SlideShare une entreprise Scribd logo
1  sur  42
Télécharger pour lire hors ligne
lt[a[mu 4
,a'dvo{,y45ok 2016
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
d l ld l l
ຈົດໝາຍຂ່າວ
ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ
ຄະນະຮ່າງ ແລະ ຮຽບຮຽງ
ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ
ທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າກົມ
ທ່ານ ໂລນຄຳ ອາດສະນາວົງ ຮອງຫົວໜ້າກົມ
ກວດແກ້
ພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ພະແນກສົ່ງເສີມສິ່ງແວດລ້ອມ
ຈັດໜ້າອອກແບບ
ພະແນກສົ່ງເສີມສິ່ງແວດລ້ອມ
ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຫົວໜ້າພະແນກ
ທ່ານ ນາງ ລັດຕະນາພອນ ອິນທະສານ ຮອງຫົວໜ້າພະແນກ
ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ
ທ່ານ ບົວແສງປະເສິດ ພຣະສິດທິເດດ
ທ່ານ ກິ່ງທອງ ສິຣິສົມພອນ
ຄະນະເກັບກຳຂໍ້ມູນ
ທ່ານ ນາງ ສຸກສະຫວັນ ພຸດທະລາດ
ທ່ານ ນາງ ເກດສະໄໝ ແກ້ວຫານາມ
ທ່ານ ນາງ ອຳໄພວັນ ພົມມະເທບ
ທ່ານ ນາງ ນາລິນ ຈະເລີນສຸກ
ທ່ານ ນາງ ປິກຄຳ ພັນທະວົງ
ທ່ານ ບຸນທະວີ ປັນຍານຸວົງ
ແຫຼ່ງຂໍ້ມູນ
ຂໍຂອບໃຈເປັນຢ່າງສູງ ໃນການໃຫ້ຂໍ້ມູນ ໃນການປະກອບສ່ວນສ້າງຈົດໝາຍຂ່າວ ກສສ
ສາລະບານ
ກອງປະຊຸມປຶກສາຫາລື ຮ່າງລັດຖະບັນຍັດ ວ່າດ້ວຍ ຄ່າອາກອນ....... 1
ສ້າງຄວາມອາດສາມາດໃນການຂຽນຂ່າວ, ການສຳພາດ................. 4
ກອງປະຊຸມ ສະຫຼຸບປະເມີນຜົນ ກ່ຽວກັບ ການຈັດຕັ້ງ...................... 7
ລາວ ​ແລະ ​ເຢຍລະ​ມັນ ສືບຕໍ່ຮ່ວມ​ມື ​ໃນ​ວຽກ​ງານ ການ​ສື່ສານ...........10
ການເຄື່ອນໄຫວຂອງລົດສິ່ງແວດລ້ອມ ໃນຫົວຂໍ້ການຈັດການ..........13
ລະດົມແນວຄວາມຄິດ ແກ້ໄຂບັນຫາ ແລະ ການຫຼຸດ....................17
ການລົງເຄື່ອນ ກິດຈະກໍາສ້າງຈິດສໍານຶກ......................................21
ການຄັດເລືອກຮູບຖ່າຍສິ່ງແວດລ້ອມ ຄັ້ງທີ II...............................26
ພິທີມອບຮັບລາງວັນການແຂ່ງຂັນຮູບຖ່າຍ...................................28
ໂຄງການ ProCEEd ຮ່ວມເຜີຍແຜ່ວິທີການຈັດການຂີ້ເຫຍື້ອ..........32
ການສ້າງຈິດສໍານຶກ ກ່ຽວກັບ ການຈັດການຂີ້ເຫຍື້ອ ຢູ່ທີ່..................34
ປະຊາຊົນຢູ່ແຂວງໄຊຍະບູລີ ໄດ້ຮຽນຮູ້ ກ່ຽວກັບ ການອະນຸລັກ........36
1
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ກອງປະຊຸມປຶກສາຫາລື ຮ່າງລັດຖະບັນຍັດ ວ່າດ້ວຍ ຄ່າອາກອນ
ສິ່ງແວດລ້ອມ ກ່ຽວກັບ ສິ່ງເສດເຫຼືອ, ມົນລະພິດທາງນ້ຳ ແລະ
ທາງອາກາດ
ກອງປະຊຸມປຶກສາຫາລື ຮ່າງລັດຖະບັນຍັດ ວ່າ
ດ້ວຍ ຄ່າອາກອນສິ່ງແວດລ້ອມ ກ່ຽວກັບ ສິ່ງ
ເສດເຫຼືອ, ມົນລະພິດທາງນ້ຳ ແລະ ມົນລະພິດທາງ
ອາກາດ, ໃນວັນທີ 26-27 ພະຈິກ 2015 ທີ່ຣີສອດນາ
ປ່າກວາງ ທ່າລາດ ແຂວງ ວຽງຈັນ.
	 ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 2
ວັນ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາປະດິດ
ຄຳມູນເຮືອງ ຫົວໜ້າກົມສົ່ງເສີມຄຸນນະພາບ ສິ່ງ
ແວດລ້ອມ (ກສສ). ກອງປະຊຸມປຶກສາຫາລືຄັ້ງນີ້ ມີ
ຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ ກະ
ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
(ກຊສ) ແລະ ຜູ້ຕາງໜ້າຈາກບັນດາຂະແໜງການ
ຕ່າງໆ ເປັນຕົ້ນສະພາແຫ່ງຊາດ, ຫ້ອງວ່າການລັດຖະ
ບານ, ກະຊວງຍຸຕິທຳ, ກະຊວງພະລັງງານ ແລະ ບໍ່
ແຮ່, ກະຊວງການເງິນ, ກະຊວງປ້ອງກັນຄວາມສະ
ຫງົບ, ມະຫາວິທະຍາໄລແຫ່ງຊາດ ແລະ ທີມງານ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ລວມທັງຊ່ຽວ
ຊານ ແລະ ຕາງໜ້າຈາກຮັນຊາຍແດນ ຟາວເດເຊິນ
(HSF) ເຊິ່ງຜູ້ເຂົ້າຮ່ວມທັງໝົດມີ 39 ທ່ານ.ຈຸດປະ
ສົງຂອງກອງປະຊຸມ ເພື່ອປຶກສາຫາລື ແລະ ປະກອບ
ຄຳຄິດຄຳເຫັນ ໃສ່ຮ່າງລັດຖະບັນຍັດ ວ່າດ້ວຍ ຄ່າ
ອາກອນສິ່ງແວດລ້ອມ ກ່ຽວກັບ ສິ່ງເສດເຫຼືອ, ມົນລະ
ພິດທາງນ້ຳ ແລະ ມົນລະພິດທາງອາກາດ. ແລະ ເພື່ອ
ຕົກລົງເຫັນດີເປັນເອກະພາບ ກັບພາກສ່ວນທີ່ກ່ຽວ
ຂ້ອງໃນການຄິດໄລ່ ແລະ ກຳນົດການເກັບຄ່າອາ
ກອນສິ່ງແວດລ້ອມ ກ່ຽວກັບ ສິ່ງເສດເຫຼືອ, ມົນລະພິດ
ທາງນ້ຳ ແລະ ມົນລະພິດທາງອາກາດ.
	 ທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າກົມສົ່ງ
ເສີມຄຸນນະພາບ ສິ່ງແວດລ້ອມ, ປະທານກອງປະຊຸມ
ໄດ້ກ່າວເປີດກອງປະຊຸມ ຊຶ່ງທ່ານໄດ້ສະເໜີໃຫ້ເຫັນ
2
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານປົກ
ປັກຮັກສາສິ່ງແວດລ້ອມ ເປັນຕົ້ນ ການເພີ່ມທະວີວຽກ
ງານສ້າງກົນໄກຕ່າງໆ ພາຍໃຕ້ກົດໝາຍ ປົກປັກຮັກ
ສາສິ່ງແວດລ້ອມ (ສະບັບປັບປຸງ) ເພື່ອປ້ອງກັນ ແລະ
ແກ້ໄຂບັນຫາສິ່ງແວດລ້ອມທີ່ພົ້ນເດັ່ນ ທີ່ພວກເຮົາ
ປະເຊີນໜ້າ ໃນປະຈຸບັນ ເຊິ່ງກົດໝາຍປົກປັກຮັກສາ
ສິ່ງແວດລ້ອມ (ສະບັບປັບປຸງ) ໄດ້ກໍານົດໄວ້ 5 ກິດ
ຈະກຳຫຼັກຂອງການປົກປັກຮັກສິ່ງແວດລ້ອມ ຄືກິດ
ຈະກຳປ້ອງກັນສິ່ງແວດລ້ອມ; ການຄວບຄຸມມົນລະ
ພິດ; ການຄວບຄຸມສານເຄມີເປັນພິດ ແລະ ການກຳ
ຈັດສິ່ງເສດເຫຼືອ; ການຢັ້ງຢືນ ແລະ ອະນຸຍາດ ກ່ຽວ
ກັບສິ່ງແວດລ້ອມ ແລະ ການສົ່ງເສີມ ການມີສ່ວນ
ຮ່ວມຂອງມວນຊົນ ຊຶ່ງທັງໝົດກິດຈະກຳເຫຼົ່ານີ້ ມີ
ຄວາມພົວພັນໂດຍກົງກັບຂະແໜງການສິ່ງແວດ
ລ້ອມ, ຂະແໜງການທີ່ກ່ຽວຂ້ອງກັບຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ທັງໃນຂັ້ນສູນກາງ
ແລະ ທອ້ງຖິ່ນ ເປັນບ່ອນອີງພື້ນຖານສຳຄັນ ໃນການ
ເຄື່ອນໄຫວຕາມພາລະບົດບາດຂອງຕົນ. ກອງປະ
ຊຸມນີ້ ກໍແມ່ນກອງປະຊຸມໜຶ່ງ ທີ່ມີຄວາມສໍາຄັນໃນ
ການປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ໃສ່
ຮ່າງ ລັດຖະບັນຍັດ ອາກອນສິ່ງແວດລ້ອມ ເຊິ່ງເປັນ
ເຄື່ອງມືໜຶ່ງທີ່ສຳຄັນ ໃນການປົກປັກຮັກສາ ແລະ
ປ່ຽນແປງພຶດຕິກຳ ໃນການປ່ອຍມົນລະພິດ ລົງສູ່ສິ່ງ
ແວດລ້ອມ, ນອກນັ້ນ ຍັງເປັນແຫຼ່ງລາຍຮັບໜຶ່ງຂອງ
ລັດ ທີ່ໄດ້ມີການຄິດໄລ່ຄ່າ ແລະ ເກັບຄ່າອາກອນ
ສິ່ງແວດລ້ອມ ເພື່ອມາລົງທຶນໃສ່ການບູລະນະຟື້ນຟູ,
ປົກປັກຮັກສາ ແລະ ຄຸ້ມຄອງສິ່ງແວດລ້ອມ;
	 ທ່ານ ເກດແກ້ວ ສາລີຈັນ, ຫົວໜ້າພະແນກ
ຄຸ້ມຄອງສິ່ງແວດລ້ອມ ໄດ້ສະເໜີເຖິງຈຸດປະສົງ,
ຄວາມເປັນມາ, ຄວາມສຳຄັນ ແລະ ຮ່າງລັດຖະບັນ
ຍັດ ວ່າດ້ວຍ ຄ່າອາກອນສິ່ງແວດລ້ອມ ຊຶ່ງທັງໝົດປະ
ກອບດ້ວຍ 5 ໝວດ ແລະ 18 ມາດຕາ, ຫຼັງຈາກນັ້ນ
ທ່ານກໍໄດ້ສະເໜີໃຫ້ບັນດາຜູ້ເຂົ້າຮ່ວມພາຍໃນກອງ
ປະຊຸມ ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງ
3
ປະຊຸມ
ດຳລັດດັ່ງກ່າວ ຊຶ່ງໄດ້ດຳເນີນໄປແຕ່ລະໝວດ ແລະ
ແຕ່ລະມາດຕາ;
	 ທ່ານ ດຣ. ອານິນ ອາຣຸນເຣືອງສະຫວັດ ຊ່ຽວ
ຊານຈາກປະເທດໄທ ໄດ້ສະເໜີ ບົດຮຽນຈາກຕ່າງ
ປະເທດ ເປັນຕົ້ນແມ່ນ ປະເທດ ອາເມລິກາ, ອັງກິດ,
ເກົາຫຼີໃຕ້, ຫວຽດນາມ, ສະເປນ ແລະ ນໍເວ ກ່ຽວກັບ
ການເກັບຄ່າອາກອນສິ່ງແວດລ້ອມ ຈາກຖ່ານຫີນ,
ຖົງຢາງພລາສຕິກ, ສານເຄມີທີ່ໃຊ້ໃນການກະເສດ,
ນ້ຳເປື້ອນຈາກໂຮງງານ ແລະ ມົນລະພິດທາງອາ
ກາດ.
	 ກອງປະຊຸມໄດ້ເຫັນດີຕົກລົງເປັນເອກະພາບ
ກັນ ແລະ ມີຂໍ້ສະເໜີຕ່າງໆ ດັ່ງນີ້:
1. ສະເໜີປັບປຸງຄືນ ໝວດທີ 2 ການເກັບອາກອນ
ສິ່ງແວດລ້ອມ, ມາດຕາ 7 ຜະລິດຕະພັນ ແລະ ສິນຄ້າ
ແມ່ນໄດ້ກຳນົດການເກັບດັ່ງນີ້:
• ຜະລິດຕະພັນຈາກນ້ຳມັນເຊື້້ອໄຟ;
• ຜະລິດຕະພັນເຄື່ອງເຢັນທີ່ບັນຈຸສານ HCFC;
• ຜະລິດຕະພັນປະເພດຢາງ (ຖົງຢາງພລາສຕິກ,
ໂຟມ, ຢາງຕີນລົດ);
• ໝໍ້ໄຟ ແລະ ຖ່ານໄຟສາຍທຸກຊະນິດ;
• ຜະລິດຕະພັນອີເລັກໂຕນິກ (ຄອມພິວເຕີ້, ໂທລະ
ທັດ, ຈັກອັດເອກະສານ,ເຄື່ອງພິມ, ໂທລະສັບເຄື່ອນ
ທີ່);
• ສານເຄມີທີ່ເປັນພິດ ເຮັດໃຫ້ດິນເຊື່ອມໂຊມ.
2. ປັບປຸງ ມາດຕາ 10 ການກຳນົດຄ່າອາກອນ ເຊິ່ງ
ໄດ້ກຳນົດເປັນ 2 ຢ່າງຄື ການເກັບຈາກຜະລິດຕະພັນ
ແລະສິນຄ້າແລະເກັບຈາກມົນລະພິດຕາມໂຄງການ
ລົງທຶນ ແລະ ກິດຈະການພັດທະນາຕ່າງໆ ໂດຍໄດ້
ກໍານົດລະອຽດ ກ່ຽວກັບ ອັດຕາການຄິດໄລ່ອາກອນ
ແລະ ຜູ້ທີ່ຈະຈ່າຍອາກອນ.
	 ສຳລັບໜ້າວຽກໃນຕໍ່ໜ້າ ແມ່ນຈະໄດ້ປັບປຸງ
ຮ່າງລັດຖະບັນຍັດ ສະບັບດັ່ງກ່າວຕາມ ຄໍາເຫັນ
ແລະກະກຽມກອງປະຊຸມປຶກສາຫາລືໃນຄັ້ງຕໍ່ໄປເຊິ່ງ
ຄາດວ່າຈະໄດ້ຈັດພາຍໃນເດືອນ ມັງກອນ 2016.
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
4
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ສ້າງຄວາມອາດສາມາດໃນການຂຽນຂ່າວ, ການສຳພາດ, ກາ
ຄອນ, ສ້າງສະປອດ, ການອ່ານຂ່າວ ແລະ ຈັດລາຍການວິທະຍ
	 ວຽກງານການສື່ສານກໍ່ເປັນວຽກງານໜື່ງທີ່ມີ
ຄວາມສຳຄັນຫຼາຍໃນການສົ່ງຂໍ້ມູນຂ່າວສານ. ວິທະ
ຍຸເອງກໍ່ເປັນຊ່ອງທາງໜື່ງໃນການສົ່ງຂໍ້ມູນຢ່າງວອງ
ໄວທັນເຫດການ ເຂົ້າເຖິງກຸ່ມຄົນທຸກຊົນຊັ້ນບໍ່ວ່າໃກ້
ຫຼືໄກ ຖ້າຫາກວ່າມີວິທະຍຸກໍ່ສາມາດຮັບຟັງໄດ້ ຖ້າ
ທຽບໃສ່ກັບສື່ອື່ນໆເຫັນວ່າວິທະຍຸ ແມ່ນມີຕົ້ນທຶນຕຳ
ຫຼາຍໃນການຮັບຟັງ ແລະ ພົບພາໄປມາໄດ້ສະບາຍ
ບໍ່ວ່າຈະເຮັດໄຮ່ເຮັດນາ ຫຼື ຂັບລົດໄປເຮັດວຽກກໍ່ສາ
ມາດຟັງໄດ້ຕາມສະບາຍ ນອກຈາກນີ້ກໍ່ຍັງມີວິທະຍຸ
ປະຈຳທ້ອງຖິ່ນ, ປະຈຳໝູ່ບ້ານ (ໂທລະໂຄ່ງບ້ານ).
ການຝຶກອົບຮົມໃຫ້ນັກຂ່າວວິທະຍຸ ເທື່ອນີ້ເປັນຄັ້ງ
ທີສອງ ໃນເມື່ອກ່ອນແມ່ນຈັດທີ່ເມື່ອງທ່າແຂກແຂວງ
ຄຳມ່ວນ ໂດຍມີວິທະຍຸຈາກເມືອງບົວລະພາ ແລະ
ເມືອງທ່າແຂກ ແຂວງ ຄຳມ່ວນ ເທົ່ານັ້ນເຂົ້າຮ່ວມ.
	 ໃນວັນທີ 7-11 ທັນວາ 2015 ກົມສົ່ງເສີມຄຸນ
ນະພາບສິ່ງແວດລ້ອມ ຮ່ວມກັບ ວິທະຍຸແຫ່ງຊາດ
ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ສົ່ງ
ເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງ
ດິນຟ້າອາກາດ, ໄດ້ຈັດຝຶກອົບຮົມໃຫ້ນັກຂ່າວວິທະຍຸ
4 ເມືອງ 4 ແຂວງ (ເມືອງ ຫົວເມືອງ ແຂວງ ຫົວພັນ,
ເມືອງ ພຽງ ແຂວງ ໄຊຍະບູລີ, ເມືອງ ປາກຊັນ ແຂວງ
ບໍລິຄຳໄຊ, ເມືອງ ບົວລະພາ ແຂວງ ຄຳມ່ວນ) ທີ່ໂຮງ
ແຮມເມີກ້ຽວ ນະຄອນຫຼວງວຽງຈັນ.
	 ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ຮັບກຽດເປັນ
ປະທານຮ່ວມລະຫວ່າງ ທ່ານ ຄຳປະດິດ ຄຳມູນເຮືອງ
5
ປະຊຸມ
ານເຮັດວາລະສານ, ການສ້າງລະ
ຍຸ ໃຫ້ໄດ້ຕາມມາດຕະຖານສາກົນ
ຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ
ທ່ານ ດຣ ໄມໂຄ ທຣອກເກີິ້ນໂບດ, ຫົວໜ້າ​ທິມງານທີ່
ປຶກສາໂຄງການ ProCEEd ຈາກອົງການ ຈິໄອແຊ໊ດ
GIZ. ໃນນັ້ນມີແຂກເຂົ້າຮ່ວມທັງໝົດ 50 ທ່ານ ທີ່ມາ
ຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມແຂວງ, ພະແນກຖະແຫຼງຂ່າວແຂວງ, ນັກ
ສຳມະນາກອນທີ່ມາຈາກສະຖານີວິທະຍຸ ເມືອງ-
ແຂວງ ແລະ ວິທະຍາກອນ 2 ທ່ານ (ທ່ານ ວັນໄຊ ຕະ
ວິນຍານຮອງຫົວໜ້າກົມວິທະຍຸແຫ່ງຊາດແລະທ່ານ
ເມີນເຟດເອີເພິນທີ່ປຶກສາໂຄງການProCEEdໃນນີ້
ນັກສຳມະນາກອນຈະໄດ້ຮຽນຮູ້ທິດສະດີ (ການຂຽນ
ຂ່າວ, ການສຳພາດ, ການເຮັດວາລະສານ, ການສ້າງ
ບົດລະຄອນ, ການສ້າງສະປອດ, ການອ່ານຂ່າວ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
6
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ແລະ ການຈັດລາຍການວິທະຍຸ) ສ່ວນພາກປະຕິດ
ບັດຕົວຈິງ (ລົງສຳພາດປະຊາຊົນ, ນັກຮຽນ, ອາຈານ
ຄະນະວິທະຍາສາດປ່າໄມ້, ຊ່ຽວຊານຈາກໂຄງການ
ເຢຍລະມັນ, ກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກົມ
ອຸຕຸນິຍົມ ແລະ ອຸທົກກະສາດ) ກ່ອນຈະລົງສຳພາດ
ຕ້ອງມີການວາງແຜນ, ແບ່ງໜ້າທີ່ກັນຮັບຜິດຊອບ
(ວ່າໃຜຈະເປັນຜູ້ອ່ານຂ່າວ ໃຜຈະເປັນຜູ້ເຮັດສະ
ປອດ, ໃຜຈະເປັນຄົນຂຽນລະຄອນ, ໃຜຈະເປັນຄົນ
ລົງເອົາຂ່າວ ແລະ ສຳພາດ) ນອກຈາກນີ້ຍັງມີທີມ
ງານຕັດຕໍ່ ແລະ ສ້າງສຽງເອັບເຟັກເຂົ້າໃນລະຄອນ
ພາຍຫຼັງແບ່ງໜ້າທີ່ກັນແລ້ວ ທາງວິທະຍາກອນກໍ່ໄດ້
ແບ່ງກຸ່ມອອກເປັນ 3 ກຸ່ມ (ກຸ່ມພາກເໜືອ,ກຸ່ມພາກ
ກາງ ແລະ ກຸ່ມພາກໃຕ້) ສຸດທ້າຍແມ່ນແຕ່ລະກຸ່ມ
ໄດ້ເຮັດສຳເລັດໜ້າທີ ແລະ ເປີດໃຫ້ແຕ່ລະກຸ່ມຟັງໃຫ້
ມີຄຳຄິດຄຳເຫັນຊ່ວຍໃນການປັບປຸງ ພາຍຫຼັງທີ່ໄດ້
ຮັບຟັງແລ້ວ ແຕ່ລະກຸ່ມໃຫ້ຄະແນນ ເຫັນວ່າພາກກາງ
ໄດ້ 60 ຄະແນນ ພາກໃຕ້ໄດ້ 70 ຄະແນນ ພາກ
ເໜືອໄດ້ 80 ຄະແນນເພາະສົມບູນແບບສາມາດ
ອອກອາກາດໄດ້ເລີຍ.
7
ປະຊຸມ
ກອງປະຊຸມ ສະຫຼຸບປະເມີນຜົນ ກ່ຽວກັບ ການຈັດຕັ້ງ
ປະຕິບັດການທົດລອງນຳໃຊ້ປື້ມແບບຮຽນ-ແບບສອນ
ກ່ຽວກັບອາກາດ,ຊີວະນາໆພັນ,ດິນ-ທີ່ດິນແລະການ
ປ່ຽນແປງດິນຟ້າອາກາດ
ການປົກປັກຮັກສາສິ່ງແວດລ້ອມແມ່ນໜ້າທີ່ຂອງ
ໝົດທຸກຄົນ ໃນການເປັນເຈົ້າການບໍ່ວ່າຈະເປັນ
ປະຊາຊົນ ແລະ ພາກລັດ ກໍ່ລ້ວນແລ້ວແຕ່ມີໜ້າທີໃຜ
ລາວ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກໍ່ເປັນ
ພາກສ່ວນໜຶ່ງໃນການປົກປັກຮັກສາສິ່ງແວດລ້ອມ
ໂດຍການໂຄສະນາເຜີຍແຜ່ (ທາງວິທະຍຸ ແລະ ທາງ
ໂທລະພາບ) ນອກຈາກນີ້ກໍ່ຍັງໄດ້ລົງເຄື່ອນໄຫວສ້າງ
ຈິດສຳນຶກຢູ່ຂັ້ນທ້ອງຖິ່ນ ແລະ ສູນກາງ (ແບບນອກ
ໂຮງຮຽນ ແລະ ໃນໂຮງຮຽນ) ແບບນອກໂຮງຮຽນ
ແມ່ນລົງເຄື່ອນໄຫວກິດຈະກຳສ້າງຈິດສຳນຶກ ແລະ
ແລກປ່ຽນຄວາມຮູ້ ກ່ຽວກັບ ການປົກປັກຮັກສາສິ່ງ
ແວດລ້ອມ, ໂດຍນຳໃຊ້ລົດສິ່ງແວດລ້ອມລົງເຄື່ອນ
ໄຫວກິດຈະກຳກັບນັກຮຽນ,ພໍ່ແມ່ປະຊາຊົນ,ອຳນາດ
ການປົກຄອງບ້ານ ແລະ ພະນັກງານເມືອງ , ແຂວງ
ໃນ4ແຂວງເປົ້າໝາຍຂອງໂຄງການ(ຫົວພັນ,ໄຊຍະ
ບູລີ,ບໍລິຄຳໄຊ ແລະ ຄຳມ່ວນ) ແລະ ກໍ່ຍັງໄດ້ເຄື່ອນ
ໄຫວຕາມໂຮງຮຽນໃນນະຄອນຫຼວງ ແລະ ງານບຸນ
ເທດສະການຕ່າງໆ (ບຸນຊ່ວງເຮືອ, ບຸນພະທາດ
ຫລວງ). ນອກຈາກການສ້າງຈິດສຳນຶກ ແລະ ການ
ແລກປ່ຽນຄວາມຮູ້ນອກໂຮງຮຽນແລ້ວ. ກົມສົ່ງເສີມ
ຄຸນນະພາບສິ່ງແວດລ້ອມ(ກສສ)ຮ່ວມກັບສະຖາບັນ
ຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ນຳເອົາ
ຫຼັກສູດການສຶກສາສິ່ງແວດລ້ອມເຂົ້າມາທົດລອງໃຊ້
ນັບແຕ່ຊັ້ນອານຸບານສາມຈົນເຖິງຊັ້ນມັດທະຍົມ.
ປື້ມແບບຮຽນວິຊາດິນ ແລະ ທີ່ດິນ, ອາກາດ, ຊີວະ
ນາໆພັນ (ສຳລັບ ຊັ້ນອະນຸບານສາມ ແລະ ປະຖົມ)
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
8
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ການປ່ຽນແປ່ງດິນຟ້າອາກາດ (ສຳລັບ ຊັ້ນມັດທະ
ຍົມ). ຫຼັກສູດດັ່ງກ່າວແມ່ນໄດ້ນຳເອົາບົດຮຽນຈາກ
ປະເທດ ອິນໂດເນເຊຍ ເພາະຫຼັກສູດນີ້ ແມ່ນນຳໃຊ້
ແລ້ວ ແລະ ໄດ້້ຮັບຜົນດີ ໃນປະເທດອິນໂດເນເຊຍ.
ດັ່ງນັ້ນ ກສສ ຈຶ່ງໄດ້ນຳເອົາຫຼັກສູດດັ່ງກ່າວມາໝູນ
ໃຊ້. ໄດ້ເລີ້ມຈັດຕັ້ງປະຕິບັດແຕ່ປີ 2013 - 2015 ໄດ້
ນຳໄປທົດລອງໃນໂຮງຮຽນໃນນະຄອນຫຼວງຈຳນວນ
ໜຶ່ງ ແລະ 18 ແຂວງ 29 ໂຮງຮຽນ, ອານຸບານ 3 ຈຳ
ນວນ11ແຫ່ງ,ປະຖົມ18ແຫ່ງແລະ ໂຮງຮຽນມັດທະ
ຍົມ 2 ແຫ່ງ
	 ໃນວັນທີ 16-17 ທັນວາ 2015 ກົມສົ່ງເສີມ
ຄຸນນະພາບສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ສະຫຼຸບ
ປະເມີນຜົນ ກ່ຽວກັບ ການຈັດຕັ້ງປະຕິບັດ ການທົດ
ລອງນຳໃຊ້ປື້ມແບບຮຽນ-ແບບສອນ ກ່ຽວກັບ ອາ
ກາດ, ຊີວະນາໆພັນ, ດິນ - ທີ່ດິນ ແລະ ການປ່ຽນແປງ
ດິນຟ້າອາກາດ ທີ່ຣີສອດນາປ່າກວາງ ແຂວງວຽງຈັນ.
ກອງປະຊຸມຄັ້ງນີ້ ແມ່ນໄດຮັບກຽດເປັນປະທານຮ່ວມ
ຂອງທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າ ກສສ,
ທ່ານ ທອງແກ້ວ ອາສາ ຮອງຜູ້ອຳນວຍການ ສວສ
ແລະ ທ່ານ ປີເຕີ ຄາວ ມາຈາກມູນລະນິທິ HSF. ພາຍ
ຫຼັງທີ່ປະທານກອງປະຊຸມໄດ້ກ່າວເປີດ ແລະ ທ່ານ
ນາງ ຈິດຖະໜອມ ອຸ່ນສີດາ ຫົວໜ້າພະແນກສົ່ງເສີມ
ສິ່ງແວດລ້ອມ ໄດ້ລາຍງານວຽກງານໂຄງການໄດ້
ເຮັດຜ່ານມາຕັ້ງແຕ່ໄດ້ຮັບໂຄງການຈົນສິ້ນສຸດ ຈາກ
ນັ້ນໃຫ້ຄູອາຈານຂຶ້ນນຳສະເໜີຜົນການທົດລອງນຳ
ໃຊ້ ປື້ມຄູ່ມື້ ແບບຮຽນ-ແບບສອນ ກ່ຽວກັບ ອາກາດ,
ຊີວະນາໆພັນ, ດິນ ແລະ ທີ່ດິນ (ຊັ້ນອານຸບານ 3 ມີ
ອຈ ໄຊຍະຄອນ ອານຸບານ ໜອງແຕ່ງ, ອຈ ເພັດມະ
ນີ ອານຸບານ ໜອງບີງ, ອຈ ມາໄລທອງ ອານຸບານ
ໂນນສະອາດ, ອຈ ແກ້ວມະນີ ອານຸບານ ທ່າງ່ອນ.
ຊັ້ນປະຖົມປໍ 1 ອຈ ດາລາວັນ ຮຮ ສີອຳພອນ, ອຈ
ວົງທິບ ຮຮ ອາກາດ, ອຈ ສີວັນທອນ ຮຮ ທ່າງ່ອນ,
9
ປະຊຸມ
ຊັ້ນປະຖົມປໍ 2. ອຈ ດາລາວັນ ຮຮ ສີອຳພອນ, ອຈ
ສີວັນທອນ ຮຮ ທ່າງ່ອນ. ຊັ້ນປະຖົມປໍ 3. ອຈ ບຸນທະ
ວີ ຮຮ ຈອມເພັດ, ອຈ ຈັນທາ ຮຮ ວຽງຄຳ. ຊັ້ນປະຖົມ
ປໍ 4. ອຈ ບຸນພຽນ ຮຮ ໂພນໄຊ, ອຈ ຄຳມີ ຮຮ ຫ້ວຍ
ຫົງ, ອຈ ຈັນທະສອນ ແຂວງຄຳມ່ວນ. ອຈ ຈັນທີ
ແຂວງວຽງຈັນ. ຊັ້ນປະຖົມປໍ 5 ອຈ ລັດສະໝີ ຮຮ
ໂພນທັນ, ອຈ ຈັນສຸກ ແຂວງອຸດົມໄຊ, ອຈ ຈັນທີ ຮຮ
ແຂວງຫຼວງພະບາງ. ຊັ້ນມັດທະຍົມ ມໍ1-ມໍ3 ອຈ ບຸນ
ທ່ຽງ ຮຮ ດົງບັງ ມໍ1, ອຈ ສີຈັນ ຮຮ ດົງນາໂຊກ ມໍ2
ແລະ ມໍ3 ). ພາຍຫຼັງໄດ້ຮັບຟັງການລາຍງານການທົດ
ລອງໄປນຳໃຊ້ແລ້ວ ທາງທິມງານໄດ້ແບ່ງກຸ່ມອອກ
ເປັນ 3 ກຸ່ມ (ກຸ່ມອານຸບານ, ກຸ່ມປະຖົມ ແລະ ກຸ່ມມັດ
ທະຍົມ) ຫົວຂໍ້ສົນທະນາ ແມ່ນ “ສະເໜີຄວາມຄືບໜ້າ
ຂອງການນຳສະເໜີ ການແຊກຊ້ອນສິ່ງແວດລ້ອມ
ເຂົ້າໃນການຮຽນການສອນ, ປືກສາຫາລື ກ່ຽວກັບ
ເນື້ອຂອງປື້ມແບບຮຽນ-ແບບສອນ, ຈຸດດີ-ຈຸດອ່ອນ
ແລະ ຂໍ້ສະເໜີ”.
	 ຕາມການສະເໜີຂອງແຕ່ລະກຸ່ມ ແມ່ນເຫັນ
ວ່າເປັນເອກະພາບກັນ ທີ່ຢາກໃຫ້ຫຼັກສູດນີ້ເຂົ້າໃນ
ຫຼັກສູດການສຶກສາ, ແລະ ຖ້າເປັນໄປໄດ້ຢາກໃຫ້ “ວິ
ຊາໂລກອ້ອມຕົວ”ປ່ຽນເປັນ“ສິ່ງແວດລ້ອມອ້ອມຕົວ”
ປື້ມຫຼັກສູດດັ່ງກ່າວ ແມ່ນມີເນື້ອສອດຄ່ອງ ເໝາະສົມ
ກັບເດັກນ້ອຍບ້ານເຮົາ ໃນການປ່ຽນທັດສະນະຄະຕິ
ໃຫ້ຮູ້ຮັກຫອມສິ່ງແວດລ້ອມຕັ້ງແຕ່ນ້ອຍຈົນໃຫຍ່.
ເຫັນວ່າຫຼັກສູດດັ່ງກ່າວມີຄວາມສຳຄັນຫຼາຍ ເພາະ
ມີບາງໂຮງຮຽນທີ່ບໍ່ໄດ້ເຂົ້າໂຄງການທົດລອງແຕ່ມາ
ເຫັນແລ້ວ ແມ່ນຢາກຮຽນຢາກນຳໄປສອນໃນທ້ອງ
ຖິ່ນຂອງເຂົາ ແລະ ຄູອາຈານໄດ້ສະເໜີຕໍ່ກອງປະຊຸມ
ເຖິງວ່າໂຄງການຈະໝົດໄປ ແຕ່ເຂົາເຈົ້າຍັງຈະສືບ
ຕໍ່ເອົາຫຼັກສູດດັ່ງກ່າວໄປສອນສອດແຊກກັບວິຊາທີ່
ກ່ຽວຂ້ອງ ແລະ ປື້ມທີເຫຼືອເອົາໄປເຂົ້າໃນຫ້ອງອ່ານ.
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
10
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ລາວ ​ແລະ ​ເຢຍລະ​ມັນ ສືບຕໍ່ຮ່ວມ​ມື ​ໃນ​ວຽກ​ງານ ການ​ສື່ສານ
​ແລະ​ການ​ສຶກສາ ດ້ານ​ສິ່ງ​ແວດ​ລ້ອມ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ),
ກະຊວງຊັບ​ພະຍາກອນທໍາ​ມະ​ຊາດ ​ແລະ ສິ່ງ​
ແວດລ້ອມ(ກຊສ)ແລະໂຄງການສົ່ງເສີມການສຶກສາ
ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
ProCEEd, ອົງການຮ່ວມມື ລາວ - ເຢຍລະມັນ ເພື່ອ
ການພັດທະນາ (GIZ). ໄດ້ຈັດກອງ​ປະຊຸມວາງ​ແຜນ
ການ​ດໍາ​ເນີນ​ງານຂອງໂຄງການ ProCEEd ໄລຍະ
ທີ II ທີ່​​ໂຮງ​ແຮມ​ເມີ​ກ້ຽວ, ​ນະຄອນຫຼວງວຽງ​ຈັນ ໃນ
ວັນທີ 22 ແລະ 23 ຕຸລາ, 2015
ກອງ​ປະຊຸມວາງແຜນການດຳເນີນງານຂອງໂຄງ
ການ ProCEEd ໄລຍະທີ II, ແລະ ຄູ່​ຮ່ວມ​ພັດທະ
ນາທົບ​ທວນຄືນກິດຈະ​ກໍາທີ່​ຜ່ານ​ມາ​ຂອງ​ໂຄງການ
ProCEEd ໄລຍະທີ I ​ແລະ ກະກຽມແຜນການ​
ຮ່ວມມື ​ໃນ​ການ​ດໍາ​ເນີນໂຄງການ ProCEEd ໄລ
ຍະທີ II ຈົນ​ເຖິງ​ເດືອນ ກັນຍາ 2017. ໂຄງການ
ProCEEd ໄລຍະທີ II ມີ​ຈຸດປະສົງ​​ ເພື່ອປັບປຸງ
ຄວາມ​ຮູ້, ທັດສະນະ​ຄະຕິ ​ແລະ ການ​ປະ​ພຶດ ກ່ຽວ
​ກັບ ການ​ປົກ​ປັກ​ຮັກສາ​ຊີວະ​ນາໆ​ພັນ ​ແລະ ສິ່ງແວດ
​ລ້ອມ ກໍ່ຄື​ການ​ປັບ​ຕົວເຂົ້າກັບການ​ປ່ຽນ​ແປງ​ດິນ​ຟ້າ
​ອາກາດ​ໃນ​ສປປລາວ.ໂຄງການ​ຮ່ວມ​ມືຮ່ວມ​ມື​ດ້ານ
​ການ​ພັດທະນາ ລາວ-​ເຢຍລະ​ມັນ ​ໂຄງການ Pro-
CEEd (ການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ
ການປ່ຽນແປງດິນຟ້າອາກາດ)​ເປັນ​ເຈົ້າພາບ​ໃນ​ການ
​ຈັດ​ກອງ​ປະຊຸມການວາງແຜນການ​ດໍາເນີນງານ. ຈຸດ
ປະສົງ​ຫຼັກຂອງ​ກອງ​ປະ​ຊຸມ ​ແມ່ນ​ເພື່ອ​ທົບ​ທວນຄືນ
ບັນດາ​ກິດຈະ​ກໍາ​ທີ່​ຜ່ານ​ມາ​ຂອງ​ໂຄງການ ​ແລະ ຕົກ
ລົງໃນ​ແຜນ​ດໍາ​ເນີນ​ງານ ສໍາລັບ ​ໄລຍະການ​ປະຕິບັດ
ໂຄງການ ProCEEd ໄລຍະທີ II ຈົນ​ຮອດ ​ເດືອນ
​ກັນຍາ 2017. ຜູ້​ເຂົ້າຮ່ວມ 50 ທ່ານ.​ ຈາກກົມສົ່ງ
ເສີມຄຸນນະພາບສິ່ງແວດລ້ອມ, ກຊສ ພະແນກຊັບ
ພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ເວດ​ລ້ອມ ​4 ແຂວງ
ເປົ່າໝາຍຂອງໂຄງການ (ແຂວງບໍລິຄຳໄຊ, ຄຳມ່ວນ,
ຫົວພັນ ແລະ ແຂວງໄຊຍະບູລີ), ກະຊວງ ແຜນການ
ແລະ ການລົງທຶນ, ກະຊວງ ສຶກສາທິການ ແລະ ກິລາ,
ກະຊວງຖະແຫຼງຂ່າວ,ວັດທະນາທຳແລະທ່ອງທ່ຽວ,
ອົງການ ພັດທະນາຕົວເມືອງ ແລະ ບໍລິຫານຕົວເມືອງ
11
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
(ອພບ) ສູນກາງຊາວໜຸມ, ແມ່ຍິງ, ມະຫາວິທະຍາ
ໄລແຫ່ງຊາດ (ຄະນະສິ່ງແວດລ້ອມ, ຄະນະປ່າໄມ້)
ແລະ ອົງການຈັດຕັ້ງສາກົນ,ນອກຈາກນີ້ກໍ່ຍັງມີພາກ
ສ່ວນສື່ມວນ​ຊົນ (​ໂທລະພາບລາຍການສິ່ງແວດ
ລ້ອມ, ວິທະຍຸ ລາຍການສິ່ງແວດລ້ອມ, ໜັງ​ສືພິມ
ວຽງຈັນທາມ ແລະ ລາຍການວິທະຍຸແຂວງຄຳມ່ວນ
ແລະ ຫົວພັນ).
ກອງປະຂຸມຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທ່ານຮ່ວມ
​ໂດຍ ແມ່ນທ່ານ ໂລນຄຳ ອາດສະນາວົງ ຮອງຫົວ
ໜ້າ​ກົມ ກົມ​ສົ່ງ​ເສີມ​ຄຸນະພາບ​ສິ່ງ​ແວດ​ລ້ອມ, ກຊສ
ແລະ ທ່ານ ດຣ ໄມໂຄ ທຣອກເກີິ້ນໂບດ, ຫົວໜ້າ
ທິມງານທີປຶກສາ ​ໂຄງການ ProCEEd ຈາກອົງການ
ຈິໄອແຊ໊ດ GIZ. ​ໃນ​ມື້ທໍາ​ອິດ, ຜູ້​ເຂົ້າຮ່ວມຈະ​ຮຽນ​ຮູ້​
ກ່ຽວ​ກັບ ຜົນ​ໄດ້​ຮັບ ​ແລະ ບົດຮຽນທີ່​ຖອດ​ຖອນ​ຈາກ
ໄລຍະ​ການ​ດໍາ​ເນີນ​ງານຄັ້ງທີ​ໜຶ່ງຂອງ​ໂຄງການPro-
CEEd. ຍັງ​ມີ​ການ​ນໍາ​ສະ​ເໜີແຜນ​ຍຸດ​ທະ​ສາດປະຈຸ
ບັນ​ໃນດ້ານວຽກ​ງານ​ການ​ສຶກສາດ້ານ​ສິ່ງ​ແວດ​ລ້ອມ
12
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ນອກ​ລະບົບຂອງໂຄງການ ProCEEd ​ແລະ ການ​
ຮ່ວມ​ມືຂອງ​ໂຄງການກັບສື່​ມວນ​ຊົນ ​ໃນ​ດ້ານການ
ຂຽນ​ຂ່າວ​ສິ່ງ​​ແວດ​ລ້ອມ. ​​ໂຄງການ​ໄດ້​ສືບຕໍ່​ເຄື່ອນ
ໄຫວລົງ​ຢ້ຽມຢາມ ​ເພື່ອ​ໃຫ້​ຂໍ້​ມູນ​ການ​ສຶກສາ​ດ້ານ​
ສິ່ງ​ແວ​ດລ້ອມແບບ​​ເຄື່ອນ​ທີ່ພາຍ​ໃນບັນດາ​4 ​ແຂວງ
​ແລະ ກິດຈະ​ກໍາ​ສື່​ມວນ​ຊົນ ​ເພື່ອ​​ເພິ່ມຄວາມ​ຮູ້, ທັດ
ສະນະຄະຕິ ແລະ ການ​ປະ​ພືດ ກ່ຽວ​ກັບ ການ​ປົກ​ປັກ
​ຮັກສາ​ ຊີວະ​ນາໆ​ພັນ ​ແລະ ສິ່ງ​ເວດ​ລ້ອມ ​ໃນ​ສປປ
ລາວ.
ພາກ​ທີ​ສອງຂອງກອງ​ປະຊຸມ ​ແມ່ນ​ການ​ປຶກສາ​ຫາລື​
ແບບ​ເປັນ​ກຸ່ມ. ຜູ້​ເຂົ້າຮ່ວມ ​ປະກອບ​ຄວາມ​ຄິດ​ເຫັນ
ຕໍ່​ກິດຈະ​ກໍາຂອງໂຄງການ​ທີ່​ຜ່ານ​ມາ ແລະ ​ໂຄງການ​
ໃນ​ອານາ​ຄົດ. ພວກ​ເຂົາ​ໄດ້​ສະເໜີບົດບາດ​ຂອງ​
ພວກ​ເຂົາ ​ໃນ​ການ​ສະໜັບສະໜູນ ​ໂຄງການ Pro-
CEEd ​ແລະ ລະບຸສິ່ງ​ທີ່​ຈໍາ​ເປັນ​ໃນ​ການ​ສ້າງຄວາມ
ອາດ​ສາມາດ​ໃນ​ອານາ​ຄົດ ​ໃນ​​ຂົງ​ເຂດການ​ສື່ສານ
​ແລະ ການ​ສຶກສາ​ດ້ານ​ສິ່ງ​ເວດ​ລ້ອມ. ສຸດ​ທ້າຍ, ຜູ້​ເຂົ້າ
ຮ່ວມ​ທຸກ​ຄົນ ປຶກສາ​ຫາລື ກ່ຽວ​ກັບ ​ແຜນ​ດໍາ​ເນີນ​ງານ
ສໍາ​ລັບ ​ໄລຍະ​ຂອງ​ໂຄງການ​ທີ່​ຍັງ​ເຫຼືອ. ​ໂຄງການ
ProCEEd ​ແມ່ນ​ໂຄງການທີ່​ໄດ້​ຮັບ​ການ​ສະໜັບສະ
ໜູນ​ຈາກ ສະຫະພາບ ​ເຢຍລະ​ມັນ ​ແລະ ປະຕິບັດ​
ໂດຍ ອົງການຮ່ວມມື ລາວ - ເຢຍລະມັນ ເພື່ອການ
ພັດທະນາ (GIZ) ​ແລະ ກົມສົ່ງ​ເສີມ​ຄຸນ​ນະພາ​ບສິ່ງ
​ແວດ​ລ້ອມ, ກະຊວງ ຊັບພະຍາກອນ​ທໍາ​ມະຊາດ
ແລະ ສິ່ງ​ເວດ​ລ້ອມ ຂອງ ສປປ ລາວ.
ເຫດການ
13ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ການເຄື່ອນໄຫວຂອງລົດສິ່ງແວດລ້ອມ ໃນຫົວຂໍ້ການຈັດການ
ຂີ້ເຫຍື້ອຢູ່ແຂວງ ບໍລິຄໍາໄຊ
ໃນວັນທີ 20 ຫາ 31 ກໍລະກົດ 2015, ລົດສິ່ງ
ແວດລ້ອມ ຂອງໂຄງການ ສົ່ງເສີມການສຶກສາ
ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ,
(ProCEEd) ໄດ້ເດີນທາງໄປປະຕິບັດກໍາຈະກໍາຢູ່
20 ບ້ານ, 40 ໂຮງຮຽນ ຢູ່ເມືອງທ່າພະບາດ, ເມືອງ
ປາກຊັນ ແລະ ປາກກະດິງ, ແຂວງບໍລິຄຳໄຊ ຊຶ່ງ
ເປັນຄັ້ງທຳອິດຂອງໂຄງການ ProCEEd ທີ່ໄດ້ໄປ
ຈັດກິດຈະກໍາ. ເພາະເປັນແຂວງໃໝ່, ໃນຫົວຂໍ້ໃໝ່ຄື:
ການຈັດການຂີ້ເຫຍື້ອ ຈັດຕັ້ງປະຕິບັດໂດຍທີມງານ
ໃໝ່ ທີ່ປະກອບດ້ວຍອາສາສະມັກຈາກໜ່ວຍງານ
ອະນຸລັກເຄື່ອນທີ່ (MCU) ຂອງຄະນະວິທະຍາສາດ
ປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ກົມ
ສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
(ກຊສ)
	 ການລົງເຮັດກິດຈະກຳຄັ້ງນີ້ແມ່ນ ພົບອຸປະ
ສັກຫຼາຍອາກາດຈະບໍ່ເປັນໃຈປານໃດ ໃນຊ່ວງລະດູ
ຝົນ ຫຼື ສະພາບຖະໜົນຈະຍາກລໍາບາກປານໃດ(ດິນ
ເຈື່ອນ, ນ້ຳຖ້ວມບາງໝູ່ບ້ານ) ນອກຈາກນີ້ທາງໂຮງ
ຮຽນກໍ່ໄດ້ປິດພາກຮຽນໜຶ່ງ ແຕ່ກໍ່ບໍ່ສາມາດຢຸດທີມ
ງານຈັດກິດຈະກໍາ ການສ້າງຈິດສໍານຶກດ້ານສິ່ງແວດ
ລ້ອມໄດ້. ໄດ້ໄປຮັບສົ່ງນ້ອງນັກຮຽນເພື່ອປ້ອງກັນ
ຈາກຝົນ ມີນ້ອງນັກຮຽນຈໍານວນເກືອບ 2,500 ຄົນ
ຈາກ 40 ໂຮງຮຽນ ທັງໂຮງຮຽນປະຖົມ ແລະ ມັດທະ
ຍົມ ໄດ້ຮຽນຮູ້ກ່ຽວກັບຄວາມສໍາຄັນຂອງການຫຼຸດປະ
ລິມານຂີ້ເຫຍື້ອພາຍໃນຄົວເຮືອນແລະວິທີການຖິ້ມຂີ້
ເຫຍື້ອທີ່ຖືກວິທີ ແລະ ຂີ້ເຫຍື້ອຍັງມີຄຸນຄ່າພິເສດສາ
ມາດນໍາກັບມາໃຊ້ໃໝ່.
ເຫດການ
14
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ກິດຈະກຳທີ່ຈັດຢູ່ໂຮງຮຽນ ແມ່ນມີການຫຼີ້ນເກມເພື່ອ
ໃຫ້ຄວາມຮູ້, ກິດຈະກໍາການມີສ່ວນຮ່ວມຕ່າງໆ,
ແລະ ປະຕິບັດໂຄງການນ້ອຍໆຈໍານວນໜຶ່ງ. ກິດຈະ
ກໍາທັງໝົດ ແມ່ນອອກແບບເພື່ອໃຫ້ນ້ອງນັກຮຽນ
ມີສ່ວນຮ່ວມຢ່າງຫ້າວຫັນ ໂດຍຮຽນຮູ້ຈາກການປະ
ຕິບັດຕົວຈິງ, ຄວາມບັນເທີງ ແລະ ມ່ວນຊື່ນກັບກິດ
ຈະກໍາເຫຼົ່ານັ້ນ. ນ້ອງນັກຮຽນ ໄດ້ເຂົ້າຮ່ວມການແຂ່ງ
ຂັນຫຼີ້ນເກມ, ຮ້ອງເພັງ, ແລະ ກິດຈະກໍາອະນາໄມ
ເດີນໂຮງຮຽນ ຊຶ່ງເປັນພາກສ່ວນຂອງກິດຈະກໍາໂຄງ
ການຢູ່ແຕ່ລະໂຮງຮຽນທີ່ໄດ້ໄປຢ້ຽມຢາມ. ໃຫ້ນ້ອງ
ນັກຮຽນໄດ້ຮຽນຮູ້ເຖິງວິທີການປ່ຽນຮູບຮ່າງຂອງກະ
ຕຸກນໍ້າ ຫຼື ກະຕຸກແປບຊີເກົ່າມາເຮັດເປັນຟອຍກວດ
ເຮືອນ, ວິທີການແຍກຂີ້ເຫຍື້ອທີ່ຖືກຕ້ອງ ແລະ ແຕ່
ລະອັນມັນມີຄວາມສໍາຄັນແນວໃດເພື່ອຊ່ວຍ ຫຼຸດປະ
ລິມານຂີ້ເຫຍື້ອທີ່ສ້າງຂຶ້ນພາຍໃນໂຮງຮຽນ ແລະ
ເຮືອນຊານໄດ້. ຫຼັງຈາກເຮັດກິດຈະກໍາອະນາໄມ
ເດີນໂຮງຮຽນແລ້ວ, ທັງນ້ອງນັກຮຽນປະຖົມ ແລະ
ມັດຖະຍົມ ກໍ່ເຫັນວ່າຂີ້ເຫຍື້ອທີ່ເປັນຢາງທີ່ພວກເຂົາ
ໄດ້ພົບເຫັນຢູ່ໃນໂຮງຮຽນ ແມ່ນມີຫຼາຍຊໍ້າໃດ ແລະ
ກໍ່ໄດ້ເວົ້າເຖິງບັນຫາທີ່ຂີ້ເຫຍື້ອເຫຼົ່ານັ້ນ ແມ່ນສາມາດ
ນໍາມາໃຊ້ໄດ້.
ກິດຈະກໍາພາກຄໍ່າ ແມ່ນໄດ້ຖ່າຍຖອດຄວາມຮູ້ໃນ
ຫົວຂໍ້ດຽວກັນນີ້ໃຫ້ກັບປະຊາຊົນກຸ່ມຜູ້ໃຫຍ່ ໃນບ້ານ
ເປົ້າໝາຍ. ທີມງານ MCU ໄດ້ສາທິດວິທີການໝັ້ກຂີ້
ເຫດການ
15ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ເຫຍື້ອທີ່ເປັນພືດ, ເສດຜັກ ແລະ ວິທີການເຮັດຝຸ່ນ
ຊີວະພາບ. ການສາທິດແມ່ນໄດ້ຮັບຜົນສໍາເລັດ ແລະ
ປະຊາຊົນ ກໍ່ໄດ້ຮ່ວມແລກປ່ຽນຄວາມຮູ້ ແລະ ສິ່ງທີ່
ທ້າທ້າຍທີ່ປະຊາຊົນໄດ້ຮັບໃນການຈັດການຂີ້ເຫຍື້ອ
ຢ່າງແທ້ຈິງໃນຂັ້ນບ້ານ.
ຈຸດເດັ່ນຂອງລາຍການພາກຄໍ່າ ເຊິ່ງເປີດໃຫ້ສໍາລັບ
ປະຊາຊົນທົ່ວໄປໃນບ້ານແມ່ນການສະແດງລະຄອນ
ໃຊ້ ເວລາ 25 ນາທີ ສະແດງໂດຍທີມງານ MCU.
ເຊີ່ງຊ່ອງແສງເຖິງ ເລື່ອງລາວຂອງສອງຄົວຄອບທີ່ມີ
ທັດສະນະ ແລະ ພຶດຕິກໍາແຕກຕ່າງກັນ ກ່ຽວກັບ ການ
ຖີ້ມຂີ້ເຫຍື້ອ ແລະ ການນໍາໃຊ້ຂີ້ເຫຍື້ອໃນຄົວເຮືອນ.
ສ່ວນອີກຄອບຄົວໜຶ່ງ ແມ່ນບໍ່ມີຄວາມເປັນລະບຽບ
ຮຽບຮ້ອຍ ແມ່ນໃຊ້ແຕ່ຜະລິດທີ່ເປັນຢາງຟຼາດສະ
ຕິກ ແລະ ຖີ້ມຂີ້ເຫຍື້ອເສດເຫຼືອຊະຊາຍທົ່ວເຮືອນ
ຂອງເຂົາເຈົ້າ. ອີກຄອບຄົວໜຶ່ງ ແມ່ນຕົວຢ່າງການ
ປະຕິບັດທີ່ດີ ຍ້ອນວ່າເຂົາເຈົ້າຫຼຸດປະລິມານຂີ້ເຫຍື້ອ
ແລະ ໃຊ້ຊໍ້າ ຫຼື ນໍາສິ່ງເສດເຫຼືອຕ່າງໆກັບມາໃຊ້ໃໝ່
ໃຫ້ໝົດຄຸນຄ່າ ແລະ ຄອບຄົວນີ້ຍັງມີລາຍໄດ້ຈໍານວນ
ໜຶ່ງຈາກການຂາຍຂີ້ເຫຍື້ອ.
ຈຸດປະສົງໜຶ່ງຂອງໂຄງການ ProCEEd ແມ່ນເພື່ອ
ຝຶກອົບຮົມ ແລະ ພັດທະນາຂີດຄວາມສາມາດໃຫ້ແກ່
ໄວໝຸ່ມ ກ່ຽວກັບ ການສຶກສາສິ່ງແວດລ້ອມ. ໃນຊ່ວງ
ການສ້າງຈິດສໍານຶກ ມີນັກສຶກສາອາສາສະມັກຈາກ
ຄະນະວິທະຍາສາດປ່າໄມ້, ມຊ ແລະ ອາສາສະມັກ
ຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ ໄດ້
ມີໂອກາດຮຽນຮູ້ເຖິງເຄື່ອງມື ແລະ ວິທີການສຶກສາ
ສິ່ງແວດລ້ອມທີ່ທັນສະໄໝ ແລະ ມີປະສິດທິພາບ.
ພວກເຂົາໄດ້ມີປະສົບການນໍາໃຊ້ວິທີການ ໃຫ້ທັງ
ຄວາມຮູ້ ແລະ ຄວາມບັນເທີງໄປໃນຕົວ ໃນຕອນ
ໄປຈັດກິດຈະກໍາຢູ່ບັນດາໂຮງຮຽນ ແລະ ກິດຈະກໍາ
ເຫດການ
16
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ລາຍການພາກຄໍ່າເຊັ່ນ ການສະແດງລະຄອນ. ການ
ເຮັດວຽກກັບອາສາສະມັກເປັນເວລາ 2 ອາທິດ ໃນ
ຊ່ວງອອກເຄື່ອນໄຫວກິດຈະກໍາ ການຈັດການຂີ້
ເຫຍື້ອ ໃນນັ້ນມັນຍັງເຮັດໃຫ້ນ້ອງນັກຮຽນໄດ້ຮູ້ວ່າ
ປະຊາຊົນຊາວບ້ານມີຊີວິດການເປັນຢູ່ແນວໃດ ແລະ
ສິ່ງທີ່ທ້າທ້າຍປະຈໍາວັນຂອງພວກເຂົາໄດ້ພົບພໍ້. ເຖິງ
ແມ້ນວ່າການເຄື່ອນໄຫວລົດສິ່ງແວດລ້ອມ ແມ່ນ
ເລີ້ມແຕ່ເຊົ້າຈົນຮອດເດິກທຸກໆມື້ ແຕ່ອາສາສະມັກ
ໄວໝຸ່ມກຸ່ມດັ່ງກ່າວ ກໍ່ຍັງເຕັມໄປດ້ວຍພະລັງ ແລະ
ຄໍາໝັ້ນສັນຍາທີ່ເຂັ້ມແຂງ. ໂຄງການ ProCEEd ໄດ້
ໃຫ້ປະສົບການຊີວິດຈິງ ກ່ຽວກັບ ການສຶກສາສິ່ງແວດ
ລ້ອມ ທີ່ນັກສຶກສາອາສາສະມັກບໍ່ອາດຈະລືມມັນໄດ້
ໃນອາຊີບການງານໃນອະນາຄົດຂອງພວກເຂົາ.
ກ່ອນພວກເຂົາຈະອອກເຄື່ອນໄຫວກິດຈະກໍາ, ນັກ
ສຶກສາອາສາສະມັກ ໄດ້ຮັບການຝຶກອົບຮົມຢ່າງ
ໜ້ອຍເປັນເວລາ 10 ມື້ ໂດຍທິມງານ MCU ຊຶ່ງນໍາ
ພາດ້ວຍພະນັກງານທີ່ມີປະສົບງານ ແລະ ພວກເຂົາ
ກໍ່ໄດ້ຮຽນຮູ້ການສ້າງເຄື່ອງມືການສື່ສານ ແລະ ວິທີ
ການຈັດ ແລະ ປະສານງານກິດ ຈະກໍາຕ່າງໆ. ນັກ
ສຶກສາອາສາສະມັກ ໄດ້ສ້າງລະຄອນ ແລະ ມີການ
ຝຶກສ້ອມ, ຮຽນຮູ້ວິທີການເວົ້າໃນສາທາລະນາຊົນ
ແລະ ວິທີການຕິດຕາມກວດກາ ກຸ່ມເປົ້າໝາຍຂອງ
ພວກເຂົາ.
ໃນຊ່ວງການອອກເຄື່ອນໄຫວກິດຈະກໍາ ທີມງານ
ແມ່ນໄດ້ພົບພໍ້ທັງບັນຫາສິ່ງທ້າທ້າຍນ້ອຍ ແລະ ໃຫຍ່
ຍ້ອນວ່າກິດຈະກໍາດັ່ງກ່າວ ແມ່ນຖືກຊ່ວງລະດູຝົນ
ເຮັດໃຫ້ການໄປມາ ແລະ ການເຕົ້າໂຮມຂອງນັກຮຽນ
ແລະ ປະຊາຊົນ ແມ່ນບໍ່ໄດ້ຕາມເປົ້າໝາຍ. ຊ່ວງລົງ
ກິດຈະກໍາແມ່ນເປັນຊ່ວງນັກຮຽນພັກໂຮງຮຽນ ແລະ
ມີບາງບ້ານ ແມ່ນບໍ່ສາມາດເຂົ້າໄດ້ ເພາະມີນໍ້າຖ້ວມ
ເຮັດໃຫ້ທີມງານບໍ່ສາມາດເຮັດກິດຈະກໍາໄປຕາມ
ເປົ້າໝາຍໄດ້, ແຕ່ມິດຕະພາບທີ່ສ້າງຂຶ້ນໃນຊ່ວງເວ
ລາການໄປເຄື່ອນໄຫວກິດຈະກໍາລົດສິ່ງແວດລ້ອມ
ຂອງໂຄງການ ProCEEd ຄວນຈະເປັນການສ້າງ
ຮາກຖານຄໍາໝັ້ນສັນຍາເພື່ອການອະນຸລັກ ແລະ ປົກ
ປັກຮັກສາສິ່ງແວດລ້ອມໃນ ສປປ ລາວ.
ເຫດການ
17ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ລະດົມແນວຄວາມຄິດ ແກ້ໄຂບັນຫາ ແລະ ການຫຼຸດ
ຜ່ອນປະລິມານຂີ້ເຫຍື້ອໃນ40ໂຮງຮຽນແລະ20ບ້ານ
ເພື່ອບັນລຸເປົ້າໝາຍກັບຄຳຂັວນທີ່ວ່າ: ຂຽວ ສະ
ອາດ ແລະ ງາມຕາ. ກົມສົ່ງເສີມຄຸນນະພາບ
ສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳ
ມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ໜ່ວຍ
ງານ ຊຸມຊົນອາສາຈັດສັນສິ່ງເສດເຫຼືອ (MCU), ຄະ
ນະວິທະຍາສາດປ່າໄມ້,ມະຫາວິທະຍາໄລແຫ່ງຊາດ
(ມຊ) ໄດ້ຈັດກອງປະຊຸມປືກສາຫາລື ກ່ຽວກັບ ການ
ແກ້ໄຂບັນຫາ ແລະ ການຫຼຸດຜ່ອນປະລິມານຂີ້ເຫຍື້ອ
ໃນ 40 ໂຮງຮຽນ ແລະ 20 ບ້ານ ເພື່ອລົງກະກຽມລົງ
ເຄື່ອນໄຫວກິດຈະກຳສ້າງຈິດສຳນຶກ ການຈັດການຂີ້
ເຫຍື້ອ ໄລຍະ II ໃນວັນທີ 18-20 ພະຈິກ 2015, ທີ່
ເມື່ອງທ່າພະບາດ, ເມືອງປາກຊັນ ແລະ ເມືອງປາກ
ກະດິງ ແຂວງບໍລິຄຳໄຊ. ໂດຍໄດ້ຮັບການສະໜັບສະ
ໜຸນຈາກໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ
ແລະ ການປ່ຽນແປງດິນຟ້າອາກາດ ເປັນໂຄງການ
ຮ່ວມມື ລາວ-ເຢຍລະມັນ.
ໜ່ວຍງານ MCU ແມ່ນໄດ້ເລີ້ມເຮັດກິດຈະກຳສ້າງ
ຈິດສຳນຶກໃນໄລຍະທີ I ຜ່ານມາ ໃນວັນທີ 20 - 29
ກໍລະກົດ 2015 ພາຍໃຕ້ຫົວຂໍ້ “ຂຽວ ສະອາດ ແລະ
ງາມຕາ” ເຊິ່ງຈະເນັ້ນໃສ່ຕາມເສັ້ນທາງ 13 ໃຕ້ ແລະ
13 ເໜືອ ເພາະເປັນເສັ້ນທາງສາຍຫຼັກໃນການສັນ
ຈອນເຮັດໃຫ້ເກີດມີຂີ້ເຫຍືອຫຼາຍຕາມສາຍທາງຫຼວງ
ເຮັດໃຫ້ແຂກຕ່າງບ້ານເຫັນແລ້ວບໍ່ສະບາຍຕາ. ສະ
ນັ້ນ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມຈິ່ງໄດ້ເຫັນ
ບັນຫາດັ່ງກ່າວແລະໄດ້ເລືອກເອົາເມືອງທ່າພະບາດ,
ເມືອງປາກຊັນ ແລະ ເມືອງປາກກະດິງ ແຂວງບໍລິຄຳ
ໄຊ ເປັນແຂວງທຳອິດໃນການຈັດການຂີ້ເຫຍືອແບບ
ຄົບວົງຈອນ.
ເຫດການ
18
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ໃນຕອນເຊົ້າຂອງວັນ 18 ພະຈິກ 2015 ໄດ້ຈັດກອງ
ປະຊຸມປືກສາຫາລື ກ່ຽວກັບ ການແກ້ໄຂບັນຫາ ແລະ
ການຫຼຸດຜ່ອນປະລິມານຂີ້ເຫຍື້ອ ທີ່ເມືອງທ່າພະບາດ
ແຂວງບໍລິຄຳໄຊ. ກອງປະຂຸມດັ່ງກ່າວ ແມ່ນໄດ້ຮັບ
ກຽດເປັນປະທານຂອງທ່ານ ສົມພູ ສົມຄຳຮັກ ກຳມະ
ການພັກເມືອງ ແລະ ມີແຂກເຂົ້າຮ່ວມທີ່ມາຈາກ ພະ
ແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ,
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ ເມືອງທ່າພະບາດ, ຫ້ອງການສຶກສາ ເມືອງທ່າ
ພະບາດ, ໂຮງຮຽນປະຖົມ ສີສົມໄຊ, ປາກທວາຍ,
ພະບາດ, ນາໄຊ, ປ່າໄລ່, ທວາຍແບ່ງ, ຍອຍໄຮ.
ໂຮງຮຽນມັດທະຍົມໜອງເກິນ, ປາກທວາຍ, ຫ້ວຍ
ເລິກ, ນາໄຊ, ທ່າພະບາດ, ທວາຍແບ່ງ. ອຳນາດ
ການປົກຄອງ ບ້ານສີສົມໄຊ, ປາກທວາຍ, ພະບາດ,
ນາໄຊ, ປ່າໄລ່ ແລະ ບ້ານ ທວາຍແບ່ງ.
ໃນຕອນເຊົ້າຂອງວັນ 19 ພະຈິກ 2015 ທີ່ເມືອງປາກ
ຊັນ ແຂວງ ບໍລິຄຳໄຊ. ກອງປະຂຸມດັ່ງກ່າວ ແມ່ນໄດ້
ຮັບກຽດເປັນປະທານຂອງທ່ານ ຄຳມວນ ເຂັມມາລາ
ຮອງພະແນກສຶກສາແລະມີແຂກເຂົ້າຮ່ວມທີ່ມາຈາກ
ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ເມືອງປາກຊັນ, ຫ້ອງການສຶກສາເມືອງ
ປາກຊັນ, ໂຮງຮຽນປະຖົມສີວິໄລ, ສວນສະຫວັນ,
ນາສົ້ມມໍ, ສີສະອາດ, ກ້ວຍອຸດົມ, ຫາງຊິງ, ໂພນໄຊ
ໃຕ້, ຮຸ່ງອາຣຸນ, ໂຮງຮຽນມັດທະຍົມປາກຊັນ, ໂພສີ,
ສີທ່ານາໄຊ, ສິນໄຊ, ປາກງຽບ, ປາກຊັນໃຕ້, ໂພນ
ໄຊໃຕ້, ປາກຊັນໃຫມ່ ແລະ ອຳນາດການປົກຄອງ
ບ້ານສີວິໄລ, ສວນສະຫວັນ, ນາສົ້ມມໍ, ສີສະອາດ,
ກ້ວຍອຸດົມ, ຫາງຊິງ, ໂພນໄຊ ແລະ ບ້ານໂພນສະ
ຫວ່າງ.
ໃນຕອນເຊົ້າຂອງວັນ 20 ພະຈິກ 2015 ທີ່ເມືອງປາກ
ກະດິງ ແຂວງບໍລິຄຳໄຊ. ກອງປະຂຸມດັ່ງກ່າວແມ່ນ
ໄດ້ຮັບກຽດເປັນປະທານຂອງທ່ານ ນ ສຸພີ ເລືອນສະ
ກຸນ ຮອງຫົວໜ້າ ສຶກສາເມືອງ ແລະ ມີແຂກເຂົ້າຮ່ວມ
ທີ່ມາຈາກ ພະແນກ ຊັບພະຍາກອນທຳມະຊາດແລະ
ສິ່ງແວດລ້ອມ, ຫ້ອງການ ຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ເມືອງປາກກະດິງ, ຫ້ອງການສຶກ
ສາ ເມືອງປາກກະດິງ, ໂຮງຮຽນປະຖົມ ນ້ຳທອນ,
ວຽງຄຳ, ທົ່ງນາມີ, ນາເຄືອ, ປາກກະດິງ, ໂພນສີ,
ໂຮງຮຽນມັດທະຍົມ ນ້ຳທອນ, ວຽງຄຳ, ທົ່ງນາມີ,
ເຫດການ
19ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ນາເຄືອ, ປາກກະດິງ, ໂພນສີ ແລະ ອຳນາດການປົກ
ຄອງ ບ້ານນ້ຳທອນ, ວຽງຄຳ, ທົ່ງນາມີ, ນາເຄືອນອກ,
ປາກກະດິງເໜືອ, ບ້ານໂພນສີ ແລະ ທິມງານຈາກ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ຄະນະ
ວິທະຍາສາດປ່າໄມ້.
ໜ່ວຍງານ MCU, ສະຫຼຸບກິດຈະກຳທີ່່ໄດ້ເຮັດຜ່ານ
ມາໃນໄລຍະທີ I ແລະ ສະເໜີແຜນກິດຈະກຳໄລຍະ
ທີ II. ທີ່ຈະນຳໄປຈັດຕັ້ງປະຕິບັດ 15 ກິດຈະກໍາຄື:
(1.ປະກວດແຕ້ມຮູບ 2.ປະກວດປະດິດສິ່ງຂອງຈາກ
ສີ່ງເສດເຫຼືອ 3. ການສາທິດເຮັດຕັ່ງຈາກຕຸກນໍ້າ 4.
ເກັບຂີ້ເຫຍື້ອເຄື່ອນທີ່ 5.ຂຸມຂີ້ເຫຍື້ອ 6. ເກມພະຈົນ
ໄພເພື່ອຄົ້ນຫາມະນຸດປາບຂີ້ເຫຍື່ອ 7. ທະນາຄານ
ຂີ້ເຫຍື່ອ 8.ເຄື່ອຄ່າຍ ແລະ ການຕະຫຼາດ 9.ການ
ເຮັດນໍ້າໝັກ ແລະ ປຸຍໝັກ 10.ການນຳສະເໜີກິດຈະ
ກຳຄືນ 11.ສາຍວິດີໂອ ກ່ຽວກັບ ການຈັດການຂີ້
ເຫຍື່ອ 12.ລະຄອນສັ້ນ 13.ສ້າງບັນກາດ 14. ເກມ
ຈັບຄູ່ພາບປະເພດຂີ້ເຫຍື່ອ15.ຖາມຕອບ)ນອກຈາກ
ນີ້ກໍ່ໄດ້ມີການແບ່ງກຸ່ມອອກເປັນ 3 ກຸ່ມຄື: ກຸ່ມໂຮງ
ຮຽນປະຖົມ, ກຸ່ມໂຮງຮຽນມັດທະຍົມ ແລະ ກຸ່ມອຳ
ນາດການປົກຄອງບ້ານ, ເພື່ອສົນທະນາບັນຫາ ແລະ
ແກ້ໄຂບັນຫາ ໃນການຈັດຕັ້ງປະຕິບັດຜ່ານມາ ແລະ
ໃນຕໍ່ໜ້າ. ພາຍຫຼັງທ່ີແຕ່ລະກຸ່ມຂຶ້ນນຳສະເໜີແລ້ວ
ເຫັນວ່າຄຳຄິດເຫັນຂອງໂຮງຮຽນ-ບ້ານ ແມ່ນເຫັນດີ
ກັບ 15 ກິດຈະກຳ, ຢາກໃຫ້ມີຄູ່ມື ການຈັດການຂີ້
ເຫຍື້ອ ແລະ ທະນາຄານຂີ້ເຫຍື້ອ ນອກຈາກນີ້ກໍ່ຍັງ
ຮູ້ເຖີງບັນຫາຂີ້ເຫຍື້ອສ່ວນໃຫຍ່ຕາມເສັ້ນທາງ ແມ່ນ
ມາຈາກລົດປະຈຳທາງ ແລະ ການລັກລອບຖີ້ມຂີ້
ເຫຍື້ອຂອງປະຊາຊົນບ້ານອື່ນ.
ເຫັນວ່າກິດຈະກຳທີ່ເຮັດຜ່ານມາ ແມ່ນມີປະໂຫຍດ
ຫຼາຍເພາະຫຼາຍໂຮງຮຽນກໍ່ໄດ້ນຳໄປປະຕິບັດ ແລະ
ໄດ້ຮັບຜົນດີເຮັດໃຫ້ຂີ້ເຫຍື້ອຫຼຸດລົງສາມາດສ້າງລາຍ
ຮັບໃຫ້ໂຮງຮຽນໄດ້ແລະຢາກໃຫ້ຂະຫຍາຍກິດຈະກຳ
ໃຫ້ກວ້າງກ່ອນນີ້ ເພາະຫຼາຍໆໂຮງຮຽນຢາກເຂົ້າ
ຮ່ວມເຮັດກິດຈະກຳນຳ.
ເຫດການ
20
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ເຫດການ
21ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ການລົງເຄື່ອນໄຫວ ກິດຈະກໍາສ້າງຈິດສໍານຶກດ້ານສິ່ງ
ແວດລ້ອມ ກ່ຽວກັບ ການແກ້ໄຂບັນຫາ ແລະ ການຫຼຸດ
ຜ່ອນປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ ບ້ານ
	 ການລົງເຄື່ອນໄຫວ ກິດຈະກໍາສ້າງຈິດສໍາ
ນຶດດ້ານສິ່ງແວດລ້ອມ ກ່ຽວກັບ ການແກ້ໄຂບັນຫາ
ແລະ ການຫຼຸດຜ່ອນປະລິມານຂີ້ເຫຍື້ອ ໃນໂຮງຮຽນ
ແລະ ບ້ານ ຄັ້ງນີ້ເປັນທີ II. ໃນການປຸກລະດົມສ້າງ
ຄວາມຮູ້ຄວາມສາມາດໃຫ້ກັບນ້ອງນັກຮຽນ, ຄູອາ
ຈານ ແລະ ພໍ່ແມ່ປະຊາຊົນ ຮູ້ເຖີງຜົນຮ້າຍຜົນເສຍ
ແລະ ຄຸນປະໂຫຍກຈາກຂີ້ເຫຍື້ອ ທັງເປັນການສ້າງ
ຈິດສຳນຶກໃນການຄັດແຍກຂີ້ເຫຍື້ອ. ກິດຈະກຳດັ່ງ
ກ່າວ ແມ່ນເລີ່ມແຕ່ວັນທີ 06-19 ທັນວາ 2015, ທີ່
ເມືອງທ່າພະບາດ, ເມືອງປາກຊັນ ແລະ ເມືອງປາກ
ກະດິງ ແຂວງ ບໍລິຄຳໄຊ.
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ຮ່ວມ
ກັບທີມງານຈາກ ຄະນະວິທະຍາສາດປ່າໄມ້, (ມ.ຊ)
ລວມທັງໝົດ 26 ຄົນ ໄດ້ລົງເຄື່ອນໄຫວກິດຈະກຳ
ສ້າງຈິດສໍານຶກດ້ານສິ່ງແວດລ້ອມໃນຫົວຂໍ້:“ການຈັດ
ການຂີ້ເຫຍື້ອໃນຊຸມຊົນ, ການແກ້ໄຂບັນຫາ ແລະ
ການຫຼຸດຜ່ອນປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ
ບ້ານ ”ຢູ່ໃນບັນດາໂຮງຮຽນປະຖົມ ຈຳນວນ 20 ແຫ່ງ,
ມັດທະຍົມ 20 ແຫ່ງ ແລະ ສະຖານທີ່ທີ່ເໝາະສົມ
ຈຳນວນ 20 ແຫ່ງ ເພື່ອເຄື່ອນໄຫວກິດຈະກໍາຕອນຄໍ່າ
ເຫດການ
22
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ຢູ່ໃນ 3 ເມືອງດັ່ງກ່າວ ຄື: ເມືອງທ່າພະບາດ, ເມືອງ
ປາກຊັນ ແລະ ເມືອງປາກກະດິງ, ແຂວງ ບໍລິຄຳໄຊ.
ຈຸດປະສົງຂອງກິດຈະກຳ ແມ່ນເພື່ອສ້າງຈິດສຳນຶກ
ໃຫ້ນັກຮຽນ ແລະ ປະຊາຊົນ ຮູ້ເຖິງບັນຫາຂອງຂີ້
ເຫື້ຍອ ແລະ ນໍາໃຊ້ຂີ້ເຫຍື້ອໃຫ້ເກີດປະໂຫຍດສູງສຸດ
ຕາມຫຼັກການ 3R ເພື່ອປຸກລະດົມໃຫ້ນັກຮຽນ ແລະ
ໄວໜຸ່ມ ຮູ້ເຖິງການປະດິດຈາກສິ່ງເສດເຫຼືອ.
ກິດຈະກໍາດັ່ງກ່າວໄດ້ແບ່ງອອກເປັນ 3 ພາກ ຄື: ພາກ
ເຊົ້າ ຢູ່ໂຮງຮຽນປະຖົມ, ພາກບ່າຍ ຢູ່ໂຮງຮຽນມັດ
ທະຍົມ ແລະ ພາກຄໍ່າ ຢູ່ສະໂມສອນບ້ານ ໃຊ້ເວລາ
2-3 ຊົ່ວໂມງ. (ອະທິບາຍ 5 ໂປສເຕີ ທີ່ເວົ້າເຖິງຂີ້
ເຫຍື້ອໃນເຮືອນເຮົາມີຫຍັງແດ່, ປະເພດຂອງຂີ້
ເຫຍື້ອ, ອາຍຸການຍ່ອຍສະຫຼາຍຂອງຂີ້ເຫຍື້ອ, ຜົນ
ກະທົບຂອງຂີ້ເຫຍື້ອ ເພື່ອນຳມາຈັດການຂີ້ເຫຍື້ອ
ໃນຄົວເຮືອນ ກໍ່ຄືຊຸມຊົນຂອງເຂົາເຈົ້າເອງ, ຜົນກະ
ທົບຂອງຂີ້ເຫຍື້ອຕໍ່ສິ່ງແວດລ້ອມຂອງຄົນ ແລະ ການ
ແຍກຂີ້ເຫຍື້ືອໃຫ້ຖືກວິທີ, ນຳພານ້ອງນັກຮຽນເກັບຂີ້
ເຫຍື້ອ ອ້ອມຮອບເດີ່ນໂຮງຮຽນ ແລ້ວແຍກຂີ້ເຫຍື້ອ
ໃຫ້ຖືກວິທີ, ຖາມ-ຕອບ ມອບລາງວັນ ສ້າງຄວາມ
ມ່ວນຊື່ນໂດຍການຫຼິ້ນເກມແຍກຂີ້ເຫຍື້ອ, ສາທິດ
ການປະດິດ ເຊັ່ນ: ການນໍາເອົາກະຕຸກເປົ່າມາປະດິດ
ເຮັດຕັ່ງນັ່ງ, ສາທິດເຮັດກັກດັກຈັບໜູ ໂດຍການນຳ
ເອົາຂີ້ເຫຍື້ອທີ່ນຳມາໃຊ້ຄືນໃໝ່ໄດ້, ຖາມ-ຕອບ
ດ້ວຍການຫຼິ້ນເກມຈົກສະຫຼາກ ກ່ຽວກັບ ອາຍຸການ
ຍ່ອຍສະຫຼາຍຂອງຂີ້ເຫຍື້ອແຕ່ລະຊະນິດ ແລະ ເກມ
ໝາກກະລ໋ອກ,	 ທົບທວນ ແລະ ສະຫຼຸບກິດຈະກຳ
ຕັ້ງແຕ່ເລີ່ມຕົ້ນດຳເນີນຈົນຈົບກິດຈະກຳ, ກ່າວປິດ
ໂດຍ ຜູ້ອຳນວຍການໂຮງຮຽນ, ນາຍບ້ານ ຫລື ຜູ້ຕ່າງ
ໜ້າທີ່ກ່ຽວຂ້ອງ ກ່ຽວກັບ ການດຳເນີນກິດຈະກຳຂອງ
ທິມງານພວກເຮົາ.)
ກິດຈະກຳພາກເຊົ້າ: ກິດຈະກຳສ້າງຈິດສຳນຶກໃຫ້
ນ້ອງນັກຮຽນ ແລະ ຄູອາຈານ ໂຮງຮຽນປະຖົມ ໄດ້ຮູ້
ເຫດການ
23ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ເຖິງຄວາມໝາຍຄວາມສຳຄັນຂອງການຈັດການຂີ້
ເຫຍື້ອໃນຂອບເຂດໂຮງຮຽນ	 ແມ່ນການສ້າງຈິດ
ສຳນຶກໃຫ້ແກ່ນ້ອງນັກຮຽນຮູ້ເຖິງບັນຫາຂອງຂີ້ເຫື້ອ
ແລະ ນໍາໃຊ້ຂີ້ເຫຍື້ອໃຫ້ເກີດປະໂຫຍດສູງສຸດ ຕາມ
ຫຼັກການ 3R ໂດຍຜ່ານການອະທິບາຍ ໂປສເຕີ 5
ແຜ່ນ ທີ່ເວົ້າເຖິງຂີ້ເຫຍື້ອໃນເຮືອນເຮົາມີຫຍັງແດ່,
ປະເພດຂອງຂີ້ເຫຍື້ອ, ອາຍຸການຍ່ອຍສະຫຼາຍຂອງ
ຂີ້ເຫຍື້ອ ແລະ ຂີ້ເຫຍື້ອມາແຕ່ໃສ. ຫຼັງຈາກນັ້ນ ກໍ່ມີ
ການ ຖາມ-ຕອບ ກ່ຽວກັບ ໂປສເຕີດັ່ງກ່າວ ກັບນ້ອງ
ນັກຮຽນ ເພື່ອທົບທວນຄວາມເຂົ້າໃຈ ເຊິ່ງມີກິດຈະ
ກຳ ນຳພານ້ອງນັກຮຽນເກັບຂີ້ເຫຍື້ອໃນເຂດອ້ອມ
ຮອບໂຮງຮຽນ ເພື່ອນຳມາສາທິດການແຍກຂີ້ເຫຍື້ອ
ໃຫ້ຖືກວິທີ ໂດຍແບ່ງກຸ່ມອີງຕາມຈຳນວນນັກຮຽນ
ປະມານ 3-4 ກຸ່ມ, ນອກນັ້ນທິມງານພວກເຮົາໄດ້
ສອນ ຮ້ອງເພງ, ຫລິ້ນເກມ ແລະ ສາທິດວິທີ ການນຳ
ເອົາຂີ້ເຫຍື້ອທີ່ສາມາດນຳມາໃຊ້ໃໝ່ໄດ້ ມາໝູນໃຊ້
ໃຫ້ເປັນຮູບແບບຕ່າງໆເຊັ່ນ: ການນໍາເອົາກະຕຸກ
ມາປະດິດເປັນຕັ່ງນັ່ງ, ສອນວິທີເຮັດກັບດັກໜູ ແລະ
ອື້່ນໆ.
ກິດຈະກຳພາກບ່າຍ: ກິດຈະກຳສ້າງຈິດສຳນຶກໃຫ້
ນ້ອງນັກຮຽນ ແລະ ຄູອາຈານ ໂຮງຮຽນມັດທະຍົມ
ໄດ້ຮູ້ເຖິງຄວາມ ໝາຍຄວາມສຳຄັນຂອງການຈັດ
ການຂີ້ເຫຍື້ອໃນຂອບເຂດໂຮງຮຽນ ແມ່ນການສ້າງ
ຈິດສຳນຶກໃຫ້ແກ່ນ້ອງນັກຮຽນຮູ້ເຖິງບັນຫາຂອງຂີ້
ເຫື້ອ ແລະ ນໍາໃຊ້ຂີ້ເຫຍື້ອໃຫ້ເກີດປະໂຫຍດສູງສຸດ
ຕາມຫຼັກການ 3R ໂດຍຜ່ານການອະທິບາຍ ໂປສເຕີ
5 ແຜ່ນ ທີ່ເວົ້າເຖິງຂີ້ເຫຍື້ອໃນເຮືອນເຮົາມີຫຍັງແດ່,
ປະເພດຂອງຂີ້ເຫຍື້ອ, ອາຍຸການຍ່ອຍສະຫຼາຍຂອງ
ຂີ້ເຫຍື້ອ ຫຼັງຈາກນັ້ນ ກໍ່ມີການຖາມ-ຕອບ ກ່ຽວກັບ
ໂປສເຕີດັ່ງກ່າວ ກັບນ້ອງນັກຮຽນ ເພື່ອທົບທວນ
ຄວາມເຂົ້າໃຈ ເຊິ່ງມີກິດຈະກຳນຳພານ້ອງນັກຮຽນ
ເກັບຂີ້ເຫຍື້ອໃນເຂດອ້ອມຮອບໂຮງຮຽນ ເພື່ອນຳ
ເຫດການ
24
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ມາສາທິດການແຍກຂີ້ເຫຍື້ອໃຫ້ຖືກວິທີ ໂດຍແບ່ງ
ກຸ່ມອີງຕາມຈຳນວນນັກຮຽນ ປະມານ 3-4 ກຸ່ມນອກ
ນັ້ນທິມງານພວກເຮົາໄດ້ສອນ ຮ້ອງເພງ, ຫລິ້ນເກມ
ແລະ ສາທິດວິທີ ການນຳເອົາຂີ້ເຫຍື້ອທີ່ສາມາດນຳ
ມາໃຊ້ໃໝ່ໄດ້ມາໝູນໃຊ້ໃຫ້ເປັນຮູບແບບຕ່າງໆເຊັ່ນ:
ການນໍາເອົາກະຕຸກມາປະດິດເປັນຕັ່ງນັ່ງ, ສອນວິທີ
ເຮັດກັກດັກໜູ ແລະ ອື່ນໆ.
ກິດຈະກຳພາກຄ່ຳ: ການສ້າງຈິດສຳນຶກດ້ານການ
ຈັດການຂີ້ເຫຍື້ອ ແລະ ສາທິດວິທີການນຳໃຊ້ສິ່ງເສດ
ເຫຼືອໃຫ້ເກີດປະໂຫຍດໃຫ້ແກ່ປະຊາຊົນ ສຳລັບ ກິດ
ຈະກຳພາກຄ່ຳ: ຈະເປັນກິດຈະກຳສ້າງຈິດສຳນຶກ ໃຫ້
ແກ່ປະຊາຊົນໝົດທຸກຄົນທີ່ມາເຂົ້າຮ່ວມຂອງແຕ່ລະ
ບ້ານ ກ່ຽວກັບ ການຈັດການຂີ້ເຫຍື້ອແບບຄົບວົງ
ຈອນ ຕາມຫຼັກການ 3R ໂດຍຜ່ານການອະທິບາຍ 5
ໂປສເຕີ ທີ່ເວົ້າເຖິງຂີ້ເຫຍື້ອໃນເຮືອນເຮົາມີຫຍັງແດ່,
ປະເພດຂອງຂີ້ເຫຍື້ອ, ອາຍຸການຍ່ອຍສະຫຼາຍຂອງ
ຂີ້ເຫຍື້ອ. ຫຼັງຈາກນັ້ນ ກໍ່ມີການຖາມ-ຕອບ ກ່ຽວກັບ
ໂປສເຕີດັ່ງກ່າວ ເພື່ອທົບທວນຄວາມເຂົ້າໃຈກັບພໍ່
ແມ່ປະຊາຊົນ, ນອກນັ້ນ ຍັງມີການສາຍວີດີໂອສັ້ນ
ກ່ຽວກັບ ການເຮັດປຸ໋ຍໝັກຊີວະພາບ, ນ້ຳໝັກຊີວະ
ພາບ ພ້ອມສາທິດຕົວຈິງ ໃຫ້ພໍ່ແມ່ປະຊາຊົນຮຽນຮູ້
ສຶກສາເຂົ້າເຖິງວິທີການເຮັດປຸ໋ຍໝັກຊີວະພາບ, ນ້ຳ
ໝັກຊີວະພາບ ໂດຍວັດຖຸດິບແມ່ນ ເນັ້ນໃສ່ສິ່ງທີ່ມີ
ພາຍໃນບ້ານ ເຊັ່ນ:ໃບໄມ້ແຫ້ງ, ເສດອາຫານຈາກ
ຄົວເຮືອນ, ເປືອກໝາກໄມ້ຕ່າງໆ ແລະ ກໍ່ມີການ
ສະແດງລະຄອນສັ້ນ (ລະຄອນຫຸ່ນ) ເລື່ອງ: ການຖິ້ມ
ຂີ້ເຫຍື້ອຊະຊາຍ. ນອກຈາກນີ້ຍັງມີການ ຖາມ-ຕອບ
ສົນທະນາ ກ່ຽວກັບ ການຮັກສາອານາໄມບ້ານເມືອງ
ໃນຖານະທີ່ ປະຊາຊົນມີເຮືອນຕັ້ງຢູ່ແຄມທາງໃຫຍ່
ແລະ ຄຳຖາມອື່ນໆ ເພື່ອແລກປ່ຽນແກ່ຜູ້ໃຫຍ່ ແລະ
ເດັກນ້ອຍໃນແນວຄວາມຄິດຄວາມເຂົ້າໃຈທີ່ແຕກ
ຕ່າງກັນທີ່ເໝາະສົມ.
ເຫດການ
25ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ຜ່ານການປະຕິບັດກິດຈະກຳໄດ້ຮັບຜົນດັ່ງນີ້:
ດ້ານດີ:
•	 ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມ
ໝາຍຄວາມສໍາຄັນຂອງ “ ການຈັດການຂີ້ເຫຍື້ອ”;
•	 ທີມງານວິຊາການລົງເຄື່ອນໄຫວວຽກງານສ້າງ
ຈິດສໍານຶກດ້ານສິ່ງແວດລ້ອມທຸກຄົນມີຄວາມສາມັກ
ຄີແລະມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ຖືກມອບ
ໝາຍໃຫ້ເປັນຢ່າງດີ;
•	 ການລົງເຮັດວຽກຮ່ວມກັບແຂວງ,ເມືອງ,ໃນການ
ເຄື່ອນໄຫວວຽກງານສ້າງຈິດສໍານຶກດ້ານສິ່ງແວດ
ລ້ອມ ແມ່ນໄດ້ຮັບຄວາມຮ່ວມມືເປັນຢ່າງດີ;
•	 ປະຊາຊົນໄດ້ຮູ້ເຖິງບັນຫາຂອງຂີ້ເຫື້ຍອ ແລະ ນໍາ
ໃຊ້ຂີ້ເຫຍື້ອໃຫ້ເກີດປະໂຫຍດໄດ້ດ້ວຍຕົນເອງ;
•	 ປະຊາຊົນໄດ້ຮູ້ເຖິງການນຳເອົາສິ່ງເສດເຫຼືອມາ
ໃຊ້ປະໂຫຍດເຊັ່ນ: ການເຮັດນ້ຳໝັກ, ປຸ໋ຍໝັກ;
•	 ນັກຮຽນໄດ້ຮູ້ເຖິງຊະນິດຂອງຂີ້ເຫຍື້ອ ແລະ ສາ
ມາດຈຳແນກຂີ້ເຫຍື້ອໄດ້;
•	 ນັກຮຽນໄດ້ຮູ້ວິທີການນຳເອົາສິ່ງເສດເຫຼືອມາໃຊ້
ຊ້ຳໂດຍການນຳເອົາມາປະດິດເປັນເຄື່ອງໃຊ້ຕ່າງໆ
ເຊັ່ນ: ການນໍາເອົາກະຕຸກມາປະດິດເປັນຕັ່ງນັ່ງ, ຮູ້ວິ
ທີເຮັດກັກດັກໜູ ແລະ ອື່ນໆ;
•	 ນັກຮຽນ ແລະ ປະຊາຊົນ ໄດ້ຮູ້ເຖິງຜົນຮ້າຍຂອງ
ການຖິ້ມຂີ້ເຫຍື້ອຊະຊາຍ.
ດ້ານອ່ອນ:
•	 ການກຳນົດເວລາຍັງບໍ່ເປັນໄປຕາມແຜນທີ່ກຳ
ນົດໄວ້;
•	 ຜູ້ເຂົ້າຮ່ວມ ມາບໍ່ທັນຕາມເວລາທີ່ໄດ້ກຳນົດໄວ້
ຈຶ່ງເຮັດໃຫ້ກິດຈະກຳລ້າຊ້າ;
•	 ການນຳສະເໜີບາງຄັ້ງໃຊ້ເວລາຫຼາຍຈົນເກີນ
ໄປ.
ເຫດການ
26
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ການຄັດເລືອກຮູບຖ່າຍສິ່ງແວດລ້ອມ ຄັ້ງທີ II
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ),
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ (ກຊສ) ຮ່ວມກັບ ໂຄງການສົ່ງເສີມການ
ສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ
ກາດ (proCEEd) ໄດ້ມີການຄັດເລືອກຮູບສົ່ງປະ
ກວດທີ່ຕິດພັນກັບສິ່ງແວດລ້ອມ (ພາບທຳມະຊາດ,
ການດຳລົງຊີວິດທີ່ຕິດພັນກັບສິ່ງແວດລ້ອມ, ຊີວະ
ນາໆພັນ ແລະ ພາບການປ່ຽນແປງດິນຟ້າອາກາດ
ຢູ່ ສປປ ລາວ) ໃນຕອນເຊົ້າຂອງວັນທີ 10 ກັນຍາ
2015 ທີ່ຫ້ອງປະຊຸມ ຊັ້ນ 2 ຂອງ ກສສ.
	 ການຄັດເລືອກຮູບຄັ້ງນີ້ ແມ່ນມີຜູ້ແທນຈາກ
ກົມສົ່ງເສິມຄຸນນະພາບສິ່ງແວດລ້ອມ 4 ທ່ານ, ຈາກ
ກະຊວງ ຖະແຫຼງຂ່າວ ແລະ ວັດທະນາທຳ ປະທານ
ສະມາຄົມພາບຖ່າຍແຫ່ງ ສປປ ລາວ 1 ທ່ານ ແລະ
ທີມງານໂຄງການສົ່ງເສີມການສືກສາສິ່ງແວດ
ລ້ອມ ແລະ ການປ່ຽນແປງດິນຟ້າອາກາດ 5 ທ່ານ
ການຄັດເລືອກຮູບພາບປະກວດຄັ້ງນີ້ ແບ່ງອອກເປັນ
2ຄັ້ງຄື:ຄັ້ງທີ1ຈະຄັດເອົາຂະໜາດຮູບມາດຕະຖານ
ຈາກຜູ້ສົ່ງເຂົ້າປະກວດ 109 ຮູບ ແລະ ຄັດເຫຼືອ 37
ຮູບ, ຄັ້ງທີ່ 2 ຈະຄັດເອົາຄວາມຄົມຊັດ ແລະ ຄວາມ
ລະອຽດຂອງສີ ແລະ ການສື່ຄວາມໝາຍຂອງຮູບ
ພາບທີຕິດພັນກັບສິ່ງແວດລ້ອມ, ຈາກ 37 ຮູບພາບ
ຄັດເຫຼືອ 10 ຮູບພາບ. ໃນນັ້ນ ມີລາງວັນທີ່ 1 ມີໜື່ງ
ລາງວັນ, ລາງວັນທີ 2 ມີໜື່ງລາງວັນ, ລາງວັນທີ 3
ມີໜື່ງລາງວັນ ແລະ ລາງວັນຊົມເຊີຍມີຢູ່ເຈັດລາງວັນ.
ຮູບທີ່ໄດ້ລາງວັນດັ່ງກ່າວ ແມ່ນຈະໄດ້ມີພິທີມອບຮັບ
ລາງວັນ ແລະ ນຳໄປສະແດງຕໍ່ມວນຊົນຕ່າງໆ.
ເຫດການ
27ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ເຫດການ
28
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ພິທີມອບຮັບລາງວັນການແຂ່ງຂັນຮູບຖ່າຍ
ຄັ້ງທີ II
	 ໃນວັນທີ 30 ພະຈິກ 2015 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ຈັດພິທີມອບລາງວັນ
ຜູ້ຊະນະເລີດການແຂ່ງຂັນຮູບຖ່າຍສິ່ງແວດລ້ອມ ຢ່າງເປັນທາງການ ທີ່ຫ້ອງປະຊຸມ ກສສ, ກະຊວງຊັບພະ
ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ນະຄອນຫຼວງວຽງຈັນ ຊຶ່ງມອບ ໂດຍ ທ່ານ ຄຳປະດິດ
ຄຳມູນເຮືອງ, ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ.
	 ໃນພິທີດັ່ງກ່າວແມ່ນໄດ້ຮັບກຽດເປັນປະທານ ແລະ ມອບລາງວັນຊະນະເລີດໂດຍ ທ່ານ ຄຳປະດິດ
ຄຳມູນເຮືອງ ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ ໄດ້ໃຫ້ຄຳຄິດຄຳເຫັນໃນການຄັດເລືອກ
ຮູບຖ່າຍນີ້ ບັນດາຄະນະກຳມະການແມ່ນເຫັນວ່າຕັດສິນໃຈຍາກພໍສົມຄວນ ເພາະວ່າແຕ່ລະຮູບຖ່າຍກໍ່
ລ້ວນແຕ່ມີຄວາມໝາຍ ແລະ ຄຸນນະພາບສູງ ຫຼາຍໆຮູບທີ່ສົ່ງເຂົ້າມາແຂ່ງຂັນກັນບໍ່ພຽງແຕ່ເວົ້າເຖິງຄວາມ
ສວຍງາມຂອງສິ່ງແວດລ້ອມບ້ານເຮົາເທົ່ານັ້ນ ແຕ່ກໍ່ຍັງມີຮູບທີ່ສະແດງເຖິງໄພຄຸກຄາມຕ່າງໆຕໍ່ສິ່ງແວດລ້ອມ
ຂອງບ້ານເຮົານຳອີກ.
ເຫດການ
29ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
	 ໃນບັນດາຮູບທີ່ສົ່ງເຂົ້າມາແຂ່ງຂັນໃນຄັ້ງນີ້ມີຫຼາຍກວ່າ100 ຮູບ ໃນນັ້ນ ທ່ານ ພູນຊັບ ເທວົງສາ ເປັນຜູ້
ໄດ້ຮັບລາງວັນຊະນະເລີດທີ່ໄດ້ຮັບທຶນການສຶກສາ ຈຳນວນ 3,000,000 ກີບ ຮູບພາບຂອງລາວແມ່ນສ່ອງ
ແສງເຖິງການຄ້າຂາຍສັດປ່າທີ່ຜິດກົດໝາຍຢູ່ໃນຕະຫຼາດທ້ອງຖິ່ນແຫ່ງໜຶ່ງຢູ່ຕາມທາງພາກເໜືອຂອງປະ
ເທດລາວ ຮູບດັ່ງກ່າວ ແມ່ນສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງສັດປ່າເປັນແຫຼ່ງອາຫານຢ່າງໜຶ່ງ ແລະ
ໃນເວລາດຽວກັນກໍ່ໝາຍເຖິງຄວາມອັນຕະລາຍຂອງການລ່າສັດປ່າທີ່ຫຼາຍເກີນໄປ ເຊິ່ງອາດຈະສົ່ງຜົນກະ
ທົບຕໍ່ຄວາມຍືນຍົງ,ຄວາມອຸດົມສົມບູນຂອງປະຊາກອນສັດປ່າ.
	 ຮອງຊະນະເລີດອັນດັບ1ແມ່ນທ່ານອານຸພົນພົມຮັກສາໄດ້ຮັບທຶນການສຶກສາຈຳນວນ2,500,000
ກີບ ຊຶ່ງຮູບພາບຂອງລາວແມ່ນສະແດງໃຫ້ເຫັນເຖິງຄວາມສວຍງາມທາງທຳມະຊາດຂອງແມ່ນ້ຳຊ່ອງຢູ່ເມືອງ
ວັງວຽງ, ແຂວງວຽງຈັນ. ສ່ວນຮອງຊະນະເລີດອັນດັບ 2 ແມ່ນ ທ່ານ ປໍ ທໍ່ ໄດ້ຮັບທຶນການສຶກສາຈຳນວນ
1,500,000 ກີບ ຮູບພາບຂອງລາວ ແມ່ນສະແດງໃຫ້ເຫັນກອງຂີ້ເຫຍື້ອກອງໃຫຍ່ ຢູ່ບໍລິເວນໃກ້ກັບຕົວເມືອງ
ຫຼວງພະບາງ ຊຶ່ງສະແດງໃຫ້ຮູ້ຜົນກະທົບທີ່ມະນຸດກະທຳຕໍ່ສິ່ງແວດລ້ອມ ແລະ ຮຽກຮ້ອງໃຫ້ມີການປັບປຸງ
ການຈັດການຂີ້ເຫຍື້ອ, ການຫຼຸດປະລິມານຂີ້ເຫຍື້ອ ແລະ ການນຳກັບມາໃຊ້ໃຫມ່. ນອກນີ້ຍັງມີລາງວັນຊົມ
ເຊີຍ ທີ່ໄດ້ຮັບທຶນການສຶກສາ ຈຳນວນ 500,000 ກີບ ມີຢູ່ 7 ລາງວັນ.
ຮູບພາບທີ່ຖືກຄັດເລືອກໃນຄັ້ງນີ້ ແມ່ນຈະໄດ້ຖືກໄປວາງສະແດງໃນສະຖານທີ່ຕ່າງໆ ເຊັ່ນ: ນຳໃຊ້ຢູ່ໂຄງການ
ແລະ ຢູ່ຕາມໂຮງຮຽນ ແລະ ກົມກອງຫ້ອງການຂອງລັດຕ່າງໆ ໃນເຂດນະຄອນຫຼວງວຽງຈັນ ແລະ ໃນບັນດາ
ເຫດການ
30
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ເມືອງໃຫຍ໋ຂອງ 4 ແຂວງ ເປົ້າໝາຍຂອງໂຟຼຊີດ (ແຂວງ ຄຳມ່ວນ, ບໍລິຄຳໄຊ, ຫົວພັນ ແລະ ແຂວງ
ໄຊຍະບູລີ).
ໂຄງການ ProCEEd ໄດ້ຮັບການຈັດຕັ້ງປະຕິບັດໂດຍ ອົງການ ຈີໄອແຊັດ ຊຶ່ງມີຈຸດປະສົງເພື່ອສົ່ງເສີມຄວາມ
ຮູ້,ທັດສະນະຄະຕິ ແລະ ພຶດຕິກຳ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊີວະນາໆ
ພັນ ແລະ ການປ່ຽນແປງດິນຟ້າອາກາດ ຢູ່ໃນ ສປປ ລາວ. ໂຄງການ ດັ່ງກ່າວ ໄດ້ລວບລວມເອົາຫຼາຍໆກິດຈະ
ກຳດ້ານວຽກງານສື່ມວນຊົນໃນຂັ້ນສູນກາງ, ຊຶ່ງທາງການສື່ສານຊຸມຊົນ ແລະ ກິດຈະກຳການສຶກສານອກ
ໂຮງຮຽນ ຊຶ່ງເປັນພາກສ່ວນໜຶ່ງຂອງຍຸດທະສາດການສື່ສານ ແລະ ການສຶກສາສິ່ງແວດລ້ອມຫຼາຍປີ ຊຶ່ງຮັບ
ການຊີ້ນຳໂດຍ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ.
ເຫດການ
31ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ລາງວັນທີ II
ລາງວັນທີ III
ລາງວັນທີ I
ເຫດການ
32
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2015
ກສສ
ໂຄງການ ProCEEd ຮ່ວມເຜີຍແຜ່ວິທີການຈັດການຂີ້ເຫຍື້ອ
ໃນຊ່ວງງານບຸນຊ່ວງເຮືຶອທີ່ທ່າວັດຈັນປີ 2015
ໃນທ້າຍເດືອນຕຸລາ, ໂຄງການ ສົ່ງເສີມການສຶກ
ສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ
ກາດ (ProCEEd) ໄດ້ນໍາສະເໜີ ຮ້ານທີ່ໃຫ້ການສຶກ
ສາຊື່ວ່າ: ‘ປະສົບການປີສາດຂີ້ເຫຍື້ອ’ ແກ່ປະຊາຊົນ
ຫຼາຍຮ້ອຍຄົນ ທີ່ງານບຸນຊ່ວງເຮືອທີ່ທ່າວັດຈັນ, ນະ
ຄອນຫຼວງວຽງຈັນ. ກິດຈະກໍາດັ່ງກ່າວ ຈັດຕັ້ງປະຕິບັດ
ໂດຍທີມງານຂອງໜ່ວຍງານ ອະນຸລັກທໍາມະຊາດ
ເຄື່ອນທີ່ (MCU) ຂອງຄະນະປ່າໄມ້ ແລະ ກົມສົ່ງ
ເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບ
ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ).
	 ແມ່ນໃຜເຄີຍເຂົ້າຮ່ວມງານບຸນນີ້ ຮູ້ວ່າບໍ່ມີ
ໃຜຈະມີຄວາມຄິດປະດິດສ້າງ ເພື່ອສາມາດສ້າງຂໍ້
ຄວາມເພື່ອໃຫ້ຜູ້ໃດຜູ້ໜຶ່ງສົນໃຈໄດ້, ແລະ ມັນກໍ່ບໍ່
ເປັນ ສິ່ງທີ່ງ່າຍເລີຍທີ່ຈະແຂ່ງຂັນກັບຮ້ານອື່ນຫຼາຍໆ
ຮ້ານ ທີ່ມີທັງສຽງດົນຕີພົດດັ່ງສະນັ່ນໄປທົ່ວ. ຈາກປະ
ສົບການທີ່ເຄີຍໄດ້ພົບຜ່ານມາ ໂຄງການ ProCEEd
ຈຶ່ງໄດ້ຕັດສິນໃຈນໍາໃຊ້ການນໍາສະເໜີຂໍ້ຄວາມ ໂດຍ
ນໍາໃຊ້ແສງ ແລະ ສີເປັນຄັ້ງທໍາອິດ ເພື່ອສົ່ງຂໍ້ຄວາມ
ວິທີການປະຕິບັດທີ່ດີ ຂອງການຈັດການຂີ້ເຫຍື້ອ
ແລະ ປະກອບດ້ວຍການຫຼີ້ນເກມ ແລະ ກິດຈະກໍາ
ທີ່ຫຼາກຫຼາຍ. ຈະສັງເກດຢູ່ທາງເຂົ້າຂອງຮ້ານຂອງ
ProCEEd, ແມ່ນມີໂຕປີສາດຂີ້ເຫຍື້ອ ໂຕບັກໃຫຍ່
ມີຕາສີແດງໆ ຊຶ່ງຢູ່ຕ້ອນຮັບແຂກຜູ້ມາຢ້ຽມຢາມ.
ຊຸດກ່ອງແສງ 10 ຊຸດ ຊຶ່ງເປັນແບບຝ້າຕັ້ງສອງຝາ
ມີຄວາມຍາວ 4 ແມັດ ແລະ 6 ແມັດ, ແລະ ສະແດງ
ໃຫ້ເຫັນທັງພຶດຕິກໍາທາງບວກ ແລະ ລົບຂອງການ
ຈັດການຂີ້ເຫຍື້ອ. ແນວຄວາມຄິດ ແລະ ການອອກ
ແບບຂອງກ່ອງແສງເຫຼົ່ານີ້ ແມ່ນໄດ້ມາຈາກພື້ນຖານ
Newsleter deqp iv
Newsleter deqp iv
Newsleter deqp iv
Newsleter deqp iv
Newsleter deqp iv
Newsleter deqp iv
Newsleter deqp iv

Contenu connexe

Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Plus de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (17)

Magazines 06 2021 final
Magazines 06 2021 finalMagazines 06 2021 final
Magazines 06 2021 final
 
Magazines v2 12 2020
Magazines v2 12 2020Magazines v2 12 2020
Magazines v2 12 2020
 
Magazines 04 2021 final
Magazines 04 2021 finalMagazines 04 2021 final
Magazines 04 2021 final
 
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2hຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2h
 
ການວິເຄາະ 5 w2h
ການວິເຄາະ 5 w2hການວິເຄາະ 5 w2h
ການວິເຄາະ 5 w2h
 
ອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມ
 
Guidelide green-school lao
Guidelide green-school laoGuidelide green-school lao
Guidelide green-school lao
 
Newsleter deqp xii
Newsleter deqp xiiNewsleter deqp xii
Newsleter deqp xii
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp viii
 
Move
MoveMove
Move
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 
Newsleter Deep II
Newsleter Deep IINewsleter Deep II
Newsleter Deep II
 
Newsleter deqp
Newsleter deqpNewsleter deqp
Newsleter deqp
 
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
 

Newsleter deqp iv

  • 1. lt[a[mu 4 ,a'dvo{,y45ok 2016 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ld l l ຈົດໝາຍຂ່າວ
  • 2. ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ ຄະນະຮ່າງ ແລະ ຮຽບຮຽງ ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າກົມ ທ່ານ ໂລນຄຳ ອາດສະນາວົງ ຮອງຫົວໜ້າກົມ ກວດແກ້ ພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພະແນກສົ່ງເສີມສິ່ງແວດລ້ອມ ຈັດໜ້າອອກແບບ ພະແນກສົ່ງເສີມສິ່ງແວດລ້ອມ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຫົວໜ້າພະແນກ ທ່ານ ນາງ ລັດຕະນາພອນ ອິນທະສານ ຮອງຫົວໜ້າພະແນກ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ ທ່ານ ບົວແສງປະເສິດ ພຣະສິດທິເດດ ທ່ານ ກິ່ງທອງ ສິຣິສົມພອນ ຄະນະເກັບກຳຂໍ້ມູນ ທ່ານ ນາງ ສຸກສະຫວັນ ພຸດທະລາດ ທ່ານ ນາງ ເກດສະໄໝ ແກ້ວຫານາມ ທ່ານ ນາງ ອຳໄພວັນ ພົມມະເທບ ທ່ານ ນາງ ນາລິນ ຈະເລີນສຸກ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ບຸນທະວີ ປັນຍານຸວົງ ແຫຼ່ງຂໍ້ມູນ ຂໍຂອບໃຈເປັນຢ່າງສູງ ໃນການໃຫ້ຂໍ້ມູນ ໃນການປະກອບສ່ວນສ້າງຈົດໝາຍຂ່າວ ກສສ
  • 3. ສາລະບານ ກອງປະຊຸມປຶກສາຫາລື ຮ່າງລັດຖະບັນຍັດ ວ່າດ້ວຍ ຄ່າອາກອນ....... 1 ສ້າງຄວາມອາດສາມາດໃນການຂຽນຂ່າວ, ການສຳພາດ................. 4 ກອງປະຊຸມ ສະຫຼຸບປະເມີນຜົນ ກ່ຽວກັບ ການຈັດຕັ້ງ...................... 7 ລາວ ​ແລະ ​ເຢຍລະ​ມັນ ສືບຕໍ່ຮ່ວມ​ມື ​ໃນ​ວຽກ​ງານ ການ​ສື່ສານ...........10 ການເຄື່ອນໄຫວຂອງລົດສິ່ງແວດລ້ອມ ໃນຫົວຂໍ້ການຈັດການ..........13 ລະດົມແນວຄວາມຄິດ ແກ້ໄຂບັນຫາ ແລະ ການຫຼຸດ....................17 ການລົງເຄື່ອນ ກິດຈະກໍາສ້າງຈິດສໍານຶກ......................................21 ການຄັດເລືອກຮູບຖ່າຍສິ່ງແວດລ້ອມ ຄັ້ງທີ II...............................26 ພິທີມອບຮັບລາງວັນການແຂ່ງຂັນຮູບຖ່າຍ...................................28 ໂຄງການ ProCEEd ຮ່ວມເຜີຍແຜ່ວິທີການຈັດການຂີ້ເຫຍື້ອ..........32 ການສ້າງຈິດສໍານຶກ ກ່ຽວກັບ ການຈັດການຂີ້ເຫຍື້ອ ຢູ່ທີ່..................34 ປະຊາຊົນຢູ່ແຂວງໄຊຍະບູລີ ໄດ້ຮຽນຮູ້ ກ່ຽວກັບ ການອະນຸລັກ........36
  • 4. 1 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ກອງປະຊຸມປຶກສາຫາລື ຮ່າງລັດຖະບັນຍັດ ວ່າດ້ວຍ ຄ່າອາກອນ ສິ່ງແວດລ້ອມ ກ່ຽວກັບ ສິ່ງເສດເຫຼືອ, ມົນລະພິດທາງນ້ຳ ແລະ ທາງອາກາດ ກອງປະຊຸມປຶກສາຫາລື ຮ່າງລັດຖະບັນຍັດ ວ່າ ດ້ວຍ ຄ່າອາກອນສິ່ງແວດລ້ອມ ກ່ຽວກັບ ສິ່ງ ເສດເຫຼືອ, ມົນລະພິດທາງນ້ຳ ແລະ ມົນລະພິດທາງ ອາກາດ, ໃນວັນທີ 26-27 ພະຈິກ 2015 ທີ່ຣີສອດນາ ປ່າກວາງ ທ່າລາດ ແຂວງ ວຽງຈັນ. ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາປະດິດ ຄຳມູນເຮືອງ ຫົວໜ້າກົມສົ່ງເສີມຄຸນນະພາບ ສິ່ງ ແວດລ້ອມ (ກສສ). ກອງປະຊຸມປຶກສາຫາລືຄັ້ງນີ້ ມີ ຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ ກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແລະ ຜູ້ຕາງໜ້າຈາກບັນດາຂະແໜງການ ຕ່າງໆ ເປັນຕົ້ນສະພາແຫ່ງຊາດ, ຫ້ອງວ່າການລັດຖະ ບານ, ກະຊວງຍຸຕິທຳ, ກະຊວງພະລັງງານ ແລະ ບໍ່ ແຮ່, ກະຊວງການເງິນ, ກະຊວງປ້ອງກັນຄວາມສະ ຫງົບ, ມະຫາວິທະຍາໄລແຫ່ງຊາດ ແລະ ທີມງານ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ລວມທັງຊ່ຽວ ຊານ ແລະ ຕາງໜ້າຈາກຮັນຊາຍແດນ ຟາວເດເຊິນ (HSF) ເຊິ່ງຜູ້ເຂົ້າຮ່ວມທັງໝົດມີ 39 ທ່ານ.ຈຸດປະ ສົງຂອງກອງປະຊຸມ ເພື່ອປຶກສາຫາລື ແລະ ປະກອບ ຄຳຄິດຄຳເຫັນ ໃສ່ຮ່າງລັດຖະບັນຍັດ ວ່າດ້ວຍ ຄ່າ ອາກອນສິ່ງແວດລ້ອມ ກ່ຽວກັບ ສິ່ງເສດເຫຼືອ, ມົນລະ ພິດທາງນ້ຳ ແລະ ມົນລະພິດທາງອາກາດ. ແລະ ເພື່ອ ຕົກລົງເຫັນດີເປັນເອກະພາບ ກັບພາກສ່ວນທີ່ກ່ຽວ ຂ້ອງໃນການຄິດໄລ່ ແລະ ກຳນົດການເກັບຄ່າອາ ກອນສິ່ງແວດລ້ອມ ກ່ຽວກັບ ສິ່ງເສດເຫຼືອ, ມົນລະພິດ ທາງນ້ຳ ແລະ ມົນລະພິດທາງອາກາດ. ທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າກົມສົ່ງ ເສີມຄຸນນະພາບ ສິ່ງແວດລ້ອມ, ປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມ ຊຶ່ງທ່ານໄດ້ສະເໜີໃຫ້ເຫັນ
  • 5. 2 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານປົກ ປັກຮັກສາສິ່ງແວດລ້ອມ ເປັນຕົ້ນ ການເພີ່ມທະວີວຽກ ງານສ້າງກົນໄກຕ່າງໆ ພາຍໃຕ້ກົດໝາຍ ປົກປັກຮັກ ສາສິ່ງແວດລ້ອມ (ສະບັບປັບປຸງ) ເພື່ອປ້ອງກັນ ແລະ ແກ້ໄຂບັນຫາສິ່ງແວດລ້ອມທີ່ພົ້ນເດັ່ນ ທີ່ພວກເຮົາ ປະເຊີນໜ້າ ໃນປະຈຸບັນ ເຊິ່ງກົດໝາຍປົກປັກຮັກສາ ສິ່ງແວດລ້ອມ (ສະບັບປັບປຸງ) ໄດ້ກໍານົດໄວ້ 5 ກິດ ຈະກຳຫຼັກຂອງການປົກປັກຮັກສິ່ງແວດລ້ອມ ຄືກິດ ຈະກຳປ້ອງກັນສິ່ງແວດລ້ອມ; ການຄວບຄຸມມົນລະ ພິດ; ການຄວບຄຸມສານເຄມີເປັນພິດ ແລະ ການກຳ ຈັດສິ່ງເສດເຫຼືອ; ການຢັ້ງຢືນ ແລະ ອະນຸຍາດ ກ່ຽວ ກັບສິ່ງແວດລ້ອມ ແລະ ການສົ່ງເສີມ ການມີສ່ວນ ຮ່ວມຂອງມວນຊົນ ຊຶ່ງທັງໝົດກິດຈະກຳເຫຼົ່ານີ້ ມີ ຄວາມພົວພັນໂດຍກົງກັບຂະແໜງການສິ່ງແວດ ລ້ອມ, ຂະແໜງການທີ່ກ່ຽວຂ້ອງກັບຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ທັງໃນຂັ້ນສູນກາງ ແລະ ທອ້ງຖິ່ນ ເປັນບ່ອນອີງພື້ນຖານສຳຄັນ ໃນການ ເຄື່ອນໄຫວຕາມພາລະບົດບາດຂອງຕົນ. ກອງປະ ຊຸມນີ້ ກໍແມ່ນກອງປະຊຸມໜຶ່ງ ທີ່ມີຄວາມສໍາຄັນໃນ ການປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ໃສ່ ຮ່າງ ລັດຖະບັນຍັດ ອາກອນສິ່ງແວດລ້ອມ ເຊິ່ງເປັນ ເຄື່ອງມືໜຶ່ງທີ່ສຳຄັນ ໃນການປົກປັກຮັກສາ ແລະ ປ່ຽນແປງພຶດຕິກຳ ໃນການປ່ອຍມົນລະພິດ ລົງສູ່ສິ່ງ ແວດລ້ອມ, ນອກນັ້ນ ຍັງເປັນແຫຼ່ງລາຍຮັບໜຶ່ງຂອງ ລັດ ທີ່ໄດ້ມີການຄິດໄລ່ຄ່າ ແລະ ເກັບຄ່າອາກອນ ສິ່ງແວດລ້ອມ ເພື່ອມາລົງທຶນໃສ່ການບູລະນະຟື້ນຟູ, ປົກປັກຮັກສາ ແລະ ຄຸ້ມຄອງສິ່ງແວດລ້ອມ; ທ່ານ ເກດແກ້ວ ສາລີຈັນ, ຫົວໜ້າພະແນກ ຄຸ້ມຄອງສິ່ງແວດລ້ອມ ໄດ້ສະເໜີເຖິງຈຸດປະສົງ, ຄວາມເປັນມາ, ຄວາມສຳຄັນ ແລະ ຮ່າງລັດຖະບັນ ຍັດ ວ່າດ້ວຍ ຄ່າອາກອນສິ່ງແວດລ້ອມ ຊຶ່ງທັງໝົດປະ ກອບດ້ວຍ 5 ໝວດ ແລະ 18 ມາດຕາ, ຫຼັງຈາກນັ້ນ ທ່ານກໍໄດ້ສະເໜີໃຫ້ບັນດາຜູ້ເຂົ້າຮ່ວມພາຍໃນກອງ ປະຊຸມ ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງ
  • 6. 3 ປະຊຸມ ດຳລັດດັ່ງກ່າວ ຊຶ່ງໄດ້ດຳເນີນໄປແຕ່ລະໝວດ ແລະ ແຕ່ລະມາດຕາ; ທ່ານ ດຣ. ອານິນ ອາຣຸນເຣືອງສະຫວັດ ຊ່ຽວ ຊານຈາກປະເທດໄທ ໄດ້ສະເໜີ ບົດຮຽນຈາກຕ່າງ ປະເທດ ເປັນຕົ້ນແມ່ນ ປະເທດ ອາເມລິກາ, ອັງກິດ, ເກົາຫຼີໃຕ້, ຫວຽດນາມ, ສະເປນ ແລະ ນໍເວ ກ່ຽວກັບ ການເກັບຄ່າອາກອນສິ່ງແວດລ້ອມ ຈາກຖ່ານຫີນ, ຖົງຢາງພລາສຕິກ, ສານເຄມີທີ່ໃຊ້ໃນການກະເສດ, ນ້ຳເປື້ອນຈາກໂຮງງານ ແລະ ມົນລະພິດທາງອາ ກາດ. ກອງປະຊຸມໄດ້ເຫັນດີຕົກລົງເປັນເອກະພາບ ກັນ ແລະ ມີຂໍ້ສະເໜີຕ່າງໆ ດັ່ງນີ້: 1. ສະເໜີປັບປຸງຄືນ ໝວດທີ 2 ການເກັບອາກອນ ສິ່ງແວດລ້ອມ, ມາດຕາ 7 ຜະລິດຕະພັນ ແລະ ສິນຄ້າ ແມ່ນໄດ້ກຳນົດການເກັບດັ່ງນີ້: • ຜະລິດຕະພັນຈາກນ້ຳມັນເຊື້້ອໄຟ; • ຜະລິດຕະພັນເຄື່ອງເຢັນທີ່ບັນຈຸສານ HCFC; • ຜະລິດຕະພັນປະເພດຢາງ (ຖົງຢາງພລາສຕິກ, ໂຟມ, ຢາງຕີນລົດ); • ໝໍ້ໄຟ ແລະ ຖ່ານໄຟສາຍທຸກຊະນິດ; • ຜະລິດຕະພັນອີເລັກໂຕນິກ (ຄອມພິວເຕີ້, ໂທລະ ທັດ, ຈັກອັດເອກະສານ,ເຄື່ອງພິມ, ໂທລະສັບເຄື່ອນ ທີ່); • ສານເຄມີທີ່ເປັນພິດ ເຮັດໃຫ້ດິນເຊື່ອມໂຊມ. 2. ປັບປຸງ ມາດຕາ 10 ການກຳນົດຄ່າອາກອນ ເຊິ່ງ ໄດ້ກຳນົດເປັນ 2 ຢ່າງຄື ການເກັບຈາກຜະລິດຕະພັນ ແລະສິນຄ້າແລະເກັບຈາກມົນລະພິດຕາມໂຄງການ ລົງທຶນ ແລະ ກິດຈະການພັດທະນາຕ່າງໆ ໂດຍໄດ້ ກໍານົດລະອຽດ ກ່ຽວກັບ ອັດຕາການຄິດໄລ່ອາກອນ ແລະ ຜູ້ທີ່ຈະຈ່າຍອາກອນ. ສຳລັບໜ້າວຽກໃນຕໍ່ໜ້າ ແມ່ນຈະໄດ້ປັບປຸງ ຮ່າງລັດຖະບັນຍັດ ສະບັບດັ່ງກ່າວຕາມ ຄໍາເຫັນ ແລະກະກຽມກອງປະຊຸມປຶກສາຫາລືໃນຄັ້ງຕໍ່ໄປເຊິ່ງ ຄາດວ່າຈະໄດ້ຈັດພາຍໃນເດືອນ ມັງກອນ 2016. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
  • 7. 4 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ສ້າງຄວາມອາດສາມາດໃນການຂຽນຂ່າວ, ການສຳພາດ, ກາ ຄອນ, ສ້າງສະປອດ, ການອ່ານຂ່າວ ແລະ ຈັດລາຍການວິທະຍ ວຽກງານການສື່ສານກໍ່ເປັນວຽກງານໜື່ງທີ່ມີ ຄວາມສຳຄັນຫຼາຍໃນການສົ່ງຂໍ້ມູນຂ່າວສານ. ວິທະ ຍຸເອງກໍ່ເປັນຊ່ອງທາງໜື່ງໃນການສົ່ງຂໍ້ມູນຢ່າງວອງ ໄວທັນເຫດການ ເຂົ້າເຖິງກຸ່ມຄົນທຸກຊົນຊັ້ນບໍ່ວ່າໃກ້ ຫຼືໄກ ຖ້າຫາກວ່າມີວິທະຍຸກໍ່ສາມາດຮັບຟັງໄດ້ ຖ້າ ທຽບໃສ່ກັບສື່ອື່ນໆເຫັນວ່າວິທະຍຸ ແມ່ນມີຕົ້ນທຶນຕຳ ຫຼາຍໃນການຮັບຟັງ ແລະ ພົບພາໄປມາໄດ້ສະບາຍ ບໍ່ວ່າຈະເຮັດໄຮ່ເຮັດນາ ຫຼື ຂັບລົດໄປເຮັດວຽກກໍ່ສາ ມາດຟັງໄດ້ຕາມສະບາຍ ນອກຈາກນີ້ກໍ່ຍັງມີວິທະຍຸ ປະຈຳທ້ອງຖິ່ນ, ປະຈຳໝູ່ບ້ານ (ໂທລະໂຄ່ງບ້ານ). ການຝຶກອົບຮົມໃຫ້ນັກຂ່າວວິທະຍຸ ເທື່ອນີ້ເປັນຄັ້ງ ທີສອງ ໃນເມື່ອກ່ອນແມ່ນຈັດທີ່ເມື່ອງທ່າແຂກແຂວງ ຄຳມ່ວນ ໂດຍມີວິທະຍຸຈາກເມືອງບົວລະພາ ແລະ ເມືອງທ່າແຂກ ແຂວງ ຄຳມ່ວນ ເທົ່ານັ້ນເຂົ້າຮ່ວມ. ໃນວັນທີ 7-11 ທັນວາ 2015 ກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ ຮ່ວມກັບ ວິທະຍຸແຫ່ງຊາດ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ສົ່ງ ເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງ ດິນຟ້າອາກາດ, ໄດ້ຈັດຝຶກອົບຮົມໃຫ້ນັກຂ່າວວິທະຍຸ 4 ເມືອງ 4 ແຂວງ (ເມືອງ ຫົວເມືອງ ແຂວງ ຫົວພັນ, ເມືອງ ພຽງ ແຂວງ ໄຊຍະບູລີ, ເມືອງ ປາກຊັນ ແຂວງ ບໍລິຄຳໄຊ, ເມືອງ ບົວລະພາ ແຂວງ ຄຳມ່ວນ) ທີ່ໂຮງ ແຮມເມີກ້ຽວ ນະຄອນຫຼວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ຮັບກຽດເປັນ ປະທານຮ່ວມລະຫວ່າງ ທ່ານ ຄຳປະດິດ ຄຳມູນເຮືອງ
  • 8. 5 ປະຊຸມ ານເຮັດວາລະສານ, ການສ້າງລະ ຍຸ ໃຫ້ໄດ້ຕາມມາດຕະຖານສາກົນ ຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ທ່ານ ດຣ ໄມໂຄ ທຣອກເກີິ້ນໂບດ, ຫົວໜ້າ​ທິມງານທີ່ ປຶກສາໂຄງການ ProCEEd ຈາກອົງການ ຈິໄອແຊ໊ດ GIZ. ໃນນັ້ນມີແຂກເຂົ້າຮ່ວມທັງໝົດ 50 ທ່ານ ທີ່ມາ ຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ, ພະແນກຖະແຫຼງຂ່າວແຂວງ, ນັກ ສຳມະນາກອນທີ່ມາຈາກສະຖານີວິທະຍຸ ເມືອງ- ແຂວງ ແລະ ວິທະຍາກອນ 2 ທ່ານ (ທ່ານ ວັນໄຊ ຕະ ວິນຍານຮອງຫົວໜ້າກົມວິທະຍຸແຫ່ງຊາດແລະທ່ານ ເມີນເຟດເອີເພິນທີ່ປຶກສາໂຄງການProCEEdໃນນີ້ ນັກສຳມະນາກອນຈະໄດ້ຮຽນຮູ້ທິດສະດີ (ການຂຽນ ຂ່າວ, ການສຳພາດ, ການເຮັດວາລະສານ, ການສ້າງ ບົດລະຄອນ, ການສ້າງສະປອດ, ການອ່ານຂ່າວ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
  • 9. 6 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ແລະ ການຈັດລາຍການວິທະຍຸ) ສ່ວນພາກປະຕິດ ບັດຕົວຈິງ (ລົງສຳພາດປະຊາຊົນ, ນັກຮຽນ, ອາຈານ ຄະນະວິທະຍາສາດປ່າໄມ້, ຊ່ຽວຊານຈາກໂຄງການ ເຢຍລະມັນ, ກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກົມ ອຸຕຸນິຍົມ ແລະ ອຸທົກກະສາດ) ກ່ອນຈະລົງສຳພາດ ຕ້ອງມີການວາງແຜນ, ແບ່ງໜ້າທີ່ກັນຮັບຜິດຊອບ (ວ່າໃຜຈະເປັນຜູ້ອ່ານຂ່າວ ໃຜຈະເປັນຜູ້ເຮັດສະ ປອດ, ໃຜຈະເປັນຄົນຂຽນລະຄອນ, ໃຜຈະເປັນຄົນ ລົງເອົາຂ່າວ ແລະ ສຳພາດ) ນອກຈາກນີ້ຍັງມີທີມ ງານຕັດຕໍ່ ແລະ ສ້າງສຽງເອັບເຟັກເຂົ້າໃນລະຄອນ ພາຍຫຼັງແບ່ງໜ້າທີ່ກັນແລ້ວ ທາງວິທະຍາກອນກໍ່ໄດ້ ແບ່ງກຸ່ມອອກເປັນ 3 ກຸ່ມ (ກຸ່ມພາກເໜືອ,ກຸ່ມພາກ ກາງ ແລະ ກຸ່ມພາກໃຕ້) ສຸດທ້າຍແມ່ນແຕ່ລະກຸ່ມ ໄດ້ເຮັດສຳເລັດໜ້າທີ ແລະ ເປີດໃຫ້ແຕ່ລະກຸ່ມຟັງໃຫ້ ມີຄຳຄິດຄຳເຫັນຊ່ວຍໃນການປັບປຸງ ພາຍຫຼັງທີ່ໄດ້ ຮັບຟັງແລ້ວ ແຕ່ລະກຸ່ມໃຫ້ຄະແນນ ເຫັນວ່າພາກກາງ ໄດ້ 60 ຄະແນນ ພາກໃຕ້ໄດ້ 70 ຄະແນນ ພາກ ເໜືອໄດ້ 80 ຄະແນນເພາະສົມບູນແບບສາມາດ ອອກອາກາດໄດ້ເລີຍ.
  • 10. 7 ປະຊຸມ ກອງປະຊຸມ ສະຫຼຸບປະເມີນຜົນ ກ່ຽວກັບ ການຈັດຕັ້ງ ປະຕິບັດການທົດລອງນຳໃຊ້ປື້ມແບບຮຽນ-ແບບສອນ ກ່ຽວກັບອາກາດ,ຊີວະນາໆພັນ,ດິນ-ທີ່ດິນແລະການ ປ່ຽນແປງດິນຟ້າອາກາດ ການປົກປັກຮັກສາສິ່ງແວດລ້ອມແມ່ນໜ້າທີ່ຂອງ ໝົດທຸກຄົນ ໃນການເປັນເຈົ້າການບໍ່ວ່າຈະເປັນ ປະຊາຊົນ ແລະ ພາກລັດ ກໍ່ລ້ວນແລ້ວແຕ່ມີໜ້າທີໃຜ ລາວ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກໍ່ເປັນ ພາກສ່ວນໜຶ່ງໃນການປົກປັກຮັກສາສິ່ງແວດລ້ອມ ໂດຍການໂຄສະນາເຜີຍແຜ່ (ທາງວິທະຍຸ ແລະ ທາງ ໂທລະພາບ) ນອກຈາກນີ້ກໍ່ຍັງໄດ້ລົງເຄື່ອນໄຫວສ້າງ ຈິດສຳນຶກຢູ່ຂັ້ນທ້ອງຖິ່ນ ແລະ ສູນກາງ (ແບບນອກ ໂຮງຮຽນ ແລະ ໃນໂຮງຮຽນ) ແບບນອກໂຮງຮຽນ ແມ່ນລົງເຄື່ອນໄຫວກິດຈະກຳສ້າງຈິດສຳນຶກ ແລະ ແລກປ່ຽນຄວາມຮູ້ ກ່ຽວກັບ ການປົກປັກຮັກສາສິ່ງ ແວດລ້ອມ, ໂດຍນຳໃຊ້ລົດສິ່ງແວດລ້ອມລົງເຄື່ອນ ໄຫວກິດຈະກຳກັບນັກຮຽນ,ພໍ່ແມ່ປະຊາຊົນ,ອຳນາດ ການປົກຄອງບ້ານ ແລະ ພະນັກງານເມືອງ , ແຂວງ ໃນ4ແຂວງເປົ້າໝາຍຂອງໂຄງການ(ຫົວພັນ,ໄຊຍະ ບູລີ,ບໍລິຄຳໄຊ ແລະ ຄຳມ່ວນ) ແລະ ກໍ່ຍັງໄດ້ເຄື່ອນ ໄຫວຕາມໂຮງຮຽນໃນນະຄອນຫຼວງ ແລະ ງານບຸນ ເທດສະການຕ່າງໆ (ບຸນຊ່ວງເຮືອ, ບຸນພະທາດ ຫລວງ). ນອກຈາກການສ້າງຈິດສຳນຶກ ແລະ ການ ແລກປ່ຽນຄວາມຮູ້ນອກໂຮງຮຽນແລ້ວ. ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ(ກສສ)ຮ່ວມກັບສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ນຳເອົາ ຫຼັກສູດການສຶກສາສິ່ງແວດລ້ອມເຂົ້າມາທົດລອງໃຊ້ ນັບແຕ່ຊັ້ນອານຸບານສາມຈົນເຖິງຊັ້ນມັດທະຍົມ. ປື້ມແບບຮຽນວິຊາດິນ ແລະ ທີ່ດິນ, ອາກາດ, ຊີວະ ນາໆພັນ (ສຳລັບ ຊັ້ນອະນຸບານສາມ ແລະ ປະຖົມ) ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
  • 11. 8 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ການປ່ຽນແປ່ງດິນຟ້າອາກາດ (ສຳລັບ ຊັ້ນມັດທະ ຍົມ). ຫຼັກສູດດັ່ງກ່າວແມ່ນໄດ້ນຳເອົາບົດຮຽນຈາກ ປະເທດ ອິນໂດເນເຊຍ ເພາະຫຼັກສູດນີ້ ແມ່ນນຳໃຊ້ ແລ້ວ ແລະ ໄດ້້ຮັບຜົນດີ ໃນປະເທດອິນໂດເນເຊຍ. ດັ່ງນັ້ນ ກສສ ຈຶ່ງໄດ້ນຳເອົາຫຼັກສູດດັ່ງກ່າວມາໝູນ ໃຊ້. ໄດ້ເລີ້ມຈັດຕັ້ງປະຕິບັດແຕ່ປີ 2013 - 2015 ໄດ້ ນຳໄປທົດລອງໃນໂຮງຮຽນໃນນະຄອນຫຼວງຈຳນວນ ໜຶ່ງ ແລະ 18 ແຂວງ 29 ໂຮງຮຽນ, ອານຸບານ 3 ຈຳ ນວນ11ແຫ່ງ,ປະຖົມ18ແຫ່ງແລະ ໂຮງຮຽນມັດທະ ຍົມ 2 ແຫ່ງ ໃນວັນທີ 16-17 ທັນວາ 2015 ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ສະຫຼຸບ ປະເມີນຜົນ ກ່ຽວກັບ ການຈັດຕັ້ງປະຕິບັດ ການທົດ ລອງນຳໃຊ້ປື້ມແບບຮຽນ-ແບບສອນ ກ່ຽວກັບ ອາ ກາດ, ຊີວະນາໆພັນ, ດິນ - ທີ່ດິນ ແລະ ການປ່ຽນແປງ ດິນຟ້າອາກາດ ທີ່ຣີສອດນາປ່າກວາງ ແຂວງວຽງຈັນ. ກອງປະຊຸມຄັ້ງນີ້ ແມ່ນໄດຮັບກຽດເປັນປະທານຮ່ວມ ຂອງທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າ ກສສ, ທ່ານ ທອງແກ້ວ ອາສາ ຮອງຜູ້ອຳນວຍການ ສວສ ແລະ ທ່ານ ປີເຕີ ຄາວ ມາຈາກມູນລະນິທິ HSF. ພາຍ ຫຼັງທີ່ປະທານກອງປະຊຸມໄດ້ກ່າວເປີດ ແລະ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຫົວໜ້າພະແນກສົ່ງເສີມ ສິ່ງແວດລ້ອມ ໄດ້ລາຍງານວຽກງານໂຄງການໄດ້ ເຮັດຜ່ານມາຕັ້ງແຕ່ໄດ້ຮັບໂຄງການຈົນສິ້ນສຸດ ຈາກ ນັ້ນໃຫ້ຄູອາຈານຂຶ້ນນຳສະເໜີຜົນການທົດລອງນຳ ໃຊ້ ປື້ມຄູ່ມື້ ແບບຮຽນ-ແບບສອນ ກ່ຽວກັບ ອາກາດ, ຊີວະນາໆພັນ, ດິນ ແລະ ທີ່ດິນ (ຊັ້ນອານຸບານ 3 ມີ ອຈ ໄຊຍະຄອນ ອານຸບານ ໜອງແຕ່ງ, ອຈ ເພັດມະ ນີ ອານຸບານ ໜອງບີງ, ອຈ ມາໄລທອງ ອານຸບານ ໂນນສະອາດ, ອຈ ແກ້ວມະນີ ອານຸບານ ທ່າງ່ອນ. ຊັ້ນປະຖົມປໍ 1 ອຈ ດາລາວັນ ຮຮ ສີອຳພອນ, ອຈ ວົງທິບ ຮຮ ອາກາດ, ອຈ ສີວັນທອນ ຮຮ ທ່າງ່ອນ,
  • 12. 9 ປະຊຸມ ຊັ້ນປະຖົມປໍ 2. ອຈ ດາລາວັນ ຮຮ ສີອຳພອນ, ອຈ ສີວັນທອນ ຮຮ ທ່າງ່ອນ. ຊັ້ນປະຖົມປໍ 3. ອຈ ບຸນທະ ວີ ຮຮ ຈອມເພັດ, ອຈ ຈັນທາ ຮຮ ວຽງຄຳ. ຊັ້ນປະຖົມ ປໍ 4. ອຈ ບຸນພຽນ ຮຮ ໂພນໄຊ, ອຈ ຄຳມີ ຮຮ ຫ້ວຍ ຫົງ, ອຈ ຈັນທະສອນ ແຂວງຄຳມ່ວນ. ອຈ ຈັນທີ ແຂວງວຽງຈັນ. ຊັ້ນປະຖົມປໍ 5 ອຈ ລັດສະໝີ ຮຮ ໂພນທັນ, ອຈ ຈັນສຸກ ແຂວງອຸດົມໄຊ, ອຈ ຈັນທີ ຮຮ ແຂວງຫຼວງພະບາງ. ຊັ້ນມັດທະຍົມ ມໍ1-ມໍ3 ອຈ ບຸນ ທ່ຽງ ຮຮ ດົງບັງ ມໍ1, ອຈ ສີຈັນ ຮຮ ດົງນາໂຊກ ມໍ2 ແລະ ມໍ3 ). ພາຍຫຼັງໄດ້ຮັບຟັງການລາຍງານການທົດ ລອງໄປນຳໃຊ້ແລ້ວ ທາງທິມງານໄດ້ແບ່ງກຸ່ມອອກ ເປັນ 3 ກຸ່ມ (ກຸ່ມອານຸບານ, ກຸ່ມປະຖົມ ແລະ ກຸ່ມມັດ ທະຍົມ) ຫົວຂໍ້ສົນທະນາ ແມ່ນ “ສະເໜີຄວາມຄືບໜ້າ ຂອງການນຳສະເໜີ ການແຊກຊ້ອນສິ່ງແວດລ້ອມ ເຂົ້າໃນການຮຽນການສອນ, ປືກສາຫາລື ກ່ຽວກັບ ເນື້ອຂອງປື້ມແບບຮຽນ-ແບບສອນ, ຈຸດດີ-ຈຸດອ່ອນ ແລະ ຂໍ້ສະເໜີ”. ຕາມການສະເໜີຂອງແຕ່ລະກຸ່ມ ແມ່ນເຫັນ ວ່າເປັນເອກະພາບກັນ ທີ່ຢາກໃຫ້ຫຼັກສູດນີ້ເຂົ້າໃນ ຫຼັກສູດການສຶກສາ, ແລະ ຖ້າເປັນໄປໄດ້ຢາກໃຫ້ “ວິ ຊາໂລກອ້ອມຕົວ”ປ່ຽນເປັນ“ສິ່ງແວດລ້ອມອ້ອມຕົວ” ປື້ມຫຼັກສູດດັ່ງກ່າວ ແມ່ນມີເນື້ອສອດຄ່ອງ ເໝາະສົມ ກັບເດັກນ້ອຍບ້ານເຮົາ ໃນການປ່ຽນທັດສະນະຄະຕິ ໃຫ້ຮູ້ຮັກຫອມສິ່ງແວດລ້ອມຕັ້ງແຕ່ນ້ອຍຈົນໃຫຍ່. ເຫັນວ່າຫຼັກສູດດັ່ງກ່າວມີຄວາມສຳຄັນຫຼາຍ ເພາະ ມີບາງໂຮງຮຽນທີ່ບໍ່ໄດ້ເຂົ້າໂຄງການທົດລອງແຕ່ມາ ເຫັນແລ້ວ ແມ່ນຢາກຮຽນຢາກນຳໄປສອນໃນທ້ອງ ຖິ່ນຂອງເຂົາ ແລະ ຄູອາຈານໄດ້ສະເໜີຕໍ່ກອງປະຊຸມ ເຖິງວ່າໂຄງການຈະໝົດໄປ ແຕ່ເຂົາເຈົ້າຍັງຈະສືບ ຕໍ່ເອົາຫຼັກສູດດັ່ງກ່າວໄປສອນສອດແຊກກັບວິຊາທີ່ ກ່ຽວຂ້ອງ ແລະ ປື້ມທີເຫຼືອເອົາໄປເຂົ້າໃນຫ້ອງອ່ານ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ
  • 13. 10 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ລາວ ​ແລະ ​ເຢຍລະ​ມັນ ສືບຕໍ່ຮ່ວມ​ມື ​ໃນ​ວຽກ​ງານ ການ​ສື່ສານ ​ແລະ​ການ​ສຶກສາ ດ້ານ​ສິ່ງ​ແວດ​ລ້ອມ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງຊັບ​ພະຍາກອນທໍາ​ມະ​ຊາດ ​ແລະ ສິ່ງ​ ແວດລ້ອມ(ກຊສ)ແລະໂຄງການສົ່ງເສີມການສຶກສາ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ProCEEd, ອົງການຮ່ວມມື ລາວ - ເຢຍລະມັນ ເພື່ອ ການພັດທະນາ (GIZ). ໄດ້ຈັດກອງ​ປະຊຸມວາງ​ແຜນ ການ​ດໍາ​ເນີນ​ງານຂອງໂຄງການ ProCEEd ໄລຍະ ທີ II ທີ່​​ໂຮງ​ແຮມ​ເມີ​ກ້ຽວ, ​ນະຄອນຫຼວງວຽງ​ຈັນ ໃນ ວັນທີ 22 ແລະ 23 ຕຸລາ, 2015 ກອງ​ປະຊຸມວາງແຜນການດຳເນີນງານຂອງໂຄງ ການ ProCEEd ໄລຍະທີ II, ແລະ ຄູ່​ຮ່ວມ​ພັດທະ ນາທົບ​ທວນຄືນກິດຈະ​ກໍາທີ່​ຜ່ານ​ມາ​ຂອງ​ໂຄງການ ProCEEd ໄລຍະທີ I ​ແລະ ກະກຽມແຜນການ​ ຮ່ວມມື ​ໃນ​ການ​ດໍາ​ເນີນໂຄງການ ProCEEd ໄລ ຍະທີ II ຈົນ​ເຖິງ​ເດືອນ ກັນຍາ 2017. ໂຄງການ ProCEEd ໄລຍະທີ II ມີ​ຈຸດປະສົງ​​ ເພື່ອປັບປຸງ ຄວາມ​ຮູ້, ທັດສະນະ​ຄະຕິ ​ແລະ ການ​ປະ​ພຶດ ກ່ຽວ ​ກັບ ການ​ປົກ​ປັກ​ຮັກສາ​ຊີວະ​ນາໆ​ພັນ ​ແລະ ສິ່ງແວດ ​ລ້ອມ ກໍ່ຄື​ການ​ປັບ​ຕົວເຂົ້າກັບການ​ປ່ຽນ​ແປງ​ດິນ​ຟ້າ ​ອາກາດ​ໃນ​ສປປລາວ.ໂຄງການ​ຮ່ວມ​ມືຮ່ວມ​ມື​ດ້ານ ​ການ​ພັດທະນາ ລາວ-​ເຢຍລະ​ມັນ ​ໂຄງການ Pro- CEEd (ການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ)​ເປັນ​ເຈົ້າພາບ​ໃນ​ການ ​ຈັດ​ກອງ​ປະຊຸມການວາງແຜນການ​ດໍາເນີນງານ. ຈຸດ ປະສົງ​ຫຼັກຂອງ​ກອງ​ປະ​ຊຸມ ​ແມ່ນ​ເພື່ອ​ທົບ​ທວນຄືນ ບັນດາ​ກິດຈະ​ກໍາ​ທີ່​ຜ່ານ​ມາ​ຂອງ​ໂຄງການ ​ແລະ ຕົກ ລົງໃນ​ແຜນ​ດໍາ​ເນີນ​ງານ ສໍາລັບ ​ໄລຍະການ​ປະຕິບັດ ໂຄງການ ProCEEd ໄລຍະທີ II ຈົນ​ຮອດ ​ເດືອນ ​ກັນຍາ 2017. ຜູ້​ເຂົ້າຮ່ວມ 50 ທ່ານ.​ ຈາກກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ, ກຊສ ພະແນກຊັບ ພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ເວດ​ລ້ອມ ​4 ແຂວງ ເປົ່າໝາຍຂອງໂຄງການ (ແຂວງບໍລິຄຳໄຊ, ຄຳມ່ວນ, ຫົວພັນ ແລະ ແຂວງໄຊຍະບູລີ), ກະຊວງ ແຜນການ ແລະ ການລົງທຶນ, ກະຊວງ ສຶກສາທິການ ແລະ ກິລາ, ກະຊວງຖະແຫຼງຂ່າວ,ວັດທະນາທຳແລະທ່ອງທ່ຽວ, ອົງການ ພັດທະນາຕົວເມືອງ ແລະ ບໍລິຫານຕົວເມືອງ
  • 14. 11 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ (ອພບ) ສູນກາງຊາວໜຸມ, ແມ່ຍິງ, ມະຫາວິທະຍາ ໄລແຫ່ງຊາດ (ຄະນະສິ່ງແວດລ້ອມ, ຄະນະປ່າໄມ້) ແລະ ອົງການຈັດຕັ້ງສາກົນ,ນອກຈາກນີ້ກໍ່ຍັງມີພາກ ສ່ວນສື່ມວນ​ຊົນ (​ໂທລະພາບລາຍການສິ່ງແວດ ລ້ອມ, ວິທະຍຸ ລາຍການສິ່ງແວດລ້ອມ, ໜັງ​ສືພິມ ວຽງຈັນທາມ ແລະ ລາຍການວິທະຍຸແຂວງຄຳມ່ວນ ແລະ ຫົວພັນ). ກອງປະຂຸມຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທ່ານຮ່ວມ ​ໂດຍ ແມ່ນທ່ານ ໂລນຄຳ ອາດສະນາວົງ ຮອງຫົວ ໜ້າ​ກົມ ກົມ​ສົ່ງ​ເສີມ​ຄຸນະພາບ​ສິ່ງ​ແວດ​ລ້ອມ, ກຊສ ແລະ ທ່ານ ດຣ ໄມໂຄ ທຣອກເກີິ້ນໂບດ, ຫົວໜ້າ ທິມງານທີປຶກສາ ​ໂຄງການ ProCEEd ຈາກອົງການ ຈິໄອແຊ໊ດ GIZ. ​ໃນ​ມື້ທໍາ​ອິດ, ຜູ້​ເຂົ້າຮ່ວມຈະ​ຮຽນ​ຮູ້​ ກ່ຽວ​ກັບ ຜົນ​ໄດ້​ຮັບ ​ແລະ ບົດຮຽນທີ່​ຖອດ​ຖອນ​ຈາກ ໄລຍະ​ການ​ດໍາ​ເນີນ​ງານຄັ້ງທີ​ໜຶ່ງຂອງ​ໂຄງການPro- CEEd. ຍັງ​ມີ​ການ​ນໍາ​ສະ​ເໜີແຜນ​ຍຸດ​ທະ​ສາດປະຈຸ ບັນ​ໃນດ້ານວຽກ​ງານ​ການ​ສຶກສາດ້ານ​ສິ່ງ​ແວດ​ລ້ອມ
  • 15. 12 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ນອກ​ລະບົບຂອງໂຄງການ ProCEEd ​ແລະ ການ​ ຮ່ວມ​ມືຂອງ​ໂຄງການກັບສື່​ມວນ​ຊົນ ​ໃນ​ດ້ານການ ຂຽນ​ຂ່າວ​ສິ່ງ​​ແວດ​ລ້ອມ. ​​ໂຄງການ​ໄດ້​ສືບຕໍ່​ເຄື່ອນ ໄຫວລົງ​ຢ້ຽມຢາມ ​ເພື່ອ​ໃຫ້​ຂໍ້​ມູນ​ການ​ສຶກສາ​ດ້ານ​ ສິ່ງ​ແວ​ດລ້ອມແບບ​​ເຄື່ອນ​ທີ່ພາຍ​ໃນບັນດາ​4 ​ແຂວງ ​ແລະ ກິດຈະ​ກໍາ​ສື່​ມວນ​ຊົນ ​ເພື່ອ​​ເພິ່ມຄວາມ​ຮູ້, ທັດ ສະນະຄະຕິ ແລະ ການ​ປະ​ພືດ ກ່ຽວ​ກັບ ການ​ປົກ​ປັກ ​ຮັກສາ​ ຊີວະ​ນາໆ​ພັນ ​ແລະ ສິ່ງ​ເວດ​ລ້ອມ ​ໃນ​ສປປ ລາວ. ພາກ​ທີ​ສອງຂອງກອງ​ປະຊຸມ ​ແມ່ນ​ການ​ປຶກສາ​ຫາລື​ ແບບ​ເປັນ​ກຸ່ມ. ຜູ້​ເຂົ້າຮ່ວມ ​ປະກອບ​ຄວາມ​ຄິດ​ເຫັນ ຕໍ່​ກິດຈະ​ກໍາຂອງໂຄງການ​ທີ່​ຜ່ານ​ມາ ແລະ ​ໂຄງການ​ ໃນ​ອານາ​ຄົດ. ພວກ​ເຂົາ​ໄດ້​ສະເໜີບົດບາດ​ຂອງ​ ພວກ​ເຂົາ ​ໃນ​ການ​ສະໜັບສະໜູນ ​ໂຄງການ Pro- CEEd ​ແລະ ລະບຸສິ່ງ​ທີ່​ຈໍາ​ເປັນ​ໃນ​ການ​ສ້າງຄວາມ ອາດ​ສາມາດ​ໃນ​ອານາ​ຄົດ ​ໃນ​​ຂົງ​ເຂດການ​ສື່ສານ ​ແລະ ການ​ສຶກສາ​ດ້ານ​ສິ່ງ​ເວດ​ລ້ອມ. ສຸດ​ທ້າຍ, ຜູ້​ເຂົ້າ ຮ່ວມ​ທຸກ​ຄົນ ປຶກສາ​ຫາລື ກ່ຽວ​ກັບ ​ແຜນ​ດໍາ​ເນີນ​ງານ ສໍາ​ລັບ ​ໄລຍະ​ຂອງ​ໂຄງການ​ທີ່​ຍັງ​ເຫຼືອ. ​ໂຄງການ ProCEEd ​ແມ່ນ​ໂຄງການທີ່​ໄດ້​ຮັບ​ການ​ສະໜັບສະ ໜູນ​ຈາກ ສະຫະພາບ ​ເຢຍລະ​ມັນ ​ແລະ ປະຕິບັດ​ ໂດຍ ອົງການຮ່ວມມື ລາວ - ເຢຍລະມັນ ເພື່ອການ ພັດທະນາ (GIZ) ​ແລະ ກົມສົ່ງ​ເສີມ​ຄຸນ​ນະພາ​ບສິ່ງ ​ແວດ​ລ້ອມ, ກະຊວງ ຊັບພະຍາກອນ​ທໍາ​ມະຊາດ ແລະ ສິ່ງ​ເວດ​ລ້ອມ ຂອງ ສປປ ລາວ.
  • 16. ເຫດການ 13ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ການເຄື່ອນໄຫວຂອງລົດສິ່ງແວດລ້ອມ ໃນຫົວຂໍ້ການຈັດການ ຂີ້ເຫຍື້ອຢູ່ແຂວງ ບໍລິຄໍາໄຊ ໃນວັນທີ 20 ຫາ 31 ກໍລະກົດ 2015, ລົດສິ່ງ ແວດລ້ອມ ຂອງໂຄງການ ສົ່ງເສີມການສຶກສາ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, (ProCEEd) ໄດ້ເດີນທາງໄປປະຕິບັດກໍາຈະກໍາຢູ່ 20 ບ້ານ, 40 ໂຮງຮຽນ ຢູ່ເມືອງທ່າພະບາດ, ເມືອງ ປາກຊັນ ແລະ ປາກກະດິງ, ແຂວງບໍລິຄຳໄຊ ຊຶ່ງ ເປັນຄັ້ງທຳອິດຂອງໂຄງການ ProCEEd ທີ່ໄດ້ໄປ ຈັດກິດຈະກໍາ. ເພາະເປັນແຂວງໃໝ່, ໃນຫົວຂໍ້ໃໝ່ຄື: ການຈັດການຂີ້ເຫຍື້ອ ຈັດຕັ້ງປະຕິບັດໂດຍທີມງານ ໃໝ່ ທີ່ປະກອບດ້ວຍອາສາສະມັກຈາກໜ່ວຍງານ ອະນຸລັກເຄື່ອນທີ່ (MCU) ຂອງຄະນະວິທະຍາສາດ ປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ການລົງເຮັດກິດຈະກຳຄັ້ງນີ້ແມ່ນ ພົບອຸປະ ສັກຫຼາຍອາກາດຈະບໍ່ເປັນໃຈປານໃດ ໃນຊ່ວງລະດູ ຝົນ ຫຼື ສະພາບຖະໜົນຈະຍາກລໍາບາກປານໃດ(ດິນ ເຈື່ອນ, ນ້ຳຖ້ວມບາງໝູ່ບ້ານ) ນອກຈາກນີ້ທາງໂຮງ ຮຽນກໍ່ໄດ້ປິດພາກຮຽນໜຶ່ງ ແຕ່ກໍ່ບໍ່ສາມາດຢຸດທີມ ງານຈັດກິດຈະກໍາ ການສ້າງຈິດສໍານຶກດ້ານສິ່ງແວດ ລ້ອມໄດ້. ໄດ້ໄປຮັບສົ່ງນ້ອງນັກຮຽນເພື່ອປ້ອງກັນ ຈາກຝົນ ມີນ້ອງນັກຮຽນຈໍານວນເກືອບ 2,500 ຄົນ ຈາກ 40 ໂຮງຮຽນ ທັງໂຮງຮຽນປະຖົມ ແລະ ມັດທະ ຍົມ ໄດ້ຮຽນຮູ້ກ່ຽວກັບຄວາມສໍາຄັນຂອງການຫຼຸດປະ ລິມານຂີ້ເຫຍື້ອພາຍໃນຄົວເຮືອນແລະວິທີການຖິ້ມຂີ້ ເຫຍື້ອທີ່ຖືກວິທີ ແລະ ຂີ້ເຫຍື້ອຍັງມີຄຸນຄ່າພິເສດສາ ມາດນໍາກັບມາໃຊ້ໃໝ່.
  • 17. ເຫດການ 14 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ກິດຈະກຳທີ່ຈັດຢູ່ໂຮງຮຽນ ແມ່ນມີການຫຼີ້ນເກມເພື່ອ ໃຫ້ຄວາມຮູ້, ກິດຈະກໍາການມີສ່ວນຮ່ວມຕ່າງໆ, ແລະ ປະຕິບັດໂຄງການນ້ອຍໆຈໍານວນໜຶ່ງ. ກິດຈະ ກໍາທັງໝົດ ແມ່ນອອກແບບເພື່ອໃຫ້ນ້ອງນັກຮຽນ ມີສ່ວນຮ່ວມຢ່າງຫ້າວຫັນ ໂດຍຮຽນຮູ້ຈາກການປະ ຕິບັດຕົວຈິງ, ຄວາມບັນເທີງ ແລະ ມ່ວນຊື່ນກັບກິດ ຈະກໍາເຫຼົ່ານັ້ນ. ນ້ອງນັກຮຽນ ໄດ້ເຂົ້າຮ່ວມການແຂ່ງ ຂັນຫຼີ້ນເກມ, ຮ້ອງເພັງ, ແລະ ກິດຈະກໍາອະນາໄມ ເດີນໂຮງຮຽນ ຊຶ່ງເປັນພາກສ່ວນຂອງກິດຈະກໍາໂຄງ ການຢູ່ແຕ່ລະໂຮງຮຽນທີ່ໄດ້ໄປຢ້ຽມຢາມ. ໃຫ້ນ້ອງ ນັກຮຽນໄດ້ຮຽນຮູ້ເຖິງວິທີການປ່ຽນຮູບຮ່າງຂອງກະ ຕຸກນໍ້າ ຫຼື ກະຕຸກແປບຊີເກົ່າມາເຮັດເປັນຟອຍກວດ ເຮືອນ, ວິທີການແຍກຂີ້ເຫຍື້ອທີ່ຖືກຕ້ອງ ແລະ ແຕ່ ລະອັນມັນມີຄວາມສໍາຄັນແນວໃດເພື່ອຊ່ວຍ ຫຼຸດປະ ລິມານຂີ້ເຫຍື້ອທີ່ສ້າງຂຶ້ນພາຍໃນໂຮງຮຽນ ແລະ ເຮືອນຊານໄດ້. ຫຼັງຈາກເຮັດກິດຈະກໍາອະນາໄມ ເດີນໂຮງຮຽນແລ້ວ, ທັງນ້ອງນັກຮຽນປະຖົມ ແລະ ມັດຖະຍົມ ກໍ່ເຫັນວ່າຂີ້ເຫຍື້ອທີ່ເປັນຢາງທີ່ພວກເຂົາ ໄດ້ພົບເຫັນຢູ່ໃນໂຮງຮຽນ ແມ່ນມີຫຼາຍຊໍ້າໃດ ແລະ ກໍ່ໄດ້ເວົ້າເຖິງບັນຫາທີ່ຂີ້ເຫຍື້ອເຫຼົ່ານັ້ນ ແມ່ນສາມາດ ນໍາມາໃຊ້ໄດ້. ກິດຈະກໍາພາກຄໍ່າ ແມ່ນໄດ້ຖ່າຍຖອດຄວາມຮູ້ໃນ ຫົວຂໍ້ດຽວກັນນີ້ໃຫ້ກັບປະຊາຊົນກຸ່ມຜູ້ໃຫຍ່ ໃນບ້ານ ເປົ້າໝາຍ. ທີມງານ MCU ໄດ້ສາທິດວິທີການໝັ້ກຂີ້
  • 18. ເຫດການ 15ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ເຫຍື້ອທີ່ເປັນພືດ, ເສດຜັກ ແລະ ວິທີການເຮັດຝຸ່ນ ຊີວະພາບ. ການສາທິດແມ່ນໄດ້ຮັບຜົນສໍາເລັດ ແລະ ປະຊາຊົນ ກໍ່ໄດ້ຮ່ວມແລກປ່ຽນຄວາມຮູ້ ແລະ ສິ່ງທີ່ ທ້າທ້າຍທີ່ປະຊາຊົນໄດ້ຮັບໃນການຈັດການຂີ້ເຫຍື້ອ ຢ່າງແທ້ຈິງໃນຂັ້ນບ້ານ. ຈຸດເດັ່ນຂອງລາຍການພາກຄໍ່າ ເຊິ່ງເປີດໃຫ້ສໍາລັບ ປະຊາຊົນທົ່ວໄປໃນບ້ານແມ່ນການສະແດງລະຄອນ ໃຊ້ ເວລາ 25 ນາທີ ສະແດງໂດຍທີມງານ MCU. ເຊີ່ງຊ່ອງແສງເຖິງ ເລື່ອງລາວຂອງສອງຄົວຄອບທີ່ມີ ທັດສະນະ ແລະ ພຶດຕິກໍາແຕກຕ່າງກັນ ກ່ຽວກັບ ການ ຖີ້ມຂີ້ເຫຍື້ອ ແລະ ການນໍາໃຊ້ຂີ້ເຫຍື້ອໃນຄົວເຮືອນ. ສ່ວນອີກຄອບຄົວໜຶ່ງ ແມ່ນບໍ່ມີຄວາມເປັນລະບຽບ ຮຽບຮ້ອຍ ແມ່ນໃຊ້ແຕ່ຜະລິດທີ່ເປັນຢາງຟຼາດສະ ຕິກ ແລະ ຖີ້ມຂີ້ເຫຍື້ອເສດເຫຼືອຊະຊາຍທົ່ວເຮືອນ ຂອງເຂົາເຈົ້າ. ອີກຄອບຄົວໜຶ່ງ ແມ່ນຕົວຢ່າງການ ປະຕິບັດທີ່ດີ ຍ້ອນວ່າເຂົາເຈົ້າຫຼຸດປະລິມານຂີ້ເຫຍື້ອ ແລະ ໃຊ້ຊໍ້າ ຫຼື ນໍາສິ່ງເສດເຫຼືອຕ່າງໆກັບມາໃຊ້ໃໝ່ ໃຫ້ໝົດຄຸນຄ່າ ແລະ ຄອບຄົວນີ້ຍັງມີລາຍໄດ້ຈໍານວນ ໜຶ່ງຈາກການຂາຍຂີ້ເຫຍື້ອ. ຈຸດປະສົງໜຶ່ງຂອງໂຄງການ ProCEEd ແມ່ນເພື່ອ ຝຶກອົບຮົມ ແລະ ພັດທະນາຂີດຄວາມສາມາດໃຫ້ແກ່ ໄວໝຸ່ມ ກ່ຽວກັບ ການສຶກສາສິ່ງແວດລ້ອມ. ໃນຊ່ວງ ການສ້າງຈິດສໍານຶກ ມີນັກສຶກສາອາສາສະມັກຈາກ ຄະນະວິທະຍາສາດປ່າໄມ້, ມຊ ແລະ ອາສາສະມັກ ຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ ໄດ້ ມີໂອກາດຮຽນຮູ້ເຖິງເຄື່ອງມື ແລະ ວິທີການສຶກສາ ສິ່ງແວດລ້ອມທີ່ທັນສະໄໝ ແລະ ມີປະສິດທິພາບ. ພວກເຂົາໄດ້ມີປະສົບການນໍາໃຊ້ວິທີການ ໃຫ້ທັງ ຄວາມຮູ້ ແລະ ຄວາມບັນເທີງໄປໃນຕົວ ໃນຕອນ ໄປຈັດກິດຈະກໍາຢູ່ບັນດາໂຮງຮຽນ ແລະ ກິດຈະກໍາ
  • 19. ເຫດການ 16 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ລາຍການພາກຄໍ່າເຊັ່ນ ການສະແດງລະຄອນ. ການ ເຮັດວຽກກັບອາສາສະມັກເປັນເວລາ 2 ອາທິດ ໃນ ຊ່ວງອອກເຄື່ອນໄຫວກິດຈະກໍາ ການຈັດການຂີ້ ເຫຍື້ອ ໃນນັ້ນມັນຍັງເຮັດໃຫ້ນ້ອງນັກຮຽນໄດ້ຮູ້ວ່າ ປະຊາຊົນຊາວບ້ານມີຊີວິດການເປັນຢູ່ແນວໃດ ແລະ ສິ່ງທີ່ທ້າທ້າຍປະຈໍາວັນຂອງພວກເຂົາໄດ້ພົບພໍ້. ເຖິງ ແມ້ນວ່າການເຄື່ອນໄຫວລົດສິ່ງແວດລ້ອມ ແມ່ນ ເລີ້ມແຕ່ເຊົ້າຈົນຮອດເດິກທຸກໆມື້ ແຕ່ອາສາສະມັກ ໄວໝຸ່ມກຸ່ມດັ່ງກ່າວ ກໍ່ຍັງເຕັມໄປດ້ວຍພະລັງ ແລະ ຄໍາໝັ້ນສັນຍາທີ່ເຂັ້ມແຂງ. ໂຄງການ ProCEEd ໄດ້ ໃຫ້ປະສົບການຊີວິດຈິງ ກ່ຽວກັບ ການສຶກສາສິ່ງແວດ ລ້ອມ ທີ່ນັກສຶກສາອາສາສະມັກບໍ່ອາດຈະລືມມັນໄດ້ ໃນອາຊີບການງານໃນອະນາຄົດຂອງພວກເຂົາ. ກ່ອນພວກເຂົາຈະອອກເຄື່ອນໄຫວກິດຈະກໍາ, ນັກ ສຶກສາອາສາສະມັກ ໄດ້ຮັບການຝຶກອົບຮົມຢ່າງ ໜ້ອຍເປັນເວລາ 10 ມື້ ໂດຍທິມງານ MCU ຊຶ່ງນໍາ ພາດ້ວຍພະນັກງານທີ່ມີປະສົບງານ ແລະ ພວກເຂົາ ກໍ່ໄດ້ຮຽນຮູ້ການສ້າງເຄື່ອງມືການສື່ສານ ແລະ ວິທີ ການຈັດ ແລະ ປະສານງານກິດ ຈະກໍາຕ່າງໆ. ນັກ ສຶກສາອາສາສະມັກ ໄດ້ສ້າງລະຄອນ ແລະ ມີການ ຝຶກສ້ອມ, ຮຽນຮູ້ວິທີການເວົ້າໃນສາທາລະນາຊົນ ແລະ ວິທີການຕິດຕາມກວດກາ ກຸ່ມເປົ້າໝາຍຂອງ ພວກເຂົາ. ໃນຊ່ວງການອອກເຄື່ອນໄຫວກິດຈະກໍາ ທີມງານ ແມ່ນໄດ້ພົບພໍ້ທັງບັນຫາສິ່ງທ້າທ້າຍນ້ອຍ ແລະ ໃຫຍ່ ຍ້ອນວ່າກິດຈະກໍາດັ່ງກ່າວ ແມ່ນຖືກຊ່ວງລະດູຝົນ ເຮັດໃຫ້ການໄປມາ ແລະ ການເຕົ້າໂຮມຂອງນັກຮຽນ ແລະ ປະຊາຊົນ ແມ່ນບໍ່ໄດ້ຕາມເປົ້າໝາຍ. ຊ່ວງລົງ ກິດຈະກໍາແມ່ນເປັນຊ່ວງນັກຮຽນພັກໂຮງຮຽນ ແລະ ມີບາງບ້ານ ແມ່ນບໍ່ສາມາດເຂົ້າໄດ້ ເພາະມີນໍ້າຖ້ວມ ເຮັດໃຫ້ທີມງານບໍ່ສາມາດເຮັດກິດຈະກໍາໄປຕາມ ເປົ້າໝາຍໄດ້, ແຕ່ມິດຕະພາບທີ່ສ້າງຂຶ້ນໃນຊ່ວງເວ ລາການໄປເຄື່ອນໄຫວກິດຈະກໍາລົດສິ່ງແວດລ້ອມ ຂອງໂຄງການ ProCEEd ຄວນຈະເປັນການສ້າງ ຮາກຖານຄໍາໝັ້ນສັນຍາເພື່ອການອະນຸລັກ ແລະ ປົກ ປັກຮັກສາສິ່ງແວດລ້ອມໃນ ສປປ ລາວ.
  • 20. ເຫດການ 17ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ລະດົມແນວຄວາມຄິດ ແກ້ໄຂບັນຫາ ແລະ ການຫຼຸດ ຜ່ອນປະລິມານຂີ້ເຫຍື້ອໃນ40ໂຮງຮຽນແລະ20ບ້ານ ເພື່ອບັນລຸເປົ້າໝາຍກັບຄຳຂັວນທີ່ວ່າ: ຂຽວ ສະ ອາດ ແລະ ງາມຕາ. ກົມສົ່ງເສີມຄຸນນະພາບ ສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ໜ່ວຍ ງານ ຊຸມຊົນອາສາຈັດສັນສິ່ງເສດເຫຼືອ (MCU), ຄະ ນະວິທະຍາສາດປ່າໄມ້,ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມປືກສາຫາລື ກ່ຽວກັບ ການ ແກ້ໄຂບັນຫາ ແລະ ການຫຼຸດຜ່ອນປະລິມານຂີ້ເຫຍື້ອ ໃນ 40 ໂຮງຮຽນ ແລະ 20 ບ້ານ ເພື່ອລົງກະກຽມລົງ ເຄື່ອນໄຫວກິດຈະກຳສ້າງຈິດສຳນຶກ ການຈັດການຂີ້ ເຫຍື້ອ ໄລຍະ II ໃນວັນທີ 18-20 ພະຈິກ 2015, ທີ່ ເມື່ອງທ່າພະບາດ, ເມືອງປາກຊັນ ແລະ ເມືອງປາກ ກະດິງ ແຂວງບໍລິຄຳໄຊ. ໂດຍໄດ້ຮັບການສະໜັບສະ ໜຸນຈາກໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເປັນໂຄງການ ຮ່ວມມື ລາວ-ເຢຍລະມັນ. ໜ່ວຍງານ MCU ແມ່ນໄດ້ເລີ້ມເຮັດກິດຈະກຳສ້າງ ຈິດສຳນຶກໃນໄລຍະທີ I ຜ່ານມາ ໃນວັນທີ 20 - 29 ກໍລະກົດ 2015 ພາຍໃຕ້ຫົວຂໍ້ “ຂຽວ ສະອາດ ແລະ ງາມຕາ” ເຊິ່ງຈະເນັ້ນໃສ່ຕາມເສັ້ນທາງ 13 ໃຕ້ ແລະ 13 ເໜືອ ເພາະເປັນເສັ້ນທາງສາຍຫຼັກໃນການສັນ ຈອນເຮັດໃຫ້ເກີດມີຂີ້ເຫຍືອຫຼາຍຕາມສາຍທາງຫຼວງ ເຮັດໃຫ້ແຂກຕ່າງບ້ານເຫັນແລ້ວບໍ່ສະບາຍຕາ. ສະ ນັ້ນ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມຈິ່ງໄດ້ເຫັນ ບັນຫາດັ່ງກ່າວແລະໄດ້ເລືອກເອົາເມືອງທ່າພະບາດ, ເມືອງປາກຊັນ ແລະ ເມືອງປາກກະດິງ ແຂວງບໍລິຄຳ ໄຊ ເປັນແຂວງທຳອິດໃນການຈັດການຂີ້ເຫຍືອແບບ ຄົບວົງຈອນ.
  • 21. ເຫດການ 18 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ໃນຕອນເຊົ້າຂອງວັນ 18 ພະຈິກ 2015 ໄດ້ຈັດກອງ ປະຊຸມປືກສາຫາລື ກ່ຽວກັບ ການແກ້ໄຂບັນຫາ ແລະ ການຫຼຸດຜ່ອນປະລິມານຂີ້ເຫຍື້ອ ທີ່ເມືອງທ່າພະບາດ ແຂວງບໍລິຄຳໄຊ. ກອງປະຂຸມດັ່ງກ່າວ ແມ່ນໄດ້ຮັບ ກຽດເປັນປະທານຂອງທ່ານ ສົມພູ ສົມຄຳຮັກ ກຳມະ ການພັກເມືອງ ແລະ ມີແຂກເຂົ້າຮ່ວມທີ່ມາຈາກ ພະ ແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ເມືອງທ່າພະບາດ, ຫ້ອງການສຶກສາ ເມືອງທ່າ ພະບາດ, ໂຮງຮຽນປະຖົມ ສີສົມໄຊ, ປາກທວາຍ, ພະບາດ, ນາໄຊ, ປ່າໄລ່, ທວາຍແບ່ງ, ຍອຍໄຮ. ໂຮງຮຽນມັດທະຍົມໜອງເກິນ, ປາກທວາຍ, ຫ້ວຍ ເລິກ, ນາໄຊ, ທ່າພະບາດ, ທວາຍແບ່ງ. ອຳນາດ ການປົກຄອງ ບ້ານສີສົມໄຊ, ປາກທວາຍ, ພະບາດ, ນາໄຊ, ປ່າໄລ່ ແລະ ບ້ານ ທວາຍແບ່ງ. ໃນຕອນເຊົ້າຂອງວັນ 19 ພະຈິກ 2015 ທີ່ເມືອງປາກ ຊັນ ແຂວງ ບໍລິຄຳໄຊ. ກອງປະຂຸມດັ່ງກ່າວ ແມ່ນໄດ້ ຮັບກຽດເປັນປະທານຂອງທ່ານ ຄຳມວນ ເຂັມມາລາ ຮອງພະແນກສຶກສາແລະມີແຂກເຂົ້າຮ່ວມທີ່ມາຈາກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກຊັນ, ຫ້ອງການສຶກສາເມືອງ ປາກຊັນ, ໂຮງຮຽນປະຖົມສີວິໄລ, ສວນສະຫວັນ, ນາສົ້ມມໍ, ສີສະອາດ, ກ້ວຍອຸດົມ, ຫາງຊິງ, ໂພນໄຊ ໃຕ້, ຮຸ່ງອາຣຸນ, ໂຮງຮຽນມັດທະຍົມປາກຊັນ, ໂພສີ, ສີທ່ານາໄຊ, ສິນໄຊ, ປາກງຽບ, ປາກຊັນໃຕ້, ໂພນ ໄຊໃຕ້, ປາກຊັນໃຫມ່ ແລະ ອຳນາດການປົກຄອງ ບ້ານສີວິໄລ, ສວນສະຫວັນ, ນາສົ້ມມໍ, ສີສະອາດ, ກ້ວຍອຸດົມ, ຫາງຊິງ, ໂພນໄຊ ແລະ ບ້ານໂພນສະ ຫວ່າງ. ໃນຕອນເຊົ້າຂອງວັນ 20 ພະຈິກ 2015 ທີ່ເມືອງປາກ ກະດິງ ແຂວງບໍລິຄຳໄຊ. ກອງປະຂຸມດັ່ງກ່າວແມ່ນ ໄດ້ຮັບກຽດເປັນປະທານຂອງທ່ານ ນ ສຸພີ ເລືອນສະ ກຸນ ຮອງຫົວໜ້າ ສຶກສາເມືອງ ແລະ ມີແຂກເຂົ້າຮ່ວມ ທີ່ມາຈາກ ພະແນກ ຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກກະດິງ, ຫ້ອງການສຶກ ສາ ເມືອງປາກກະດິງ, ໂຮງຮຽນປະຖົມ ນ້ຳທອນ, ວຽງຄຳ, ທົ່ງນາມີ, ນາເຄືອ, ປາກກະດິງ, ໂພນສີ, ໂຮງຮຽນມັດທະຍົມ ນ້ຳທອນ, ວຽງຄຳ, ທົ່ງນາມີ,
  • 22. ເຫດການ 19ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ນາເຄືອ, ປາກກະດິງ, ໂພນສີ ແລະ ອຳນາດການປົກ ຄອງ ບ້ານນ້ຳທອນ, ວຽງຄຳ, ທົ່ງນາມີ, ນາເຄືອນອກ, ປາກກະດິງເໜືອ, ບ້ານໂພນສີ ແລະ ທິມງານຈາກ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ຄະນະ ວິທະຍາສາດປ່າໄມ້. ໜ່ວຍງານ MCU, ສະຫຼຸບກິດຈະກຳທີ່່ໄດ້ເຮັດຜ່ານ ມາໃນໄລຍະທີ I ແລະ ສະເໜີແຜນກິດຈະກຳໄລຍະ ທີ II. ທີ່ຈະນຳໄປຈັດຕັ້ງປະຕິບັດ 15 ກິດຈະກໍາຄື: (1.ປະກວດແຕ້ມຮູບ 2.ປະກວດປະດິດສິ່ງຂອງຈາກ ສີ່ງເສດເຫຼືອ 3. ການສາທິດເຮັດຕັ່ງຈາກຕຸກນໍ້າ 4. ເກັບຂີ້ເຫຍື້ອເຄື່ອນທີ່ 5.ຂຸມຂີ້ເຫຍື້ອ 6. ເກມພະຈົນ ໄພເພື່ອຄົ້ນຫາມະນຸດປາບຂີ້ເຫຍື່ອ 7. ທະນາຄານ ຂີ້ເຫຍື່ອ 8.ເຄື່ອຄ່າຍ ແລະ ການຕະຫຼາດ 9.ການ ເຮັດນໍ້າໝັກ ແລະ ປຸຍໝັກ 10.ການນຳສະເໜີກິດຈະ ກຳຄືນ 11.ສາຍວິດີໂອ ກ່ຽວກັບ ການຈັດການຂີ້ ເຫຍື່ອ 12.ລະຄອນສັ້ນ 13.ສ້າງບັນກາດ 14. ເກມ ຈັບຄູ່ພາບປະເພດຂີ້ເຫຍື່ອ15.ຖາມຕອບ)ນອກຈາກ ນີ້ກໍ່ໄດ້ມີການແບ່ງກຸ່ມອອກເປັນ 3 ກຸ່ມຄື: ກຸ່ມໂຮງ ຮຽນປະຖົມ, ກຸ່ມໂຮງຮຽນມັດທະຍົມ ແລະ ກຸ່ມອຳ ນາດການປົກຄອງບ້ານ, ເພື່ອສົນທະນາບັນຫາ ແລະ ແກ້ໄຂບັນຫາ ໃນການຈັດຕັ້ງປະຕິບັດຜ່ານມາ ແລະ ໃນຕໍ່ໜ້າ. ພາຍຫຼັງທ່ີແຕ່ລະກຸ່ມຂຶ້ນນຳສະເໜີແລ້ວ ເຫັນວ່າຄຳຄິດເຫັນຂອງໂຮງຮຽນ-ບ້ານ ແມ່ນເຫັນດີ ກັບ 15 ກິດຈະກຳ, ຢາກໃຫ້ມີຄູ່ມື ການຈັດການຂີ້ ເຫຍື້ອ ແລະ ທະນາຄານຂີ້ເຫຍື້ອ ນອກຈາກນີ້ກໍ່ຍັງ ຮູ້ເຖີງບັນຫາຂີ້ເຫຍື້ອສ່ວນໃຫຍ່ຕາມເສັ້ນທາງ ແມ່ນ ມາຈາກລົດປະຈຳທາງ ແລະ ການລັກລອບຖີ້ມຂີ້ ເຫຍື້ອຂອງປະຊາຊົນບ້ານອື່ນ. ເຫັນວ່າກິດຈະກຳທີ່ເຮັດຜ່ານມາ ແມ່ນມີປະໂຫຍດ ຫຼາຍເພາະຫຼາຍໂຮງຮຽນກໍ່ໄດ້ນຳໄປປະຕິບັດ ແລະ ໄດ້ຮັບຜົນດີເຮັດໃຫ້ຂີ້ເຫຍື້ອຫຼຸດລົງສາມາດສ້າງລາຍ ຮັບໃຫ້ໂຮງຮຽນໄດ້ແລະຢາກໃຫ້ຂະຫຍາຍກິດຈະກຳ ໃຫ້ກວ້າງກ່ອນນີ້ ເພາະຫຼາຍໆໂຮງຮຽນຢາກເຂົ້າ ຮ່ວມເຮັດກິດຈະກຳນຳ.
  • 24. ເຫດການ 21ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ການລົງເຄື່ອນໄຫວ ກິດຈະກໍາສ້າງຈິດສໍານຶກດ້ານສິ່ງ ແວດລ້ອມ ກ່ຽວກັບ ການແກ້ໄຂບັນຫາ ແລະ ການຫຼຸດ ຜ່ອນປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ ບ້ານ ການລົງເຄື່ອນໄຫວ ກິດຈະກໍາສ້າງຈິດສໍາ ນຶດດ້ານສິ່ງແວດລ້ອມ ກ່ຽວກັບ ການແກ້ໄຂບັນຫາ ແລະ ການຫຼຸດຜ່ອນປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ ບ້ານ ຄັ້ງນີ້ເປັນທີ II. ໃນການປຸກລະດົມສ້າງ ຄວາມຮູ້ຄວາມສາມາດໃຫ້ກັບນ້ອງນັກຮຽນ, ຄູອາ ຈານ ແລະ ພໍ່ແມ່ປະຊາຊົນ ຮູ້ເຖີງຜົນຮ້າຍຜົນເສຍ ແລະ ຄຸນປະໂຫຍກຈາກຂີ້ເຫຍື້ອ ທັງເປັນການສ້າງ ຈິດສຳນຶກໃນການຄັດແຍກຂີ້ເຫຍື້ອ. ກິດຈະກຳດັ່ງ ກ່າວ ແມ່ນເລີ່ມແຕ່ວັນທີ 06-19 ທັນວາ 2015, ທີ່ ເມືອງທ່າພະບາດ, ເມືອງປາກຊັນ ແລະ ເມືອງປາກ ກະດິງ ແຂວງ ບໍລິຄຳໄຊ. ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ຮ່ວມ ກັບທີມງານຈາກ ຄະນະວິທະຍາສາດປ່າໄມ້, (ມ.ຊ) ລວມທັງໝົດ 26 ຄົນ ໄດ້ລົງເຄື່ອນໄຫວກິດຈະກຳ ສ້າງຈິດສໍານຶກດ້ານສິ່ງແວດລ້ອມໃນຫົວຂໍ້:“ການຈັດ ການຂີ້ເຫຍື້ອໃນຊຸມຊົນ, ການແກ້ໄຂບັນຫາ ແລະ ການຫຼຸດຜ່ອນປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ ບ້ານ ”ຢູ່ໃນບັນດາໂຮງຮຽນປະຖົມ ຈຳນວນ 20 ແຫ່ງ, ມັດທະຍົມ 20 ແຫ່ງ ແລະ ສະຖານທີ່ທີ່ເໝາະສົມ ຈຳນວນ 20 ແຫ່ງ ເພື່ອເຄື່ອນໄຫວກິດຈະກໍາຕອນຄໍ່າ
  • 25. ເຫດການ 22 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ຢູ່ໃນ 3 ເມືອງດັ່ງກ່າວ ຄື: ເມືອງທ່າພະບາດ, ເມືອງ ປາກຊັນ ແລະ ເມືອງປາກກະດິງ, ແຂວງ ບໍລິຄຳໄຊ. ຈຸດປະສົງຂອງກິດຈະກຳ ແມ່ນເພື່ອສ້າງຈິດສຳນຶກ ໃຫ້ນັກຮຽນ ແລະ ປະຊາຊົນ ຮູ້ເຖິງບັນຫາຂອງຂີ້ ເຫື້ຍອ ແລະ ນໍາໃຊ້ຂີ້ເຫຍື້ອໃຫ້ເກີດປະໂຫຍດສູງສຸດ ຕາມຫຼັກການ 3R ເພື່ອປຸກລະດົມໃຫ້ນັກຮຽນ ແລະ ໄວໜຸ່ມ ຮູ້ເຖິງການປະດິດຈາກສິ່ງເສດເຫຼືອ. ກິດຈະກໍາດັ່ງກ່າວໄດ້ແບ່ງອອກເປັນ 3 ພາກ ຄື: ພາກ ເຊົ້າ ຢູ່ໂຮງຮຽນປະຖົມ, ພາກບ່າຍ ຢູ່ໂຮງຮຽນມັດ ທະຍົມ ແລະ ພາກຄໍ່າ ຢູ່ສະໂມສອນບ້ານ ໃຊ້ເວລາ 2-3 ຊົ່ວໂມງ. (ອະທິບາຍ 5 ໂປສເຕີ ທີ່ເວົ້າເຖິງຂີ້ ເຫຍື້ອໃນເຮືອນເຮົາມີຫຍັງແດ່, ປະເພດຂອງຂີ້ ເຫຍື້ອ, ອາຍຸການຍ່ອຍສະຫຼາຍຂອງຂີ້ເຫຍື້ອ, ຜົນ ກະທົບຂອງຂີ້ເຫຍື້ອ ເພື່ອນຳມາຈັດການຂີ້ເຫຍື້ອ ໃນຄົວເຮືອນ ກໍ່ຄືຊຸມຊົນຂອງເຂົາເຈົ້າເອງ, ຜົນກະ ທົບຂອງຂີ້ເຫຍື້ອຕໍ່ສິ່ງແວດລ້ອມຂອງຄົນ ແລະ ການ ແຍກຂີ້ເຫຍື້ືອໃຫ້ຖືກວິທີ, ນຳພານ້ອງນັກຮຽນເກັບຂີ້ ເຫຍື້ອ ອ້ອມຮອບເດີ່ນໂຮງຮຽນ ແລ້ວແຍກຂີ້ເຫຍື້ອ ໃຫ້ຖືກວິທີ, ຖາມ-ຕອບ ມອບລາງວັນ ສ້າງຄວາມ ມ່ວນຊື່ນໂດຍການຫຼິ້ນເກມແຍກຂີ້ເຫຍື້ອ, ສາທິດ ການປະດິດ ເຊັ່ນ: ການນໍາເອົາກະຕຸກເປົ່າມາປະດິດ ເຮັດຕັ່ງນັ່ງ, ສາທິດເຮັດກັກດັກຈັບໜູ ໂດຍການນຳ ເອົາຂີ້ເຫຍື້ອທີ່ນຳມາໃຊ້ຄືນໃໝ່ໄດ້, ຖາມ-ຕອບ ດ້ວຍການຫຼິ້ນເກມຈົກສະຫຼາກ ກ່ຽວກັບ ອາຍຸການ ຍ່ອຍສະຫຼາຍຂອງຂີ້ເຫຍື້ອແຕ່ລະຊະນິດ ແລະ ເກມ ໝາກກະລ໋ອກ, ທົບທວນ ແລະ ສະຫຼຸບກິດຈະກຳ ຕັ້ງແຕ່ເລີ່ມຕົ້ນດຳເນີນຈົນຈົບກິດຈະກຳ, ກ່າວປິດ ໂດຍ ຜູ້ອຳນວຍການໂຮງຮຽນ, ນາຍບ້ານ ຫລື ຜູ້ຕ່າງ ໜ້າທີ່ກ່ຽວຂ້ອງ ກ່ຽວກັບ ການດຳເນີນກິດຈະກຳຂອງ ທິມງານພວກເຮົາ.) ກິດຈະກຳພາກເຊົ້າ: ກິດຈະກຳສ້າງຈິດສຳນຶກໃຫ້ ນ້ອງນັກຮຽນ ແລະ ຄູອາຈານ ໂຮງຮຽນປະຖົມ ໄດ້ຮູ້
  • 26. ເຫດການ 23ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ເຖິງຄວາມໝາຍຄວາມສຳຄັນຂອງການຈັດການຂີ້ ເຫຍື້ອໃນຂອບເຂດໂຮງຮຽນ ແມ່ນການສ້າງຈິດ ສຳນຶກໃຫ້ແກ່ນ້ອງນັກຮຽນຮູ້ເຖິງບັນຫາຂອງຂີ້ເຫື້ອ ແລະ ນໍາໃຊ້ຂີ້ເຫຍື້ອໃຫ້ເກີດປະໂຫຍດສູງສຸດ ຕາມ ຫຼັກການ 3R ໂດຍຜ່ານການອະທິບາຍ ໂປສເຕີ 5 ແຜ່ນ ທີ່ເວົ້າເຖິງຂີ້ເຫຍື້ອໃນເຮືອນເຮົາມີຫຍັງແດ່, ປະເພດຂອງຂີ້ເຫຍື້ອ, ອາຍຸການຍ່ອຍສະຫຼາຍຂອງ ຂີ້ເຫຍື້ອ ແລະ ຂີ້ເຫຍື້ອມາແຕ່ໃສ. ຫຼັງຈາກນັ້ນ ກໍ່ມີ ການ ຖາມ-ຕອບ ກ່ຽວກັບ ໂປສເຕີດັ່ງກ່າວ ກັບນ້ອງ ນັກຮຽນ ເພື່ອທົບທວນຄວາມເຂົ້າໃຈ ເຊິ່ງມີກິດຈະ ກຳ ນຳພານ້ອງນັກຮຽນເກັບຂີ້ເຫຍື້ອໃນເຂດອ້ອມ ຮອບໂຮງຮຽນ ເພື່ອນຳມາສາທິດການແຍກຂີ້ເຫຍື້ອ ໃຫ້ຖືກວິທີ ໂດຍແບ່ງກຸ່ມອີງຕາມຈຳນວນນັກຮຽນ ປະມານ 3-4 ກຸ່ມ, ນອກນັ້ນທິມງານພວກເຮົາໄດ້ ສອນ ຮ້ອງເພງ, ຫລິ້ນເກມ ແລະ ສາທິດວິທີ ການນຳ ເອົາຂີ້ເຫຍື້ອທີ່ສາມາດນຳມາໃຊ້ໃໝ່ໄດ້ ມາໝູນໃຊ້ ໃຫ້ເປັນຮູບແບບຕ່າງໆເຊັ່ນ: ການນໍາເອົາກະຕຸກ ມາປະດິດເປັນຕັ່ງນັ່ງ, ສອນວິທີເຮັດກັບດັກໜູ ແລະ ອື້່ນໆ. ກິດຈະກຳພາກບ່າຍ: ກິດຈະກຳສ້າງຈິດສຳນຶກໃຫ້ ນ້ອງນັກຮຽນ ແລະ ຄູອາຈານ ໂຮງຮຽນມັດທະຍົມ ໄດ້ຮູ້ເຖິງຄວາມ ໝາຍຄວາມສຳຄັນຂອງການຈັດ ການຂີ້ເຫຍື້ອໃນຂອບເຂດໂຮງຮຽນ ແມ່ນການສ້າງ ຈິດສຳນຶກໃຫ້ແກ່ນ້ອງນັກຮຽນຮູ້ເຖິງບັນຫາຂອງຂີ້ ເຫື້ອ ແລະ ນໍາໃຊ້ຂີ້ເຫຍື້ອໃຫ້ເກີດປະໂຫຍດສູງສຸດ ຕາມຫຼັກການ 3R ໂດຍຜ່ານການອະທິບາຍ ໂປສເຕີ 5 ແຜ່ນ ທີ່ເວົ້າເຖິງຂີ້ເຫຍື້ອໃນເຮືອນເຮົາມີຫຍັງແດ່, ປະເພດຂອງຂີ້ເຫຍື້ອ, ອາຍຸການຍ່ອຍສະຫຼາຍຂອງ ຂີ້ເຫຍື້ອ ຫຼັງຈາກນັ້ນ ກໍ່ມີການຖາມ-ຕອບ ກ່ຽວກັບ ໂປສເຕີດັ່ງກ່າວ ກັບນ້ອງນັກຮຽນ ເພື່ອທົບທວນ ຄວາມເຂົ້າໃຈ ເຊິ່ງມີກິດຈະກຳນຳພານ້ອງນັກຮຽນ ເກັບຂີ້ເຫຍື້ອໃນເຂດອ້ອມຮອບໂຮງຮຽນ ເພື່ອນຳ
  • 27. ເຫດການ 24 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ມາສາທິດການແຍກຂີ້ເຫຍື້ອໃຫ້ຖືກວິທີ ໂດຍແບ່ງ ກຸ່ມອີງຕາມຈຳນວນນັກຮຽນ ປະມານ 3-4 ກຸ່ມນອກ ນັ້ນທິມງານພວກເຮົາໄດ້ສອນ ຮ້ອງເພງ, ຫລິ້ນເກມ ແລະ ສາທິດວິທີ ການນຳເອົາຂີ້ເຫຍື້ອທີ່ສາມາດນຳ ມາໃຊ້ໃໝ່ໄດ້ມາໝູນໃຊ້ໃຫ້ເປັນຮູບແບບຕ່າງໆເຊັ່ນ: ການນໍາເອົາກະຕຸກມາປະດິດເປັນຕັ່ງນັ່ງ, ສອນວິທີ ເຮັດກັກດັກໜູ ແລະ ອື່ນໆ. ກິດຈະກຳພາກຄ່ຳ: ການສ້າງຈິດສຳນຶກດ້ານການ ຈັດການຂີ້ເຫຍື້ອ ແລະ ສາທິດວິທີການນຳໃຊ້ສິ່ງເສດ ເຫຼືອໃຫ້ເກີດປະໂຫຍດໃຫ້ແກ່ປະຊາຊົນ ສຳລັບ ກິດ ຈະກຳພາກຄ່ຳ: ຈະເປັນກິດຈະກຳສ້າງຈິດສຳນຶກ ໃຫ້ ແກ່ປະຊາຊົນໝົດທຸກຄົນທີ່ມາເຂົ້າຮ່ວມຂອງແຕ່ລະ ບ້ານ ກ່ຽວກັບ ການຈັດການຂີ້ເຫຍື້ອແບບຄົບວົງ ຈອນ ຕາມຫຼັກການ 3R ໂດຍຜ່ານການອະທິບາຍ 5 ໂປສເຕີ ທີ່ເວົ້າເຖິງຂີ້ເຫຍື້ອໃນເຮືອນເຮົາມີຫຍັງແດ່, ປະເພດຂອງຂີ້ເຫຍື້ອ, ອາຍຸການຍ່ອຍສະຫຼາຍຂອງ ຂີ້ເຫຍື້ອ. ຫຼັງຈາກນັ້ນ ກໍ່ມີການຖາມ-ຕອບ ກ່ຽວກັບ ໂປສເຕີດັ່ງກ່າວ ເພື່ອທົບທວນຄວາມເຂົ້າໃຈກັບພໍ່ ແມ່ປະຊາຊົນ, ນອກນັ້ນ ຍັງມີການສາຍວີດີໂອສັ້ນ ກ່ຽວກັບ ການເຮັດປຸ໋ຍໝັກຊີວະພາບ, ນ້ຳໝັກຊີວະ ພາບ ພ້ອມສາທິດຕົວຈິງ ໃຫ້ພໍ່ແມ່ປະຊາຊົນຮຽນຮູ້ ສຶກສາເຂົ້າເຖິງວິທີການເຮັດປຸ໋ຍໝັກຊີວະພາບ, ນ້ຳ ໝັກຊີວະພາບ ໂດຍວັດຖຸດິບແມ່ນ ເນັ້ນໃສ່ສິ່ງທີ່ມີ ພາຍໃນບ້ານ ເຊັ່ນ:ໃບໄມ້ແຫ້ງ, ເສດອາຫານຈາກ ຄົວເຮືອນ, ເປືອກໝາກໄມ້ຕ່າງໆ ແລະ ກໍ່ມີການ ສະແດງລະຄອນສັ້ນ (ລະຄອນຫຸ່ນ) ເລື່ອງ: ການຖິ້ມ ຂີ້ເຫຍື້ອຊະຊາຍ. ນອກຈາກນີ້ຍັງມີການ ຖາມ-ຕອບ ສົນທະນາ ກ່ຽວກັບ ການຮັກສາອານາໄມບ້ານເມືອງ ໃນຖານະທີ່ ປະຊາຊົນມີເຮືອນຕັ້ງຢູ່ແຄມທາງໃຫຍ່ ແລະ ຄຳຖາມອື່ນໆ ເພື່ອແລກປ່ຽນແກ່ຜູ້ໃຫຍ່ ແລະ ເດັກນ້ອຍໃນແນວຄວາມຄິດຄວາມເຂົ້າໃຈທີ່ແຕກ ຕ່າງກັນທີ່ເໝາະສົມ.
  • 28. ເຫດການ 25ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ຜ່ານການປະຕິບັດກິດຈະກຳໄດ້ຮັບຜົນດັ່ງນີ້: ດ້ານດີ: • ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມ ໝາຍຄວາມສໍາຄັນຂອງ “ ການຈັດການຂີ້ເຫຍື້ອ”; • ທີມງານວິຊາການລົງເຄື່ອນໄຫວວຽກງານສ້າງ ຈິດສໍານຶກດ້ານສິ່ງແວດລ້ອມທຸກຄົນມີຄວາມສາມັກ ຄີແລະມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ຖືກມອບ ໝາຍໃຫ້ເປັນຢ່າງດີ; • ການລົງເຮັດວຽກຮ່ວມກັບແຂວງ,ເມືອງ,ໃນການ ເຄື່ອນໄຫວວຽກງານສ້າງຈິດສໍານຶກດ້ານສິ່ງແວດ ລ້ອມ ແມ່ນໄດ້ຮັບຄວາມຮ່ວມມືເປັນຢ່າງດີ; • ປະຊາຊົນໄດ້ຮູ້ເຖິງບັນຫາຂອງຂີ້ເຫື້ຍອ ແລະ ນໍາ ໃຊ້ຂີ້ເຫຍື້ອໃຫ້ເກີດປະໂຫຍດໄດ້ດ້ວຍຕົນເອງ; • ປະຊາຊົນໄດ້ຮູ້ເຖິງການນຳເອົາສິ່ງເສດເຫຼືອມາ ໃຊ້ປະໂຫຍດເຊັ່ນ: ການເຮັດນ້ຳໝັກ, ປຸ໋ຍໝັກ; • ນັກຮຽນໄດ້ຮູ້ເຖິງຊະນິດຂອງຂີ້ເຫຍື້ອ ແລະ ສາ ມາດຈຳແນກຂີ້ເຫຍື້ອໄດ້; • ນັກຮຽນໄດ້ຮູ້ວິທີການນຳເອົາສິ່ງເສດເຫຼືອມາໃຊ້ ຊ້ຳໂດຍການນຳເອົາມາປະດິດເປັນເຄື່ອງໃຊ້ຕ່າງໆ ເຊັ່ນ: ການນໍາເອົາກະຕຸກມາປະດິດເປັນຕັ່ງນັ່ງ, ຮູ້ວິ ທີເຮັດກັກດັກໜູ ແລະ ອື່ນໆ; • ນັກຮຽນ ແລະ ປະຊາຊົນ ໄດ້ຮູ້ເຖິງຜົນຮ້າຍຂອງ ການຖິ້ມຂີ້ເຫຍື້ອຊະຊາຍ. ດ້ານອ່ອນ: • ການກຳນົດເວລາຍັງບໍ່ເປັນໄປຕາມແຜນທີ່ກຳ ນົດໄວ້; • ຜູ້ເຂົ້າຮ່ວມ ມາບໍ່ທັນຕາມເວລາທີ່ໄດ້ກຳນົດໄວ້ ຈຶ່ງເຮັດໃຫ້ກິດຈະກຳລ້າຊ້າ; • ການນຳສະເໜີບາງຄັ້ງໃຊ້ເວລາຫຼາຍຈົນເກີນ ໄປ.
  • 29. ເຫດການ 26 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ການຄັດເລືອກຮູບຖ່າຍສິ່ງແວດລ້ອມ ຄັ້ງທີ II ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ (ກຊສ) ຮ່ວມກັບ ໂຄງການສົ່ງເສີມການ ສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ ກາດ (proCEEd) ໄດ້ມີການຄັດເລືອກຮູບສົ່ງປະ ກວດທີ່ຕິດພັນກັບສິ່ງແວດລ້ອມ (ພາບທຳມະຊາດ, ການດຳລົງຊີວິດທີ່ຕິດພັນກັບສິ່ງແວດລ້ອມ, ຊີວະ ນາໆພັນ ແລະ ພາບການປ່ຽນແປງດິນຟ້າອາກາດ ຢູ່ ສປປ ລາວ) ໃນຕອນເຊົ້າຂອງວັນທີ 10 ກັນຍາ 2015 ທີ່ຫ້ອງປະຊຸມ ຊັ້ນ 2 ຂອງ ກສສ. ການຄັດເລືອກຮູບຄັ້ງນີ້ ແມ່ນມີຜູ້ແທນຈາກ ກົມສົ່ງເສິມຄຸນນະພາບສິ່ງແວດລ້ອມ 4 ທ່ານ, ຈາກ ກະຊວງ ຖະແຫຼງຂ່າວ ແລະ ວັດທະນາທຳ ປະທານ ສະມາຄົມພາບຖ່າຍແຫ່ງ ສປປ ລາວ 1 ທ່ານ ແລະ ທີມງານໂຄງການສົ່ງເສີມການສືກສາສິ່ງແວດ ລ້ອມ ແລະ ການປ່ຽນແປງດິນຟ້າອາກາດ 5 ທ່ານ ການຄັດເລືອກຮູບພາບປະກວດຄັ້ງນີ້ ແບ່ງອອກເປັນ 2ຄັ້ງຄື:ຄັ້ງທີ1ຈະຄັດເອົາຂະໜາດຮູບມາດຕະຖານ ຈາກຜູ້ສົ່ງເຂົ້າປະກວດ 109 ຮູບ ແລະ ຄັດເຫຼືອ 37 ຮູບ, ຄັ້ງທີ່ 2 ຈະຄັດເອົາຄວາມຄົມຊັດ ແລະ ຄວາມ ລະອຽດຂອງສີ ແລະ ການສື່ຄວາມໝາຍຂອງຮູບ ພາບທີຕິດພັນກັບສິ່ງແວດລ້ອມ, ຈາກ 37 ຮູບພາບ ຄັດເຫຼືອ 10 ຮູບພາບ. ໃນນັ້ນ ມີລາງວັນທີ່ 1 ມີໜື່ງ ລາງວັນ, ລາງວັນທີ 2 ມີໜື່ງລາງວັນ, ລາງວັນທີ 3 ມີໜື່ງລາງວັນ ແລະ ລາງວັນຊົມເຊີຍມີຢູ່ເຈັດລາງວັນ. ຮູບທີ່ໄດ້ລາງວັນດັ່ງກ່າວ ແມ່ນຈະໄດ້ມີພິທີມອບຮັບ ລາງວັນ ແລະ ນຳໄປສະແດງຕໍ່ມວນຊົນຕ່າງໆ.
  • 31. ເຫດການ 28 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ພິທີມອບຮັບລາງວັນການແຂ່ງຂັນຮູບຖ່າຍ ຄັ້ງທີ II ໃນວັນທີ 30 ພະຈິກ 2015 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ຈັດພິທີມອບລາງວັນ ຜູ້ຊະນະເລີດການແຂ່ງຂັນຮູບຖ່າຍສິ່ງແວດລ້ອມ ຢ່າງເປັນທາງການ ທີ່ຫ້ອງປະຊຸມ ກສສ, ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ນະຄອນຫຼວງວຽງຈັນ ຊຶ່ງມອບ ໂດຍ ທ່ານ ຄຳປະດິດ ຄຳມູນເຮືອງ, ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ. ໃນພິທີດັ່ງກ່າວແມ່ນໄດ້ຮັບກຽດເປັນປະທານ ແລະ ມອບລາງວັນຊະນະເລີດໂດຍ ທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ ໄດ້ໃຫ້ຄຳຄິດຄຳເຫັນໃນການຄັດເລືອກ ຮູບຖ່າຍນີ້ ບັນດາຄະນະກຳມະການແມ່ນເຫັນວ່າຕັດສິນໃຈຍາກພໍສົມຄວນ ເພາະວ່າແຕ່ລະຮູບຖ່າຍກໍ່ ລ້ວນແຕ່ມີຄວາມໝາຍ ແລະ ຄຸນນະພາບສູງ ຫຼາຍໆຮູບທີ່ສົ່ງເຂົ້າມາແຂ່ງຂັນກັນບໍ່ພຽງແຕ່ເວົ້າເຖິງຄວາມ ສວຍງາມຂອງສິ່ງແວດລ້ອມບ້ານເຮົາເທົ່ານັ້ນ ແຕ່ກໍ່ຍັງມີຮູບທີ່ສະແດງເຖິງໄພຄຸກຄາມຕ່າງໆຕໍ່ສິ່ງແວດລ້ອມ ຂອງບ້ານເຮົານຳອີກ.
  • 32. ເຫດການ 29ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ໃນບັນດາຮູບທີ່ສົ່ງເຂົ້າມາແຂ່ງຂັນໃນຄັ້ງນີ້ມີຫຼາຍກວ່າ100 ຮູບ ໃນນັ້ນ ທ່ານ ພູນຊັບ ເທວົງສາ ເປັນຜູ້ ໄດ້ຮັບລາງວັນຊະນະເລີດທີ່ໄດ້ຮັບທຶນການສຶກສາ ຈຳນວນ 3,000,000 ກີບ ຮູບພາບຂອງລາວແມ່ນສ່ອງ ແສງເຖິງການຄ້າຂາຍສັດປ່າທີ່ຜິດກົດໝາຍຢູ່ໃນຕະຫຼາດທ້ອງຖິ່ນແຫ່ງໜຶ່ງຢູ່ຕາມທາງພາກເໜືອຂອງປະ ເທດລາວ ຮູບດັ່ງກ່າວ ແມ່ນສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງສັດປ່າເປັນແຫຼ່ງອາຫານຢ່າງໜຶ່ງ ແລະ ໃນເວລາດຽວກັນກໍ່ໝາຍເຖິງຄວາມອັນຕະລາຍຂອງການລ່າສັດປ່າທີ່ຫຼາຍເກີນໄປ ເຊິ່ງອາດຈະສົ່ງຜົນກະ ທົບຕໍ່ຄວາມຍືນຍົງ,ຄວາມອຸດົມສົມບູນຂອງປະຊາກອນສັດປ່າ. ຮອງຊະນະເລີດອັນດັບ1ແມ່ນທ່ານອານຸພົນພົມຮັກສາໄດ້ຮັບທຶນການສຶກສາຈຳນວນ2,500,000 ກີບ ຊຶ່ງຮູບພາບຂອງລາວແມ່ນສະແດງໃຫ້ເຫັນເຖິງຄວາມສວຍງາມທາງທຳມະຊາດຂອງແມ່ນ້ຳຊ່ອງຢູ່ເມືອງ ວັງວຽງ, ແຂວງວຽງຈັນ. ສ່ວນຮອງຊະນະເລີດອັນດັບ 2 ແມ່ນ ທ່ານ ປໍ ທໍ່ ໄດ້ຮັບທຶນການສຶກສາຈຳນວນ 1,500,000 ກີບ ຮູບພາບຂອງລາວ ແມ່ນສະແດງໃຫ້ເຫັນກອງຂີ້ເຫຍື້ອກອງໃຫຍ່ ຢູ່ບໍລິເວນໃກ້ກັບຕົວເມືອງ ຫຼວງພະບາງ ຊຶ່ງສະແດງໃຫ້ຮູ້ຜົນກະທົບທີ່ມະນຸດກະທຳຕໍ່ສິ່ງແວດລ້ອມ ແລະ ຮຽກຮ້ອງໃຫ້ມີການປັບປຸງ ການຈັດການຂີ້ເຫຍື້ອ, ການຫຼຸດປະລິມານຂີ້ເຫຍື້ອ ແລະ ການນຳກັບມາໃຊ້ໃຫມ່. ນອກນີ້ຍັງມີລາງວັນຊົມ ເຊີຍ ທີ່ໄດ້ຮັບທຶນການສຶກສາ ຈຳນວນ 500,000 ກີບ ມີຢູ່ 7 ລາງວັນ. ຮູບພາບທີ່ຖືກຄັດເລືອກໃນຄັ້ງນີ້ ແມ່ນຈະໄດ້ຖືກໄປວາງສະແດງໃນສະຖານທີ່ຕ່າງໆ ເຊັ່ນ: ນຳໃຊ້ຢູ່ໂຄງການ ແລະ ຢູ່ຕາມໂຮງຮຽນ ແລະ ກົມກອງຫ້ອງການຂອງລັດຕ່າງໆ ໃນເຂດນະຄອນຫຼວງວຽງຈັນ ແລະ ໃນບັນດາ
  • 33. ເຫດການ 30 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ເມືອງໃຫຍ໋ຂອງ 4 ແຂວງ ເປົ້າໝາຍຂອງໂຟຼຊີດ (ແຂວງ ຄຳມ່ວນ, ບໍລິຄຳໄຊ, ຫົວພັນ ແລະ ແຂວງ ໄຊຍະບູລີ). ໂຄງການ ProCEEd ໄດ້ຮັບການຈັດຕັ້ງປະຕິບັດໂດຍ ອົງການ ຈີໄອແຊັດ ຊຶ່ງມີຈຸດປະສົງເພື່ອສົ່ງເສີມຄວາມ ຮູ້,ທັດສະນະຄະຕິ ແລະ ພຶດຕິກຳ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊີວະນາໆ ພັນ ແລະ ການປ່ຽນແປງດິນຟ້າອາກາດ ຢູ່ໃນ ສປປ ລາວ. ໂຄງການ ດັ່ງກ່າວ ໄດ້ລວບລວມເອົາຫຼາຍໆກິດຈະ ກຳດ້ານວຽກງານສື່ມວນຊົນໃນຂັ້ນສູນກາງ, ຊຶ່ງທາງການສື່ສານຊຸມຊົນ ແລະ ກິດຈະກຳການສຶກສານອກ ໂຮງຮຽນ ຊຶ່ງເປັນພາກສ່ວນໜຶ່ງຂອງຍຸດທະສາດການສື່ສານ ແລະ ການສຶກສາສິ່ງແວດລ້ອມຫຼາຍປີ ຊຶ່ງຮັບ ການຊີ້ນຳໂດຍ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກຊສ.
  • 35. ເຫດການ 32 ຈົດໝາຍຂ່າວ ມັງກອນ-ມິຖຸນາ 2015 ກສສ ໂຄງການ ProCEEd ຮ່ວມເຜີຍແຜ່ວິທີການຈັດການຂີ້ເຫຍື້ອ ໃນຊ່ວງງານບຸນຊ່ວງເຮືຶອທີ່ທ່າວັດຈັນປີ 2015 ໃນທ້າຍເດືອນຕຸລາ, ໂຄງການ ສົ່ງເສີມການສຶກ ສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ ກາດ (ProCEEd) ໄດ້ນໍາສະເໜີ ຮ້ານທີ່ໃຫ້ການສຶກ ສາຊື່ວ່າ: ‘ປະສົບການປີສາດຂີ້ເຫຍື້ອ’ ແກ່ປະຊາຊົນ ຫຼາຍຮ້ອຍຄົນ ທີ່ງານບຸນຊ່ວງເຮືອທີ່ທ່າວັດຈັນ, ນະ ຄອນຫຼວງວຽງຈັນ. ກິດຈະກໍາດັ່ງກ່າວ ຈັດຕັ້ງປະຕິບັດ ໂດຍທີມງານຂອງໜ່ວຍງານ ອະນຸລັກທໍາມະຊາດ ເຄື່ອນທີ່ (MCU) ຂອງຄະນະປ່າໄມ້ ແລະ ກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ). ແມ່ນໃຜເຄີຍເຂົ້າຮ່ວມງານບຸນນີ້ ຮູ້ວ່າບໍ່ມີ ໃຜຈະມີຄວາມຄິດປະດິດສ້າງ ເພື່ອສາມາດສ້າງຂໍ້ ຄວາມເພື່ອໃຫ້ຜູ້ໃດຜູ້ໜຶ່ງສົນໃຈໄດ້, ແລະ ມັນກໍ່ບໍ່ ເປັນ ສິ່ງທີ່ງ່າຍເລີຍທີ່ຈະແຂ່ງຂັນກັບຮ້ານອື່ນຫຼາຍໆ ຮ້ານ ທີ່ມີທັງສຽງດົນຕີພົດດັ່ງສະນັ່ນໄປທົ່ວ. ຈາກປະ ສົບການທີ່ເຄີຍໄດ້ພົບຜ່ານມາ ໂຄງການ ProCEEd ຈຶ່ງໄດ້ຕັດສິນໃຈນໍາໃຊ້ການນໍາສະເໜີຂໍ້ຄວາມ ໂດຍ ນໍາໃຊ້ແສງ ແລະ ສີເປັນຄັ້ງທໍາອິດ ເພື່ອສົ່ງຂໍ້ຄວາມ ວິທີການປະຕິບັດທີ່ດີ ຂອງການຈັດການຂີ້ເຫຍື້ອ ແລະ ປະກອບດ້ວຍການຫຼີ້ນເກມ ແລະ ກິດຈະກໍາ ທີ່ຫຼາກຫຼາຍ. ຈະສັງເກດຢູ່ທາງເຂົ້າຂອງຮ້ານຂອງ ProCEEd, ແມ່ນມີໂຕປີສາດຂີ້ເຫຍື້ອ ໂຕບັກໃຫຍ່ ມີຕາສີແດງໆ ຊຶ່ງຢູ່ຕ້ອນຮັບແຂກຜູ້ມາຢ້ຽມຢາມ. ຊຸດກ່ອງແສງ 10 ຊຸດ ຊຶ່ງເປັນແບບຝ້າຕັ້ງສອງຝາ ມີຄວາມຍາວ 4 ແມັດ ແລະ 6 ແມັດ, ແລະ ສະແດງ ໃຫ້ເຫັນທັງພຶດຕິກໍາທາງບວກ ແລະ ລົບຂອງການ ຈັດການຂີ້ເຫຍື້ອ. ແນວຄວາມຄິດ ແລະ ການອອກ ແບບຂອງກ່ອງແສງເຫຼົ່ານີ້ ແມ່ນໄດ້ມາຈາກພື້ນຖານ