ່ງຊາດ 1 ມິຖຸນາ, ວັນສິ່ງແວດລ້ອມ ແຫ່ງຊາດ
ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2020
ເຫດການ
ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິ
ຖຸນາ ກະຊວງ ຊັບພະຍາກອນທໍາມະຊາດ
ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງ ກະສິກໍາ ແລະ
ປ່າໄມ້ ໄດ້ຈັດພິທີປູກຕົ້ນໄມ້ຢູ່ສວນພຶກສາສາດ ຫ້ວຍ
ຍາງ-ດົງໝາກຄາຍ, ເມືອງໄຊທານີ ນະຄອນຫຼວງ
ວຽງຈັນ. ໂດຍມີ ທ່ານ ປອ ລຽນ ທິແກ້ວ, ລັດຖະມົນ
ຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ສົມມາດ
ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາ
ມະຊາດ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພະນັກງານ
ຈາກທັງສອງກະຊວງ ແລະ ແຂກຮັບເຊີນເຂົ້າຮ່ວມ.
ສວນພຶກສາສາດແຫ່ງນີ້ ມີເນື້ອທີ່ທັງໝົດ 268 ເຮັກ
ຕາ, ຊຶ່ງໃນນີ້ ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ຮັບ
ມອບໝາຍໃຫ້ປູກຕົ້ນໄມ້ ໃນເນື້ອທີ່ທັງໝົດ 136 ເຮັກ
ຕາ ແລະ ໃຫ້ສໍາເລັດ ໃນໄລຍະເວລາ 4 ປີ ໂດຍການ
ສະໜອງງົບປະມານຈາກກອງທຶນປົກປັກຮັກສາສິ່ງ
ແວດລ້ອມ,ກະຊວງຊັບພະຍາກອນທໍາມະຊາດແລະ
ສິ່ງແວດລ້ອມ. ສໍາລັບປີ 2020 ນີ້, ກະຊວງ ກະສິກໍາ
ແລະ ປ່າໄມ້ ມີແຜນການປູກຕົ້ນໄມ້ໃຫ້ສໍາເລັດໃນ
ເນື້ອທີ່ 94 ເຮັກຕາ ແຕ່ສະເພາະປູກໃນໂອກາດວັນ
ປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແຕ່ມີເນື້ອທີ່ປະ
ມານ 3 ເຮັກຕາ ໂດຍນໍາໃຊ້ພັນໄມ້ພື້ນບ້ານ 5 ຊະນິດ
ຈໍານວນ 1.200 ຕົ້ນ ຄື: ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຂ່າ,
ໄມ້ຍາງ ແລະ ໄມ້ແຄນ.
ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງຊັບ
ພະຍາກອນ ແລະ ສິ່ງແວດລ້ອມ ແລະ ທ່ານ ປອ ລຽນ
ທິແກ້ວ, ລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້,
ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍໄດ້ຍົກໃຫ້ເຫັນ
8
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ເຫດການ
9ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ຄວາມສໍາຄັນຂອງວັນປູກຕົ້ນໄມ້ ແຫ່ງຊາດ ເພື່ອແນ
ໃສ່ປູກຈິດສໍານຶກໃຫ້ແກ່ອານຸຊົນ, ເຍົາວະຊົນ ກໍ່ຄືຄົນ
ລຸ່ນຫຼັງຮູ້ຈັກຄວາມສໍາຄັນ ແລະ ຫວງແຫນປ່າໄມ້
ແລະ ຊັບພະຍາກອນປ່າໄມ້ ທັງເປັນ ການປຸກລະດົມ
ຂົນຂວາຍ ໃຫ້ທົ່ວປວງຊົນ ເຂົ້າຮ່ວມໃນການຄຸ້ມ
ຄອງ, ປົກປັກຮັກສາ ແລະ ພັດທະນາ ປ່າໄມ້ ແນໃສ່
ເຮັດໃຫ້ປ່າໄມ້ ມີຄວາມອຸດົມສົມບູນ, ກາຍເປັນທ່າ
ແຮງ ແລະ ເປັນອົງປະກອບທີ່ສໍາຄັນ ຢູ່ໃນໂຄງປະ
ກອບເສດຖະກິດແຫ່ງຊາດ ແລະ ປະກອບສ່ວນເຂົ້າ
ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ພ້ອມທັງ
ການປູກຕົ້ນໄມ້ເພື່ອໃຫ້ຊັບພະຍາກອນໃນສປປລາວ
ນັບມື້ອຸດົມສົມບູນ ແລະ ເຮັດໃຫ້ອັດຕາການປົກຫຸ້ມ
ຂອງປ່າໄມ້ໃນ ສປປ ລາວ ບັນລຸຕາມຄາດໝາຍທີ່ລັດ
ຖະບານໄດ້ວາງໄວ້ 70 ສ່ວນຮ້ອຍ ໃນຂອບເຂດທົ່ວ
ປະເທດ. ໃນພິທີປູກຕົ້ນໄມ້ທີ ກະຊວງ ຊັບພະຍາ
ກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກະ
ຊວງ ກະສິກຳ ແລະ ປ່າໄມ້ ຈັດຂຶ້ນໃນຄັ້ງນີ້ ຜູ້ເຂົ້າ
ຮ່ວມ ຍັງໄດ້ຮັບຟັງປະຫວັດຄວາມເປັນມາຂອງວັນ
ເຫດການ
10
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ປູກຕົ້ນໄມ້ແຫ່ງຊາດວັນທີ1ມິຖຸນາທີ່ນໍາສະເໜີໂດຍ
ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະ
ຊວງ ກະສິກໍາ ແລະ ປ່າໄມ້ ແລະ ໄດ້ຮັບຟັງ ປະຫວັດ
ຄວາມເປັນມາຂອງວັນສິ່ງແວດລ້ອມ ແຫ່ງຊາດ ແລະ
ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ. ທີ່ສະເໜີໂດຍ
ທ່ານໄຊຍະເວດ ວິໄຊ, ຫົວໜ້າກົມສິ່ງແວດລ້ອມ,
ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມ.
ເຫດການ
11ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ພິທີປະກາດໄຂການຈັດຕັ້ງປະຕິບັດທົດລອງ ກ່ຽວກັບ
ວຽກງານສ້າງບ້ານ ຂຽວ ສະອາດ ງາມຕາ ຈຳນວນ 17
ບ້ານ ໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ
ເຫດການ
	 ສູນກາງແນວລາວສ້າງຊາດ(ສນຊ)ຮ່ວມກັບ
ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມ (ກຊສ) ໄດ້ຈັດພິທີປະກາດທົດລອງ ກ່ຽວກັບ
ວຽກງານສ້າງບ້ານ ຂຽວ ສະອາດ ງາມຕາ ຂອງໂຄງ
ການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໃນ
ວັນທີ 21 ກຸມພາ 2020 ທີ່ພາກຊັນເຊັນເຕີ້. ໂດຍເປັນ
ກຽດເຂົ້າຮ່ວມຂອງທ່ານ ປອ. ໄຊນະຄອນ ອິນທະວົງ
ຄະນະປະຈໍາພັກ, ຮອງລັດຖະມົນຕີ ກຊສ, ທ່ານ ເຍ່ຍ
ເກີຢາ ໜໍຈໍຈົງຕົງ ຮອງປະທານ ສນຊ, ບັນດາທ່ານ
ຮອງປະທານ ສນຊ, ຫົວໜ້າ/ຮອງຫົວໜ້າກົມ, ຫ້ອງ
ການ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສູນກາງແນວລາວສ້າງຊາດ ແລະ ກະຊວງ ຊັບພະຍາ
ກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເຊັນບົດບັນ
ທຶກຄວາມເຂົ້າໃຈດ້ານສິ່ງແວດລ້ອມ ຮ່ວມກັນ ເພື່ອ
ເປັນການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງ
ຊາດ ໃນການປະຕິບັດວຽກງານສົ່ງເສີມ ແລະ ປົກ
ປ້ອງສິດຜົນປະໂຫຍດຂອງປະຊາຊົນລາວບັນດາ
ເຜົ່າ ເພື່ອມີສ່ວນຮ່ວມໃນການປົກປັກຮັກສາ, ຄຸ້ມ
ຄອງ, ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງ
ແວດລ້ອມໃຫ້ມີຄວາມຍືນຍົງ. ໂຄງການດັ່ງກ່າວ
ແມ່ນໄດ້ຮັບການສະໜັບສະໜູນງົບປະມານຈາກ
ກອງທຶນປົກປັກຮັກສາສິ່ງແວດລ້ອມແລະມອບໝາຍ
ໃຫ້ສູນກາງແນວລາວສ້າງຊາດ ເປັນຜູ້ຈັດຕັ້ງປະຕິ
ບັດເປັນເວລາ 6 ປີ ເລີ່ມແຕ່ປີ 2018 - 2023.
ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອເປັນການສ້າງ
ຄວາມອາດສາມາດ ໃຫ້ແກ່ສູນກາງແນວລາວສ້າງ
ຊາດ ແລະ ແນວລາວສ້າງຊາດຂັ້ນທ້ອງຖິ່ນໃນວຽກ
ງານສຶກສາອົບຮົມ, ປຸກລະດົມປະຊາຊົນລາວບັນດາ
ເຜົ່າ, ເພດ, ໄວ, ສາສະໜາຕ່າງໆ ມີສ່ວນຮ່ວມໃນ
ການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ
ສິ່ງແວດລ້ອມ, ທັງມີບົດບາດຕິດຕາມກວດກາການ
ຄຸ້ມຄອງລັດ ຢູ່ຂັ້ນທ້ອງຖິ່ນໃນການປົກປັກຮັກສາຊັບ
12
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ເຫດການ
13ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີ
ຄວາມຍືນຍົງ.
ເພື່ອສ້າງກົນໄກ ແລະ ເຄື່ອງມື ໃນວຽກງານການປົກ
ປ້ອງສິດຜົນປະໂຫຍດຂອງປະຊາຊົນລາວບັນດາຊົນ
ເຜົ່າ ໃນການຄຸ້ມຄອງນໍາໃຊ້ ແລະ ປົກປັກຮັກສາຊັບ
ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີ
ຄວາມຍືນຍົງ, ເປັນການປັບປຸງ ແລະ ຍົກລະດັບ
ຄວາມອາດສາມາດ ໃນການຈັດຕັ້ງປະຕິບັດກົນໄກ
ແລະ ເຄື່ອງມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນ
ລວມທັງພັດທະນາບຸກຄະລາກອນໃຫ້ມີຄວາມສາ
ມາດໃນການຂົນຂວາຍທຶນຮອນ, ວາງແຜນຈັດຕັ້ງ
ປະຕິບັດ ແລະ ຕິດຕາມກວດກາ ໂຄງການພັດທະນາ
ໄດ້ຢ່າງມີປະສິດທິພາບ.
ເພື່ອຂໍທຶນມາຊ່ວຍສືບຕໍ່ຈັດຕັ້ງປະຕິບັດພາລະບົດ
ບາດຂອງສູນກາງແນວລາວສ້າງຊາດ ໃຫ້ມີຄວາມ
ຍືນຍົງ ແລະ ອັນສຸດທ້າຍ ແມ່ນການຈັດຕັ້ງນໍາພາຂະ
ບວນການສ້າງບ້ານເປົ້າໝາຍພາຍໃນໂຄງການ ໃຫ້
ກາຍເປັນບ້ານ ແລະ ຄອບຄົວ ຂຽວ ສະອາດ ງາມຕາ.
ໃນພິທີຄັ້ງນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ,
ຮອງປະທານ ສນຊ ໄດ້ລັ່ນຄ່ອງ 9 ບາດ ເພື່ອເປັນສີ
ລິມຸງຄຸນໃນພິທີຄັ້ງນີ້.
ໃນໂອກາດນີ້, ທ່ານ ປອ. ໄຊນະຄອນ ອິນທະວົງ ໄດ້
ເປັນກຽດໂອ້ລົມບາງເນື້ອໃນຕໍ່ພິທີຄັ້ງນີ້, ກ່ອນອື່ນ
ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບ
ຜິດຊອບໂຄງການນີ້, ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ໂຄງການ
ສ້າງຄວາມເຂັ້ມແຂງໃຫ້ສູນກາງແນວລາວສ້າງຊາດ
ເປັນວຽກງານບຸລິມະສິດທີ່ໄດ້ຮັບທຶນຈາກກອງທຶນ
ປົກປັກສິ່ງແວດລ້ອມ, ໃຫ້ມີການປະສານສົມທົບຢ່າງ
ແໜ້ນແຟ້ນເປັນປົກກະຕິ ໂດຍສະເພາະ ແມ່ນສູນ
ກາງແນວລາວສ້າງຊາດແຕ່ລະຂັ້ນເປັນຕົ້ນຂັ້ນເມືອງ
ແລະ ຂັ້ນບ້ານ, ສືບຕໍ່ຊ່ວຍເຫຼືອກັນຈັດຕັ້ງປະຕິບັດຖື
ວ່າ ເປັນວຽກລວມຂອງນະຄອນຫຼວງ, ເປັນການປະ
ກອບສ່ວນອັນສອດຄ່ອງກັບວຽກງານ 6 ສ ຂອງນະ
ຄອນຫຼວງວຽງຈັນ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນ
ເປັນເມືອງໜ້າຢູ່ຍືນຍົງຕາມທິດນໍາ 6 ສ ສ່ວນທາງ
ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມ ໄດ້ມີກົມວິຊາການທີ່ຈະສືບຕໍ່ຊ່ວຍເຫຼືອທາງ
ດ້ານວິຊາການ, ມີຂໍ້ຕົກລົງ, ຄູ່ມືແນະນໍາ ເພື່ອສະ
ດວກໃນການຈັດຕັ້ງປະຕິບັດ ພ້ອມທັງຕິດຕາມເອົາ
ໃຈໃສ່ຕໍ່ໂຄງການດັ່ງກ່າວ ຂ້າພະເຈົ້າ ເຊື່ອໝັ່ນວ່າ:
ທາງດ້ານເຕັກນິກພວກເຮົາຈະເຮັດໄດ້ ແຕ່ຜົນສໍາ
ເລັດ ແມ່ນຂຶ້ນກັບບ້ານ, ອົງການປົກຄອງທ້ອງຖິ່ນ
ຈະຈັດຕັ້ງປະຕິບັດຊ່ວຍກັນ, ຫວັງວ່າ ນະຄອນຫຼວງ
ເຫດການ
ກໍຄື 9 ເມືອງ 17 ບ້ານ ໃນທີ່ໄດ້ຈັບມືແຂ່ງຂັນກັນຄັ້ງນີ້,
ຈົ່ງຊ່ວຍກັນສົມທົບເຫື່ອແຮງ ເພື່ອປະຕິບັດຈັດຕັ້ງ
ໂຄງການໃຫ້ສໍາເລັດ ແລະ ໃຫ້ມີຄວາມຍືນຍົງໃນ 17
ບ້ານດັ່ງກ່າວ.
14
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ທັດສະນະສຶກສາ ແລກປ່ຽນບົດຮຽນຄວາມຮູ້ ກ່ຽວກັບ
ການຈັດການຂີ້ເຫຍື້ອ ທີ່ລາດຊະອານາຈັກໄທ
ເຫດການ
15ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ໃນລະຫວ່າງ ວັນທີ 18 - 20 ກຸມພາ 2020 ຄະ
ນະຜູ້ແທນຈາກ ສປປ ລາວ ໄດ້ໄປທັດສະ
ນະສຶກສາ ຕາມການເຊີນຂອງບໍລິສັດ Unii online
ຄະນະທີ່ໄປທັດສະນະໃນຄັ້ງນີ້ ມີທັງໝົດ 8 ທ່ານ ຊື່ງ
ມາຈາກ ກະຊວງ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ມີ 2 ທ່ານ, ສູນກາງແນວລາວສ້າງຊາດ
2 ທ່ານ, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ
ວຽງຈັນ 1 ທ່ານ, ເມືອງ ໄຊເສດຖາ 1 ທ່ານ, ເມືອງສີ
ໂຄດຕະບອງ 1 ທ່ານ ແລະ ນາຍບ້ານຈັນສະຫວ່າງ
1 ທ່ານ. ການໄປທັດສະນະສຶກສາແລກປ່ຽນບົດຮຽນ
ຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊະ
ອານາຈັກໄທ ໃນຄັ້ງນີ້ ແມ່ນສືບຕໍ່ຈາກການມາສະ
ເໜີ ກ່ຽວກັບ ການນຳໃຊ້ຜະລິດຕະພັນ ແອບປະລິເຄ
ຊັນ ຍູນິ (Unii Application) ໃນການກຳຈັດຂີ້ເຫຍື້ອ
ຢູ່ທີ່ລາດຊະອານາຈັກໄທ ຊຶ່ງເປັນສິ່ງແປກໃໝ່ ແລະ
ໜ້າສົນໃຈ ໃນການນຳໃຊ້ເຄື່ອງມືດັ່ງກ່າວມາຈັດຕັ້ງ
ປະຕິບັດຢູ່ ສປປ ລາວ, ຊຶ່ງໃນປະຈຸບັນ ສປປ ລາວ
ແມ່ນມີບັນຫາໃນການຈັດການຂີ້ເຫຍື້ອ ໂດຍສະ
ເພາະ ການຖິ້ມຂີ້ເຫຍື້ອແບບສະຊາຍ ແລະ ການຈູດ
ຂີ້ເຫຍື້ອ.
ຈຸດປະສົງຂອງການໄປທັດສະນະສຶກສາ ແລກປ່ຽນ
ບົດຮຽນຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່
ລາດຊະອານາຈັກໄທ ແມ່ນເພື່ອໄປເບິ່ງພຶ້ນທີ່ຕົວຈິງ
ທີ່ໄດ້ນຳໃຊ້ Unii Applicationິ ໃນການກຳຈັດຂີ້
ເຫຍື້ອຕາມສູນເກັບຊື້ຂີ້ເຫຍື້ອຂອງ 3 ຈັງຫວັດ (ອຸ
ດອນທານີ, ຂອນແກ່ນ ແລະ ສະກົນນະຄອນ) ຂອງ
ປະເທດໄທ ວ່າໄດ້ຮັບຜົນດີ, ຂໍ້ສະດວກ ແລະ ຂໍ້ຫຍຸຸ້ງ
ຍາກຂອງ Unii Application. ໄປຢ້ຽມຊົມການສ້າງ
ທະນາຄານຂີ້ເຫຍື້ອຂອງຊຸມຊົນ, ການສ້າງມູນຄ່າ
ເພີ່ມຂອງຊຸມຊົນ ໃນການເອົາຕຸກປຼາສະຕິກ ແປບຊີ,
ແຟນຕາ ມາເຮັດເປັນຟອຍກວດຖະໜົນ. ການໄປ
ທັດສະນະສຶກສາແລກປ່ຽນບົດຮຽນຄວາມຮູ້ ກ່ຽວກັບ
ການຈັດການຂີ້ເຫຍື້ອ ທີ່ລາດຊະອານາຈັກໄທເປັນ
ໄລຍະເວລາ 03 ວັນຄື: ນັບແຕ່ວັນທີ 18-20 ກ​ຸມ​ພາ
2020
- ວັນທີ 18 ກຸມພາ 2020 ຕອນເຊົ້າໄດ້ໄປເຂົ້າ​ຮ່ວມ
ຢ້ຽມ​ຊົມສູນເກັບຊື້ປຼາສະຕີກ ຢູ່ຈັງຫວັດອຸດອນທານີ,
ຕອນບ່າຍໄດ້ຮັບຟັງການບັນຍາຍ ກ່ຽວກັບ ການນຳ
ໃຊ້ Unii Application.
ເຫດການ
- 19 ກຸມພາ 2020 ຕອນເຊົ້າໄດ້ໄປ ສູນເກັບຊື້ກວດ
ແກ້ວ ເບຍລິໂອ ແລະ ສູນເກັບຊື້ແກ້ວທຸກຊະນິດທີ່
ຈັງຫວັດຂອນແກ່ນ;
- ວັນທີ 20 ກຸມພາ 2020 ໄດ້ໄປເບິ່ງ ການເຮັດຟອຍ
ປັດຫົນທາງ ຈາກກະຕຸກແປບຊີ, ແຟນຕາ. ການສ້າງ
ທະນາຄານຂີ້ເຫຍື້ອ, ການລ້ຽງໜອນທີ່ໃຊ້ເສດອາ
ຫານ ແລະ ການເອົານ້ຳເປື້ອນຈາກອາຈົມມາເຮັດ
ເປັນປຸຍຊີວະພາບ ຢູ່ຈັງຫວັດສະກົນນະຄອນ. ການ
ໄປທັດສະນະສຶກສາແລກປ່ຽນບົດຮຽນຄວາມຮູ້ໃນ
ຄັ້ງ​ນີ້ ແມ່ນເຫັນໄດ້ເຖີງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ
ຜົນດີຂອງການນຳໃຊ້ Unii Application ດັ່ງນີ້:
1. ໄດ້ເຫັນສະພາບຕົວຈີງ ກ່ຽວກັບ ຄວາມຕ້ອງການ
ຂີ້ເຫຍື້ອ ຢ່າງຫຼວງຫຼາຍ ທີ່ ເປັນປຼາສະຕິກ ແລະ ເປັນ
ແກ້ວທຸກຊະນິດ;
2. ໄດ້ຮູ້ບົດຮຽນຕົວຈິງ ກ່ຽວກັບ ການສ້າງຕັ້ງທະນາ
ຄານຂີ້ເຫຍື້ອຂອງຊຸມຊົນ ເພື່ອເປັນກອງທຶນຂອງຊຸມ
ຊົນ ຊຶ່ງນຳໃຊ້ໃນເວລາທີ່ມີສະມາຊິກເສຍຊີວິດ;
3. ໄດ້ເຫັນຂັ້ນຕອນຢ່າງລະອຽດໃນການນຳເອົາ ກະ
ຕຸກປຼາສະຕິກມາເຮັດເປັນ ຟອຍກວດຂອງຜູ້ສູງອາຍຸ
ຢູ່ໃນຊຸມຊົນ, ທັງເປັນການສ້າງລາຍໄດ້ໃຫ້ຊຸມຊົນ
ແລະ ເປັນການຫຼຸຸດຜ່ອນຂີ້ເຫຍື້ອທີ່ຈະຕ້ອງຂົນໄປ
ຖີ້ມຢູ່ ສະໜາມຂີ້ເຫຍື້ອອີກດ້ວຍ;
4. ໄດ້ເຫັນບົດຮຽນຕົວຈິງໃນການລ້ຽງໜອນແມງວັນ
ລາຍ ດ້ວຍການນຳໃຊ້ ເສດອາຫານທຸກຊະນິດມາ
ເປັນອາຫານ, ຊຶ່ງເປັນການຫຼຸດຜ່ອນຂີ້ເຫຍື້ອປຽກ ທີ່
ຈະຕ້ອງຂົນສົ່ງໄປຖິ້ມສະໜາມຂີ້ເຫຍື້ອ ຊື່ງຈະເຮັດ
ໃຫ້ມີກິ່ນເໝັ່ນອີກດ້ວຍ;
5. ໄດ້ເຫັນເຕັກນິກໃນການເຮັດໃຫ້ນ້ຳເປື້ອນຈາກອາ
ຈົມ ກາຍມາເປັນ ຝຸ່ນຊີວະພາບ, ທັງເປັນການຕັດວົງ
ຈອນຂອງໃບໄມ້ໃນຕັບອີກດ້ວຍ.
ພາຍຫຼັງທີ່ໄປທັດສະນະສຶກສາ ແລກປ່ຽນບົດຮຽນ
ຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊະ
ອານາຈັກໄທແລ້ວ ທາງຄະນະຜູ້ແທນລາວຕ້ອງໄດ້
ມີການປະສານງານ ແລະ ກະກຽມແຜນການໃນຕໍ່
ໜ້າມີດັ່ງນີ້:
16
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ເຫດການ
17ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
1. ກະກຽມການສ້າງຕັ້ງທະນາຄານຂີ້ເຫຍື້ອຢູ່ບ້ານ
ຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫຼວງ
ວຽງຈັນ;
2. ສັງລວມຂໍ້ມູນຂອງບໍລີສັດຂົນສົ່ງຂີ້ເຫຍື້ອ ທີ່ຂື້ນ
ກັບການຄຸ້ມຄອງຂອງອົງການພັດທະນາ ແລະ ບໍລິ
ຫານຕົວເມືອງວຽງຈັນ;
3. ສັງລວມຂໍ້ມູນຂອງບ່ອນເກັບຊື້ຂີ້ເຫຍື້ອ ຢູ່ນະ
ຄອນຫຼວງວຽງຈັນ;
4. ສຶກສາບັນດານິຕິກຳທີ່ກ່ຽວຂ້ອງກັບການນຳເອົາ
Unii Application ມານຳໃຊ້ຢູ່ລາວ ແລະ ບັນດາລະ
ບຽບການ ໃນການສົ່ງຂີ້ເຫຍື້ອອອກຈາກ ສປປ ລາວ;
5. ສຶກສາຄວາມເປັນໄປໄດ້ ກ່ຽວກັບ ສິ່ງອຳນວຍ
ຄວມສະດວກທີ່ຈະສົ່ງຂີ້ເຫຍື້ອອອກຈາກສປປລາວ.
ເຫດການ
18
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ການລົງເບິ່ງສະພາບພື້ນທີ່ຕົວຈິງ ແລະ ເກັບກຳຂໍ້ມູນ
ຂອງໂຄງການສ້າງບ້ານສີຂຽວ ສະອາດ ງາມຕາ
ໃນວັນທີ 09 ມັງກອນ 2020 ທ່ານ ປອ. ໄຊນະຄອນ
ອິນທະວົງ ຮອງລັດຖະມົນຕີ ກະຊວງ ຊັບພະຍາ
ກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ທ່ານ
ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວ
ລາວສ້າງຊາດ ແລະ ທ່ານ ບຸນມີ ໄຊຍະວົງ ຮອງ
ເຈົ້າເມືອງ ເມືອງ ສີໂຄດຕະບອງ ພ້ອມດ້ວຍ ຫົວໜ້າ
ກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ,
ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ເມືອງ ສີໂຄດຕະບອງ, ຫ້ອງການບ້ານ
ຈັນສະຫວ່າງ ພ້ອມດ້ວຍລູກບ້ານເຂົ້າຮ່ວມ ການລົງ
ເບິ່ງສະພາບພື້ນທີ່ຕົວຈິງ ແລະ ເກັບກຳ ຂໍ້ມູນຂອງ
ໂຄງການ ສ້າງບ້ານ ສີຂຽວ ສະອາດ ງາມຕາ ຂອງ
ບ້ານ ຈັນສະຫວ່າງ, ເມືອງ ສີໂຄດຕະບອງ, ນະຄອນ
ຫຼວງວຽງຈັນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະ
ພາບລວມຂອງ ບ້ານ ຈັນສະຫວ່າງ ເຊິ່ງ ບ້ານ ຈັນ
ສະຫວ່າງ ນອນຢູ່ໃນ 60 ບ້ານ ຂື້ນກັບເມືອງ ສີໂຄດ
ຕະບອງ ທິດເໜືອຕິດກັບ ບ້ານ ສີເກີດ ແລະ ບ້ານ
ນາລຽນ, ທິດໃຕ້ຕິດກັບ ບ້ານ ໜອງໜ້ຽວ ແລະ
ບ້ານ ໂພນສົມບູນ, ທິດຕາເວັນອອກ ຕິດກັບບ້ານ
ໜອງແຕ່ງເໜືອ ແລະ ທິດຕາເວັນຕົກຕິດກັບ ບ້ານ
ວຽງຄຳ. ບ້ານ ຈັນສະຫວ່າງ ມີເນື້ອທີ່ທັງໝົດ 362
ເຮັກຕາ ປະກອບມີ 124 ໜ່ວຍ, ມີ 1578 ຫຼັງຄາ
ເຮືອນ, ມີ 1866 ຄອບຄົວ, ມີປະຊາກອນທັງໝົດ
ເຫດການ
19ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
7730 ຄົນ, ຍິງ 4040 ຄົນ ແລະ ມີ 11 ຊົນເຜົ່າ,
ປະກອບອາຊີບແຕກຕ່າງກັນພະນັກງານລັດກວມ
ເອົາ 60 % ບັນຫາທີ່ຄົງຄ້າງຂອງບ້ານ ມີ ຢູ່ 4 ບັນຫາ
ຫຼັກຄື:
1) ບັນຫາຢາເສດຕິດ ຍັງມີບາງພື້ນທີ່;
2) ບັນຫາຂີ້ເຫຍື້ອຊະຊາຍ ຍັງມີບາງກຸ່ມຄົນລັກເອົາ
ຂີ້ເຫຍື້ອມາຖີ້ມ;
3) ບັນຫາພື້ນຖານໂຄງລ່າງ ຍັງມີຫຼາຍບ່ອນແມ່ນຍັງ
ບໍ່ມີຮ່ອງລະບາຍນ້ຳ;
4)ບັນຫາຂໍ້ຂັດແຍ່ງເລື່ອງທີ່ຢູ່ອາໄສຂອງຄົນທີ່ຍັງບໍ່ມີ
ທີ່ຢູ່ອາໄສເປັນຫຼັກແຫຼ່ງ (ສະລຳ).
ພາຍຫຼັງທີ່ໄດ້ຮັບຟັງການລາຍງານຂອງ ຫ້ອງການ
ບ້ານຈັນສະຫວ່າງແລ້ວ ທ່ານ ໂລນຄຳ ອາດສະນາວົງ
ກໍ່ໄດ້ຂຶ້ນກ່າວຈຸດປະສົງ ແລະ ສະເໜີຄວາມເປັນມາ
ຂອງໂຄງການ ສ້າງບ້ານສີຂຽວ ສະອາດ ງາມຕາ
ຂອງບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະ
ຄອນຫຼວງວຽງຈັນ ແລະ ສະເໜີໃຫ້ທາງບ້ານກຳນົດ
ຈຸດເລີ່ມຕົ້ນວ່າ: ຈະເລີ່ມຈາກຕະຫຼາດ ຫຼື ໂຮງຮຽນ
ກ່ອນ. ນອກຈາກນີ້ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ, ຮອງ
ປະທານ ສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນຕໍ່
ບ້ານ ສະເໜີໃຫ້ບ້ານເຮັດທະນາຄານຂີ້ເຫຍື້ອ ເພື່ອ
ສົ່ງເສີມໃຫ້ປະຊາຊົນເກັບມ້ຽນຂີ້ເຫຍື້ອໃນເຂດບໍລິ
ເວນບ້ານຂອງຕົນ ແລະ ອາໄສຄວາມສາມັກຄີພາຍ
ໃນບ້ານເປັນກຳລັງແຮງຂອງບັນດາ 11 ຊົນເຜົ່າ ແລະ
ປະຊາຊົນພາຍໃນບ້ານ,ປຸກລະດົມໃຫ້ເປັນນ້ຳໃຈອັນ
ໜຶ່ງອັນດຽວກັບ ນະໂຍບາຍ 6 ສໍ, ສັບປະດາວຽງຈັນ
ສະອາດ, ຊົ່ວໂມງວຽງຈັນສະອາດ ແລະ ກອງທຶນ
ບ້ານໃຫ້ມີການຊຸກຍູ້ ຜູ້ທີ່ດີເດັ່ນກັບການປົກປັກຮັກ
ສາສິ່ງແວດລ້ອມແນວໃດ.
ຫຼັງຈາກລົງເລາະພື້ນທີ່ຕົວຈິງແລະໄດ້ຂໍ້ມູນເບື່ອງຕົ້ນ
ແລ້ວ ທາງກະຊວງ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແລະ ສູນກາງແນວລາວສ້າງຊາດ ຈະ
ໄດ້ວ່າງແຜນຈັດການພື້ນທີ່ ຂອງໂຄງການ ສ້າງບ້ານ
ສີຂຽວ ສະອາດ ງາມຕາ ຂອງບ້ານຈັນສະຫວ່າງ,
ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
20
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ກອງປະຊຸມ ທົບທວນການຈັດຕັ້ງປະຕິບັດ ການຄຸ້ມ
ຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່
ສປປ ລາວ ໃນໄລຍະ 1 ປີຜ່ານມາ ແລະ ກໍານົດແຜນ
ວຽກຈຸດສຸມ ຮອດປີ 2025 ຂອງຄະນະກອງເລຂາສົນ
ທິສັນຍາຣາມຊາ
ໃນລະຫວ່າງວັນທີ 13-15 ມັງກອນ 2020, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ຄະນະ
ກອງເລຂາຂອງສົນທິສັນຍາຣາມຊາ ເພື່ອທົບທວນການຈັດຕັ້ງປະຕິບັດ ການຄຸ້ມຄອງເຂດດິນບໍລິເວນນໍ້າ
ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ໃນໄລຍະ 1 ປີ ຜ່ານມາ ແລະ ກຳນົດໜ້າວຽກຈຸດສຸມ ຮອດປີ 2025
ທີ່ຫ້ອງປະຊຸມ ຂະແໜງສິ່ງແວດລ້ອມ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂລນຄຳ
ອາດສະນາວົງ, ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ທັງເປັນຜູ້ປະສານງານລະດັບຊາດ ຂອງສົນທິ
ສັນຍາຣາມຊາ ຢູ່ ສປປ ລາວ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ ທີ່ມາຈາກສູນກາງ ແລະ ບັນດາພາກສ່ວນ
ທີ່ກ່ຽວຂ້ອງຄື: ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກົມຊັບພະຍາກອນນໍ້າ, ກົມແຜນການ ແລະ ການຮ່ວມ
ມື, ກົມນະໂຍບາຍຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກອງເລຂາຄະນະກໍາມະການແມ່ນໍ້າຂອງ
ແຫ່ງຊາດ, ກົມປ່າໄມ້ (ກະຊວງ ກະສິກໍາ ແລະ ປ່າໄມ້), ກົມສົນທິສັນຍາ ແລະ ກົດໝາຍ (ກະຊວງ ການ
ຕ່າງປະເທດ), ກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ (ກະຊວງ ພະລັງງານ ແລະ ບໍ່ແຮ່), ຫ້ອງ
ການ IUCN ປະຈຳລາວ ແລະ ຊ່ຽວຊານ ຂອງໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນເຂດ
ດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ (CAWA), ກອງເລຂາ ຄະນະຊີ້ນໍາ ຂອງສົນທິສັນຍາຣາມຊາ ຂັ້ນທ້ອງ
ຖິ່ນ (ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ). ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບ ແລະ ລາຍງານ
ຜົນການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາ ຣາມຊາ ໃນໄລຍະ 1 ປີ ຜ່ານມາ ແລະ ຜົນການຈັດຕັ້ງ
ປະຕິບັດ ບັນດາໂຄງການຕ່າງໆ ທີ່ຢູ່ໃນ 2 ເຂດຣາມຊາ (ເຊຈຳພອນ ແລະ ບຶງກຽດໂງ້ງ), ປັບປຸງຄະນະຊີ້ນໍາ,
ກອງເລຂາຄະນະຜູ້ປະສານງານ ຂັ້ນສູນກາງ ແລະ ທ້ອງຖິ່ນ, ນຳສະເໜີ ເຂດດິນບໍລິເວນນໍ້າແຫ່ງໃໝ່ ເຂົ້າໃນ
ສົນທິສັນຍາຣາມຊາ ແລະ ປຶກສາຫາລື ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຂອງໂຄງການຂຸດຄົ້ນ
21
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ແລະ ປຸງແຕ່ງແຮ່ເຫຼັກ ທີ່ຕິດພັນກັບເຂດດິນບໍລິເວນ
ນໍ້າຣາມຊາບຶງກຽດໂງ້ງເມືອງປະທຸມພອນແຂວງຈໍາ
ປາສັກ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການ
ລາຍງານ ກ່ຽວກັບ ການເຄື່ອນໄຫວຂອງກອງເລຂາ
ແລະ ຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຂດ
ດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ແຕ່ລະເຂດ
ແລະ ກົນໄກການຄຸ້ມຄອງຂອງວຽກງານດັ່ງກ່າວ, ຮັບ
ຟັງການລາຍງານຜົນການຈັດຕັ້ງປະຕິບັດ ແລະ ທິດ
ທາງແຜນການໃນປີ 2020 ໂຄງການປັບຕົວເຂົ້າກັບ
ການປ່ຽນແປງດິນຟ້າອາກາດຢູ່ 02 ເຂດ ການຄຸ້ມ
ຄອງເຂດດິນບໍລິເວນນໍ້າຣາມຊາເຊຈໍາພອນ ເມືອງ
ຈໍາພອນ ແຂວງສະຫວັນນະເຂດ, ຜົນກະທົບຕໍ່ສິ່ງ
ແວດລ້ອມ-ສັງຄົມ ຂອງໂຄງການ ຂຸດຄົ້ນ ແລະ ປຸງ
ແຕ່ງແຮ່ເຫຼັກ ຢູ່ເຂດບຶງກຽດໂງ້ງ ເມືອງປະທຸມພອນ,
ແຂວງ ຈໍາປາສັກ. ນອກຈາກນີ້ທີ່ປະຊຸມຍັງໄດ້ສະເໜີ
ປັບປຸງ ຄະນະຊີ້ນໍາລະດັບຊາດ ແລະ ທ້ອງຖິ່ນ. ເພື່ອ
ໃຫ້ແທດເໝາະກັບສະພາບຕົວຈິງ. ກອງປະຊຸມໄດ້
ດໍາເນີນໄປໃນໄລຍະເວລາ 3 ວັນ ສາມາດສະຫຼຸບຕີ
ລາຄາຜົນຂອງກອງປະຊຸມດັ່ງກ່າວໄດ້ດັ່ງນີ້:
• ປ່ຽນຊື່ ຈາກ ຄະນະກໍາມະການຊີ້ນໍາລະດັບຊາດ
ມາເປັນ ຄະນະຊີ້ນໍາລະດັບຊາດ;
• ປັບປຸງຄະນະຊີ້ນໍາລະດັບຊາດໃນການຄຸ້ມຄອງເຂດ
ດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ
ລາວ ຂັ້ນສູນກາງ ແລະ ທ້ອງຖິ່ນຄືນໂດຍທີ່ປະຊຸມ
ໄດ້ເຫັນດີ ສະເໜີໃຫ້ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຕື່ມ
ເປັນຕົ້ນແມ່ນ ກະຊວງ ພະລັງງານ ແລະ ບໍ່ແຮ່, ກະ
ຊວງ ອຸດສາຫະກໍາ ແລະ ການຄ້າ;
• ປ່ຽນຊື່ ຈາກ ກອງເລຂາຄະນະກໍາມະການຊີ້ນໍາລະ
ດັບຊາດ ມາເປັນ ກອງເລຂາຄະນະຊີ້ນໍາລະດັບຊາດ
ແລະ ເພີ່ມພາກສ່ວນທີ່ກ່ຽວຂ້ອງເຂົ້າຕື່ມ ໂດຍກຳນົດ
ເອົາ ຫົວໜ້າກົມ, ຮອງຫົວໜ້າກົມສິ່ງແວດລ້ອມ ເປັນ
ຫົວໜ້າ ແລະ ຮອງຫົວໜ້າກອງເລຂາ, ນອກຈາກ
ນີ້ ຍັງປະກອບມີ ບັນດາກົມ ຈາກ 3 ກະຊວງ ທີ່ກ່ຽວ
ຂ້ອງ ຄື: ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງ ການ
ຕ່າງປະເທດ ແລະ ກະຊວງ ຖະແຫຼງຂ່າວ, ວັດທະ
ນະທໍາ ແລະ ການທ່ອງທ່ຽວ ເປັນຄະນະກອງເລຂາ;
• ກອງປະຊຸມເຫັນດີໃຫ້ ກສສ ສະເໜີ ຄະນະຜູ້
ປະສານງານແຫ່ງຊາດຂອງສົນທິສັນຍາຣາມຊາ
ເຊິ່ງປະກອບມີ (1) ຜູ້ປະສານງານແຫ່ງຊາດ, (2)
ຜູ້ປະສານງານ ດ້ານເຕັກນິກ, ວິທະຍາສາດ ແລະ
ທົບທວນແຜນດຳເນີນງານ ແລະ (3) ຜູ້ປະສານງານ
ດ້ານການສື່ສານ, ສ້າງຄວາມອາດສາມາດ, ການສຶກ
ສາ, ການມີສ່ວນຮ່ວມ ແລະ ສ້າງຈິດສຳນຶກ ຕໍ່ການ
ນໍາກະຊວງ;
• ສະເໜີ ໃຫ້ໂຄງການຄຸ້ມຄອງ ແລະ ປົກປັກຮັກສາ
ດິນບໍລິເວນນໍ້າ ຢູ່ຂົງເຂດອ່າງແມ່ນໍ້າຂອງຕອນລຸ່ມ
ແຂວງ ຈໍາປາສັກ ພິຈາລະນາຄືນ ກິດຈະກໍາທີ່ຕິດພັນ
ກັບການທ່ອງທ່ຽວ ເປັນຕົ້ນແມ່ນ ຫໍເບິ່ງນົກ ແລະ
ອື່ນໆ ທີ່ຢູ່ໃນເຂດບຶງກຽດໂງ້ງ;
• ຂອດກົນໄກການລາຍງານ ໃນການຈັດຕັ້ງປະຕິບັດ
ໂຄງການຂັ້ນທ້ອງຖິ່ນ ຍັງບໍ່ທັນເປັນຈຸດ ເຮັດໃຫ້ການ
ສັງລວມລາຍງານຍັງມີຂໍ້ຫຍຸ້ງຍາກ,ດັ່ງນັ້ນຈຶ່ງສະເໜີ
ໃຫ້ໂຄງການຕ່າງໆ ສັງລວມລາຍງານໃຫ້ກອງເລຂາ
ຣາມຊາຂັ້ນທ້ອງຖິ່ນ ເພື່ອຮັບປະກັນການລາຍງານ
ຕ່າງໆ;
• ສະເໜີໃຫ້ກອງເລຂາສົນທິສັນຍາຣາມຊາຂັ້ນແຂວງ
(ແຂວງສະຫວັນນະເຂດ ແລະ ແຂວງ ຈໍາປາສັກ)
ແລະ IUCN ສັງລວມບັນດາກິດຈະກໍາຕ່າງໆ ໃນໄລ
ຍະ 3 ປີຜ່ານມາ ເພື່ອຈະໄດ້ກະກຽມລາຍງານ ເຂົ້າ
ກອງປະຊຸມ COP 14 ໃນປີ 2021 ທີ່ ເມືອງອູຮັນ,
ສປ ຈີນ;
• ກອງປະຊຸມໄດ້ພິຈາລະນາຜົນກະທົບສິ່ງແວດລ້ອມ
-ສັງຄົມ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ
ຢູ່ເມືອງ ປະທຸມພອນ ແຂວງ ຈໍາປາສັກ ເນື່ອງຈາກວ່າ
ໂຄງການດັ່ງກ່າວ ແມ່ນຕິດພັນກັບເຂດດິນບໍລິເວນ
ນໍ້າຣາມຊາ ບຶງກຽດໂງ້ງ ແລະ ເຂດທີ່ຕັ້ງໂຮງງານ,
ເຂດສໍາປະທານຂຸດຄົ້ນແຕ່ລະຈຸດ ແມ່ນນອນຢູ່ໃນ
ອ່າງຮັບນໍ້າດຽວກັນ ແລະ ແລວການໄຫຼຂອງນໍ້າໃນ
ພື້ນທີ່ດັ່ງກ່າວ ແມ່ນໄຫຼລົງບຶງ. ໃນລະດູຝົນ ພື້ນທີ່ດັ່ງ
ກ່າວ ແມ່ນມີສະພາບ ນໍ້າຖ້ວມ ແລະ ໃນລະດູແລ້ງ
ກໍຈະແຫ້ງແລ້ງທຸກປີ ຊຶ່ງອາດຈະມີຄວາມສ່ຽງຕໍ່ການ
ປ່ຽນແປງດ້ານລະບົບນິເວດ ແລະ ຄວາມອຸດົມສົມ
22
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ບູນຂອງບຶງ ຖ້າໃນກໍລະນີເກີດມີຜົນກະທົບ ຈາກໂຄງ
ການດັ່ງກ່າວ ອາດຈະຖືກຖອນອອກຈາກພາຄີ ຂອງ
ສົນທິສັນຍາຣາມຊາ.
ແຜນວຽກໃນຕໍ່ໜ້າ:
1) ປັບປຸງ ຮ່າງຂໍ້ຕົກລົງ ຄະນະຊີ້ນໍາລະດັບຊາດ ໃນ
ການຄຸ້ມຄອງເຂດດິນບໍລິເວນນໍ້າຂອງສົນທິສັນຍາ
ຣາມຊາ ຢູ່ ສປປ ລາວ ຂັ້ນສູນກາງ;
2) ປັບປຸງຮ່າງຂໍ້ຕົກລົງກອງເລຂາຄະນະຊີ້ນຳລະດັບ
ຊາດ ຂອງສົນທິສັນຍາຣາມຊາ;
3) ປັບປຸງ ຮ່າງຂໍ້ຕົກລົງ ຄະນະຜູ້ປະສານງານລະດັບ
ຊາດ ຂອງສົນທິສັນຍາຣາມຊາ;
4) ຈັດຕັ້ງປະຕິບັດຈຸດສຸມ ປີ 2020 ເຊັ່ນ:
- ສ້າງແຜນດໍາເນີນງານ ໃນການຄຸ້ມຄອງ 2 ເຂດດິນ
ບໍລິເວນນໍ້າຣາມຊາ;
- ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງເຂດດິນບໍລິ
ເວນນໍ້າ ແບບມີສ່ວນຮ່ວມ;
- ສໍາຫຼວດ ແລະ ສຶກສາ ເຂດດິນບໍລິເວນນໍ້າແຫ່ງໃໝ່;
- ສ້າງຄູມື ການຄຸ້ມຄອງເຂດດິນບໍລິເວນນໍ້າຣາມຊາ
ຢູ່ ສປປ ລາວ;
- ສ້າງບົດລາຍງານແຫ່ງຊາດ ໃນການຄຸ້ມຄອງເຂດ
ດິນບໍລິເວນນໍ້າຣາມຊາ 2019-2021;
- ຊຸກຍູ້-ຕິດຕາມ ການຈັດຕັ້ງປະຕິບັດໂຄງການ CA
WA ແລະ MRWP;
- ຈັດຕັ້ງປະຕິບັດກິດຈະກໍາຕ່າງໆ.
ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະພາບຕໍ່ຄໍາສະ
ເໜີຕ່າງໆ ກ່ຽວກັບ ການຈັດຕັ້ງປະຕິບັດການຄຸ້ມ
ຄອງເຂດດິນບໍລິເວນນໍ້າຂອງສົນທິສັນຍາຣາມຊາ ຢູ່
ສປປ ລາວ ໃນໄລຍະ 1 ປີຜ່ານມາ ແລະ ແຜນຈຸດສຸມ
ປີ 2020 ແລະ ເຫັນດີໃຫ້ອົງການ IUCN ປະຈຳລາວ
ສືບຕໍ່ສະໜັບສະໜູນ ທາງດ້ານວິຊາການຕ່າງໆຕໍ່
ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງເຂດດິນ
ບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ
ແລະ ໂຄງການອື່ນໆ ທີ່ຕິດພັນກັບເຂດດິນບໍລິເວນ
ນໍ້າຣາມຊາ.
23
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ກອງປະຊຸມສະຫຼຸບລາຍງານ ແລະ ແລກປ່ຽນບົດຮຽນ
ໃນການຈັດຕັ້ງປະຕິບັດ ຂອງໂຄງການ ຕົວເມືອງນໍາ
ໜ້າທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ
ໃນວັນທີ 24 ມັງກອນ 2020 ພະແນກສິ່ງແວດລ້ອມ
ສັງຄົມ,ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ(ກສສ)
ໃນນາມ ໜ່ວຍປະຕິບັດງານອາຊຽນ ດ້ານຕົວເມືອງ
ທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ໄດ້ຈັດກອງ
ປະຊຸມ ສະຫຼຸບລາຍງານ ແລະ ແລກປ່ຽນບົດຮຽນ
ໃນການຈັດຕັ້ງປະຕິບັດ ໂຄງການ ຕົວເມືອງນໍາໜ້າທີ່
ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມທີ່ນະຄອນໄກ
ສອນພົມວິຫານ, ແຂວງ ສະຫວັນນະເຂດ ໂດຍການ
ເປັນປະທານຮ່ວມຂອງທ່ານແສງທອງວົງແກ້ວມະນີ,
ເຈົ້າຄອງນະຄອນໄກສອນພົມວິຫານ ແລະ ທ່ານ
ນາງ ຈິດຖະໜອມ ອຸ່ນສີດາ, ຮອງຫົວໜ້າກົມສົ່ງເສີມ
ຄຸນນະພາບສິ່ງແວດລ້ອມ ຊຶ່ງມີຜູ້ເຂົ້າຮ່ວມມາຈາກ
ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມ 3 ແຂວງ (ຫົວພັນ, ຫຼວງພະບາງ ແລະ ສະຫວັນ
ນະເຂດ) ແລະ ບັນດາຂະແໜງການອ້ອມຂ້າງນະ
ຄອນໄກສອນພົມວິຫານ ຄື: ຫ້ອງວ່າການ ນະຄອນ
ໄກສອນພົມວິຫານ,ຫ້ອງການຊັບພະຍາກອນທໍາມະ
ຊາດ ແລະ ສິ່ງແວດລ້ອມ, ຫ້ອງການ ສຶກສາ ແລະ
ກິລາ,ຫ້ອງການຄຸ້ມຄອງພັດທະນາແລະບໍລິຫານນະ
ຄອນໄກສອນພົມວິຫານ, ຄູອາຈານຈາກ 6 ໂຮງຮຽນ
ແລະ ຜູ້ຮັບຜິດຊອບວຽກງານດັ່ງກ່າວຈາກ ກສສ
ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ.
24
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບ
ແຜນຍຸດທະສາດ ແລະ ທິດທາງລວມ ຂອງກະຊວງ
ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມຕໍ່ກັບ
ແຜນພັດທະນາແບບຍືນຍົງທາງດ້ານສິ່ງແວດລ້ອມ,
ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ໂຄງການຕົວ
ເມືອງນໍາໜ້າທີ່ມີຄວາມຍືນຍົງ ທາງດ້ານສິ່ງແວດ
ລ້ອມຂອງ 3 ແຂວງ ແລະ ຄວາມຄືບໜ້າໃນການຂຽນ
ບົດລາຍງານການຈັດຕັ້ງປະຕິບັດໂຄງການດັ່ງກ່າວ
ພາຍຫຼັງທີ່ໄດ້ຮັບຟັງການນຳສະເໜີ ການຈັດຕັ້ງປະຕິ
ບັດໂຄງການແລ້ວ.
ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປຶກສາຫາລື ແລກປ່ຽນ
ບົດຮຽນ ເພື່ອເປັນການຖອດຖອນບົດຮຽນ ແລະ ປັບ
ປຸງ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນຕໍ່
ໜ້າ. ສໍາລັບ ທິດທາງ ແລະ ແຜນການໃນຕໍ່ໜ້າ ແມ່ນ
ຈະໄດ້ສືບຕໍ່ບັນດາໜ້າວຽກດັ່ງນີ້:
• ກະກຽມລົງຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ
ທີ່ເມືອງ ຊໍາເໜືອ, ແຂວງ ຫົວພັນ;
• ກະກຽມ ຮ່າງບົດລາຍງານການຈັດຕັ້ງປະຕິບັດໂຄງ
ການ ເພື່ອລາຍງານການນໍາ ກຊສ.
25
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
2 ເຂດດິນບໍລິເວນນໍ້າຂອງ ສປປ ລາວ (ເຊຈໍາພອນ
ແລະ ບຶງກຽດໂງ້ງ) ໄດ້ຈັດພິທີສະເຫຼີມສະຫຼອງວັນດິນ
ບໍລິເວນນໍ້າໂລກ
ການສະເຫຼີມສະຫຼອງວັນດິນບໍລິເວນນໍ້າໂລກ ໄດ້ຈັດຂຶ້ນນັບແຕ່ປີ 1997 ເປັນຕົ້ນມາ, ໃນວັນທີ 2 ກຸມພາ
1971 ສົນທິສັນຍາ ວ່າດ້ວຍ ດິນບໍລິເວນນໍ້າ ໄດ້ຖືກເຊັນຮັບຮອງຂຶ້ນ ຢູ່ທີ່ເມືອງ ຣາມຊາ ປະເທດ ອີຣານ
ໂດຍກຸ່ມນັກອະນຸລັກສິ່ງແວດລ້ອມຂອງໂລກ ມີຈຸດປະສົງເພື່ອຍົກລະດັບຈິດສໍານຶກ ແລະ ຄຸນຄ່າຂອງດິນບໍ
ລິເວນນໍ້າ. ສະນັ້ນ, ປະຊາຄົມໃນທົ່ວໂລກຈຶ່ງຖືເອົາ ວັນທີ 2 ກຸມພາ ຂອງທຸກໆປີ ເປັນວັນດິນບໍລິເວນນໍ້າໂລກ.
ໃນປີ 2020 ປະຊາຄົມໂລກໄດ້ພ້ອມກັນ ສະເຫຼີມສະຫຼອງວັນດິນບໍລິເວນນໍ້າໂລກ ພາຍໃຕ້ຫົວຂໍ້ “ດິນບໍລິເວນ
ນໍ້າ ແລະ ຊີວະນາໆພັນ” ຊຶ່ງຢູ່ ສປປ ລາວ ກໍເຊັ່ນດຽວກັນ ໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນຢູ່ໃນ
2 ເຂດດິນບໍລິເວນນໍ້າ ທີ່ເປັນພາຄີຂອງສົນທິສັນຍາ ວ່າດ້ວຍ ດິນບໍລິເວນນໍ້າ ຣາມຊາຄື: ເຊຈໍາພອນ, ເມືອງ
ຈໍາພອນ, ແຂວງສະຫວັນນະເຂດ ແລະ ບຶງກຽດໂງ້ງ, ເມືອງປະທຸມພອນ, ແຂວງຈໍປາສັກ ຊຶ່ງມີລາຍລະອຽດ
ດັ່ງນີ້:
ໃນວັນທີ 2 ກຸມ ພາ 2020, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ຈໍາປາສັກ
ຮ່ວມກັບ ໂຄງການຄຸ້ມຄອງ ແລະ ປົກປັກຮັກສາດິນບໍລິເວນນໍ້າ ຢູ່ຂົງເຂດອ່າງແມ່ນໍ້າຂອງຕອນລຸ່ມ ແລະ
ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງປະທຸມພອນ ໄດ້ຈັດພິທີສະເຫຼີມ
ສະຫຼອງວັນດິນບໍລິເວນນໍ້າໂລກ ພາຍໃຕ້ຄໍາຂວັນ “ດິນບໍລິເວນນໍ້າ ແລະ ຊີວະນາໆພັນ” ທີ່ ວັດພະໂພ, ບ້ານ
ພະໂພ, ເມືອງປະທຸມພອນ, ແຂວງຈໍປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ດວງວິໄລ ໄຊສີເມືອງ,
ຫົວໜ້າ ຫຊສ, ເມືອງປະທຸມພອນ, ທ່ານ ປອ ດວງມະນີ ຫຼວງມະນີ, ຜູ້ບໍລິຫານໂຄງການ ແລະ ທ່ານ ນາງ
ໄຂ່ແກ້ວ ຈັນທະວີສຸກ, ຮອງຫົວໜ້າພະແນກສິ່ງແວດລ້ອມທໍາມະຊາດ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
(ກສສ) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ (ພຊສ, ຫຊສ, ກສສ, ພະແນກ/ຫ້ອງການ ກະສິກໍາ ແລະ ປ່າໄມ້,
ພະແນກ/ຫ້ອງການ ສຶກສາທິການ ແລະ ກິລາ, IUCN, ກຸ່ມບ້ານ, ຄູອາຈານ, ພໍ່ແມ່ປະຊາຊົນ ແລະ ນັກຮຽນ)
ເຂົ້າຮ່ວມ ລວມທັງໝົດ 400 ກວ່າຄົນ.
26
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ໃນຕອນເຊົ້າວັນທີ 5 ກຸມພາ 2020 ພະແນກ ຊັບພະ
ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, (ພຊສ)
ແຂວງສະຫວັນນະເຂດ ຮ່ວມກັບ ຫ້ອງການ ຊັບພະ
ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, (ຫຊສ)
ເມືອງຈໍາພອນ, ໄດ້ຈັດພິທີສະເຫຼີມສະຫຼອງວັນດິນບໍ
ລິເວນນໍ້າໂລກ ວັນທີ 2 ກຸມພາ 2020 ໃຕ້ຄໍາຂວັນ
“ດິນບໍລິເວນນໍ້າ ແລະ ຊີວະນາໆພັນ” ທີ່ ມສ ທວດ,
ບ້ານທວດ, ເມືອງຈໍາພອນ, ໂດຍການເປັນປະທານ
ຮ່ວມຂອງທ່ານ ໜູການ ອິນທະປັນຍາ, ຮອງ ພຊສ
ແຂວງສະຫວັນນະເຂດ, ທ່ານ ໂລນຄໍາ ອາດສະນາ
ວົງ, ຫົວໜ້າ ກສສ ແລະ ທ່ານ ສີສຸວັນ ສຸວັນນະສານ,
ຮອງເຈົ້າເມືອງຈໍາພອນ, ມີຜູ້ຕາງໜ້າຈາກຂະແໜງ
ການກ່ຽວຂ້ອງເຂົ້າຮ່ວມ (ພຊສ, ຫຊສ, ກສສ, ພະ
ແນກ/ຫ້ອງການກະສິກໍາແລະປ່າໄມ້,ພະແນກ/ຫ້ອງ
ການ ສຶກສາທິການ ແລະ ກິລາ, IUCN, ກຸ່ມບ້ານ,
ຄູອາຈານ, ພໍ່ແມ່ປະຊາຊົນ ແລະ ນັກຮຽນ) ທັງໝົດ
300 ກວ່າຄົນ. ເພື່ອຍົກລະດັບຈິດສໍານຶກໃຫ້ແກ່ທຸກ
ພາກສ່ວນ ລວມເຖິງພໍ່ແມ່ປະຊາຊົນ, ນັກຮຽນທີ່ອາ
ໄສ ຢູ່ໃນບ້ານອ້ອມຂ້າງ 2 ເຂດດິນບໍລິເວນນໍ້າ ຣາມ
ຊາ ຂອງ ສປປ ລາວ ໃຫ້ຮູ້ເຖິງຄຸ່ນຄ່າຂອງດິນບໍລິເວນ
ນໍ້າ ແລະ ຊີວະນາໆພັນ. ກິດຈະກໍາໃນການສະເຫຼີມ
ສະຫຼອງຄັ້ງນີ້ ປະກອບມີ: ການສ້າງຂະບວນການ
ເກັບຂີ້ເຫຍື້ອອ້ອມຂ້າງເຂດດິນບໍລິເວນນໍ້າ ບຶງກຽດ
ໂງ້ງ, ການປະກວດຮູບແຕ້ມ ກ່ຽວກັບ ດິນບໍລິເວນນໍ້າ
ແລະ ຊີວະນາໆພັນ ຂອງນັກຮຽນ, ການຖາມ-ຕອບ
ວິທະຍາສາດ ແລະ ພິເສດຢູ່ໃນເຂດດິນບໍລິເວນນໍ້າ
ເຊຈໍາພອນ, ເມືອງຈໍາພອນ, ແຂວງສະຫວັນນະເຂດ
ໄດ້ມີກິດຈະກໍາ ສະແດງລະຄອນສັ້ນເລື່ອງ “ໂລບ
ມາກຍາກຕົວເອງ” ຈາກທີມງານສ້າງຈິດສໍານຶກ ຂອງ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ຊຶ່ງລະຄອນ
ດັ່ງກ່າວ ໄດ້ສື່ໃຫ້ເຫັນເຖິງຄຸນປະໂຫຍດຂອງຊີວະ
ນາໆພັນຕໍ່ກັບການດໍາລົງຊີວິດຂອງມະນຸດ, ຜົນກະ
ທົບຈາກການສູນເສຍຊີວະນາໆພັນ, ການຮ່ວມມື
ແລະ ມີສ່ວນຮ່ວມໃນການອະນຸລັກ ຈະຊ່ວຍໃຫ້ເກີດ
ຜົນປະໂຫຍດແກ່ຊຸມຊົນ, ລະບົບນິເວດທໍາມະຊາດ
ແລະ ມີຄວາມຍືນຍົງ.
27
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2020
ກສລ
ກອງປະຊຸມປຶກສາຫາລື ກ່ຽວກັບ ການກະກຽມເຄື່ອນ
ໄຫວວຽກງານສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງ
ແວດລ້ອມ ຢູ່ 2 ແຂວງ
ພະແນກສິ່ງແວດລ້ອມສັງຄົມ (ພສສ), ກົມສົ່ງເສີມ
ຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະ
ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ
ທີມງານ ວຽກງານການສຶກສາ ແລະ ສ້າງຈິດສຳນຶກ
ດ້ານສິ່ງແວດລ້ອມ ກ່ຽວກັບ ວຽກງານ ສຶກສາ ແລະ
ສ້າງຈິດສຳນຶກດ້ານສິ່ງແວດລ້ອມ (EEA) ພາຍໃຕ້
ໂຄງການ ສົ່ງເສີມການນຳໃຊ້ລະບົບນິເວດປ່າໄມ້
ແລະ ຊີວະນາໆພັນແບບຍືນຍົງ ໄລຍະ 2 (ProFEB
II) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການກະ
ກຽມເຄື່ອນໄຫວວຽກງານສຶກສາແລະສ້າງຈິດສຳນຶກ
ດ້ານສິ່ງແວດລ້ອມ ຢູ່ 2 ແຂວງເປົ້າໝາຍຄື: ຫຼວງນໍ້າ
ທາ ແລະ ຈໍາປາສັກ.
ໃນວັນທີ 30 ມັງກອນ 2020 ໄດ້ຈັດກອງປະຊຸມປຶກ
ສາຫາລື ຮ່ວມກັບ ພະແນກ ຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ ຂອງແຂວງຫຼວງນ້ຳທາ.
ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຈິດຖະ
ໜອມ ອຸ່ນສີດາ, ຮອງຫົວໜ້າກົມສົ່ງເສີມຄຸນນະພາບ
ສິ່ງແວດລ້ອມ ແລະ ທ່ານ ອ໋ອດ ສິງສະຫວັດ, ຮອງຫົວ
ໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ ແຂວງຫຼວງນ້ຳທາ. ຊຶ່ງມີຜູ້ເຂົ້າຮ່ວມຈາກ
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I
Newsleter doe I

Contenu connexe

Similaire à Newsleter doe I

Similaire à Newsleter doe I (7)

Newsleter Deep II
Newsleter Deep IINewsleter Deep II
Newsleter Deep II
 
Newsleter deqp v
Newsleter deqp vNewsleter deqp v
Newsleter deqp v
 
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp viii
 
Newsleter deqp vi
Newsleter deqp viNewsleter deqp vi
Newsleter deqp vi
 
Newsleter deqp iv
Newsleter deqp ivNewsleter deqp iv
Newsleter deqp iv
 
Newsleter iii deqp for print size 265x210l
Newsleter iii deqp for print size 265x210lNewsleter iii deqp for print size 265x210l
Newsleter iii deqp for print size 265x210l
 
Bamboo Handicraft_Value Chain_lao_english
Bamboo Handicraft_Value Chain_lao_englishBamboo Handicraft_Value Chain_lao_english
Bamboo Handicraft_Value Chain_lao_english
 

Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (12)

Magazines v2 12 2020
Magazines v2 12 2020Magazines v2 12 2020
Magazines v2 12 2020
 
Magazines 04 2021 final
Magazines 04 2021 finalMagazines 04 2021 final
Magazines 04 2021 final
 
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2hຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2h
 
ການວິເຄາະ 5 w2h
ການວິເຄາະ 5 w2hການວິເຄາະ 5 w2h
ການວິເຄາະ 5 w2h
 
ອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມ
 
Guidelide green-school lao
Guidelide green-school laoGuidelide green-school lao
Guidelide green-school lao
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Move
MoveMove
Move
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
 

Newsleter doe I

  • 1. lt[a[mu 1 ,a'dvo{,y45ok 2020 ກົມສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ]d l ] ຈົດໝາຍຂ່າວ
  • 2. ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ ຄະນະຮ່າງ ແລະ ຮຽບຮຽງ ຄະນະກົມສິ່ງແວດລ້ອມ ທ່ານ ໄຊຍະເວດ ວິໄຊ ຮັກສາການຫົວໜ້າກົມ ທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມ ທ່ານ ນ. ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ ທ່ານ ວິລະພົນ ນວນແສງສີ ຮອງຫົວໜ້າກົມ ທ່ານ ສຸດາໄຊ ຄຳເພັງໄຊ ຮອງຫົວໜ້າກົມ ທ່ານ ນ. ສຸດາວີ ແກ້ວປະເສີດ ຮອງຫົວໜ້າກົມ ກວດແກ້ ບັນດາພະແນກຂອງກົມສິ່ງແວດລ້ອມ ພະແນກ ສົ່ງເສີມສິ່ງແວດລ້ອມ ທ່ານ ຄອນສະຫວັນ ຫຼວງລາດ ຫົວໜ້າພະແນກ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ ທ່ານ ນ.ໄຂ່ແກ້ວ ຈັນທະວີສຸກ ຮອງຫົວໜ້າພະແນກ ທ່ານ ບົວແສງປະເສິດ ພຣະສິດທິເດດ ຮອງຫົວໜ້າພະແນກ ຈັດໜ້າອອກແບບ ທ່ານ ບົວແສງປະເສິດ ພຣະສິດທິເດດ ຮອງຫົວໜ້າພະແນກ ທ່ານ ກິ່ງທອງ ສິຣິສົມພອນ ວິຊາການ ຄະນະເກັບກຳຂໍ້ມູນ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ນາງ ທອງພັນ ອຸດົມເພັດ ແຫຼ່ງຂໍ້ມູນ ຂໍຂອບໃຈເປັນຢ່າງສູງ ທີ່ສະໜອງຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສລ
  • 3. ສາລະບານ • ບົດຄໍາເຫັນຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2020 ............................................1 • ສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2020....................................................................................................... 5 • ສອງກະຊວງ ຮ່ວມກັນ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ, ວັນສິ່ງ ແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2020........................8 • ພິທີປະກາດໄຂການຈັດຕັ້ງປະຕິບັດທົດລອງ ກ່ຽວກັບ ວຽກງານສ້າງບ້ານ ຂຽວ ສະອາດ ງາມຕາ ຈຳນວນ 17 ບ້ານ ໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ...................12 • ທັດສະນະສຶກສາ ແລກປ່ຽນບົດຮຽນຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊ ະອານາຈັກໄທ...........................................................................................15 • ລົງພື້ນທີ່ຕົວຈິງ ແລະ ເກັບກຳຂໍ້ມູນ ຂອງໂຄງການສ້າງບ້ານສີຂຽວ ສະອາດ ງາມ ຕາ..........................................................................................................18 • ກອງປະຊຸມ ທົບທວນການຈັດຕັ້ງປະຕິບັດ ການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນ ທິສັນຍາຣາມຊາ ຢູ່ ສປປ ລາວ ໃນໄລຍະ 1 ປີຜ່ານມາ ແລະ ກໍານົດແຜນວຽກຈຸດສຸມ ຮອດປີ 2025 ຂອງກອງເລຂາສົນທິສັນຍາຣາມຊາ............................................20 • ກອງປະຊຸມສະຫຼຸບລາຍງານ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ໂຄງການ ຕົວເມືອງນໍາໜ້າທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ....................................23
  • 4. • 2 ເຂດດິນບໍລິເວນນໍ້າຂອງ ສປປ ລາວ (ເຊຈໍາພອນ ແລະ ບຶງກຽດໂງ້ງ) ໄດ້ຈັດພິທີສະ ເຫຼີມສະຫຼອງວັນດິນບໍລິເວນນໍ້າໂລກ...............................................................25 • ກອງປະຊຸມປຶກສາຫາລື ກ່ຽວກັບ ການກະກຽມເຄື່ອນໄຫວວຽກງານສຶກສາ ແລະ ສ້າງ ຈິດສຳນຶກດ້ານສິ່ງແວດລ້ອມ.........................................................................27 • ພະນັກງານ ຂັ້ນແຂວງ, ນະຄອນຫຼວງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ຮັບການຍົກ ລະດັບການເປັນຜູ້ນໍາພາດໍາເນີນກິດຈະກຳການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງ ແວດລ້ອມ................................................................................................29 • ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ຈຳພອນ ແຂວງ ສະຫວັນນະເຂດ ຮ່ວມກັບ ໂຄງການ CAWA ໄດ້ຈັດກິດຈະກຳ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມ ແຫ່ງຊາດ ກໍຄືວັນສິ່ງແວດລ້ອມໂລກ 5 ມິຖຸນາ 2020................ 32 • ກອງປະຊຸມຝຶກອົບຮົມການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ກ່ຽວກັບ ອາກາດ ໃຫ້ແກ່ຄູອາຈານ ສຳລັບ ອະນຸບານ 3 ແລະ ຊັ້ນປະຖົມສຶກສາ ປໍ 1-ປໍ 5................ 34 • ກອງປະຊຸມ ຕິດຕາມການຈັດຕັ້ງປະຕິບັດ ໂຄງການ ຕົວເມືອງນຳໜ້າທີ່ມີຄວາມຍືນຍົງ ທາງດ້ານສິ່ງແວດລ້ອມ (SDGs-FC Programme).........................................36 • ຂີ້ເຫຍື້ອ ແຍກແນວໃດໃຫ້ຖືກວິທີ (Rubbish! How to separate it) ?................38 • ຂີ້ເຫຍື້ອອັນຕະລາຍ ໄພໃກ້ຕົວທີ່ບໍ່ຄວນເບິ່ງຂ້າມ .............................................43
  • 5. ບົດຄໍາເຫັນຂອງທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງ ຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2020 ເຫດການ 1ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງ ທັບ,ທົ່ວປວງຊົນພວມຫ້າວຫັນຟົດຟື້ນຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ VIII ໃນທ້າຍສະໄໝ, ວິໃສທັດ, ຍຸດທະສາດ ແລະ ແຜນດຳເນີນງານຂອງຂະແໜງຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ, ຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ສາມຂັ້ນ, ພວກເຮົາ ພ້ອມກັນສະເຫຼີມສະຫຼອງວັນສິ່ງແວດລ້ອມ ແຫ່ງ ຊາດ ກໍ່ຄື ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2020 ຊຶ່ງໃນແຕ່ລະປີພວກເຮົາກໍ່ໄດ້ຖືເອົາວັນດັ່ງ ກ່າວ ເປັນການປຸກລະດົມ ແລະ ສ້າງຈິດສໍານຶກ ໃນ ການປົກປັກຮັກສາສີ່ງແວດລ້ອມໃນທົ່ວປະເທດພາຍ ໃຕ້ຄໍາຂວັນທີ່ແຕກຕ່າງກັນໃນແຕ່ລະປີ ເຮັດໃຫ້ທົ່ວ ສັງຄົມລາວ ມີຄວາມຮັບຮູ້ ເຂົ້າໃຈ, ມີຄວາມຕື່ນຕົວ ແລະ ເປັນເຈົ້າການຍິ່ງຂຶ້ນ, ບັນດາແຜນການ ແລະ ຄາດໝາຍສູ້ຊົນ ທີ່ໄດ້ກໍານົດໄວ້ ໃນແຜນ 5 ປີ ຄັ້ງທີ VIII ໄດ້ຮັບການຈັດຕັ້ງຢ່າງມີຜົນສໍາເລັດ ເປັນຢ່າງດີ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດ ນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຖືເອົາ ການພັດທະນາໄປຕາມທິດຍືນຍົງ ແລະ ສີຂຽວ. ວັນສິ່ງແວດໂລກ ວັນທີ 5 ມີຖຸນາ 1972, ອົງການ ສະຫະປະຊາຊາດຮ່ວມກັບລັດຖະບານ ປະເທດສະ ວີເດັນ ໄດ້ຈັດກອງປະຊຸມ ສຸດຍອດໂລກ ກ່ຽວກັບ ສິ່ງ
  • 6. ເຫດການ ແວດລ້ອມຂອງມະນຸດ ທີ່ສະຕ໋ອກໂຮມ, ປະເທດສະ ວີເດັນ ໂດຍໃຊ້ເວລາກະກຽມເຖິງ 3 ປີ ເພື່ອກະກຽມ ຂໍ້ສະເໜີຕ່າງໆ ລວມທັງ ແຜນດຳເນີນງານ ແລະ ກົດ ໝາຍວ່າດ້ວຍສິ່ງແວດລ້ອມຂອງມະນຸດເຊິ່ງມີຜູ້ເຂົ້າ ຮ່ວມປະຊຸມທັງໝົດ 1.200 ຄົນ ຈາກ 113 ປະເທດ ແລະ ມີຜູ້ສັງເກດການຫຼາຍກວ່າ 1.500 ຄົນ ຈາກ ໜ່ວຍງານລັດຖະບານ, ອົງການຈັດຕັ້ງສາກົນ, ອົງ ການຈັດຕັ້ງທາງສັງຄົມ, ຕົວແທນເຍົາວະຊົນ, ກຸ່ມນັກ ສຶກສາແລະສື່ມວນຊົນຂະແໜງຕ່າງໆຈາກທົ່ວໂລກ. ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບຜົນສຳເລັດຢ່າງຈົບ ງາມ ແລະ ເປັນຄັ້ງທຳອິດທີ່ປະເທດຕ່າງໆໃນທົ່ວ ໂລກໄດ້ເຫັນດີເປັນເອກະພາບກັນ ປ້ອງກັນໄພອັນ ຕະລາຍຕໍ່ສິ່ງແວດລ້ອມ ທີ່ກຳລັງຈະຄຸກຄາມຕໍ່ໂລກ ຂອງພວກເຮົາ. ດັ່ງນັ້ນ, ເພື່ອເປັນການຫວນຄືນ ຈຸດ ເລີ່ມຕົ້ນຂອງການຮ່ວມມືກັນ ລະຫວ່າງ ນາໆຊາດໃນ ທົ່ວໂລກ ຈຶ່ງໄດ້ມີການກຳນົດເອົາມື້ທຳອິດຂອງກອງ ປະຊຸມ ກ່ຽວກັບ ສິ່ງແວດລ້ອມຂອງມະນຸດ ໃນວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມໂລກ ພ້ອມທັງໄດ້ ສ້າງຕັ້ງ ອົງການສະຫະປະຊາຊາດ ເພື່ອສິ່ງແວດ ລ້ອມຂຶ້ນ ເຊິ່ງລັດຖະບານຂອງປະເທດຕ່າງໆກໍ່ໄດ້ ຮັບຮອງເອົາຂໍ້ຕົກລົງຂອງກອງປະຊຸມ ເປັນຕົ້ນມາ ແລະ ຈັດຕັ້ງໜ່ວຍງານ ກ່ຽວກັບ ສິ່ງແວດລ້ອມຂຶ້ນ ໃນ ປະເທດຂອງຕົນ. ສຳລັບ ສປປ ລາວ ໄດ້ກຳນົດເອົາ ວຽກງານປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າໃນລັດຖະທຳມະນູນປີ 2003. ພ້ອມທັງ ໄດ້ສ້າງຕັ້ງ ອົງການຮັບຜິດຊອບ ວຽກງານສິ່ງແວດລ້ອມ ຂຶ້ນໃນປີ 1993, ພ້ອມດຽວ ກັນນັ້ນ ໄດ້ຮັບຮອງເອົາບັນດານະໂຍບາຍ ແລະ ນິຕິ ກຳຕ່າງໆໃນວຽກງານປົກປັກຮັກສາສິ່ງແວດລ້ອມ ເປັນຕົ້ນ: ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງ ແວດລ້ອມ ສະບັບທຳອິດຂຶ້ນ ໃນປີ 1999, ສະບັບ ປັບປຸງ ໃນປີ 2012 ຊຶ່ງໄດ້ກຳນົດເອົາ ວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມ ແຫ່ງຊາດ ຕາມມາດຕາ 89 ຂອງກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດ ລ້ອມ ເພື່ອເປັນການສົ່ງເສີມ, ສ້າງຈິດສຳນຶກ ແລະ ຍົກລະດັບຄວາມຕື່ນຕົວ ໃນການປົກປັກຮັກສາສິ່ງ ແວດລ້ອມໃຫ້ແກ່ປະຊາຊົນ ເພື່ອປະກອບສ່ວນເຮັດ ໃຫ້ ສປປ ລາວ ຂຽວ ສະອາດ ງາມຕາ ແລະ ໄດ້ມີ ການສະເຫຼີມສະຫຼອງວັນສິ່ງແວດລ້ອມ ແຫ່ງຊາດ ໄປຄວບຄູ່ກັບວັນສິ່ງແວດລ້ອມໂລກ ໃນທຸກໆປີ. ບັນດາທ່ານທີ່ນັບຖື, ພໍ່ແມ່ປະຊາຊົນທີ່ຮັກແພງທັງ ຫຼາຍ, ສໍາລັບ ປີ 2020 ນີ້, ປະເທດ ໂຄໂລມເບຍ ໄດ້ ເປັນເຈົ້າພາບຮ່ວມກັບປະເທດ ເຢຍລະມັນ ໃນການ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ພາຍໃຕ້ຫົວ ຂໍ້: ‘’Time for Nature” ຫຼື ‘’ເຖິງເວລາແລ້ວ ທີ່ ພວກເຮົາຈະຕ້ອງຮ່ວມກັນ ປົກປັກຮັກສາທໍາມະຊາດ ແລະ ສິ່ງແວດລ້ອມ’’. ຊີວະນາໆພັນ ແມ່ນພື້ນຖານ ທີ່ສະໜັບສະໜູນທຸກໆຊີວິດໃນໜ້າດິນແລະລຸ່ມນໍ້າ, ມັນມີຜົນຕໍ່ທຸກໆດ້ານຂອງສຸຂະພາບຂອງມະນຸດ ໃນ ການສະໜອງອາກາດ ແລະ ນໍ້າສະອາດ, ອາຫານ ທີ່່ ມີຄຸນຄ່າທາງໂພສະນາການ, ແຫຼ່ງສຶກສາທາງວິທະ ຍາສາດ ແລະ ແຫຼ່ງຢາ, ການຫຼຸດຜ່ອນການປ່ຽນ ແປງດິນຟ້າອາກາດ. ເຖິງຢ່າງໃດກໍ່ຕາມ, ການກະທໍາ ຂອງມະນຸດ ລວມເຖິງການຕັດໄມ້ ທໍາລາຍປ່າ, ການ ບຸກລຸກທີ່ຢູ່ອາໄສຂອງສັດປ່າ, ການກະສິກຳ ທີ່ເລັ່ງ ລັດ ແລະ ການປ່ຽນແປງດິນຟ້າອາກາດ, ຖ້າເຮົາສືບ ຕໍ່ບໍ່ແກ້ໄຂການກະທໍາດັ່ງກ່າວ ໃນຕໍ່ໜ້າຈະມີຜົນສະ ທ້ອນຢ່າງແຮງຕໍ່ມະນຸດ, ລວມທັງ ການສູນເສຍລະ ບົບອາຫານ ແລະ ສຸຂະພາບ. ການເກີດພະຍາດ ລະບາດ ໂກວິດ-19 ໄດ້ຊີ້ໃຫ້ເຫັນຄວາມຈິງທີ່ວ່າ: ເມື່ອພວກເຮົາທໍາລາຍຊີວະນາໆພັນ ຈະທໍາລາຍລະ ບົບທີ່ສະໜັບສະໜູນຊີວິດມະນຸດ. ປະຈຸບັນ ມີການ ຄາດຄະເນວ່າໃນທົ່ວໂລກປະມານໜຶ່ງພັນລ້ານກໍລະ ນີຂອງການເຈັບເປັນ ແລະ ການເສຍຊີວິດຈຳນວນ ລ້ານໆຄົນ ເກີດມາຈາກການລະບາດຂອງພະຍາດ. 75 ສ່ວນຮ້ອຍ ຂອງພະຍາດຕິດຕໍ່ທີ່ເກີດໃນມະນຸດ ແມ່ນມາຈາກສັດ, ໝາຍຄວາມວ່າມັນຕິດຕໍ່ກັບຄົນ ໂດຍສັດ, ອັນນີ້ ແມ່ນການບົ່ງບອກຈາກທໍາມະຊາດ ວ່າ ພວກເຮົາຕ້ອງໄດ້ຕື່ນຕົວ ແລະ ແກ້ໄຂຢ່າງຮີບ ດ່ວນ.ຄໍາຂວັນໃນປີນີ້ແມ່ນສຸມໃສ່ການໂຄສະນາບົດ ບາດທີ່ສໍາຄັນຂອງທໍາມະຊາດໃນການສະໜັບສະ ໜູນຊີວິດໃນໂລກ ແລະ ການພັດທະນາຂອງມະນຸດ 2 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ
  • 7. ເຫດການ 3ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ໃນທົ່ວທຸກມຸມໂລກ ໃຫ້ເປັນເຈົ້າການເຂົ້າຮ່ວມຂະ ບວນການ ໃນການປົກປັກຮັກສາຊັບພະຍາກອນທຳ ມະຊາດ ໄວ້ໃຫ້ຍືນຍົງ ແລະ ເຮັດໃຫ້ຄຸນນະພາບສິ່ງ ແວດລ້ອມດີຂຶ້ນ. ປີ 2020 ແມ່ນປີທີ່ມີຄວາມໝາຍ ສໍາຄັນຕໍ່ຄວາມມຸ້ງໝັ້ນຂອງແຕ່ລະປະເທດໃນການ ປົກປັກຮັກສາ ແລະ ຟື້ນຟູຊີວະນາໆພັນ, ປີຕໍ່ໄປຍັງ ເປີດໂອກາດໃຫ້ແກ່ການເລີ່ມທົດສະຫວັດຕໍ່ການສະ ເໜີ ກ່ຽວກັບ ຊີວະນາໆພັນ ຂອງສະຫະປະຊາຊາດ (2021-2030) ເພື່ອແນໃສ່ການຟື້ນຟູລະບົບນິເວດ ທີ່ຊຸດໂຊມ ເພື່ອຕ້ານກັບວິກິດການ ການປ່ຽນແປງ ດິນຟ້າອາກາດແລະເພີ່ມຄວາມໝັ້ນຄົງທາງດ້ານສະ ບຽງອາຫານ, ການສະໜອງນໍ້າ ແລະ ຊີວະນາໆພັນ. ສໍາລັບ ສປປ ລາວ ທີ່ມີຄວາມອຸດົມສົມບູນທາງດ້ານ ຊັບພະຍາກອນທໍາມະຊາດ ແລະ ຄວາມຫຼາກຫຼາຍ ຂອງຊີວະນາໆພັນ, ພວກເຮົາຈະຕ້ອງໄດ້ສືບຕໍ່ເອົາ ໃຈໃສ່ໃນການປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະ ສິດທິຜົນ ໂດຍຮັບປະກັນການຈັດຕັ້ງປະຕິບັດ ມະ ຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ເປັນຕົ້ນ ການຮັບປະກັນການພັດທະ ນາເສດຖະກິດ ແຫ່ງຊາດ ໃຫ້ມີການເຕີບໂຕຢ່າງຕໍ່ ເນື່ອງ, ໝັ້ນທ່ຽງ, ສົມດູນ, ພັດທະນາຊັບພະຍາກອນ ມະນຸດ, ຍົກລະດັບຄວາມສາມາດຂອງບຸກຄະລາ ກອນຈາກພາກລັດ ແລະ ແຮງງານຈາກເອກະຊົນ ລວມທັງ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ບັນດາເຜົ່າ ພ້ອມທັງ ຮັບປະກັນຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ໄດ້ຖືກປົກປັກຮັກສາ ແລະ ນຳໃຊ້ຢ່າງມີປະສິດທິຜົນ ຕາມທິດ ສີຂຽວ ແລະ ຍືນຍົງ, ກຽມພ້ອມຮັບມືກັບໄພພິບັດ ແລະ ການປ່ຽນ ແປງດິນຟ້າອາກາດ ແລະ ການແຜ່ລະບາດພະຍາດ ຕ່າງໆຢ່າງມີປະສິດທິຜົນພ້ອມດຽວກັນນັ້ນ, ກໍ່ຕ້ອງ ຮັບປະກັນ ການເພີ່ມເນື້ອທີ່ດິນປ່າໄມ້, ການປົກປັກ ຮັກສາຊັບພະຍາກອນທໍາມະຊາດ ໃຫ້ອຸດົມສົມບູນ ແລະ ຮັກສາສິ່ງແວດລ້ອມ ໃຫ້ປາສະຈາກມົນລະພິດ, ການຖີ້ມສິ່ງເສດເຫຼືອຊະຊາຍ, ສົ່ງເສີມການຫຼຸດ ຜ່ອນຈົນກ້າວໄປເຖີງການຢຸດ ການນໍາໃຊ້ຖົງຢາງ ປຣາສະຕິກ, ປະຕິບັດນະໂຍບາຍດ້ານການພັດທະ ນາຕົວເມືອງ ທີ່ມີຄວາມຍືນຍົງທາງດ້ານສິ່ງແວດ ລ້ອມ ຕິດພັນກັບການສົ່ງເສີມຄຸນນະພາບສິ່ງແວດ ລ້ອມຕົວເມືອງ "ຂຽວ ສະອາດ ງາມຕາ". ໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປີນີ້ ຂ້າພະເຈົ້າ ຂໍ ສະແດງຄວາມຂອບໃຈມາຍັງ ທຸກອົງການຈັດຕັ້ງທັງ ພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ, ອົງ ການທີ່ບໍ່ຂຶ້ນກັບລັດຖະບານ ແລະ ປະຊາຊົນລາວທຸກ ທົ່ວໜ້າທີ່ປະກອບສ່ວນໃນການປົກປັກຮັກສາຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮຽກຮ້ອງ ມາຍັງບັນດາຂະແໜງການທີ່ເຮັດໜ້າທີ່ຄຸ້ມຄອງຊັບ ພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດ ລ້ອມ ຢູ່ສູນກາງ ແລະ ທ້ອງຖິ່ນ, ອົງການປົກຄອງຂັ້ນ ແຂວງ, ນະຄອນຫຼວງ, ອົງການຈັດຕັ້ງທັງພາກລັດ, ພາກເອກະຊົນ, ບັນດາຄູ່ຮ່ວມພັດທະນາ, ບໍລິສັດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະ ເທດ ຈົ່ງຖືເອົາໂອກາດທີ່ມີຄວາມໝາຍຄວາມສຳຄັນ ດັ່ງກ່າວນີ້ ທົບທວນການເຄື່ອນໄຫວວຽກງານຂອງ ຕົນ, ສະຫຼຸບ ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນວຽກງານການປົກປັກຮັກ ສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຮຽກຮ້ອງມາຍັງທຸກພາກສ່ວນຂອງສັງຄົມ, ລວມທັງ ພາກລັດ, ພາກເອກກະຊົນ, ພາກທຸລະກິດ ແລະ ທຸ ລະກິດຄອບຄົວ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ຈົ່ງສືບຕໍ່ ພ້ອມກັນເຊື່ອມຊຶມ, ປະຕິ ບັດ, ສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຫ້າວຫັນ ໃນການຫັນປ່ຽນພຶດຕິກຳ ແລະ ຈິນຕະນາການຂອງ ຕົນໃຫ້ໄປສູ່ການເຄື່ອນໄຫວຕາມທິດສີຂຽວແລະຍືນ ຍົງ, ບົນພື້ນຖານການນຳໃຊ້ຊັບພະຍາກອນທຳມະ ຊາດຢ່າງປະຢັດ ເພື່ອຄົງຄວາມອຸດົມສົມບູນເປັນພື້ນ ຖານໃຫ້ແກ່ການບັນລຸຄາດໝາຍທີ່ກໍານົດໄວ້ໃນ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ທີ່ໄດ້ ເຊື່ອນສານ 18 ເປົ້າໝາຍ ດ້ານການພັດທະນາແບບ ຍືນຍົງ ແລະ ຍຸດທະສາດການເຕີບໂຕສີຂຽວ ດ້ວຍ
  • 8. ເຫດການ ການເພີ່ມທະວີເສດຖະກິດສີຂຽວ ຂັບເຄື່ອນ ສປປ ລາວ ບັນລຸການພັດທະນາແບບຍືນຍົງ ແລະ ລຶບລ້າງ ຄວາມທຸກຍາກແຫ່ງຊາດ. ໃນໂອກາດສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວນີ້, ຂ້າ ພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາ ຍັງຄະນະພັກ, ຄະນະນໍາ, ອໍານາດການປົກຄອງ ແຕ່ ລະຂັ້ນ, ພະນັກງານທັງພາກລັດ, ພາກເອກະຊົນ ອົງ ການຈັດຕັ້ງຕ່າງໆ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ ມີຄວາມຈະເລີນກ້າວໜ້າ, ມີຄວາມສຸກ, ສືບຕໍ່ໃຫ້ຄວາມສຳຄັນ, ຊຸກຍູ້ສົ່ງເສີມ ແລະ ເປັນເຈົ້າການເຂົ້າຮ່ວມ ປົກປັກຮັກສາທໍາມະ ຊາດແລະສິ່ງແວດລ້ອມຂອງເຮົາໃຫ້ມີຄວາມຍືນຍົງ. 4 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ
  • 9. ສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດແລະວັນ ສິ່ງແວດລ້ອມໂລກ ເຫດການ 5ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ໃນວັນທີ 6 ມິຖຸນາ 2020 ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີສະເຫຼີີມ ສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 21 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 48 ປີ (5 ມິຖຸນາ), ພ້ອມກັບວັນປູກຕົ້ນໄມ້ແຫ່ງຊາດ ເພື່ອໂຄ ສະນາເຜີຍແຜ່ ແລະ ປຸກລະດົມທົ່ວປວງຊົນ ພ້ອມ ກັນປົກປັກຮັກສາ ແລະ ຄຸ້ມຄອງການນຳໃຊ້ຊັບພະ ຍາກອນທຳມະຊາດ ແບບປະຢັດ, ສົມເຫດສົມຜົນ ແລະ ບູລະນະຟື້ນຟູປ່າໄມ້ໃຫ້ຄືນສູ່ຄວາມອຸດົມສົມ ບູນ ເພື່ອເອື້ອອໍານວຍໃຫ້ທຸກສິ່ງທີ່ມີຊີວິດ. ການສະ ເຫຼີມສະຫຼອງປີນີ້, ໄດ້ດໍາເນີນພາຍໃຕ້ຫົວຂໍ້ “ເຖິງເວ ລາແລ້ວ ທີ່ພວກເຮົາຈະຕ້ອງຮ່ວມກັນ ປົກປັກຮັກສາ ທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື “Time for Nature”, ຊຶ່ງໃນແຕ່ລະປີ ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ ໄດ້ກຳນົດຫົວຂໍ້ ແລະ ຄຳຂວັນວັນ ສິ່ງແວດລ້ອມ ທີ່ແຕກຕ່າງກັນ ທັງນີ້ກໍເພື່ອເປັນການ ປຸກລະດົມ, ສົ່ງເສີມ ແລະ ສ້າງຈິດສຳນຶກດ້ານສິ່ງ ແວດລ້ອມ ໃຫ້ປະຊາຄົມໂລກ ມີສ່ວນຮ່ວມໃນການ ປ້ອງກັນ ແລະ ປົກປັກຮັກສາສິ່ງແວດລ້ອມ ດ້ວຍ ຫຼາຍຮູບການທີ່ແຕກຕ່າງກັນ. ໂອກາດນີ້, ທ່ານ ນາງ ບຸນຄຳ ວໍລະຈິດ, ຮອງລັດຖະ
  • 10. ເຫດການ ມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ກ່າວວ່າ: “ການສະເຫຼີມສະຫຼອງວັນດັ່ງ ກ່າວ ແມ່ນເພື່ອສ້າງຈິດສໍານຶກໃຫ້ສັງຄົມໄດ້ຮັບຮູ້ ແລະ ມີສ່ວນຮ່ວມໃນການປົກປັກຮັກສາທໍາມະຊາດ ແລະສິ່ງແວດລ້ອມໂດຍກິດຈະກຳແມ່ນເນັ້ນໃສ່ການ ປູກຕົ້ນໄມ້ເປັນຕົ້ນຕໍ, ໄປພ້ອມໆກັບການໂຄສະນາ ເພື່ອໃຫ້ປວງຊົນລາວທັງຊາດ ໄດ້ເຂົ້າຮ່ວມທຸກຂະ ບວນການ ຫຼື ກິດຈະກຳ ໃນການປົກປັກຮັກສາທຳ ມະຊາດ ແລະ ສິ່ງແວດລ້ອມ. ສະນັ້ນ, ພວກເຮົາຈຶ່ງ ໄດ້ພະຍາຍາມສົ່ງເສີມໃຫ້ປະຊາຊົນ ເຂົ້າໃຈ ກ່ຽວກັບ ວຽກງານສິ່ງແວດລ້ອມ ເພື່ອຮ່ວມກັນປົກປັກຮັກສາ ແລະ ຫຼຸດຜ່ອນການກະທຳ ຫຼື ພຶດຕິກຳ ທີ່ເປັນການ ທຳລາຍທຳມະຊາດ ແລະ ສິ່ງແວດລ້ອມ”. ປີນີ້, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ໄດ້ສົມທົບກັບ ກະຊວງ ກະສິກໍາ ແລະ ປ່າ ໄມ້ ປູກຕົ້ນໄມ້ໃນເນື້ອທີ່ 3 ເຮັກຕາ, ໂດຍນໍາໃຊ້ພັນ ໄມ້ລາວ 5 ຊະນິດ ຈໍານວນ 1.200 ກວ່າຕົ້ນ ຄື: ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ ແລະ ໄມ້ແຄນ. ພ້ອມດຽວກັນນັ້ນ, ກໍໄດ້ແຈ້ງໃຫ້ບັນດາແຂວງ ແລະ ນະຄອນຫຼວງ ເພື່ອສ້າງຂະບວນການສະເຫຼີີມສະ ຫຼອງ ຢ່າງເປັນຂະບວນຟົດຟື້ນ ຕາມຄວາມເໝາະ ສົມກັບສະພາບຄວາມເປັນຈິງຂອງແຕ່ລະແຂວງ. ໃນໄລຍະຜ່ານມາ, ພວກເຮົາໄດ້ຊົມໃຊ້ຊັບພະຍາ ກອນທໍາມະຊາດ ເພື່ອການດໍາລົງຊີວິດ ແລະ ພັດທະ ນາເສດຖະກິດ-ສັງຄົມ ຢ່າງຫຼວງຫຼາຍ, ເຊິ່ງເຮັດ ໃຫ້ຊັບພະຍາກອນດັ່ງກ່າວ ໄດ້ຫຼຸດໜ້ອຍຖອຍລົງ ໂດຍສະເພາະແມ່ນຊັບພະຍາກອນປ່າໄມ້ແລະຊີວະ ນາໆພັນ. ສະນັ້ນ, ພວກເຮົາທຸກຄົນ ສາມາດປັບປ່ຽນ ພຶດຕິກຳ, ມີສ່ວນຮ່ວມ ແລະ ເປັນເຈົ້າການປົກປັກ ຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊັບພະຍາ ກອນທຳມະຊາດ ເພື່ອຟື້ນຟູທໍາມະຊາດໃຫ້ຄືນສູ່ສະ ພາບເດີມ ແລະ ມີຄວາມອຸດົມສົມບູນຂຶ້ນກວ່າເກົ່າ ທັງເຮັດໃຫ້ສະພາບສິ່ງແວດລ້ອມສົດໃສ. 6 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ
  • 12. ສອງກະຊວງ ຮ່ວມກັນ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນ ໄມ້ແຫ່ງຊາດ 1 ມິຖຸນາ, ວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2020 ເຫດການ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິ ຖຸນາ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປູກຕົ້ນໄມ້ຢູ່ສວນພຶກສາສາດ ຫ້ວຍ ຍາງ-ດົງໝາກຄາຍ, ເມືອງໄຊທານີ ນະຄອນຫຼວງ ວຽງຈັນ. ໂດຍມີ ທ່ານ ປອ ລຽນ ທິແກ້ວ, ລັດຖະມົນ ຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພະນັກງານ ຈາກທັງສອງກະຊວງ ແລະ ແຂກຮັບເຊີນເຂົ້າຮ່ວມ. ສວນພຶກສາສາດແຫ່ງນີ້ ມີເນື້ອທີ່ທັງໝົດ 268 ເຮັກ ຕາ, ຊຶ່ງໃນນີ້ ກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ຮັບ ມອບໝາຍໃຫ້ປູກຕົ້ນໄມ້ ໃນເນື້ອທີ່ທັງໝົດ 136 ເຮັກ ຕາ ແລະ ໃຫ້ສໍາເລັດ ໃນໄລຍະເວລາ 4 ປີ ໂດຍການ ສະໜອງງົບປະມານຈາກກອງທຶນປົກປັກຮັກສາສິ່ງ ແວດລ້ອມ,ກະຊວງຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ. ສໍາລັບປີ 2020 ນີ້, ກະຊວງ ກະສິກໍາ ແລະ ປ່າໄມ້ ມີແຜນການປູກຕົ້ນໄມ້ໃຫ້ສໍາເລັດໃນ ເນື້ອທີ່ 94 ເຮັກຕາ ແຕ່ສະເພາະປູກໃນໂອກາດວັນ ປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແຕ່ມີເນື້ອທີ່ປະ ມານ 3 ເຮັກຕາ ໂດຍນໍາໃຊ້ພັນໄມ້ພື້ນບ້ານ 5 ຊະນິດ ຈໍານວນ 1.200 ຕົ້ນ ຄື: ໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ ແລະ ໄມ້ແຄນ. ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງຊັບ ພະຍາກອນ ແລະ ສິ່ງແວດລ້ອມ ແລະ ທ່ານ ປອ ລຽນ ທິແກ້ວ, ລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້, ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍໄດ້ຍົກໃຫ້ເຫັນ 8 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ
  • 13. ເຫດການ 9ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ຄວາມສໍາຄັນຂອງວັນປູກຕົ້ນໄມ້ ແຫ່ງຊາດ ເພື່ອແນ ໃສ່ປູກຈິດສໍານຶກໃຫ້ແກ່ອານຸຊົນ, ເຍົາວະຊົນ ກໍ່ຄືຄົນ ລຸ່ນຫຼັງຮູ້ຈັກຄວາມສໍາຄັນ ແລະ ຫວງແຫນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ທັງເປັນ ການປຸກລະດົມ ຂົນຂວາຍ ໃຫ້ທົ່ວປວງຊົນ ເຂົ້າຮ່ວມໃນການຄຸ້ມ ຄອງ, ປົກປັກຮັກສາ ແລະ ພັດທະນາ ປ່າໄມ້ ແນໃສ່ ເຮັດໃຫ້ປ່າໄມ້ ມີຄວາມອຸດົມສົມບູນ, ກາຍເປັນທ່າ ແຮງ ແລະ ເປັນອົງປະກອບທີ່ສໍາຄັນ ຢູ່ໃນໂຄງປະ ກອບເສດຖະກິດແຫ່ງຊາດ ແລະ ປະກອບສ່ວນເຂົ້າ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ພ້ອມທັງ ການປູກຕົ້ນໄມ້ເພື່ອໃຫ້ຊັບພະຍາກອນໃນສປປລາວ ນັບມື້ອຸດົມສົມບູນ ແລະ ເຮັດໃຫ້ອັດຕາການປົກຫຸ້ມ ຂອງປ່າໄມ້ໃນ ສປປ ລາວ ບັນລຸຕາມຄາດໝາຍທີ່ລັດ ຖະບານໄດ້ວາງໄວ້ 70 ສ່ວນຮ້ອຍ ໃນຂອບເຂດທົ່ວ ປະເທດ. ໃນພິທີປູກຕົ້ນໄມ້ທີ ກະຊວງ ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກະ ຊວງ ກະສິກຳ ແລະ ປ່າໄມ້ ຈັດຂຶ້ນໃນຄັ້ງນີ້ ຜູ້ເຂົ້າ ຮ່ວມ ຍັງໄດ້ຮັບຟັງປະຫວັດຄວາມເປັນມາຂອງວັນ
  • 14. ເຫດການ 10 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ປູກຕົ້ນໄມ້ແຫ່ງຊາດວັນທີ1ມິຖຸນາທີ່ນໍາສະເໜີໂດຍ ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະ ຊວງ ກະສິກໍາ ແລະ ປ່າໄມ້ ແລະ ໄດ້ຮັບຟັງ ປະຫວັດ ຄວາມເປັນມາຂອງວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ. ທີ່ສະເໜີໂດຍ ທ່ານໄຊຍະເວດ ວິໄຊ, ຫົວໜ້າກົມສິ່ງແວດລ້ອມ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ.
  • 16. ພິທີປະກາດໄຂການຈັດຕັ້ງປະຕິບັດທົດລອງ ກ່ຽວກັບ ວຽກງານສ້າງບ້ານ ຂຽວ ສະອາດ ງາມຕາ ຈຳນວນ 17 ບ້ານ ໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ເຫດການ ສູນກາງແນວລາວສ້າງຊາດ(ສນຊ)ຮ່ວມກັບ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ (ກຊສ) ໄດ້ຈັດພິທີປະກາດທົດລອງ ກ່ຽວກັບ ວຽກງານສ້າງບ້ານ ຂຽວ ສະອາດ ງາມຕາ ຂອງໂຄງ ການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໃນ ວັນທີ 21 ກຸມພາ 2020 ທີ່ພາກຊັນເຊັນເຕີ້. ໂດຍເປັນ ກຽດເຂົ້າຮ່ວມຂອງທ່ານ ປອ. ໄຊນະຄອນ ອິນທະວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກຊສ, ທ່ານ ເຍ່ຍ ເກີຢາ ໜໍຈໍຈົງຕົງ ຮອງປະທານ ສນຊ, ບັນດາທ່ານ ຮອງປະທານ ສນຊ, ຫົວໜ້າ/ຮອງຫົວໜ້າກົມ, ຫ້ອງ ການ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສູນກາງແນວລາວສ້າງຊາດ ແລະ ກະຊວງ ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເຊັນບົດບັນ ທຶກຄວາມເຂົ້າໃຈດ້ານສິ່ງແວດລ້ອມ ຮ່ວມກັນ ເພື່ອ ເປັນການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງ ຊາດ ໃນການປະຕິບັດວຽກງານສົ່ງເສີມ ແລະ ປົກ ປ້ອງສິດຜົນປະໂຫຍດຂອງປະຊາຊົນລາວບັນດາ ເຜົ່າ ເພື່ອມີສ່ວນຮ່ວມໃນການປົກປັກຮັກສາ, ຄຸ້ມ ຄອງ, ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມໃຫ້ມີຄວາມຍືນຍົງ. ໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນງົບປະມານຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມແລະມອບໝາຍ ໃຫ້ສູນກາງແນວລາວສ້າງຊາດ ເປັນຜູ້ຈັດຕັ້ງປະຕິ ບັດເປັນເວລາ 6 ປີ ເລີ່ມແຕ່ປີ 2018 - 2023. ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອເປັນການສ້າງ ຄວາມອາດສາມາດ ໃຫ້ແກ່ສູນກາງແນວລາວສ້າງ ຊາດ ແລະ ແນວລາວສ້າງຊາດຂັ້ນທ້ອງຖິ່ນໃນວຽກ ງານສຶກສາອົບຮົມ, ປຸກລະດົມປະຊາຊົນລາວບັນດາ ເຜົ່າ, ເພດ, ໄວ, ສາສະໜາຕ່າງໆ ມີສ່ວນຮ່ວມໃນ ການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທັງມີບົດບາດຕິດຕາມກວດກາການ ຄຸ້ມຄອງລັດ ຢູ່ຂັ້ນທ້ອງຖິ່ນໃນການປົກປັກຮັກສາຊັບ 12 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ
  • 17. ເຫດການ 13ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີ ຄວາມຍືນຍົງ. ເພື່ອສ້າງກົນໄກ ແລະ ເຄື່ອງມື ໃນວຽກງານການປົກ ປ້ອງສິດຜົນປະໂຫຍດຂອງປະຊາຊົນລາວບັນດາຊົນ ເຜົ່າ ໃນການຄຸ້ມຄອງນໍາໃຊ້ ແລະ ປົກປັກຮັກສາຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີ ຄວາມຍືນຍົງ, ເປັນການປັບປຸງ ແລະ ຍົກລະດັບ ຄວາມອາດສາມາດ ໃນການຈັດຕັ້ງປະຕິບັດກົນໄກ ແລະ ເຄື່ອງມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ລວມທັງພັດທະນາບຸກຄະລາກອນໃຫ້ມີຄວາມສາ ມາດໃນການຂົນຂວາຍທຶນຮອນ, ວາງແຜນຈັດຕັ້ງ ປະຕິບັດ ແລະ ຕິດຕາມກວດກາ ໂຄງການພັດທະນາ ໄດ້ຢ່າງມີປະສິດທິພາບ. ເພື່ອຂໍທຶນມາຊ່ວຍສືບຕໍ່ຈັດຕັ້ງປະຕິບັດພາລະບົດ ບາດຂອງສູນກາງແນວລາວສ້າງຊາດ ໃຫ້ມີຄວາມ ຍືນຍົງ ແລະ ອັນສຸດທ້າຍ ແມ່ນການຈັດຕັ້ງນໍາພາຂະ ບວນການສ້າງບ້ານເປົ້າໝາຍພາຍໃນໂຄງການ ໃຫ້ ກາຍເປັນບ້ານ ແລະ ຄອບຄົວ ຂຽວ ສະອາດ ງາມຕາ. ໃນພິທີຄັ້ງນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານ ສນຊ ໄດ້ລັ່ນຄ່ອງ 9 ບາດ ເພື່ອເປັນສີ ລິມຸງຄຸນໃນພິທີຄັ້ງນີ້. ໃນໂອກາດນີ້, ທ່ານ ປອ. ໄຊນະຄອນ ອິນທະວົງ ໄດ້ ເປັນກຽດໂອ້ລົມບາງເນື້ອໃນຕໍ່ພິທີຄັ້ງນີ້, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບ ຜິດຊອບໂຄງການນີ້, ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ໂຄງການ ສ້າງຄວາມເຂັ້ມແຂງໃຫ້ສູນກາງແນວລາວສ້າງຊາດ ເປັນວຽກງານບຸລິມະສິດທີ່ໄດ້ຮັບທຶນຈາກກອງທຶນ ປົກປັກສິ່ງແວດລ້ອມ, ໃຫ້ມີການປະສານສົມທົບຢ່າງ ແໜ້ນແຟ້ນເປັນປົກກະຕິ ໂດຍສະເພາະ ແມ່ນສູນ ກາງແນວລາວສ້າງຊາດແຕ່ລະຂັ້ນເປັນຕົ້ນຂັ້ນເມືອງ ແລະ ຂັ້ນບ້ານ, ສືບຕໍ່ຊ່ວຍເຫຼືອກັນຈັດຕັ້ງປະຕິບັດຖື ວ່າ ເປັນວຽກລວມຂອງນະຄອນຫຼວງ, ເປັນການປະ ກອບສ່ວນອັນສອດຄ່ອງກັບວຽກງານ 6 ສ ຂອງນະ ຄອນຫຼວງວຽງຈັນ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນ ເປັນເມືອງໜ້າຢູ່ຍືນຍົງຕາມທິດນໍາ 6 ສ ສ່ວນທາງ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ໄດ້ມີກົມວິຊາການທີ່ຈະສືບຕໍ່ຊ່ວຍເຫຼືອທາງ ດ້ານວິຊາການ, ມີຂໍ້ຕົກລົງ, ຄູ່ມືແນະນໍາ ເພື່ອສະ ດວກໃນການຈັດຕັ້ງປະຕິບັດ ພ້ອມທັງຕິດຕາມເອົາ ໃຈໃສ່ຕໍ່ໂຄງການດັ່ງກ່າວ ຂ້າພະເຈົ້າ ເຊື່ອໝັ່ນວ່າ: ທາງດ້ານເຕັກນິກພວກເຮົາຈະເຮັດໄດ້ ແຕ່ຜົນສໍາ ເລັດ ແມ່ນຂຶ້ນກັບບ້ານ, ອົງການປົກຄອງທ້ອງຖິ່ນ ຈະຈັດຕັ້ງປະຕິບັດຊ່ວຍກັນ, ຫວັງວ່າ ນະຄອນຫຼວງ
  • 18. ເຫດການ ກໍຄື 9 ເມືອງ 17 ບ້ານ ໃນທີ່ໄດ້ຈັບມືແຂ່ງຂັນກັນຄັ້ງນີ້, ຈົ່ງຊ່ວຍກັນສົມທົບເຫື່ອແຮງ ເພື່ອປະຕິບັດຈັດຕັ້ງ ໂຄງການໃຫ້ສໍາເລັດ ແລະ ໃຫ້ມີຄວາມຍືນຍົງໃນ 17 ບ້ານດັ່ງກ່າວ. 14 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ
  • 19. ທັດສະນະສຶກສາ ແລກປ່ຽນບົດຮຽນຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊະອານາຈັກໄທ ເຫດການ 15ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ໃນລະຫວ່າງ ວັນທີ 18 - 20 ກຸມພາ 2020 ຄະ ນະຜູ້ແທນຈາກ ສປປ ລາວ ໄດ້ໄປທັດສະ ນະສຶກສາ ຕາມການເຊີນຂອງບໍລິສັດ Unii online ຄະນະທີ່ໄປທັດສະນະໃນຄັ້ງນີ້ ມີທັງໝົດ 8 ທ່ານ ຊື່ງ ມາຈາກ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີ 2 ທ່ານ, ສູນກາງແນວລາວສ້າງຊາດ 2 ທ່ານ, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ວຽງຈັນ 1 ທ່ານ, ເມືອງ ໄຊເສດຖາ 1 ທ່ານ, ເມືອງສີ ໂຄດຕະບອງ 1 ທ່ານ ແລະ ນາຍບ້ານຈັນສະຫວ່າງ 1 ທ່ານ. ການໄປທັດສະນະສຶກສາແລກປ່ຽນບົດຮຽນ ຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊະ ອານາຈັກໄທ ໃນຄັ້ງນີ້ ແມ່ນສືບຕໍ່ຈາກການມາສະ ເໜີ ກ່ຽວກັບ ການນຳໃຊ້ຜະລິດຕະພັນ ແອບປະລິເຄ ຊັນ ຍູນິ (Unii Application) ໃນການກຳຈັດຂີ້ເຫຍື້ອ ຢູ່ທີ່ລາດຊະອານາຈັກໄທ ຊຶ່ງເປັນສິ່ງແປກໃໝ່ ແລະ ໜ້າສົນໃຈ ໃນການນຳໃຊ້ເຄື່ອງມືດັ່ງກ່າວມາຈັດຕັ້ງ ປະຕິບັດຢູ່ ສປປ ລາວ, ຊຶ່ງໃນປະຈຸບັນ ສປປ ລາວ ແມ່ນມີບັນຫາໃນການຈັດການຂີ້ເຫຍື້ອ ໂດຍສະ ເພາະ ການຖິ້ມຂີ້ເຫຍື້ອແບບສະຊາຍ ແລະ ການຈູດ ຂີ້ເຫຍື້ອ. ຈຸດປະສົງຂອງການໄປທັດສະນະສຶກສາ ແລກປ່ຽນ ບົດຮຽນຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ ລາດຊະອານາຈັກໄທ ແມ່ນເພື່ອໄປເບິ່ງພຶ້ນທີ່ຕົວຈິງ ທີ່ໄດ້ນຳໃຊ້ Unii Applicationິ ໃນການກຳຈັດຂີ້ ເຫຍື້ອຕາມສູນເກັບຊື້ຂີ້ເຫຍື້ອຂອງ 3 ຈັງຫວັດ (ອຸ ດອນທານີ, ຂອນແກ່ນ ແລະ ສະກົນນະຄອນ) ຂອງ ປະເທດໄທ ວ່າໄດ້ຮັບຜົນດີ, ຂໍ້ສະດວກ ແລະ ຂໍ້ຫຍຸຸ້ງ ຍາກຂອງ Unii Application. ໄປຢ້ຽມຊົມການສ້າງ ທະນາຄານຂີ້ເຫຍື້ອຂອງຊຸມຊົນ, ການສ້າງມູນຄ່າ ເພີ່ມຂອງຊຸມຊົນ ໃນການເອົາຕຸກປຼາສະຕິກ ແປບຊີ, ແຟນຕາ ມາເຮັດເປັນຟອຍກວດຖະໜົນ. ການໄປ ທັດສະນະສຶກສາແລກປ່ຽນບົດຮຽນຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊະອານາຈັກໄທເປັນ ໄລຍະເວລາ 03 ວັນຄື: ນັບແຕ່ວັນທີ 18-20 ກ​ຸມ​ພາ 2020 - ວັນທີ 18 ກຸມພາ 2020 ຕອນເຊົ້າໄດ້ໄປເຂົ້າ​ຮ່ວມ ຢ້ຽມ​ຊົມສູນເກັບຊື້ປຼາສະຕີກ ຢູ່ຈັງຫວັດອຸດອນທານີ, ຕອນບ່າຍໄດ້ຮັບຟັງການບັນຍາຍ ກ່ຽວກັບ ການນຳ ໃຊ້ Unii Application.
  • 20. ເຫດການ - 19 ກຸມພາ 2020 ຕອນເຊົ້າໄດ້ໄປ ສູນເກັບຊື້ກວດ ແກ້ວ ເບຍລິໂອ ແລະ ສູນເກັບຊື້ແກ້ວທຸກຊະນິດທີ່ ຈັງຫວັດຂອນແກ່ນ; - ວັນທີ 20 ກຸມພາ 2020 ໄດ້ໄປເບິ່ງ ການເຮັດຟອຍ ປັດຫົນທາງ ຈາກກະຕຸກແປບຊີ, ແຟນຕາ. ການສ້າງ ທະນາຄານຂີ້ເຫຍື້ອ, ການລ້ຽງໜອນທີ່ໃຊ້ເສດອາ ຫານ ແລະ ການເອົານ້ຳເປື້ອນຈາກອາຈົມມາເຮັດ ເປັນປຸຍຊີວະພາບ ຢູ່ຈັງຫວັດສະກົນນະຄອນ. ການ ໄປທັດສະນະສຶກສາແລກປ່ຽນບົດຮຽນຄວາມຮູ້ໃນ ຄັ້ງ​ນີ້ ແມ່ນເຫັນໄດ້ເຖີງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຜົນດີຂອງການນຳໃຊ້ Unii Application ດັ່ງນີ້: 1. ໄດ້ເຫັນສະພາບຕົວຈີງ ກ່ຽວກັບ ຄວາມຕ້ອງການ ຂີ້ເຫຍື້ອ ຢ່າງຫຼວງຫຼາຍ ທີ່ ເປັນປຼາສະຕິກ ແລະ ເປັນ ແກ້ວທຸກຊະນິດ; 2. ໄດ້ຮູ້ບົດຮຽນຕົວຈິງ ກ່ຽວກັບ ການສ້າງຕັ້ງທະນາ ຄານຂີ້ເຫຍື້ອຂອງຊຸມຊົນ ເພື່ອເປັນກອງທຶນຂອງຊຸມ ຊົນ ຊຶ່ງນຳໃຊ້ໃນເວລາທີ່ມີສະມາຊິກເສຍຊີວິດ; 3. ໄດ້ເຫັນຂັ້ນຕອນຢ່າງລະອຽດໃນການນຳເອົາ ກະ ຕຸກປຼາສະຕິກມາເຮັດເປັນ ຟອຍກວດຂອງຜູ້ສູງອາຍຸ ຢູ່ໃນຊຸມຊົນ, ທັງເປັນການສ້າງລາຍໄດ້ໃຫ້ຊຸມຊົນ ແລະ ເປັນການຫຼຸຸດຜ່ອນຂີ້ເຫຍື້ອທີ່ຈະຕ້ອງຂົນໄປ ຖີ້ມຢູ່ ສະໜາມຂີ້ເຫຍື້ອອີກດ້ວຍ; 4. ໄດ້ເຫັນບົດຮຽນຕົວຈິງໃນການລ້ຽງໜອນແມງວັນ ລາຍ ດ້ວຍການນຳໃຊ້ ເສດອາຫານທຸກຊະນິດມາ ເປັນອາຫານ, ຊຶ່ງເປັນການຫຼຸດຜ່ອນຂີ້ເຫຍື້ອປຽກ ທີ່ ຈະຕ້ອງຂົນສົ່ງໄປຖິ້ມສະໜາມຂີ້ເຫຍື້ອ ຊື່ງຈະເຮັດ ໃຫ້ມີກິ່ນເໝັ່ນອີກດ້ວຍ; 5. ໄດ້ເຫັນເຕັກນິກໃນການເຮັດໃຫ້ນ້ຳເປື້ອນຈາກອາ ຈົມ ກາຍມາເປັນ ຝຸ່ນຊີວະພາບ, ທັງເປັນການຕັດວົງ ຈອນຂອງໃບໄມ້ໃນຕັບອີກດ້ວຍ. ພາຍຫຼັງທີ່ໄປທັດສະນະສຶກສາ ແລກປ່ຽນບົດຮຽນ ຄວາມຮູ້ ກ່ຽວກັບ ການຈັດການຂີ້ເຫຍື້ອ ທີ່ລາດຊະ ອານາຈັກໄທແລ້ວ ທາງຄະນະຜູ້ແທນລາວຕ້ອງໄດ້ ມີການປະສານງານ ແລະ ກະກຽມແຜນການໃນຕໍ່ ໜ້າມີດັ່ງນີ້: 16 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ
  • 21. ເຫດການ 17ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ 1. ກະກຽມການສ້າງຕັ້ງທະນາຄານຂີ້ເຫຍື້ອຢູ່ບ້ານ ຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ; 2. ສັງລວມຂໍ້ມູນຂອງບໍລີສັດຂົນສົ່ງຂີ້ເຫຍື້ອ ທີ່ຂື້ນ ກັບການຄຸ້ມຄອງຂອງອົງການພັດທະນາ ແລະ ບໍລິ ຫານຕົວເມືອງວຽງຈັນ; 3. ສັງລວມຂໍ້ມູນຂອງບ່ອນເກັບຊື້ຂີ້ເຫຍື້ອ ຢູ່ນະ ຄອນຫຼວງວຽງຈັນ; 4. ສຶກສາບັນດານິຕິກຳທີ່ກ່ຽວຂ້ອງກັບການນຳເອົາ Unii Application ມານຳໃຊ້ຢູ່ລາວ ແລະ ບັນດາລະ ບຽບການ ໃນການສົ່ງຂີ້ເຫຍື້ອອອກຈາກ ສປປ ລາວ; 5. ສຶກສາຄວາມເປັນໄປໄດ້ ກ່ຽວກັບ ສິ່ງອຳນວຍ ຄວມສະດວກທີ່ຈະສົ່ງຂີ້ເຫຍື້ອອອກຈາກສປປລາວ.
  • 22. ເຫດການ 18 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ການລົງເບິ່ງສະພາບພື້ນທີ່ຕົວຈິງ ແລະ ເກັບກຳຂໍ້ມູນ ຂອງໂຄງການສ້າງບ້ານສີຂຽວ ສະອາດ ງາມຕາ ໃນວັນທີ 09 ມັງກອນ 2020 ທ່ານ ປອ. ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວ ລາວສ້າງຊາດ ແລະ ທ່ານ ບຸນມີ ໄຊຍະວົງ ຮອງ ເຈົ້າເມືອງ ເມືອງ ສີໂຄດຕະບອງ ພ້ອມດ້ວຍ ຫົວໜ້າ ກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສີໂຄດຕະບອງ, ຫ້ອງການບ້ານ ຈັນສະຫວ່າງ ພ້ອມດ້ວຍລູກບ້ານເຂົ້າຮ່ວມ ການລົງ ເບິ່ງສະພາບພື້ນທີ່ຕົວຈິງ ແລະ ເກັບກຳ ຂໍ້ມູນຂອງ ໂຄງການ ສ້າງບ້ານ ສີຂຽວ ສະອາດ ງາມຕາ ຂອງ ບ້ານ ຈັນສະຫວ່າງ, ເມືອງ ສີໂຄດຕະບອງ, ນະຄອນ ຫຼວງວຽງຈັນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະ ພາບລວມຂອງ ບ້ານ ຈັນສະຫວ່າງ ເຊິ່ງ ບ້ານ ຈັນ ສະຫວ່າງ ນອນຢູ່ໃນ 60 ບ້ານ ຂື້ນກັບເມືອງ ສີໂຄດ ຕະບອງ ທິດເໜືອຕິດກັບ ບ້ານ ສີເກີດ ແລະ ບ້ານ ນາລຽນ, ທິດໃຕ້ຕິດກັບ ບ້ານ ໜອງໜ້ຽວ ແລະ ບ້ານ ໂພນສົມບູນ, ທິດຕາເວັນອອກ ຕິດກັບບ້ານ ໜອງແຕ່ງເໜືອ ແລະ ທິດຕາເວັນຕົກຕິດກັບ ບ້ານ ວຽງຄຳ. ບ້ານ ຈັນສະຫວ່າງ ມີເນື້ອທີ່ທັງໝົດ 362 ເຮັກຕາ ປະກອບມີ 124 ໜ່ວຍ, ມີ 1578 ຫຼັງຄາ ເຮືອນ, ມີ 1866 ຄອບຄົວ, ມີປະຊາກອນທັງໝົດ
  • 23. ເຫດການ 19ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ 7730 ຄົນ, ຍິງ 4040 ຄົນ ແລະ ມີ 11 ຊົນເຜົ່າ, ປະກອບອາຊີບແຕກຕ່າງກັນພະນັກງານລັດກວມ ເອົາ 60 % ບັນຫາທີ່ຄົງຄ້າງຂອງບ້ານ ມີ ຢູ່ 4 ບັນຫາ ຫຼັກຄື: 1) ບັນຫາຢາເສດຕິດ ຍັງມີບາງພື້ນທີ່; 2) ບັນຫາຂີ້ເຫຍື້ອຊະຊາຍ ຍັງມີບາງກຸ່ມຄົນລັກເອົາ ຂີ້ເຫຍື້ອມາຖີ້ມ; 3) ບັນຫາພື້ນຖານໂຄງລ່າງ ຍັງມີຫຼາຍບ່ອນແມ່ນຍັງ ບໍ່ມີຮ່ອງລະບາຍນ້ຳ; 4)ບັນຫາຂໍ້ຂັດແຍ່ງເລື່ອງທີ່ຢູ່ອາໄສຂອງຄົນທີ່ຍັງບໍ່ມີ ທີ່ຢູ່ອາໄສເປັນຫຼັກແຫຼ່ງ (ສະລຳ). ພາຍຫຼັງທີ່ໄດ້ຮັບຟັງການລາຍງານຂອງ ຫ້ອງການ ບ້ານຈັນສະຫວ່າງແລ້ວ ທ່ານ ໂລນຄຳ ອາດສະນາວົງ ກໍ່ໄດ້ຂຶ້ນກ່າວຈຸດປະສົງ ແລະ ສະເໜີຄວາມເປັນມາ ຂອງໂຄງການ ສ້າງບ້ານສີຂຽວ ສະອາດ ງາມຕາ ຂອງບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະ ຄອນຫຼວງວຽງຈັນ ແລະ ສະເໜີໃຫ້ທາງບ້ານກຳນົດ ຈຸດເລີ່ມຕົ້ນວ່າ: ຈະເລີ່ມຈາກຕະຫຼາດ ຫຼື ໂຮງຮຽນ ກ່ອນ. ນອກຈາກນີ້ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ, ຮອງ ປະທານ ສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນຕໍ່ ບ້ານ ສະເໜີໃຫ້ບ້ານເຮັດທະນາຄານຂີ້ເຫຍື້ອ ເພື່ອ ສົ່ງເສີມໃຫ້ປະຊາຊົນເກັບມ້ຽນຂີ້ເຫຍື້ອໃນເຂດບໍລິ ເວນບ້ານຂອງຕົນ ແລະ ອາໄສຄວາມສາມັກຄີພາຍ ໃນບ້ານເປັນກຳລັງແຮງຂອງບັນດາ 11 ຊົນເຜົ່າ ແລະ ປະຊາຊົນພາຍໃນບ້ານ,ປຸກລະດົມໃຫ້ເປັນນ້ຳໃຈອັນ ໜຶ່ງອັນດຽວກັບ ນະໂຍບາຍ 6 ສໍ, ສັບປະດາວຽງຈັນ ສະອາດ, ຊົ່ວໂມງວຽງຈັນສະອາດ ແລະ ກອງທຶນ ບ້ານໃຫ້ມີການຊຸກຍູ້ ຜູ້ທີ່ດີເດັ່ນກັບການປົກປັກຮັກ ສາສິ່ງແວດລ້ອມແນວໃດ. ຫຼັງຈາກລົງເລາະພື້ນທີ່ຕົວຈິງແລະໄດ້ຂໍ້ມູນເບື່ອງຕົ້ນ ແລ້ວ ທາງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ສູນກາງແນວລາວສ້າງຊາດ ຈະ ໄດ້ວ່າງແຜນຈັດການພື້ນທີ່ ຂອງໂຄງການ ສ້າງບ້ານ ສີຂຽວ ສະອາດ ງາມຕາ ຂອງບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
  • 24. 20 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ກອງປະຊຸມ ທົບທວນການຈັດຕັ້ງປະຕິບັດ ການຄຸ້ມ ຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ໃນໄລຍະ 1 ປີຜ່ານມາ ແລະ ກໍານົດແຜນ ວຽກຈຸດສຸມ ຮອດປີ 2025 ຂອງຄະນະກອງເລຂາສົນ ທິສັນຍາຣາມຊາ ໃນລະຫວ່າງວັນທີ 13-15 ມັງກອນ 2020, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ຄະນະ ກອງເລຂາຂອງສົນທິສັນຍາຣາມຊາ ເພື່ອທົບທວນການຈັດຕັ້ງປະຕິບັດ ການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ໃນໄລຍະ 1 ປີ ຜ່ານມາ ແລະ ກຳນົດໜ້າວຽກຈຸດສຸມ ຮອດປີ 2025 ທີ່ຫ້ອງປະຊຸມ ຂະແໜງສິ່ງແວດລ້ອມ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂລນຄຳ ອາດສະນາວົງ, ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ທັງເປັນຜູ້ປະສານງານລະດັບຊາດ ຂອງສົນທິ ສັນຍາຣາມຊາ ຢູ່ ສປປ ລາວ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ ທີ່ມາຈາກສູນກາງ ແລະ ບັນດາພາກສ່ວນ ທີ່ກ່ຽວຂ້ອງຄື: ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກົມຊັບພະຍາກອນນໍ້າ, ກົມແຜນການ ແລະ ການຮ່ວມ ມື, ກົມນະໂຍບາຍຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກອງເລຂາຄະນະກໍາມະການແມ່ນໍ້າຂອງ ແຫ່ງຊາດ, ກົມປ່າໄມ້ (ກະຊວງ ກະສິກໍາ ແລະ ປ່າໄມ້), ກົມສົນທິສັນຍາ ແລະ ກົດໝາຍ (ກະຊວງ ການ ຕ່າງປະເທດ), ກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ (ກະຊວງ ພະລັງງານ ແລະ ບໍ່ແຮ່), ຫ້ອງ ການ IUCN ປະຈຳລາວ ແລະ ຊ່ຽວຊານ ຂອງໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນເຂດ ດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ (CAWA), ກອງເລຂາ ຄະນະຊີ້ນໍາ ຂອງສົນທິສັນຍາຣາມຊາ ຂັ້ນທ້ອງ ຖິ່ນ (ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ). ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບ ແລະ ລາຍງານ ຜົນການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາ ຣາມຊາ ໃນໄລຍະ 1 ປີ ຜ່ານມາ ແລະ ຜົນການຈັດຕັ້ງ ປະຕິບັດ ບັນດາໂຄງການຕ່າງໆ ທີ່ຢູ່ໃນ 2 ເຂດຣາມຊາ (ເຊຈຳພອນ ແລະ ບຶງກຽດໂງ້ງ), ປັບປຸງຄະນະຊີ້ນໍາ, ກອງເລຂາຄະນະຜູ້ປະສານງານ ຂັ້ນສູນກາງ ແລະ ທ້ອງຖິ່ນ, ນຳສະເໜີ ເຂດດິນບໍລິເວນນໍ້າແຫ່ງໃໝ່ ເຂົ້າໃນ ສົນທິສັນຍາຣາມຊາ ແລະ ປຶກສາຫາລື ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ຂອງໂຄງການຂຸດຄົ້ນ
  • 25. 21 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ແລະ ປຸງແຕ່ງແຮ່ເຫຼັກ ທີ່ຕິດພັນກັບເຂດດິນບໍລິເວນ ນໍ້າຣາມຊາບຶງກຽດໂງ້ງເມືອງປະທຸມພອນແຂວງຈໍາ ປາສັກ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການ ລາຍງານ ກ່ຽວກັບ ການເຄື່ອນໄຫວຂອງກອງເລຂາ ແລະ ຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຂດ ດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ແຕ່ລະເຂດ ແລະ ກົນໄກການຄຸ້ມຄອງຂອງວຽກງານດັ່ງກ່າວ, ຮັບ ຟັງການລາຍງານຜົນການຈັດຕັ້ງປະຕິບັດ ແລະ ທິດ ທາງແຜນການໃນປີ 2020 ໂຄງການປັບຕົວເຂົ້າກັບ ການປ່ຽນແປງດິນຟ້າອາກາດຢູ່ 02 ເຂດ ການຄຸ້ມ ຄອງເຂດດິນບໍລິເວນນໍ້າຣາມຊາເຊຈໍາພອນ ເມືອງ ຈໍາພອນ ແຂວງສະຫວັນນະເຂດ, ຜົນກະທົບຕໍ່ສິ່ງ ແວດລ້ອມ-ສັງຄົມ ຂອງໂຄງການ ຂຸດຄົ້ນ ແລະ ປຸງ ແຕ່ງແຮ່ເຫຼັກ ຢູ່ເຂດບຶງກຽດໂງ້ງ ເມືອງປະທຸມພອນ, ແຂວງ ຈໍາປາສັກ. ນອກຈາກນີ້ທີ່ປະຊຸມຍັງໄດ້ສະເໜີ ປັບປຸງ ຄະນະຊີ້ນໍາລະດັບຊາດ ແລະ ທ້ອງຖິ່ນ. ເພື່ອ ໃຫ້ແທດເໝາະກັບສະພາບຕົວຈິງ. ກອງປະຊຸມໄດ້ ດໍາເນີນໄປໃນໄລຍະເວລາ 3 ວັນ ສາມາດສະຫຼຸບຕີ ລາຄາຜົນຂອງກອງປະຊຸມດັ່ງກ່າວໄດ້ດັ່ງນີ້: • ປ່ຽນຊື່ ຈາກ ຄະນະກໍາມະການຊີ້ນໍາລະດັບຊາດ ມາເປັນ ຄະນະຊີ້ນໍາລະດັບຊາດ; • ປັບປຸງຄະນະຊີ້ນໍາລະດັບຊາດໃນການຄຸ້ມຄອງເຂດ ດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ຂັ້ນສູນກາງ ແລະ ທ້ອງຖິ່ນຄືນໂດຍທີ່ປະຊຸມ ໄດ້ເຫັນດີ ສະເໜີໃຫ້ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຕື່ມ ເປັນຕົ້ນແມ່ນ ກະຊວງ ພະລັງງານ ແລະ ບໍ່ແຮ່, ກະ ຊວງ ອຸດສາຫະກໍາ ແລະ ການຄ້າ; • ປ່ຽນຊື່ ຈາກ ກອງເລຂາຄະນະກໍາມະການຊີ້ນໍາລະ ດັບຊາດ ມາເປັນ ກອງເລຂາຄະນະຊີ້ນໍາລະດັບຊາດ ແລະ ເພີ່ມພາກສ່ວນທີ່ກ່ຽວຂ້ອງເຂົ້າຕື່ມ ໂດຍກຳນົດ ເອົາ ຫົວໜ້າກົມ, ຮອງຫົວໜ້າກົມສິ່ງແວດລ້ອມ ເປັນ ຫົວໜ້າ ແລະ ຮອງຫົວໜ້າກອງເລຂາ, ນອກຈາກ ນີ້ ຍັງປະກອບມີ ບັນດາກົມ ຈາກ 3 ກະຊວງ ທີ່ກ່ຽວ ຂ້ອງ ຄື: ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງ ການ ຕ່າງປະເທດ ແລະ ກະຊວງ ຖະແຫຼງຂ່າວ, ວັດທະ ນະທໍາ ແລະ ການທ່ອງທ່ຽວ ເປັນຄະນະກອງເລຂາ; • ກອງປະຊຸມເຫັນດີໃຫ້ ກສສ ສະເໜີ ຄະນະຜູ້ ປະສານງານແຫ່ງຊາດຂອງສົນທິສັນຍາຣາມຊາ ເຊິ່ງປະກອບມີ (1) ຜູ້ປະສານງານແຫ່ງຊາດ, (2) ຜູ້ປະສານງານ ດ້ານເຕັກນິກ, ວິທະຍາສາດ ແລະ ທົບທວນແຜນດຳເນີນງານ ແລະ (3) ຜູ້ປະສານງານ ດ້ານການສື່ສານ, ສ້າງຄວາມອາດສາມາດ, ການສຶກ ສາ, ການມີສ່ວນຮ່ວມ ແລະ ສ້າງຈິດສຳນຶກ ຕໍ່ການ ນໍາກະຊວງ; • ສະເໜີ ໃຫ້ໂຄງການຄຸ້ມຄອງ ແລະ ປົກປັກຮັກສາ ດິນບໍລິເວນນໍ້າ ຢູ່ຂົງເຂດອ່າງແມ່ນໍ້າຂອງຕອນລຸ່ມ ແຂວງ ຈໍາປາສັກ ພິຈາລະນາຄືນ ກິດຈະກໍາທີ່ຕິດພັນ ກັບການທ່ອງທ່ຽວ ເປັນຕົ້ນແມ່ນ ຫໍເບິ່ງນົກ ແລະ ອື່ນໆ ທີ່ຢູ່ໃນເຂດບຶງກຽດໂງ້ງ; • ຂອດກົນໄກການລາຍງານ ໃນການຈັດຕັ້ງປະຕິບັດ ໂຄງການຂັ້ນທ້ອງຖິ່ນ ຍັງບໍ່ທັນເປັນຈຸດ ເຮັດໃຫ້ການ ສັງລວມລາຍງານຍັງມີຂໍ້ຫຍຸ້ງຍາກ,ດັ່ງນັ້ນຈຶ່ງສະເໜີ ໃຫ້ໂຄງການຕ່າງໆ ສັງລວມລາຍງານໃຫ້ກອງເລຂາ ຣາມຊາຂັ້ນທ້ອງຖິ່ນ ເພື່ອຮັບປະກັນການລາຍງານ ຕ່າງໆ; • ສະເໜີໃຫ້ກອງເລຂາສົນທິສັນຍາຣາມຊາຂັ້ນແຂວງ (ແຂວງສະຫວັນນະເຂດ ແລະ ແຂວງ ຈໍາປາສັກ) ແລະ IUCN ສັງລວມບັນດາກິດຈະກໍາຕ່າງໆ ໃນໄລ ຍະ 3 ປີຜ່ານມາ ເພື່ອຈະໄດ້ກະກຽມລາຍງານ ເຂົ້າ ກອງປະຊຸມ COP 14 ໃນປີ 2021 ທີ່ ເມືອງອູຮັນ, ສປ ຈີນ; • ກອງປະຊຸມໄດ້ພິຈາລະນາຜົນກະທົບສິ່ງແວດລ້ອມ -ສັງຄົມ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ເມືອງ ປະທຸມພອນ ແຂວງ ຈໍາປາສັກ ເນື່ອງຈາກວ່າ ໂຄງການດັ່ງກ່າວ ແມ່ນຕິດພັນກັບເຂດດິນບໍລິເວນ ນໍ້າຣາມຊາ ບຶງກຽດໂງ້ງ ແລະ ເຂດທີ່ຕັ້ງໂຮງງານ, ເຂດສໍາປະທານຂຸດຄົ້ນແຕ່ລະຈຸດ ແມ່ນນອນຢູ່ໃນ ອ່າງຮັບນໍ້າດຽວກັນ ແລະ ແລວການໄຫຼຂອງນໍ້າໃນ ພື້ນທີ່ດັ່ງກ່າວ ແມ່ນໄຫຼລົງບຶງ. ໃນລະດູຝົນ ພື້ນທີ່ດັ່ງ ກ່າວ ແມ່ນມີສະພາບ ນໍ້າຖ້ວມ ແລະ ໃນລະດູແລ້ງ ກໍຈະແຫ້ງແລ້ງທຸກປີ ຊຶ່ງອາດຈະມີຄວາມສ່ຽງຕໍ່ການ ປ່ຽນແປງດ້ານລະບົບນິເວດ ແລະ ຄວາມອຸດົມສົມ
  • 26. 22 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ບູນຂອງບຶງ ຖ້າໃນກໍລະນີເກີດມີຜົນກະທົບ ຈາກໂຄງ ການດັ່ງກ່າວ ອາດຈະຖືກຖອນອອກຈາກພາຄີ ຂອງ ສົນທິສັນຍາຣາມຊາ. ແຜນວຽກໃນຕໍ່ໜ້າ: 1) ປັບປຸງ ຮ່າງຂໍ້ຕົກລົງ ຄະນະຊີ້ນໍາລະດັບຊາດ ໃນ ການຄຸ້ມຄອງເຂດດິນບໍລິເວນນໍ້າຂອງສົນທິສັນຍາ ຣາມຊາ ຢູ່ ສປປ ລາວ ຂັ້ນສູນກາງ; 2) ປັບປຸງຮ່າງຂໍ້ຕົກລົງກອງເລຂາຄະນະຊີ້ນຳລະດັບ ຊາດ ຂອງສົນທິສັນຍາຣາມຊາ; 3) ປັບປຸງ ຮ່າງຂໍ້ຕົກລົງ ຄະນະຜູ້ປະສານງານລະດັບ ຊາດ ຂອງສົນທິສັນຍາຣາມຊາ; 4) ຈັດຕັ້ງປະຕິບັດຈຸດສຸມ ປີ 2020 ເຊັ່ນ: - ສ້າງແຜນດໍາເນີນງານ ໃນການຄຸ້ມຄອງ 2 ເຂດດິນ ບໍລິເວນນໍ້າຣາມຊາ; - ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງເຂດດິນບໍລິ ເວນນໍ້າ ແບບມີສ່ວນຮ່ວມ; - ສໍາຫຼວດ ແລະ ສຶກສາ ເຂດດິນບໍລິເວນນໍ້າແຫ່ງໃໝ່; - ສ້າງຄູມື ການຄຸ້ມຄອງເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ; - ສ້າງບົດລາຍງານແຫ່ງຊາດ ໃນການຄຸ້ມຄອງເຂດ ດິນບໍລິເວນນໍ້າຣາມຊາ 2019-2021; - ຊຸກຍູ້-ຕິດຕາມ ການຈັດຕັ້ງປະຕິບັດໂຄງການ CA WA ແລະ MRWP; - ຈັດຕັ້ງປະຕິບັດກິດຈະກໍາຕ່າງໆ. ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະພາບຕໍ່ຄໍາສະ ເໜີຕ່າງໆ ກ່ຽວກັບ ການຈັດຕັ້ງປະຕິບັດການຄຸ້ມ ຄອງເຂດດິນບໍລິເວນນໍ້າຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ໃນໄລຍະ 1 ປີຜ່ານມາ ແລະ ແຜນຈຸດສຸມ ປີ 2020 ແລະ ເຫັນດີໃຫ້ອົງການ IUCN ປະຈຳລາວ ສືບຕໍ່ສະໜັບສະໜູນ ທາງດ້ານວິຊາການຕ່າງໆຕໍ່ ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງເຂດດິນ ບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ແລະ ໂຄງການອື່ນໆ ທີ່ຕິດພັນກັບເຂດດິນບໍລິເວນ ນໍ້າຣາມຊາ.
  • 27. 23 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ກອງປະຊຸມສະຫຼຸບລາຍງານ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ຂອງໂຄງການ ຕົວເມືອງນໍາ ໜ້າທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ໃນວັນທີ 24 ມັງກອນ 2020 ພະແນກສິ່ງແວດລ້ອມ ສັງຄົມ,ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ(ກສສ) ໃນນາມ ໜ່ວຍປະຕິບັດງານອາຊຽນ ດ້ານຕົວເມືອງ ທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ໄດ້ຈັດກອງ ປະຊຸມ ສະຫຼຸບລາຍງານ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ ໂຄງການ ຕົວເມືອງນໍາໜ້າທີ່ ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມທີ່ນະຄອນໄກ ສອນພົມວິຫານ, ແຂວງ ສະຫວັນນະເຂດ ໂດຍການ ເປັນປະທານຮ່ວມຂອງທ່ານແສງທອງວົງແກ້ວມະນີ, ເຈົ້າຄອງນະຄອນໄກສອນພົມວິຫານ ແລະ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ, ຮອງຫົວໜ້າກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ ຊຶ່ງມີຜູ້ເຂົ້າຮ່ວມມາຈາກ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ 3 ແຂວງ (ຫົວພັນ, ຫຼວງພະບາງ ແລະ ສະຫວັນ ນະເຂດ) ແລະ ບັນດາຂະແໜງການອ້ອມຂ້າງນະ ຄອນໄກສອນພົມວິຫານ ຄື: ຫ້ອງວ່າການ ນະຄອນ ໄກສອນພົມວິຫານ,ຫ້ອງການຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ, ຫ້ອງການ ສຶກສາ ແລະ ກິລາ,ຫ້ອງການຄຸ້ມຄອງພັດທະນາແລະບໍລິຫານນະ ຄອນໄກສອນພົມວິຫານ, ຄູອາຈານຈາກ 6 ໂຮງຮຽນ ແລະ ຜູ້ຮັບຜິດຊອບວຽກງານດັ່ງກ່າວຈາກ ກສສ ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ.
  • 28. 24 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບ ແຜນຍຸດທະສາດ ແລະ ທິດທາງລວມ ຂອງກະຊວງ ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມຕໍ່ກັບ ແຜນພັດທະນາແບບຍືນຍົງທາງດ້ານສິ່ງແວດລ້ອມ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ໂຄງການຕົວ ເມືອງນໍາໜ້າທີ່ມີຄວາມຍືນຍົງ ທາງດ້ານສິ່ງແວດ ລ້ອມຂອງ 3 ແຂວງ ແລະ ຄວາມຄືບໜ້າໃນການຂຽນ ບົດລາຍງານການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ພາຍຫຼັງທີ່ໄດ້ຮັບຟັງການນຳສະເໜີ ການຈັດຕັ້ງປະຕິ ບັດໂຄງການແລ້ວ. ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປຶກສາຫາລື ແລກປ່ຽນ ບົດຮຽນ ເພື່ອເປັນການຖອດຖອນບົດຮຽນ ແລະ ປັບ ປຸງ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນຕໍ່ ໜ້າ. ສໍາລັບ ທິດທາງ ແລະ ແຜນການໃນຕໍ່ໜ້າ ແມ່ນ ຈະໄດ້ສືບຕໍ່ບັນດາໜ້າວຽກດັ່ງນີ້: • ກະກຽມລົງຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ເມືອງ ຊໍາເໜືອ, ແຂວງ ຫົວພັນ; • ກະກຽມ ຮ່າງບົດລາຍງານການຈັດຕັ້ງປະຕິບັດໂຄງ ການ ເພື່ອລາຍງານການນໍາ ກຊສ.
  • 29. 25 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ 2 ເຂດດິນບໍລິເວນນໍ້າຂອງ ສປປ ລາວ (ເຊຈໍາພອນ ແລະ ບຶງກຽດໂງ້ງ) ໄດ້ຈັດພິທີສະເຫຼີມສະຫຼອງວັນດິນ ບໍລິເວນນໍ້າໂລກ ການສະເຫຼີມສະຫຼອງວັນດິນບໍລິເວນນໍ້າໂລກ ໄດ້ຈັດຂຶ້ນນັບແຕ່ປີ 1997 ເປັນຕົ້ນມາ, ໃນວັນທີ 2 ກຸມພາ 1971 ສົນທິສັນຍາ ວ່າດ້ວຍ ດິນບໍລິເວນນໍ້າ ໄດ້ຖືກເຊັນຮັບຮອງຂຶ້ນ ຢູ່ທີ່ເມືອງ ຣາມຊາ ປະເທດ ອີຣານ ໂດຍກຸ່ມນັກອະນຸລັກສິ່ງແວດລ້ອມຂອງໂລກ ມີຈຸດປະສົງເພື່ອຍົກລະດັບຈິດສໍານຶກ ແລະ ຄຸນຄ່າຂອງດິນບໍ ລິເວນນໍ້າ. ສະນັ້ນ, ປະຊາຄົມໃນທົ່ວໂລກຈຶ່ງຖືເອົາ ວັນທີ 2 ກຸມພາ ຂອງທຸກໆປີ ເປັນວັນດິນບໍລິເວນນໍ້າໂລກ. ໃນປີ 2020 ປະຊາຄົມໂລກໄດ້ພ້ອມກັນ ສະເຫຼີມສະຫຼອງວັນດິນບໍລິເວນນໍ້າໂລກ ພາຍໃຕ້ຫົວຂໍ້ “ດິນບໍລິເວນ ນໍ້າ ແລະ ຊີວະນາໆພັນ” ຊຶ່ງຢູ່ ສປປ ລາວ ກໍເຊັ່ນດຽວກັນ ໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນຢູ່ໃນ 2 ເຂດດິນບໍລິເວນນໍ້າ ທີ່ເປັນພາຄີຂອງສົນທິສັນຍາ ວ່າດ້ວຍ ດິນບໍລິເວນນໍ້າ ຣາມຊາຄື: ເຊຈໍາພອນ, ເມືອງ ຈໍາພອນ, ແຂວງສະຫວັນນະເຂດ ແລະ ບຶງກຽດໂງ້ງ, ເມືອງປະທຸມພອນ, ແຂວງຈໍປາສັກ ຊຶ່ງມີລາຍລະອຽດ ດັ່ງນີ້: ໃນວັນທີ 2 ກຸມ ພາ 2020, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ຈໍາປາສັກ ຮ່ວມກັບ ໂຄງການຄຸ້ມຄອງ ແລະ ປົກປັກຮັກສາດິນບໍລິເວນນໍ້າ ຢູ່ຂົງເຂດອ່າງແມ່ນໍ້າຂອງຕອນລຸ່ມ ແລະ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງປະທຸມພອນ ໄດ້ຈັດພິທີສະເຫຼີມ ສະຫຼອງວັນດິນບໍລິເວນນໍ້າໂລກ ພາຍໃຕ້ຄໍາຂວັນ “ດິນບໍລິເວນນໍ້າ ແລະ ຊີວະນາໆພັນ” ທີ່ ວັດພະໂພ, ບ້ານ ພະໂພ, ເມືອງປະທຸມພອນ, ແຂວງຈໍປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ດວງວິໄລ ໄຊສີເມືອງ, ຫົວໜ້າ ຫຊສ, ເມືອງປະທຸມພອນ, ທ່ານ ປອ ດວງມະນີ ຫຼວງມະນີ, ຜູ້ບໍລິຫານໂຄງການ ແລະ ທ່ານ ນາງ ໄຂ່ແກ້ວ ຈັນທະວີສຸກ, ຮອງຫົວໜ້າພະແນກສິ່ງແວດລ້ອມທໍາມະຊາດ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ (ພຊສ, ຫຊສ, ກສສ, ພະແນກ/ຫ້ອງການ ກະສິກໍາ ແລະ ປ່າໄມ້, ພະແນກ/ຫ້ອງການ ສຶກສາທິການ ແລະ ກິລາ, IUCN, ກຸ່ມບ້ານ, ຄູອາຈານ, ພໍ່ແມ່ປະຊາຊົນ ແລະ ນັກຮຽນ) ເຂົ້າຮ່ວມ ລວມທັງໝົດ 400 ກວ່າຄົນ.
  • 30. 26 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ໃນຕອນເຊົ້າວັນທີ 5 ກຸມພາ 2020 ພະແນກ ຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, (ພຊສ) ແຂວງສະຫວັນນະເຂດ ຮ່ວມກັບ ຫ້ອງການ ຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, (ຫຊສ) ເມືອງຈໍາພອນ, ໄດ້ຈັດພິທີສະເຫຼີມສະຫຼອງວັນດິນບໍ ລິເວນນໍ້າໂລກ ວັນທີ 2 ກຸມພາ 2020 ໃຕ້ຄໍາຂວັນ “ດິນບໍລິເວນນໍ້າ ແລະ ຊີວະນາໆພັນ” ທີ່ ມສ ທວດ, ບ້ານທວດ, ເມືອງຈໍາພອນ, ໂດຍການເປັນປະທານ ຮ່ວມຂອງທ່ານ ໜູການ ອິນທະປັນຍາ, ຮອງ ພຊສ ແຂວງສະຫວັນນະເຂດ, ທ່ານ ໂລນຄໍາ ອາດສະນາ ວົງ, ຫົວໜ້າ ກສສ ແລະ ທ່ານ ສີສຸວັນ ສຸວັນນະສານ, ຮອງເຈົ້າເມືອງຈໍາພອນ, ມີຜູ້ຕາງໜ້າຈາກຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ (ພຊສ, ຫຊສ, ກສສ, ພະ ແນກ/ຫ້ອງການກະສິກໍາແລະປ່າໄມ້,ພະແນກ/ຫ້ອງ ການ ສຶກສາທິການ ແລະ ກິລາ, IUCN, ກຸ່ມບ້ານ, ຄູອາຈານ, ພໍ່ແມ່ປະຊາຊົນ ແລະ ນັກຮຽນ) ທັງໝົດ 300 ກວ່າຄົນ. ເພື່ອຍົກລະດັບຈິດສໍານຶກໃຫ້ແກ່ທຸກ ພາກສ່ວນ ລວມເຖິງພໍ່ແມ່ປະຊາຊົນ, ນັກຮຽນທີ່ອາ ໄສ ຢູ່ໃນບ້ານອ້ອມຂ້າງ 2 ເຂດດິນບໍລິເວນນໍ້າ ຣາມ ຊາ ຂອງ ສປປ ລາວ ໃຫ້ຮູ້ເຖິງຄຸ່ນຄ່າຂອງດິນບໍລິເວນ ນໍ້າ ແລະ ຊີວະນາໆພັນ. ກິດຈະກໍາໃນການສະເຫຼີມ ສະຫຼອງຄັ້ງນີ້ ປະກອບມີ: ການສ້າງຂະບວນການ ເກັບຂີ້ເຫຍື້ອອ້ອມຂ້າງເຂດດິນບໍລິເວນນໍ້າ ບຶງກຽດ ໂງ້ງ, ການປະກວດຮູບແຕ້ມ ກ່ຽວກັບ ດິນບໍລິເວນນໍ້າ ແລະ ຊີວະນາໆພັນ ຂອງນັກຮຽນ, ການຖາມ-ຕອບ ວິທະຍາສາດ ແລະ ພິເສດຢູ່ໃນເຂດດິນບໍລິເວນນໍ້າ ເຊຈໍາພອນ, ເມືອງຈໍາພອນ, ແຂວງສະຫວັນນະເຂດ ໄດ້ມີກິດຈະກໍາ ສະແດງລະຄອນສັ້ນເລື່ອງ “ໂລບ ມາກຍາກຕົວເອງ” ຈາກທີມງານສ້າງຈິດສໍານຶກ ຂອງ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ຊຶ່ງລະຄອນ ດັ່ງກ່າວ ໄດ້ສື່ໃຫ້ເຫັນເຖິງຄຸນປະໂຫຍດຂອງຊີວະ ນາໆພັນຕໍ່ກັບການດໍາລົງຊີວິດຂອງມະນຸດ, ຜົນກະ ທົບຈາກການສູນເສຍຊີວະນາໆພັນ, ການຮ່ວມມື ແລະ ມີສ່ວນຮ່ວມໃນການອະນຸລັກ ຈະຊ່ວຍໃຫ້ເກີດ ຜົນປະໂຫຍດແກ່ຊຸມຊົນ, ລະບົບນິເວດທໍາມະຊາດ ແລະ ມີຄວາມຍືນຍົງ.
  • 31. 27 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2020 ກສລ ກອງປະຊຸມປຶກສາຫາລື ກ່ຽວກັບ ການກະກຽມເຄື່ອນ ໄຫວວຽກງານສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງ ແວດລ້ອມ ຢູ່ 2 ແຂວງ ພະແນກສິ່ງແວດລ້ອມສັງຄົມ (ພສສ), ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ທີມງານ ວຽກງານການສຶກສາ ແລະ ສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ກ່ຽວກັບ ວຽກງານ ສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ (EEA) ພາຍໃຕ້ ໂຄງການ ສົ່ງເສີມການນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ ໄລຍະ 2 (ProFEB II) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການກະ ກຽມເຄື່ອນໄຫວວຽກງານສຶກສາແລະສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ຢູ່ 2 ແຂວງເປົ້າໝາຍຄື: ຫຼວງນໍ້າ ທາ ແລະ ຈໍາປາສັກ. ໃນວັນທີ 30 ມັງກອນ 2020 ໄດ້ຈັດກອງປະຊຸມປຶກ ສາຫາລື ຮ່ວມກັບ ພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ຂອງແຂວງຫຼວງນ້ຳທາ. ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຈິດຖະ ໜອມ ອຸ່ນສີດາ, ຮອງຫົວໜ້າກົມສົ່ງເສີມຄຸນນະພາບ ສິ່ງແວດລ້ອມ ແລະ ທ່ານ ອ໋ອດ ສິງສະຫວັດ, ຮອງຫົວ ໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແຂວງຫຼວງນ້ຳທາ. ຊຶ່ງມີຜູ້ເຂົ້າຮ່ວມຈາກ